- ການເຂົ້າສູ່ເວັບໄຊຂອງ tripod,
ຜູ້ທ່ອງເນັດສາມາດພິມຢູ່ປ່ອງ URL (Uniform
Resource Locator) ຫຼືທີ່ຢູ່ຂອງເວັບໄຊ ດ້ວຍ: http://www.tripod.com ຫຼື http://tripod.com ຫຼື tripod.com (ຫຼືອາດພິມພຽງແຕ່ tripod
ແລ້ວກົດ
Ctrl + Enter ກໍ່ໄດ້).
- ການເຂົ້າສູ່ເວັບໄຊຂອງ toubou88, ຜູ້ທ່ອງເນັດຕ້ອງໄດ້ພິມ http://toubou88.tripod.com
ຢ່າງດຽວເທົ່ານັ້ນ.
ດັ່ງນັ້ນ,
ມັນຈຶ່ງສົມຄວນທີ່ຈະຊອກຫາໂດແມນເນມຟຣິມາໃຊ້.
ພວກເຮົາຈະເລີ່ມດໍາເນີນການຈອງໂດແມນເນມຟຣິ
ດ້ວຍການເຂົ້າໃຊ້ອິນເຕີເນັດ, ພິມໃສ່ປ່ອງທີ່ຢູ່ຂອງເວັບໄຊດ້ວຍ
www.dot.tk ຫຼື
http://www.dot.tk ຫຼື dot.tk ແລ້ວກົດແປ້ນພິມ Enter,
ເຮົາຈະໄດ້ໜ້າຈໍຄືຮູບລຸ່ມນີ້:
ໃນກໍລະນີຂອງພວກເຮົາ, ຢູ່ປ່ອງ
your-domaine-here,
ເຮົາຈະພິມ toubou88 ໃສ່ (ໝາຍຄວາມວ່າ
ພວກເຮົາຕ້ອງການໄດ້ໂດແມນເນມ
ທີ່ມີຊື່ວ່າ toubou88.tk ສໍາລັບເວັບໄຊ http://toubou88.tripod.com
ທີ່ໄດ້ຂໍເນື້ອທີ່ຝາກໄວ້ນໍາ tripod.com). ຈາກນັ້ນ,
ໃຫ້ເລື່ອນແຖບເລື່ອນທີ່ຢູ່ດ້ານຂວາມື ເພື່ອເລື່ອນໜ້າຈໍລົງ,
ເຮົາຈະໄດ້ໜ້າຈໍຄ້າຍຄືຮູບລຸ່ມນີ້:
ເລື່ອນໜ້າຈໍໃຫ້ລົງຈົນຮອດລຸ່ມສຸດ,
ເຮົາຈະໄດ້ໜ້າຈໍຄືຮູບລຸ່ມນີ້:
ຕ້ອງໃຫ້ແນ່ໃຈວ່າ,
ຢູ່ວົງມົນນ້ອຍສີຂາວທາງດ້ານໜ້າຂໍ້ຄວາມ FREE DOMAINE NAME,
ມີເມັດສີດໍາໝາຍໃສ່ດ້ານໃນ.
ຢູ່ປ່ອງສີຂາວຍາວ ທີ່ມີຂໍ້ຄວາມ USA,
ໃຫ້ຄລິກໃສ່ຫົວລູກສອນສີດໍາທີ່ປາຍຊີ້ລົງລຸ່ມ
ເພື່ອປ່ຽນປະເທດທີ່ເຮົາຢູ່;
ໃນກໍລະນີນີ້, ພວກເຮົາຈະປ່ຽນມາເປັນ Laos.
ຢູ່ປ່ອງສຸດທ້າຍ,
ໃຫ້ພິມທີ່ຢູ່ອີເມທີ່ຍັງໃຊ້ໄດ້ຢູ່ຂອງເຮົາໃສ່ (dot.tk
ຈະສົ່ງເມມາຫາທີ່ອີເມນີ້
ເພື່ອໃຫ້ເຮົາຢັ້ງຢືນວ່າໄດ້ຂໍໂດແມນເນມແທ້ໆ!).
ຈາກນັ້ນ, ໃຫ້ຄລິກໃສ່ປຸ່ມສີຂຽວ ທີ່ມີຕົວໜັງສື CONTINUE
>> ສີຂາວ
ແລະເຮົາຈະໄດ້ໜ້າຈໍໃໝ່ຄືລຸ່ມນີ້:
ຢູ່ປ່ອງສີຂາວທີ່ຢູ່ດ້ານລຸ່ມຂໍ້ຄວາມ Your
current web
address, ໃນກໍລະນີຕົວຢ່າງນີ້, ເຮົາຈະພິມ
http://toubou88.tripod.com ໃສ່.
