ກ່ອນໜ້ານີ້,
ພວກເຮົາໄດ້ຮຽນຮູ້ກ່ຽວກັບວິທີນໍາເອົາຮູບພາບມາເປັນພື້ນຂອງ
ໜ້າເວັບ. ເທື່ອນີ້,
ເຮົາຈະມາສຶກສາກ່ຽວກັບການສ້າງຫົວຂັ້ວນ
ແລະແຖບເມນູຂອງໜ້າເວັບ.
ພວກເຮົາຈະເລີ່ມດໍາເນີນການເລີຍ. ໃຫ້ເອີ້ນເອົາ
ໜ້າເວັບທໍາອິດ (index.htm)
ຂື້ນມາໃນໜ້າຈໍຂອງ Composer. ກົດ Enter ຢູ່ດ້ານເທີງສຸດ ເພື່ອເພີ່ມ
3
ແຖວເປົ່າໃສ່ດ້ານເທີງ
ແລ້ວເລື່ອນຕົວກະພິບຂື້ນໄປດ້ານເທີງສຸດອີກເທື່ອໜຶ່ງ.
ກ່ອນຈະດໍາເນີນການໃນຂັ້ນຕໍ່ໄປ,
ຂ້າພະເຈົ້າຂໍສະເໜີແຜນການໃນການດໍາເນີນການ
ເພື່ອໃຫ້ຮູ້ນໍາກັນວ່າ ພວກເຮົາຈະເຮັດຫຍັງຢູ່ຈຸດນີ້?
ແນວຄວາມຄຶດທີ່ມີແມ່ນ:
ສ້າງຕາຕະລາງ 1 ແຖວ (lign) 1 ຖັນ (column), 4 ແຖວ; ຢູ່ແຖວທໍາອິດ,
ຈະສໍາເນົາຂໍ້ຄວາມ "ຍິນດີຕ້ອນຮັບສູ່ເວັບພາສາລາວ
ທີ່ມີຢູ່ແລ້ວ
ໃຫ້ມາຢູ່ໃນແຖວດັ່ງກ່າວ; ໃນແຖວທີ 2,
ພວກເຮົາຈະພິມຫົວຂໍ້ໜ້າເວັບອື່ນໆໃສ່
ໝາຍຄວາມວ່າ ຈະສ້າງແຖບເມນູສໍາລັບໄປຫາໜ້າເວັບອື່ນໆ. ແຖວທີ 3,
ພວກເຮົາຈະແຊກຕາຕະລາງຍ່ອຍ (ຍ່ອຍລະດັບ 1) ທີ່ມີ 2 ຖັນ 1 ແຖວຂື້ນ:
ແຖວທໍາອິດຂອງຕາຕະລາງຍ່ອຍລະດັບ 1,
ພວກເຮົາຈະແຊກຕາຕະລາງຍ່ອຍໆລະດັບ 2 ທີ່ມີ 5
ແຖວ 1 ຖັນຂື້ນ, ໂດຍທີ່ແຕ່ລະແຖວເອົາຈະຂຽນສຸພາສິດຕ່າງໆໃສ່.
ສ່ວນຖັນທີ 2,
ພວກເຮົາຈະຍ້າຍ ຂໍ້ຄວາມເດີມທີ່ມີໃນ index.htm ມາໄວ້ໃນຖັນນີ້.
ສ່ວນແຖວທີ 4
ຂອງຕາຕະລາງຫຼັກ,
ພວກເຮົາຈະໃສ່ຂໍ້ມູນບາງປະການກ່ຽວກັບເວັບໄຊນີ້.
