ບົດ​ຄວາມ: ພາ​ສາ​ລາວ ແລະ​ບັນ​ຫາ​ການ​ສະ​ແດງ​ຜົນ​ເທີງ​ເວັບ

ນະ​ຣິນ-ສັກ​ກະ​ຣາຊ

ບົດ​ຄັດ​ຫຍໍ້:

ເວັບ​ໄຊ​ຕ່າງໆ​ໃນ​ອິນ​ເຕີ​ເນັດ ແມ່ນ​ມີ​ເປັນ​ຈໍານວນ​ມະ​ຫາ​ສານ, ໃນ​ນັ້ນ​ມີ​ຈໍາ​ນວນ​ຫນ້ອຍ​ຫນຶ່ງ ທີ່​ສ້າງ​ໂດຍ​ຄົນ​ລາວ ຊຶ່ງ​ປະ​ກອບ​ມີ​ທັງ​ພາກ​ລັດ, ພາກ​ເອ​ກະ​ຊົນ, ຫຼື​ຄົນ​ລາວ​ທີ່​ອາ​ໃສ​ຢູ່​ຕ່າງ​ປະ​ເທດ. ຢ່າງ​ໃດ​ກໍ່​ຕາມ, ພວກ​ເຮົາ​ຈະ​ເຫັນ​ໄດ້​ວ່າ​ເວັບ​ໄຊ​ເຫຼົ່າ​ນີ້ ບໍ່​ໄດ້​ໃຊ້​ຕົວ​ຫນັງ​ສື​ລາວ​ເປັນ​ຫຼັກ; ຖ້າ​ມີ​ການ​ໃຊ້​ໃນ​ບາງ​ຫນ້າ, ກໍ່​ມີ​ບັນ​ຫາ​ໃນ​ການ​ສະ​ແດງ​ຜົນ​ເທີງ​ເວັບ ເຊັ່ນ: ມີ​ການ​ແຕກ​ຕົວ​ຂອງ​ຕົວ​ອັກ​ສອນ​ຫຼັງ​ວັນ​ນະ​ຍຸດ ແລະ​ສະ​ຫຼະ​ຈໍາ​ນວນ​ຫນຶ່ງ ຫຼື​ມີ​ການ​ຫາຍ​ໄປ​ຂອງ​ຕົວ​ອັກ​ສອນ​ຈໍາ​ນວນ​ຫນຶ່ງ ຫຼື​ອັກ​ສອນ​ຈໍາ​ນວນ​ຫນຶ່ງ​ຖືກ​ແທນ​ດ້ວຍ​ຮູບ​ສີ່​ຫຼ່ຽມ. ຍ້ອນ​ເຫດ​ຜົນ​ຄື​ດັ່ງ​ກ່າວ​ນີ້ ຈຶ່ງ​ເຮັດ​ໃຫ້​ພາ​ສາ​ລາວ​ບໍ່​ໄດ້​ຮັບ​ຄວາມ​ນິ​ຍົມ ແລະ​ຖືກ​ໃຊ້​ເທີງ​ເວັບ.

    ຜູ້​ຂຽນ​ໄດ້​ພະ​ຍາ​ຍາມ​ຊອກ​ຫາ​ວິ​ທີ​ແກ້​ໄຂ​ບັນ​ຫາ​ການ​ສະ​ແດງ​ຜົນ​ຂອງ​ພາ​ສາ​ລາວ​ເທີງ​ເວັບ ແລະ​ໃນ​ທີ່​ສຸດ, ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ ກໍ່​ປະ​ສົບ​ຜົນ​ສໍາ​ເລັດ​ໃນ​ລະ​ດັບ​ເບື້ອງ​ຕົ້ນ ຊຶ່ງ​ຍັງ​ມີ​ບາງ​ອັນ​ຕ້ອງ​ໄດ້​ທໍາ​ການ​ປັບ​ປຸງ​ແກ້​ໄຂ​ໃນ​ຕໍ່​ຫນ້າ. ບົດ​ຄວາມ​ນີ້, ຈະ​ເປີດ​ເຜີຍ​ວິ​ທີ​ການ​ໂດຍ​ລະ​ອຽດທີ່​ຜູ້​ຂຽນ​ໄດ້​ດໍາ​ເນີນ​ການ​ສຶກ​ສາ​ແກ້​ໄຂ​ການ​ແຕກ​ຕົວ​ຂອງ​ພາ​ສາ​ລາວ, ການ​ສ້າງ​ຟອນ (Font), ການ​ໃຊ້​ຊອບ​ແວ​ຕ່າງໆ ເພື່ອ​ແກ້​ໄຂ​ບັນ​ຫາ​ສະ​ເພາະ​ຫນ້າ ຕະ​ຫຼອດ​ຮອດ​ການ​ນໍາ​ສະ​ເຫນີ​ແນວ​ຄວາມ​ຄຶດເພື່ອ​ໃຫ້​ຜູ້​ທີ່​ສົນ​ໃຈ​ມີ​ທິດ​ທາງ​ເພື່ອ​ປັບ​ປຸງ​ການ​ສະ​ແດງ​ຜົນ​ຂອງ​ພາ​ສາ​ລາວ ໃຫ້​ໄດ້​ດີ​ກ່ວາ ທີ່​ຜູ້​ຂຽນ​ໄດ້​ນໍາ​ສະ​ເຫນີ​ໃນ​ທີ່​ນີ້.

