ການຂຽນເວັບໄຊພາສາລາວ ຫນ້າ  7
| ກັບຄືນໄປເວັບໜ້າທຳອິດ | ກັບໄປໜ້າ "ເລື່ອງຕ່າງໆກ່ຽວກັບຄອມພິວເຕີ" |
ການຂຽນເວັບໄຊພາສາລາວ ໜ້າ: | 1 | 2 | 3 | 4 | 5 | 6 | 7 | 8 | 9 | 10 | 11 | 12 |

ກ່ອນ​ໜ້າ​ນີ້​, ຂ້າ​ພະ​ເຈົ້າ​ໄດ້​ສະ​ເໜີ​ໃຫ້​ໄປ​ດາວ​ໂຫຼດ​ເອົາ​ພາບ​ມາ​ຈາກ​ອິນ​ເຕີ​ເນັດ​ ເພື່ອ​ຈະ​ມາ​ໃຊ້​ເປັນ​ພຶ້ນ​ຂອງ​ໜ້າ​ເວັບ. ເພື່ອ​ບໍ່​ໃຫ້​ເກີດ​ຄວາມ​ສັບ​ສົນ​ ໃນ​ການ​ອ້າງ​ອິງ​ເຖີງ​ໄຟລ໌​ພາບ​ຕ່າງໆ​ທີ່​ສະ​ເໜີ​ໃນ​ບົດ​ຄວາມ​ນີ້​, ທ່ານ​ສາ​ມາດ​ດາວ​ໂຫຼດ​ເອົາ​ຮູບ​ພາບ​ເຫຼົ່າ​ນັ້ນ ຈາກ​ທີ່​ນີ້​: ດາວ​ໂຫຼດ​ພາບ (picture.zip - 202 Kb). ໄຟລ໌​ທີ່​ທ່ານ​ດາວ​ໂຫຼດ​ໄປ ຈະ​ເປັນ Zip ໄຟ​ລ໌; ໃຫ້​ຄາຍ​ໄຟລ໌​ລົງ​ໄປ​ໄວ້​ໃນ​ C:\mylaoweb\picture\. ຈາກ​ນັ້ນ​ໃຫ້​ທໍາ​ການ​ສ້າງ​ໜ້າ​ເວັບ​ເປົ່າ​ຕົວ​ໃໝ່​, ເຂົ້າ​ໄປ​ <HTML> Source, ຢູ່​ບ່ອນ <title>...</title> ໃຫ້​ປ່ຽນ​ເປັນ​ <title>ການ​ນໍາ​ເອົາ​ຮູບ​ພາບ​ເຂົ້າ​ໃສ່​ໜ້າ​ເວັບ​</title>. ຂັ້ນ​ຕອນ​ຕໍ່​ມາ​, ໃຫ້​ທໍາ​ການ​ພິມ​-ປັບ​ການ​ຈັດ​ວາງ​ຂອງ​ຕົວ​ໜັງ​ສື ແລະ​ແຊກ​ໂຄດ​ແຍກ​ພະ​ຍາງ. ສຸດ​ທ້າຍ​ໃຫ້​ເຊັບ​ມ້ຽນ​ໃນ C:\mylaoweb\ ໂດຍ​ໃຫ້​ຕັ້ງ​ຊື່​ວ່າ insertpic.htm.



