ການຂຽນເວັບໄຊພາສາລາວ ຫນ້າ  8
| ກັບຄືນໄປເວັບໜ້າທຳອິດ | ກັບໄປໜ້າ "ເລື່ອງຕ່າງໆກ່ຽວກັບຄອມພິວເຕີ" |
ການຂຽນເວັບໄຊພາສາລາວ ໜ້າ: | 1 | 2 | 3 | 4 | 5 | 6 | 7 | 8 | 9 | 10 | 11 | 12 |

    ກ່ອນ​ໜ້າ​ນີ້​, ພວກ​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ວິ​ທີ​ນໍາ​ເອົາ​ຮູບ​ພາບ​ມາ​ເປັນ​ພື້ນ​ຂອງ​ ໜ້າ​ເວັບ. ເທື່ອ​ນີ້​, ເຮົາ​ຈະ​ມາ​ສຶກ​ສາ​ກ່ຽວ​ກັບ​ການ​ສ້າງ​ຫົວ​ຂັ້ວນ ແລະ​ແຖບ​ເມ​ນູ​ຂອງ​ໜ້າ​ເວັບ.
    ພວກ​ເຮົາ​ຈະ​ເລີ່ມ​ດໍາ​ເນີນ​ການ​ເລີຍ. ໃຫ້​ເອີ້ນ​ເອົາ​ ໜ້າ​ເວັບ​ທໍາ​ອິດ (index.htm) ຂື້ນ​ມາ​ໃນ​ໜ້າ​ຈໍ​ຂອງ Composer. ກົດ Enter ຢູ່​ດ້ານ​ເທີງ​ສຸດ ເພື່ອ​ເພີ່ມ 3 ແຖວ​ເປົ່າ​ໃສ່​ດ້ານ​ເທີງ ແລ້ວ​ເລື່ອນ​ຕົວ​ກະ​ພິບ​ຂື້ນ​ໄປ​ດ້ານ​ເທີງ​ສຸດ​ອີກ​ເທື່ອ​ໜຶ່ງ. ກ່ອນ​ຈະ​ດໍາ​ເນີນ​ການ​ໃນ​ຂັ້ນ​ຕໍ່​ໄປ​, ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ແຜນ​ການ​ໃນ​ການ​ດໍາ​ເນີນ​ການ​ ເພື່ອ​ໃຫ້​ຮູ້​ນໍາ​ກັນ​ວ່າ ພວກ​ເຮົາ​ຈະ​ເຮັດ​ຫ​ຍັງ​ຢູ່​ຈຸດ​ນີ້? ແນວ​ຄວາມ​ຄຶດ​ທີ່​ມີ​ແມ່ນ​: ສ້າງ​ຕາ​ຕະ​ລາງ 1 ແຖວ (lign) 1 ຖັນ (column), 4 ແຖວ; ຢູ່​ແຖວ​ທໍາ​ອິດ​, ຈະ​ສໍາ​ເນົາ​ຂໍ້​ຄວາມ "ຍິນ​ດີ​ຕ້ອນ​ຮັບ​ສູ່​ເວັບ​ພາ​ສາ​ລາວ ທີ່​ມີ​ຢູ່​ແລ້ວ​ ໃຫ້​ມາ​ຢູ່​ໃນ​ແຖວ​ດັ່ງ​ກ່າວ; ໃນ​ແຖວ​ທີ 2, ພວກ​ເຮົາ​ຈະ​ພິມ​ຫົວ​ຂໍ້​ໜ້າ​ເວັບ​ອື່ນໆ​ໃສ່​ ໝາຍ​ຄວາມ​ວ່າ ຈະ​ສ້າງ​ແຖບ​ເມ​ນູ​ສໍາ​ລັບ​ໄປ​ຫາ​ໜ້າ​ເວັບ​ອື່ນໆ. ແຖວ​ທີ 3, ພວກ​ເຮົາ​ຈະ​ແຊກ​ຕາ​ຕະ​ລາງຍ່ອຍ (ຍ່ອຍ​ລະ​ດັບ 1) ທີ່​ມີ 2 ຖັນ 1 ແຖວ​ຂື້ນ​: ແຖວ​ທໍາ​ອິດ​ຂອງ​ຕາ​ຕະ​ລາງຍ່ອຍ​ລະ​ດັບ 1, ພວກ​ເຮົາ​ຈະ​ແຊກ​ຕາ​ຕະ​ລາງ​ຍ່ອຍໆ​ລະ​ດັບ 2 ທີ່​ມີ 5 ແຖວ 1 ຖັນ​ຂື້ນ​, ໂດຍ​ທີ່​ແຕ່​ລະ​ແຖວ​ເອົາ​ຈະ​ຂຽນ​ສຸ​ພາ​ສິດ​ຕ່າງໆ​ໃສ່. ສ່ວນ​ຖັນ​ທີ 2, ພວກ​ເຮົາ​ຈະ​ຍ້າຍ ຂໍ້​ຄວາມ​ເດີມ​ທີ່​ມີ​ໃນ index.htm ມາ​ໄວ້​ໃນ​ຖັນ​ນີ້. ສ່ວນ​ແຖວ​ທີ 4 ຂອງ​ຕາ​ຕະ​ລາງ​ຫຼັກ​, ພວກ​ເຮົາ​ຈະ​ໃສ່​ຂໍ້​ມູນ​ບາງ​ປະ​ການ​ກ່ຽວ​ກັບ​ເວັບ​ໄຊ​ນີ້. ເວົ້າ​ໄປ​ເວົ້າ​, ທ່ານ​ອາດ​ຈະ​ສັບ​ສົນ; ຂ້າ​ພະ​ເຈົ້າ​ຈະ​ນໍາ​ສະ​ເໜີ​ເປັນ​ຮູບ​ພາບ​ ໃນ​ສິ່ງ​ທິ່​ຈະ​ດໍາ​ເນີນ​ການ​ດັ່ງ​ຮູບ​ລຸ່ມ​ນີ້:
   ແຖວ​ຫຼັກ​ທໍາ​ອິດ​: ສໍາ​ເນົາ​ຂໍ້​ຄວາມ​  "ຍິນ​ດີ​ຕ້ອນ ​ຮັບ​ສູ່​ເວັບ​ພາ​ສາ​ລາວ ມາ​ໄວ້​ທີ່​ນີ້ (ຈັດ​ໃຫ້​ຢູ່​ເຄີ່ງ​ກາງ​ແຖວ​)
   ແຖວ​ຫຼັກ​ທີ​ສອງ​: ສໍາ​ເນົາ​ເອົາ​ ຫົວ​ຂໍ້​ໜ້າ​ເວັບ​ທີ່​ໄດ້​ສ້າງ​ມາ​ແລ້ວ ແລະ​ທີ່​ຍັງ​ບໍ່​ທັນ​ໄດ້​ສ້າງ ມາ​ໄວ້​ທີ່​ນີ້; ດັດ​ແປງ​ຫົວ​ຂໍ້​ໃຫ້​ມັນ​ສັ້ນ​ກະ​ທັດ​ຮັດ​ຂື້ນ​ຕື່ມ​  ເພື່ອ​ໃຫ້​ມັນ​ສາ​ມາດ​ຢູ່​ໃນ​ແຖວ​ດຽວ​ກັນ​ - ຖ້າ​ບໍ່​ໄດ້​ແຖວ​ດຽວ​, ຈະ​ເປັນ​ຂໍ້​ຄວາມ​ສອງ​ແຖວ​ໃນ​ແຖວ​ຫຼັກ​ທີ​ສອງ​ນີ້ ກະ​ຊ່າງ​ມັນ; ອີກ​ວິ​ທີ​ໜຶ່ງ​, ເຮົາ​ອາດ​ແຊກ​ຕາ​ຕະ​ລາງຍ່ອຍ 1 ແຖວ 6 ຖັນ ໃສ່​ໃນ​ແຖວ​ຫຼັກ​ທີ​ສອງ​ນີ້​ ໂດຍ​ຈະ​ເອົາ​ຫົວ​ຂໍ້​ແຕ່​ລະ​ໜ້າ​ເວັບ​ມາ​ໃສ່​ແຕ່​ລະ​ຖັນ.
   ແຖວ​ຫຼັກ​ທີ​ສາມ​: ແຊກ​ຕາ​ຕະ​ລາງຍ່ອຍ 1 ແຖວ 2 ຖັນ​ເຂົ້າ​ໃນ​ແຖວ​ຫຼັກ​ທີ​ສາມ​ນີ້.
    ໃນ​ຖັນ​ທີ 1 ຂອງ​ແຖວ​ຫຼັກ​ທີ​ສາມ​ນີ້​, ໃຫ້​ແຊກ​ຕາ​ຕະ​ລາງຍ່ອຍ 1 ແຖວ 5 ຖັນ​ ຊຶ່ງ​ແຕ່​ລະ​ຖັນ​, ເຮົາ​ຈະ​ເອົາ​ຄໍາ​ຄົມ​-ຜະ​ຫ​ຍາ​ຫຼື​ຂໍ້​ຄຶດ​ເຂົ້າ​ມາ​ໃສ່.
    ໃນ​ຖັນ​ທີ 2 ຂອງ​ແຖວ​ຫຼັກ​ທີ​ສາມ​ນີ້​, ເຮົາ​ຈະ​ເອົາ​ຂໍ້​ຄວາມ​ທີ່​ມີ​ຢູ່​ເດີມ​ໃນ​ໜ້າ​  index.htm ມາ​ໄວ້​ໃນ​ຖັນ​ນີ້.
ແຖວ​ຫຼັກ​ທີ​ສີ່​: ເຮົາ​ຈະ​ໃສ່​ຂໍ້​ມູນ​ບາງ​ປະ​ການ​ກ່ຽວ​ກັບ​ເວັບ​ໄຊ​ນີ້.

    ການ​ແຊກ​ຕາ​ຕະ​ລາງ​ເຂົ້າ​ໃນ​ໜ້າ​ເວັບ​, ຢູ່​ແຖບ​ເມ​ນູ​ຂອງ​ Composer, ໃຫ້​ໄປ Isert --> Table... ແລ້ວ​ໄປ​ກໍາ​ນົດ​ເອົາ​ຈໍານວນ​ແຖວ ແລະ​ຈໍານວນ​ຖັນ​ທີ່​ຕ້ອງ​ການ.
    ການ​ໃສ່​ສີ​ພື້ນ​ຕາ​ຕ່າງໆ​ຂອງ​ຕາ​ຕະ​ລາງ​ ແມ່ນ​ໃຫ້​ໃຊ້​ໜູ​ເລືກ​ເອົາ​ຕາ​ເຫຼົ່າ​ນັ້ນ​, ວາງ​ໜູ​ໃສ່​ຕາ​ທີ່​ເລືອກ​, ຄລິກ​ຂ​ວາ ແລ້ວ​ເລື່ອນ​ລົງ​ໄປ ຄລິກ​ໃສ່ Table or Cell Background... ແລ້ວ​ເລືອກ​ເອົາ​ສີ​ທີ່​ຕ້ອງ​ການ.