ເວົ້າໄປເວົ້າ, ທ່ານອາດຈະສັບສົນ;
ຂ້າພະເຈົ້າຈະນໍາສະເໜີເປັນຮູບພາບ
ໃນສິ່ງທິ່ຈະດໍາເນີນການດັ່ງຮູບລຸ່ມນີ້:
ແຖວຫຼັກທໍາອິດ:
ສໍາເນົາຂໍ້ຄວາມ "ຍິນດີຕ້ອນ
ຮັບສູ່ເວັບພາສາລາວ
ມາໄວ້ທີ່ນີ້ (ຈັດໃຫ້ຢູ່ເຄີ່ງກາງແຖວ)
|
ແຖວຫຼັກທີສອງ: ສໍາເນົາເອົາ
ຫົວຂໍ້ໜ້າເວັບທີ່ໄດ້ສ້າງມາແລ້ວ ແລະທີ່ຍັງບໍ່ທັນໄດ້ສ້າງ
ມາໄວ້ທີ່ນີ້;
ດັດແປງຫົວຂໍ້ໃຫ້ມັນສັ້ນກະທັດຮັດຂື້ນຕື່ມ
ເພື່ອໃຫ້ມັນສາມາດຢູ່ໃນແຖວດຽວກັນ
- ຖ້າບໍ່ໄດ້ແຖວດຽວ, ຈະເປັນຂໍ້ຄວາມສອງແຖວໃນແຖວຫຼັກທີສອງນີ້
ກະຊ່າງມັນ;
ອີກວິທີໜຶ່ງ, ເຮົາອາດແຊກຕາຕະລາງຍ່ອຍ 1 ແຖວ 6 ຖັນ
ໃສ່ໃນແຖວຫຼັກທີສອງນີ້
ໂດຍຈະເອົາຫົວຂໍ້ແຕ່ລະໜ້າເວັບມາໃສ່ແຕ່ລະຖັນ.
|
ແຖວຫຼັກທີສາມ: ແຊກຕາຕະລາງຍ່ອຍ 1
ແຖວ 2 ຖັນເຂົ້າໃນແຖວຫຼັກທີສາມນີ້.
ໃນຖັນທີ 1 ຂອງແຖວຫຼັກທີສາມນີ້,
ໃຫ້ແຊກຕາຕະລາງຍ່ອຍ 1 ແຖວ 5
ຖັນ
ຊຶ່ງແຕ່ລະຖັນ,
ເຮົາຈະເອົາຄໍາຄົມ-ຜະຫຍາຫຼືຂໍ້ຄຶດເຂົ້າມາໃສ່.
ໃນຖັນທີ 2 ຂອງແຖວຫຼັກທີສາມນີ້,
ເຮົາຈະເອົາຂໍ້ຄວາມທີ່ມີຢູ່ເດີມໃນໜ້າ index.htm ມາໄວ້ໃນຖັນນີ້. |
ແຖວຫຼັກທີສີ່: ເຮົາຈະໃສ່ຂໍ້ມູນບາງປະການກ່ຽວກັບເວັບໄຊນີ້. |
ການແຊກຕາຕະລາງເຂົ້າໃນໜ້າເວັບ,
ຢູ່ແຖບເມນູຂອງ
Composer, ໃຫ້ໄປ Isert
--> Table... ແລ້ວໄປກໍານົດເອົາຈໍານວນແຖວ
ແລະຈໍານວນຖັນທີ່ຕ້ອງການ.
ການໃສ່ສີພື້ນຕາຕ່າງໆຂອງຕາຕະລາງ
ແມ່ນໃຫ້ໃຊ້ໜູເລືກເອົາຕາເຫຼົ່ານັ້ນ,
ວາງໜູໃສ່ຕາທີ່ເລືອກ, ຄລິກຂວາ ແລ້ວເລື່ອນລົງໄປ ຄລິກໃສ່ Table
or Cell
Background... ແລ້ວເລືອກເອົາສີທີ່ຕ້ອງການ.
ການປ່ຽນສີຂອງຕົວໜັງສື,
ໃຫ້ໃຊ້ໜູເລືອກເອົາຕົວໜັງສື,
ໄປ Format --> Text Color ແລ້ວໄປເລືອກເອົາສີທີ່ຕ້ອງການ.
ຂໍ້ຄວາມເດີມຂອງ index.htm
ມີການປ່ຽນແປງທາງດ້ານການຈັດວາງເລັກນ້ອຍ.
ໃຫ້ຈັດຕາມທີ່ເຫັນໃນຮູບຂ້າງລຸ່ມ.
ຖ້າເຮົາໄດ້ດໍາເນີນການຕາມຄໍາແນະນໍາທີ່ໄດ້ສະເໜີກ່ອນໜ້ານີ້,
ເຣົາຈະໄດ້ໜ້າເວັບທີ່ມີລັກສະນະຄ້າຍຄືຮູບຂ້າງລຸ່ມນີ້:
ຍິນດີຕ້ອນຮັບສູ່ເວັບພາສາລາວ |
|
ກັບຄືນເວັບໜ້າທໍາອິດ | ລະບົບ ແລະຊອບແວທີ່ໃຊ້ | ການສ້າງ
Folder/Directory |
ການນໍາເອົາຮູບພາບເຂົ້າໃສ່ໜ້າເວັບ |
ການສ້າງແຖບຫົວຂໍ້/ເມນູ |
ການສ້າງການເຊື່ອມຕໍ່ |
|
ບໍ່ມີໃຜຈະຢູ່ຄໍ້າຟ້າ,
ມີພຽງຄຸນງາມຄວາມດີເທົ່ານັ້ນ
ທີ່ຄົນລຸ້ນຫຼັງຈະຈາລຶກໄວ້ຕະຫຼອດໄປ.
|
ການເມືອງມັກຖືກ
ໃຊ້ໄປໃນທາງທີ່ຜິດຄື:
ໃຊ້ເປັນເຄື່ອງມືເພື່ອຮັກສາອໍານາດ
ຂອງຜູ້ທີ່ຄອບຄອງອໍານາດ
ຫຼືຖືກໃຊ້ເປັນເຄື່ອງມືເພື່ອຢຶດເອົາອໍານາດ
ຂອງຜູ້ທີ່ສະແຫວງຫາອໍານາດ.
ຜົນຈາກການໃຊ້ການເມືອງໄປໃນທາງທີ່ຜິດ
ເຮັດໃຫ້ບຸກຄົນທີ່ບໍ່ມີສ່ວນກ່ຽວຂ້ອງໄດ້ຮັບຄວາມເຈັບແສບ
ຍ້ອນກາຍເປັນເສັ້ນທາງໃຫ້ບຸກຄົນອື່ນຢຽບຍໍ່າເພື່ອກ້າວໄປສູ່ອໍາ
ນາດ.
ມີໃຜຮູ້ແດ່ບໍ່ວ່າ, ໜ້າທີ່ແທ້ຈິງຂອງການເມືອງຄື
ເຮັດໃຫ້ຄົນຮູ້ຈັກສິດ ແລະໜ້າທີ່ຂອງຕົນໃນສັງຄົມ
ໃນຖານະທີ່ເປັນສ່ວນປະກອບໜຶ່ງຂອງສັງຄົມ.
|
ຖ້າຄຶດວ່າສິ່ງທີ່
ກໍາລັງເຮັດ
ແມ່ນເພື່ອຜົນປະໂຫຍດຂອງຄົນສ່ວນໃຫຍ່,
ໃຫ້ດໍາເນີນການເຮັດໄປໂລດໂດຍບໍ່ຕ້ອງສົນໃຈຄໍາຄັດຄ້ານທ້ວງຕິງ
ຂອງໃຜ;
ແຕ່ຕ້ອງໃຈກ້ວາງພໍ ທີ່ຈະຍອມຮັບໃນຜົນທີ່ຕາມມາ
ຊຶ່ງອາດຖືກປະນາມກົ່ນດ່າວ່າເປັນທໍລະລາດ
ຫຼືອາດຖືກຍ້ອງຍໍຊົມເຊີຍວ່າເປັນວິລະຊົນ.
