ບາດນີ້,
ພວກເຮົາຈະມາໃສ່ ການເຊື່ອມຕໍ່
ເພື່ອໃຫ້ສາມາດທ່ອງໄປໜ້າເວັບຕ່າງໆທີ່ພວກເຮົາໄດ້ສ້າງຂື້ນມາ
ແລ້ວ. ກ່ອນອື່ນ,
ໃຫ້ທໍາການເອີ້ນເອົາໜ້າເວັບ header_menu.htm ຂື້ນມາໃນ Composer.
ພວກເຮົາຈະດໍາເນີນການຕາມຂັ້ນຕອນຕ່າງໆ
ທີ່ສະເໜີຢູ່ຂ້າງລຸ່ມນີ້:
- ໃຊ້ໜູລາກໃຫ້ກວມເອົາຂໍ້ຄວາມ "ກັບຄືນເວັບໜ້າທໍາອິດ
(ຈະປາກົດແຖບດໍາໆ
ທີ່ເບີ່ງບໍ່ຄ່ອຍເຫັນປານໃດ), ຄລິກຂວາໃສ່, ເລືອກເອົາ Create
Link... -->
Choose File... ແລ້ວໄປຄລິກໄວໆສອງຄັ້ງໃສ່ໄຟລ໌ index.htm
(ຕ້ອງໃຫ້ແນ່ໃຈວ່າທ່ອງໄປໃນ Folder C:\mylaoweb\) ແລ້ວກົດ OK.
ຫຼັງຈາກກັບຄືນມາໜ້າ
Composer, ໃຫ້ຄລິກໃສ່ບ່ອນໃດບ່ອນໜຶ່ງນອກຂໍ້ຄວາມ
"ກັບຄືນເວັບໜ້າທໍາອິດ,
ເຮົາຈະເຫັນວ່າ ການເຊື່ອມຕໍ່ທີ່ເຮົາສ້າງຂື້ນຫວ່າງໜຶ່ງນີ້,
ເປັນສີຟ້າຊື່ງເບີ່ງອອກຍາກເມື່ອຢູ່ເທີງພື້ນສີຟ້າແກ່.
ເຮົາຈະທໍາການປ່ຽນຂໍ້ຄວາມຂອງການເຊື່ອມຕໍ່ດັ່ງກ່າວໃຫ້ເປັນສີ
ຂາວ
ໂດຍໃຫ້ຄລິກໃສ່ປຸ່ມ <HTML> Source ແລ້ວໄປຊອກຫາ
ຂໍ້ຄວາມທີ່ສະເໜີຂ້າງລຸ່ມນີ້:
<a
href="index.htm">ກັບຄືນເວັບໜ້າທໍາອິດ</a> | ລະບົບ
ແລະຊອບແວທີ່ໃຊ້ | ການສ້າງ
ໃຫ້ທໍາການແປງຂໍ້ຄວາມທີ່ເຫັນຂ້າງເທີງ
ດ້ວຍການແຊກຄໍາສັ່ງ
<font color="#ffffff"> ແລະ </font> ໃສ່ລະຫວ່າງຂໍ້ຄວາມ
"ກັບຄືນເວັບໜ້າທໍາອິດ ຊຶ່ງເຮົາຈະໄດ້ ຂໍ້ຄວາມຄືດັ່ງລຸ່ມນີ້:
<a href="index.htm"><font color="#ffffff">ກັບຄືນເວັບໜ້າທໍາອິດ</font></a> | ລະບົບ
ແລະຊອບແວທີ່ໃຊ້ | ການສ້າງ
ເມື່ອປ່ຽນສໍາເລັດແລ້ວ,
ໃຫ້ຄລິກໃສ່ປຸ່ມ Normal ເພື່ອເບີ່ງຜົນຢູ່ໃນໜ້າ Compose.
