ການ​ຂຽນ​ເວັບ​ໄຊ​ພາ​ສາ​ລາວ​ ໜ້າ​  12
| ກັບ​ຄືນ​ໄປ​ເວັບ​ໜ້າ​ທໍາ​ອິດ​ | ກັບ​ໄປ​ໜ້າ​ "ເລື່ອງ​ຕ່າງໆ​ກ່ຽວ​ກັບ​ຄອມ​ພິວ​ເຕີ​" |
ການ​ຂຽນ​ເວັບ​ໄຊ​ພາ​ສາ​ລາວ ໜ້າ​: | 1 | 2 | 3 | 4 | 5 | 6 | 7 | 8 | 9 | 10 | 11 | 12 |
ເບີ່ງຕົວຢ່າງເວັບພາສາລາວທີ່ສ້າງຂື້ນຕາມຄຳແນະນຳຂອງບົດຄວາມນີ້

ການ​ຂໍ Domaine Name ໂດຍ​ບໍ່​ຕ້ອງ​ເສຍ​ເງິນ​

    ໂດຍ​ທົ່ວ​ໄປ​ແລ້ວ​, ການ​ຂໍ​ Domain Name ສໍາ​ລັບ​ເວັບ​ໄຊ​, ບໍ່​ວ່າ​ຈະ​ເປັນ​  .com, .net, .org, ໆ​ລໆ... ລ້ວນ​ແຕ່​ຕ້ອງ​ເສຍ​ເງິນ ປະ​ມານ 10 - 15 US$ ຕໍ່​ປີ (.la, .tv ອາດ​ເສຍ​ເຖີງ 50 US$ ຕໍ່​ປີ​). ການ​ຊໍາ​ລະ​ເງິນ​, ຕ້ອງ​ຊໍາ​ລະ​ໂດຍ​ໃຊ້​ບັດ​ເຄຣ​ດິດ​ ຊຶ່ງ​ເປັນ​ເລື່ອງ​ທີ່ອອກ​ຈະ​ລໍາ​ບາກ ສໍາ​ລັບ​ຄົນ​ລາວ​ທີ່​ຢູ່​ໃນ​ປະ​ເທດ​ລາວ​ (ເຖີງ​ວ່າ​ຈະ​ມີ​ທະ​ນາ​ຄານ​ເອ​ກະ​ຊົນ​ບາງ​ແຫ່ງ​ໃນ​ລາວ ເລີ່ມ​ໃຫ້​ບໍ​ລິ​ການ ບັດ​ເຄຣ​ດິດ Visa ແລ້ວ​, ແຕ່​ຄົນ​ລາວ​ສ່ວນ​ໃຫຍ່ ຄົງ​ຈະ​ບໍ່​ມີ​ເງື່ອນ​ໄຂ​ໄດ້​ໃຊ້​). ດ້ວຍ​ເຫດ​ນີ້​, ທາງ​ອອກ​ຂອງ​ພວກ​ເຮົາ ກໍ່​ຄື​: ຊອກ​ຫາ​ແຫຼ່ງ​ທີ່​ໃຫ້​ Domain Name ສໍາ​ລັບ​ເວັບ​ໄຊ​ທີ່​ເຮົາ​ໄດ້​ສ້າງ​ຂື້ນ​ມາ​ ແລະ​ໄດ້​ຝາກ​ໄວ້​ນໍາ Tripod.com ກ່ອນ​ໜ້າ​ນີ້ ໂດຍ​ບໍ່​ຕ້ອງ​ເສຍ​ເງິນ.