|
ຢ່າໄດ້ຄຶດພຽງແຕ່ເຂົ້າຂ້າງຕົນເອງວ່າ
ບໍ່ມີເຮົາຈັກຄົນໜຶ່ງ,
ບ້ານນີ້-ເມືອງນີ້ ຈະຕົກຕໍ່າລົງໄປ
ແຕ່ໃຫ້ລອງຄຶດກັບປີ້ນເບີ່ງວ່າ ບໍ່ມີເຮົາຈັກຄົນໜຶ່ງ,
ແຜ່ນດິນນີ້ ຈະສູງຂື້ນຈັກຂໍ້ມື?
|
ຊີວິດເຮົາແມ່ນມີຄຸນຄ່າ,
ຢ່າປ່ອຍໃຫ້ຕາຍຖິ້ມລ້າ ໃນທ້ອງຖະໜົນ.
|
|
ຍິນດີຕ້ອນຮັບສູ່ເວັບໄຊພາສາລາວ
ສ້າງຂື້ນເພື່ອເປັນຕົວຢ່າງ
ປະກອບເຂົ້າໃນບົດຄວາມ "ການຂຽນເວັບໄຊພາສາລາວ"
ໜ້າເວັບນີ້
ຄວນເບີ່ງດ້ວຍຄວາມລະອຽດຂອງໜ້າຈໍ 800x600 ເປັນຢ່າງຕໍ່າ
ແລະໃນສະພາບເຕັມຈໍ
(Maximize)
(If you can not
read Lao text
in this website, please click here to download appropriate fonts, but
you must be able to read Lao to follow instructions in Lao)
ການຂຽນເວັບໄຊພາສາລາວ
- ລະບົບປະຕິບັດການ ແລະຊອບແວ
(ໂປຣແກຣມນໍາໃຊ້) ທີ່ຈໍາເປັນ
- ການສ້າງ Folder/Directory
ເພື່ອໃຊ້ເກັບມ້ຽນໜ້າເວັບ
- ການນໍາເອົາຮູບພາບເຂົ້າໃສ່ໜ້າເວັບ
- ການສ້າງແຖບຫົວຂໍ້/ເມນູ
ຂອງໜ້າເວັບ
- ການສ້າງການເຊື່ອມຕໍ່ໄປຫາໜ້າເວັບອື່ນໆ
|
ບໍ່ສະຫງວນລິຂະສິດໃດໆທັງສີ້ນ,
ສິງຫາ 2003
ຄໍາຄົມ-ຜະຫຍາຂ້າງ
ເທີງນີ້ ໄດ້ຖືກຄຶດ
ແລະຂຽນຂື້ນມາ
ຕາມຄວາມຄຶດທີ່ເກີດຂື້ນ, ອາດມີສ່ວນຄ້າຍຄື
ຫຼືກົງກັບກັບຂໍ້ຄວາມຂອງນັກປາດ-ອາຈານ-ທ່ານຜູ້ຮູ້ຄົນອື່ນໆ
ທີ່ໄດ້ຂຽນຫຼືໄດ້ກ່າວໄວ້; ຖ້າເປັນຄືກໍລະນີດັ່ງກ່າວ,
ຂໍຍົກໃຫ້ເປັນຄວາມດີ-ຄວາມຊອບຂອງທ່ານເຫຼົ່ານັ້ນ;ຜູ້ຂຽນຈົນປັນ
ຍາທີ່ຈະອ້າງເຖີງທ່ານເຫຼົ່ານັ້ນ
ເພາະບໍ່ໄດ້ອ່ານຂໍ້ຂຽນຂອງທ່ານເຫຼົ່ານັ້ນມາ.
