ການຂຽນເວັບໄຊພາສາລາວ ຫນ້າ 1
| ກັບຄືນໄປເວັບຫນ້າທຳອິດ | ກັບໄປຫນ້າ "ເລື່ອງຕ່າງໆກ່ຽວກັບຄອມພິວເຕີ" |
ການຂຽນເວັບໄຊພາສາລາວ ໜ້າ: | 1 | 2 | 3 | 4 | 5 | 6 | 7 | 8 | 9 | 10 | 11 | 12 |

"ສ້າງເວັບໄຊພາສາລາວຂອງຕົນເອງ, ຂໍ Domaine Name ແລະເນຶ້ອທີ່ຝາກເວັບໄຊ ໂດຍບໍ່ຕ້ອງເສຍເງິນ"

ຕາມ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໂອ້​ລົມ​ນຳ​ຫຼາຍໆ​ຄົນ, ບໍ່​ວ່າ​ຈະ​ແມ່ນ​ຫມູ່​ຄູ່​ມິດ​ສະ​ຫາຍ, ອາ​ດີດ​ເພື່ອນ​ຮ່ວມ​ງານ, ອາ​ດີດ​ນັກ​ສຶກ​ສາ,... ລ້ວນ​ແຕ່ ມີ​ຄວາມ​ສົນ​ໃຈ​ຕໍ່​ກັບ​ວິ​ທີ​ໃນ​ການ​ສ້າງ​ເວັບ​ພາ​ສາ​ລາວ; ບາງ​ຄົນ​ເຖີງ​ຂັ້ນ​ສະ​ເຫນີໃຫ້​ໄຂ​ການ​ເຝິກ​ອົບ​ຮົມ ຊຶ່ງ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ເປັນ​ເລື່ອງ​ທີ່​ໄກ​ໂຕ ແລະ​ຕ້ອງ​ໄດ້ ກະ​ກຽມ​ສະ​ຖານ​ທີ່, ອຸບ​ປະ​ກອນ​ຕ່າງໆ ຊຶ່ງ​ຄົງ​ຈະ​ຫຍຸ້ງ​ຍາກ ແລະ​ພົວ​ພັນ​ເຖີງ​ປັດ​ໄຈ​ຫຼາຍໆ​ຢ່າງ​ບໍ່​ແມ່ນ​ຫນ້ອຍ. ສຳ​ລັບ​ຄວາມ​ຄຶດ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ, ທາງ​ອອກ​ທີ່​ດີ​ທີ່​ສຸດ ກ່ຽວ​ກັບ​ເລື່ອງ​ນີ້ ກໍ່​ຄື ຂຽນ​ເປັນ​ບົດ​ຄວາມ​ທີ່​ຄ້າຍໆ​ຄື​ກັບ​ບົດ​ຄວາມ "ພາ​ສາ​ລາວ ແລະ​ບັນ​ຫາ​ການ​ສະ​ແດງ​ຜົນ​ເທີງ​ເວັບ" - ໃຜ​ສົນ​ໃຈ​ກໍ່​ສາ​ມາດ​ເຂົ້າ​ມາ​ອ່ານ ແລະ​ນຳ​ໄປ​ປະ​ຕິ​ບັດ; ວິ​ທີ​ດັ່ງ​ກ່າວ​ນີ໊, ຈະ​ມີ​ປະ​ສິດ​ທິ​ຜົນ​ກ່ວາ ເພາະ​ເປັນ​ການ​ເຜີຍ​ແຜ່​ທາງ​ກ້ວາງ - ສາ​ມາດ​ເຂົ້າ​ສູ່​ທຸກ​ກຸ່ມ​ຄົນ​ທີ່​ມີ​ຄວາມ​ສົນ​ໃຈ. ເຖີງ​ວ່າ ຈະ​ເຮັດ​ໃຫ້​ຜູ້​ຂຽນ ຕ້ອງ​ໄດ້​ອອກ​ແຮງ​ຕື່ມ, ແຕ່​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ສ່ວນ​ໃຫຍ່ ຫຼື​ເພື່ອ​ເຮັດ​ໃຫ້​ເວັບ​ພາ​ສາ​ລາວ ມີ​ປະ​ລິ​ມານ​ທີ່​ຫຼາຍ​ຂື້ນ ໄປ​ພ້ອມໆ​ເນື້ອ​ຫາ​ສາ​ລະ​ທີ່​ຫຼາກ​ຫຼາຍ ແລະ​ເປັນ​ປະ​ໂຫຍດ ແກ່​ຜູ້​ໃຊ້​ອິນ​ເຕີ​ເນັດ​ທີ່​ຮູ້​ອ່ານ​ພາ​ສາ​ລາວ, ຜູ້​ຂຽນ​ຄຶດ​ວ່າ​ການ​ອອກ​ແຮງ​ນີ້ ຄົງ​ຄຸ້ມ​ຄ່າ.