I. ການນໍາໃຊ້ພາສາລາວໃນຄອມພິວເຕີໃນໄລຍະຜ່ານມາ

ນັບ​ຕັ້ງ​ແຕ່​ການ​ເປີດ​ໂຕ​ຂອງ Windows 3.1 ໃນ​ຕົ້ນ​ຊຸມ​ປີ 90 ເປັນ​ຕົ້ນ​ມາ, ໄດ້​ມີ​ຄວາມ​ພະ​ຍາ​ຍາມ​ຈາກ​ຜູ້​ທີ່​ໃຊ້​ຄອມ​ພິວ​ເຕີ​ໃນ​ລາວ​ຈໍາ​ນວນ​ຫນຶ່ງ ໃນ​ການ​ຫາ​ວິ​ທີ​ການ​ພິມ​ພາ​ສາ​ລາວ​ໃນ​ຄອມ​ພິວ​ເຕີ​ໂດຍ​ບໍ່​ຕ້ອງ​ໃຊ້​ຄາຣ໌ດ​ພາ​ສາ​ລາວ. ວິ​ທີ​ທີ່​ງ່າຍ​ທີ່​ສຸດ​ໃນ​ຂະ​ນະ​ນັ້ນ ກໍ່​ຄື​ການ​ສ້າງ​ຟອນ​ພາ​ສາ​ລາວ ໂດຍ​ເອົາ​ໄປ​ແທນ​ທີ່​ຕົວ​ລາ​ແຕງ ໂດຍ​ອີງ​ຕາມ​ສະ​ຕິກ​ເກີ​ທີ່​ຕິດ​ຢູ່​ແປ້ນ​ພິມ. ໃນ​ຕໍ່​ມາ, ບໍ​ລິ​ສັດ Tavultesoft (http://tavultesoft.com/) ໄດ້​ພັດ​ທະ​ນາ​ໂປຣ​ແກຣມ​ຄວບ​ຄຸມ​ແປ້ນ​ພິມ​ສໍາລັບ​ພາ​ສາ​ລາວ ແລະ​ໄດ້​ຍ້າຍ​ຕົວ​ອັກ​ສອນ​ລາວ​ເພື່ອ​ບໍ່​ໃຫ້​ເຕັງ​ກັບ​ອັກ​ສອນ​ຫຼັກ​ຂອງ​ລາ​ແຕງ ຊຶ່ງ​ເຮັດ​ໃຫ້​ສາ​ມາດ​ພິມ​ອັກ​ສອນ​ລາວ ແລະ​ອັກ​ສອນ​ລາ​ແຕງ​ຫຼັກ​ໃນ​ຟອນ​ດຽວ​ກັນ​ໄດ້. ອີກ​ຕໍ່​ມາ, ບໍ​ລິ​ສັດ​ດັ່ງ​ກ່າວ ກໍ່​ໄດ້​ເພີ່ມ​ຂີດ​ຄວາມ​ສາ​ມາດ​ຂອງ​ໂປຣ​ແກຣມ​ຂອງ​ຕົນ ໂດຍ​ໃຫ້​ສາ​ມາດ​ຍ້າຍ​ພະ​ຍາງ​ທີ່​ບໍ່​ມີ​ບ່ອນ​ພຽງ​ພໍ​ຢູ່​ທ້າຍ​ແຖວ ໃຫ້​ລົງ​ໄປ​ຢູ່​ຕົ້ນ​ແຖວ​ໃຫມ່​ໄດ້.