ຕົ້ນສະບັບຂອງຮູບພາບທີ່ໃຊ້ເປັນຮູບພຶ້ນຂອງໜ້າເວັບນີ້
ແມ່ນມາຈາກ:http://www.laoembassy.com/thatluang.jpg
(thatluang.jpg)
|
ຖ້າເຮົາຈະປ່ຽນແຖບເມນູ
(ແຖວຫຼັກທີສອງ) ໃຫ້ເປັນ 1 ແຖວ, 5 ຖັນ, ເຮົາຈະໄດ້ຫນ້າເວັບຄືຮູບລຸ່ມນີ້:
ຍິນດີຕ້ອນຮັບສູ່ເວັບພາສາລາວ |
ກັບຄືນເວັບ
ໜ້າທໍາອິດ |
ລະບົບ
ແລະຊອບແວທີ່ໃຊ້ |
ການ
ສ້າງ Folder/Directory |
ການ
ນໍາເອົາຮູບພາບເຂົ້າໃສ່ໜ້າເວັບ |
ການ
ສ້າງແຖບຫົວຂໍ້/ເມນູ |
ການ
ສ້າງການເຊື່ອມຕໍ່ |
|
ບໍ່ມີໃຜຈະຢູ່ຄໍ້າຟ້າ,
ມີພຽງຄຸນງາມຄວາມດີເທົ່ານັ້ນ
ທີ່ຄົນລຸ້ນຫຼັງຈະຈາລຶກໄວ້ຕະຫຼອດໄປ.
|
ການເມືອງມັກຖືກໃຊ້ໄປໃນທາງທີ່ຜິດຄື:
ໃຊ້ເປັນເຄື່ອງມືເພື່ອຮັກສາອໍານາດ
ຂອງຜູ້ທີ່ຄອບຄອງອໍານາດ
ຫຼືຖືກໃຊ້ເປັນເຄື່ອງມືເພື່ອຢຶດເອົາອໍານາດ
ຂອງຜູ້ທີ່ສະແຫວງຫາອໍານາດ.
ຜົນຈາກການໃຊ້ການເມືອງໄປໃນທາງທີ່ຜິດ
ເຮັດໃຫ້ບຸກຄົນທີ່ບໍ່ມີສ່ວນກ່ຽວຂ້ອງໄດ້ຮັບຄວາມເຈັບແສບ
ຍ້ອນກາຍເປັນເສັ້ນທາງໃຫ້ບຸກຄົນອື່ນຢຽບຍໍ່າເພື່ອກ້າວໄປສູ່ອໍາ
ນາດ.
ມີໃຜຮູ້ແດ່ບໍ່ວ່າ, ໜ້າທີ່ແທ້ຈິງຂອງການເມືອງຄື
ເຮັດໃຫ້ຄົນຮູ້ຈັກສິດ ແລະໜ້າທີ່ຂອງຕົນໃນສັງຄົມ
ໃນຖານະທີ່ເປັນສ່ວນປະກອບໜຶ່ງຂອງສັງຄົມ.
|
ຖ້າຄຶດວ່າສິ່ງທີ່ກໍາລັງເຮັດ
ແມ່ນເພື່ອຜົນປະໂຫຍດຂອງຄົນສ່ວນໃຫຍ່,
ໃຫ້ດໍາເນີນການເຮັດໄປໂລດໂດຍບໍ່ຕ້ອງສົນໃຈຄໍາຄັດຄ້ານທ້ວງຕິງ
ຂອງໃຜ;
ແຕ່ຕ້ອງໃຈກ້ວາງພໍ ທີ່ຈະຍອມຮັບໃນຜົນທີ່ຕາມມາ
ຊຶ່ງອາດຖືກປະນາມກົ່ນດ່າວ່າເປັນທໍລະລາດ
ຫຼືອາດຖືກຍ້ອງຍໍຊົມເຊີຍວ່າເປັນວິລະຊົນ.
|
ຢ່າໄດ້ຄຶດພຽງແຕ່ເຂົ້າຂ້າງຕົນເອງວ່າ
ບໍ່ມີເຮົາຈັກຄົນໜຶ່ງ,
ບ້ານນີ້-ເມືອງນີ້ ຈະຕົກຕໍ່າລົງໄປ
ແຕ່ໃຫ້ລອງຄຶດກັບປີ້ນເບີ່ງວ່າ ບໍ່ມີເຮົາຈັກຄົນໜຶ່ງ,
ແຜ່ນດິນນີ້ ຈະສູງຂື້ນຈັກຂໍ້ມື?
|
ຊີວິດເຮົາແມ່ນມີຄຸນຄ່າ,
ຢ່າປ່ອຍໃຫ້ຕາຍຖິ້ມລ້າ ໃນທ້ອງຖະໜົນ.