    ທີ່​ຈິງ​ແລ້ວ​, http://toubou88.tripod.com ອາດ​ຖື​ໄດ້​ວ່າ​ແມ່ນ​ໂດ​ແມນ​ເນມ​ກໍ່​ໄດ້​ ແຕ່​ເປັນ​ໂດ​ແມນ​ເນມຍ່ອຍ ທີ່​ຢູ່​ໃຕ້​ຊາຍ​ຄາ​ຂອງ tripod.com. ຕົວ Tripod.com ກໍ່​ແມ່ນ​ໂດ​ແມນ​ເນມ ທີ່​ຢູ່​ໃຕ້​ຊາຍ​ຄາ​ຂອງ​ໂດ​ແມນ​ລະ​ດັບ​ສູງ​ສຸດ (Top-Level Domain) ".com". ຄວາມ​ແຕກ​ຕ່າງ ລະ​ຫວ່າງ ໂດ​ແມນ​ເນມຍ່ອຍ ເຊັ່ນ http://toubou88.tripod.com ທີ່​ຢູ່​ໃຕ້​ຊາຍ​ຄາ​ຂອງ​ໂດ​ແມນ​ເນມ​ໃດ​ໜຶ່ງ ແລະ​ໂດ​ແມນ​ເນມ​ເຊັ່ນ http://www.tripod.com ທີ່​ຢູ່​ໃຕ້​ຊາຍ​ຄາ​ຂອງ​ໂດ​ແມນ​ລະ​ດັບ​ສູງ​ ສຸດ​ໃດ​ໜຶ່ງ​ (ໃນ​ກໍ​ລະ​ນີ​ນີ້​ແມ່ນ .com) ແມ່ນ​ມີ​ຄື​ດັ່ງ​ນີ້​:

    ດັ່ງ​ນັ້ນ​, ມັນ​ຈຶ່ງ​ສົມ​ຄວນ​ທີ່​ຈະ​ຊອກ​ຫາ​ໂດ​ແມນ​ເນມ​ຟ​ຣິ​ມາ​ໃຊ້.

    ພວກ​ເຮົາ​ຈະ​ເລີ່ມ​ດໍາ​ເນີນ​ການ​ຈອງ​ໂດ​ແມນ​ເນມ​ຟ​ຣິ​ ດ້ວຍ​ການ​ເຂົ້າ​ໃຊ້​ອິນ​ເຕີ​ເນັດ​, ພິມ​ໃສ່​ປ່ອງ​ທີ່​ຢູ່​ຂອງ​ເວັບ​ໄຊ​ດ້ວຍ www.dot.tk ຫຼື​ http://www.dot.tk ຫຼື dot.tk ແລ້ວ​ກົດ​ແປ້ນ​ພິມ Enter, ເຮົາ​ຈະ​ໄດ້​ໜ້າ​ຈໍ​ຄື​ຮູບ​ລຸ່ມ​ນີ້​:




    ໃນ​ກໍ​ລະ​ນີ​ຂອງ​ພວກ​ເຮົາ​, ຢູ່​ປ່ອງ your-domaine-here, ເຮົາ​ຈະ​ພິມ toubou88 ໃສ່ (ໝາຍ​ຄວາມ​ວ່າ ພວກ​ເຮົາ​ຕ້ອງ​ການ​ໄດ້​ໂດ​ແມນ​ເນມ​ ທີ່​ມີ​ຊື່​ວ່າ toubou88.tk ສໍາ​ລັບ​ເວັບ​ໄຊ http://toubou88.tripod.com ທີ່​ໄດ້​ຂໍ​ເນື້ອ​ທີ່​ຝາກ​ໄວ້​ນໍາ tripod.com). ຈາກ​ນັ້ນ​, ໃຫ້​ເລື່ອນ​ແຖບ​ເລື່ອນ​ທີ່​ຢູ່​ດ້ານ​ຂວາ​ມື ເພື່ອ​ເລື່ອນ​ໜ້າ​ຈໍ​ລົງ​, ເຮົາ​ຈະ​ໄດ້​ໜ້າ​ຈໍ​ຄ້າຍ​ຄື​ຮູບ​ລຸ່ມ​ນີ້​:



    ເລື່ອນ​ໜ້າ​ຈໍ​ໃຫ້​ລົງ​ຈົນ​ຮອດ​ລຸ່ມ​ສຸດ​, ເຮົາ​ຈະ​ໄດ້​ໜ້າ​ຈໍ​ຄື​ຮູບ​ລຸ່ມ​ນີ້​:



    ຕ້ອງ​ໃຫ້​ແນ່​ໃຈ​ວ່າ​, ຢູ່​ວົງ​ມົນ​ນ້ອຍ​ສີ​ຂາວ​ທາງ​ດ້ານ​ໜ້າ​ຂໍ້​ຄວາມ FREE DOMAINE NAME, ມີ​ເມັດ​ສີ​ດໍາ​ໝາຍ​ໃສ່​ດ້ານ​ໃນ.
    ຢູ່​ປ່ອງ​ສີ​ຂາວ​ຍາວ ທີ່​ມີ​ຂໍ້​ຄວາມ USA, ໃຫ້​ຄ​ລິກ​ໃສ່​ຫົວ​ລູກ​ສອນ​ສີ​ດໍາ​ທີ່​ປາຍ​ຊີ້​ລົງ​ລຸ່ມ ເພື່ອ​ປ່ຽນ​ປະ​ເທດ​ທີ່​ເຮົາ​ຢູ່​; ໃນ​ກໍ​ລະ​ນີ​ນີ້​, ພວກ​ເຮົາ​ຈະ​ປ່ຽນ​ມາ​ເປັນ Laos.
    ຢູ່​ປ່ອງ​ສຸດ​ທ້າຍ​, ໃຫ້​ພິມ​ທີ່​ຢູ່​ອີ​ເມ​ທີ່​ຍັງ​ໃຊ້​ໄດ້​ຢູ່​ຂອງ​ເຮົາ​ໃສ່ (dot.tk ຈະ​ສົ່ງ​ເມ​ມາ​ຫາ​ທີ່​ອີ​ເມ​ນີ້ ເພື່ອ​ໃຫ້​ເຮົາ​ຢັ້ງ​ຢືນ​ວ່າ​ໄດ້​ຂໍ​ໂດ​ແມນ​ເນມ​ແທ້ໆ​!). ຈາກ​ນັ້ນ​, ໃຫ້​ຄ​ລິກ​ໃສ່​ປຸ່ມ​ສີ​ຂຽວ ທີ່​ມີ​ຕົວ​ໜັງ​ສື CONTINUE >> ສີ​ຂາວ​ ແລະ​ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ລຸ່ມ​ນີ້​:



    ຢູ່​ປ່ອງ​ສີ​ຂາວ​ທີ່​ຢູ່​ດ້ານ​ລຸ່ມ​ຂໍ້​ຄວາມ Your current web address, ໃນ​ກໍ​ລະ​ນີ​ຕົວ​ຢ່າງ​ນີ້​, ເຮົາ​ຈະ​ພິມ http://toubou88.tripod.com ໃສ່. ຈາກ​ນັ້ນ​, ໃຫ້​ເລື່ອນ​ໜ້າ​ຈໍ​ລົງ​ມາ​, ເຮົາ​ຈະ​ເຫັນ​ສ່ວນ​ຕໍ່​ໄປ​ຄື​ດັ່ງ​ຮູບ​ລຸ່ມ​ນີ້​:
 


    ໃຫ້​ຕື່ມ​ໃສ່​ໃນ​ປ່ອງ​ສີ​ຂາວ​ໃຫຍ່​ຕາມ​ຄວາມ​ເປັນ​ຈິງ​; ໃນ​ກໍ​ລະ​ນີ​ຕົວ​ຢ່າງ​ນີ້​, ຂ້າ​ພະ​ເຈົ້າ​ໄດ້​ໃສ່ Web in Lao Language. ສ່ວນ​ປ່ອງ​ຕໍ່ໆ​ໄປ​, ໃຫ້​ກົດ​ຫົວ​ລູກ​ສອນ​ສີ​ດໍາ ເພື່ອ​ເລືອກ​ເອົາ​ຄ່າ​ທີ່​ສອດ​ຄ່ອງ​ສໍາ​ລັບ​ເວັບ​ໄຊ. ສຸດ​ທ້າຍ​, ໃຫ້​ຄ​ລິກ​ໃສ່​ປຸ່ມ​ສີ​ຂຽວ ທີ່​ມີ​ຕົວ​ໜັງ​ສື CONTINUE >> ສີ​ຂາວ​ ແລະ​ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ລຸ່ມ​ນີ້​:



    ຢູ່​ປ່ອງ​ສີ​ຂາວ​ລຸ່ມ​ຂໍ້​ຄວາມ Specify the keywords that fit your website, ໃຫ້​ພິມ​ຂໍ້​ຄວາມ​ຫຼັກ​ທີ່​ສາ​ມາດ​ສື່​ເຖີງ​ເວັບ​ໄຊ​ຂອງ​ເຮົາ​ຈໍານວນ​ໜື່ງ ເຊັ່ນ​: Lao, Lao Website ຫຼື Website in Lao. ເລື່ອນ​ໜ້າ​ຈໍ​ລົງ​ມາ​ອີກ​, ເຣົາ​ຈະ​ໄດ້​ຄື​ຮູບ​ຂ້າງ​ລຸ່ມ​:



    ໃຫ້​ໃຊ້​ໜູ​ຄ​ລິກ​ໃສ່​ປ່ອງ​ສີ​ຂາວ​ໜ້າ​ຂໍ້​ຄວາມ​ຕ່າງໆ​ ທີ່​ກົງ​ກັບ​ເນື້ອ​ໃນ​ຂອງ​ເວັບ​ໄຊ​ຂອງ​ເຮົາ. ຖ້າ​ບໍ່​ກົງ​ກັບ​ອັນ​ໃດ​, ໃຫ້​ຄ​ລິກ​ໃສ່​ປ່ອງ​ໜ້າ​ຂໍ້​ຄວາມ Other ເໝືອນ​ດັ່ງ​ຮູບ​ຂ້າງ​ເທີງ.
    ຢູ່​ປ່ອງ​ສີ​ຂາວ​ຍາວ ທີ່​ຢູ້​ດ້ານ​ຂວາ​ມື​ຂອງ​ຂໍ້​ຄວາມ This word is: ໃຫ້​ພິມ​ເໝືອນ​ຂໍ້​ຄວາມ​ທີ່​ເຫັນ​ຢູ່​ດ້ານ​ລຸ່ມ​ຂອງ​ປ່ອງ​ (ລະ​ວັງ​ຢ່າ​ພິມ​ອັກ​ສອນ​ໃຫຍ່​ດ້ວຍ​ອັກ​ສອນ​ນ້ອຍ ຫຼື​ສະ​ຫຼັບ​ກັນ​!). ຈາກ​ນັ້ນ​, ໃຫ້​ເລື່ອນ​ໜ້າ​ຈໍ​ລົງ​ໄປ​ຕໍ່​: ຖ້າ​ມີ​ປ່ອງ​ສີ​ຂາວ​, ໃຫ້​ຕື່ມ​ຂໍ້​ມູນ​ຕາມ​ຄວາມ​ເປັນ​ຈິງ​ໃສ່​; ເມື່ອ​ຮອດ​ລຸ່ມ​ສຸດ​, ໃຫ້​ໃຊ້​ໜູ​ກົດ​ໃສ່​ປຸ່ມ CONTINUE >> ເພື່ອ​ໄປ​ຂັ້ນ​ຕອນ​ຕໍ່​ໄປ.



