ການຂຽນເວັບໄຊພາສາລາວ ຫນ້າ  5
| ກັບຄືນໄປເວັບໜ້າທຳອິດ | ກັບໄປໜ້າ "ເລື່ອງຕ່າງໆກ່ຽວກັບຄອມພິວເຕີ" |
ການຂຽນເວັບໄຊພາສາລາວ ໜ້າ: | 1 | 2 | 3 | 4 | 5 | 6 | 7 | 8 | 9 | 10 | 11 | 12 |

ບາດ​ນີ້, ເຮົາ​ຈະ​ມາ​ເລີ່ມ​ຕົ້ນ​ສ້າງ​ໜ້າ​ເວັບ​ທີ 2 ຊຶ່ງ​ອີງ​ຕາມ​ໜ້າ​ເວັບ​ທຳ​ອິດ​ທີ່​ໄດ້​ສ້າງ​ສຳ​ເລັດ​ໄປ​ກ່ອນ​ໜ້າ​ນີ້ ຈະ​ມີ​ເນຶ້ອ​ໃນ​ກ່ຽວ​ກັບ ລະ​ບົບ​ປະ​ຕິ​ບັດ​ການ ແລະ​ຊອບ​ແວ (ໂປຣ​ແກຣມ​ນຳ​ໃຊ້) ທີ່​ຈຳ​ເປັນ.
    ເຮົາ​ມາ​ເລີ່ມ​ຕົ້ນ​ກັນ ດ້ວຍ​ການ​ແລ່ນ Mozilla, ຄລິກ​ໃສ່​ຮູບ​ເຄື່ອງ​ຫມາຍ​ສັນ​ຍາ​ລັກ​ຂອງ Composer ຢູ່​ດ້ານ​ລຸ່ມ​ຊ້າຍ​ມື​ຂອງ​ຈໍ ເພື່ອ​ເລີ່ມ​ຕົ້ນ​ສ້າງ​ໜ້າ​ເວັບ. ຢູ່​ແຖບ​ເມ​ນູ, ໃຫ້​ໄປ File --> Recent Pages --> ການ​ຂຽນ​ເວັບ​ໄຊ​ພາ​ສາ​ລາວ (File:///C:/mylaoweb/index.htm). ນີ້​ແມ່ນ​ການ​ໂຫຼດ​ເອົາ​ໜ້າ​ເວັບ​ທີ່​ເຮົາ​ໄດ້​ຂຽນ​ສຳ​ເລັດ​ໄປ​ແລ້ວ ຂື້ນ​ມາ​ໃຊ້ ເພື່ອ​ເປັນ​ຖານ​ໃຫ້​ແກ່​ການ​ສ້າງ​ໜ້າ​ເວັບ​ໃຫມ່ ໂດຍ​ບໍ່​ຕ້ອງ​ເລີ່ມ​ຕົ້ນ​ຈາກ​ສູນ.
    ເມື່ອ Composer ເອີ້ນ​ເອົາ
C:/mylaoweb/index.htm ຂື້ນ​ມາ​ປາ​ກົດ​ຢູ່​ໃນ​ໜ້າ​ຈໍ​ແລ້ວ, ໃຫ້​ຄລິກ Ctrl + a ເພື່ອ​ເລືອກ​ເອົາ​ຂໍ້​ຄວາມ​ທັງ​ຫມົດ, ຈາກ​ນັ້ນ​ໃຫ້​ກົດ​ປຸ່ມ Delete ທີ່​ຢູ່​ໃນ​ແປ້ນ​ພິມ ເພື່ອ​ລຶບ​ຂໍ້​ຄວາມ​ທັງ​ຫມົດ​ຖີ້ມ ແລະ​ເຮົາ​ຈະ​ໄດ້​ໜ້າ​ເວັບ​ເປົ່າ ທີ່​ຍັງ​ມີ​ພື້ນ​ເປັນ​ສີ​ເຫຼືອງ. ຈາກ​ນັ້ນ, ໃຫ້​ຄລິກ​ປຸ່ມ <HTML> Source ເພື່ອ​ເຂົ້າ​ໄປ​ແປງ​ຂໍ້​ມູນ​ບາງ​ປະ​ການ​ຄື: ໃຫ້​ປ່ຽນ​ຂໍ້​ຄວາມ <title>ການ​ຂຽນ​ເວັບ​ໄຊ​ພາ​ສາ​ລາວ</title> ໃຫ້​ກາຍ​ເປັນ <title>ລະ​ບົບ​ປະ​ຕິ​ບັດ​ ການ ແລະ​ຊອບ​ແວ (ໂປຣ​ແກຣມ​ນຳ​ໃຊ້) ທີ່​ຈຳ​ເປັນ</title>. ຈາກ​ນັ້ນ, ໃຫ້​ກົດ​ປຸ່ມ Normal ເພື່ອ​ກັບ​ຄືນ​ມາ​ໜ້າ​ປົກ​ກະ​ຕິ​ຂອງ​ໂປຣ​ແກຣມ Composer.
