ການຂຽນເວັບໄຊພາສາລາວ ຫນ້າ 2
| ກັບຄືນໄປເວັບຫນ້າທຳອິດ | ກັບໄປຫນ້າ "ເລື່ອງຕ່າງໆກ່ຽວກັບຄອມພິວເຕີ" |
ການຂຽນເວັບໄຊພາສາລາວ ໜ້າ: | 1 | 2 | 3 | 4 | 5 | 6 | 7 | 8 | 9 | 10 | 11 | 12 |

II. ການ​ພິ​ຈາ​ລະ​ນາ​ຊອບ​ແວ​ທີ່​ຈະ​ໃຊ້​ສ້າງ​ເວັບ​ພາ​ສາ​ລາວ

      ເວັບໄຊ​ຕ່າງໆ​ທີ່​ມີ​ຢູ່​ໃນ​ອິນ​ເຕີ​ເນັດ ລ້ວນ​ແຕ່​ແມ່ນ​ໄຟລ໌​ປະ​ເພດ htm ຫຼື html (HyperText Markup Language). ໄຟລ໌​ເຫຼົ່າ​ນີ້, ມີ​ຄຸນ​ສົມ​ບັດ​ທີ່​ອາ​ນຸ​ຍາດ​ໃຫ້​ເຮົາ​ໃຊ້​ສາ​ລະ​ພັດ​ສື່ (multimedia) ເຊັ່ນ ພາບ​ນິ້ງ, ພາບ​ເຄື່ອນ​ໄຫວ ຫຼື​ຮູບ​ເງົາ, ສຽງ ແລະ​ການ​ເຊື່ອມ​ຕໍ່​ເພື່ອ​ເຕັ້ນ​ໄປ​ຫາ​ໄຟລ໌ htm ອື່ນໆ​ທີ່​ຢູ່​ເທີງ​ເວັບ; ນອກ​ຈາກ​ນີ້, ເຮົາ​ຍັງ​ສາ​ມາດ ສ້າງ​ຂໍ້​ຄວາມ/​ປຸ່ມ​ການ​ເຊື່ອມ​ຕໍ່​ທີ່​ມີ​ລັກ​ສະ​ນະ​ເປັນ​ຄຳ​ສັ່ງ​ເພື່ອ​ ໃຫ້​ດຳ​ເນີນ​ການ​ໃດ​ຫນຶ່ງ​ໄດ້. ໄຟລ໌​ເຫຼົ່າ​ນີ້, ໄດ້​ຖືກ​ຂຽນ​ຂື້ນ​ໂດຍ​ໃຊ້​ພາ​ສາ HTML ຊຶ່ງ​ປະ​ກອບ​ດ້ວຍ​ຄຳ​ສັ່ງ​ທີ່​ສາ​ມາດ​ຮຽນ​ຮູ້​ໄດ້​ງ່າຍ ເພາະ​ມີ​ລັກ​ສະ​ນະ ເປັນ​ຂໍ້​ຄວາມ​ທີ່​ຄົນ​ເຮົາ​ພໍ​ເຂົ້າ​ໃຈ​ໄດ້ ແລະ​ສາ​ມາດ​ໃຊ້​ໂປຣ​ແກຣມ Text Editor ເຊັ່ນ Notepad ຂອງ Windows ເພື່ອ​ຂຽນ​ໄຟລ໌​ເຫຼົ່າ​ນີ້. ຍ້ອນ​ຄວາມ​ບໍ່​ສະ​ດວກ ແລະ​ຂໍ້​ຈຳ​ກັດ​ຫຼາຍໆ​ຢ່າງ​ ຂອງ Notepad, ບໍ​ລິ​ສັດ​ຜູ້​ຜະ​ລິດ​ຊອບ​ແວ​ຫຼາຍໆ​ລາຍ ຈຶ່ງ​ໄດ້​ສ້າງ​ຊອບ​ແວ​ທີ່​ໃຊ້​ສຳ​ລັບ​ຂຽນ​ເວັບ​ໄຊ​ໂດຍ​ສະ​ເພາະ ເພື່ອ​ໃຫ້​ຜູ້​ໃຊ້​ທີ່​ບໍ່​ມີ​ຄວາມ​ຮູ້​ກ່ຽວ​ກັບ​ພາ​ສາ HTML ໃຫ້​ສາ​ມາດ​ຂຽນ​ເວັບ​ໄຊ​ໄດ້.

