ການຂຽນເວັບໄຊພາສາລາວ ຫນ້າ 5
|
ກັບຄືນໄປເວັບໜ້າທຳອິດ
|
ກັບໄປໜ້າ "ເລື່ອງຕ່າງໆກ່ຽວກັບຄອມພິວເຕີ"
|
ການຂຽນເວັບໄຊພາສາລາວ ໜ້າ: |
1
|
2
|
3
|
4
|
5
|
6
|
7
|
8
|
9
|
10
|
11
|
12
|
ບາດນີ້, ເຮົາຈະມາເລີ່ມຕົ້ນສ້າງໜ້າເວັບທີ 2 ຊຶ່ງອີງຕາມໜ້າເວັບທຳອິດທີ່ໄດ້ສ້າງສຳເລັດໄປກ່ອນໜ້ານີ້ ຈະມີເນຶ້ອໃນກ່ຽວກັບ
ລະບົບປະຕິບັດການ ແລະຊອບແວ (ໂປຣແກຣມນຳໃຊ້) ທີ່ຈຳເປັນ.
ເຮົາມາເລີ່ມຕົ້ນກັນ ດ້ວຍການແລ່ນ Mozilla, ຄລິກໃສ່ຮູບເຄື່ອງຫມາຍສັນຍາລັກຂອງ Composer ຢູ່ດ້ານລຸ່ມຊ້າຍມືຂອງຈໍ ເພື່ອເລີ່ມຕົ້ນສ້າງໜ້າເວັບ. ຢູ່ແຖບເມນູ, ໃຫ້ໄປ File --> Recent Pages --> ການຂຽນເວັບໄຊພາສາລາວ (File:///C:/mylaoweb/index.htm). ນີ້ແມ່ນການໂຫຼດເອົາໜ້າເວັບທີ່ເຮົາໄດ້ຂຽນສຳເລັດໄປແລ້ວ ຂື້ນມາໃຊ້ ເພື່ອເປັນຖານໃຫ້ແກ່ການສ້າງໜ້າເວັບໃຫມ່ ໂດຍບໍ່ຕ້ອງເລີ່ມຕົ້ນຈາກສູນ.
ເມື່ອ Composer ເອີ້ນເອົາ
C:/mylaoweb/index.htm ຂື້ນມາປາກົດຢູ່ໃນໜ້າຈໍແລ້ວ, ໃຫ້ຄລິກ Ctrl + a ເພື່ອເລືອກເອົາຂໍ້ຄວາມທັງຫມົດ, ຈາກນັ້ນໃຫ້ກົດປຸ່ມ Delete ທີ່ຢູ່ໃນແປ້ນພິມ ເພື່ອລຶບຂໍ້ຄວາມທັງຫມົດຖີ້ມ ແລະເຮົາຈະໄດ້ໜ້າເວັບເປົ່າ ທີ່ຍັງມີພື້ນເປັນສີເຫຼືອງ. ຈາກນັ້ນ, ໃຫ້ຄລິກປຸ່ມ <HTML> Source ເພື່ອເຂົ້າໄປແປງຂໍ້ມູນບາງປະການຄື: ໃຫ້ປ່ຽນຂໍ້ຄວາມ <title>ການຂຽນເວັບໄຊພາສາລາວ</title> ໃຫ້ກາຍເປັນ <title>
ລະບົບປະຕິບັດ ການ ແລະຊອບແວ (ໂປຣແກຣມນຳໃຊ້) ທີ່ຈຳເປັນ
</title>. ຈາກນັ້ນ, ໃຫ້ກົດປຸ່ມ Normal ເພື່ອກັບຄືນມາໜ້າປົກກະຕິຂອງໂປຣແກຣມ Composer.
ເພື່ອປ້ອງກັນຄວາມຜິດພາດທີ່ອາດເກີດມີຂື້ນ ແບບວ່າໜ້າເປົ່ານີ້ອາດຖືກຫຼົງໄປ Save ທັບ
C:/mylaoweb/index.htm ທີ່ເຮົາໄດ້ສ້າງໄວ້ກ່ອນນີ້; ໃຫ້ໄປ File --> Save As... ແລ້ວໃຫ້ຕັ້ງຊື່ຂອງໜ້າເວັບເປົ່ານີ້ວ່າ op_soft.htm ແລ້ວກົດປຸ່ມ Save (ຕ້ອງໃຫ້ແນ່ໃຈວ່າ ໄຟລ໌ດັ່ງກ່າວຖືກເຊັບໄວ້ໃນ
C:/mylaoweb/).
