ການຂຽນເວັບໄຊພາສາລາວ ຫນ້າ  9
| ກັບຄືນໄປເວັບໜ້າທຳອິດ | ກັບໄປໜ້າ "ເລື່ອງຕ່າງໆກ່ຽວກັບຄອມພິວເຕີ" |
ການຂຽນເວັບໄຊພາສາລາວ ໜ້າ: | 1 | 2 | 3 | 4 | 5 | 6 | 7 | 8 | 9 | 10 | 11 | 12 |

    ບາດ​ນີ້​, ພວກ​ເຮົາ​ຈະ​ມາ​ໃສ່ ການ​ເຊື່ອມ​ຕໍ່​ ເພື່ອ​ໃຫ້​ສາ​ມາດ​ທ່ອງ​ໄປ​ໜ້າ​ເວັບ​ຕ່າງໆ​ທີ່​ພວກ​ເຮົາ​ໄດ້​ສ້າງ​ຂື້ນ​ມາ​ ແລ້ວ. ກ່ອນ​ອື່ນ​, ໃຫ້​ທໍາ​ການ​ເອີ້ນ​ເອົາ​ໜ້າ​ເວັບ header_menu.htm ຂື້ນ​ມາ​ໃນ Composer. ພວກ​ເຮົາ​ຈະ​ດໍາ​ເນີນ​ການ​ຕາມ​ຂັ້ນ​ຕອນ​ຕ່າງໆ ທີ່​ສະ​ເໜີ​ຢູ່​ຂ້າງ​ລຸ່ມ​ນີ້​:
  1. ໃຊ້​ໜູ​ລາກ​ໃຫ້ກ​ວມ​ເອົາ​ຂໍ້​ຄວາມ "ກັບ​ຄືນ​ເວັບ​ໜ້າ​ທໍາ​ອິດ (ຈະ​ປາ​ກົດ​ແຖບ​ດໍາໆ​ ທີ່​ເບີ່ງ​ບໍ່​ຄ່ອຍ​ເຫັນ​ປານ​ໃດ​), ຄລິກ​ຂ​ວາ​ໃສ່​, ເລືອກ​ເອົາ Create Link... --> Choose File... ແລ້ວ​ໄປ​ຄລິກ​ໄວໆ​ສອງ​ຄັ້ງ​ໃສ່​ໄຟ​ລ໌ index.htm (ຕ້ອງ​ໃຫ້​ແນ່​ໃຈ​ວ່າ​ທ່ອງ​ໄປ​ໃນ Folder C:\mylaoweb\) ແລ້ວ​ກົດ OK. ຫຼັງ​ຈາກ​ກັບ​ຄືນ​ມາ​ໜ້າ​ Composer, ໃຫ້​ຄລິກ​ໃສ່​ບ່ອນ​ໃດ​ບ່ອນ​ໜຶ່ງນອກ​ຂໍ້​ຄວາມ "ກັບ​ຄືນ​ເວັບ​ໜ້າ​ທໍາ​ອິດ, ເຮົາ​ຈະ​ເຫັນ​ວ່າ ການ​ເຊື່ອມ​ຕໍ່​ທີ່​ເຮົາ​ສ້າງ​ຂື້ນ​ຫ​ວ່າງ​ໜຶ່ງ​ນີ້​, ເປັນ​ສີ​ຟ້າ​ຊື່ງ​ເບີ່ງ​ອອກ​ຍາກ​ເມື່ອ​ຢູ່​ເທີງ​ພື້ນ​ສີ​ຟ້າ​ແກ່. ເຮົາ​ຈະ​ທໍາ​ການ​ປ່ຽນ​ຂໍ້​ຄວາມ​ຂອງ​ການ​ເຊື່ອມ​ຕໍ່​ດັ່ງ​ກ່າວ​ໃຫ້​ເປັນ​ສີ​ ຂາວ​ ໂດຍ​ໃຫ້​ຄລິກ​ໃສ່​ປຸ່ມ <HTML> Source ແລ້ວ​ໄປ​ຊອກ​ຫາ​ ຂໍ້​ຄວາມ​ທີ່​ສະ​ເໜີ​ຂ້າງ​ລຸ່ມ​ນີ້​:
<a href="index.htm">ກັບ​ຄືນ​ເວັບ​ໜ້າ​ທໍາ​ອິດ​</a> | ລະ​ບົບ​
ແລະ​ຊອບ​ແວ​ທີ່​ໃຊ້ | ການ​ສ້າງ​

    ໃຫ້​ທໍາ​ການ​ແປງ​ຂໍ້​ຄວາມ​ທີ່​ເຫັນ​ຂ້າງ​ເທີງ ດ້ວຍ​ການ​ແຊກ​ຄໍາ​ສັ່ງ​ <font color="#ffffff"> ແລະ </font> ໃສ່​ລະ​ຫ​ວ່າງ​ຂໍ້​ຄວາມ​ "ກັບ​ຄືນ​ເວັບ​ໜ້າ​ທໍາ​ອິດ ຊຶ່ງ​ເຮົາ​ຈະ​ໄດ້ ຂໍ້​ຄວາມ​ຄື​ດັ່ງ​ລຸ່ມ​ນີ້​:
<a href="index.htm"><font color="#ffffff">ກັບ​ຄືນ​ເວັບ​ໜ້າ​ທໍາ​ອິດ​</font></a> | ລະ​ບົບ​
ແລະ​ຊອບ​ແວ​ທີ່​ໃຊ້ | ການ​ສ້າງ​
    ເມື່ອ​ປ່ຽນ​ສໍາ​ເລັດ​ແລ້ວ​, ໃຫ້​ຄລິກ​ໃສ່​ປຸ່ມ Normal ເພື່ອ​ເບີ່ງ​ຜົນ​ຢູ່​ໃນ​ໜ້າ Compose.
  1. ຕໍ່​ມາ​, ໃຫ້​ດໍາ​ເນີນ​ການ​ເໝືອນ​ກັບ​ຂັ້ນ​ຕອນ​ທີ 1, ເພື່ອ​ສ້າງ​ການ​ເຊື່ອມ​ຕໍ່​ໄປ​ຫາ​ໜ້າ "ລະ​ບົບ ແລະ​ຊອບ​ແວ​ທີ່​ໃຊ້, "ການ​ສ້າງ​ Folder/Directory", "ການ​ນໍາ​ເອົາ​ຮູບ​ພາບ​ເຂົ້າ​ໃສ່​ໜ້າ​ເວັບ, ການ​ສ້າງ​ແຖບ​ຫົວ​ຂໍ້​/ເມ​ນູ; ສໍາ​ລັບ​ໜ້າ "ການ​ສ້າງ​ການ​ເຊື່ອມ​ຕໍ່, ເຮົາ​ຍັງ​ບໍ່​ທັນ​ໄດ້​ສ້າງ​ໜ້າ​ເວັບ​ຂອງ​ມັນ​ເທື່ອ​: ເຮົາ​ຈະ​ກັບ​ຄືນ​ມາ​ສ້າງ​ການ​ເຊື່ອມ​ຕໍ່​ຫາ​ໜ້າ​ນີ້​ໃນ​ພາຍ​ຫຼັງ​, ຫຼັງ​ຈາກ​ທີ່​ສ້າງ​ໜ້າ​ "ການ​ສ້າງ​ການ​ເຊື່ອມ​ຕໍ່ ສໍາ​ເລັດ​ແລ້ວ​ (ການ​ເອີ້ນ​ເອົາ​ໜ້າ​ເວັບ​ໃນ​ວີ​ວັດ​ການ​ສ້າງ​ການ​ເຊື່ອມ​ຕໍ່​, ຕ້ອງ​ເອີ້ນ​ເອົາ​ໃນ Folder C:\mylaoweb\ ແລະ​ຕ້ອງ​ເປັນ​ໜ້າ​ເວັບ​ທີ່​ກົງ​ກັບ​ຊື່​ຂອງ​ການ​ເຊື່ອມ​ຕໍ່​).