ບົດ​ຄັດ​ຫຍໍ້:

ໂປຣ​ແກຣມ​ຫຼື​ຊອບ​ແວ​ທີ່​ໃຊ້​ສ້າງ​ເວັບ​ໄຊ​ໃນ​ທ້ອງ​ຕະ​ ຫຼາດ ແມ່ນ​ມີ​ຈຳ​ນວນ​ຫຼວງ​ຫຼາຍ ແຕ່​ສ່ວນ​ໃຫຍ່​ແລ້ວ​ຈະ​ສະ​ຫນັບ​ສະ​ຫນູນ​ພຽງ​ແຕ່ ການ​ສ້າງ​ເວັບ​ໄຊ​ທີ່​ເປັນ​ພາ​ສາ​ຊຶ່ງ Windows ຮັບ​ຮູ້. Narin Script ທີ່​ໄດ້​ຖືກ​ຕິດ​ຕັ້ງ ໂດຍ​ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳ​ໃນ​ບົດ​ຄວາມ "ພາ​ສາ​ລາວ ແລະ​ບັນ​ຫາ​ການ​ສະ​ແດງ​ຜົນ​ເທີງ​ເວັບ" ແລະ​ໃຊ້​ຟອນ​ຢູ​ນີ​ໂຄດ Narin.ttf ຍ່ອມ​ບໍ່​ອາດ​ໃຊ້​ໂປຣ​ແກຣມ​ສ່ວນ​ໃຫຍ່​ເຫຼົ່າ​ນີ້​ສ້າງ​ເວັບ​ພາ​ສາ​ລາວ. ຢ່າງ​ໃດ​ກໍ່​ຕາມ, ທຸກ​ສິ່ງ​ທຸກ​ຢ່າງ​ຍ່ອມ​ມີ​ທາງ​ອອກ. ບົດ​ຄວາມ​ນີ້ ຈະ​ນຳ​ສະ​ເຫນີ​ວິ​ທີ​ການ​ສ້າງ​ເວັບ​ພາ​ສາ​ລາວ ໂດຍ​ໃຊ້​ໂປຣ​ແກຣມ​ທີ່​ພໍ​ຈະ​ຫາ​ໄດ້ ຊຶ່ງ​ຕ້ອງ​ມີ​ການ​ປັບ​ແຕ່ງ​ເລັກ​ນ້ອຍ. ນອກ​ຈາກ​ນີ້, ຍັງ​ມີ​ຄຳ​ແນະ​ນຳ​ບາງ​ປະ​ການ​ໃນ​ການ​ຂໍ​ເນື້ອ​ທີ່​ຟຣີ​ເພື່ອ​ເອົາ​ໄວ້​ຝາກ​ ເວັບ​ໄຊ​ອີກ​ດ້ວຍ.