    ໃຫ້​ດໍາ​ເນີນ​ການ​ປ້ອນ​ຂໍ້​ມູນ​ເໝືອນ​ດັ່ງ​ຂັ້ນ​ຕອນ​ກ່ອນ​ໜ້າ​ນີ້. ສໍາ​ລັບ Zip code ຂອງ​ລາວ​, ຄ່າ 10000 (ສິບ​ພັນ​) ຫຼື​ຫຼັກ​ໝື່ນ​ຂື້ນ​ໄປ​ຄົງ​ໃຊ້​ໄດ້. ສ່ວນ Area code ຂອງ​ໂທ​ລະ​ສັບ​, ກ​ພ. ວຽງ​ຈັນ ຈະ​ແມ່ນ 21; ເລກ​ໂທ​ລະ​ສັບ ແລະ​ໂທ​ລະ​ສານ​ (Fax), ອາດບອກ​ເບີ​ດຽວ​ກັນ​ກໍ່​ໄດ້. ສໍາ​ລັບ​ອີ​ເມ​, ໃຫ້ບອກ​ອີ​ເມ​ດຽວ​ກັບ​ທີ່ບອກ​ໃນ​ຕອນ​ຕົ້ນ ແລະ​ຕ້ອງ​ໃຫ້​ແນ່​ໃຈ​ວ່າ​ມັນ​ຍັງ​ໃຊ້​ໄດ້​ຢູ່. ສຸດ​ທ້າຍ​, ໃຫ້​ຄ​ລິກ​ປຸ່ມ CONTINUE >> ແລະ​ເຮົາ​ຈະ​ໄດ້​ໜ້າ​ຈໍ​ສຸດ​ທ້າຍ​ຄື​ລຸ່ມ​ນີ້​:



    ຮອດ​ຈຸດ​ນີ້​, ຖື​ວ່າ​ການ​ຈອງ​ໂດ​ແມນ​ເນມ​ໂດຍ​ບໍ່​ຕ້ອງ​ເສຍ​ເງິນ​ ແມ່ນ​ສິ້ນ​ສຸດ​ລົງ. ໃຫ້​ອ່ານ​ຂໍ້​ຄວາມ​ຕ່າງໆ​ໃນ​ໜ້າ​ເວັບ​ຂອງ​ຮູບ​ຂ້າງ​ເທີງ​ນີ້​ໃຫ້​ລະ​ອຽດ​, ຈາກ​ນັ້ນ ເຮົາ​ສາ​ມາດ​ປິດ​ໜ້າ​ເວັບ​ນີ້​ໄດ້. ສິ່ງ​ທີ່​ເຮົາ​ຈະ​ຕ້ອງ​ດໍາ​ເນີນ​ການ​ໃນ​ຂັ້ນ​ຕໍ່​ໄປ ກໍ່​ຄື​: ເຂົ້າ​ໄປ​ໃຊ້​ອີ​ເມ​ທີ່​ເຮົາ​ໄດ້​ແຈ້ງ​ຕໍ່ dot.tk ໄວ້. ໃຫ້​ເປີດ​ອີ​ເມ​ທີ່ dot.tk ສົ່ງ​ມາ​ຫາ​ເຮົາ ແລ້ວ​ໃຫ້​ດໍາ​ເນີນ​ການ​ຕາມ​ທີ່​ອີ​ເມ​ໄດ້​ແນະ​ນໍາ​ໄວ້​: ຂໍ​ອະ​ໄພ​ນໍາ​ທີ່​ກໍ​ລະ​ນີ​ຕົວ​ຢ່າງ​ນີ້​, ຂ້າ​ພະ​ເຈົ້າ​ຫຼົງ​ໄປ​ໃຫ້​ອີ​ເມ​ຂອງ​ລູກ​ຊາຍ​ ຊຶ່ງ​ບໍ່​ໄດ້​ເຂົ້າ​ໄປ​ໃຊ້​ເປັນ​ເດືອນ​ແລ້ວ​ ເລີຍ​ເຮັດ​ໃຫ້​ບໍ່​ສາ​ມາດ​ເຂົ້າ​ໄປ​ໃຊ້​ອີ​ເມ​ດັ່ງ​ກ່າວ​ອີກ. ຢ່າງ​ໃດ​ກໍ່​ຕາມ​, ຖ້າ​ຂ້າ​ພະ​ເຈົ້າ​ຈື່​ບໍ່​ຜິດ​, dot.tk ຈະ​ສົ່ງ​ອີ​ເມ ພ້ອມ​ທັງ​ໂຄດ ແລະ Link ຂອງ​ໜ້າ​ເວັບ​ທີ່​ຈະ​ຕ້ອງ​ໄປ​ຢັ້ງ​ຢືນ​ວ່າ ໄດ້​ຂໍ​ໂດ​ແມນ​ເນມ​ດັ່ງ​ກ່າວ​ແທ້. ພຽງ​ແຕ່​ເຂົ້າ​ໄປ​ໜ້າ​ເວັບ​ດັ່ງ​ກ່າວ​, ປ້ອນ​ຂໍ້​ມູນ ແລະ​ພິມ​ໂຄດ​ທີ່​ໃຫ້​ມາ​, ໂດ​ແມນ​ເນມ​ທີ່​ຂໍ ກໍ່​ຈະ​ມີ​ຜົນ​ໃຊ້​ໄດ້​ໃນ​ທັນ​ທີ.

