ການຂຽນເວັບໄຊພາສາລາວ ຫນ້າ 3
|
ກັບຄືນໄປເວັບຫນ້າທຳອິດ
|
ກັບໄປຫນ້າ "ເລື່ອງຕ່າງໆກ່ຽວກັບຄອມພິວເຕີ"
|
ການຂຽນເວັບໄຊພາສາລາວ ໜ້າ: |
1
|
2
|
3
|
4
|
5
|
6
|
7
|
8
|
9
|
10
|
11
|
12
|
III. ເລີ່ມຕົ້ນສ້າງເວັບໄຊ
ແລ່ນ Mozilla, ເຮົາຈະໄດ້ຫນ້າຈໍຄືດັ່ງລຸ່ມນີ້:
ໃຫ້ຄລິກໃສ່ເຄື່ອງຫມາຍສັນຍາລັກ ທີ່ຂີດດ້ວຍວົງມົນສີແດງຂອງຮູບຂ້າງເທີງ, ເຮົາຈະໄດ້ຫນ້າຈໍໃຫມ່ຄືດັ່ງລຸ່ມນີ້:
ນີ້ແມ່ນຫນ້າເວັບ ເປົ່າ ຊຶ່ງລໍຖ້າໃຫ້ເຮົາສ້າງສັນຂື້ນມາຕາມຈິນຕະນາການທີ່ເຮົາມີ. ຫນ້າເວັບນີ້ເປົ່າແທ້ໆ ບໍ່ມີຮອດສີພື້ນ (ພື້ນເປັນສີຂາວ). ເຣົາຈະໄປກຳນົດເອົາສີໃດຫນຶ່ງມາເປັນສີພື້ນຂອງຫນ້າເວັບ. ໃຫ້ປະຕິບັດຄືດັ່ງຕໍ່ໄປນີ້: ຢູ່ແຖບເມນູ, ໃຫ້ໄປ Edit --> Preferences --> Composer --> New Page Settings, ໃຫ້ຄລິກໃສ່ປຸ່ມທີ່ຢູ່ດ້ານຫຼັງຂໍ້ຄວາມ Background: ເພື່ອໄປເລືອກເອົາສີພື້ນທີ່ຕ້ອງການ; ຄລິກເອົາສີທີ່ຕ້ອງການ ແລ້ວຄລິກ OK ແລະ OK ຕາມລຳດັບເພື່ອກັບຄືນມາຫນ້າເວັບເປົ່າ. (ໃນກໍລະນີທີ່ເຮົາຕ້ອງການໃຊ້ຮູບໃດຫນຶ່ງ ໃຫ້ເປັນພື້ນຫນ້າເວັບ, ແທນທີ່ເຮົາຈະໄປຄລິກ ປຸ່ມທີ່ຢູ່ດ້ານຫຼັງຂໍ້ຄວາມ Background:, ໃຫ້ຄລິກໃສ່ປຸ່ມ Choose File ແລ້ວໄປເລືອກເອົາຮູບໃດຫນຶ່ງທີ່ຈະມາໃຊ້ເປັນພື້ນຂອງຫນ້າເວັບ - ກໍລະນີນີ້ຂໍຍົກໄປອະທິບາຍເພີ່ມເຕີມໃນຕໍ່ຫນ້າ). ສົມມຸດວ່າ ເຮົາເລືອກເອົາສີເຫຼືອງອ່ອນເປັນພື້ນຂອງຫນ້າເວັບ, ເມື່ອກັບຄືນຫນ້າເວັບເປົ່າຂອງເຮົາ, ມັນຈະຍັງບໍ່ທັນມີສີເຫຼືອງເປັນພື້ນເທື່ອ. ໃຫ້ຄລິກເຄື່ອງຫມາຍ x ທີ່ຢູ່ດ້ານເທິງຂວາຂອງຈໍ ເພື່ອປິດຫນ້າເວັບເປົ່ານີ້. ຖ້າມີຂໍ້ຄວາມຖາມຂື້ນມາວ່າ ໃຫ້ Save ໄວ້ຫຼືບໍ່, ໃຫ້ຕອບ No. ຈາກນັ້ນ, ຫນ້າຈໍ ຈະກັບຄືນໄປຄືດັ່ງຮູບທຳອິດ. ໃຫ້ດຳເນີນຕາມຂັ້ນຕອນທີ່ສະເຫນີກ່ອນຫນ້ານີ້ ເພື່ອທຳການເປິດຫນ້າເວັບເປົ່າຂື້ນມາ. ຫນ້າເວັບເປົ່າທີ່ເຮົາໄດ້, ຈະມີລັກສະນະເປັນຄືຮູບຂ້າງລຸ່ມນີ້:
ເທຶ່ອນີ້, ເຮົາມີຫນ້າເວັບເປົ່າທີ່ມີພື້ນເປັນສີເຫຼືອງ.
ກັບຄືນໄປຕອນຕົ້ນຂອງຫນ້າ