ການຂຽນເວັບໄຊພາສາລາວ ຫນ້າ  10
| ກັບຄືນໄປເວັບໜ້າທຳອິດ | ກັບໄປໜ້າ "ເລື່ອງຕ່າງໆກ່ຽວກັບຄອມພິວເຕີ" |
ການຂຽນເວັບໄຊພາສາລາວ ໜ້າ: | 1 | 2 | 3 | 4 | 5 | 6 | 7 | 8 | 9 | 10 | 11 | 12 |

 IV. ການ​ຂໍ​ເນື້ອ​ທີ່​ຝາກ​ເວັບ​ໄຊ​ເທີງ​ອິນ​ເຕີ​ເນັດ ແລະ​ຂໍ Domaine Name ໂດຍ​ບໍ່​ຕ້ອງ​ເສຍ​ເງິນ​
    ຫຼັງ​ຈາກ​ທີ່​ໄດ້​ສ້າງ​ໜ້າ​ເວັບ​ທີ່​ຈໍາ​ເປັນ​ຕ່າງໆ​ໄວ້​ໃນ​ C:\mylaoweb\, ຊຶ່ງ​ມີ​ຄວາມ​ສົມ​ບູນ​ພຽງ​ພໍ ທີ່​ຈະ​ສົ່ງ​ຂື້ນ​ໄປ​ໄວ້​ເທີງ​ອິນ​ເຕີ​ເນັດ; ຮອດ​ຈຸດ​ນີ້​, ພວກ​ເຮົາ​ຈະ​ມາ​ດໍາ​ເນີນ​ການ​ໃນ​ສິ່ງ​ທີ່​ວ່າ​ນີ້. ສໍາ​ລັບ​ທ່ານ​ທີ່​ບໍ່​ໄດ້​ຈອງ​ອິນ​ເຕີ​ເນັດ​ໃຊ້​ເປັນ​ການ​ສ່ວນ​ຕົວ​, ໃຫ້​ສໍາ​ເນົາ​ໄຟລ໌​ຕ່າງໆ​ (ຊຶ່ງ​ປະກອບ​ມີ 6 ໜ້າ​ເວັບ ແລະ 1 directory/Folder ຊື່ picture ທີ່​ມີ 7 ຮູບ​ພາບ​) ລົງ​ໃນ​ແຜ່ນ​ດິ​ສ​ແກັດ ແລ້ວ​ຖື​ໄປ​ຮ້ານ​ອິນ​ເຕີ​ເນັດ (ໃຫ້​ເລືອກ​ໃຊ້​ເຄື່ອງ​ທີ່​ມີ​ Mozilla 1.4 ຫຼື 1.5, ແລະ​ໃຫ້​ສອບ​ຖາມ​ເຈົ້າ​ຂອງ​ຮ້ານ​ວ່າ​ເຄື່ອງ​ດັ່ງ​ກ່າວ​ມີ​ narin.ttf ແລະ narinbd.ttf ຫຼື​ບໍ່; ຖ້າ​ບໍ່​ມີ​, ໃຫ້​ລົມ​ນໍາ​ເຈົ້າ​ຂອງ​ຮ້ານ​ໃຫ້​ເຂົາ​ເຈົ້າ​ຕິດ​ຕັ້ງ​ໃຫ້. Mozilla, ດາວ​ໂຫຼດ​ໄດ້​ຈາກ​ http://www.mozilla.org; ຟອນ narin, ດາວ​ໂຫຼດ​ໄດ້​ຈາກ​ https://narinsakkraj.tripod.com/dwlnarin.htm). ສໍາ​ລັບ​ເວັບ​ໄຊ​ທີ່​ເຮົາ​ສາ​ມາດ​ຂໍ​ເນື້ອ​ທີ່​ໂດຍ​ບໍ່​ຕ້ອງ​ເສຍ​ເງິນ ແມ່ນ​ມີ​ຫຼາຍໆ​ເຈົ້າ; ແຕ່​ໃນ​ບົດ​ນີ້​, ຂ້າ​ພະ​ເຈົ້າ​ຈະ​ຂໍ​ສະ​ເໜີ​ແຕ່​ພຽງ​ເຈົ້າ​ດຽວ​ຄື http://www.tripod.com ເພາະ​ເວັບ​ໄຊ​ຂອງ​ຂ້າ​ພະ​ເຈົ້າ ກໍ່​ຝາກ​ໄວ້​ທີ່​ນີ້. ການ​ສະ​ເໜີ​ຢູ່​ຂ້າງ​ລຸ່ມ​ນີ້​, ຂ້າ​ພະ​ເຈົ້າ​ໃຊ້ Mozilla 1.5 (Beta) ເປັນ​ຕົວ​ທ່ອງ​ເວັບ ແລະ​ໃຊ້ Windows 98 ເປັນ​ລະ​ບົບ​ປະ​ຕິ​ບັດ​ການ; ຖ້າ​ທ່ານ​ໃຊ້​ລະ​ບົບ​ປະ​ຕິ​ບັດ​ການ​ອື່ນໆ​, ອາດ​ຈະ​ເຫັນ​ແຕກ​ຕ່າງ​ກັນ​ແດ່​ເລັກ​ນ້ອຍ.
    ໃຫ້​ເຂົ້າ​ໃຊ້​ອິນ​ເຕີ​ເນັດ; ຢູ່​ປ່ອງ​ Address, ໃຫ້​ພິມ http://www.tripod.com ແລ້ວ​ກົດ​ປຸ່ມ Enter, ເຮົາ​ຈະ​ໄດ້​ໜ້າ​ຈໍ​ຄ້າຍ​ຄື​ຮູບ​ລຸ່ມ​ນີ້​:



