ການຂຽນເວັບໄຊພາສາລາວ
ຫນ້າ 2 |
| ກັບຄືນໄປເວັບຫນ້າທຳອິດ
| ກັບໄປຫນ້າ
"ເລື່ອງຕ່າງໆກ່ຽວກັບຄອມພິວເຕີ" | |
ການຂຽນເວັບໄຊພາສາລາວ ໜ້າ: | 1 | 2 | 3
| 4 | 5 | 6 | 7 | 8 | 9 | 10 | 11 | 12 | |
II. ການພິຈາລະນາຊອບແວທີ່ຈະໃຊ້ສ້າງເວັບພາສາລາວ
ເວັບໄຊຕ່າງໆທີ່ມີຢູ່ໃນອິນເຕີເນັດ ລ້ວນແຕ່ແມ່ນໄຟລ໌ປະເພດ htm ຫຼື html (HyperText Markup Language). ໄຟລ໌ເຫຼົ່ານີ້, ມີຄຸນສົມບັດທີ່ອານຸຍາດໃຫ້ເຮົາໃຊ້ສາລະພັດສື່ (multimedia) ເຊັ່ນ ພາບນິ້ງ, ພາບເຄື່ອນໄຫວ ຫຼືຮູບເງົາ, ສຽງ ແລະການເຊື່ອມຕໍ່ເພື່ອເຕັ້ນໄປຫາໄຟລ໌ htm ອື່ນໆທີ່ຢູ່ເທີງເວັບ; ນອກຈາກນີ້, ເຮົາຍັງສາມາດ ສ້າງຂໍ້ຄວາມ/ປຸ່ມການເຊື່ອມຕໍ່ທີ່ມີລັກສະນະເປັນຄຳສັ່ງເພື່ອ ໃຫ້ດຳເນີນການໃດຫນຶ່ງໄດ້. ໄຟລ໌ເຫຼົ່ານີ້, ໄດ້ຖືກຂຽນຂື້ນໂດຍໃຊ້ພາສາ HTML ຊຶ່ງປະກອບດ້ວຍຄຳສັ່ງທີ່ສາມາດຮຽນຮູ້ໄດ້ງ່າຍ ເພາະມີລັກສະນະ ເປັນຂໍ້ຄວາມທີ່ຄົນເຮົາພໍເຂົ້າໃຈໄດ້ ແລະສາມາດໃຊ້ໂປຣແກຣມ Text Editor ເຊັ່ນ Notepad ຂອງ Windows ເພື່ອຂຽນໄຟລ໌ເຫຼົ່ານີ້. ຍ້ອນຄວາມບໍ່ສະດວກ ແລະຂໍ້ຈຳກັດຫຼາຍໆຢ່າງ ຂອງ Notepad, ບໍລິສັດຜູ້ຜະລິດຊອບແວຫຼາຍໆລາຍ ຈຶ່ງໄດ້ສ້າງຊອບແວທີ່ໃຊ້ສຳລັບຂຽນເວັບໄຊໂດຍສະເພາະ ເພື່ອໃຫ້ຜູ້ໃຊ້ທີ່ບໍ່ມີຄວາມຮູ້ກ່ຽວກັບພາສາ HTML ໃຫ້ສາມາດຂຽນເວັບໄຊໄດ້.
ຊອບແວເຫຼົ່ານີ້, ມີຈຳນວນເປັນຫົວຮ້ອຍ; ແຕ່ລະຕົວ, ມີຈຸດເດັ່ນ/ດ້ອຍສະເພາະຕົວ. ຊອບແວບາງຕົວກໍ່ເປັນຊອບແວທີ່ໃຫ້ໃຊ້ລ້າ (free ware), ບາງຕົວກໍ່ໃຫ້ລອງໃຊ້ (share ware ຫຼື trial ware) ຊື່ງມີກຳນົດລອງໃຊ້ທີ່ບໍ່ເກີນ 30 ມື້; ຖ້າຕ້ອງການໃຊ້ຕໍ່ ຕ້ອງໄດ້ລົງທະບຽນ ແລະເສຍເງິນໃຫ້ຜູ້ຜະລິດ. ລາຄາຂອງຊອບແວລອງໃຊ້ເຫຼົ່ານີ້ ຢູ່ໃນຊ່ວງ 50 ເຖີງ 500 US$. ຊອບແວເຫຼົ່ານີ້, ສາມາດດາວໂຫຼດມາໃຊ້ ຫຼືລອງໃຊ້ໂດຍການເຂົ້າໄປເວັບໄຊຂອງຜູ້ຜະລິດຊອບແວເຫຼົ່ານັ້ນ.
ຕາມທີ່ຂ້າພະເຈົ້າ
ໄດ້ສຶກສາມາຈຳນວນຫນຶ່ງ, ຊອບແວເຫຼົ່ານີ້
ຈະສະຫນັບສະຫນູນພຽງແຕ່ພາສາທີ່ Windows ສະຫນັບສະຫນູນ.
