ການຂຽນເວັບໄຊພາສາລາວ ຫນ້າ  11
| ກັບຄືນໄປເວັບໜ້າທຳອິດ | ກັບໄປໜ້າ "ເລື່ອງຕ່າງໆກ່ຽວກັບຄອມພິວເຕີ" |
ການຂຽນເວັບໄຊພາສາລາວ ໜ້າ: | 1 | 2 | 3 | 4 | 5 | 6 | 7 | 8 | 9 | 10 | 11 | 12 |

     ກ່ອນ​ໜ້າ​ນີ້​, ພວກ​ເຮົາ​ໄດ້​ທໍາ​ການ​ຈອງ​ເນື້ອ​ທີ່​ນໍາ http://www.tripod.com ໂດຍ​ບໍ່​ຕ້ອງ​ເສຍ​ເງິນ​ ແລະ​ໄດ້​ຮັບ URL (ທີ່​ຢູ່​ເວັບ​ໄຊ​) ທີ່​ມີ​ຊື່​ວ່າ http://toubou88.tripod.com. ເນື່ອງ​ຈາກ​ວ່າ​ເວັບ​ໄຊ​ດັ່ງ​ກ່າວ​ນີ້ ຍັງ​ເປັນ​ເວັບ​ໄຊ​ເປົ່າ - ບໍ່​ທັນ​ມີ​ໜ້າ​ເວັບ​ໃດໆ​, ດັ່ງ​ນັ້ນ​, ໃນ​ບົດ​ນີ້​, ພວກ​ເຮົາ​ຈະ​ມາ​ສຶກ​ສາ​ວິ​ທີ​ການ​ອັບ​ໂຫຼດ (upload) ໜ້າ​ເວັບ​ຕ່າງໆ​ທີ່​ພວກ​ເຣົາ​ໄດ້​ສ້າງ​ຂື້ນ​ມາ​ກ່ອນ​ໜ້າ​ນີ້​ ແລະ​ຮູບ​ພື້ນ​ຕ່າງໆ​ທີ່​ຈະ​ຖືກ​ໃຊ້​ເປັນ​ພື້ນ​ຂອງ​ໜ້າ​ເວັບ​ ເພື່ອ​ສົ່ງ​ຂື້ນ​ໄປ​ໄວ້​ເທີງ​ເວັບ​ໄຊ http://toubou88.tripod.com ເພື່ອ​ໃຫ້​ຜູ້​ທ່ອງ​ເວັບ​ທີ່​ເຂົ້າ​ມາ​ຢ້ຽມ​ຊົມ​ເວັບ​ໄຊ​ນີ້​ ສາ​ມາດ​ຊົມ​ໜ້າ​ເວັບ​ທີ່​ພວກ​ເຣົາ​ໄດ້​ສ້າງ​ຂື້ນ.
    ຂັ້ນ​ຕອນ​ທໍາ​ອິດ​, ໃຫ້​ເຂົ້າ​ໃຊ້ Mozilla; ໃນ​ປ່ອງ​ທີ່​ຢູ່​ຂອງ​ເວັບ​ໄຊ​, ໃຫ້​ພິມ http://www.tripod.com ແລ້ວ​ກົດ​ແປ້ນ​ພິມ​ Enter. ເຮົາ​ຈະ​ໄດ້​ໜ້າ​ຈໍ​ເໝືອນ​ດັ່ງ​ຮູບ​ຂ້າງ​ລຸ່ມ​ນີ້​:



    ໃຫ້​ໃຊ້​ໜູ​ກົດ​ໃສ່​ປຸ່ມ LOG IN ສີ​ຂາວ​ທາງ​ດ້ານ​ເທີງ​ຂອງ​ໜ້າ​ເວັບ; ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ລຸ່ມ​ນີ້​:



    ຢູ່່​ປ່ອງ Member Name ແລະ​ປ່ອງ Password, ໃຫ້​ພິມ​ຊື່​ເວັບ​ໄຊ​ທີ່​ເຮົາ​ຈອງ​ນໍາ​ Tripod ແລະ​ລະ​ຫັດ​ລັບ​ໃສ່. ໃນ​ກໍ​ລະ​ນີ​ຂອງ​ຕົວ​ຢ່າງ​ນີ້​, Member Name ຈະ​ແມ່ນ​ toubou88 ສ່ວນ​ລະ​ຫັດ​ລັບ​ແມ່ນ​ຂໍ​ສະ​ຫງວນ​ສິດ​ທີ່​ຈະ​ຂໍ​ບໍ່​ເປີດ​ເຜີຍ. ຫຼັງ​ຈາກ​ນັ້ນ​, ໃຫ້​ໃຊ້​ໜູ​ກົດ​ປຸ່ມ Log In ແລະ​ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ລຸ່ມ​ນີ້​:



  ຢູ່​ຫົວ​ຂໍ້ BUILDING TOOLS, ໃຫ້​ໃຊ້​ໜູ​ຄລິກ​ໃສ່​ຂໍ້​ຄວາມ​ HTML Editor ແລະ​ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ດັ່ງ​ລຸ່ມ​ນີ້​:




    ບາດ​ນີ້​, ໃຫ້​ເອົາ ແຜ່ນ​ດິ​ສ​ແກັດ​ທີ່​ເຮົາ​ໄດ້​ກຽມ​ມາ​ເຂົ້າ​ໃສ່​ໃນ​ເຄື່ອງ​ອ່ານ; ຈາກ​ນັ້ນ​, ໃຫ້​ແລ່ນ Composer ຂອງ Mozilla, ເປີດ​ໄຟ​ລ໌ index.htm ທີ່​ຢູ່​ໃນ​ແຜ່ນ​ດິ​ສ​ແກັດ​, ປ່ຽນ​ໄປ​ໂມດ <HTML> Source, ກົດ Ctrl + a ເພື່ອ​ເລືອກ​ເອົາ​ຂໍ້​ຄວາມ​/ໂຄດ​ທັງ​ໝົດ​, ກົດ Ctrl + c ເພື່ອ​ສໍາ​ເນົາ​ເອົາ​ຂໍ້​ຄວາມ​/ໂຄດ​ທັງ​ໝົດ​ທີ່​ເລືອກ​ນັ້ນ​ ເຂົ້າ​ໄວ້​ໃນ​ໜ່ວຍ​ຄວາມ​ຈໍາ​ຂອງ​ເຄື່ອງ. ຕໍ່​ມາ​, ໃຫ້​ສະ​ຫຼັບ​ໄປ​ຫາ​ໜ້າ​ເວັບ​ຂອງ Tripod ຂ້າງ​ເທີງ​ນີ້​, ໃຊ້​ໜູ​ຄ​ລີກ​ໃສ່​ບ່ອນ​ໃດ​ບ່ອນ​ໜຶ່ງ​ໃນ​ໂຄດ​ຂ້າງ​ເທີງ; ກົດ Ctrl + a ເພື່ອ​ເລືອກ​ເອົາ​ຂໍ້​ຄວາມ​/ໂຄດ​ທັງ​ໝົດ​, ກົດ Ctrl + V ເພື່ອ​ສໍາ​ເນົາ​ເອົາ​ຂໍ້​ຄວາມ​/ໂຄດ​ທີ່​ໄດ້​ຝາກ​ໄວ້​ໃນ​ໜ່ວຍ​ຄວາມ​ຈໍາ​ ມາ​ແທນ​ຂໍ້​ຄວາມ​ທີ່​ໄດ້​ເລືອກ.   ສໍາ​ຄັນ​: ໃຫ້​ຊອກ​ຫາ​ຂໍ້​ຄວາມ background-image: url(file:///C:/mylaoweb/picture/thatluang.jpg);"> ແລ້ວ​ໃຫ້​ປ່ຽນ​ເປັນ background-image: url(http://toubou88.tripod.com/picture/thatluang.jpg);"> (ຢູ່​ປະ​ມານ​ແຖວ​ທີ 5-6 - ການ​ດໍາ​ເນີນ​ການ​ຄື​ແນວ​ນີ້​ ກໍ່​ເພື່ອ​ບອກ​ໃຫ້​ໜ້າ​ເວັບ​ໄປ​ດືງ​ເອົາ​ໄຟລ໌​ທີ່​ໃຊ້​ເປັນ​ຮູບ​ພື້ນ​ຢູ່​ ເທີງ​ເວັບ​, ບໍ່​ແມ່ນ​ຈາກ​ຄອມ​ພິວ​ເຕີ​ທີ່​ເຮົາ​ໃຊ້​ສ້າງ​ເວັບ​ໄຊ​). ສຸດ​ທ້າຍ​, ໃຫ້​ໃຊ້​ໜູ​, ກົດ​ໃສ່​ປຸ່ມ Save As, ເມື່ອ​ມີ​ໜ້າ​ຈໍ​ຂື້ນ​ມາ​, ໃຫ້​ຕັ້ງ​ຊື່​ວ່າ index.htm (ບໍ່​ແມ່ນ index.html) ແລ້ວ​ຈຶ່ງ​ກົດ​ປຸ່ມ OK.
    ສໍາ​ລັບ​ໄຟ​ລ໌ htm ທີ່​ເຫຼືອ​ໃນ​ແຜ່ນ​ດິ​ສ​ແກັດ​, ໃຫ້​ດໍາ​ເນີນ​ການ​ ເໝືອນ​ດັ່ງ​ກໍ​ລະ​ນີ​ຂອງ​ໄຟ​ລ໌ index.htm. ຫຼັງ​ຈາກ​ຈັດ​ການ​ຕໍ່​ກັບ​ໄຟ​ລ໌ htm ຕົວ​ສຸດ​ທ້າຍ​ສໍາ​ເລັດ​ຮຽບ​ຮ້ອຍ​ແລ້ວ​, ໃຫ້​ໃຊ້​ໜູ​ກົດ​ປຸ່ມ Done ແລະ​ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ລຸ່ມ​ນີ້​:



    ຢູ່​ແຖວ Quick Links, ໃຫ້​ໃຊ້​ໜູ​ກົດ​ໃສ່​ຂໍ້​ຄວາມ File Manager, ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ດັ່ງ​ລຸ່ມ​ນີ້​:



    ໃຫ້​ໃຊ້​ໜູ​ຄລິກ​ໃສ່​ປຸ່ມ​ສີ​ເທົາ New Directory:

 

    ຢູ່​ປ່ອງ​ສີ​ຂາວ​, ໃຫ້​ພິມ​ຄໍາ​ວ່າ picture ໃສ່ ແລ້ວ​ໃຫ້​ກົດ​ປຸ່ມ​ Create. ການ​ດໍາ​ເນີນ​ການ​ເຫຼົ່າ​ນີ້ ແມ່ນ​ການ​ສ້າງ Folder/Directory ຢູ່​ໃນ​ເວັບ​ໄຊ​ http://toubou88.tripod.com/picture/. Folder/Directory ນີ້​, ພວກ​ເຮົາ​ໄດ້​ທໍາ​ການ​ສ້າງ​ຂື້ນ​ ເພື່ອ​ໃຊ້​ເກັບ​ມ້ຽນ​ໄຟລ໌​ທີ່​ໃຊ້​ເປັນ​ຮູບ​ພື້ນ​ຂອງ​ໜ້າ​ເວັບ.
   

    ຢູ່​ຮູບ​ຂ້າງ​ເທີງ​, ເຮົາ​ຈະ​ເຫັນ​ວ່າ ມີ Folder/Directory picture. ໃຫ້​ໃຊ້​ໜູ​ຄລິກ​ເຂົ້າ​ໄປ​ໃນ Folder/Directory picture ນີ້​ ແລະ​ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ລຸ່ມ​ນີ້​:



    ຢູ່​ໃນ Directory http://toubou88.tripod.com/picture/ ນີ້​, ຍັງ​ບໍ່​ທັນ​ມີ​ໄຟລ໌​ຮູບ​ພືຶ້ນ​ໃດໆ. ໃຫ້​ໃຊ້​ໜູ​ກົດ​ປຸ່ມ​ລູກ​ສອນ​ຫົວ​ຊີ້​ລົງ​ລຸ່ມ​ ທີ່​ຢູ່​ຂ້າງ​ຂໍ້​ຄວາມ Upload via (ໃນ​ປ່ອງ​ສີ​ຂາວ​) ແລ້ວ​ເລືອກ​ເອົາ single files (8) ແລະ​ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ດັ່ງ​ຮູບ​ລຸ່ມ​ນີ້​:



    ໃຫ້​ໃຊ້​ໜູ​ຄລິກ​ໃສ່​ປຸ່ມ Browse ຕົວ​ທໍາ​ອິດ​ ແລ້ວ​ໄປ​ຫາ​ໄຟລ໌​ຮູບ​ພື້ນ​ໜ້າ​ເວັບ​ໄຟລ໌​ທໍາ​ອິດ​ໃນ​ແຜ່ນ​ດິ​ສ​ແກັດ; ຄລິກ​ໃສ່​ປຸ່ມ Browse ຕົວ​ທີ​ສອງ... ໃຫ້​ດໍາ​ເນີນ​ການ​ຈົນ​ຄົບ ໄຟລ໌​ຮູບ​ພື້ນ​ໜ້າ​ເວັບ​ທັງ​ໝົດ. ຈາກ​ນັ້ນ​, ໃຫ້​ເລື່ອນ​ແຖບ​ເລື່ອນ​ດ້ານ​ຂ​ວາ​ມື​ລົງ​ມາ​, ຈາກ​ນັ້ນ​, ໃຫ້​ກົດ​ປຸ່ມ Upload ທີ່​ຢູ່​ດ້ານ​ລຸ່ມ​ຊ້າຍ​ມື. ຖ້າ​ທຸກ​ຢ່າງ​ຮຽບ​ຮ້ອຍ​, ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ຮູບ​ລຸ່ມ​ນີ້​:



    ໃຫ້​ໃຊ້​ໜູ​ກົດ​ປຸ່ມ Close ໃນ​ຮູບ​ຂ້າງ​ເທີງ​: ໜ້າ​ຈໍ​ຈະ​ກັບ​ໄປ Directory http://toubou88.tripod.com/picture/ ຊຶ່ງ​ເທື່ອ​ນີ້ ຈະ​ບັນ​ຈຸ​ດ້ວຍ​ ໄຟລ໌​ຮູບ​ພື້ນ​ທີ່​ເຮົາ​ໄດ້​ອັບ​ໂຫຼດ​ຂື້ນ​ໄວ້​ກ່ອນ​ໜ້າ​ນີ້. ໃຫ້​ໃຊ້​ໜູ​ກົດ​ປຸ່ມ Up ທີ່​ຢູ່​ໃນ​ແຖບ​ຫົວ​ຂໍ້​ດ້ານ​ຊ້າຍ​ມື (ດ້ານ​ຊ້າຍ​ມື​ຂອງ​ຫົວ​ຂໍ້ Name) ເພື່ອ​ຂື້ນ​ໄປ​ເທີງ​ 1 ລະ​ດັບ (ໝາຍ​ຄວາມ​ວ່າ​ໄປ Directory http://toubou88.tripod.com/). ຈາກ​ນັ້ນ​, ໃຫ້​ກົດ​ປຸ່ມ Log Out ເພື່ອ​ຢຸດ​ຕິ​ການ​ ແລະ​ສຸດ​ທ້າຍ​ໃຫ້​ປິດ Mozilla.

    ໃຫ້​ເອີ້ນ​ໃຊ້ Internet Explorer ເພື່ອ​ທໍາ​ການ​ທົດ​ສອບ​ເບີ່ງ​ວ່າ​ ໜ້າ​ເວັບ​ຕ່າງໆ​ທີ່​ພວກ​ເຮົາ​ໄດ້​ທໍາ​ການ​ອັບ​ໂຫຼດ​ຂື້ນ​ໄປ​ໄວ້​ເທີງ​ອິນ​ ເຕີ​ເນັດ​ໃຊ້​ໄດ້​ຫຼື​ບໍ່​ ດ້ວຍ​ການ​ພິມ​ເຂົ້າ​ໃນ​ປ່ອງ Address ດັ່ງ​ນີ້​:

    http://toubou88.tripod.com ແລ້ວ​ກົດ Enter. ໃຫ້​ໄປ​ສໍາ​ຫຼວດ​ເບີ່ງ​ໜ້າ​ເວັບ​ຕ່າງໆ​ຂອງ​ເວັບ​ໄຊ​ນີ້​, ເພື່ອ​ຊອກ​ຫາ​ຈຸດ​ບົກ​ຜ່ອງ​ຕ່າງໆ​ ບໍ່​ວ່າ​ຈະ​ແມ່ນ​ເນື້ອ​ໃນ​/ຂໍ້​ຄວາມ​, ການ​ຈັດ​ວາງ​ຂໍ້​ຄວາມ ແລະ​ການ​ເຊື່ອມ​ຕໍ່​ຕ່າງໆ. ຖ້າ​ເຮົາ​ຕ້ອງ​ການ​ແກ້​ໄຂ​/ດັດ​ແປງ​ບາງ​ສິ່ງ​ບາງ​ຢ່າງ, ໃຫ້​ທໍາ​ການ​ດັດ​ແປງ​ຢູ່​ຕົ້ນ​ສະ​ບັບ​, ແລ້ວ​ຈຶ່ງ​ທໍາ​ການ​ການ​ອັບ​ໂຫຼດ​ຂື້ນ​ໄປ​ເຕັງ​ຂອງ​ເດີມ​ທີ່​ຢູ່​ເທີງ​ເວັບ.

ກັບຄືນໄປຕອນຕົ້ນຂອງໜ້າ