ການຂຽນເວັບໄຊພາສາລາວ
ຫນ້າ 1 |
| ກັບຄືນໄປເວັບຫນ້າທຳອິດ
| ກັບໄປຫນ້າ
"ເລື່ອງຕ່າງໆກ່ຽວກັບຄອມພິວເຕີ" | |
ການຂຽນເວັບໄຊພາສາລາວ ໜ້າ: | 1 | 2 | 3 | 4 | 5 | 6 | 7 | 8 | 9 | 10 | 11 | 12 | |
ຕາມທີ່ຂ້າພະເຈົ້າໄດ້ໂອ້ລົມນຳຫຼາຍໆຄົນ, ບໍ່ວ່າຈະແມ່ນຫມູ່ຄູ່ມິດສະຫາຍ, ອາດີດເພື່ອນຮ່ວມງານ, ອາດີດນັກສຶກສາ,... ລ້ວນແຕ່ ມີຄວາມສົນໃຈຕໍ່ກັບວິທີໃນການສ້າງເວັບພາສາລາວ; ບາງຄົນເຖີງຂັ້ນສະເຫນີໃຫ້ໄຂການເຝິກອົບຮົມ ຊຶ່ງຂ້າພະເຈົ້າເຫັນວ່າ ເປັນເລື່ອງທີ່ໄກໂຕ ແລະຕ້ອງໄດ້ ກະກຽມສະຖານທີ່, ອຸບປະກອນຕ່າງໆ ຊຶ່ງຄົງຈະຫຍຸ້ງຍາກ ແລະພົວພັນເຖີງປັດໄຈຫຼາຍໆຢ່າງບໍ່ແມ່ນຫນ້ອຍ. ສຳລັບຄວາມຄຶດຂອງຂ້າພະເຈົ້າແລ້ວ, ທາງອອກທີ່ດີທີ່ສຸດ ກ່ຽວກັບເລື່ອງນີ້ ກໍ່ຄື ຂຽນເປັນບົດຄວາມທີ່ຄ້າຍໆຄືກັບບົດຄວາມ "ພາສາລາວ ແລະບັນຫາການສະແດງຜົນເທີງເວັບ" - ໃຜສົນໃຈກໍ່ສາມາດເຂົ້າມາອ່ານ ແລະນຳໄປປະຕິບັດ; ວິທີດັ່ງກ່າວນີ໊, ຈະມີປະສິດທິຜົນກ່ວາ ເພາະເປັນການເຜີຍແຜ່ທາງກ້ວາງ - ສາມາດເຂົ້າສູ່ທຸກກຸ່ມຄົນທີ່ມີຄວາມສົນໃຈ. ເຖີງວ່າ ຈະເຮັດໃຫ້ຜູ້ຂຽນ ຕ້ອງໄດ້ອອກແຮງຕື່ມ, ແຕ່ເພື່ອຜົນປະໂຫຍດຂອງຄົນສ່ວນໃຫຍ່ ຫຼືເພື່ອເຮັດໃຫ້ເວັບພາສາລາວ ມີປະລິມານທີ່ຫຼາຍຂື້ນ ໄປພ້ອມໆເນື້ອຫາສາລະທີ່ຫຼາກຫຼາຍ ແລະເປັນປະໂຫຍດ ແກ່ຜູ້ໃຊ້ອິນເຕີເນັດທີ່ຮູ້ອ່ານພາສາລາວ, ຜູ້ຂຽນຄຶດວ່າການອອກແຮງນີ້ ຄົງຄຸ້ມຄ່າ.
ບົດຄັດຫຍໍ້:
ໂປຣແກຣມຫຼືຊອບແວທີ່ໃຊ້ສ້າງເວັບໄຊໃນທ້ອງຕະ ຫຼາດ ແມ່ນມີຈຳນວນຫຼວງຫຼາຍ ແຕ່ສ່ວນໃຫຍ່ແລ້ວຈະສະຫນັບສະຫນູນພຽງແຕ່ ການສ້າງເວັບໄຊທີ່ເປັນພາສາຊຶ່ງ Windows ຮັບຮູ້. Narin Script ທີ່ໄດ້ຖືກຕິດຕັ້ງ ໂດຍປະຕິບັດຕາມຄຳແນະນຳໃນບົດຄວາມ "ພາສາລາວ ແລະບັນຫາການສະແດງຜົນເທີງເວັບ" ແລະໃຊ້ຟອນຢູນີໂຄດ Narin.ttf ຍ່ອມບໍ່ອາດໃຊ້ໂປຣແກຣມສ່ວນໃຫຍ່ເຫຼົ່ານີ້ສ້າງເວັບພາສາລາວ. ຢ່າງໃດກໍ່ຕາມ, ທຸກສິ່ງທຸກຢ່າງຍ່ອມມີທາງອອກ. ບົດຄວາມນີ້ ຈະນຳສະເຫນີວິທີການສ້າງເວັບພາສາລາວ ໂດຍໃຊ້ໂປຣແກຣມທີ່ພໍຈະຫາໄດ້ ຊຶ່ງຕ້ອງມີການປັບແຕ່ງເລັກນ້ອຍ. ນອກຈາກນີ້, ຍັງມີຄຳແນະນຳບາງປະການໃນການຂໍເນື້ອທີ່ຟຣີເພື່ອເອົາໄວ້ຝາກ ເວັບໄຊອີກດ້ວຍ.
I. ໃຜຄວນທີ່ຈະຕ້ອງສ້າງເວັບພາສາລາວ?
ຄົນລາວທຸກຄົນ ທີ່ຮູ້ຂຽນ/ອ່ານພາສາລາວ ແລະຕ້ອງການໃຊ້ອິນເຕີເນັດ ເປັນເວທີເພື່ອປະຊາສຳພັນຕົນເອງ ດ້ວຍການໃຫ້ຂ່າວສານຂໍ້ມູນທີ່ຕົນຄຶດວ່າ ອາດເປັນປະໂຫຍດ ແລະເປັນທີ່ສົນໃຈສຳລັບຄົນອື່ນໆ. ດັ່ງນັ້ນ, ອາດສາມາດເວົ້າໄດ້ວ່າ, ນັບແຕ່ເດັກນ້ອຍຊັ້ນປະຖົມ ໄປຮອດຜູ້ເຖົ້າ ກໍ່ສາມາດທີ່ຈະສ້າງ ເວັບພາສາລາວໄດ້ ຖ້າມີຄວາມຕ້ອງການນຳສະເຫນີສິ່ງໃດຫນຶ່ງຕໍ່ຄົນອື່ນໆ. ສຳລັບອົງກອນຂອງລັດ, ອົງກອນເອກະຊົນ, ຮ້ານຄ້າ - ວິສາຫະກິດຕ່າງໆ ຍິ່ງມີຄວາມຈຳເປັນ ທີ່ຈະຕ້ອງມີ ເວັບພາສາລາວຂອງຕົນເອງ ເພື່ອນຳສະເຫນີ, ເຜີຍແຜ່- ປະຊາສຳພັນ ແນວທາງ, ການເຄື່ອນໄຫວ, ຫຼືສະເຫນີຜະລິດພັນຂອງຕົນ ແກ່ມະຫາຊົນຄົນລາວ. ນອກຈາກນີ້, ຄູ - ອາຈານ ກໍ່ອາດສ້າງເວັບໄຊພາສາລາວຂອງຕົນ ເພື່ອໃຫ້ຄຳແນະນຳເພິ່ມເຕີມກ່ຽວກັບວິຊາທີ່ຕົນສອນ ຫຼືໃຊ້ເວັບໄຊ ເປັນບ່ອນໃຫ້ບົດສອນ/ຕຳລາຮຽນ/ວຽກບ້ານ ແກ່ນັກຮຽນ - ນັກສຶກສາ, ເຮັດໃຫ້ສາມາດ ໃຊ້ຊົ່ວໂມງສິດສອນເຂົ້າໃນການນຳສົ່ງຄວາມຮູ້ແກ່ນັກຮຽນ/ນັກສຶກ ສາໄດ້ຢ່າງເຕັມທີ່. ພາກສ່ວນຕ່າງໆ ບໍ່ວ່າລັດ ຫຼືເອກະຊົນ ຫຼືສ່ວນບຸກຄົນ ກໍ່ສາມາດໃຊ້ປະໂຫຍດຈາກເວັບພາສາລາວໄດ້. ສິ່ງທີ່ໄດ້ເວົ້າມາ ອາດຖຶກຖືວ່າ "ເວົ້າມັນງ່າຍ ແຕ່ເຮັດມັນຍາກ". ຂ້າພະເຈົ້າຄຶດວ່າ ບໍ່ມີຫຍັງຍາກ, ຖ້າເຮົາມຸ່ງຫມັ້ນທີ່ຈະເຮັດ. ຂ້າພະເຈົ້າສ້າງເວັບໄຊນີ້ຂື້ນມາ ໂດຍບໍ່ໄດ້ຈອງອິນເຕີເນັດ (ໃຊ້ອິນເຕີເນັດຈາກຮ້ານທີ່ໃຫ້ບໍລິການອິນເຕີເນັດ), ບໍ່ໄດ້ເສຍເງິນເຊົ່າເນື້ອທີ່ຝາກເວັບ (ຂໍເນື້ອທີ່ຟຣີ); ສິ່ງທີ່ຂ້າພະເຈົ້າໄດ້ລົງທຶນໃສ່ໃນການສ້າງເວັບໄຊນີ້ ກໍ່ມີພຽງແຕ່, ເວລາ, ເຫື່ອແຮງ-ສະຕິປັນຍາ - ຄວາມມຸ່ງຫມັ້ນ ແລະເງິນຈຳນວນຫນຶ່ງ (ເສຍໃນເວລາເຂົ້າໃຊ້ອິນເຕີເນັດຈາກຮ້ານ) ຊຶ່ງເປັນສິ່ງທີ່ຂ້າພະເຈົ້າສາມາດ ຕັດສິນໃຈເອງໄດ້. ດັ່ງນັ້ນ, ຈຶ່ງເຫັນໄດ້ວ່າ, ການລົງທຶນຂອງຂ້າພະເຈົ້າໃນການສ້າງເວັບໄຊຕົວນີ້ ກໍ່ເປັນພຽງແຕ່ມູນຄ່າທີ່ເລັກນ້ອຍ ເມື່ອປຽບທຽບກັບ ມູນຄ່າການລົງທຶນອື່ນໆ ຫຼືທຽບກັບການປະກອບສ່ວນທາງດ້ານວັດຖຸປັດໄຈ/ເຫື່ອແຮງໃນກິດຈະ ກຳການກຸສົນຂອງບຸກຄົນ/ອົງກອນຕ່າງໆ. ຂ້າພະເຈົ້າເຂົ້າໃຈດີວ່າ ການດຳເນີນການໃດໆ ຄວນທີ່ຈະຕ້ອງຄຳນຶງເຖີງປັດໄຈຂອງສະພາບແວດລ້ອມ: ຖ້າສະພາບແວດລ້ອມບໍ່ອຳນວຍໃຫ້, ການດຳເນີນການນັ້ນໆ ກໍ່ຈະໄປບໍ່ລອດ. ຢ່າງໃດກໍ່ຕາມ, ຂ້າພະເຈົ້າກໍ່ຍັງເຂົ້າໃຈຢູ່ວ່າ ມີຄວາມເປັນໄປໄດ້ ທີ່ຄົນເຮົາສາມາດປັບປ່ຽນສະພາບແວດລ້ອມໃນລະດັບໃດລະດັບຫນຶ່ງ (ຊຶ່ງຕ້ອງໄດ້ອອກແຮງຫຼາຍ) ຫຼືປັບຕົວເອງໃຫ້ເຂົ້າກັບສະພາບແວດລ້ອມ. ການສ້າງເວັບພາສາລາວ, ດ້ານທິດສະດີແລ້ວ ຖືວ່າເປັນເລື່ອງງ່າຍ. ທາງດ້ານປະຕິບັດ, ອາດມີບັນຫາຫຼາຍປະການ: ເວັບໄຊທີ່ເຣົາສ້າງຂື້ນມາ, ໃຜຈະເປັນຜູ້ເຂົ້າມາເບິ່ງ? ຄົນລາວ ຫຼືຄົນທີ່ຮູ້ອ່ານພາສາລາວ! ຫຼືເວົ້າໃຫ້ຊັດເຈນຂື້ນກໍ່ຄື