    ບາດ​ນີ້​, ເຣົາ​ຈະ​ມາ​ປ່ຽນ​ສີ​ພື້ນ​ຂອງ​ໜ້າ​ເວັບ​ຕ່າງໆ​ທີ່​ເຮົາ​ໄດ້​ສ້າງ​ໄວ້​ກ່ອນ​ ໜ້າ​ນີ້. ໃຫ້​ໂຫຼດ​ເອົາ C:\mylaoweb\index.htm ຂື້ນ​ມາ​ໃນ​ໜ້າ Composer ຂອງ Mozilla. ຢູ່​ແຖບ​ເມ​ນູ​, ໃຫ້​ໄປ Format --> Page Colors and Background...; ໃຫ້​ຄລິກ​ໃສ່​ປຸ່ມ Choose File ແລ້ວ​ໄປ​ຊອກ​ດືງ​ເອົາ thatluang.jpg ທີ່​ຢູ່​ໃນ​ C:\mylaoweb\picture\ ແລ້ວ​ໃຫ້​ກົດ​ປຸ່ມ Open ແລະ OK ຕາມ​ລໍາ​ດັບ. ຈາກ​ນີ້​, ເຮົາ​ຈະ​ໄດ້ ພື້ນ​ໜ້າ​ເວັບ​ທີ່​ເປັນ​ຮູບ​ທາດ​ຫຼວງ​ສີ​ເທົາ​ຈາງໆ. ເພື່ອ​ໃຫ້​ແນ່​ໃຈ​ວ່າ​ ໜ້າ​ເວັບ​ດັ່ງ​ກ່າວ ໄປ​ເອີ້ນ​ເອົາ thatluang.jpg ມາ​ເປັນ​ຮູບ​ພື້ນ​ຂອງ​ໜ້າ​ເວັບ​ໂດຍ​ອີງ​ຕາມ​ທີ່​ຕັ້ງ​ຂອງ​ໜ້າ​ເວັບ​ນີ້​, ໃຫ້​ໄປກ​ວດ​ຄືນ​ເບີ່ງ​ອີກ​ເທື່ອ​ໜຶ່ງ​: Format --> Page Colors and Background...; ຢູ່​ປ່ອງ​ນ້​ອຍໆ​ສີ​ຂາວ​ໜ້າ​ຂໍ້​ຄວາມ "URL is relative to page location", ມີ​ເຄື່ອງ​ໝາຍ​ຖືກ ໝາຍ​ໄວ້​ຫຼື​ບໍ່? ຖ້າ​ບໍ່​ມີ, ໃຫ້​ຄລິກ​ໃສ່​ປ່ອງ​ດັ່ງ​ກ່າວ ເພື່ອ​ໃຫ້​ມີ​ເຄື່ອງ​ໝາຍ​ຖືກ​ປາ​ກົດ​ຂື້ນ ຈາກ​ນັ້ນ​ໃຫ້​ກົດ​ OK. ສາ​ເຫດ​ທີ່​ຈໍາ​ເປັນ​ຕ້ອງ​ໄປກ​ວດ​ຄືນ​ ກໍ່​ເພື່ອ​ຈຸດ​ປະ​ສົງ​ບໍ່​ໃຫ້​ເກີດ​ກໍ​ລະ​ນີ​ທີ່​ຊອກ​ຫາ​ຮູບ​ດັ່ງ​ກ່າວ​ບໍ່​ ເຫັນ​ເມື່ອ​ນໍາ​ເອົາ​ໜ້າ​ເວັບ​ ແລະ​ໄຟລ໌​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ໄປ​ຝາກ​ໄວ້​ນໍາ​ຜູ້​ໃຫ້​ບໍ​ລິ​ການ​ຝາກ​ເນື້ອ​ ທີ່​ເວັບ​ຟຣີ. ຖ້າ​ເຮົາ​ບໍ່​ໄດ້​ເຂົ້າ​ໄປ​ປ່ຽນ​, ໜ້າ​ເວັບ​ນີ້ ຈະ​ທໍາ​ການ​ເອີ້ນ​ເອົາ thatluang.jpg ຈາກ C:\mylaoweb\picture\; ຜູ້​ທີ່​ເຂົ້າ​ຊົມ​ເວັບ​ໄຊ​ເຮົາ ຈະ​ມີ​  C:\mylaoweb\picture\thatluang.jpg ໃນ​ຄອມ​ພິວ​ເຕີ​ທີ່​ເຂົາ​ເຈົ້າ​ໃຊ້​ບໍ່? ແນ່ນອນ​ວ່າ ບໍ່​ມີ; ເມື່ອ​ບໍ່​ມີ​, thatluang.jpg ກໍ່​ບໍ່​ສາ​ມາດ​ຖືກ​ເອີ້ນ​ໄປ​ສະ​ແດງ​ເປັນ​ພື້ນ​ຂອງ​ໜ້າ​ເວັບ​ເຮົາ​ໄດ້. ດັ່ງ​ນັ້ນ​, ເມື່ອ​ມີ​ການ​ເອີ້ນ​ໃຊ້​ໄຟລ໌​ຕ່າງໆ​ໃນ​ໜ້າ​ເວັບ ຕ້ອງ​ໄປກ​ວດ​ຄືນ​ທຸ​ກໆ​ຄັ້ງ​ ເພື່ອ​ໃຫ້​ແນ່​ໃຈ​ວ່າ ໄຟລ໌​ເຫຼົ່າ​ນັ້ນ ມີ​ທີ່​ຢູ່ ທີ່​ມີ​ລັກ​ສະ​ນະ​ທຽບ​ຖານ (relative) ຈາກ​ທີ່​ຕັ້ງ​ຂອງ​ໜ້າ​ເວັບ​ທີ່​ເອີ້ນ​ໃຊ້​ພວກ​ມັນ (ບໍ່​ແມ່ນ​ຈາກ Hard Disk ຂອງ​ຄອມ​ພິວ​ເຕີ​ທີ່​ກໍາ​ລັງ​ຢ້ຽມ​ຊົມ​ໜ້າ​ເວັບ​ນັ້ນໆ​).
