ກ່ອນໜ້ານີ້,
ຂ້າພະເຈົ້າໄດ້ສະເໜີໃຫ້ໄປດາວໂຫຼດເອົາພາບມາຈາກອິນເຕີເນັດ
ເພື່ອຈະມາໃຊ້ເປັນພຶ້ນຂອງໜ້າເວັບ.
ເພື່ອບໍ່ໃຫ້ເກີດຄວາມສັບສົນ
ໃນການອ້າງອິງເຖີງໄຟລ໌ພາບຕ່າງໆທີ່ສະເໜີໃນບົດຄວາມນີ້,
ທ່ານສາມາດດາວໂຫຼດເອົາຮູບພາບເຫຼົ່ານັ້ນ ຈາກທີ່ນີ້:
ດາວໂຫຼດພາບ (picture.zip - 202
Kb).
ໄຟລ໌ທີ່ທ່ານດາວໂຫຼດໄປ ຈະເປັນ Zip ໄຟລ໌;
ໃຫ້ຄາຍໄຟລ໌ລົງໄປໄວ້ໃນ
C:\mylaoweb\picture\.
ຈາກນັ້ນໃຫ້ທໍາການສ້າງໜ້າເວັບເປົ່າຕົວໃໝ່, ເຂົ້າໄປ
<HTML> Source, ຢູ່ບ່ອນ <title>...</title>
ໃຫ້ປ່ຽນເປັນ
<title>ການນໍາເອົາຮູບພາບເຂົ້າໃສ່ໜ້າເວັບ</title>.
ຂັ້ນຕອນຕໍ່ມາ, ໃຫ້ທໍາການພິມ-ປັບການຈັດວາງຂອງຕົວໜັງສື
ແລະແຊກໂຄດແຍກພະຍາງ.
ສຸດທ້າຍໃຫ້ເຊັບມ້ຽນໃນ C:\mylaoweb\ ໂດຍໃຫ້ຕັ້ງຊື່ວ່າ
insertpic.htm.
ບາດນີ້,
ເຣົາຈະມາປ່ຽນສີພື້ນຂອງໜ້າເວັບຕ່າງໆທີ່ເຮົາໄດ້ສ້າງໄວ້ກ່ອນ
ໜ້ານີ້.
ໃຫ້ໂຫຼດເອົາ C:\mylaoweb\index.htm ຂື້ນມາໃນໜ້າ Composer ຂອງ
Mozilla.
ຢູ່ແຖບເມນູ, ໃຫ້ໄປ Format --> Page Colors and Background...;
ໃຫ້ຄລິກໃສ່ປຸ່ມ Choose File ແລ້ວໄປຊອກດືງເອົາ thatluang.jpg
ທີ່ຢູ່ໃນ
C:\mylaoweb\picture\ ແລ້ວໃຫ້ກົດປຸ່ມ Open ແລະ OK ຕາມລໍາດັບ.
ຈາກນີ້,
ເຮົາຈະໄດ້ ພື້ນໜ້າເວັບທີ່ເປັນຮູບທາດຫຼວງສີເທົາຈາງໆ.
ເພື່ອໃຫ້ແນ່ໃຈວ່າ
ໜ້າເວັບດັ່ງກ່າວ ໄປເອີ້ນເອົາ thatluang.jpg
ມາເປັນຮູບພື້ນຂອງໜ້າເວັບໂດຍອີງຕາມທີ່ຕັ້ງຂອງໜ້າເວັບນີ້,
ໃຫ້ໄປກວດຄືນເບີ່ງອີກເທື່ອໜຶ່ງ: Format --> Page Colors and
Background...; ຢູ່ປ່ອງນ້ອຍໆສີຂາວໜ້າຂໍ້ຄວາມ "URL is relative to
page
location", ມີເຄື່ອງໝາຍຖືກ ໝາຍໄວ້ຫຼືບໍ່? ຖ້າບໍ່ມີ,
ໃຫ້ຄລິກໃສ່ປ່ອງດັ່ງກ່າວ ເພື່ອໃຫ້ມີເຄື່ອງໝາຍຖືກປາກົດຂື້ນ
ຈາກນັ້ນໃຫ້ກົດ
OK. ສາເຫດທີ່ຈໍາເປັນຕ້ອງໄປກວດຄືນ
ກໍ່ເພື່ອຈຸດປະສົງບໍ່ໃຫ້ເກີດກໍລະນີທີ່ຊອກຫາຮູບດັ່ງກ່າວບໍ່
ເຫັນເມື່ອນໍາເອົາໜ້າເວັບ
ແລະໄຟລ໌ຕ່າງໆທີ່ກ່ຽວຂ້ອງໄປຝາກໄວ້ນໍາຜູ້ໃຫ້ບໍລິການຝາກເນື້ອ
ທີ່ເວັບຟຣີ.