    ເພື່ອ​ປ້ອງ​ກັນ​ຄວາມ​ຜິດ​ພາດ​ທີ່​ອາດ​ເກີດ​ມີ​ຂື້ນ ແບບ​ວ່າ​ໜ້າ​ເປົ່າ​ນີ້​ອາດ​ຖືກ​ຫຼົງ​ໄປ Save ທັບ
C:/mylaoweb/index.htm ທີ່​ເຮົາ​ໄດ້​ສ້າງ​ໄວ້​ກ່ອນ​ນີ້; ໃຫ້​ໄປ File --> Save As... ແລ້ວ​ໃຫ້​ຕັ້ງ​ຊື່​ຂອງ​ໜ້າ​ເວັບ​ເປົ່າ​ນີ້​ວ່າ op_soft.htm ແລ້ວ​ກົດ​ປຸ່ມ Save (ຕ້ອງ​ໃຫ້​ແນ່​ໃຈ​ວ່າ ໄຟລ໌​ດັ່ງ​ກ່າວ​ຖືກ​ເຊັບ​ໄວ້​ໃນ C:/mylaoweb/).
    ບາດ​ນີ້, ໃຫ້​ພິມ​ຂໍ້​ຄວາມ​ທີ່​ເປັນ​ພາ​ສາ​ລາວ ແລ້ວ​ປັບ​ແຕ່ງ​ຕົວ​ອັກ​ສອນ ແລະ​ລັກ​ສະ​ນະ​ການ​ສະ​ແດງ​ຢູ່​ເທີງ​ໜ້າ​ຈໍ ໃຫ້​ເປັນ​ຄື​ດັ່ງ​ຮູບ​ທີ່​ນຳ​ສະ​ເໜີ​ຢູ່​ຂ້າງ​ລຸ່ມ​ນີ້:



ໃຫ້​ພິມ​ດັ່ງ​ທີ່​ເຫັນ​ໃນ​ຮູບ​ຂ້າງ​ເທີງ ແລ້ວ​ຈັດ​ກຸ່ມ​ຕົວ​ໜັງ​ສື​ໃຫ້​ຢູ່​ກາງ​ຈໍ, ເຕັມ​ຈໍ (ພຽງ​ຊ້າຍ-ພຽງ​ຂວາ- Align Justify). ການ​ພິມ​ຂໍ້​ຄວາມ​ທີ່​ເປັນ​ວັກ (Paregraph), ບໍ່​ໃຫ້​ກົດ Enter ຢູ່​ທ້າຍ​ແຖວ: ໃຫ້​ພິມ​ຕໍ່​ໄປ​ຈົນ​ຈົບ​ວັກ​ຈຶ່ງ​ກົດ Enter. ຖ້າ​ຂໍ້​ຄວາມ​ໃນ​ແຕ່​ລະ​ແຖວ ຫາກ​ມີ​ຍະ​ຫວ່າງ​ກ້ວາງ​ເກີນ​ໄປ, ຢ່າ​ຟ້າວ​ໄປ​ສົນ​ໃຈ​ມັນ: ໃຫ້​ພິມ​ໄປ​ຈົນ​ຈົບ ຈຶ່ງ​ຄ່ອຍ​ມາ​ຈັດ​ການ​ມັນ​ຕາມ​ຫຼັງ. (ຖ້າ​ທ່ານ​ບໍ່​ສະ​ດວກ​ທີ່​ຈະ​ພິມ​ຕາມ​ຂໍ້​ຄວາມ​ຂ້າງ​ເທີງ​ທັງ​ຫມົດ, ໃຫ້​ພິມ​ແຕ່ 3-4 ແຖວ​ກໍ່​ໄດ້). ການ​ຫຍໍ້​ໜ້າ​ຢູ່​ຕອນ​ຕົ້ນ​ຂອງ​ວັກ​ໃຫມ່, ໃຫ້​ກົດ​ແປ້ນ​ພິມ Tab ໜຶ່ງ​ຄັ້ງ.