ຄົນທີ່ຮູ້ອ່ານພາສາລາວທີ່ມີເງື່ອນໄຂໃນການໃຊ້ອິນເຕີເນັດ! ຄົນກຸ່ມທີ່ວ່ານີ້ ໃນປະເທດລາວ ມີເຖີງ 5000 ຄົນບໍ່? ໃນຈຳນວນ 5000 ຄົນນີ້, ຈະມີເຖີງ 100 ຄົນ/ເດືອນ ບໍ່ທີ່ຈະເຂົ້າມາຢ້ຽມເບິ່ງເວັບໄຊທີ່ເຮົາສ້າງຂື້ນ? ພຽງແຕ່ບັນຫາປະການທຳອິດ ກອາດຈະສ້າງຄວາມທໍ້ແທ້ໃຈ ໃຫ້ແກ່ຜູ້ທີ່ຄຶດຈະສ້າງເວັບພາສາລາວແລ້ວ. ດັ່ງນັ້ນ, ເຣົາຈະເຫັນໄດ້ວ່າ ປັດໄຈສິ່ງແວດລ້ອມ ແມ່ນມີຜົນກະທົບ ຕແຜນການທີ່ຈະສ້າງເວັບພາສາລາວຕັ້ງແຕ່ຕົ້ນ. ບັນຫາປະການທີສອງ: ຄົນລາວໃນປະເທດລາວທີ່ມີເງື່ອນໄຂໃຊ້ອິນເຕີເນັດ ມີຈຳນວນຫນ້ອຍເກີນໄປ: ມີຜູ້ໃຫ້ບໍລິການອິນເຕີເນັດພຽງແຕ່ 2 ລາຍ, ມີຮ້ານທີ່ໃຫ້ບໍລິການອິນເຕີເນັດພຽງແຕ່ຫຍິບມືຫນຶ່ງ ຊຶ່ງລ້ວນແຕ່ມີລູກຄ້າຫນ້າເກົ່າ; ສ່ວນຜູ້ໃຊ້ອິນເຕີເນັດໃນອົງກອນຂອງລັດ ກໍ່ມີພຽງແຕ່ລະດັບຫົວຫນ້າ ຊຶ່ງມີພຽງຈຳນວນຫຍິບມືຫນິ່ງເທົ່ານັ້ນ. ດ້ວຍເຫດນີ໊, ການທີ່ຈະນຳໃຊ້ອິນເຕີເນັດ ໃຫ້ເປັນສື່ ເພື່ອປະຊາສຳພັນ ຫຼືເຜີຍແຜ່ຕ່າງໆດັ່ງທີ່ໄດ້ສະເຫນີ ໃນຕອນຕົ້ນ ຄົງຈະບໍ່ໄດ້ຮັບຜົນດັ່ງທີ່ຄາດຫວັງໄວ້. ດັ່ງນັ້ນ, ມັນຈຶ່ງມີຄວາມຈຳເປັນ ທີ່ຈະຕ້ອງໄດ້ປັບປ່ຽນສະພາບແວດລ້ອມ ໃນສ່ວນທີ່ວ່ານີ້. ຄຳຖາມທີ່ຊ້ອນຂື້ນມາວ່າ ແມ່ນໃຜຈະເປັນຜູ້ຜັກ ແລະດັນ, ຊຸກ ແລະຍູ້? ກໍ່ຕ້ອງແມ່ນ ພາກສ່ວນ ຫຼືບຸກຄົນທີ່ຫຼີງເຫັນຜົນປະໂຫຍດໃນການພັດທະນາປະເທດຊາດ ຈາກການນຳໃຊ້ອິນເຕີເນັດ. ທຸກສິ່ງທຸກຢ່າງ ລ້ວນແຕ່ມີ 2 ດ້ານ: ດ້ານດີ ແລະດ້ານບໍ່ດີ. ໃນເມື່ອບໍ່ອາດຈະຫຼີກເວັ້ນມັນໄດ້, ມີເຫດຜົນໃດ ທີ່ຈະບໍ່ສົ່ງເສີມການນຳໃຊ້ດ້ານດີຂອງມັນເພື່ອໃຫ້ດ້ານບໍ່ດີ ກາຍເປັນອັດຕາສ່ວນທີ່ມີຄ່າຫນ້ອຍ? ຂ້າພະເຈົ້າກໍ່ບໍ່ເຂົ້າໃຈວ່າ ເປັນຫຍັງຄອມພິວເຕິໃນປະເທດລາວ ຈຶ່ງມີລາຄາແພງກ່ວາທີ່ຂາຍຢູ່ຕ່າງປະເທດເກືອບ 2 ທົບ, ເປັນຫຍັງການຊົມໃຊ້ອິນເຕີເນັດຈຶ່ງເສຍຄ່າບໍລິການແພງ ທັງໆທີ່ມັນສົມຄວນທີ່ຈະເປັນ ສິ່ງອຸບປະໂພກສາທາລະນະທີ່ພື້ນຖານເຫມືອນກັບ ນໍ້າປະປາ, - ໄຟຟ້າ ຫຼື ໂທລະສັບ. ຕາມທັດສະນະຂອງຂ້າພະເຈົ້າແລ້ວ, ຄອມພິວເຕີ ແລະອິນເຕີເນັດ ສາມາດຖືກໃຊ້ເປັນເຄື່ອງມືທີ່ມີປະສິດທິພາບໃນການພັດທະນາຊັບ ພະຍາກອນມະນຸດໃນປະເທດລາວໄດ້ເປັນຢ່າງດີ: ຖ້າທ່າແຮງຂອງສອງສິ່ງນີ້ ບໍ່ໄດ້ຖືກນຳໃຊ້ຢ່າງເຕັມສ່ວນ, ໂອກາດທີ່ປະເທດລາວຈະຫຼຸດພົ້ນຈາກຄວາມດ້ອຍພັດທະນາ ໃນປີ 2020 ຄົງເປັນໄປໄດ້ຍາກ. ຢ່າງໃດກໍ່ຕາມ, ມື້ນັ້ນ ກໍ່ຍັງຄົງດົນເກີນກ່ວາທີ່ຈະພະຍາກອນໄວ້ໃນຂະນະນີ້. ສິ່ງທີ່ພວກເຮົາຄວນຈະເຮັດໃນປັດຈຸບັນນີ້ ກໍ່ຄື ແຂ່ງຂັນກັນສ້າງເວັບໄຊພາສາລາວ ທີ່ມີເນື້ອຫາ ຕອບສະຫນອງການພັດທະນາຊັບພະຍາກອນມະນຸດໃນປະເທດຂອງພວກເຮົາ ແນໃສ່ເຮັດໃຫ້ປະເທດຊາດຫຼຸດພົ້ນຈາກຄວາມດ້ອຍພັດທະນາ ເຫມືອນດັ່ງທີ່ໄດ້ຫວັງໄວ້.
ສຳລັບບຸກຄົນທີ່ຈະ ເປັນຜູ້ລົງມືຂຽນເວັບພາສາລາວ, ຕ້ອງມີຄວາມຮູ້ໃນການໃຊ້ຄອມພິວເຕີໃນລະດັບໃດຫນຶ່ງ ເຊັ່ນ ຮູ້ໃຊ້ໂປຣແກຣມຊຸດ Microsoft Office (Word, Excel ຫຼື FrontPage ຍິ່ງເປັນການດີ), ຮູ້ສຳເນົາ ໄຟລ໌ຈາກ Folder ຫນຶ່ງ ໄປໄວ້ອີກ Folder ຫນຶ່ງ, ຮູ້ໃຊ້ໂປຣແກຣມ Winzip ເພື່ອທຳການບີບອັດ (zip) ຫຼືຄາຍ (extract) ໄຟລ໌, ພໍຮູ້ພາສາອັງກິດ ແລະຮູ້ເຂົ້າໃຊ້ອິນເຕີເນັດ. ນອກຈາກນີ້, ຍັງຕ້ອງສາມາດພິມພາສາລາວໃຫ້ຖືກກັບຫຼັກໄວຍາກອນພື້ນຖານ, ຮູ້ໃຊ້ຈໍ້າຈຸດຕ່າງໆ, ຮູ້ໃຊ້ຍະຫວ່າງ, ຮູ້ວາງວັນນະຍຸດໃຫ້ເຊິ່ງກັບຕົວອັກສອນທີ່ອອກສຽງ. ເວົ້າລວມແລ້ວ ແມ່ນຕ້ອງ ມີຄວາມຮູ້ທາງດ້ານພາສາລາວໃນລະດັບດີ, ສາມາດຂຽນຂໍ້ຄວາມທີ່ຜູ້ອ່ານສາມາດເຂົ້າໃຈ. ໃຫ້ເຂົ້າໃຈວ່າ, ການໃຊ້ພາສາລາວຜິດໆຖືກໆ ອາດສົ່ງຜົນສະທ້ອນທາງລົບ ຕໍ່ກັບການຖືກຕີລາຄາເຖີງລະດັບພາສາລາວຂອງຜູ້ຂຽນເວັບໄຊ.