ບາດນີ້, ເຮົາຈະເຂົ້າໄປປັບ charset
ເພື່ອໃຫ້ສາມາດຮອງຮັບການສ້າງຫນ້າເວັບພາສາລາວ
ດ້ວຍການຄລິກໃສ່ປຸ່ມ
<HTML> Source ທີ່ຢູ່ດ້ານລຸ່ມຊ້າຍຂອງຈໍ;
ເຣົາຈະໄດ້ຫນ້າຈໍໃຫມ່ຄືລຸ່ມນີ້:
ຢູ່ແຖວທີ 4, ບ່ອນຂໍ້ຄວາມ
charset=ISO-8895-1" (ຫຼືອື່ນໆ), ໃຫ້ປ່ຽນເປັນ charset=unicode".
ຢູ່ແຖວທີ 5 ບ່ອນຂໍ້ຄວາມ <title></title>
ໃຫ້ພິມພາສາລາວແຊກໃສ່ໃຫ້ເປັນຄືດັ່ງນີ້:
<title>ການຂຽນເວັບໄຊພາສາລາວ ຫນ້າທີ 2</title>.
ຈາກນັ້ນ,
ໃຫ້ຄລິກໃສ່ປຸ່ມ Normal ທີ່ຢູ່ໃກ້ໆກັບປຸ່ມ <HTML> Source
ເພື່ອກັບຄືນມາຫນ້າເວັບເປົ່າ.
ເຮົາຈະມາເລີ່ມຕົ້ນພິມຂໍ້ຄວາມໃສ່ຫນ້າເວັບທຳອິດຂອງເຮົາ.
ໃຫ້ກົດ
Alt + Shift (ດ້ານຊ້າຍມື) ເພື່ອສະຫຼັບແປ້ນພິມເປັນລາວ
ແລ້ວເລີ່ມຕົ້ນພິມຂໍ້ຄວາມໃຫ້ຄືດັ່ງໃນຮູບລຸ່ມນີ໊:
ຫມາຍເຫດ:
- ຫຼັງຈາກພິມຈົບແຕ່ລະແຖວ, ໃຫ້ກົດ Enter ເພື່ອໃຫ້ຕົວກະພິບ
(Cursor -
ເສັ້ນຕັ້ງສັ້ນໆສີດຳທີ່ຮຸ່ງ/ມອດ/ຮຸ່ງ...
ຊຶ່ງບອກຕຳແຫນ່ງໃນຫນ້າຈໍທີ່ຕົວອັກສອນຈະປາກົດຂື້ນ
ຖ້າເຮົາພິມຈາກແປ້ນພິມ)
ເຕັ້ນລົງມາຢູ່ຕອນຕົ້ນຂອງແຖວໃຫມ່,
- ການສະຫຼັບແປ້ນພິມຈາກລາວເປັນອັງກິດ, ໃຫ້ກົດ Alt + Shift
ເບື້ອງຊ້າຍມື
(ຄືກັນກັບກໍລະນີ ຈາກອັງກິດເປັນລາວ),
- ການສ້າງແຖວເປົ່າ: ໃຫ້ກົດ Enter ເວລາຕົວກະພິບຢູ່ຕົ້ນແຖວ.
- ການພິມໂຕລາວ,
ໃຫ້ຫຼີກເວັ້ນການກົດແປ້ນພິມທີ່ມີອັກສອນປະສົມເຊັ່ນ xໍ່,
xົ້, xຳ, xໍ້າ, xິ້, xີ້, xໍ່າ, xັ້, xຶ້ ແລະ xື້. ໃຫ້ພິມ xໍ + x່, xົ +
x້, xໍ + xາ, xໍ + x້ + xາ, xິ + x້, xີ + x້, xໍ + x່ + xາ, xັ + x້, xຶ
+ x້ ແລະ xື + x້ ແທນຕາມລຳດັບ. ຫມາຍຄວາມວ່າ ອັກສອນປະສົມ
ຕ້ອງແທນດ້ວຍອັກສອນດ່ຽວໆຫຼາຍຕົວ. ທີ່ໃຫ້ດຳເນີນການເຊັ່ນນີ້
ກໍ່ເພື່ອຫຼີກເວັ້ນບັນຫາໃນການສະແດງຜົນຂອງພາສາລາວ
ຖ້າມີການໃຊ້ຟອນຢູນີໂຄດລາວຕົວອື່ນໆທີ່ບໍ່ແມ່ນ Narin.ttf
(ກະລຸນາໄປເບີ່ງ
ຄຳຖາມ-ຄຳຕອບກ່ຽວກັບ Narin.ttf ແລະ Narin Script ທີ່ຢູ່ໃນຫົວຂໍ້
"ສິ່ງທີ່ຫນ້າສົນໃຈຕ່າງໆ" ຈາກຫນ້າເວັບທຳອິດຂອງເວັບໄຊນີ້).
