ການຂຽນເວັບໄຊພາສາລາວ ຫນ້າ  4
| ກັບຄືນໄປເວັບຫນ້າທຳອິດ | ກັບໄປຫນ້າ "ເລື່ອງຕ່າງໆກ່ຽວກັບຄອມພິວເຕີ" |
ການຂຽນເວັບໄຊພາສາລາວ ໜ້າ: | 1 | 2 | 3 | 4 | 5 | 6 | 7 | 8 | 9 | 10 | 11 | 12 |

ບາດ​ນີ້, ເຮົາ​ຈະ​ເຂົ້າ​ໄປ​ປັບ charset ເພື່ອ​ໃຫ້​ສາ​ມາດ​ຮອງ​ຮັບ​ການ​ສ້າງ​ຫນ້າ​ເວັບ​ພາ​ສາ​ລາວ ດ້ວຍ​ການ​ຄລິກ​ໃສ່​ປຸ່ມ <HTML> Source ທີ່​ຢູ່​ດ້ານ​ລຸ່ມ​ຊ້າຍ​ຂອງ​ຈໍ; ເຣົາ​ຈະ​ໄດ້​ຫນ້າ​ຈໍ​ໃຫມ່​ຄື​ລຸ່ມ​ນີ້:


ຢູ່​ແຖວ​ທີ 4, ບ່ອນ​ຂໍ້​ຄວາມ charset=ISO-8895-1" (ຫຼືອື່ນໆ), ໃຫ້​ປ່ຽນ​ເປັນ charset=unicode". ຢູ່​ແຖວ​ທີ 5 ບ່ອນ​ຂໍ້​ຄວາມ <title></title> ໃຫ້​ພິມ​ພາ​ສາ​ລາວ​ແຊກ​ໃສ່​ໃຫ້​ເປັນ​ຄື​ດັ່ງ​ນີ້: <title>ການ​ຂຽນ​ເວັບ​ໄຊ​ພາ​ສາ​ລາວ ຫນ້າ​ທີ 2</title>. ຈາກ​ນັ້ນ, ໃຫ້​ຄລິກ​ໃສ່​ປຸ່ມ Normal ທີ່​ຢູ່​ໃກ້ໆ​ກັບ​ປຸ່ມ <HTML> Source ເພື່ອ​ກັບ​ຄືນ​ມາ​ຫນ້າ​ເວັບ​ເປົ່າ.
   ເຮົາ​ຈະ​ມາ​ເລີ່ມ​ຕົ້ນ​ພິມ​ຂໍ້​ຄວາມ​ໃສ່​ຫນ້າ​ເວັບ​ທຳ​ອິດ​ຂອງ​ເຮົາ. ໃຫ້​ກົດ Alt + Shift (ດ້ານ​ຊ້າຍ​ມື) ເພື່ອ​ສະ​ຫຼັບ​ແປ້ນ​ພິມ​ເປັນ​ລາວ ແລ້ວ​ເລີ່ມ​ຕົ້ນ​ພິມ​ຂໍ້​ຄວາມ​ໃຫ້​ຄື​ດັ່ງ​ໃນ​ຮູບ​ລຸ່ມ​ນີ໊:



ຫມາຍ​ເຫດ:
  1. ຫຼັງ​ຈາກ​ພິມ​ຈົບ​ແຕ່​ລະ​ແຖວ, ໃຫ້​ກົດ Enter ເພື່ອ​ໃຫ້​ຕົວ​ກະ​ພິບ (Cursor - ເສັ້ນ​ຕັ້ງ​ສັ້ນໆ​ສີ​ດຳ​ທີ່​ຮຸ່ງ/​ມອດ/​ຮຸ່ງ... ຊຶ່ງ​ບອກ​ຕຳ​ແຫນ່ງ​ໃນ​ຫນ້າ​ຈໍ​ທີ່​ຕົວ​ອັກ​ສອນ​ຈະ​ປາ​ກົດ​ຂື້ນ ຖ້າ​ເຮົາ​ພິມ​ຈາກ​ແປ້ນ​ພິມ) ເຕັ້ນ​ລົງ​ມາ​ຢູ່​ຕອນ​ຕົ້ນ​ຂອງ​ແຖວ​ໃຫມ່,
  2. ການ​ສະ​ຫຼັບ​ແປ້ນ​ພິມ​ຈາກ​ລາວ​ເປັນ​ອັງ​ກິດ, ໃຫ້​ກົດ Alt + Shift ເບື້ອງ​ຊ້າຍ​ມື (ຄື​ກັນ​ກັບ​ກໍ​ລະ​ນີ ຈາກ​ອັງ​ກິດ​ເປັນ​ລາວ),
  3. ການ​ສ້າງ​ແຖວ​ເປົ່າ: ໃຫ້​ກົດ Enter ເວ​ລາ​ຕົວ​ກະ​ພິບ​ຢູ່​ຕົ້ນ​ແຖວ.