    ການ​ປ່ຽນ​ສີ​ຂອງ​ຕົວ​ໜັງ​ສື​, ໃຫ້​ໃຊ້​ໜູ​ເລືອກ​ເອົາ​ຕົວ​ໜັງ​ສື​, ໄປ Format --> Text Color ແລ້ວ​ໄປ​ເລືອກ​ເອົາ​ສີ​ທີ່​ຕ້ອງ​ການ. ຂໍ້​ຄວາມ​ເດີມ​ຂອງ index.htm ມີ​ການ​ປ່ຽນ​ແປງ​ທາງ​ດ້ານ​ການ​ຈັດ​ວາງ​ເລັກ​ນ້ອຍ. ໃຫ້​ຈັດ​ຕາມ​ທີ່​ເຫັນ​ໃນ​ຮູບ​ຂ້າງ​ລຸ່ມ. ຖ້າ​ເຮົາ​ໄດ້​ດໍາ​ເນີນ​ການ​ຕາມ​ຄໍາ​ແນະ​ນໍາ​ທີ່​ໄດ້​ສະ​ເໜີ​ກ່ອນ​ໜ້າ​ນີ້​, ເຣົາ​ຈະ​ໄດ້​ໜ້າ​ເວັບ​ທີ່​ມີ​ລັກ​ສະ​ນະ​ຄ້າຍ​ຄື​ຮູບ​ຂ້າງ​ລຸ່ມ​ນີ້​:

ຍິນ​ດີ​ຕ້ອນ​ຮັບ​ສູ່​ເວັບ​ພາ​ສາ​ລາວ​
| ກັບ​ຄືນ​ເວັບ​ໜ້າ​ທໍາ​ອິດ | ລະ​ບົບ ແລະ​ຊອບ​ແວ​ທີ່​ໃຊ້ | ການ​ສ້າງ Folder/Directory | ການ​ນໍາ​ເອົາ​ຮູບ​ພາບ​ເຂົ້າ​ໃສ່​ໜ້າ​ເວັບ |  ການ​ສ້າງ​ແຖບ​ຫົວ​ຂໍ້​/ເມ​ນູ |  ການ​ສ້າງ​ການ​ເຊື່ອມ​ຕໍ່ |
ບໍ່​ມີ​ໃຜ​ຈະ​ຢູ່​ຄໍ້າ​ຟ້າ​, ມີ​ພຽງ​ຄຸນ​ງາມ​ຄວາມ​ດີ​ເທົ່າ​ນັ້ນ ທີ່​​ຄົນ​ລຸ້ນ​ຫຼັງ​ຈະ​ຈາ​ລຶກ​ໄວ້​ຕະ​ຫຼອດ​ໄປ.
ການ​ເມືອງ​ມັກ​ຖືກ​ ໃຊ້​ໄປ​ໃນ​ທາງ​ທີ່​ຜິດ​ຄື​: ໃຊ້​ເປັນ​ເຄື່ອງ​ມື​ເພື່ອ​ຮັກ​ສາ​ອໍາ​ນາດ ຂອງ​ຜູ້​ທີ່​ຄອບ​ຄອງ​ອໍານາດ ຫຼື​ຖືກ​ໃຊ້​ເປັນ​ເຄື່ອງ​ມື​ເພື່ອ​ຢຶດ​ເອົາ​ອໍາ​ນາດ ຂອງ​ຜູ້​ທີ່​ສະ​ແຫ​ວງ​ຫາ​ອໍາ​ນາດ.
   ຜົນ​ຈາກ​ການ​ໃຊ້​ການ​ເມືອງ​ໄປ​ໃນ​ທາງ​ທີ່​ຜິດ​ ເຮັດ​ໃຫ້​ບຸກ​ຄົນ​ທີ່​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ໄດ້​ຮັບ​ຄວາມ​ເຈັບ​ແສບ ຍ້ອນ​ກາຍ​ເປັນ​ເສັ້ນ​ທາງ​ໃຫ້​ບຸກ​ຄົນ​ອື່ນ​ຢຽບ​ຍໍ່າ​ເພື່ອ​ກ້າວ​ໄປ​ສູ່​ອໍາ​ ນາດ.
  ມີ​ໃຜ​ຮູ້​ແດ່​ບໍ່​ວ່າ​, ໜ້າ​ທີ່​ແທ້​ຈິງ​ຂອງ​ການ​ເມືອງ​ຄື ເຮັດ​ໃຫ້​ຄົນ​ຮູ້​ຈັກ​ສິດ ແລະ​ໜ້າ​ທີ່​ຂອງ​ຕົນ​ໃນ​ສັງ​ຄົມ​ ໃນ​ຖາ​ນະ​ທີ່​ເປັນ​ສ່ວນ​ປະກອບ​ໜຶ່ງ​ຂອງ​ສັງ​ຄົມ.
ຖ້າ​ຄຶດ​ວ່າ​ສິ່ງ​ທີ່ ​ກໍາ​ລັງ​ເຮັດ​ ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ສ່ວນ​ໃຫຍ່​, ໃຫ້​ດໍາ​ເນີນ​ການ​ເຮັດ​ໄປ​ໂລດ​ໂດຍ​ບໍ່​ຕ້ອງ​ສົນ​ໃຈ​ຄໍາ​ຄັດ​ຄ້ານ​ທ້​ວງ​ຕິງ​ ຂອງ​ໃຜ; ແຕ່​ຕ້ອງ​ໃຈ​ກ້​ວາງ​ພໍ ທີ່​ຈະຍອມ​ຮັບ​ໃນ​ຜົນ​ທີ່​ຕາມ​ມາ ຊຶ່ງ​ອາດ​ຖືກ​ປະ​ນາມ​ກົ່ນ​ດ່າ​ວ່າ​ເປັນ​ທໍ​ລະ​ລາດ ຫຼື​ອາດ​ຖືກ​ຍ້ອງ​ຍໍ​ຊົມ​ເຊີຍ​ວ່າ​ເປັນ​ວິ​ລະ​ຊົນ.