I. ໃຜ​ຄວນ​ທີ່​ຈະ​ຕ້ອງ​ສ້າງ​ເວັບ​ພາ​ສາ​ລາວ?

     ຄົນ​ລາວ​ທຸກ​ຄົນ ທີ່​ຮູ້​ຂຽນ/​ອ່ານ​ພາ​ສາ​ລາວ ແລະ​ຕ້ອງ​ການ​ໃຊ້​ອິນ​ເຕີ​ເນັດ ເປັນ​ເວ​ທີ​ເພື່ອ​ປະ​ຊາ​ສຳ​ພັນ​ຕົນ​ເອງ ດ້ວຍ​ການ​ໃຫ້​ຂ່າວ​ສານ​ຂໍ້​ມູນ​ທີ່​ຕົນ​ຄຶດ​ວ່າ ອາດ​ເປັນ​ປະ​ໂຫຍດ ແລະ​ເປັນ​ທີ່​ສົນ​ໃຈ​ສຳ​ລັບ​ຄົນ​ອື່ນໆ. ດັ່ງ​ນັ້ນ, ອາດ​ສາ​ມາດ​ເວົ້າ​ໄດ້​ວ່າ, ນັບ​ແຕ່​ເດັກ​ນ້ອຍ​ຊັ້ນ​ປະ​ຖົມ ໄປ​ຮອດ​ຜູ້​ເຖົ້າ ກໍ່​ສາ​ມາດ​ທີ່​ຈະ​ສ້າງ ເວັບ​ພາ​ສາ​ລາວ​ໄດ້ ຖ້າ​ມີ​ຄວາມ​ຕ້ອງ​ການ​ນຳ​ສະ​ເຫນີ​ສິ່ງ​ໃດ​ຫນຶ່ງ​ຕໍ່​ຄົນ​ອື່ນໆ. ສຳ​ລັບ​ອົງ​ກອນ​ຂອງ​ລັດ, ອົງ​ກອນ​ເອ​ກະ​ຊົນ, ຮ້ານ​ຄ້າ - ວິ​ສາ​ຫະ​ກິດ​ຕ່າງໆ ຍິ່ງ​ມີ​ຄວາມ​ຈຳ​ເປັນ ທີ່​ຈະ​ຕ້ອງ​ມີ ເວັບ​ພາ​ສາ​ລາວ​ຂອງ​ຕົນ​ເອງ ເພື່ອ​ນຳ​ສະ​ເຫນີ, ເຜີຍ​ແຜ່- ປະ​ຊາ​ສຳ​ພັນ ແນວ​ທາງ, ການ​ເຄື່ອນ​ໄຫວ, ຫຼື​ສະ​ເຫນີ​ຜະ​ລິດ​ພັນ​ຂອງ​ຕົນ ແກ່​ມະ​ຫາ​ຊົນ​ຄົນ​ລາວ. ນອກ​ຈາກ​ນີ້, ຄູ - ອາ​ຈານ ກໍ່​ອາດ​ສ້າງ​ເວັບ​ໄຊ​ພາ​ສາ​ລາວ​ຂອງ​ຕົນ ເພື່ອ​ໃຫ້​ຄຳ​ແນະ​ນຳ​ເພິ່ມ​ເຕີມ​ກ່ຽວ​ກັບ​ວິ​ຊາ​ທີ່​ຕົນ​ສອນ ຫຼື​ໃຊ້​ເວັບ​ໄຊ ເປັນ​ບ່ອນ​ໃຫ້​ບົດ​ສອນ/​ຕຳ​ລາ​ຮຽນ/​ວຽກ​ບ້ານ ແກ່​ນັກ​ຮຽນ - ນັກ​ສຶກ​ສາ, ເຮັດ​ໃຫ້​ສາ​ມາດ ໃຊ້​ຊົ່ວ​ໂມງ​ສິດ​ສອນ​ເຂົ້າ​ໃນ​ການ​ນຳ​ສົ່ງ​ຄວາມ​ຮູ້​ແກ່​ນັກ​ຮຽນ/​ນັກ​ສຶກ​ ສາ​ໄດ້​ຢ່າງ​ເຕັມ​ທີ່. ພາກ​ສ່ວນ​ຕ່າງໆ ບໍ່​ວ່າ​ລັດ ຫຼື​ເອ​ກະ​ຊົນ ຫຼື​ສ່ວນ​ບຸກ​ຄົນ ກໍ່​ສາ​ມາດ​ໃຊ້​ປະ​ໂຫຍດ​ຈາກ​ເວັບ​ພາ​ສາ​ລາວ​ໄດ້. ສິ່ງ​ທີ່​ໄດ້​ເວົ້າ​ມາ ອາດ​ຖຶກ​ຖື​ວ່າ "ເວົ້າ​ມັນ​ງ່າຍ ແຕ່​ເຮັດ​ມັນ​ຍາກ". ຂ້າ​ພະ​ເຈົ້າ​ຄຶດ​ວ່າ ບໍ່​ມີ​ຫຍັງ​ຍາກ, ຖ້າ​ເຮົາ​ມຸ່ງ​ຫມັ້ນ​ທີ່​ຈະ​ເຮັດ. ຂ້າ​ພະ​ເຈົ້າ​ສ້າງ​ເວັບ​ໄຊ​ນີ້​ຂື້ນ​ມາ ໂດຍ​ບໍ່​ໄດ້​ຈອງ​ອິນ​ເຕີ​ເນັດ (ໃຊ້​ອິນ​ເຕີ​ເນັດ​ຈາກ​ຮ້ານ​ທີ່​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ), ບໍ່​ໄດ້​ເສຍ​ເງິນ​ເຊົ່າ​ເນື້ອ​ທີ່​ຝາກ​ເວັບ (ຂໍ​ເນື້ອ​ທີ່​ຟຣີ); ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ລົງ​ທຶນ​ໃສ່​ໃນ​ການ​ສ້າງ​ເວັບ​ໄຊ​ນີ້ ກໍ່​ມີ​ພຽງ​ແຕ່, ເວ​ລາ, ເຫື່ອ​ແຮງ-ສະ​ຕິ​ປັນ​ຍາ - ຄວາມ​ມຸ່ງ​ຫມັ້ນ ແລະ​ເງິນ​ຈຳ​ນວນ​ຫນຶ່ງ (ເສຍ​ໃນ​ເວ​ລາ​ເຂົ້າ​ໃຊ້​ອິນ​ເຕີ​ເນັດ​ຈາກ​ຮ້ານ) ຊຶ່ງ​ເປັນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ສາ​ມາດ​ ຕັດ​ສິນ​ໃຈ​ເອງ​ໄດ້. ດັ່ງ​ນັ້ນ, ຈຶ່ງ​ເຫັນ​ໄດ້​ວ່າ, ການ​ລົງ​ທຶນ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ການ​ສ້າງ​ເວັບ​ໄຊ​ຕົວ​ນີ້ ກໍ່​ເປັນ​ພຽງ​ແຕ່​ມູນ​ຄ່າ​ທີ່​ເລັກ​ນ້ອຍ ເມື່ອ​ປຽບ​ທຽບ​ກັບ ມູນ​ຄ່າ​ການ​ລົງ​ທຶນ​ອື່ນໆ ຫຼື​ທຽບ​ກັບ​ການ​ປະ​ກອບ​ສ່ວນ​ທາງ​ດ້ານ​ວັດ​ຖຸ​ປັດ​ໄຈ/ເຫື່ອ​ແຮງ​ໃນ​ກິດ​ຈະ​ ກຳ​ການ​ກຸ​ສົນ​ຂອງ​ບຸກ​ຄົນ​/ອົງ​ກອນ​ຕ່າງໆ. ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ດີ​ວ່າ ການ​ດຳ​ເນີນ​ການ​ໃດໆ ຄວນ​ທີ່​ຈະ​ຕ້ອງ​ຄຳ​ນຶງ​ເຖີງ​ປັດ​ໄຈ​ຂອງ​ສະ​ພາບ​ແວດ​ລ້ອມ: ຖ້າ​ສະ​ພາບ​ແວດ​ລ້ອມ​ບໍ່​ອຳ​ນວຍ​ໃຫ້, ການ​ດຳ​ເນີນ​ການ​ນັ້ນໆ ກໍ່​ຈະ​ໄປ​ບໍ່​ລອດ. ຢ່າງ​ໃດ​ກໍ່​ຕາມ, ຂ້າ​ພະ​ເຈົ້າ​ກໍ່​ຍັງ​ເຂົ້າ​ໃຈ​ຢູ່​ວ່າ ມີ​ຄວາມ​ເປັນ​ໄປ​ໄດ້ ທີ່​ຄົນ​ເຮົາ​ສາ​ມາດ​ປັບ​ປ່ຽນ​ສະ​ພາບ​ແວດ​ລ້ອມ​ໃນ​ລະ​ດັບ​ໃດ​ລະ​ດັບ​ຫນຶ່ງ (ຊຶ່ງ​ຕ້ອງ​ໄດ້​ອອກ​ແຮງ​ຫຼາຍ) ຫຼື​ປັບ​ຕົວ​ເອງ​ໃຫ້​ເຂົ້າ​ກັບ​ສະ​ພາບ​ແວດ​ລ້ອມ. ການ​ສ້າງ​ເວັບ​ພາ​ສາ​ລາວ, ດ້ານ​ທິດ​ສະ​ດີ​ແລ້ວ ຖື​ວ່າ​ເປັນ​ເລື່ອງ​ງ່າຍ. ທາງ​ດ້ານ​ປະຕິ​ບັດ, ອາດ​ມີ​ບັນ​ຫາ​ຫຼາຍ​ປະ​ການ: ເວັບ​ໄຊ​ທີ່​ເຣົາ​ສ້າງ​ຂື້ນ​ມາ, ໃຜ​ຈະ​ເປັນ​ຜູ້​ເຂົ້າ​ມາ​ເບິ່ງ? ຄົນ​ລາວ ຫຼື​ຄົນ​ທີ່​ຮູ້​ອ່ານ​ພາ​ສາ​ລາວ! ຫຼື​ເວົ້າ​ໃຫ້​ຊັດ​ເຈນ​ຂື້ນ​ກໍ່​ຄື ຄົນ​ທີ່​ຮູ້​ອ່ານ​ພາ​ສາ​ລາວ​ທີ່​ມີ​ເງື່ອນ​ໄຂ​ໃນ​ການ​ໃຊ້​ອິນ​ເຕີ​ເນັດ! ຄົນ​ກຸ່ມ​ທີ່​ວ່າ​ນີ້ ໃນ​ປະ​ເທດ​ລາວ ມີ​ເຖີງ 5000 ຄົນ​ບໍ່? ໃນ​ຈຳ​ນວນ 5000 ຄົນ​ນີ້, ຈະ​ມີ​ເຖີງ 100 ຄົນ/ເດືອນ ບໍ່​ທີ່​ຈະ​ເຂົ້າ​ມາ​ຢ້ຽມ​ເບິ່ງ​ເວັບ​ໄຊ​ທີ່​ເຮົາ​ສ້າງ​ຂື້ນ? ພຽງ​ແຕ່​ບັນ​ຫາ​ປະ​ການ​ທຳ​ອິດ ກ໩​ອາດ​ຈະ​ສ້າງ​ຄວາມ​ທໍ້​ແທ້​ໃຈ ໃຫ້​ແກ່​ຜູ້​ທີ່​ຄຶດ​ຈະ​ສ້າງ​ເວັບ​ພາ​ສາ​ລາວ​ແລ້ວ. ດັ່ງ​ນັ້ນ, ເຣົາ​ຈະ​ເຫັນ​ໄດ້​ວ່າ ປັດ​ໄຈ​ສິ່ງ​ແວດ​ລ້ອມ ແມ່ນ​ມີ​ຜົນ​ກະ​ທົບ ຕ໩​ແຜນ​ການ​ທີ່​ຈະ​ສ້າງ​ເວັບ​ພາ​ສາ​ລາວ​ຕັ້ງ​ແຕ່​ຕົ້ນ. ບັນ​ຫາ​ປະ​ການ​ທີ​ສອງ: ຄົນ​ລາວ​ໃນ​ປະ​ເທດ​ລາວ​ທີ່​ມີ​ເງື່ອນ​ໄຂ​ໃຊ້​ອິນ​ເຕີ​ເນັດ ມີ​ຈຳ​ນວນ​ຫນ້ອຍ​ເກີນ​ໄປ: ມີ​ຜູ້​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ​ພຽງ​ແຕ່ 2 ລາຍ, ມີ​ຮ້ານ​ທີ່​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ​ພຽງ​ແຕ່​ຫຍິບ​ມື​ຫນຶ່ງ ຊຶ່ງ​ລ້ວນ​ແຕ່​ມີ​ລູກ​ຄ້າ​ຫນ້າ​ເກົ່າ; ສ່ວນ​ຜູ້​ໃຊ້​ອິນ​ເຕີ​ເນັດ​ໃນ​ອົງ​ກອນ​ຂອງ​ລັດ ກໍ່​ມີ​ພຽງ​ແຕ່​ລະ​ດັບ​ຫົວ​ຫນ້າ ຊຶ່ງ​ມີ​ພຽງ​ຈຳ​ນວນ​ຫຍິບ​ມື​ຫນິ່ງ​ເທົ່າ​ນັ້ນ. ດ້ວຍ​ເຫດ​ນີ໊, ການ​ທີ່​ຈະ​ນຳ​ໃຊ້​ອິນ​ເຕີ​ເນັດ ໃຫ້​ເປັນ​ສື່ ເພື່ອ​ປະ​ຊາ​ສຳ​ພັນ ຫຼື​ເຜີຍ​ແຜ່​ຕ່າງໆ​ດັ່ງ​ທີ່​ໄດ້​ສະ​ເຫນີ ໃນ​ຕອນ​ຕົ້ນ ຄົງ​ຈະ​ບໍ່​ໄດ້​ຮັບ​ຜົນ​ດັ່ງ​ທີ່​ຄາດ​ຫວັງ​ໄວ້. ດັ່ງ​ນັ້ນ, ມັນ​ຈຶ່ງ​ມີ​ຄວາມ​ຈຳ​ເປັນ ທີ່​ຈະ​ຕ້ອງ​ໄດ້​ປັບ​ປ່ຽນ​ສະ​ພາບ​ແວດ​ລ້ອມ ໃນ​ສ່ວນ​ທີ່​ວ່າ​ນີ້. ຄຳ​ຖາມ​ທີ່​ຊ້ອນ​ຂື້ນ​ມາ​ວ່າ ແມ່ນ​ໃຜ​ຈະ​ເປັນ​ຜູ້​ຜັກ​ ແລະ​ດັນ, ຊຸກ ແລະ​ຍູ້? ກໍ່​ຕ້ອງ​ແມ່ນ ພາກ​ສ່ວນ ຫຼື​ບຸກ​ຄົນ​ທີ່​ຫຼີງ​ເຫັນ​ຜົນ​ປະ​ໂຫຍດ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ ຈາກ​ການ​ນຳ​ໃຊ້​ອິນ​ເຕີ​ເນັດ. ທຸກ​ສິ່ງ​ທຸກ​ຢ່າງ ລ້ວນ​ແຕ່​ມີ 2 ດ້ານ: ດ້ານ​ດີ ແລະ​ດ້ານ​ບໍ່​ດີ. ໃນ​ເມື່ອ​ບໍ່​ອາດ​ຈະ​ຫຼີກ​ເວັ້ນ​ມັນ​ໄດ້, ມີ​ເຫດ​ຜົນ​ໃດ ທີ່​ຈະ​ບໍ່​ສົ່ງ​ເສີມ​ການ​ນຳ​ໃຊ້​ດ້ານ​ດີ​ຂອງ​ມັນ​ເພື່ອ​ໃຫ້​ດ້ານ​ບໍ່​ດີ​ ກາຍ​ເປັນ​ອັດ​ຕາ​ສ່ວນ​ທີ່​ມີ​ຄ່າ​ຫນ້ອຍ? ຂ້າ​ພະ​ເຈົ້າ​ກໍ່​ບໍ່​ເຂົ້າ​ໃຈ​ວ່າ ເປັນ​ຫຍັງ​ຄອມ​ພິວ​ເຕິໃນ​ປະ​ເທດ​ລາວ ຈຶ່ງ​ມີ​ລາ​ຄາ​ແພງ​ກ່ວາ​ທີ່​ຂາຍ​ຢູ່​ຕ່າງ​ປະ​ເທດ​ເກືອບ 2 ທົບ, ເປັນ​ຫຍັງ​ການ​ຊົມ​ໃຊ້​ອິນ​ເຕີ​ເນັດ​ຈຶ່ງ​ເສຍ​ຄ່າ​ບໍ​ລິ​ການ​ແພງ ທັງໆ​ທີ່​ມັນ​ສົມ​ຄວນ​ທີ່​ຈະ​ເປັນ ສິ່ງ​ອຸບ​ປະ​ໂພກ​ສາ​ທາ​ລະ​ນະ​ທີ່​ພື້ນ​ຖານ​ເຫມືອນ​ກັບ ນໍ້າ​ປະ​ປາ, - ໄຟ​ຟ້າ ຫຼື ໂທ​ລະ​ສັບ. ຕາມ​ທັດ​ສະ​ນະ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ, ຄອມ​ພິວ​ເຕີ ແລະ​ອິນ​ເຕີ​ເນັດ ສາ​ມາດ​ຖືກ​ໃຊ້​ເປັນ​ເຄື່ອງ​ມື​ທີ່​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ພັດ​ທະ​ນາ​ຊັບ​ ພະ​ຍາ​ກອນ​ມະ​ນຸດ​ໃນ​ປະ​ເທດ​ລາວ​ໄດ້​ເປັນ​ຢ່າງ​ດີ: ຖ້າ​ທ່າ​ແຮງ​ຂອງ​ສອງ​ສິ່ງ​ນີ້ ບໍ່​ໄດ້​ຖືກ​ນຳ​ໃຊ້​ຢ່າງ​ເຕັມ​ສ່ວນ, ໂອ​ກາດ​ທີ່​ປະ​ເທດ​ລາວ​ຈະ​ຫຼຸດ​ພົ້ນ​ຈາກ​ຄວາມ​ດ້ອຍ​ພັດ​ທະ​ນາ ໃນ​ປີ 2020 ຄົງ​ເປັນ​ໄປ​ໄດ້​ຍາກ. ຢ່າງ​ໃດ​ກໍ່​ຕາມ, ມື້​ນັ້ນ ກໍ່​ຍັງ​ຄົງ​ດົນ​ເກີນ​ກ່ວາ​ທີ່​ຈະ​ພະ​ຍາ​ກອນ​ໄວ້​ໃນ​ຂະ​ນະ​ນີ້. ສິ່ງ​ທີ່​ພວກ​ເຮົາ​ຄວນ​ຈະ​ເຮັດ​ໃນ​ປັດ​ຈຸ​ບັນ​ນີ້ ກໍ່​ຄື ແຂ່ງ​ຂັນ​ກັນ​ສ້າງ​ເວັບ​ໄຊ​ພາ​ສາ​ລາວ ທີ່​ມີ​ເນື້ອ​ຫາ ຕອບ​ສະ​ຫນອງ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ ແນ​ໃສ່​ເຮັດ​ໃຫ້​ປະ​ເທດ​ຊາດ​ຫຼຸດ​ພົ້ນ​ຈາກ​ຄວາມ​ດ້ອຍ​ພັດ​ທະ​ນາ ເຫມືອນ​ດັ່ງ​ທີ່​ໄດ້​ຫວັງ​ໄວ້.