|
|
ຍິນດີຕ້ອນຮັບສູ່ເວັບໄຊພາສາລາວ
ສ້າງຂື້ນເພື່ອເປັນ
ຕົວຢ່າງ
ປະກອບເຂົ້າໃນບົດຄວາມ "ການຂຽນເວັບໄຊພາສາລາວ"
ໜ້າເວັບນີ້
ຄວນເບີ່ງດ້ວຍຄວາມລະອຽດຂອງໜ້າຈໍ 800x600 ເປັນຢ່າງຕໍ່າ
ແລະໃນສະພາບເຕັມຈໍ
(Maximize)
(If you can not
read Lao text
in this website, please click here to download appropriate fonts, but
you must be able to read Lao to follow instructions in Lao)
ການຂຽນເວັບໄຊພາສາລາວ
- ລະບົບປະຕິບັດການ ແລະຊອບແວ
(ໂປຣແກຣມນໍາໃຊ້) ທີ່ຈໍາເປັນ
- ການສ້າງ Folder/Directory
ເພື່ອໃຊ້ເກັບມ້ຽນໜ້າເວັບ
- ການນໍາເອົາຮູບພາບເຂົ້າໃສ່ໜ້າເວັບ
- ການສ້າງແຖບຫົວຂໍ້/ເມນູ
ຂອງໜ້າເວັບ
- ການສ້າງການເຊື່ອມຕໍ່ໄປຫາໜ້າເວັບອື່ນໆ
|
ບໍ່ສະຫງວນລິຂະສິດໃດໆທັງສີ້ນ,
ສິງຫາ 2003
ຄໍາຄົມ-ຜະຫຍາຂ້າງ
ເທີງນີ້ ໄດ້ຖືກຄຶດ
ແລະຂຽນຂື້ນມາ
ຕາມຄວາມຄຶດທີ່ເກີດຂື້ນ, ອາດມີສ່ວນຄ້າຍຄື
ຫຼືກົງກັບກັບຂໍ້ຄວາມຂອງນັກປາດ-ອາຈານ-ທ່ານຜູ້ຮູ້ຄົນອື່ນໆ
ທີ່ໄດ້ຂຽນຫຼືໄດ້ກ່າວໄວ້; ຖ້າເປັນຄືກໍລະນີດັ່ງກ່າວ,
ຂໍຍົກໃຫ້ເປັນຄວາມດີ-ຄວາມຊອບຂອງທ່ານເຫຼົ່ານັ້ນ;ຜູ້ຂຽນຈົນປັນ
ຍາທີ່ຈະອ້າງເຖີງທ່ານເຫຼົ່ານັ້ນ
ເພາະບໍ່ໄດ້ອ່ານຂໍ້ຂຽນຂອງທ່ານເຫຼົ່ານັ້ນມາ.
ຕົ້ນສະບັບຂອງຮູບພາບທີ່ໃຊ້ເປັນຮູບພຶ້ນຂອງໜ້າເວັບນີ້
ແມ່ນມາຈາກ:http://www.laoembassy.com/thatluang.jpg
(thatluang.jpg)
|
ໃຫ້ເລືອກດໍາເນີນການວ່າຈະເລືອກໃຊ້ແຖບເມນູຕາມຕົວຢ່າງທີ
1 ຫຼືທີ 2. ຫຼັງຈາກຕື່ມຂໍ້ຄວາມຕ່າງໆທີ່ຈໍາເປັນແລ້ວ,
ໃຫ້ເຊັບລົງທັບ
C:\mylaoweb\index.htm.
ໃຫ້ສັງເກດວ່າ
ຕົວຢ່າງຂ້າງເທີງບໍ່ໄດ້ສະແດງຮູບທາດຫຼວງເປັນພື້ນຂອງເວັບ;
ແຕ່ໃນ
index.htm ຕົວຈິງ, ຢ່າລືມໃສ່ຮູບພື້ນໜ້າເວັບ.