ປິດ​ທ້າຍ​:
    ບົດ​ຄວາມ "ການ​ຂຽນ​ເວັບ​ໄຊ​ພາ​ສາ​ລາວ​" ທີ່​ຂ້າ​ພະ​ເຈົ້າ​ນໍາ​ມາ​ສະ​ເໜີ​ນີ້​, ໃຊ້​ວິ​ທີ​ພື້ນໆ​-ງ່າຍໆ​ໃນ​ການ​ຂຽນ​ເວັບ​ໄຊ​: ບໍ່​ມີ Java Script, ບໍ່​ເປັນ php ຫຼື asp, ແຕ່​ເປັນ htm ຫຼື html ສົດໆ. ທີ່​ຈິງ​ແລ້ວ​, ຂ້າ​ພະ​ເຈົ້າ​ເອງ​, ກໍ່​ບໍ່​ຮູ້​ເລື່ອງ​ກ່ຽວ​ກັບ Java Script, php ຫຼື asp ແຕ່​ປະ​ການ​ໃດ. ການ​ທີ່​ບັງ​ອາດ ຂຽນ​ບົດ​ຄວາມ​ໃນ​ລັກ​ສະ​ນະ​ວິ​ຊາ​ການ​ ທັງໆ​ທີ່​ຕົນ​ເອງ​ກໍ່​ບໍ່​ໄດ້​ມີ​ວິ​ຊາ​ການ​ພໍ​ເທົ່າ​ໃດ ກໍ່​ພຽງ​ແຕ່​ຕ້ອງ​ການ​ເປັນ​ປະ​ກາຍ​ໄຟ​ ໃຫ້​ແກ່​ຜູ້​ອື່ນໆ​: ປະ​ກາຍ​ໄຟ​ພຽງ​ຢ່າງ​ດຽວ ຍ່ອມ​ບໍ່​ອາດ​ໃຫ້​ແສງ​ສະ​ຫວ່າງ​ທີ່​ຕໍ່​ເນື່ອງ​ ຖ້າ​ປາດ​ສະ​ຈາກ​ເຊື້ອ​ໄຟ ທີ່​ສາ​ມາດ​ຕິດ​ໄຟ - ຖ້າ​ເຊຶ້ອ​ໄຟ​ບໍ່ຍອມ​ຕິດ​ໄຟ​ ປະ​ກາຍ​ໄຟ​ຄົງ​ຖືກ​ຂີດ​ຂື້ນ ຕໍ່​ໄປ​ເລື້​ອຍໆ ຈົນ​ກ່ວາ​ຫີນ​ເຫຼັກ​ໄຟ​ຈະ​ໝົດ​ໄປ​ເອງ.

ກັບ​ຄືນ​ໄປ​ ຕອນ​ຕົ້ນ​ຂອງ​ໜ້າ​