- ຕໍ່ມາ,
ໃຫ້ດໍາເນີນການເໝືອນກັບຂັ້ນຕອນທີ 1,
ເພື່ອສ້າງການເຊື່ອມຕໍ່ໄປຫາໜ້າ "ລະບົບ ແລະຊອບແວທີ່ໃຊ້,
"ການສ້າງ
Folder/Directory", "ການນໍາເອົາຮູບພາບເຂົ້າໃສ່ໜ້າເວັບ,
ການສ້າງແຖບຫົວຂໍ້/ເມນູ; ສໍາລັບໜ້າ "ການສ້າງການເຊື່ອມຕໍ່,
ເຮົາຍັງບໍ່ທັນໄດ້ສ້າງໜ້າເວັບຂອງມັນເທື່ອ:
ເຮົາຈະກັບຄືນມາສ້າງການເຊື່ອມຕໍ່ຫາໜ້ານີ້ໃນພາຍຫຼັງ,
ຫຼັງຈາກທີ່ສ້າງໜ້າ
"ການສ້າງການເຊື່ອມຕໍ່ ສໍາເລັດແລ້ວ
(ການເອີ້ນເອົາໜ້າເວັບໃນວີວັດການສ້າງການເຊື່ອມຕໍ່,
ຕ້ອງເອີ້ນເອົາໃນ Folder
C:\mylaoweb\
ແລະຕ້ອງເປັນໜ້າເວັບທີ່ກົງກັບຊື່ຂອງການເຊື່ອມຕໍ່).
- ທໍາການເຊັບ header_menu.htm
ໄວ້.
ຮອດຈຸດນີ້,
ເຮົາຈະມາທໍາການສ້າງໜ້າ "ການສ້າງການເຊື່ອມຕໍ່
ໂດຍໃຫ້ເອີ້ນເອົາ
header_menu.htm
ຂຶ້ນມາ, ຄລິກປຸ່ມ <HTML> Source ເພື່ອປ່ຽນ
<title>ການສ້າງຫົວຂັ້ນ/ເມນູຂອງໜ້າເວັບ</title>
ໃຫ້ເປັນ <title>ການສ້າງການເຊື່ອມຕໍ່</title>,
ຄລິກປຸຸມ Normal ເພື່ອກັບຄືນໜ້າ Composer
ແລ້ວທໍາການລຶບຂໍ້ຄວາມເດີມໃນປ່ອງ
"ການສ້າງຫົວຂັ້ນ/ເມນູຂອງໜ້າເວັບ
ເພື່ອທໍາການພິມຂໍ້ຄວາມໃໝ່ດັ່ງຮູບລູ່ມນີ້:
ໝາຍເຫດ:
ຖ້າບໍ່ຢາກໃຫ້ປ່ອງປ່ຽນຂະໜາດ,
ໃຫ້ລຶບຂໍ້ຄວາມວັກທໍາອິດອອກກ່ອນ,
ພິມຂໍ້ຄວາມໃໝ່ໃສ່, ສໍາເລັດແລ້ວ ໃຫ້ແຊກໂຄດແຍກພະຍາງໃສ່;
ຈາກນັ້ນໄປຈັດການວັດທີສອງດ້ວຍວິທີດຽວກັນ;
ແລະໄປຈັດການວັກທີສາມຕໍ່ໆໄປ...
ພາຍຫຼັງທີ່ດໍາເນີນການທຸກໆຢ່າງທີ່ຈໍາເປັນສໍາເລັດຮຽບຮ້ອຍແລ້ວ
(ຮວມທັງໃສ່ການເຊື່ອມຕໍ່ໄປຫາຕົວມັນເອງ),
ໃຫ້ທໍາການເຊັບໄຟລ໌ນີ້ໄວ້ພາຍໃຕ້ຊື່
link.htm (ໃນ C:\mylaoweb\) ເຖີງວ່າ
ລັກສະນະຂອງໜ້າເວັບຈະບໍ່ຄືຮູບຂ້າງເທີງກໍ່ຕາມ.