ຢ່າ​ໄດ້​ຄຶດ​ພຽງ​ແຕ່​ເຂົ້າ​ຂ້າງ​ຕົນ​ເອງ​ວ່າ​ ບໍ່​ມີ​ເຮົາ​ຈັກ​ຄົນ​ໜຶ່ງ​, ບ້ານ​ນີ້​-ເມືອງ​ນີ້ ຈະ​ຕົກ​ຕໍ່າ​ລົງ​ໄປ​ ແຕ່​ໃຫ້​ລອງ​ຄຶດ​ກັບ​ປີ້ນ​ເບີ່ງ​ວ່າ​ ບໍ່​ມີ​ເຮົາ​ຈັກ​ຄົນ​ໜຶ່ງ​, ແຜ່ນ​ດິນ​ນີ້ ຈະ​ສູງ​ຂື້ນ​ຈັກ​ຂໍ້​ມື?
ຊີວິດ​ເຮົາ​ແມ່ນ​ມີ​ຄຸນ​ຄ່າ​, ຢ່າ​ປ່ອຍ​ໃຫ້​ຕາຍ​ຖິ້ມ​ລ້າ ໃນ​ທ້ອງ​ຖະ​ໜົນ.
ຍິນ​ດີ​ຕ້ອນ​ຮັບ​ສູ່​ເວັບ​ໄຊ​ພາ​ສາ​ລາວ​

ສ້າງ​ຂື້ນ​ເພື່ອ​ເປັນ​ຕົວ​ຢ່າງ​ ປະກອບ​ເຂົ້າ​ໃນ​ບົດ​ຄວາມ "ການ​ຂຽນ​ເວັບ​ໄຊ​ພາ​ສາ​ລາວ"
ໜ້າ​ເວັບ​ນີ້​ ຄວນ​ເບີ່ງ​ດ້ວຍ​ຄວາມ​ລະ​ອຽດ​ຂອງ​ໜ້າ​ຈໍ 800x600 ເປັນ​ຢ່າງ​ຕໍ່າ ແລະ​ໃນ​ສະ​ພາບ​ເຕັມ​ຈໍ​ (Maximize)
(If you can not  read Lao text in this website, please click here to download appropriate fonts, but you  must be able to read Lao to follow instructions in Lao)

ການ​ຂຽນ​ເວັບ​ໄຊ​ພາ​ສາ​ລາວ​


  1. ລະ​ບົບ​ປະ​ຕິ​ບັດ​ການ ແລະ​ຊອບ​ແວ​ (ໂປຣ​ແກຣມ​ນໍາ​ໃຊ້​) ທີ່​ຈໍາ​ເປັນ​
  2. ການ​ສ້າງ Folder/Directory ເພື່ອ​ໃຊ້​ເກັບ​ມ້ຽນ​ໜ້າ​ເວັບ​
  3. ການ​ນໍາ​ເອົາ​ຮູບ​ພາບ​ເຂົ້າ​ໃສ່​ໜ້າ​ເວັບ​
  4. ການ​ສ້າງ​ແຖບ​ຫົວ​ຂໍ້​/ເມ​ນູ​ ຂອງ​ໜ້າ​ເວັບ​
  5. ການ​ສ້າງ​ການ​ເຊື່ອມ​ຕໍ່​ໄປ​ຫາ​ໜ້າ​ເວັບ​ອື່ນໆ​
ບໍ່​ສະ​ຫງວນ​ລິ​ຂະ​ສິດ​ໃດໆ​ທັງ​ສີ້ນ​, ສິງ​ຫາ 2003
ຄໍາ​ຄົມ​-ຜະ​ຫ​ຍາ​ຂ້າງ​ ເທີງ​ນີ້ ໄດ້​ຖືກ​ຄຶດ ແລະ​ຂຽນ​ຂື້ນ​ມາ​ ຕາມ​ຄວາມ​ຄຶດ​ທີ່​ເກີດ​ຂື້ນ​, ອາດ​ມີ​ສ່ວນ​ຄ້າຍ​ຄື​ ຫຼື​ກົງ​ກັບ​ກັບ​ຂໍ້​ຄວາມ​ຂອງ​ນັກ​ປາດ​-ອາ​ຈານ​-ທ່ານ​ຜູ້​ຮູ້​ຄົນ​ອື່ນໆ​ ທີ່​ໄດ້​ຂຽນ​ຫຼື​ໄດ້​ກ່າວ​ໄວ້; ຖ້າ​ເປັນ​ຄື​ກໍ​ລະ​ນີ​ດັ່ງ​ກ່າວ​, ຂໍ​ຍົກ​ໃຫ້​ເປັນ​ຄວາມ​ດີ​-ຄວາມ​ຊອບ​ຂອງ​ທ່ານ​ເຫຼົ່າ​ນັ້ນ;ຜູ້​ຂຽນ​ຈົນ​ປັນ​ ຍາ​ທີ່​ຈະ​ອ້າງ​ເຖີງ​ທ່ານ​ເຫຼົ່າ​ນັ້ນ​ ເພາະ​ບໍ່​ໄດ້​ອ່ານ​ຂໍ້​ຂຽນ​ຂອງ​ທ່ານ​ເຫຼົ່າ​ນັ້ນ​ມາ.