ຂັ້ນຕອນຕໍ່ມາ,
ໃຫ້ດຳເນີນການຕາມຂັ້ນຕອນຕ່າງໆທີ່ສະເຫນີຢູ່ຂ້າງລຸ່ມນີ້:
- ໃຫ້ກົດ Ctrl + a (ນິ້ວຫນຶ່ງກົດແປ້ນ Ctrl ຄ້າງໄວ້,
ອີກນິ້ວຫນຶ່ງ ກົດ
xັ ຫຼື a ແລ້ວຈຶ່ງປ່ອຍນິ້ວມືທັງສອງ)
ເພື່ອເລືອກເອົາຂໍ້ຄວາມທັງຫມົດ
(ຫຼືຢູ່ແຖບເມນູ, ໄປ Edit --> Select All ກໍ່ໄດ້). ຢູ່ແຖບເມນູ,
ໃຫ້ໄປ
Format --> Font; ເມື່ອມີປ່ອງເມນູຍ່ອຍປາກົດຂື້ນ,
ໃຫ້ໃຊ້ຫນູເລື່ອນລົງໄປ
ເພື່ອຄລິກໃສ່ຟອນ Narin ຊຶ່ງເປັນການກຳນົດໃຫ້ໃຊ້ຟອນ Narin
ພຽງແຕ່ຟອນດຽວໃນການສ້າງຫນ້າເວັບນີ້. ທີ່ຈິງແລ້ວ,
ເຮົາສາມາດໃຊ້ຟອນອື່ນໆຕື່ມກໍ່ໄດ້;
ແຕ່ການດຳເນີນການຄືດັ່ງກ່າວ ຈະເຮັດໃຫ້
ຫນ້າເວັບມີຂະຫນາດໃຫຍ່ຂື້ນໂດຍບໍ່ຈຳເປັນ
ເພາະຈະມີການເພີ່ມຄຳສັ່ງໃນການ
ໄປໃຊ້ຟອນອື່ນ - ຢຸດຕິການໃຊ້ຟອນອື່ນ - ໄປໃຊ້ຟອນ Narin -
ຢຸດຕິການໃຊ້ຟອນ
Narin -ໄປໃຊ້ຟອນອື່ນ - ຢຸດຕິການໃຊ້ຟອນອື່ນ...
- ໃຫ້ໃຊ້ຫນູເລືອກເອົາຂໍ້ຄວາມແຖວທຳອີດທັງຫມົດ
(ໃຊ້ຫນູຄລີກໃສ່ຕອນຕົ້ນຂອງແຖວ ແຕ່ຢ່າຟ້າວປ່ອຍມື
ແລ້ວລາກຫນູໃຫ້ແຖບສີດຳໄປກວມເອົາຂໍ້ຄວາມທັງຫມົດຈົນຮອດທ້າຍ
ແຖວຈຶ່ງປ່ອຍມື),
ຢູ່ແຖບເມນູແຖບທີ 3 (ແຖບເຄື່ອງມືຈັດຮູບແບບຂອງຕົວອັກສອນ),
ໃຫ້ຄລິກໃສ່ B (ເພື່ອໃຫ້ຕົວອັກສອນທີ່ເລືອກເປັນຕົວຫນາ),
ຄລິກໃສ່ +a (ເພື່ອໃຫ້ຕົວອັກ
ສອນທີ່ເລືອກ
ມີຂະຫນາດໃຫຍ່ຂື້ນ), ຄລິກໃສ່ ຮູບສັນຍາລັກທີ 3 ນັບຈາກຂວາມື -
Align Center
(ເພື່ອໃຫ້ຕົວອັກສອນທີ່ເລືອກ ປາກົດຢູ່ກາງຈໍ).
- ໃຫ້ໃຊ້ຫນູເລືອກເອົາແຖວທີ 2 ຮອດແຖວທີ 5
ແລ້ວຈັດໃຫ້ພວກມັນຢູ່ເຄີ່ງກາງຈໍ.
- ສຳລັບແຖວຂໍ້ຄວາມ
"ການຂຽນເວັບໄຊພາສາລາວ",
ໃຫ້ຈັດໃຫ້ເປັນຄືແຖວທຳອິດ.
