ຜ່ານມາ ເຮົາໄດ້ສ້າງ 2
ໜ້າເວັບທີ່ມີຊື່ວ່າ index.htm ແລະ op_soft.htm
ແລະໄດ້ເຊັບພວກມັນໄວ້ໃນ C:\mylaoweb\. ຕໍ່ໄປນີ້
ເຮົາຈະສ້າງໜ້າເວັບທີ 3 ຊຶ່ງຈະມີເນື້ອໃນກ່ຽວກັບ ການສ້າງ
Folder/Directory ເພື່ອໃຊ້ເກັບມ້ຽນໜ້າເວັບ.
ໃຫ້ໂຫຼດ op_soft.htm ຂື້ນມາ
ເລືອກຂໍ້ຄວາມທັງໝົດ ແລ້ວລຶບຖິ້ມ; ຄລິກ <HTML> Source, ແປງ
<title>ລະບົບປະຕິບັດ
ການ ແລະຊອບແວ (ໂປຣແກຣມນໍາໃຊ້) ທີ່ຈໍາເປັນ</title>
ໃຫ້ເປັນ <title>ການ
ສ້າງ Folder/Directory
ເພື່ອໃຊ້ເກັບມ້ຽນໜ້າເວັບ</title>. ສຸດທ້າຍ
ໃຫ້ເຊັບໄຟລ໌ດ້ວຍການໄປ File -->Save as ແລ້ວປ່ຽນຊື່ຈາກ op_soft.htm ໃຫ້ເປັນ folder_directory.htm
(ເປັນຕົວນ້ອຍໝົດ ເພື່ອຫຼີກເວັ້ນການຊອກຫາໄຟລ໌ບໍ່ເຫັນ
ຫຼັງຈາກທີ່ເອົາໄປຝາກໄວ້ນໍາ Server
ຂອງຜູ້ທີ່ໃຫ້ບໍລິການເນື້ອທີ່ຝາກເວັບໄຊຟຣີ - Server
ສ່ວນໃຫຍ່ ຈະໃຊ້ລະບົບປະຕິບັດການ Unix ຊຶ່ງຈະຖືວ່າ
Folder_Directory.htm ເປັນຄົນລະໄຟລ໌ກັບ folder_directory.htm).
ໜ້າເວັບໃໝ່ນີ້ ຍັງເປັນໜ້າເວັບເປົ່າ
ເພາະຍັງບໍ່ທັນມີຂໍ້ຄວາມໃດໆ.
ໃຫ້ເລີ່ມຕົ້ນພິມຕາມຂໍ້ຄວາມທີ່ຢູ່ໃນຮູບລຸ່ມນີ້.
ຫຼັງຈາກພິມສໍາເລັດແລ້ວ
ໃຫ້ຈັດຮູບແບບການຈັດວາງຕົວໜັງສືໃຫ້ຄືຮູບຂ້າງລຸ່ມ.
ແນ່ນອນວ່າ ຕ້ອງມີການແຊກໂຄດແຍກພະຍາງ (Shift + ຜ)
ໃສ່ແຕ່ລະພະຍາງຂອງຄໍາລາວ (ກ່ອນທີ່ຈະກັບມາຂຽນໜ້າເວັບນີ້
ຂ້າພະເຈົ້າໄດ້ໃຊ້ເວລາເກືອບ 3 ມື້
ຊອກຫາວິທີແຊກໂຄດແຍກພະຍາງ ໂດຍບໍ່ຕ້ອງມາແຊກດ້ວຍມື:
ຜົນໄດ້ຮັບຖືວ່າໃຊ້ໄດ້!; ນອກຈາກນີ້
ຍັງໄດ້ວິທີທີ່ຈະແປງເອກະສານທີ່ຂຽນດ້ວຍ Saysettha Lao,
Saysettha 95 ໃຫ້ມາເປັນ Narin.ttf,
ເອົາມາແຊກໂຄດແຍກພະຍາງໃສ່ຕາມວິທີທໍາອິດ
ກໍ່ສາມາດເອົາຂື້ນເວັບໄດ້ເລີຍ. ຄຶດວ່າຄົງເປັນປະໂຫຍດແກ່ Web
Master ຂອງເວັບໄຊພາສາລາວ:
ດັ່ງນັ້ນຈຶ່ງມີໂຄງການທີ່ຈະຂຽນບົດຄວາມ "ການແຊກໂຄດແຍກພະຍາງ
ແລະການປ່ຽນຟອນ Saysettha Lao/95 ໂດຍໃຊ້ໂປຣແກຣມ"
ຊຶ່ງຈະເລີ່ມຂຽນ ຫຼັງຈາກຂຽນບົດຄວາມ "ການຂຽນເວັບໄຊພາສາລາວ"
ສໍາເລັດລົງ. ສໍາລັບເວລານີ້
ໃຫ້ທ່ານອົດທົນແຊກໂຄດແຍກພະຍາງດ້ວຍມືໄປກ່ອນ).
ຫຼັງຈາກພິມຈົນສໍາເລັດແລ້ວ, ໃຫ້ດໍາເນີນການປັບຂະໜາດ
ແລະການຈັດວາງຕົວຫນັງສື ແລ້ວແຊກໂຄດແຍກພະຍາງ.
ສຸດທ້າຍໃຫ້ເຊັບມ້ຽນ.