ການຂຽນເວັບໄຊພາສາລາວ ຫນ້າ 3
| ກັບຄືນໄປເວັບຫນ້າທຳອິດ | ກັບໄປຫນ້າ "ເລື່ອງຕ່າງໆກ່ຽວກັບຄອມພິວເຕີ" |
ການຂຽນເວັບໄຊພາສາລາວ ໜ້າ: | 1 | 2 | 3 | 4 | 5 | 6 | 7 | 8 | 9 | 10 | 11 | 12 |

III. ເລີ່ມ​ຕົ້ນ​ສ້າງ​ເວັບ​ໄຊ

ແລ່ນ Mozilla, ເຮົາ​ຈະ​ໄດ້​ຫນ້າ​ຈໍ​ຄື​ດັ່ງ​ລຸ່ມ​ນີ້:


ໃຫ້​ຄລິກ​ໃສ່​ເຄື່ອງ​ຫມາຍ​ສັນ​ຍາ​ລັກ ທີ່​ຂີດ​ດ້ວຍ​ວົງ​ມົນ​ສີ​ແດງ​ຂອງ​ຮູບ​ຂ້າງ​ເທີງ, ເຮົາ​ຈະ​ໄດ້​ຫນ້າ​ຈໍ​ໃຫມ່​ຄື​ດັ່ງ​ລຸ່ມ​ນີ້:



ນີ້​ແມ່ນ​ຫນ້າ​ເວັບ​ ເປົ່າ ຊຶ່ງ​ລໍ​ຖ້າ​ໃຫ້​ເຮົາ​ສ້າງ​ສັນ​ຂື້ນ​ມາ​ຕາມ​ຈິນ​ຕະ​ນາ​ການ​ທີ່​ເຮົາ​ມີ. ຫນ້າ​ເວັບ​ນີ້​ເປົ່າ​ແທ້ໆ ບໍ່​ມີ​ຮອດ​ສີ​ພື້ນ (ພື້ນ​ເປັນ​ສີ​ຂາວ). ເຣົາ​ຈະ​ໄປ​ກຳ​ນົດ​ເອົາ​ສີ​ໃດ​ຫນຶ່ງ​ມາ​ເປັນ​ສີ​ພື້ນ​ຂອງ​ຫນ້າ​ເວັບ. ໃຫ້​ປະ​ຕິ​ບັດ​ຄື​ດັ່ງ​ຕໍ່​ໄປ​ນີ້: ຢູ່​ແຖບ​ເມ​ນູ, ໃຫ້​ໄປ Edit --> Preferences --> Composer --> New Page Settings, ໃຫ້​ຄລິກ​ໃສ່​ປຸ່ມ​ທີ່​ຢູ່​ດ້ານ​ຫຼັງ​ຂໍ້​ຄວາມ Background: ເພື່ອ​ໄປ​ເລືອກ​ເອົາ​ສີ​ພື້ນ​ທີ່​ຕ້ອງ​ການ; ຄລິກ​ເອົາ​ສີ​ທີ່​ຕ້ອງ​ການ ແລ້ວ​ຄລິກ OK ແລະ OK ຕາມ​ລຳ​ດັບ​ເພື່ອ​ກັບ​ຄືນ​ມາ​ຫນ້າ​ເວັບ​ເປົ່າ. (ໃນ​ກໍ​ລະ​ນີ​ທີ່​ເຮົາ​ຕ້ອງ​ການ​ໃຊ້​ຮູບ​ໃດ​ຫນຶ່ງ ໃຫ້​ເປັນ​ພື້ນ​ຫນ້າ​ເວັບ, ແທນ​ທີ່​ເຮົາ​ຈະ​ໄປ​ຄລິກ ປຸ່ມ​ທີ່​ຢູ່​ດ້ານ​ຫຼັງ​ຂໍ້​ຄວາມ Background:, ໃຫ້​ຄລິກ​ໃສ່​ປຸ່ມ Choose File ແລ້ວ​ໄປ​ເລືອກ​ເອົາ​ຮູບ​ໃດ​ຫນຶ່ງ​ທີ່​ຈະ​ມາ​ໃຊ້​ເປັນ​ພື້ນ​ຂອງ​ຫນ້າ​ເວັບ - ກໍ​ລະ​ນີ​ນີ້​ຂໍ​ຍົກ​ໄປ​ອະ​ທິ​ບາຍ​ເພີ່ມ​ເຕີມ​ໃນ​ຕໍ່​ຫນ້າ). ສົມ​ມຸດ​ວ່າ ເຮົາ​ເລືອກ​ເອົາ​ສີ​ເຫຼືອງ​ອ່ອນ​ເປັນ​ພື້ນ​ຂອງ​ຫນ້າ​ເວັບ, ເມື່ອ​ກັບ​ຄືນ​ຫນ້າ​ເວັບ​ເປົ່າ​ຂອງ​ເຮົາ, ມັນ​ຈະ​ຍັງ​ບໍ່​ທັນ​ມີ​ສີ​ເຫຼືອງ​ເປັນ​ພື້ນ​ເທື່ອ. ໃຫ້​ຄລິກ​ເຄື່ອງ​ຫມາຍ x ທີ່​ຢູ່​ດ້ານ​ເທິງ​ຂວາ​ຂອງ​ຈໍ ເພື່ອ​ປິດ​ຫນ້າ​ເວັບ​ເປົ່າ​ນີ້. ຖ້າ​ມີ​ຂໍ້​ຄວາມ​ຖາມ​ຂື້ນ​ມາ​ວ່າ ໃຫ້ Save ໄວ້​ຫຼື​ບໍ່, ໃຫ້​ຕອບ No. ຈາກ​ນັ້ນ, ຫນ້າ​ຈໍ ຈະ​ກັບ​ຄືນ​ໄປ​ຄື​ດັ່ງ​ຮູບ​ທຳ​ອິດ.  ໃຫ້​ດຳ​ເນີນ​ຕາມ​ຂັ້ນ​ຕອນ​ທີ່​ສະ​ເຫນີ​ກ່ອນ​ຫນ້າ​ນີ້  ເພື່ອ​ທຳ​ການ​ເປິດ​ຫນ້າ​ເວັບ​ເປົ່າ​ຂື້ນ​ມາ. ຫນ້າ​ເວັບ​ເປົ່າ​ທີ່​ເຮົາ​ໄດ້, ຈະ​ມີ​ລັກ​ສະ​ນະ​ເປັນ​ຄື​ຮູບ​ຂ້າງ​ລຸ່ມ​ນີ້:



ເທຶ່ອ​ນີ້, ເຮົາ​ມີ​ຫນ້າ​ເວັບ​ເປົ່າ​ທີ່​ມີ​ພື້ນ​ເປັນ​ສີ​ເຫຼືອງ.
ກັບຄືນໄປຕອນຕົ້ນຂອງຫນ້າ