  4. ການ​ພິມ​ໂຕ​ລາວ, ໃຫ້​ຫຼີກ​ເວັ້ນ​ການ​ກົດ​ແປ້ນ​ພິມ​ທີ່​ມີ​ອັກ​ສອນ​ປະ​ສົມ​ເຊັ່ນ xໍ່, xົ້, xຳ, xໍ້າ, xິ້, xີ້, xໍ່າ, xັ້, xຶ້ ແລະ xື້. ໃຫ້​ພິມ xໍ + x່, xົ + x້, xໍ + xາ, xໍ + x້ + xາ, xິ + x້, xີ + x້, xໍ + x່ + xາ, xັ + x້, xຶ + x້ ແລະ xື + x້ ແທນ​ຕາມ​ລຳ​ດັບ. ຫມາຍ​ຄວາມ​ວ່າ ອັກ​ສອນ​ປະ​ສົມ ຕ້ອງ​ແທນ​ດ້ວຍ​ອັກ​ສອນ​ດ່ຽວໆ​ຫຼາຍ​ຕົວ. ທີ່​ໃຫ້​ດຳ​ເນີນ​ການ​ເຊັ່ນ​ນີ້ ກໍ່​ເພື່ອ​ຫຼີກ​ເວັ້ນ​ບັນ​ຫາ​ໃນ​ການ​ສະ​ແດງ​ຜົນ​ຂອງ​ພາ​ສາ​ລາວ ຖ້າ​ມີ​ການ​ໃຊ້​ຟອນ​ຢູ​ນີ​ໂຄດ​ລາວ​ຕົວ​ອື່ນໆ​ທີ່​ບໍ່​ແມ່ນ Narin.ttf (ກະ​ລຸ​ນາ​ໄປ​ເບີ່ງ ຄຳ​ຖາມ-ຄຳ​ຕອບ​ກ່ຽວ​ກັບ Narin.ttf ແລະ Narin Script ທີ່​ຢູ່​ໃນ​ຫົວ​ຂໍ້ "ສິ່ງ​ທີ່​ຫນ້າ​ສົນ​ໃຈ​ຕ່າງໆ" ຈາກ​ຫນ້າ​ເວັບ​ທຳ​ອິດ​ຂອງ​ເວັບ​ໄຊ​ນີ້).
ຂັ້ນ​ຕອນ​ຕໍ່​ມາ, ໃຫ້​ດຳ​ເນີນ​ການ​ຕາມ​ຂັ້ນ​ຕອນ​ຕ່າງໆ​ທີ່​ສະ​ເຫນີ​ຢູ່​ຂ້າງ​ລຸ່ມ​ນີ້:
  1. ໃຫ້​ກົດ Ctrl + a (ນິ້ວ​ຫນຶ່ງ​ກົດ​ແປ້ນ Ctrl ຄ້າງ​ໄວ້, ອີກ​ນິ້ວ​ຫນຶ່ງ ກົດ xັ ຫຼື a ແລ້ວ​ຈຶ່ງ​ປ່ອຍ​ນິ້ວ​ມື​ທັງ​ສອງ) ເພື່ອ​ເລືອກ​ເອົາ​ຂໍ້​ຄວາມ​ທັງ​ຫມົດ (ຫຼື​ຢູ່​ແຖບ​ເມ​ນູ, ໄປ Edit --> Select All ກໍ່​ໄດ້). ຢູ່​ແຖບ​ເມ​ນູ, ໃຫ້​ໄປ Format --> Font; ເມື່ອ​ມີ​ປ່ອງ​ເມ​ນູ​ຍ່ອຍ​ປາ​ກົດ​ຂື້ນ, ໃຫ້​ໃຊ້​ຫນູ​ເລື່ອນ​ລົງ​ໄປ ເພື່ອ​ຄລິກ​ໃສ່​ຟອນ Narin ຊຶ່ງ​ເປັນ​ການ​ກຳ​ນົດ​ໃຫ້​ໃຊ້​ຟອນ Narin ພຽງ​ແຕ່​ຟອນ​ດຽວ​ໃນ​ການ​ສ້າງ​ຫນ້າ​ເວັບ​ນີ້. ທີ່​ຈິງ​ແລ້ວ, ເຮົາ​ສາ​ມາດ​ໃຊ້​ຟອນ​ອື່ນໆ​ຕື່ມ​ກໍ່​ໄດ້; ແຕ່​ການ​ດຳ​ເນີນ​ການ​ຄື​ດັ່ງ​ກ່າວ ຈະ​ເຮັດ​ໃຫ້ ຫນ້າ​ເວັບ​ມີ​ຂະ​ຫນາດ​ໃຫຍ່​ຂື້ນ​ໂດຍ​ບໍ່​ຈຳ​ເປັນ ເພາະ​ຈະ​ມີ​ການ​ເພີ່ມ​ຄຳ​ສັ່ງ​ໃນ​ການ ໄປ​ໃຊ້​ຟອນ​ອື່ນ - ຢຸດ​ຕິ​ການ​ໃຊ້​ຟອນ​ອື່ນ - ໄປ​ໃຊ້​ຟອນ Narin - ຢຸດ​ຕິ​ການ​ໃຊ້​ຟອນ Narin -ໄປ​ໃຊ້​ຟອນ​ອື່ນ - ຢຸດ​ຕິ​ການ​ໃຊ້​ຟອນ​ອື່ນ...