- ໃຫ້ໃຊ້ຫນູເລືອກເອົາ 5
ແຖວສຸດທ້າຍທັງຫມົດ,
ໄປແຖບເຄື່ອງມື ແລ້ວເລືອກເອົາ ຮູບສັນຍາລັກ (Icon) ທີ 7
ນັບຈາກຂວາມື - Apply or Remove
Number List ເພື່ອໃຫ້ພວກມັນມີເລກລຳດັບ 1, 2, 3,... ພ້ອມກັນນີ້,
ໃຫ້ຈັດພວກມັນຢູ່ເຄີ່ງກາງຫນ້າຈໍ.
ຖ້າເຮົາປະຕິບັດຖືກຕ້ອງຕາມຂັ້ນຕອນຕ່າງໆຂ້າງ
ເທີງ,
ເຮົາຈະໄດ້ຫນ້າເວັບທີ່ມີລັກສະນະຄືດັ່ງຮູບລຸ່ມນີ້:
ຮອດຈຸດນີ້, ເຮົາໄດ້ສ້າງຫນ້າເວັບຫນ້າທຳອິດທີ່ເປັນພາສາລາວ
ສຳເລັດລົງດ້ວຍດີ.
ຫນ້າເວັບນີ້ຍັງບໍ່ທັນມີການເຊື່ອມຕໍ່ໄປຫາຫນ້າເວັບອື່ນໆ
ເພາະເຮົາຍັງບໍ່ທັນໄດ້ສ້າງຫນ້າເວັບເຫຼົ່ານັ້ນເທື່ອ.
ກ່ອນອື່ນເຮົາຈະທຳການເຊັບ (Save) ຫນ້າເວັບນີ້ໄວ້ໃນ Hard Disk.
ຢູ່ແຖບເມນູ,
ໃຫ້ໄປ File --> Save As... ເຮົາຈະໄດ້ປ່ອງຢ້ຽມນ້ອຍ Save Page As
ທີ່ມີລັກສະນະຄືຮູບລຸ່ມນີ້:
ຢູ່ສົ້ນດ້ານຂວາຂອງແຖບ Save in:,
ໃຫ້ຄລິກໃສ່ຫົວລູກສອນສີດຳທີ່ປາຍຊີ້ລົງລຸ່ມ,
ຈາກນັ້ນໃຫ້ໄປເລືອກ ບ່ອນທີ່ຈະເຊັບຫນ້າເວັບໃຫ້ໄປຢູ່ Drive (C:);
ຕໍ່ມາ,ໃຫ້ໃຊ້ຫນູຄລິກໃສ່ຮູບສັນຍາລັກ ທີ 3 ຈາກຂວາມື
ຂອງປ່ອງຢ້ຽມ Save Page As ຊຶ່ງຈະກົງກັບ Create New Folder,
ເມື່ອມີ
Folder ທີ່ມີຊື່ວ່າ New Folder ຂື້ນມາ, ໃຫ້ພິມຄຳວ່າ mylaoweb
(ໃຫ້ໃຊ້ຕົວອັກສອນນ້ອຍ) ໄປແທນຊື່ New Folder; ຈາກນັ້ນ ໃຫ້ຄລິກ 2
ຄັ້ງໄວໆຢູ່ຮູບສັນຍາລັກ Folder ສີເຫຼືອງທາງຫນ້າ mylaoweb
ເພື່ອກຳນົດບ່ອນທີ່ຈະເຊັບຫນ້າເວັບ ໃຫ້ໄປຢູ່ໃນ Folder ທີ່ຊື່
mylaoweb ຊຶ່ງ
Folder ດັ່ງກ່າວ ແມ່ນຍັງຂື້ນຕໍ່ Hard Disk (C:) ອີກທອດຫນຶ່ງ
(ຫມາຍຄວາມວ່າ
ເຮົາຈະເຊັບຫນ້າເວັບໄວ້ໃນ C:\mylaoweb). ສຸດທ້າຍ, ຢູ່ປ່ອງ File
name,
ໃຫ້ພິມຊື່ຫນ້າເວັບທີ່ເຮົາຈະເຊັບມ້ຽນວ່າ index.htm ແລ້ວກົດປຸ່ມ
Save.
ເປັນອັນວ່າ
ເຮົາໄດ້ເຊັບຫນ້າເວັບທຳອິດທີ່ເຮົາຫາກໍ່ສ້າງຂື້ນໄວ້ໃນ
C:\mylaoweb
ແລະຕັ້ງຊື່ໃຫ້ວ່າ index.htm ຢ່າງສຳເລັດຜົນ.