ການຂຽນເວັບໄຊພາສາລາວ ຫນ້າ  6
| ກັບຄືນໄປເວັບໜ້າທຳອິດ | ກັບໄປໜ້າ "ເລື່ອງຕ່າງໆກ່ຽວກັບຄອມພິວເຕີ" |
ການຂຽນເວັບໄຊພາສາລາວ ໜ້າ: | 1 | 2 | 3 | 4 | 5 | 6 | 7 | 8 | 9 | 10 | 11 | 12 |

ຜ່ານ​ມາ ເຮົາ​ໄດ້​ສ້າງ​ 2 ໜ້າ​ເວັບ​ທີ່​ມີ​ຊື່​ວ່າ​ index.htm ແລະ​ op_soft.htm ແລະ​ໄດ້​ເຊັບ​ພວກ​ມັນ​ໄວ້​ໃນ​ C:\mylaoweb\. ຕໍ່​ໄປ​ນີ້ ເຮົາ​ຈະ​ສ້າງ​ໜ້າ​ເວັບ​ທີ​ 3 ຊຶ່ງ​ຈະ​ມີ​ເນື້​ອ​ໃນ​ກ່ຽວ​ກັບ​ ການ​ສ້າງ​ Folder/Directory ເພື່ອ​ໃຊ້​ເກັບ​ມ້ຽນ​ໜ້າ​ເວັບ​.
    ໃຫ້​ໂຫຼດ​ op_soft.htm ຂື້ນ​ມາ ເລືອກ​ຂໍ້​ຄວາມ​ທັງ​ໝົດ​ ແລ້ວ​ລຶບ​ຖິ້ມ; ຄ​ລິກ​ <HTML> Source, ແປງ​ <title>ລະ​ບົບ​ປະ​ຕິ​ບັດ​ ການ​ ແລະ​ຊອບ​ແວ​ (ໂປຣ​ແກຣມ​ນໍາ​ໃຊ້​) ທີ່​ຈໍາ​ເປັນ​</title> ໃຫ້​ເປັນ​ <title>ການ​ ສ້າງ​ Folder/Directory ເພື່ອ​ໃຊ້​ເກັບ​ມ້ຽນ​ໜ້າ​ເວັບ</title>. ສຸດ​ທ້າຍ ໃຫ້​ເຊັບ​ໄຟ​ລ໌​ດ້ວຍ​ການ​ໄປ​ File -->Save as ແລ້ວ​ປ່ຽນ​ຊື່​ຈາກ​ op_soft.htm ໃຫ້​ເປັນ​ folder_directory.htm (ເປັນ​ຕົວ​ນ້ອຍ​ໝົດ​ ເພື່ອ​ຫຼີກ​ເວັ້ນ​ການ​ຊອກ​ຫາ​ໄຟ​ລ໌​ບໍ່​ເຫັນ​ ຫຼັງ​ຈາກ​ທີ່​ເອົາ​ໄປ​ຝາກ​ໄວ້​ນໍາ​ Server ຂອງ​ຜູ້​ທີ່​ໃຫ້​ບໍ​ລິ​ການ​ເນື້​ອ​ທີ່​ຝາກ​ເວັບ​ໄຊ​ຟຣີ​ - Server ສ່ວນ​ໃຫຍ່​ ຈະ​ໃຊ້​ລະ​ບົບ​ປະ​ຕິ​ບັດ​ການ​ Unix ຊຶ່ງ​ຈະ​ຖື​ວ່າ​ Folder_Directory.htm ເປັນ​ຄົນ​ລະ​ໄຟ​ລ໌​ກັບ​ folder_directory.htm). ໜ້າ​ເວັບ​ໃໝ່​ນີ້ ຍັງ​ເປັນ​ໜ້າ​ເວັບ​ເປົ່າ​ ເພາະ​ຍັງ​ບໍ່​ທັນ​ມີ​ຂໍ້​ຄວາມ​ໃດໆ​.