ຈາກນັ້ນ, ໃຫ້ເລື່ອນໜ້າຈໍລົງມາ,
ເຮົາຈະເຫັນສ່ວນຕໍ່ໄປຄືດັ່ງຮູບລຸ່ມນີ້:
ໃຫ້ຕື່ມໃສ່ໃນປ່ອງສີຂາວໃຫຍ່ຕາມຄວາມເປັນຈິງ;
ໃນກໍລະນີຕົວຢ່າງນີ້,
ຂ້າພະເຈົ້າໄດ້ໃສ່ Web in Lao Language. ສ່ວນປ່ອງຕໍ່ໆໄປ,
ໃຫ້ກົດຫົວລູກສອນສີດໍາ
ເພື່ອເລືອກເອົາຄ່າທີ່ສອດຄ່ອງສໍາລັບເວັບໄຊ. ສຸດທ້າຍ,
ໃຫ້ຄລິກໃສ່ປຸ່ມສີຂຽວ ທີ່ມີຕົວໜັງສື CONTINUE >> ສີຂາວ
ແລະເຮົາຈະໄດ້ໜ້າຈໍໃໝ່ຄືລຸ່ມນີ້:
ຢູ່ປ່ອງສີຂາວລຸ່ມຂໍ້ຄວາມ Specify the keywords
that
fit your website,
ໃຫ້ພິມຂໍ້ຄວາມຫຼັກທີ່ສາມາດສື່ເຖີງເວັບໄຊຂອງເຮົາຈໍານວນໜື່ງ
ເຊັ່ນ: Lao, Lao
Website ຫຼື Website in Lao. ເລື່ອນໜ້າຈໍລົງມາອີກ,
ເຣົາຈະໄດ້ຄືຮູບຂ້າງລຸ່ມ:
ໃຫ້ໃຊ້ໜູຄລິກໃສ່ປ່ອງສີຂາວໜ້າຂໍ້ຄວາມຕ່າງໆ
ທີ່ກົງກັບເນື້ອໃນຂອງເວັບໄຊຂອງເຮົາ. ຖ້າບໍ່ກົງກັບອັນໃດ,
ໃຫ້ຄລິກໃສ່ປ່ອງໜ້າຂໍ້ຄວາມ Other ເໝືອນດັ່ງຮູບຂ້າງເທີງ.
ຢູ່ປ່ອງສີຂາວຍາວ ທີ່ຢູ້ດ້ານຂວາມືຂອງຂໍ້ຄວາມ
This word
is: ໃຫ້ພິມເໝືອນຂໍ້ຄວາມທີ່ເຫັນຢູ່ດ້ານລຸ່ມຂອງປ່ອງ
(ລະວັງຢ່າພິມອັກສອນໃຫຍ່ດ້ວຍອັກສອນນ້ອຍ ຫຼືສະຫຼັບກັນ!).
ຈາກນັ້ນ,
ໃຫ້ເລື່ອນໜ້າຈໍລົງໄປຕໍ່: ຖ້າມີປ່ອງສີຂາວ,
ໃຫ້ຕື່ມຂໍ້ມູນຕາມຄວາມເປັນຈິງໃສ່;
ເມື່ອຮອດລຸ່ມສຸດ, ໃຫ້ໃຊ້ໜູກົດໃສ່ປຸ່ມ CONTINUE >>
ເພື່ອໄປຂັ້ນຕອນຕໍ່ໄປ.
ໃຫ້ດໍາເນີນການປ້ອນຂໍ້ມູນເໝືອນດັ່ງຂັ້ນຕອນກ່ອນໜ້ານີ້.
ສໍາລັບ Zip code ຂອງລາວ, ຄ່າ 10000 (ສິບພັນ)
ຫຼືຫຼັກໝື່ນຂື້ນໄປຄົງໃຊ້ໄດ້.
ສ່ວນ Area code ຂອງໂທລະສັບ, ກພ. ວຽງຈັນ ຈະແມ່ນ 21; ເລກໂທລະສັບ
ແລະໂທລະສານ
(Fax), ອາດບອກເບີດຽວກັນກໍ່ໄດ້. ສໍາລັບອີເມ,
ໃຫ້ບອກອີເມດຽວກັບທີ່ບອກໃນຕອນຕົ້ນ
ແລະຕ້ອງໃຫ້ແນ່ໃຈວ່າມັນຍັງໃຊ້ໄດ້ຢູ່.