ພວກເຮົາຈະຍັງບໍ່ທັນຟ້າວໄປດໍາເນີນການໃສ່ຫົວຂັ້ວນ
ແລະແຖບເມນູໃສ່ໜ້າເວັບທີ່ເຫຼືອເທື່ອ.
ລໍຖ້າໃຫ້ໃສ່ການເຊື່ອມຕໍ່ຕ່າງໆໃນທີ 9,
ເຮົາຈຶ່ງຈະກັບໄປຈັດການກັບໜ້າເວັບອື່ນໆ.
ນອກຈາກນີ້, ພວກເຮົາຍັງບໍ່ທັນໄດ້ສ້າງໜ້າເວັບທີສີ່
ຊຶ່ງຈະມີຫົວຂໍ້ກ່ຽວກັບ
ການສ້າງແຖບຫົວຂັ້ວນ/ເມນູຂອງໜ້າເວັບ ເທື່ອ. ໃຫ້ດຶງເອົາ
index.htm
ຂື້ນມາໃນໜ້າຂອງ Composer; ລຶບຂໍ້ຄວາມ
ຢູ່ຕາຕະລາງໃຫຍ່ດ້ານຂວາມືຖີ້ມ
(ເພາະເຮົາຂຽນຂໍ້ຄວາມກ່ຽວກັບ ການສ້າງ
ແຖບຫົວຂັ້ວນ/ເມນູຂອງໜ້າເວັບ);
ຄລິກໃສ່ <HTML> Source, ປ່ຽນຂໍ້ຄວາມ
<title>...</title> ໃຫ້ເປັນ <title>ການສ້າງ
ແຖບຫົວຂັ້ວນ/ເມນູຂອງໜ້າເວັບ</title>;
ກັບຄືນມາ Normal, ໄປ Format --> Pages Color and Bacgrounds...
ເພື່ອທໍາການປ່ຽນຮູບພື້ນຂອງໜ້າເວັບໃຫ້ເປັນຮູບໃໝ່. ຈາກນັ້ນ,
ໃຫ້ພິມຂໍ້ຄວາມຕາມຮູບຂ້າງລຸ່ມ
ແລະໃຫ້ດໍາເນີນການທຸກໆຢ່າງທີ່ຈໍາເປັນເໝືອນດັ່ງການສ້າງເວັບ
ກ່ອນໜ້ານີ້.
ຖ້າທຸກຢ່າງເປັນໄປດ້ວຍດີ,
ທ່ານຈະໄດ້ໜ້າເວັບຄ້າຍຄືຮູບລຸ່ມນີ້:
ການໃຊ້ composer ຂອງ Mozilla ສ້າງເວັບໄຊພາສາລາວ
ແມ່ນມີເລື່ອງເຮັດໃຫ້ເຮົາເຈັບຫົວ 1 ປະການຄື ມີການແຊກຍະຫວ່າງ
ແບບບໍ່ໄດ້ສັ່ງ
ໃສ່ຫຼັງພະຍາງທີ 1 ຫາທີ 5 (ສ່ວນໃຫຍ່ຈະເປັນຫຼັງພະຍາງທີ 1)
ໃສ່ໃນຂໍ້ຄວາມຕົ້ນວັກ ໂດຍສະເພາະຂໍ້ຄວາມໃນຕາຕະລາງ
(ຂໍ້ຄວາມນອກຕາຕະລາງ
ກໍ່ອາດເກີດຂື້ນໄດ້ເຊັ່ນກັນ): ເຖີງວ່າ
ເຣົາຈະລຶບຍະຫວ່າງດັ່ງກ່າວຖີ້ມ
(ບໍ່ວ່າຈະໃນໂມດ Normal ຫຼື <HTML> Source ກໍ່ຕາມ,
ເມື່ອເຊັບແລ້ວ