ຕົ້ນ​ສະ​ບັບ​ຂອງ​ຮູບ​ພາບ​ທີ່​ໃຊ້​ເປັນ​ຮູບ​ພຶ້ນ​ຂອງໜ້າ​ເວັບນີ້ ແມ່ນ​ມາ​ຈາກ​:http://www.laoembassy.com/thatluang.jpg (thatluang.jpg)

    ຖ້າເຮົາຈະປ່ຽນແຖບເມນູ (ແຖວຫຼັກທີສອງ) ໃຫ້ເປັນ 1 ແຖວ, 5 ຖັນ, ເຮົາຈະໄດ້ຫນ້າເວັບຄືຮູບລຸ່ມນີ້:

ຍິນ​ດີ​ຕ້ອນ​ຮັບ​ສູ່​ເວັບ​ພາ​ສາ​ລາວ​
ກັບຄືນເວັບ ​ໜ້າ​ທໍາ​ອິດ ລະບົບ ແລະຊອບ​ແວ​ທີ່​ໃຊ້ ການ ​ສ້າງ Folder/Directory ການ ​ນໍາ​ເອົາ​ຮູບ​ພາບ​ເຂົ້າ​ໃສ່​ໜ້າ​ເວັບ ການ ​ສ້າງ​ແຖບ​ຫົວ​ຂໍ້​/ເມ​ນູ ການ ​ສ້າງ​ການ​ເຊື່ອມ​ຕໍ່
ບໍ່​ມີ​ໃຜ​ຈະ​ຢູ່​ຄໍ້າ​ຟ້າ​, ມີ​ພຽງ​ຄຸນ​ງາມ​ຄວາມ​ດີ​ເທົ່າ​ນັ້ນ ທີ່​​ຄົນ​ລຸ້ນ​ຫຼັງ​ຈະ​ຈາ​ລຶກ​ໄວ້​ຕະ​ຫຼອດ​ໄປ.
ການ​ເມືອງ​ມັກ​ຖືກໃຊ້​ໄປ​ໃນ​ທາງ​ທີ່​ຜິດ​ຄື​: ໃຊ້​ເປັນ​ເຄື່ອງ​ມື​ເພື່ອ​ຮັກ​ສາ​ອໍາ​ນາດ ຂອງ​ຜູ້​ທີ່​ຄອບ​ຄອງ​ອໍານາດ ຫຼື​ຖືກ​ໃຊ້​ເປັນ​ເຄື່ອງ​ມື​ເພື່ອ​ຢຶດ​ເອົາ​ອໍາ​ນາດ ຂອງ​ຜູ້​ທີ່​ສະ​ແຫ​ວງ​ຫາ​ອໍາ​ນາດ.
   ຜົນ​ຈາກ​ການ​ໃຊ້​ການ​ເມືອງ​ໄປ​ໃນ​ທາງ​ທີ່​ຜິດ​ ເຮັດ​ໃຫ້​ບຸກ​ຄົນ​ທີ່​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ໄດ້​ຮັບ​ຄວາມ​ເຈັບ​ແສບ ຍ້ອນ​ກາຍ​ເປັນ​ເສັ້ນ​ທາງ​ໃຫ້​ບຸກ​ຄົນ​ອື່ນ​ຢຽບ​ຍໍ່າ​ເພື່ອ​ກ້າວ​ໄປ​ສູ່​ອໍາ​ ນາດ.
  ມີ​ໃຜ​ຮູ້​ແດ່​ບໍ່​ວ່າ​, ໜ້າ​ທີ່​ແທ້​ຈິງ​ຂອງ​ການ​ເມືອງ​ຄື ເຮັດ​ໃຫ້​ຄົນ​ຮູ້​ຈັກ​ສິດ ແລະ​ໜ້າ​ທີ່​ຂອງ​ຕົນ​ໃນ​ສັງ​ຄົມ​ ໃນ​ຖາ​ນະ​ທີ່​ເປັນ​ສ່ວນ​ປະກອບ​ໜຶ່ງ​ຂອງ​ສັງ​ຄົມ.
ຖ້າ​ຄຶດ​ວ່າ​ສິ່ງ​ທີ່​ກໍາ​ລັງ​ເຮັດ​ ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ສ່ວນ​ໃຫຍ່​, ໃຫ້​ດໍາ​ເນີນ​ການ​ເຮັດ​ໄປ​ໂລດ​ໂດຍ​ບໍ່​ຕ້ອງ​ສົນ​ໃຈ​ຄໍາ​ຄັດ​ຄ້ານ​ທ້​ວງ​ຕິງ​ ຂອງ​ໃຜ; ແຕ່​ຕ້ອງ​ໃຈ​ກ້​ວາງ​ພໍ ທີ່​ຈະຍອມ​ຮັບ​ໃນ​ຜົນ​ທີ່​ຕາມ​ມາ ຊຶ່ງ​ອາດ​ຖືກ​ປະ​ນາມ​ກົ່ນ​ດ່າ​ວ່າ​ເປັນ​ທໍ​ລະ​ລາດ ຫຼື​ອາດ​ຖືກ​ຍ້ອງ​ຍໍ​ຊົມ​ເຊີຍ​ວ່າ​ເປັນ​ວິ​ລະ​ຊົນ.
ຢ່າໄດ້​ຄຶດ​ພຽງ​ແຕ່​ເຂົ້າ​ຂ້າງ​ຕົນ​ເອງ​ວ່າ​ ບໍ່​ມີ​ເຮົາ​ຈັກ​ຄົນ​ໜຶ່ງ​, ບ້ານ​ນີ້​-ເມືອງ​ນີ້ ຈະ​ຕົກ​ຕໍ່າ​ລົງ​ໄປ​ ແຕ່​ໃຫ້​ລອງ​ຄຶດ​ກັບ​ປີ້ນ​ເບີ່ງ​ວ່າ​ ບໍ່​ມີ​ເຮົາ​ຈັກ​ຄົນ​ໜຶ່ງ​, ແຜ່ນ​ດິນ​ນີ້ ຈະ​ສູງ​ຂື້ນ​ຈັກ​ຂໍ້​ມື?