ສຸດທ້າຍ, ໃຫ້ຄລິກປຸ່ມ CONTINUE >>
ແລະເຮົາຈະໄດ້ໜ້າຈໍສຸດທ້າຍຄືລຸ່ມນີ້:
ຮອດຈຸດນີ້,
ຖືວ່າການຈອງໂດແມນເນມໂດຍບໍ່ຕ້ອງເສຍເງິນ
ແມ່ນສິ້ນສຸດລົງ.
ໃຫ້ອ່ານຂໍ້ຄວາມຕ່າງໆໃນໜ້າເວັບຂອງຮູບຂ້າງເທີງນີ້ໃຫ້ລະອຽດ,
ຈາກນັ້ນ ເຮົາສາມາດປິດໜ້າເວັບນີ້ໄດ້.
ສິ່ງທີ່ເຮົາຈະຕ້ອງດໍາເນີນການໃນຂັ້ນຕໍ່ໄປ ກໍ່ຄື:
ເຂົ້າໄປໃຊ້ອີເມທີ່ເຮົາໄດ້ແຈ້ງຕໍ່ dot.tk ໄວ້. ໃຫ້ເປີດອີເມທີ່
dot.tk
ສົ່ງມາຫາເຮົາ ແລ້ວໃຫ້ດໍາເນີນການຕາມທີ່ອີເມໄດ້ແນະນໍາໄວ້:
ຂໍອະໄພນໍາທີ່ກໍລະນີຕົວຢ່າງນີ້,
ຂ້າພະເຈົ້າຫຼົງໄປໃຫ້ອີເມຂອງລູກຊາຍ
ຊຶ່ງບໍ່ໄດ້ເຂົ້າໄປໃຊ້ເປັນເດືອນແລ້ວ
ເລີຍເຮັດໃຫ້ບໍ່ສາມາດເຂົ້າໄປໃຊ້ອີເມດັ່ງກ່າວອີກ.
ຢ່າງໃດກໍ່ຕາມ,
ຖ້າຂ້າພະເຈົ້າຈື່ບໍ່ຜິດ, dot.tk ຈະສົ່ງອີເມ ພ້ອມທັງໂຄດ ແລະ
Link
ຂອງໜ້າເວັບທີ່ຈະຕ້ອງໄປຢັ້ງຢືນວ່າ
ໄດ້ຂໍໂດແມນເນມດັ່ງກ່າວແທ້.
ພຽງແຕ່ເຂົ້າໄປໜ້າເວັບດັ່ງກ່າວ, ປ້ອນຂໍ້ມູນ
ແລະພິມໂຄດທີ່ໃຫ້ມາ,
ໂດແມນເນມທີ່ຂໍ ກໍ່ຈະມີຜົນໃຊ້ໄດ້ໃນທັນທີ.
ປິດທ້າຍ:
ບົດຄວາມ "ການຂຽນເວັບໄຊພາສາລາວ"
ທີ່ຂ້າພະເຈົ້ານໍາມາສະເໜີນີ້,
ໃຊ້ວິທີພື້ນໆ-ງ່າຍໆໃນການຂຽນເວັບໄຊ: ບໍ່ມີ Java
Script, ບໍ່ເປັນ php ຫຼື asp, ແຕ່ເປັນ htm ຫຼື html ສົດໆ.
ທີ່ຈິງແລ້ວ,
ຂ້າພະເຈົ້າເອງ, ກໍ່ບໍ່ຮູ້ເລື່ອງກ່ຽວກັບ Java Script, php ຫຼື asp
ແຕ່ປະການໃດ. ການທີ່ບັງອາດ ຂຽນບົດຄວາມໃນລັກສະນະວິຊາການ
ທັງໆທີ່ຕົນເອງກໍ່ບໍ່ໄດ້ມີວິຊາການພໍເທົ່າໃດ
ກໍ່ພຽງແຕ່ຕ້ອງການເປັນປະກາຍໄຟ
ໃຫ້ແກ່ຜູ້ອື່ນໆ: ປະກາຍໄຟພຽງຢ່າງດຽວ
ຍ່ອມບໍ່ອາດໃຫ້ແສງສະຫວ່າງທີ່ຕໍ່ເນື່ອງ
ຖ້າປາດສະຈາກເຊື້ອໄຟ ທີ່ສາມາດຕິດໄຟ - ຖ້າເຊຶ້ອໄຟບໍ່ຍອມຕິດໄຟ
ປະກາຍໄຟຄົງຖືກຂີດຂື້ນ ຕໍ່ໄປເລື້ອຍໆ
ຈົນກ່ວາຫີນເຫຼັກໄຟຈະໝົດໄປເອງ.