ມາເບີ່ງຄືນໃໝ່ ກໍ່ຍັງເປັນຄືເກົ່າຢູ່). ສາເຫດທີ່ເປັນເຊັ່ນນີ້
ກໍ່ຍ້ອນວ່າ
ຂໍ້ຄວາມນັ້ນ ເມື່ອເບີ່ງໃນໂມດ <HTML>
Source ແລ້ວ, ມັນຢູ່ ຕໍາແໜ່ງສຸດທ້າຍຂອງແຖວທີ່ຍາວ
ແລະຄໍາສັ່ງຕໍ່ໜ້າມັນ
ບໍ່ແມ່ນ <div>. ວິທີແກ້ໄຂ ແມ່ນໃຫ້ເຂົ້າໄປແກ້ໄຂໃນ <HTML>
Source,
ໄປເບີ່ງແຖວທີ່ຍາວໆວ່າມີຂໍ້ຄວາມພາສາລາວສັ້ນໆຢູ່ທ້າຍແຖວຫຼື
ບໍ່;
ຖ້າມີແມ່ນຢູ່ບ່ອນນີ້ແຫຼະທີ່ອາດມີບັນຫາ;
ໃຫ້ເບີ່ງຄໍາສັ່ງກ່ອນໜ້າມັນ
ແມ່ນເປັນຄໍາສັ່ງປະເພດ <div...> ຫຼືບໍ່; ຖ້າບໍ່ແມ່ນ,
ນີ້ແຫຼະຈຸດຂອງບັນຫາ;
ໃຫ້ເລື່ອນຕົວກະພິບໄປຢູ່ໜ້າຄໍາລາວສັ້ນໆນັ້ນ ແລ້ວກົດ
Enter ເພື່ອໃຫ້ມັນລົງມາແຖວໃໝ່; ຈາກນັ້ນ, ໃຫ້ພິມຄໍາ <div>
ໃສ່ຕໍ່ໜ້າມັນ, ເລື່ອນຕົວກະພິບມາຢູ່ດ້ານຫຼັງມັນ, ກົດປຸ່ມ
Delete 2 ຄັ້ງ
ເພື່ອໃຫ້ຄໍາລາວທີ່ຢູ່ແຖວລຸ່ມ ຂື້ນມາຕໍ່ກັບຄໍາລາວສັ້ນໆນັ້ນ.
ຈາກນັ້ນ,
ໃຫ້ເລື່ອນຕົວກະພິບລົງໄປແຖວຄໍາລາວທີ່ຢູ່ດ້ານລຸ່ມ,
ໄປຫາດ້ານຫຼັງຂອງພະຍາງສຸດທ້າຍຂອງວັກຄໍາລາວ ແລ້ວໃຫ້ພິມ
</div>.
ເປັນອັນຈົບການແກ້ໄຂ
ການແຊກຍະຫວ່າງຂື້ນມາໂດຍບໍ່ໄດ້ສັ່ງຂອງວັກນັ້ນ. ຕໍ່ໄປ,
ໃຫ້ໄປແກ້ໄຂບັນຫາທີ່ເກີດຂື້ນຢູ່ວັກອື່ນໆໂດຍໃຊ້ວິທີການດຽວ
ກັນນີ້.
ຂ້າພະເຈົ້າຄຶດວ່າ Mozilla ລຸ້ນຕໍ່ໆໄປ ຄົງສາມາດ
ແກ້ໄຂບັນຫານີ້ໄດ້. (ມີອີກວິທີໜຶ່ງຄື:
ກ່ອນຈະພິມຄຳລາວຢູ່ຕົ້ນວັກ, ໃຫ້ກົດຍະຫວ່າງຢ່າງຫນ້ອຍ 1 ຄັ້ງ
ແລ້ວຈຶ່ງເລີ່ມຕົ້ນພິມ).
ເມື່ອພິມທຸກຢ່າງຮຽບຮ້ອຍເໝືອນໃນຮູບຂ້າງເທີງ,
ໃຫ້ເຊັບໜ້າເວັບດັ່ງກ່າວໄວ້
ພາຍໃຕ້ຊື່ header_menu.htm ໂດຍໃຫ້ເຊັບໄວ້ໃນ C:\mylaoweb\.