    ໃຫ້​ເລີ່ມ​ຕົ້ນ​ພິມ​ຕາມ​ຂໍ້​ຄວາມ​ທີ່​ຢູ່​ໃນ​ຮູບ​ລຸ່ມ​ນີ້. ຫຼັງ​ຈາກ​ພິມ​ສໍາ​ເລັດ​ແລ້ວ ໃຫ້​ຈັດ​ຮູບ​ແບບ​ການ​ຈັດ​ວາງ​ຕົວ​ໜັງ​ສື​ໃຫ້​ຄື​ຮູບ​ຂ້າງ​ລຸ່ມ. ແນ່ນອນ​ວ່າ​ ຕ້ອງ​ມີ​ການ​ແຊກ​ໂຄດ​ແຍກ​ພະ​ຍາງ​ (Shift + ຜ​) ໃສ່​ແຕ່​ລະ​ພະ​ຍາງ​ຂອງ​ຄໍາ​ລາວ​ (ກ່ອນ​ທີ່​ຈະ​ກັບ​ມາ​ຂຽນ​ໜ້າ​ເວັບ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ໃຊ້​ເວ​ລາ​ເກືອບ​ 3 ມື້ ຊອກ​ຫາ​ວິ​ທີ​ແຊກ​ໂຄດ​ແຍກ​ພະ​ຍາງ​ ໂດຍ​ບໍ່​ຕ້ອງ​ມາ​ແຊກ​ດ້ວຍ​ມື​: ຜົນ​ໄດ້​ຮັບ​ຖື​ວ່າ​ໃຊ້​ໄດ້!; ນອກ​ຈາກ​ນີ້ ຍັງ​ໄດ້​ວິ​ທີ​ທີ່​ຈະ​ແປງ​ເອ​ກະ​ສານ​ທີ່​ຂຽນ​ດ້ວຍ​ Saysettha Lao, Saysettha 95 ໃຫ້​ມາ​ເປັນ​ Narin.ttf, ເອົາ​ມາ​ແຊກ​ໂຄດ​ແຍກ​ພະ​ຍາງ​ໃສ່​ຕາມ​ວິ​ທີ​ທໍາ​ອິດ​ ກໍ່​ສາ​ມາດ​ເອົາ​ຂື້ນ​ເວັບ​ໄດ້​ເລີຍ. ຄຶດ​ວ່າ​ຄົງ​ເປັນ​ປະ​ໂຫຍດ​ແກ່​ Web Master ຂອງ​ເວັບ​ໄຊ​ພາ​ສາ​ລາວ​: ດັ່ງ​ນັ້ນ​ຈຶ່ງ​ມີ​ໂຄງ​ການ​ທີ່​ຈະ​ຂຽນ​ບົດ​ຄວາມ​ "ການ​ແຊກ​ໂຄດ​ແຍກ​ພະ​ຍາງ​ ແລະ​ການ​ປ່ຽນ​ຟອນ​ Saysettha Lao/95 ໂດຍ​ໃຊ້​ໂປຣ​ແກຣມ​" ຊຶ່ງ​ຈະ​ເລີ່ມ​ຂຽນ​ ຫຼັງ​ຈາກ​ຂຽນ​ບົດ​ຄວາມ​ "ການ​ຂຽນ​ເວັບ​ໄຊ​ພາ​ສາ​ລາວ​" ສໍາ​ເລັດ​ລົງ. ສໍາ​ລັບ​ເວ​ລາ​ນີ້ ໃຫ້​ທ່ານ​ອົດ​ທົນ​ແຊກ​ໂຄດ​ແຍກ​ພະ​ຍາງ​ດ້ວຍ​ມື​ໄປ​ກ່ອນ​).



ຫຼັງ​ຈາກ​ພິມ​ຈົນ​ສໍາ​ເລັດ​ແລ້ວ, ໃຫ້​ດໍາ​ເນີນ​ການ​ປັບ​ຂະໜາດ ແລະ​ການ​ຈັດ​ວາງ​ຕົວ​ຫນັງ​ສື ແລ້ວ​ແຊກ​ໂຄດ​ແຍກ​ພະ​ຍາງ. ສຸດ​ທ້າຍ​ໃຫ້​ເຊັບ​ມ້ຽນ.

ກັບຄືນໄປຕອນຕົ້ນຂອງໜ້າ