ຊີວິດ​ເຮົາ​ແມ່ນ​ມີ​ຄຸນ​ຄ່າ​, ຢ່າ​ປ່ອຍ​ໃຫ້​ຕາຍ​ຖິ້ມ​ລ້າ ໃນ​ທ້ອງ​ຖະ​ໜົນ.
ຍິນ​ດີ​ຕ້ອນ​ຮັບ​ສູ່​ເວັບ​ໄຊ​ພາ​ສາ​ລາວ​

ສ້າງ​ຂື້ນ​ເພື່ອ​ເປັນ​ ຕົວ​ຢ່າງ​ ປະກອບ​ເຂົ້າ​ໃນ​ບົດ​ຄວາມ "ການ​ຂຽນ​ເວັບ​ໄຊ​ພາ​ສາ​ລາວ"
ໜ້າ​ເວັບ​ນີ້​ ຄວນ​ເບີ່ງ​ດ້ວຍ​ຄວາມ​ລະ​ອຽດ​ຂອງ​ໜ້າ​ຈໍ 800x600 ເປັນ​ຢ່າງ​ຕໍ່າ ແລະ​ໃນ​ສະ​ພາບ​ເຕັມ​ຈໍ​ (Maximize)
(If you can not  read Lao text in this website, please click here to download appropriate fonts, but you  must be able to read Lao to follow instructions in Lao)

ການ​ຂຽນ​ເວັບ​ໄຊ​ພາ​ສາ​ລາວ​


  1. ລະ​ບົບ​ປະ​ຕິ​ບັດ​ການ ແລະ​ຊອບ​ແວ​ (ໂປຣ​ແກຣມ​ນໍາ​ໃຊ້​) ທີ່​ຈໍາ​ເປັນ​
  2. ການ​ສ້າງ Folder/Directory ເພື່ອ​ໃຊ້​ເກັບ​ມ້ຽນ​ໜ້າ​ເວັບ​
  3. ການ​ນໍາ​ເອົາ​ຮູບ​ພາບ​ເຂົ້າ​ໃສ່​ໜ້າ​ເວັບ​
  4. ການ​ສ້າງ​ແຖບ​ຫົວ​ຂໍ້​/ເມ​ນູ​ ຂອງ​ໜ້າ​ເວັບ​
  5. ການ​ສ້າງ​ການ​ເຊື່ອມ​ຕໍ່​ໄປ​ຫາ​ໜ້າ​ເວັບ​ອື່ນໆ​
ບໍ່​ສະ​ຫງວນ​ລິ​ຂະ​ສິດ​ໃດໆ​ທັງ​ສີ້ນ​, ສິງ​ຫາ 2003
ຄໍາ​ຄົມ​-ຜະ​ຫ​ຍາ​ຂ້າງ​ ເທີງ​ນີ້ ໄດ້​ຖືກ​ຄຶດ ແລະ​ຂຽນ​ຂື້ນ​ມາ​ ຕາມ​ຄວາມ​ຄຶດ​ທີ່​ເກີດ​ຂື້ນ​, ອາດ​ມີ​ສ່ວນ​ຄ້າຍ​ຄື​ ຫຼື​ກົງ​ກັບ​ກັບ​ຂໍ້​ຄວາມ​ຂອງ​ນັກ​ປາດ​-ອາ​ຈານ​-ທ່ານ​ຜູ້​ຮູ້​ຄົນ​ອື່ນໆ​ ທີ່​ໄດ້​ຂຽນ​ຫຼື​ໄດ້​ກ່າວ​ໄວ້; ຖ້າ​ເປັນ​ຄື​ກໍ​ລະ​ນີ​ດັ່ງ​ກ່າວ​, ຂໍ​ຍົກ​ໃຫ້​ເປັນ​ຄວາມ​ດີ​-ຄວາມ​ຊອບ​ຂອງ​ທ່ານ​ເຫຼົ່າ​ນັ້ນ;ຜູ້​ຂຽນ​ຈົນ​ປັນ​ ຍາ​ທີ່​ຈະ​ອ້າງ​ເຖີງ​ທ່ານ​ເຫຼົ່າ​ນັ້ນ​ ເພາະ​ບໍ່​ໄດ້​ອ່ານ​ຂໍ້​ຂຽນ​ຂອງ​ທ່ານ​ເຫຼົ່າ​ນັ້ນ​ມາ.
ຕົ້ນ​ສະ​ບັບ​ຂອງ​ຮູບ​ພາບ​ທີ່​ໃຊ້​ເປັນ​ຮູບ​ພຶ້ນ​ຂອງໜ້າ​ເວັບນີ້ ແມ່ນ​ມາ​ຈາກ​:http://www.laoembassy.com/thatluang.jpg (thatluang.jpg)

    ໃຫ້​ເລືອກ​ດໍາ​ເນີນ​ການ​ວ່າ​ຈະ​ເລືອກ​ໃຊ້​ແຖບ​ເມ​ນູ​ຕາມ​ຕົວ​ຢ່າງ​ທີ​ 1 ຫຼື​ທີ 2. ຫຼັງ​ຈາກ​ຕື່ມ​ຂໍ້​ຄວາມ​ຕ່າງໆ​ທີ່​ຈໍາ​ເປັນ​ແລ້ວ​, ໃຫ້​ເຊັບ​ລົງ​ທັບ​ C:\mylaoweb\index.htm.
    ໃຫ້​ສັງ​ເກດ​ວ່າ ຕົວ​ຢ່າງ​ຂ້າງ​ເທີງ​ບໍ່​ໄດ້​ສະ​ແດງ​ຮູບ​ທາດ​ຫຼວງ​ເປັນ​ພື້ນ​ຂອງ​ເວັບ; ແຕ່​ໃນ​ index.htm ຕົວ​ຈິງ​, ຢ່າ​ລືມ​ໃສ່​ຮູບ​ພື້ນ​ໜ້າ​ເວັບ.
