ບົດ​ຄວາມ: ພາ​ສາ​ລາວ ແລະ​ບັນ​ຫາ​ການ​ສະ​ແດງ​ຜົນ​ເທີງ​ເວັບ - ນະ​ຣິນ​-ສັກກຣາຊ

ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ | ຫນ້າ​1 | ຫນ້າ​2 | ຫນ້າ​3 | ຫນ້າ​4 | ຫນ້າ​6 | ຫນ້າ​7 | ຫນ້າ​8 |

ຜູ້​ຂຽນ​ໄດ້​ເລີ່ມ​ລົງ​ມື​ປະ​ຕິ​ບັດ​ຕາມ​ແນວ​ຄຶດ​ດັ່ງ​ກ່າວ ແຕ່​ມີ​ບັນ​ຫາ​ຢູ່​ບ່ອນ​ວ່າ ຈະ​ເອົາ​ໄຟລ໌​ທີ່​ຄວບ​ຄຸມ​ແປ້ນ​ພິມ​ພາ​ສາ​ລາວ​ມາ​ຈາກ​ໃສ? ຜູ້​ຂຽນ​ໄດ້​ເອົາ​ແຟ້ມ kbdth0.kbd ມາ​ປ່ຽນ​ຊື່​ເປັນ kbdnarin.kbd ແລ້ວ​ສຳ​ເນົາ​ແຟ້ມ​ດັ່ງ​ກ່າວ​ເຂົ້າ​ໄປ​ໃນ C:\windows\System. ຈາກ​ນັ້ນ​ກໍ່​ເຂົ້າ​ໄປ​ດັດ​ແກ້ Registry ໂດຍ​ເຮັດ​ເຫມືອນ​ກັບ​ກໍ​ລະ​ນີ​ຕັ້ງ​ແປ້ນ​ພິມ​ໄທ (ໂຄດ​ຂອງ​ລາວ​ແມ່ນ 00000454, layout file ແມ່ນ kbdnarin.kbd, layout text ແມ່ນ Narin (Lao) ແລະ ...\Nls\Locale\0000454 ແມ່ນ Lao). ຕໍ່​ມາ, ໄດ້​ເຂົ້າ​ໄປ Control Panel --> Keyboard --> Language --> Add ແລະ​ສາ​ມາດ​ເພີ່ມ​ພາ​ສາ​ລາວ​ເຂົ້າ​ໃນ Windows ໄດ້. ຍ້ອນ Windows ບໍ່​ຮັບ​ຮູ້​ພາ​ສາ​ລາວ, ສັນ​ຍາ​ລັກ​ແປ້ນ​ພິມ​ຂອງ​ພາ​ສາ​ລາວ ຈຶ່ງ​ເປັນ​ຕົວ​ອັກ​ສອນ ?? ແທນ​ທີ່​ຈະ​ເປັນ La ຄື​ດັ່ງ​ທີ່​ຜູ້​ຂຽນ​ຄາດ​ຫວັງ​ໄວ້. ເມື່ອ​ນໍາ​ໃຊ້​ແປ້ນ​ພິມ​ລາວ​ດັ່ງ​ກ່າວ​ຢູ່​ໃນ Word 2000, ຜັດ​ບໍ່​ເປັນ​ຕົວ​ອັກ​ສອນ​ລາວ: ເປັນ​ອັກ​ສອນ​ສັນ​ຍາ​ລັກ​ລາ​ແຕງ​ໄປ​ຫມົດ, ບໍ່​ມີ​ອັກ​ສອນ​ລາວ ຫຼື​ອັກ​ສອນ​ໄທ​ພໍ​ໂຕ. ເກີດ​ຫຍັງ​ຂື້ນ? ຜູ້​ຂຽນ​ທົດ​ລອງ​ໄປ​ແກ້​ໄຂ Registry ໂດຍ​ປ່ຽນ​ພຽງ​ແຕ່​ໂຄດ​ປະ​ເທດ​ຂອງ​ໄທ ໃຫ້​ເປັນ​ໂຄດ​ຂອງ​ຊາດ​ໃດ​ຫນຶ່ງ​ທີ່ Windows ບໍ່​ຮັບ​ຮູ້​ເຫມືອນ​ກັບ​ພາ​ສາ​ລາວ. ຜົນ​ທີ່​ໄດ້​ກໍ່​ຄື: ສັນ​ຍາ​ລັກ​ແປ້ນ​ພິມ​ຂອງ​ພາ​ສາ​ໄທ ກາຍ​ມາ​ເປັນ ?? ຄ້າຍ​ຄື​ກໍ​ລະ​ນີ​ພາ​ສາ​ລາວ ແລະ​ຜົນ​ການ​ໃຊ້​ແປ້ນ​ພິມ​ນ໤​ພິມ​ໃນ Word 2000 ກໍ່​ເປັນ​ຄື​ກັບ​ກໍ​ລະ​ນີ​ຂອງ​ພາ​ສາ​ລາວ​ອ້ອຍ​ຕ້ອຍ. ດັ່ງ​ນັ້ນ, ຜູ້​ຂຽນ​ຈຶ່ງ​ສະ​ຫຼຸບ​ວ່າ ໄຟລ໌​ທີ່​ມີ​ນາມ​ສະ​ກຸນ kbd ບໍ່​ແມ່ນ​ຕົວ​ການ​ໃນ​ການ​ສະ​ແດງ​ຜົນ​ໃນ​ການ​ພິມ​ໃຫ້​ເປັນ​ອັກ​ສອນ​ຂອງ​ຊາດ​ໃດ​ຊາດ​ຫນຶ່ງ​ແຕ່​ຢ່າງ​ໃດ: ມັນ​ຕ້ອງ​ກ່ຽວ​ຂ້ອງ​ກັບ​ໂຄດ​ຂອງ​ປະ​ເທດ ແລະ​ຕ້ອງ​ມີໄຟລ໌​ໃດ​ໄຟລ໌​ຫນຶ່ງ​ທີ່​ທໍາ​ຫນ້າ​ທີ່​ໃນ​ການ​ແປງ​ອັກ​ສອນ​ສັນ​ຍາ​ລັກ​ລາ​ແຕງ ໃຫ້​ເປັນ​ຕົວ​ອັກ​ສອນ​ຢູ​ນີ​ໂຄດ​ຂອງ​ຊາດ​ໃດ​ຊາດ​ຫນຶ່ງ​ໂດຍ​ສະ​ເພາະ. ເພື່ອ​ທໍາ​ຄວາມ​ເຂົ້າ​ໃຈ​ກັບ​ບັນ​ຫາ​ນີ້ ຜູ້​ຂຽນ​ໄດ້​ເຂົ້າ​ໄປ​ໃນ​ອິນ​ເຕີ​ເນັດ ເພື່ອ​ຊອກ​ຫາ​ອ່ານ​ເອ​ກະ​ສານ​ກ່ຽວ​ກັບ Codepage ແລະ Charset ແລະ​ໄດ້​ຄວາມ​ຮູ້​ວ່າ ພາ​ສາ​ໄທ ມີ​ການ​ນໍາ​ໃຊ້​ໄຟລ໌ Codepage ທີ່​ມີ​ຊື່​ວ່າ CP_874.nls ເພື່ອ​ແປງ​ອັກ​ສອນ​ສັນ​ຍາ​ລັກ​ລາ​ແຕງ​ໃຫ້​ເປັນ​ອັກ​ສອນ​ໄທ​ຢູ​ນີ​ໂຄດ (ໄຟລ໌​ດັ່ງ​ກ່າວ​ຢູ່​ໃນ C:\windows\system). ແນ່​ນອນ​ວ່າ​ໄຟລ໌ Codepage ສໍາ​ລັບ​ພາ​ສາ​ລາວ ແມ່ນ​ຍັງ​ບໍ່​ມີ​ໃນ​ໂລກ​ນີ້. ຜູ້​ຂຽນ​ໄດ້​ນໍາ​ເອົາ CP_874.nls ມາ​ພິ​ຈາ​ລະ​ນາ​ເພື່ອ​ຫາ​ຊ່ອງ​ທາງ​ດັດ​ແປງ​ໃຫ້​ເປັນ​ໄຟລ໌ Codepage ສໍາ​ລັບ​ພາ​ສາ​ລາວ. ໂດຍ​ໃຊ້​ໂປຣ​ແກຣມ​ແປງ​ໂຄດ​ສໍາ​ລັບ​ໄຟລ໌​ປະ​ເພດ​ໂປຣ​ແກຣມ (Hex Editor XVI32 ຂອງ Christian Maas - ດາວ​ໂຫຼດ​ໄດ້​ຈາກ http://www.chmaas.handshake.de) ເພື່ອ​ມາ​ເປີດ​ເບີ່ງ​ໂຄດ​ຂອງ CP_874.nls ແລະ​ໃນ​ທີ່​ສຸດ​ກໍ່​ພົບ​ຕໍາ​ແຫນ່ງ​ຂອງ​ຢູ​ນີ​ໂຄດ​ອັກ​ສອນ​ໄທ (ອັກ​ສອນ​ໄທ​ມີ​ຢູ​ນີ​ໂຄດ​ໃນ​ຊ່ວງ 