ບາດນີ້, ໃຫ້ພິມຂໍ້ຄວາມທີ່ເປັນພາສາລາວ ແລ້ວປັບແຕ່ງຕົວອັກສອນ ແລະລັກສະນະການສະແດງຢູ່ເທີງໜ້າຈໍ ໃຫ້ເປັນຄືດັ່ງຮູບທີ່ນຳສະເໜີຢູ່ຂ້າງລຸ່ມນີ້:
ໃຫ້ພິມດັ່ງທີ່ເຫັນໃນຮູບຂ້າງເທີງ ແລ້ວຈັດກຸ່ມຕົວໜັງສືໃຫ້ຢູ່ກາງຈໍ, ເຕັມຈໍ (ພຽງຊ້າຍ-ພຽງຂວາ- Align Justify). ການພິມຂໍ້ຄວາມທີ່ເປັນວັກ (Paregraph), ບໍ່ໃຫ້ກົດ Enter ຢູ່ທ້າຍແຖວ: ໃຫ້ພິມຕໍ່ໄປຈົນຈົບວັກຈຶ່ງກົດ Enter. ຖ້າຂໍ້ຄວາມໃນແຕ່ລະແຖວ ຫາກມີຍະຫວ່າງກ້ວາງເກີນໄປ, ຢ່າຟ້າວໄປສົນໃຈມັນ: ໃຫ້ພິມໄປຈົນຈົບ ຈຶ່ງຄ່ອຍມາຈັດການມັນຕາມຫຼັງ. (ຖ້າທ່ານບໍ່ສະດວກທີ່ຈະພິມຕາມຂໍ້ຄວາມຂ້າງເທີງທັງຫມົດ, ໃຫ້ພິມແຕ່ 3-4 ແຖວກໍ່ໄດ້). ການຫຍໍ້ໜ້າຢູ່ຕອນຕົ້ນຂອງວັກໃຫມ່, ໃຫ້ກົດແປ້ນພິມ Tab ໜຶ່ງຄັ້ງ.
ວິທີການແກ້ໄຂບໍ່ໃຫ້ເກີດມີຊ່ອງຫວ່າງລະຫວ່າງຂໍ້ຄວາມທີ່ກ້ວາງເກີນໄປ:
ຖ້າເຮົາກຳນົດໃຫ້ວັກໃດວັກໜຶ່ງໃຫ້ຈັດວາງແບບ Align Justify, ຂໍ້ຄວາມໃນແຕ່ລະແຖວຂອງວັກ ຈະຍືດອອກເຕັມຄວາມກ້ວາງຂອງໜ້າຈໍ ເຊີ່ງຈະກໍ່ໃຫ້ເກີດຊ່ອງຫວ່າງໃນລະຫວ່າງຂໍ້ຄວາມທີ່ກ້ວາງເກີນໄປ. ຢາກໃຫ້ຕົວໜັງສືມີການຈັດວາງໃນລັກສະນະທີ່ເປັນຕາເບີ່ງ, ບໍ່ວ່າໜ້າຈໍຈະຖືກປັບໃຫ້ມີຂະໜາດນ້ອຍ-ໃຫຍ່ເທົ່າໃດກໍ່ຕາມ, ຄວນຕ້ອງມີການແຊກພະຍາງ ທີ່ເປັນຄວາມລາວດ້ວຍໂຄດແຍກພະຍາງ (Shift + ຜ) ໃສ່ໃນແຕ່ລະພະຍາງ. ໃນປັດຈຸບັນ ຍັງບໍ່ທັນມີໂປຣແກຣມແຊກພະຍາງໂດຍອັດຕະໂນມັດເທື່ອ, ດັ່ງນັ້ນ, ຜູ້ທີ່ຂຽນເວັບຈື່ງຈຳເປັນຕ້ອງແຊກໂຄດແຍກພະຍາງເຂົ້າແຕ່ລະພະ ຍາງດ້ວຍມື. ໃຫ້ດຳເນີນການແຊກໂຄດແຍກພະຍາງ ໂດຍເລີ່ມຕົ້ນຈາກຂໍ້ຄວາມທຳອິດ ຈົນຮອດຂໍ້ຄວາມສຸດທ້າຍ ໂດຍໃຊ້ແປ້ນພິມບັນຊາລູກສອນ (cursor -->)ດ້ວຍມືຂວາ ແລ້ວຫຍັບໄປແຕ່ລະພະຍາງຂອງຕົວໜັງສືລາວ ແລ້ວໃຊ້ມືຊ້າຍກົດ
Shift + ຜ, ເລື່ອນໄປຕໍ່ພະຍາງໃຫມ່ ແລ້ວກົດ
Shift + ຜ ແລະຕໍ່ໆໄປ. ຖ້າທ່ານໄດ້ແຊກໂຄດແຍກພະຍາງ ຂັ້ນແຕ່ລະພະຍາງ, ຂໍ້ຄວາມທີ່ທ່ານໄດ້ພິມຜ່ານມາ ຈະເປັນຄືດັ່ງຮູບຂ້າງເທີງ. ເມື່ອດຳເນີນການຕ່າງໆສຳເລັດແລ້ວ, ໃຫ້ກົດຮູບສັນຍາລັກ Save ເພື່ອທຳການເຊັບໄຟລ໌ດັ່ງກ່າວ ໃຫ້ໄປທັບ C:\mylaoweb\op_soft.htm ທີ່ເຮົາໄດ້ເຊັບມ້ຽນກ່ອນໜ້ານີ້.
ກັບຄືນໄປຕອນຕົ້ນຂອງໜ້າ