      ຊອບແວ​ເຫຼົ່າ​ນີ້, ມີ​ຈຳ​ນວນ​ເປັນ​ຫົວ​ຮ້ອຍ; ແຕ່​ລະ​ຕົວ, ມີ​ຈຸດ​ເດັ່ນ/​ດ້ອຍ​ສະ​ເພາະ​ຕົວ. ຊອບ​ແວ​ບາງ​ຕົວ​ກໍ່​ເປັນ​ຊອບ​ແວ​ທີ່​ໃຫ້​ໃຊ້​ລ້າ (free ware), ບາງ​ຕົວ​ກໍ່​ໃຫ້​ລອງ​ໃຊ້ (share ware ຫຼື trial ware) ຊື່ງ​ມີ​ກຳ​ນົດ​ລອງ​ໃຊ້​ທີ່​ບໍ່​ເກີນ 30 ມື້; ຖ້າ​ຕ້ອງ​ການ​ໃຊ້​ຕໍ່ ຕ້ອງ​ໄດ້​ລົງ​ທະ​ບຽນ ແລະ​ເສຍ​ເງິນ​ໃຫ້​ຜູ້​ຜະ​ລິດ. ລາ​ຄາ​ຂອງ​ຊອບ​ແວ​ລອງ​ໃຊ້​ເຫຼົ່າ​ນີ້ ຢູ່​ໃນ​ຊ່ວງ 50 ເຖີງ 500 US$. ຊອບ​ແວ​ເຫຼົ່າ​ນີ້, ສາ​ມາດ​ດາວ​ໂຫຼດ​ມາ​ໃຊ້ ຫຼື​ລອງ​ໃຊ້​ໂດຍ​ການ​ເຂົ້າ​ໄປ​ເວັບ​ໄຊ​ຂອງ​ຜູ້​ຜະ​ລິດ​ຊອບ​ແວ​ເຫຼົ່າ​ນັ້ນ.

      ຕາມທີ່​ຂ້າ​ພະ​ເຈົ້າ​ ໄດ້​ສຶກ​ສາ​ມາ​ຈຳ​ນວນ​ຫນຶ່ງ, ຊອບ​ແວ​ເຫຼົ່າ​ນີ້ ຈະ​ສະ​ຫນັບ​ສະ​ຫນູນ​ພຽງ​ແຕ່​ພາ​ສາ​ທີ່ Windows ສະ​ຫນັບ​ສະ​ຫນູນ. ດັ່ງ​ນັ້ນ, ຊອບ​ແວ​ເຫຼົ່າ​ນີ້ ຈຶ່ງ​ບໍ່​ສາ​ມາດ​ຖືກ​ໃຊ້​ເພື່ອ​ຂຽນ​ເວັບ​ພາ​ສາ​ລາວ. ເວັບ​ໄຊ​ທີ່​ທ່ານ​ກຳ​ລັງ​ຢ້ຽມ​ຊົມ​ຢູ່​ໃນ​ຂະ​ນະ​ນີ້, ຂ້າ​ພະ​ເຈົ້າ​ໃຊ້ DreamWeaver 3.0 ສ້າງ​ເວັບ​ຫນ້າ​ທຳ​ອິດ ແລະ​ຫນ້າ​ຂໍ້​ມູນ/​ດາວ​ໂຫຼດ Narin.ttf ໂດຍ​ໃຊ້​ກຣາ​ຟິກ​ລ້ວນໆ  ຊຶ່ງ​ສ້າງ​ມາ​ຈາກ Firework 3.0 ອີກ​ທອດ​ຫນຶ່ງ. ສ່ວນ​ຫນ້າ​ເວັບ​ອື່ນໆ, ໃນ​ຕອນ​ຕົ້ນ, ຂ້າ​ພະ​ເຈົ້າ​ໄດ້​ໃຊ້ Word 2000 ສ້າງ; ໃນ​ຕໍ່​ມາ, ໄດ້​ໃຊ້ FrontPage 2002 ເປັນ​ຕົວ​ສ້າງ​ເວັບ ເນື່ອງ​ຈາກ​ໄຟລ໌ htm ທີ່​ສ້າງ​ໂດຍ Word 2000 (ຫຼື 2002) ແມ່ນ​ມີ​ຂະ​ຫນາດ​ໃຫຍ່​ເກີນ​ໄປ (ມີ​ການ​ແຊກ​ຄຳ​ສັ່ງ​ທີ່​ຊໍ້າ​ຊ້ອນ​ຂື້ນ​ມາ ບໍ່​ວ່າ​ຈະ​ມີ​ການ​ສະ​ຫຼັບ​ແປ້ນ​ພິມ, ການ​ພິມ​ຈຸດ​ຕ່າງໆ ຫຼື​ການ​ຍະ​ຫວ່າງ ຊຶ່ງ​ເຮັດ​ໃຫ້​ໄຟລ໌ html ຫນ້າ​ດຽວ​ກິນ​ເນື້ອ​ທີ່​ເຖີງ 100 KB); ຖ້າ​ສ້າງ​ໂດຍ FrontPage 2002 (ໂດຍ​ປັບ​ແຕ່ງ​ໂປຣ​ແກຣມ ແລະ​ໂຄດ​ຄຳ​ສັ່ງ​ເລັກ​ນ້ອຍ) ຈະ​ກິນ​ເນື້ອ​ທີ່​ພຽງ 18 KB. ໃນ​ຕໍ່ໆ​ມາ, ຂ້າ​ພະ​ເຈົ້າ​ໄດ້​ໃຊ້​ພຽງ​ແຕ່ FrontPage 2002 ໃນ​ການ​ສ້າງ​ຫນ້າ​ເວັບ ແລະ​ໃຊ້ Macromedia Fireworks MX ເປັນ​ໂປຣ​ແກຣມ​ສ້າງ​ກຣາ​ຟິກ ແລະ​ປັບ​ແຕ່ງ​ພາບ ແລະ​ໃຊ້​ຄອມ​ພິວ​ເຕີ​ທີ່​ໃຊ້​ລະ​ບົບ​ປະ​ຕິ​ບັດ​ການ Windows XP Professional. ການ​ໃຊ້​ລະ​ບົບ​ປະ​ຕິ​ບັດ​ການ ແລະ​ຊອບ​ແວ​ຄື​ດັ່ງ​ກ່າວ​ນີ້, ອາດ​ເປັນ​ຂໍ້​ຈຳ​ກັດ ສຳ​ລັບ​ບາງ​ທ່ານ​ທີ່​ຍັງ​ບໍ່​ທັນ​ພ້ອມ. ດ້ວຍ​ເຫດ​ນີ້, ຂ້າ​ພະ​ເຈົ້າ​ຈຶ່ງ​ຊອກ​ຫາ​ຊອບ​ແວ​ທີ່​ສາ​ມາດ​ສ້າງ​ເວັບ​ໄຊ​ພາ​ສາ​ລາວ​ຕົວ​ ໃຫມ່ ຊຶ່ງ​ສາ​ມາດ​ໃຊ້​ໄດ້​ກັບ​ລະ​ບົບ​ປະ​ຕິ​ບັດ​ການ Windows ທຸກໆ​ລຸ້ນ. ໃນ​ທີ່​ສຸດ ກໍ່​ສາ​ມາດ​ພົບ ໂປຣ​ແກຣມ Composer ທີ່​ມີ​ຢູ່​ໃນ​ໂປຣ​ແກຣມ​ທ່ອງ​ເວັບ Mozilla 1.4 ຊຶ່ງ​ສາ​ມາດ​ດາວ​ໂຫຼດ​ໄດ້​ຟຣີຈາກ http://www.mozilla.org. ດັ່ງ​ນັ້ນ, ເຮົາ​ສາ​ມາດ​ສະ​ຫຼຸບ​ໄດ້​ວ່າ, ສິ່ງ​ທີ່​ຈຳ​ເປັນ​ໃນ​ການ​ສ້າງ​ເວັບ​ໄຊ​ພາ​ສາ​ລາວ ປະ​ກອບ​ມີ​ຄື:

  1. Windows 98 ຫຼື 98SE ຫຼື Me ຫຼື 2000 ຫຼື XP
  2. Narin.ttf (ຫມາຍ​​ເຖີງ Narin.ttf ແລະ Narinbd.ttf) ແລະ Narin Script
  3. Mozilla 1.4

    ເພື່ອໃຫ້ເຫັນ​ປະ​ສິດ​ທິ​ຜົນ​ຂອງ Mozilla 1.4 ໃນ​ການ​ສ້າງ​ເວັບ​ໄຊ​ພາ​ສາ​ລາວ, ບົດ​ຄວາມ "ການ​ຂຽນ​ເວັບ​ໄຊ​ພາ​ສາ​ລາວ" ທັງ​ຫມົດ, ຂ້າ​ພະ​ເຈົ້າ​ໄດ້​ນຳ​ໃຊ້ Composer ໃນ Mozilla ເປັນ​ຕົວ​ສ້າງ​ເວັບ ແລະ​ໃຊ້ Photo Editor (ທີ່​ມາ​ນຳ Microsoft Office ທຸກ​ລຸ້ນ) ເປັນ​ຕົວ​ຈັດ​ການ​ກ່ຽວ​ກັບ​ຮູບ​ພາບ. ຂ້າ​ພະ​ເຈົ້າ​ໃຊ້​ຄອມ​ພິວ​ເຕີ Windows 98 ທຳ​ມະ​ດາ ທີ່​ມີ CPU ແມ່ນ Celeron 466 MHz, RAM 64 Mb, VGA Built-in 2 Mb, HD 4.2 Gb.


ກັບຄືນໄປຕອນຕົ້ນຂອງຫນ້າ