  2.  ທໍາ​ການ​ເຊັບ header_menu.htm ໄວ້.
    ຮອດ​ຈຸດ​ນີ້​, ເຮົາ​ຈະ​ມາ​ທໍາ​ການ​ສ້າງ​ໜ້າ "ການ​ສ້າງ​ການ​ເຊື່ອມ​ຕໍ່ ໂດຍ​ໃຫ້​ເອີ້ນ​ເອົາ​ header_menu.htm ຂຶ້ນ​ມາ​, ຄລິກ​ປຸ່ມ <HTML> Source ເພື່ອ​ປ່ຽນ​ <title>ການ​ສ້າງ​ຫົວ​ຂັ້ນ​/ເມ​ນູ​ຂອງ​ໜ້າ​ເວັບ​</title> ໃຫ້​ເປັນ <title>ການ​ສ້າງ​ການ​ເຊື່ອມ​ຕໍ່​</title>, ຄລິກ​ປຸຸມ Normal ເພື່ອ​ກັບ​ຄືນ​ໜ້າ Composer ແລ້ວ​ທໍາ​ການ​ລຶບ​ຂໍ້​ຄວາມ​ເດີມ​ໃນ​ປ່ອງ "ການ​ສ້າງ​ຫົວ​ຂັ້ນ​/ເມ​ນູ​ຂອງ​ໜ້າ​ເວັບ ເພື່ອ​ທໍາ​ການ​ພິມ​ຂໍ້​ຄວາມ​ໃໝ່​ດັ່ງ​ຮູບ​ລູ່ມ​ນີ້​:
ໝາຍ​ເຫດ​: ຖ້າ​ບໍ່​ຢາກ​ໃຫ້​ປ່ອງ​ປ່ຽນ​ຂະ​ໜາດ​, ໃຫ້​ລຶບ​ຂໍ້​ຄວາມ​ວັກ​ທໍາ​ອິດ​ອອກ​ກ່ອນ​, ພິມ​ຂໍ້​ຄວາມ​ໃໝ່​ໃສ່​, ສໍາ​ເລັດ​ແລ້ວ ໃຫ້​ແຊກ​ໂຄດ​ແຍກ​ພະ​ຍາງ​ໃສ່; ຈາກ​ນັ້ນ​ໄປ​ຈັດ​ການ​ວັດ​ທີ​ສອງ​ດ້ວຍ​ວິ​ທີ​ດຽວ​ກັນ; ແລະ​ໄປ​ຈັດ​ການ​ວັກ​ທີ​ສາມ​ຕໍ່ໆ​ໄປ...



    ພາຍ​ຫຼັງ​ທີ່​ດໍາ​ເນີນ​ການ​ທຸ​ກໆ​ຢ່າງ​ທີ່​ຈໍາ​ເປັນ​ສໍາ​ເລັດ​ຮຽບ​ຮ້ອຍ​ແລ້ວ ​ (ຮ​ວມ​ທັງ​ໃສ່​ການ​ເຊື່ອມ​ຕໍ່​ໄປ​ຫາ​ຕົວ​ມັນ​ເອງ​), ໃຫ້​ທໍາ​ການ​ເຊັບ​ໄຟລ໌​ນີ້​ໄວ້​ພາຍ​ໃຕ້​ຊື່​ link.htm (ໃນ C:\mylaoweb\) ເຖີງ​ວ່າ​ ລັກ​ສະ​ນະ​ຂອງ​ໜ້າ​ເວັບ​ຈະ​ບໍ່​ຄື​ຮູບ​ຂ້າງ​ເທີງ​ກໍ່​ຕາມ.