ດັ່ງນັ້ນ, ຊອບແວເຫຼົ່ານີ້
ຈຶ່ງບໍ່ສາມາດຖືກໃຊ້ເພື່ອຂຽນເວັບພາສາລາວ.
ເວັບໄຊທີ່ທ່ານກຳລັງຢ້ຽມຊົມຢູ່ໃນຂະນະນີ້, ຂ້າພະເຈົ້າໃຊ້
DreamWeaver 3.0 ສ້າງເວັບຫນ້າທຳອິດ ແລະຫນ້າຂໍ້ມູນ/ດາວໂຫຼດ
Narin.ttf ໂດຍໃຊ້ກຣາຟິກລ້ວນໆ ຊຶ່ງສ້າງມາຈາກ Firework 3.0
ອີກທອດຫນຶ່ງ.
ສ່ວນຫນ້າເວັບອື່ນໆ, ໃນຕອນຕົ້ນ, ຂ້າພະເຈົ້າໄດ້ໃຊ້ Word 2000 ສ້າງ;
ໃນຕໍ່ມາ, ໄດ້ໃຊ້ FrontPage 2002 ເປັນຕົວສ້າງເວັບ ເນື່ອງຈາກໄຟລ໌
htm ທີ່ສ້າງໂດຍ Word 2000 (ຫຼື 2002) ແມ່ນມີຂະຫນາດໃຫຍ່ເກີນໄປ
(ມີການແຊກຄຳສັ່ງທີ່ຊໍ້າຊ້ອນຂື້ນມາ
ບໍ່ວ່າຈະມີການສະຫຼັບແປ້ນພິມ, ການພິມຈຸດຕ່າງໆ ຫຼືການຍະຫວ່າງ
ຊຶ່ງເຮັດໃຫ້ໄຟລ໌ html ຫນ້າດຽວກິນເນື້ອທີ່ເຖີງ 100 KB);
ຖ້າສ້າງໂດຍ FrontPage 2002 (ໂດຍປັບແຕ່ງໂປຣແກຣມ
ແລະໂຄດຄຳສັ່ງເລັກນ້ອຍ) ຈະກິນເນື້ອທີ່ພຽງ 18 KB. ໃນຕໍ່ໆມາ,
ຂ້າພະເຈົ້າໄດ້ໃຊ້ພຽງແຕ່ FrontPage 2002 ໃນການສ້າງຫນ້າເວັບ
ແລະໃຊ້ Macromedia Fireworks MX ເປັນໂປຣແກຣມສ້າງກຣາຟິກ
ແລະປັບແຕ່ງພາບ ແລະໃຊ້ຄອມພິວເຕີທີ່ໃຊ້ລະບົບປະຕິບັດການ
Windows XP Professional. ການໃຊ້ລະບົບປະຕິບັດການ
ແລະຊອບແວຄືດັ່ງກ່າວນີ້, ອາດເປັນຂໍ້ຈຳກັດ
ສຳລັບບາງທ່ານທີ່ຍັງບໍ່ທັນພ້ອມ. ດ້ວຍເຫດນີ້,
ຂ້າພະເຈົ້າຈຶ່ງຊອກຫາຊອບແວທີ່ສາມາດສ້າງເວັບໄຊພາສາລາວຕົວ
ໃຫມ່ ຊຶ່ງສາມາດໃຊ້ໄດ້ກັບລະບົບປະຕິບັດການ Windows ທຸກໆລຸ້ນ.
ໃນທີ່ສຸດ ກໍ່ສາມາດພົບ ໂປຣແກຣມ Composer
ທີ່ມີຢູ່ໃນໂປຣແກຣມທ່ອງເວັບ Mozilla 1.4
ຊຶ່ງສາມາດດາວໂຫຼດໄດ້ຟຣີຈາກ http://www.mozilla.org. ດັ່ງນັ້ນ,
ເຮົາສາມາດສະຫຼຸບໄດ້ວ່າ,
ສິ່ງທີ່ຈຳເປັນໃນການສ້າງເວັບໄຊພາສາລາວ ປະກອບມີຄື:
ເພື່ອໃຫ້ເຫັນປະສິດທິຜົນຂອງ Mozilla 1.4
ໃນການສ້າງເວັບໄຊພາສາລາວ,
ບົດຄວາມ "ການຂຽນເວັບໄຊພາສາລາວ" ທັງຫມົດ, ຂ້າພະເຈົ້າໄດ້ນຳໃຊ້
Composer ໃນ Mozilla ເປັນຕົວສ້າງເວັບ ແລະໃຊ້ Photo Editor (ທີ່ມານຳ
Microsoft Office ທຸກລຸ້ນ) ເປັນຕົວຈັດການກ່ຽວກັບຮູບພາບ.
ຂ້າພະເຈົ້າໃຊ້ຄອມພິວເຕີ Windows 98 ທຳມະດາ ທີ່ມີ CPU ແມ່ນ
Celeron 466 MHz, RAM 64 Mb, VGA Built-in 2 Mb, HD 4.2 Gb.