ບົດ​ຄວາມ: ພາ​ສາ​ລາວ ແລະ​ບັນ​ຫາ​ການ​ສະ​ແດງ​ຜົນ​ເທີງ​ເວັບ - ນະ​ຣິນ​-ສັກກຣາຊ

ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ | ຫນ້າ​1 | ຫນ້າ​2 | ຫນ້າ​3 | ຫນ້າ​4 | ຫນ້າ​5 | ຫນ້າ​7 | ຫນ້າ​8 |

ມາ​ຮອດ​ຈຸດ​ນີ້, ສິ່ງ​ທຳ​ອິດ​ທີ່​ຈະ​ຕ້ອງ​ເຮັດ​ຄື ແກ້​ໄຂ​ໄຟລ໌ kbdnarin.kbd ທີ່​ໃຊ້​ຄວບ​ຄຸມ​ການ​ພິມ​ພາ​ສາ​ລາວ​ຈາກ​ແປ້ນ​ພິມ​ເພື່ອ​ໃຫ້​ສາ​ມາດ​ພິມ​ອັກ​ສອນ​ລາວ ໃຫ້​ກົງ​ກັບ​ສະ​ຕິກ​ເກີ​ທີ່​ຕິດ​ຢູ່​ແປ້ນ​ພິມ. ກ່ອນ​ອື່ນ, ຜູ້​ຂຽນ​ໄດ້​ສ້າງ​ຕະ​ລາງ​ໃນ Word 2000 ໃຫ້​ມີ​ຮູບ​ຮ່າງ​ຄື​ແປ້ນ​ພິມ ແລ້ວ​ພິມ​ຕົວ​ອັກ​ສອນ​ລາວ​ເຂົ້າ​ໃນ​ແຕ່​ລະ​ຫ້ອງ ແລະ​ພິມ​ອອກ​ມາ​ເພື່ອ​ໃຊ້​ເປັນ​ບ່ອນ​ອີງ​ໃນ​ການ​ນໍາ​ໄປ​ດັດ​ແປງ​ໄຟລ໌ kbdnarin.kbd. ຈາກ​ນັ້ນ, ຈຶ່ງ​ໄປ​ແລ່ນ Hex Editor XVI32 ແລະ​ເປີດ kbdnarin.kbd ຂື້ນ​ມາ​ເບີ່ງ. ໂດຍ​ໃຊ້​ຕາ​ຕະ​ລາງ​ທີ່​ພິມ​ອອກ​ມາ​ກ່ອນ​ຫນ້າ​ນີ້, ຜູ້​ຂຽນ​ໄດ້​ຍ້າຍ ແລະ​ຊັບ​ຊ້ອນ​ໂຄດ​ເລກ​ຖານ 16 ຄືນ​ໃຫມ່ເພື່ອ​ໃຫ້​ຕົວ​ອັກ​ສອນ​ລາວ​ທີ່​ປາ​ກົດ​ອອກ​ທາງ​ຈໍ ໃຫ້​ກົງ​ກັບ​ແປ້ນ​ພິມ​ທີ່​ກົດ. ການ​ດັດ​ແປງ​ນີ້​ໃຊ້​ເວ​ລາ​ພໍ​ສົມ​ຄວນ ແລະ​ຕ້ອງ​ໄດ້​ທຳ​ການ​ທົດ​ສອບ​ຫຼາຍໆ​ຄັ້ງ ແລະ​ໃນ​ທີ່​ສຸດ ກໍ່​ດັດ​ແປງ​ຈົນ​ສຳ​ເລັດ ແລະ​ສາ​ມາດ​ພິມ​ພາ​ສາ​ລາວ ໃຫ້​ກົງ​ກັບ​ແປ້ນ​ພິມ​ທຸກໆ​ໂຕ​ໄດ້. ເປັນ​ອັນ​ວ່າ, ຂັ້ນ​ຕອນ​ໃນ​ການ​ສ້າງ​ໄຟລ໌​ທີ່​ໃຊ້​ຄວບ​ຄຸມ​ການ​ພິມ​ອັກ​ສອນ​ລາວ​ຢູ​ນີ​ໂຄດ ແມ່ນ​ສຳ​ເລັດ​ຢ່າງ​ສົມ​ບູນ (ໄດ້​ໄຟລ໌ kbdnarin.kbd ສະ​ບັບ​ສົມ​ບູນ). ບາດ​ນີ້, ຜູ້​ຂຽນ​ຈະ​ເລີ່ມ​ຂັ້ນ​ຕອນ​ຕໍ່​ໄປ​ຄື: ແກ້​ໄຂ​ໃຫ້ Word 2000 ຮັບ​ຮູ້​ວ່າ ອັກ​ສອນ​ລາວ​ທີ່​ພິມ​ຂື້ນ ແມ່ນ​ເປັນ​ພາ​ສາ​ລາວ ບໍ່​ແມ່ນ​ພາ​ສາ​ໄທ. ທໍາ​ອິດ​ຕ້ອງ​ປ່ຽນ​ຊື່​ໄຟລ໌ Codepage ໄທ​ທີ່​ຜູ້​ຂຽນ​ໄດ້​ດັດ​ແປງໃຫ້​ມາ​ໃຊ້​ຢູ​ນີ​ໂຄດ​ລາວ ແລະ​ໄດ້​ຕັ້ງ​ຊື່​ວ່າ CP_Narin.nls (ເພາະ​ຊື່ CP_874.nls ນີ້, Windows ຈະ​ຮັບ​ຮູ້​ວ່າ​ແມ່ນ Codepage ໄທ). ແນ່​ນອນ​ທີ່​ວ່າ Windows ຍ່ອມ​ບໍ່​ຮັບ​ຮູ້ Codepage ລາວ ທີ່​ມີ​ຊື່​ວ່າ CP_Narin.nls. ຢາກ​ໃຫ້ Windows ຮັບ​ຮູ້ ຕ້ອງ​ໄດ້​ເຂົ້າ​ໄປ​ດັດ​ແປງ Registry ຂອງ Windows ຊຶ່ງ​ຜູ້​ຂຽນ​ໄດ້​ດໍາ​ເນີນ​ການ​ຄື​ດັ່ງ​ຕໍ່​ໄປ​ນີ້:

  1. ເຂົ້າ​ໄປ HKEY_LOCAL_MACHINE\System\CurrentControlSet\Control\Nls\Codepage  ແລ້ວ​ປ່ຽນ​ຄ່າ​ຂອງ ACP ຈາກ 1252 ໃຫ້​ເປັນ 876; ຈາກ​ນັ້ນ ຈຶ່ງ​ໄປ Edit --> New --> String Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ 876 ແລ້ວ​ເຂົ້າ​ໄປ 876 ເພື່ອ​ພິມ CP_Narin.nls.

  2. ເຂົ້າ​ໄປ HKEY_CLASSES_ROOT\MIME\Database\Charset ຈາກ​ນັ້ນ, ຈຶ່ງ​ໄປ Edit --> New --> Key ແລ້ວ​ປ່ຽນ​ຊື່​ເປັນ lao. ໃຫ້​ເຂົ້າ​ໄປ​ໃນ lao ແລ້ວ​ໄປ Edit --> New --> String Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ AliasForCharset. ຈາກ​ນັ້ນ, ໃຫ້​ເຂົ້າ​ໄປໃນ AliasForCharset ເພື່ອ​ພິມ iso-8859-12.

  3. ເຂົ້າ​ໄປ HKEY_CLASSES_ROOT\MIME\Database\Charset; ຈາກ​ນັ້ນ , ຈຶ່ງ​ໄປ Edit --> New --> Key ແລ້ວ​ປ່ຽນ​ຊື່​ເປັນ iso-8859-12. ໃຫ້​ເຂົ້າ​ໄປ​ໃນ iso-8859-12 ແລ້ວ​ໄປ Edit --> New --> String Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ AliasForCharset. ຈາກ​ນັ້ນ, ໃຫ້​ເຂົ້າ​ໄປ​ໃນ AliasForCharset ເພື່ອ​ພິມ windows-876

  4. ເຂົ້າ​ໄປ HKEY_CLASSES_ROOT\MIME\Database\Charset; ຈາກ​ນັ້ນ, ຈຶ່ງ​ໄປ Edit --> New --> Key ແລ້ວ​ປ່ຽນ​ຊື່​ເປັນ windows-876. ໃຫ້​ເຂົ້າ​ໄປ​ໃນ windows-876 ແລ້ວ​ໄປ Edit --> New --> DWORD Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ Codepage. ຈາກ​ນັ້ນ, ໃຫ້​ເຂົ້າ​ໄປ​ໃນ Codepage ເພື່ອ​ພິມ 0000036b; ໃຫ້​ເຂົ້າ​ໄປ Edit --> New --> DWORD Value ອີກ​ຄັ້ງ​ຫນຶ່ງ ແລ້ວ​ປ່ຽນ​ຊື່​ໃຫ້​ເປັນ InternetEncoding; ຈາກ​ນັ້ນ ໃຫ້​ເຂົ້າ​ໄປ​ໃນ InternetEncoding ເພື່ອ​ພິມ 0000036b.

  5. ເຂົ້າໄປ HKEY_CLASSES_ROOT\​MIME\​Database\​Codepage; ຈາກ​ນັ້ນ ຈຶ່ງ​ໄປ Edit --> New --> Key ແລ້ວ​ປ່ຽນ​ຊື່​ເປັນ 876. ໃຫ້​ເຂົ້າ​ໄປ​ໃນ 876 ແລ້ວ​ໄປ:

Edit --> New --> String Value ແລ້ວ​​ໄປ​ປ່ຽນ​ຊື່​ໃຫ້​ເປັນ BodyCharset; ເຂົ້າ​ໄປ​ໃນ BodyCharset ແລ້ວ​ພິມ​ຄໍາ windows-876

Edit --> New --> String Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ Description; ເຂົ້າ​ໄປ​ໃນ Description ແລ້ວ​ພິມ​ຄໍາ Lao

Edit --> New --> Binary Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ Encoding; ເຂົ້າ​ໄປ​ໃນ Encoding ແລ້ວ​ພິມ​ຄໍາ 01 01 00 00

Edit --> New --> String Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ FixedWidthFont; ເຂົ້າ​ໄປ​ໃນ FixedWidthFont ແລ້ວ​ພິມ​ຄໍາ Narin.

Edit --> New --> Binary Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ Level; ເຂົ້າ​ໄປ​ໃນ Level ແລ້ວ​ພິມ​ຄໍາ 07 07 00 00

Edit --> New --> String Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ ProportionalFont; ເຂົ້າ​ໄປ​ໃນ ProportionalFont ແລ້ວ​ພິມ​ຄໍາ Narin

ດາວ​ໂຫຼດ​ທັງ​ຫມົດ​ຂອງ​ບົດ​ຄວາມ​ນີ້    ໄປ​ຕອນ​ຕົ້ນ​ຂອງ​ຫນ້າ    ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ           ໄປ​ຫນ້າ 1  2  3  4  5  6 7