    ພວກ​ເຮົາ​ຈະ​ຍັງ​ບໍ່​ທັນ​ຟ້າວ​ໄປ​ດໍາ​ເນີນ​ການ​ໃສ່​ຫົວ​ຂັ້ວນ​ ແລະ​ແຖບ​ເມ​ນູ​ໃສ່​ໜ້າ​ເວັບ​ທີ່​ເຫຼືອ​ເທື່ອ. ລໍ​ຖ້າ​ໃຫ້​ໃສ່​ການ​ເຊື່ອມ​ຕໍ່​ຕ່າງໆ​ໃນ​ທີ 9, ເຮົາ​ຈຶ່ງ​ຈະ​ກັບ​ໄປ​ຈັດ​ການ​ກັບ​ໜ້າ​ເວັບ​ອື່ນໆ.
    ນອກ​ຈາກ​ນີ້, ພວກ​ເຮົາ​ຍັງ​ບໍ່​ທັນ​ໄດ້​ສ້າງ​ໜ້າ​ເວັບ​ທີ​ສີ່ ຊຶ່ງ​ຈະ​ມີ​ຫົວ​ຂໍ້​ກ່ຽວ​ກັບ​ ການ​ສ້າງ​ແຖບ​ຫົວ​ຂັ້ວນ​/ເມ​ນູ​ຂອງ​ໜ້າ​ເວັບ ເທື່ອ. ໃຫ້​ດຶງ​ເອົາ index.htm ຂື້ນ​ມາ​ໃນ​ໜ້າ​ຂອງ Composer; ລຶບ​ຂໍ້​ຄວາມ ຢູ່​ຕາ​ຕະ​ລາງ​ໃຫຍ່​ດ້ານ​ຂ​ວາ​ມື​ຖີ້ມ​ (ເພາະ​ເຮົາ​ຂຽນ​ຂໍ້​ຄວາມ​ກ່ຽວ​ກັບ ການ​ສ້າງ​ ແຖບ​ຫົວ​ຂັ້ວນ​/ເມ​ນູ​ຂອງ​ໜ້າ​ເວັບ​); ຄລິກ​ໃສ່ <HTML> Source, ປ່ຽນ​ຂໍ້​ຄວາມ​  <title>...</title> ໃຫ້​ເປັນ <title>ການ​ສ້າງ​ ແຖບ​ຫົວ​ຂັ້ວນ​/ເມ​ນູ​ຂອງ​ໜ້າ​ເວັບ​</title>; ກັບ​ຄືນ​ມາ Normal, ໄປ Format --> Pages Color and Bacgrounds... ເພື່ອ​ທໍາ​ການ​ປ່ຽນ​ຮູບ​ພື້ນ​ຂອງ​ໜ້າ​ເວັບ​ໃຫ້​ເປັນ​ຮູບ​ໃໝ່. ຈາກ​ນັ້ນ​, ໃຫ້​ພິມ​ຂໍ້​ຄວາມ​ຕາມ​ຮູບ​ຂ້າງ​ລຸ່ມ​ ແລະ​ໃຫ້​ດໍາ​ເນີນ​ການ​ທຸ​ກໆ​ຢ່າງ​ທີ່​ຈໍາ​ເປັນ​ເໝືອນ​ດັ່ງ​ການ​ສ້າງ​ເວັບ​ ກ່ອນ​ໜ້າ​ນີ້. ຖ້າ​ທຸກ​ຢ່າງ​ເປັນ​ໄປ​ດ້ວຍ​ດີ​, ທ່ານ​ຈະ​ໄດ້​ໜ້າ​ເວັບ​ຄ້າຍ​ຄື​ຮູບ​ລຸ່ມ​ນີ້​:



   ການ​ໃຊ້ composer ຂອງ Mozilla ສ້າງ​ເວັບ​ໄຊ​ພາ​ສາ​ລາວ​ ແມ່ນ​ມີ​ເລື່ອງ​ເຮັດ​ໃຫ້​ເຮົາ​ເຈັບ​ຫົວ 1 ປະ​ການ​ຄື ມີ​ການ​ແຊກ​ຍະ​ຫ​ວ່າງ ແບບ​ບໍ່​ໄດ້​ສັ່ງ​ ໃສ່​ຫຼັງ​ພະ​ຍາງ​ທີ 1 ຫາ​ທີ 5 (ສ່ວນ​ໃຫຍ່​ຈະ​ເປັນ​ຫຼັງ​ພະ​ຍາງ​ທີ 1) ໃສ່​ໃນ​ຂໍ້​ຄວາມ​ຕົ້ນ​ວັກ​  ໂດຍ​ສະ​ເພາະ​ຂໍ້​ຄວາມ​ໃນ​ຕາ​ຕະ​ລາງ (ຂໍ້​ຄ​ວາ​ມນອກ​ຕາ​ຕະ​ລາງ​ ກໍ່​ອາດ​ເກີດ​ຂື້ນ​ໄດ້​ເຊັ່ນ​ກັນ​): ເຖີງ​ວ່າ ເຣົາ​ຈະ​ລຶບ​ຍະ​ຫ​ວ່າງ​ດັ່ງ​ກ່າວ​ຖີ້ມ​  (ບໍ່​ວ່າ​ຈະ​ໃນ​ໂມດ Normal  ຫຼື <HTML> Source ກໍ່​ຕາມ​, ເມື່ອ​ເຊັບ​ແລ້ວ​ ມາ​ເບີ່ງ​ຄືນ​ໃໝ່ ກໍ່​ຍັງ​ເປັນ​ຄື​ເກົ່າ​ຢູ່​). ສາ​ເຫດ​ທີ່​ເປັນ​ເຊັ່ນ​ນີ້ ກໍ່​ຍ້ອນ​ວ່າ​ ຂໍ້​ຄວາມ​ນັ້ນ ເມື່ອ​ເບີ່ງ​ໃນ​ໂມດ <HTML> Source ແລ້ວ​, ມັນ​ຢູ່ ຕໍາ​ແໜ່ງ​ສຸດ​ທ້າຍ​ຂອງ​ແຖວ​ທີ່​ຍາວ ແລະ​ຄໍາ​ສັ່ງ​ຕໍ່​ໜ້າ​ມັນ​ ບໍ່​ແມ່ນ <div>. ວິ​ທີ​ແກ້​ໄຂ ແມ່ນ​ໃຫ້​ເຂົ້າ​ໄປ​ແກ້​ໄຂ​ໃນ <HTML> Source, ໄປ​ເບີ່ງ​ແຖວ​ທີ່​ຍາ​ວໆ​ວ່າ​ມີ​ຂໍ້​ຄວາມ​ພາ​ສາ​ລາວ​ສັ້ນໆ​ຢູ່​ທ້າຍ​ແຖວ​ຫຼື​ ບໍ່; ຖ້າ​ມີ​ແມ່ນ​ຢູ່​ບ່ອນ​ນີ້​ແຫຼະ​ທີ່​ອາດ​ມີ​ບັນ​ຫາ; ໃຫ້​ເບີ່ງ​ຄໍາ​ສັ່ງ​ກ່ອນ​ໜ້າ​ມັນ​ ແມ່ນ​ເປັນ​ຄໍາ​ສັ່ງ​ປະ​ເພດ <div...> ຫຼື​ບໍ່; ຖ້າ​ບໍ່​ແມ່ນ​, ນີ້​ແຫຼະ​ຈຸດ​ຂອງ​ບັນ​ຫາ; ໃຫ້​ເລື່ອນ​ຕົວ​ກະ​ພິບ​ໄປ​ຢູ່​ໜ້າ​ຄໍາ​ລາວ​ສັ້ນໆ​ນັ້ນ ແລ້ວ​ກົດ​ Enter ເພື່ອ​ໃຫ້​ມັນ​ລົງ​ມາ​ແຖວ​ໃໝ່; ຈາກ​ນັ້ນ​, ໃຫ້​ພິມ​ຄໍາ <div> ໃສ່​ຕໍ່​ໜ້າ​ມັນ​, ເລື່ອນ​ຕົວ​ກະ​ພິບ​ມາ​ຢູ່​ດ້ານ​ຫຼັງ​ມັນ​, ກົດ​ປຸ່ມ Delete 2 ຄັ້ງ​ ເພື່ອ​ໃຫ້​ຄໍາ​ລາວ​ທີ່​ຢູ່​ແຖວ​ລຸ່ມ ຂື້ນ​ມາ​ຕໍ່​ກັບ​ຄໍາ​ລາວ​ສັ້ນໆ​ນັ້ນ. ຈາກ​ນັ້ນ​, ໃຫ້​ເລື່ອນ​ຕົວ​ກະ​ພິບ​ລົງ​ໄປ​ແຖວ​ຄໍາ​ລາວ​ທີ່​ຢູ່​ດ້ານ​ລຸ່ມ​, ໄປ​ຫາ​ດ້ານ​ຫຼັງ​ຂອງ​ພະ​ຍາງ​ສຸດ​ທ້າຍ​ຂອງ​ວັກ​ຄໍາ​ລາວ ແລ້ວ​ໃຫ້​ພິມ </div>. ເປັນ​ອັນ​ຈົບ​ການ​ແກ້​ໄຂ ການ​ແຊກ​ຍະ​ຫ​ວ່າງ​ຂື້ນ​ມາ​ໂດຍ​ບໍ່​ໄດ້​ສັ່ງ​ຂອງ​ວັກ​ນັ້ນ. ຕໍ່​ໄປ​, ໃຫ້​ໄປ​ແກ້​ໄຂ​ບັນ​ຫາ​ທີ່​ເກີດ​ຂື້ນ​ຢູ່​ວັກ​ອື່ນໆ​ໂດຍ​ໃຊ້​ວິ​ທີ​ການ​ດຽວ​ ກັນ​ນີ້. ຂ້າ​ພະ​ເຈົ້າ​ຄຶດ​ວ່າ Mozilla ລຸ້ນ​ຕໍ່ໆ​ໄປ ຄົງ​ສາ​ມາດ ແກ້​ໄຂ​ບັນ​ຫາ​ນີ້​ໄດ້. (ມີ​ອີກ​ວິ​ທີ​​ໜຶ່ງ​ຄື: ກ່ອນ​ຈະ​ພິມ​ຄຳ​ລາວ​ຢູ່​ຕົ້ນ​ວັກ, ໃຫ້​ກົດ​ຍະ​ຫວ່າງ​ຢ່າງ​ຫນ້ອຍ 1 ຄັ້ງ ແລ້ວ​ຈຶ່ງ​ເລີ່ມ​ຕົ້ນ​ພິມ).
    ເມື່ອ​ພິມ​ທຸກ​ຢ່າງ​ຮຽບ​ຮ້ອຍ​ເໝືອນ​ໃນ​ຮູບ​ຂ້າງ​ເທີງ​, ໃຫ້​ເຊັບ​ໜ້າ​ເວັບ​ດັ່ງ​ກ່າວ​ໄວ້​ ພາຍ​ໃຕ້​ຊື່ header_menu.htm ໂດຍ​ໃຫ້​ເຊັບ​ໄວ້​ໃນ C:\mylaoweb\.

ກັບຄືນໄປຕອນຕົ້ນຂອງໜ້າ