ຖ້າເຮົາບໍ່ໄດ້ເຂົ້າໄປປ່ຽນ, ໜ້າເວັບນີ້ ຈະທໍາການເອີ້ນເອົາ
thatluang.jpg
ຈາກ C:\mylaoweb\picture\; ຜູ້ທີ່ເຂົ້າຊົມເວັບໄຊເຮົາ ຈະມີ
C:\mylaoweb\picture\thatluang.jpg
ໃນຄອມພິວເຕີທີ່ເຂົາເຈົ້າໃຊ້ບໍ່?
ແນ່ນອນວ່າ ບໍ່ມີ; ເມື່ອບໍ່ມີ, thatluang.jpg
ກໍ່ບໍ່ສາມາດຖືກເອີ້ນໄປສະແດງເປັນພື້ນຂອງໜ້າເວັບເຮົາໄດ້.
ດັ່ງນັ້ນ,
ເມື່ອມີການເອີ້ນໃຊ້ໄຟລ໌ຕ່າງໆໃນໜ້າເວັບ
ຕ້ອງໄປກວດຄືນທຸກໆຄັ້ງ
ເພື່ອໃຫ້ແນ່ໃຈວ່າ ໄຟລ໌ເຫຼົ່ານັ້ນ ມີທີ່ຢູ່
ທີ່ມີລັກສະນະທຽບຖານ (relative)
ຈາກທີ່ຕັ້ງຂອງໜ້າເວັບທີ່ເອີ້ນໃຊ້ພວກມັນ (ບໍ່ແມ່ນຈາກ Hard Disk
ຂອງຄອມພິວເຕີທີ່ກໍາລັງຢ້ຽມຊົມໜ້າເວັບນັ້ນໆ).
ຖ້າທ່ານມີຮູບພາບອື່ນໆ
ທີ່ຕ້ອງການໃຊ້ເປັນສ່ວນປະກອບຂອງໜ້າເວັບ index.htm ນີ້,
ທ່ານສາມາດສໍາເນົາ
(copy) ຮູບພາບເຫຼົ່ານັ້ນ ໄປໄວ້ໃນ C:\mylaoweb\picture\
ແລ້ວແຊກເຂົ້າບ່ອນໃດບ່ອນໜຶ່ງທີ່ທ່ານຕ້ອງການໃນໜ້າເວັບ
(ໃຫ້ໃຊ້ໜູຄລິກບ່ອນໃດບ່ອນໜຶ່ງທີ່ທ່ານຕ້ອງການເພື່ອໃຫ້ຕົວກະ
ພິບໄປຢູ່ຕໍາແໜ່ງທີ່ທ່ານຕ້ອງການເສຍກ່ອນ,
ຈາກນັ້ນໃຫ້ໄປ Insert --> Image,
ຈາກນັ້ນໃຫ້ໄປເລືອກໄຟລ໌ຮູບພາບທີ່ທ່ານໄດ້ສໍາເນົາໄປໄວ້ກ່ອນໜ້າ
ນີ້; ກ່ອນຈະກົດ
OK ໃຫ້ຄລິກໃສ່ປຸ່ມມົນໆທີ່ຢູ່ໜ້າຂໍ້ຄວາມ Don't use alternate
text).
ຈາກນັ້ນ, ໃຫ້ຄລິກຂວາໃສ່ຮູບ, ເລືອກ Image Propoerties.. -->
Appearance,
ຢູ່ປ່ອງ Align Text to Image, ລອງປັບປ່ຽນເປັນຄ່າຕ່າງໆ
ແລ້ວມາສັງເກດຜົນຢູ່ໜ້າຈໍ.
ເມື່ອທ່ານພໍໃຈໃນການຈັດວາງຮູບພາບໃນໜ້າຈໍແລ້ວ,
ທ່ານສາມາດເຊັບໜ້າເວັບພາຍໃຕ້ຊື່ເດີມ
ແລະໄປດໍາເນີນການຕໍ່ໄປກັບໜ້າເວັບທີ່ເຫຼືອອື່ນໆທີ່ຍັງບໍ່ທັນ
ມີພື້ນເປັນຮູບ
ຫຼືຍັງບໍ່ມີພາບປະກອບເທື່ອ (ພາບປະກອບຕ່າງໆ,
ໃຫ້ທ່ານຊອກມາຕື່ມໃສ່ເອົາເອງ).