  2. ໃຫ້​ໃຊ້​ຫນ​ູເລືອກ​ເອົາ​ຂໍ້​ຄວາມ​ແຖວ​ທຳ​ອີດ​ທັງ​ຫມົດ (ໃຊ້​ຫນູ​ຄລີກ​ໃສ່​ຕອນ​ຕົ້ນ​ຂອງ​ແຖວ ແຕ່​ຢ່າ​ຟ້າວ​ປ່ອຍ​ມື ແລ້ວ​ລາກ​ຫນູ​ໃຫ້​ແຖບ​ສີ​ດຳ​ໄປ​ກວມ​ເອົາ​ຂໍ້​ຄວາມ​ທັງ​ຫມົດ​ຈົນ​ຮອດ​ທ້າຍ​ ແຖວ​ຈຶ່ງ​ປ່ອຍ​ມື), ຢູ່​ແຖບ​ເມ​ນູ​ແຖບ​ທີ 3 (ແຖບ​ເຄື່ອງ​ມື​ຈັດ​ຮູບ​ແບບ​ຂອງ​ຕົວ​ອັກ​ສອນ), ໃຫ້​ຄລິກ​ໃສ່ B (ເພື່ອ​ໃຫ້​ຕົວ​ອັກ​ສອນ​ທີ່​ເລືອກ​ເປັນ​ຕົວ​ຫນາ), ຄລິກ​ໃສ່ +a (ເພື່ອ​ໃຫ້​ຕົວ​ອັກ​ ສອນ​ທີ່​ເລືອກ ມີ​ຂະ​ຫນາດ​ໃຫຍ່​ຂື້ນ), ຄລິກ​ໃສ່ ຮູບ​ສັນ​ຍາ​ລັກ​ທີ 3 ນັບ​ຈາກ​ຂວາ​ມື - Align Center (ເພື່ອ​ໃຫ້​ຕົວ​ອັກ​ສອນ​ທີ່​ເລືອກ ປາ​ກົດ​ຢູ່​ກາງ​ຈໍ).
  3. ໃຫ້​ໃຊ້​ຫນູ​ເລືອກ​ເອົາ​ແຖວ​ທີ 2 ຮອດ​ແຖວ​ທີ 5 ແລ້ວ​ຈັດ​ໃຫ້​ພວກ​ມັນ​ຢູ່​ເຄີ່ງ​ກາງ​ຈໍ.
  4. ສຳ​ລັບ​ແຖວ​ຂໍ້​ຄວາມ "ການ​ຂຽນ​ເວັບ​ໄຊ​ພາ​ສາ​ລາວ", ໃຫ້​ຈັດ​ໃຫ້​ເປັນ​ຄື​ແຖວ​ທຳ​ອິດ.
  5. ໃຫ້​ໃຊ້​ຫນູ​ເລືອກ​ເອົາ 5 ແຖວ​ສຸດ​ທ້າຍ​ທັງ​ຫມົດ, ໄປ​ແຖບ​ເຄື່ອງ​ມື ແລ້ວ​ເລືອກ​ເອົາ ຮູບ​ສັນ​ຍາ​ລັກ (Icon) ທີ 7 ນັບ​ຈາກ​ຂວາ​ມື - Apply or Remove Number List ເພື່ອ​ໃຫ້​ພວກ​ມັນ​ມີ​ເລກ​ລຳ​ດັບ 1, 2, 3,... ພ້ອມ​ກັນ​ນີ້, ໃຫ້​ຈັດ​ພວກ​ມັນ​ຢູ່​ເຄີ່ງ​ກາງ​ຫນ້າ​ຈໍ.
