ບົດ​ຄວາມ: ພາ​ສາ​ລາວ ແລະ​ບັນ​ຫາ​ການ​ສະ​ແດງ​ຜົນ​ເທີງ​ເວັບ - ນະ​ຣິນ​-ສັກກຣາຊ

ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ | ຫນ້າ​1 | ຫນ້າ​3 | ຫນ້າ​4 | ຫນ້າ​5 | ຫນ້າ​6 | ຫນ້າ​7 | ຫນ້າ​8 |

II. ການ​ແກ້​ໄຂ​ບັນ​ຫາ​ການ​ແຕກ​ໂຕ​ຂອງ​ພາ​ສາ​ລາວ

ພວກ​ເຮົາ​ອາດ​ຕັ້ງ​ຄຳ​ຖາມ​ຂື້ນ​ມາ​ວ່າ ເປັນ​ຫຍັງ​ເລີ່ມ​ແຕ່ Internet Explorer ລຸ້ນ 4 ເປັນ​ຕົ້ນ​ມາ, ພາ​ສາ​ລາວ​ຈຶ່ງ​ມີ​ການ​ແຕກ​ໂຕ? ຜູ້​ຂຽນ​ຈະ​ຍັງ​ບໍ່​ຂໍ​ຕອບ​ຄຳ​ຖາມ​ນີ້​ເທື່ອ ແຕ່​ຈະ​ຂໍ​ໃຫ້​ຜູ້​ອ່ານ​ພິ​ຈາ​ລະ​ນາ​ລະ​ຫວ່າງ​ພາ​ສາ​ລາວ ແລະ​ພາ​ສາ​ໄທ ຊຶ່ງ​ທັງ​ສອງ​ພາ​ສາ​ແມ່ນ​ມີ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ຫຼາຍໆ​ຢ່າງ; ແຕ່​ອັນ​ທີ່​ຕ່າງ​ກັນ​ກໍ່​ຄື Windows ສະ​ຫນັບ​ສະ​ຫນູນ​ພາ​ສາ​ໄທ. ສິ່ງ​ນີ້, ບໍ່​ໄດ້​ເຮັດ​ໃຫ້​ຜູ້​ຂຽນ​ເສຍ​ກໍາ​ລັງ​ໃຈ​ເລີຍ; ກົງ​ກັນ​ຂ້າມ​ຜັດ​ມີ​ຄວາມ​ຫມັ້ນ​ໃຈ​ວ່າ ເມື່ອ​ພາ​ສາ​ໄທ​ບໍ່​ຄ່ອຍ​ມີ​ບັນ​ຫາ​ໃນ​ການ​ສະ​ແດງ​ເທິງ​ເວັບ, ມັນ​ກໍ່​ຍ່ອມ​ເປັນ​ໄປ​ໄດ້​ທີ່​ຈະ​ເຮັດ​ໃຫ້​ພາ​ສາ​ລາວ​ຂື້ນ​ເວັບ​ໄດ້​ເຊັ່ນ​ກັນ. ຈະ​ເຮັດ​ຢ່າງ​ໃດ? ກ່ອນ​ອື່ນ, ເຮົາ​ຈະ​ມາ​ສຶກ​ສາ​ສິ່ງ​ໃດ​ແດ່​ທີ່​ພາ​ສາ​ລາວ​ມີ​ອັນ​ຕ່າງ​ເມື່ອ​ທຽບ​ກັບ​ພາ​ສາ​ໄທ. ຜູ້​ຂຽນ​ໄດ້​ໃຊ້​ສໍາ​ເນົາ​ເອົາ​ຟອນ​ມາ​ຕາ​ຖານ​ທີ່​ມີ​ໃນ Windows ໄທ ແລະ​ສາ​ມາດ​ສະ​ແດງ​ພາ​ສາ​ໄທ​ໄດ້ ຊື່ Microsof Sans Serif (MICROSS.TTF) ແລ້ວ​ໃຊ້​ໂປຣ​ແກຣມ​ສ້າງ​ຟອນ​ຊື່ Fontographer 4.1 ຂອງ Macromedia (http://Macromedia.com/) ເພື່ອ​ເບີ່ງ​ໂຄດ​ພາ​ສາ​ໄທ​ໃນ​ຟອນ​ນີ້. ຟອນ​ດັ່ງ​ກ່າວ​ມີ​ຕົວ​ອັກ​ສອນ​ຂອງ​ຫຼາຍໆ​ຊາດ ແຕ່​ບໍ່​ມີ​ພາ​ສາ​ລາວ. ເມື່ອ​ພິ​ຈາ​ລະ​ນາ​ແລ້ວ, ຜູ້​ຂຽນ​ເຫັນ​ວ່າ ພາ​ສາ​ໄທ​ບໍ່​ໄດ້​ໄປ​ເຕັງ​ກັບ​ພາ​ສາ​ລາ​ແຕງ ເຫມືອນ​ດັ່ງ​ກໍ​ລະ​ນີ​ຟອນ​ພາ​ສາ​ລາວ​ທີ່​ພວກ​ເຮົາ​ເຄີຍ​ໃຊ້. ນີ້​ຄົງ​ແມ່ນ​ເຫດ​ຜົນ​ທີ່​ວ່າ ເປັນ​ຫຍັງ​ແຖບ​ພາ​ສາ​ໃນ Word 2000 ຈຶ່ງ​ສະ​ແດງ​ຂໍ້​ຄວາມ​ວ່າ ເປັນ​ພາ​ສາ​ອັງ​ກິດ​ທັງໆ​ທີ່​ພວກ​ເຮົາ​ພິມ​ພາ​ສາ​ລາວ ເພາະ​ຕົວ​ຫນັງ​ສື​ລາວ ໄດ້​ຖືກ​ສ້າງ​ຂື້ນ​ໄວ້​ໃນ​ໂຄດ​ອັງ​ກິດ (ລາ​ແຕງ). ຈະ​ເຮັດ​ແນວ​ໃດ ເພື່ອ​ຍ້າຍ​ຕົວ​ອັກ​ສອນ​ລາວ ໃຫ້​ໄປ​ຢູ່​ໃນ​ໂຄດ​ຂອງ​ພາ​ສາ​ລາວ? ຜູ້​ຂຽນ​ໄດ້​ໄປ​ເປີດ​ເບີ່ງເວັບ​ໄຊ​ຂອງ Unicode Consortium (http://www.unicode.org/) ຊຶ່ງ​ເປັນ​ອົງ​ກອນ​ທີ່​ກໍາ​ນົດ​ໂຄດ​ຂອງ​ພາ​ສາ​ຕ່າງໆ ແລະ​ຮູ້​ວ່າ​ພາ​ສາ​ລາວ ຖືກ​ກໍາ​ນົດ​ໃຫ້​ຢູ່​ໃນ​ໂຄດ 0E80-0EFF (ເລກ​ຖານ 16 - ໂຄດ​ແບບ Unicode - ເວົ້າ​ແບບ​ງ່າຍໆ​ວ່າ ຢູ​ນີ​ໂຄດ) ແລະ​ມີ​ການ​ກຳ​ນົດໂຄດ​ສໍາ​ລັບ​ຕົວ​ອັກ​ສອນ​ລາວ​ພຶ້ນ​ຖານ​ຈໍາ​ນວນ​ຫນຶ່ງ ແຕ່​ບໍ່​ເຫັນ​ຄົບ​ຕາມ​ທີ່​ມີ​ໃນ​ແປ້ນ​ພິມ. ພວກ​ທີ່​ຍັງ​ບໍ່​ທັນ​ເຫັນ​ໂຄດ ຈະ​ມີ​ໂຄດ​ອັນ​ໃດ? ຜູ້​ຂຽນ​ເລີຍ​ຄຶດ​ອອກ​ວ່າ Unicode ກໍາ​ນົດ​ຂື້ນ ແຕ່​ຜູ້​ນໍາ​ໄປ​ໃຊ້​ແມ່ນ Microsoft; Microsoft ຄົງ​ມີ​ການ​ສ້າງ​ຟອນ​ທີ່​ລວມ​ມີ​ຫຼາຍໆ​ພາ​ສາ ເພື່ອ​ສະ​ຫນັບ​ສະ​ຫນູນ​ຜະ​ລິດ​ພັນ​ຂອງ​ຕົນ. ຜູ້​ຂຽນ​ໄດ້​ເຫັນ​ຟອນ​ຂອງ Microsoft ທີ່​ຊື່​ວ່າ Arial Unicode MS (Arialuni.ttf) ທີ່​ຖືກ​ຕິດ​ຕັ້ງ​ມາ​ພ້ອມໆ​ກັບ​ການ​ຕິດ​ຕັ້ງ Internet Explorer 5.5, ເມື່ອ​ປັບ Tools à Internet Options à Fonts à Language Scripts à Lao, ຢູ່​ແຖບ Web Page Font ຈະ​ປາ​ກົດ​ຟອນ Arial Unicode MS ຂື້ນ​ມາ​ແລະ​ມີ​ຂໍ້​ຄວາມ​ຢູ່​ແຖບສະ​​ແດງ​ຕົວ​ຢ່າງ​ຂອງ​ຟອນ​ດັ່ງ​ກ່າວ​ຂື້ນ​ມາ​ເປັນ​ພາ​ສາ​ລາວ​ວ່າ “ລາວ”. ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ໃນ​ຟອນ​ນີ້​ມີ​ອັກ​ສອນ​ລາວ​ຢູ່​ນໍາ. ຜູ້​ຂຽນ​ໄດ້​ລອງ​ພິມ​ຟອນ​ດັ່ງ​ກ່າວ​ເປັນ​​ພາ​ສາ​ລາວ​ໃນ Word 2000 ໂດຍ​ໄປ​ປັບ​ຟອນ​ໃຫ້​ເປັນ​ຟອນ​ຕົວ​ນີ້ ແລ້ວ​ໃຊ້​ວິ​ທີ Insert à Symbol ແລ້ວ​ປັບ Subset ໃຫ້​ເປັນ lao ແລ້ວ​ເລືອກ​ກົດ​ຕົວ​ອັກ​ສອນ​ລາວ​ໄປ​ເທື່ອ​ລະ​ໂຕ ເພື່ອ​ປະ​ກອບ​ປະ​ໂຫຍກ​ຕົວ​ຢ່າງ​ຂື້ນ​ມາ (ພາ​ສາ​ລາວ​ໃນ​ຟອນ​ນີ້ ບໍ່​ມີ​ໂຄດ​ຄື​ດັ່ງ​ຟອນ​ພາ​ສາ​ລາວ​ທົ່ວໆ​ໄປ ທີ່​ພວກ​ເຮົາ​ເຄີຍ​ໃຊ້, ດັ່ງ​ນັ້ນ​ຈຶ່ງ​ບໍ່​ສາ​ມາດ​ທີ່​ຈະ​ໃຊ້ Lao Script for Windows ມາ​ຄວບ​ຄຸມ​ການ​ພິມ​ພາ​ສາ​ລາວ​ຂອງ​ຟອນ​ນີ້). ຜົນ​ປາ​ກົດ​ວ່າ ມີ​ການ​ແຕກ​ໂຕ​ເຫມືອນ​ເດີມ . ຜູ້​ຂຽນ​ຮູ້​ສຶກ​ຄ້ອຍ​ໃຈ​ຂື້ນ​ມາ​ທັນ​ທີ ແຕ່​ຍັງ​ບໍ່​ຍອມ​ເທື່ອ ເລີຍ​ລອງ​ທົດ​ສອບກັບ​ຕົວ​ອັກ​ສອນ​ໄທ​ທີ່​ຢູ່​ໃກ້ໆ​ກັນ; ຜົນ​ອອກ​ມາ​ກໍ່​ຄ້າຍ​ຄື​ກໍ​ລະ​ນີ​ພາ​ສາ​ລາວ. ສະ​ແດງ​ວ່າ​ຟອນ​ດັ່ງ​ກ່າວ ຄົງ​ມີ​ບັນ​ຫາ​ໃດ​ຫນຶ່ງ: ທໍາ​ມະ​ດາ​ຢູ່​ໃນ Word, ເຮົາ​ຈະ​ບໍ່​ເຫັນ​ການ​ແຕກ​ໂຕ; ການ​ແຕກ​ໂຕ​ຈະ​ເກີດ​ຂື້ນ​ໃນ Internet Explorer ພຸ້ນ. ເມື່ອ​ພິ​ຈາ​ລະ​ນາ​ຢ່າງ​ຖີ່​ຖ້ວນ​ແລ້ວ, ຜູ້​ຂຽນ​ຈຶ່ງ​ເຫັນ​ວ່າ ຕົວ​ອັກ​ສອນ​ລາວ​ຂອງ​ຟອນ​ນີ້​ທີ່​ແຕກ​ຕົວ ແມ່ນ​ເປັນ​ຍ້ອນ​ການ​ອອກ​ແບບ​ສ້າງ​ຟອນ: ພວກ​ເຂົາ ບໍ່​ໄດ້​ໃຫ້​ພວກ​ມັນ​ຫຍັບ​ໄປ​ທາງ​ຊ້າຍ​ມື​ເພື່ອ​ໃຫ້​​ຢູ່​ເຊິ່ງ​ກັບ​ຕົວ​ທີ່​ພິມ​ໄປ​ກ່ອນ​ຫນ້າ​ນີ້​ແຕ່​ຢ່າງ​ໃດ . ດັ່ງ​ນັ້ນ, ເຖີງ​ວ່າ​ຟອນ​ດັ່ງ​ກ່າວ ຈະ​ມີ​ອັກ​ສອນ​ລາວ, ແຕ່​ບໍ່​ສາ​ມາດ​ໃຊ້​ການ​ໄດ້ ແມ່ນ​ແຕ່​ໃນ Word. ດ້ວຍ​ເຫດ​ນີ້, ພວກ​ເຮົາ​ຈໍາ​ເປັນ​ຕ້ອງ​ສ້າງ​ຟອນ​ທີ່​ມີ​ອັກ​ສອນ​ລາວ​ຢູ​ນີ​ໂຄດ​ຂື້ນ​ມາ​ໃຊ້​ໃຫມ່ . ໂຄດ​ອັກ​ສອນ​ລາວ​ຈໍາ​ນວນ​ຫນຶ່ງ ທີ່​ຍັງ​ບໍ່​ຮູ້​ເດ ຈະ​ເຮັດ​ແນວ​ໃດ? ຜູ້​ຂຽນ​ບໍ່​ສາ​ມາດ​ໃຊ້ Fontographer ເປີດ​ເບີ່ງ​ໂຄດ​ພາ​ສາ​ລາວ ທີ​່ມີ​ໃນ Arialuni.ttf (Arial Unicode MS) ເພາະ​ຟອນ​ດັ່ງ​ກ່າວ​ມີ​ຂະ​ຫນາດ​ໃຫຍ່​ຫຼາຍ (23566 KB). ເພື່ອ​ແກ້​ໄຂ​ບັນ​ຫາ​ນີ້, ຜູ້​ຂຽນ​ເລີຍ​ໃຊ້​ຟັງ​ຊັນ Keyboard Map ຂອງ​ໂປຣ​ແກຣມ TIKE ທີ່​ມີ​ໃນ Tavultesoft Keyman Developer (http://www.tavultesof.com/) ເພື່ອ​ຊອກ​ຮູ້​ໂຄດ​ອັກ​ສອນ​ລາວ​ຈາກ Arialuni.ttf ແລະ​ໄດ້​ຄໍາ​ຕອບ​ມາ​ຄື​ດັ່ງ​ຮູບ​ຂ້າງ​ລຸ່ມ​ນີ້:

ໂຄດ​ອັກ​ສອນ​ລາວ​ໃນ Arialuni.ttf, ເບີ່ງ​ຈາກ Character Map ຂອງ TIKE.

    ພວກ​ເຮົາ​ຈະ​ສັງ​ເກດ​ເຫັນ​ວ່າ, ຕົວ​ອັກ​ສອນ​ລາວ​ທີ່​ມີ​ໃນ​ຕາ​ຕະ​ລາງ​ຂ້າງ​ເທີງ​ນີ້ ຍັງ​ບໍ່​ທັນ​ຄົບ​ຕາມ​ແປ້ນ​ພິມ ເຊັ່ນ xໍ່, xົ້, xິ້, xີ້, xັ້, xຶ້, xື້. ຜູ້​ຂຽນ​ໄດ້​ກໍາ​ນົດ​ໂຄດ​ຂອງ​ອັກ​ສອນ​ທີ່​ຂາດ​ຫາຍ​ໄປ​ເຫຼົ່າ​ນີ້ ຕາມ​ທີ່​ໄດ້​ນໍາ​ສະ​ເຫນີ​ໃນ​ຕາ​ຕະ​ລາງ​ລຸ່ມ​ນີ້:

ໂຄດ​ອັກ​ສອນ​ລາວ​ໃນ Narin.ttf, ເບີ່ງ​ຈາກ Character Map ຂອງ TIKE.

ດາວ​ໂຫຼດ​ທັງ​ຫມົດ​ຂອງ​ບົດ​ຄວາມ​ນີ້    ໄປ​ຕອນ​ຕົ້ນ​ຂອງ​ຫນ້າ    ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ           ໄປ​ຫນ້າ 1  2  3