    ຖ້າ​ທ່ານ​ມີ​ຮູບ​ພາບ​ອື່ນໆ​ ທີ່​ຕ້ອງ​ການ​ໃຊ້​ເປັນ​ສ່ວນ​ປະກອບ​ຂອງ​ໜ້າ​ເວັບ index.htm ນີ້​, ທ່ານ​ສາ​ມາດ​ສໍາ​ເນົາ​ (copy) ຮູບ​ພາບ​ເຫຼົ່າ​ນັ້ນ ໄປ​ໄວ້​ໃນ C:\mylaoweb\picture\ ແລ້ວ​ແຊກ​ເຂົ້າ​ບ່ອນ​ໃດ​ບ່ອນ​ໜຶ່ງ​ທີ່​ທ່ານ​ຕ້ອງ​ການ​ໃນ​ໜ້າ​ເວັບ​ (ໃຫ້​ໃຊ້​ໜູ​ຄລິກ​ບ່ອນ​ໃດ​ບ່ອນ​ໜຶ່ງ​ທີ່​ທ່ານ​ຕ້ອງ​ການ​ເພື່ອ​ໃຫ້​ຕົວ​ກະ​ ພິບ​ໄປ​ຢູ່​ຕໍາ​ແໜ່ງ​ທີ່​ທ່ານ​ຕ້ອງ​ການ​ເສຍ​ກ່ອນ​, ຈາກ​ນັ້ນ​ໃຫ້​ໄປ Insert --> Image, ຈາກ​ນັ້ນ​ໃຫ້​ໄປ​ເລືອກ​ໄຟລ໌​ຮູບ​ພາບ​ທີ່​ທ່ານ​ໄດ້​ສໍາ​ເນົາ​ໄປ​ໄວ້​ກ່ອນ​ໜ້າ ​ນີ້; ກ່ອນ​ຈະ​ກົດ​ OK ໃຫ້​ຄລິກ​ໃສ່​ປຸ່ມ​ມົນໆ​ທີ່​ຢູ່​ໜ້າ​ຂໍ້​ຄວາມ Don't use alternate text). ຈາກ​ນັ້ນ​, ໃຫ້​ຄລິກ​ຂ​ວາ​ໃສ່​ຮູບ​, ເລືອກ Image Propoerties.. --> Appearance, ຢູ່​ປ່ອງ Align Text to Image, ລອງ​ປັບ​ປ່ຽນ​ເປັນ​ຄ່າ​ຕ່າງໆ​ ແລ້ວ​ມາ​ສັງ​ເກດ​ຜົນ​ຢູ່​ໜ້າ​ຈໍ. ເມື່ອ​ທ່ານ​ພໍ​ໃຈ​ໃນ​ການ​ຈັດ​ວາງ​ຮູບ​ພາບ​ໃນ​ໜ້າ​ຈໍ​ແລ້ວ​, ທ່ານ​ສາ​ມາດ​ເຊັບ​ໜ້າ​ເວັບ​ພາຍ​ໃຕ້​ຊື່​ເດີມ​ ແລະ​ໄປ​ດໍາ​ເນີນ​ການ​ຕໍ່​ໄປ​ກັບ​ໜ້າ​ເວັບ​ທີ່​ເຫຼືອ​ອື່ນໆ​ທີ່​ຍັງ​ບໍ່​ທັນ​ ມີ​ພື້ນ​ເປັນ​ຮູບ​ ຫຼື​ຍັງ​ບໍ່​ມີ​ພາບ​ປະກອບ​ເທື່ອ (ພາບ​ປະກອບ​ຕ່າງໆ​, ໃຫ້​ທ່ານ​ຊອກ​ມາ​ຕື່ມ​ໃສ່​ເອົາ​ເອງ​).

ກັບຄືນໄປຕອນຕົ້ນຂອງໜ້າ