0E00-0E79 ແລະ​ມີ​ອັກ​ສອນ​ຈໍາ​ນວນ​ຫນຶ່ງ - ສ່ວນ​ໃຫຍ່​ແມ່ນ​ວັນ​ນະ​ຍຸດ​ອີກ 3 ຊຸດ ທີ່​ມີ​ຢູ​ນີ​ໂຄດ​ໃນ​ຊ່ວງ F700-F717 ຊຶ່ງ Word 2000 ຈະ​ບໍ່​ຖື​ວ່າ​ເປັນ​ອັກ​ສອນ​ໄທ ແຕ່​ຈະ​ຖື​ວ່າ​ເປັນ​ອັກ​ສອນ​ໃນ​ກຸ່ມ Private Use Area). ຜູ້​ຂຽນ​ໄດ້​ປ່ຽນ​ໂຄດ​ຂອງ​ຕົວ​ອັກ​ສອນ​ໄທ ໃຫ້​ເປັນ​ໂຄດ​ຂອງ​ຕົວ​ອັກ​ສອນ​ລາວ ແລ້ວ save ໄຟລ໌​ດັ່ງ​ກ່າວ​ພາຍ​ໃຕ້​ຊື່​ເດີມ (ທີ່​ຈິງ​ຕ້ອງ save ໃສ່​ຊື່​ໃຫມ່​ເພາະ Windows ບໍ່​ອະ​ນຸ​ຍາດ​ເນື່ອງ​ຈາກ Windows ຍັງ​ໃຊ້​ວຽກ​ໄຟລ໌​ດັ່ງ​ກ່າວ​ຢູ່ - ຕ້ອງ​ໄດ້​ລົບ​ລ້າງ​ແປ້ນ​ພິມ​ໄທ​ອອກ, Boot ໃຫມ່ແລ້ວ​ຈຶ່ງ​ປ່ຽນ​ຊື່​ໄຟລ Codepage ທີ່​ໄດ້​ທໍາ​ການ​ດັດ​ແກ້​ໃຫ້​ມາ​ໃສ່​ຊື່​ເດີມ). ຜູ້​ຂຽນ​ໄດ້​ທໍາ​ການ​ດັດ​ແກ້ Registry ທີ່​ກ່ຽວ​ກັບ​ໂຄດ​ປະ​ເທດ​ໄທ ໃຫ້​ຖືກ​ຕ້ອງ​ເຫມືອນ​ເດີມ. ຈາກ​ນັ້ນ​ກໍ່​ຕິດ​ຕັ້ງ​ແປ້ນ​ພິມ​ພາ​ສາ​ໄທ​ຄືນ​ໃຫມ່ ເພື່ອ​ເບີ່ງ​ຜົນ​ຂອງ​ການ​ປ່ຽນ​ໂຄດ​ອັກ​ສອນ​ໄທ​ໃຫ້​ເປັນ​ໂຄດ​ອັກ​ສອນ​ລາວ. ປາ​ກົດ​ວ່າ ໄດ້​ຜົນ: ແທນ​ທີ່​ຈະ​ອອກ​ເປັນ​ອັກ​ສອນ​ໄທ ຜັດ​ອອກ​ເປັນ​ອັກ​ສອນ​ລາວ; ແຕ່​ອັກ​ສອນ​ລາວທີ່​ອອກ​ມາ ບໍ່​ກົງ​ກັບ​ຕົວ​ຫນັງ​ສື​ທີ່​ຕິດ​ຢູ່​ສະ​ຕິກ​ເກີ​ຂອງ​ແປ້ນ​ພິມ ແລະ Word 2000 ຍັງ​ຖື​ວ່າ ຕົວ​ອັກ​ສອນ​ລາວ​ເຫຼົ່າ​ນັ້ນ ເປັນ​ພາ​ສາ​ໄທ. ຢ່າງ​ໃດ​ກໍ່​ຕາມ, ຜູ້​ຂຽນ​ກໍ່​ຊື່ນ​ໃຈ ແລະ​ມີ​ກໍາ​ລັງ​ໃຈ ເພື່ອ​ສືບ​ຕໍ່​ສຶກ​ສາ​ວິ​ທີ​ການ ເພື່ອ​ແກ້​ໄຂ​ບັນ​ຫາ​ເຫຼົ່າ​ນີ້​ໃຫ້​ເຖີງ​ທີ່​ສຸດ.

ດາວ​ໂຫຼດ​ທັງ​ຫມົດ​ຂອງ​ບົດ​ຄວາມ​ນີ້    ໄປ​ຕອນ​ຕົ້ນ​ຂອງ​ຫນ້າ    ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ           ໄປ​ຫນ້າ 1  2  3  4  5 6