ເຄັດ​ລັບ​: ຖ້າ​ໜ້າ​ເວັບ​ຂອງ​ທ່ານ ມີ​ການ​ຈັດ​ ສ່ວນ​ຂໍ້​ຄວາມ (ຂ​ວາ​ມື​) ແລະ​ສ່ວນ​ຄໍາ​ຄົມ (ຊ້າຍ​ມື​) ແບບ​ວ່າ ບໍ່​ສົມ​ສ່ວນ​ກັນ​: ເຊັ່ນ​ດ້ານ​ຊ້າຍ​ມື ແຄບ​ເກີນ​ໄປ​, ຊຶ່ງ​ກໍ່​ໃຫ້​ເກີດ​ມີ​ຫ​ວ່າງ​ເປົ່າ​ທາງ​ລຸ່ມ​ດ້ານ​ຂ​ວາ​ມື​ກ້​ວາງ​ເກີນ​ໄປ​, ໃຫ້​ປະ​ຕິ​ບັດ​ຄື​ດັ່ງ​ລຸ່ມ​ນີ້​:
    ມາ​ຮອດ​ນີ້​, ພວກ​ເຮົາ​ໄດ້​ໜ້າ​ເວັບ​ທີ່​ສົມ​ບູນ​ຄົບ​ຖ້ວນ​, ພຽງ​ແຕ່​ໜ້າ link.htm ເທົ່າ​ນັ້ນ. ໜ້າ​ອື່ນໆ ຍັງ​ບໍ່​ທັນ​ຄົບ​ຖ້ວນ​ເພາະ​ຍັງ​ຂາດ​ການ​ເຊື່ອມ​ຕໍ່​ມາ​ຫາ​ໜ້າ​ນີ້. ໃຫ້​ກັບ​ໄປ​ຈັດ​ການ​ໃຫ້​ຄົບ​ຖ້ວນ​ທຸກ​ຢ່າງ; ໂດຍ​ສະ​ເພາະ​ໜ້າ index.htm, ບ່ອນ​ຂໍ້​ຄວາມ ... (If you can not  read Lao text in this website, please click here, ຢູ່​ຂໍ້​ຄວາມ "here", ໃຫ້​ສ້າງ​ການ​ເຊື່ອມ​ຕໍ່ ໂດຍ​ເລືອກ​ຂໍ້​ຄວາມ​ດັ່ງ​ກ່າວ ແລ້ວ​ຄລິກ​ຂ​ວາ​, ເລືອກ​ເອົາ​ Create Link... ແລ້ວ​ໃຫ້​ພິມ​ຂໍ້​ຄວາມ​ໃສ່​ຄຶ​ດັ່ງ​ນີ້​: //https://narinsakkraj.tripod.com/dwlnarin.htm ຊື່ງ​ຈະ​ເປັນ​ການ​ເຊື່ອມ​ຕໍ່​ໄປ​ຫາ​ເວັບ​ໄຊ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ດາວ​ໂຫຼດ​ເອົາ​ narin.ttf ແລະ narinbd.ttf (ກໍ​ລະ​ນີ​ນີ້​, ໃຫ້​ເອົາ​ເຄື່ອງ​ໝາຍ​ຖືກ​ຢູ່​ໜ້າ​ປ່ອງ URL is relative to page location ອອກ​).
    ຮອດ​ຈຸດ​ນີ້​, ພວກ​ເຮົາ​ໄດ້​ສ້າງ​ເວັບ​ໄຊ​ພາ​ສາ​ລາວ​ຕົວ​ຢ່າງ​ທີ່​ຄົບ​ຖ້ວນ​ພໍ​ສົມ​ຄວນ​ ຈໍານວນ 6 ໜ້າ​ເວັບ ແລະ​ກຽມ​ພ້ອມ​ທີ່​ຈະ​ອັບ​ໂຫຼດ​ຂື້ນ​ໄປ​ໄວ້​ເທີງ​ອີນ​ເຕີ​ເນັດ. ບົດ​ໜ້າ​, ພວກ​ເຮົາ​ຈະ​ເວົ້າ​ເຖີງ​ການ​ຂໍ​ເນື້ອ​ທີ່​ຝາກ​ເວັບ​ໄຊ​ໄວ້​ເທີງ​ອິນ​ເຕີ​ ເນັດ​ໂດຍ​ບໍ່​ຕ້ອງ​ເສຍ​ເງິນ.

ກັບຄືນໄປຕອນຕົ້ນຂອງໜ້າ