      ສຳລັບ​ບຸກ​ຄົນ​ທີ່​ຈະ​ ເປັນ​ຜູ້​ລົງ​ມື​ຂຽນ​ເວັບ​ພາ​ສາ​ລາວ, ຕ້ອງ​ມີ​ຄວາມ​ຮູ້​ໃນ​ການ​ໃຊ້​ຄອມ​ພິວ​ເຕີ​ໃນ​ລະ​ດັບ​ໃດ​ຫນຶ່ງ ເຊັ່ນ ຮູ້​ໃຊ້​ໂປຣ​ແກຣມ​ຊຸດ Microsoft Office (Word, Excel ຫຼື FrontPage ຍິ່ງ​ເປັນ​ການ​ດີ), ຮູ້​ສຳ​ເນົາ ໄຟລ໌​ຈາກ Folder ຫນຶ່ງ ໄປ​ໄວ້​ອີກ Folder ຫນຶ່ງ, ຮູ້​ໃຊ້​ໂປຣ​ແກຣມ Winzip ເພື່ອ​ທຳ​ການ​ບີບ​ອັດ (zip) ຫຼື​ຄາຍ (extract) ໄຟລ໌, ພໍ​ຮູ້​ພາ​ສາ​ອັງ​ກິດ ແລະ​ຮູ້​ເຂົ້າ​ໃຊ້​ອິນ​ເຕີ​ເນັດ. ນອກ​ຈາກ​ນີ້, ຍັງ​ຕ້ອງ​ສາ​ມາດ​ພິມ​ພາ​ສາ​ລາວ​ໃຫ້​ຖືກ​ກັບ​ຫຼັກ​ໄວ​ຍາ​ກອນ​ພື້ນ​ຖານ, ຮູ້​ໃຊ້​ຈໍ້າ​ຈຸດ​ຕ່າງໆ, ຮູ້​ໃຊ້​ຍະ​ຫວ່າງ, ຮູ້​ວາງ​ວັນ​ນະ​ຍຸດ​ໃຫ້​ເຊິ່ງ​ກັບ​ຕົວ​ອັກ​ສອນ​ທີ່​ອອກ​ສຽງ. ເວົ້າ​ລວມ​ແລ້ວ ແມ່ນ​ຕ້ອງ​ ມີ​ຄວາມ​ຮູ້​ທາງ​ດ້ານ​ພາ​ສາ​ລາວ​ໃນ​ລະ​ດັບ​ດີ, ສາ​ມາດ​ຂຽນ​ຂໍ້​ຄວາມ​ທີ່​ຜູ້​ອ່ານ​ສາ​ມາດ​ເຂົ້າ​ໃຈ. ໃຫ້​ເຂົ້າ​ໃຈ​ວ່າ, ການ​ໃຊ້​ພາ​ສາ​ລາວ​ຜິດໆ​ຖືກໆ ອາດ​ສົ່ງ​ຜົນ​ສະ​ທ້ອນ​ທາງ​ລົບ​ ຕໍ່​ກັບ​ການ​ຖືກ​ຕີ​ລາ​ຄາ​ເຖີງ​ລະ​ດັບ​ພາ​ສາ​ລາວ​ຂອງ​ຜູ້​ຂຽນ​ເວັບ​ໄຊ.


ກັບຄືນໄປຕອນຕົ້ນຂອງຫນ້າ