ເຄັດລັບ:
ຖ້າໜ້າເວັບຂອງທ່ານ ມີການຈັດ
ສ່ວນຂໍ້ຄວາມ (ຂວາມື) ແລະສ່ວນຄໍາຄົມ (ຊ້າຍມື) ແບບວ່າ
ບໍ່ສົມສ່ວນກັນ:
ເຊັ່ນດ້ານຊ້າຍມື ແຄບເກີນໄປ,
ຊຶ່ງກໍ່ໃຫ້ເກີດມີຫວ່າງເປົ່າທາງລຸ່ມດ້ານຂວາມືກ້ວາງເກີນໄປ,
ໃຫ້ປະຕິບັດຄືດັ່ງລຸ່ມນີ້:
- ໃຫ້ວາງຕົວກະພິບໃສ່ຫຼັງຂໍ້ຄວາມສຸດທ້າຍດ້ານຊ້າຍມື
(...ໃນທ້ອງຖະໜົນ),
ກົດ Enter ເພື່ອໃຫ້ລົງແຖວໃໝ່,
ກົດແປ້ນຍະຫວ່າງໄປເທື່ອລະຄັ້ງພ້ອມທັງໃຫ້ສັງເກດການຫົດຄວາມກ້
ວາງຂອງສ່ວນທີ່ຢູ່ທ້ານຂວາມື:
ເມື່ອໃດແຖວສຸດທ້າຍຂອງສ່ວນທີ່ຢູ່ຊ້າຍມື
ແລະຂວາມືຫາກເຊີ່ງກັນ
(ຢູ່ແນວແຖວດຽວກັນ), ຈຶ່ງຢຸດເຄາະປ້ນຍະຫວ່າງ
(ລະວັງຢ່າເຄາະເກີນ,
ເພາະຈະເຮັດໃຫ້ ໜ້າເວັບກ້ວາງເກີນໜ້າຈໍ -
ເມື່ອລຶບອອກມັນຈະບໍ່ກັບຄືນເໝືອນເກົ່າ).
- ເມື່ອເຫັນວ່າການປັບຄວາມກ້ວາງເໝາະສົມແລ້ວ,
ໃຫ້ເຊັບໄຟລ໌ມ້ຽນພາຍໃຕ້ຊື່ເດີມ.
ມາຮອດນີ້, ພວກເຮົາໄດ້ໜ້າເວັບທີ່ສົມບູນຄົບຖ້ວນ,
ພຽງແຕ່ໜ້າ link.htm
ເທົ່ານັ້ນ. ໜ້າອື່ນໆ
ຍັງບໍ່ທັນຄົບຖ້ວນເພາະຍັງຂາດການເຊື່ອມຕໍ່ມາຫາໜ້ານີ້.
ໃຫ້ກັບໄປຈັດການໃຫ້ຄົບຖ້ວນທຸກຢ່າງ; ໂດຍສະເພາະໜ້າ index.htm,
ບ່ອນຂໍ້ຄວາມ ...
(If you can not read Lao text
in this website, please click here, ຢູ່ຂໍ້ຄວາມ "here",
ໃຫ້ສ້າງການເຊື່ອມຕໍ່ ໂດຍເລືອກຂໍ້ຄວາມດັ່ງກ່າວ ແລ້ວຄລິກຂວາ,
ເລືອກເອົາ
Create Link... ແລ້ວໃຫ້ພິມຂໍ້ຄວາມໃສ່ຄຶດັ່ງນີ້:
//https://narinsakkraj.tripod.com/dwlnarin.htm
ຊື່ງຈະເປັນການເຊື່ອມຕໍ່ໄປຫາເວັບໄຊຂອງຂ້າພະເຈົ້າ
ເພື່ອດາວໂຫຼດເອົາ
narin.ttf ແລະ narinbd.ttf (ກໍລະນີນີ້,
ໃຫ້ເອົາເຄື່ອງໝາຍຖືກຢູ່ໜ້າປ່ອງ URL
is relative to page location ອອກ).
ຮອດຈຸດນີ້,
ພວກເຮົາໄດ້ສ້າງເວັບໄຊພາສາລາວຕົວຢ່າງທີ່ຄົບຖ້ວນພໍສົມຄວນ
ຈໍານວນ 6 ໜ້າເວັບ
ແລະກຽມພ້ອມທີ່ຈະອັບໂຫຼດຂື້ນໄປໄວ້ເທີງອີນເຕີເນັດ. ບົດໜ້າ,
ພວກເຮົາຈະເວົ້າເຖີງການຂໍເນື້ອທີ່ຝາກເວັບໄຊໄວ້ເທີງອິນເຕີ
ເນັດໂດຍບໍ່ຕ້ອງເສຍເງິນ.