    ຢູ່​ແຖບ​ດ້ານ​ເທີງ​ຂອງ​ໜ້າ​ເວັບ​, ໃຫ້​ໃຊ້​ໜູ​ຄລິກ​ໃສ່​ປຸ່ມ​ສີ​ຂາວ​ SIGN UP ເພື່ອ​ເລີ່ມ​ຕົ້ນ​ການ​ຈອງ​ເນື້ອ​ທີ່; ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄຶ​ຮູບ​ລຸ່ມ​ນີ້​ (ຖ້າ​ທ່ານ​ບໍ່​ເຫັນ​ຄື​ຮູບ​ດ້ານ​ລຸ່ມ​, ໃຫ້​ເລື່ອນ​ແຖບ​ເລື່ອນ​ດ້ານ​ຂ​ວາ​ມື​ລົງ​ລຸ່ມ ປະ​ມານ​ເຄີ່ງ​ໜຶ່ງ​):



     ໃຫ້​ໃຊ້​ໜູ​ຄລິກ​ຢູ່​ຂໍ້​ຄວາມ​ Sign UP ທີ່​ຮູບ​ຂ້າງ​ເທີງ​ຂີດ​ອ້ອມ​ດ້ວຍ​ສີ​ແດງ​ (ຢູ່​ໜ້າ​ເວັບ​ຕົວ​ຈິງ​, ທ່ານ​ຈະ​ບໍ່​ເຫັນ​ວົງ​ມົນ​ສີ​ແດງ​ນີ້​), ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ດັ່ງ​ລຸ່ມ​ນີ້​:



    ອີງ​ຕາມ​ຮູບ​ຂ້າງ​ເທີງ​, ໃຫ້​ປ້ອນ​ຂໍ້​ມູນ​ຕ່າງໆ​ໃສ່​ຕາມ​ກໍ​ລະ​ນີ​ຂອງ​ທ່ານ; ຫຼັງ​ຈາກ​ນັ້ນ ໃຫ້​ກົດ ປຸ່ມ I Agree. ຖ້າ​ທຸກ​ຢ່າງ​ຮຽບ​ຮ້ອຍ​, ພວກ​ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່ ທີ່​ຄ້າຍ​ຄື​ຮູບ​ລຸ່ມ; ຖ້າ​ມີ​ບັນ​ຫາ​, ໜ້າ​ຈໍ​ຂ້າງ​ເທີງ​ຈະ​ປາ​ກົດ​ຂື້ນ​ອີກ ເພື່ອ​ໃຫ້​ທ່ານ​ແປງ ຫຼື​ຕື່ມ​ຂໍ້​ມູນ​ ໃສ່​ບ່ອນ​ທີ່​ມີ​ຕົວ​ອັກ​ສອນ​ສີ​ແດງ​ປາ​ກົດ​ຂື້ນ.



     ເມື່ອ​ໄດ້​ຄື​ໜ້າ​ຈໍ​ຂ້າງ​ເທີງ​, ໃຫ້​ໃຊ້​ໜູ​ຄລິກ​ໃສ່​ບ່ອນ​ຂໍ້​ຄວາມ​ Activate your account and start building! ແລະ​ຈະ​ມີ​ໜ້າ​ຈໍ​ໃໝ່​ຄຶ​ດັ່ງ​ລຸ່ມ​ນີ້​:



    ໃຫ້​ໃຊ້​ໜູ ຄລິກ​ໃສ່​ຂໍ້​ຄວາມ​ສີ​ຟ້າ​  click here ຂອງ​ຮູບ​ຂ້າງ​ເທີງ ເພື່ອ​ເລີ່ມ​ຕົ້ນ​ການ​ສ້າງ​ເວັບ​ໄຊ​ຢູ່​ເທີງ​ອິນ​ເຕີ​ເນັດ​, ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ລຸ່ມ​ນີ້​:



     ຮອດ​ຈຸດ​ນີ້​, ພວກ​ເຮົາ​ຈະ​ຍັງ​ບໍ່​ທັນ​ດໍາ​ເນີນ​ການ​ອັນ​ໃດ​ຕື່ມ​: ໃຫ້​ໃຊ້​ໜູ​ກົດ​ປຸ່ມ​ສີ​ຂາວ LOG OUT ເພື່ອ​ອອກ​ຈາກ Tripod/Lycos; ເມື່ອ​ໄດ້​ໜ້າ​ຈໍ​ໃໝ່​, ໃຫ້​ທໍາ​ການ​ປິດ Mozilla. ທີ່​ຜ່ານ​ມາ​ທັງ​ໝົດ​, ພວກ​ເຮົາ​ໄດ້​ທໍາ​ການ​ຈອງ​ເນື້ອ​ທີ່​ເພື່ອ​ຝາກ​ເວັບ​ໄຊ​ນໍາ Tripod ແຕ່​ຍັງ​ບໍ່​ທັນ​ໄດ້​ສົ່ງ​ໜ້າ​ເວັບ​ໃດໆ​ຂື້ນ​ໄປ​ເທື່ອ. ພວກ​ເຮົາ​ຈະ​ດໍາ​ເນີນ​ການ​ດັ່ງ​ກ່າວ​ໃນ​ຄັ້ງ​ໜ້າ.

ກັບຄືນໄປຕອນຕົ້ນຂອງໜ້າ