ຖ້າ​ເຮົາ​ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ຂັ້ນ​ຕອນ​ຕ່າງໆ​ຂ້າງ​ ເທີງ, ເຮົາ​ຈະ​ໄດ້​ຫນ້າ​ເວັບ​ທີ່​ມີ​ລັກ​ສະ​ນະ​ຄື​ດັ່ງ​ຮູບ​ລຸ່ມ​ນີ້:



ຮອດ​ຈຸດ​ນີ້, ເຮົາ​ໄດ້​ສ້າງ​ຫນ້າ​ເວັບ​ຫນ້າ​ທຳ​ອິດ​ທີ່​ເປັນ​ພາ​ສາ​ລາວ ສຳ​ເລັດ​ລົງ​ດ້ວຍ​ດີ. ຫນ້າ​ເວັບ​ນີ້​ຍັງ​ບໍ່​ທັນ​ມີ​ການ​ເຊື່ອມ​ຕໍ່​ໄປ​ຫາ​ຫນ້າ​ເວັບ​ອື່ນໆ ເພາະ​ເຮົາ​ຍັງ​ບໍ່​ທັນ​ໄດ້​ສ້າງ​ຫນ້າ​ເວັບ​ເຫຼົ່າ​ນັ້ນ​ເທື່ອ. ກ່ອນ​ອື່ນ​ເຮົາ​ຈະ​ທຳ​ການ​ເຊັບ (Save) ຫນ້າ​ເວັບ​ນີ້​ໄວ້​ໃນ Hard Disk. ຢູ່​ແຖບ​ເມ​ນູ, ໃຫ້​ໄປ File --> Save As... ເຮົາ​ຈະ​ໄດ້​ປ່ອງ​ຢ້ຽມ​ນ້ອຍ Save Page As ທີ່​ມີ​ລັກ​ສະ​ນະ​ຄື​ຮູບ​ລຸ່ມ​ນີ້:



ຢູ່​ສົ້ນ​ດ້ານ​ຂວາ​ຂອງ​ແຖບ Save in:, ໃຫ້​ຄລິກ​ໃສ່​ຫົວ​ລູກ​ສອນ​ສີ​ດຳ​ທີ່​ປາຍ​ຊີ້​ລົງ​ລຸ່ມ, ຈາກ​ນັ້ນ​ໃຫ້​ໄປ​ເລືອກ ບ່ອນ​ທີ່​ຈະ​ເຊັບ​ຫນ້າ​ເວັບ​ໃຫ້​ໄປ​ຢູ່ Drive (C:); ຕໍ່​ມາ,ໃຫ້​ໃຊ້​ຫນູ​ຄລິກ​ໃສ່​ຮູບ​ສັນ​ຍາ​ລັກ ທີ 3 ຈາກ​ຂວາ​ມື  ຂອງ​ປ່ອງ​ຢ້ຽມ  Save Page As ຊຶ່ງ​ຈະ​ກົງ​ກັບ Create New Folder, ເມື່ອ​ມີ Folder ທີ່​ມີ​ຊື່​ວ່າ New Folder ຂື້ນ​ມາ, ໃຫ້​ພິມ​ຄຳ​ວ່າ mylaoweb (ໃຫ້​ໃຊ້​ຕົວ​ອັກ​ສອນ​ນ້ອຍ) ໄປ​ແທນ​ຊື່ New Folder; ຈາກ​ນັ້ນ ໃຫ້​ຄລິກ 2 ຄັ້ງ​ໄວໆ​ຢູ່​ຮູບ​ສັນ​ຍາ​ລັກ Folder ສີ​ເຫຼືອງ​ທາງ​ຫນ້າ mylaoweb ເພື່ອ​ກຳ​ນົດ​ບ່ອນ​ທີ່​ຈະ​ເຊັບ​ຫນ້າ​ເວັບ ໃຫ້​ໄປ​ຢູ່​ໃນ Folder ທີ່​ຊື່ mylaoweb ຊຶ່ງ Folder ດັ່ງ​ກ່າວ ແມ່ນ​ຍັງ​ຂື້ນ​ຕໍ່ Hard Disk (C:) ອີກ​ທອດ​ຫນຶ່ງ (ຫມາຍ​ຄວາມ​ວ່າ ເຮົາ​ຈະ​ເຊັບ​ຫນ້າ​ເວັບ​ໄວ້​ໃນ C:\mylaoweb). ສຸດ​ທ້າຍ, ຢູ່​ປ່ອງ File name, ໃຫ້​ພິມ​ຊື່​ຫນ້າ​ເວັບ​ທີ່​ເຮົາ​ຈະ​ເຊັບ​ມ້ຽນ​ວ່າ index.htm ແລ້ວ​ກົດ​ປຸ່ມ Save.
    ເປັນ​ອັນ​ວ່າ ເຮົາ​ໄດ້​ເຊັບ​ຫນ້າ​ເວັບ​ທຳ​ອິດ​ທີ່​ເຮົາ​ຫາ​ກໍ່​ສ້າງ​ຂື້ນ​ໄວ້​ໃນ C:\mylaoweb ແລະ​ຕັ້ງ​ຊື່​ໃຫ້​ວ່າ index.htm ຢ່າງ​ສຳ​ເລັດ​ຜົນ.

ກັບຄືນໄປຕອນຕົ້ນຂອງຫນ້າ