ວິທີການແກ້ໄຂບໍ່ໃຫ້ເກີດມີຊ່ອງຫວ່າງລະຫວ່າງຂໍ້ຄວາມທີ່ກ້ວາງເກີນໄປ:
ຖ້າ​ເຮົາ​ກຳ​ນົດ​ໃຫ້​ວັກ​ໃດ​ວັກ​ໜຶ່ງ​ໃຫ້​ຈັດ​ວາງ​ແບບ Align Justify, ຂໍ້​ຄວາມ​ໃນ​ແຕ່​ລະ​ແຖວ​ຂອງ​ວັກ ຈະ​ຍືດ​ອອກ​ເຕັມ​ຄວາມ​ກ້ວາງ​ຂອງ​ໜ້າ​ຈໍ ເຊີ່ງ​ຈະ​ກໍ່​ໃຫ້​ເກີດ​ຊ່ອງ​ຫວ່າງ​ໃນ​ລະ​ຫວ່າງ​ຂໍ້​ຄວາມ​ທີ່​ກ້ວາງ​ເກີນ​ໄປ. ຢາກ​ໃຫ້​ຕົວ​ໜັງ​ສື​ມີ​ການ​ຈັດ​ວາງ​ໃນ​ລັກ​ສະ​ນະ​ທີ່​ເປັນ​ຕາ​ເບີ່ງ, ບໍ່​ວ່າ​ໜ້າ​ຈໍ​ຈະ​ຖືກ​ປັບ​ໃຫ​້ມີ​ຂະ​ໜາດ​ນ້ອຍ-​ໃຫຍ່​ເທົ່າ​ໃດ​ກໍ່​ຕາມ, ຄວນ​ຕ້ອງ​ມີ​ການ​ແຊກ​ພະ​ຍາງ ທີ່​ເປັນ​ຄວາມ​ລາວ​ດ້ວຍ​ໂຄດ​ແຍກ​ພະ​ຍາງ (Shift + ຜ) ໃສ່​ໃນ​ແຕ່​ລະ​ພະ​ຍາງ. ໃນ​ປັດ​ຈຸ​ບັນ ຍັງ​ບໍ່​ທັນ​ມີ​ໂປຣ​ແກຣມ​ແຊກ​ພະ​ຍາງ​ໂດຍ​ອັດ​ຕະ​ໂນ​ມັດ​ເທື່ອ, ດັ່ງ​ນັ້ນ, ຜູ້​ທີ່​ຂຽນ​ເວັບ​ຈື່ງ​ຈຳ​ເປັນ​ຕ້ອງ​ແຊກ​ໂຄດ​ແຍກ​ພະ​ຍາງ​ເຂົ້າ​ແຕ່​ລະ​ພະ​ ຍາງ​ດ້ວຍ​ມື. ໃຫ້​ດຳ​ເນີນ​ການ​ແຊກ​ໂຄດ​ແຍກ​ພະ​ຍາງ ໂດຍ​ເລີ່ມ​ຕົ້ນ​ຈາກ​ຂໍ້​ຄວາມ​ທຳ​ອິດ ຈົນ​ຮອດ​ຂໍ້​ຄວາມ​ສຸດ​ທ້າຍ ໂດຍ​ໃຊ້​ແປ້ນ​ພິມ​ບັນ​ຊາ​ລູກ​ສອນ  (cursor -->)ດ້ວຍ​ມື​ຂວາ ແລ້ວ​ຫຍັບ​ໄປ​ແຕ່​ລະ​ພະ​ຍາງ​ຂອງ​ຕົວ​ໜັງ​ສື​ລາວ ແລ້ວ​ໃຊ້​ມື​ຊ້າຍ​ກົດ
Shift + ຜ, ເລື່ອນ​ໄປ​ຕໍ່​ພະ​ຍາງ​ໃຫມ່ ແລ້ວ​ກົດ Shift + ຜ ແລະ​ຕໍ່ໆ​ໄປ. ຖ້າ​ທ່ານ​ໄດ້​ແຊກ​ໂຄດ​ແຍກ​ພະ​ຍາງ ຂັ້ນ​ແຕ່​ລະ​ພະ​ຍາງ, ຂໍ້​ຄວາມ​ທີ່​ທ່ານ​ໄດ້​ພິມ​ຜ່ານ​ມາ ຈະ​ເປັນ​ຄື​ດັ່ງ​ຮູບ​ຂ້າງ​ເທີງ. ເມື່ອ​ດຳ​ເນີນ​ການ​ຕ່າງໆ​ສຳ​ເລັດ​ແລ້ວ, ໃຫ້​ກົດ​ຮູບ​ສັນ​ຍາ​ລັກ Save ເພື່ອ​ທຳ​ການ​ເຊັບ​ໄຟລ໌​ດັ່ງ​ກ່າວ ໃຫ້​ໄປ​ທັບ C:\mylaoweb\op_soft.htm ທີ່​ເຮົາ​ໄດ້​ເຊັບ​ມ້ຽນ​ກ່ອນ​ໜ້າ​ນີ້.

ກັບຄືນໄປຕອນຕົ້ນຂອງໜ້າ