    ຢ່າງ​ໃດ​ກໍ່​ຕາມ, ເມື່ອ Microsoft ໄດ້​ອອກ Internet Explorer 4 ມາ, ການ​ສະ​ແດງ​ຜົນ​ຂອງ​ພາ​ສາ​ລາວ​ເທິງ​ເວັບ​ຈະ​ເກີດ​ການ​ແຕກ​ໂຕ​ຫຼັງ​ຈາກ​ພິມ​ວັນ​ນະ​ຍຸດ ແລະ​ສະ​ຫຼະ​ຈຳ​ນວນ​ຫນຶ່ງ. ເຖີງ​ວ່າ​ໃນ​ປັດ​ຈຸ​ບັນ​ນີ້, Internet Explorer ຈະ​ຮອດ​ລຸ້ນ 6.0 ແຕ່​ສະ​ພາບ​ການ ການ​ສະ​ແດງ​ຜົນ​ເທີງ​ເວັບ​ຂອງ​ພາ​ສາ​ລາວ​ ກໍ່​ບໍ່​ໄດ້​ດີ​ຂີື້ນ​ເລີຍ

ດາວ​ໂຫຼດ​ທັງ​ຫມົດ​ຂອງ​ບົດ​ຄວາມ​ນີ້        ກັບ​ຄືນ​ໄປ​ເວັບ​ຫນ້າ​ທຳ​ອິດ           ໄປຫນ້າ 1  2

II. ການ​ແກ້​ໄຂ​ບັນ​ຫາ​ການ​ແຕກ​ໂຕ​ຂອງ​ພາ​ສາ​ລາວ

ພວກ​ເຮົາ​ອາດ​ຕັ້ງ​ຄຳ​ຖາມ​ຂື້ນ​ມາ​ວ່າ ເປັນ​ຫຍັງ​ເລີ່ມ​ແຕ່ Internet Explorer ລຸ້ນ 4 ເປັນ​ຕົ້ນ​ມາ, ພາ​ສາ​ລາວ​ຈຶ່ງ​ມີ​ການ​ແຕກ​ໂຕ? ຜູ້​ຂຽນ​ຈະ​ຍັງ​ບໍ່​ຂໍ​ຕອບ​ຄຳ​ຖາມ​ນີ້​ເທື່ອ ແຕ່​ຈະ​ຂໍ​ໃຫ້​ຜູ້​ອ່ານ​ພິ​ຈາ​ລະ​ນາ​ລະ​ຫວ່າງ​ພາ​ສາ​ລາວ ແລະ​ພາ​ສາ​ໄທ ຊຶ່ງ​ທັງ​ສອງ​ພາ​ສາ​ແມ່ນ​ມີ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ຫຼາຍໆ​ຢ່າງ; ກົງ​ກັນ​ຂ້າມ​ຜັດ​ມີ​ຄວາມ​ຫມັ້ນ​ໃຈ​ວ່າ ເມື່ອ​ພາ​ສາ​ໄທ​ບໍ່​ຄ່ອຍ​ມີ​ບັນ​ຫາ​ໃນ​ການ​ສະ​ແດງ​ເທິງ​ເວັບ, ມັນ​ກໍ່​ຍ່ອມ​ເປັນ​ໄປ​ໄດ້​ທີ່​ຈະ​ເຮັດ​ໃຫ້​ພາ​ສາ​ລາວ​ຂື້ນ​ເວັບ​ໄດ້​ເຊັ່ນ​ກັນ. ຈະ​ເຮັດ​ຢ່າງ​ໃດ? ກ່ອນ​ອື່ນ, ເຮົາ​ຈະ​ມາ​ສຶກ​ສາ​ສິ່ງ​ໃດ​ແດ່​ທີ່​ພາ​ສາ​ລາວ​ມີ​ອັນ​ຕ່າງ​ເມື່ອ​ທຽບ​ກັບ​ພາ​ສາ​ໄທ. ຜູ້​ຂຽນ​ໄດ້​ໃຊ້​ສໍາ​ເນົາ​ເອົາ​ຟອນ​ມາ​ຕາ​ຖານ​ທີ່​ມີ​ໃນ Windows ໄທ ແລະ​ສາ​ມາດ​ສະ​ແດງ​ພາ​ສາ​ໄທ​ໄດ້ ຊື່ Microsof Sans Serif (MICROSS.TTF) ແລ້ວ​ໃຊ້​ໂປຣ​ແກຣມ​ສ້າງ​ຟອນ​ຊື່ Fontographer 4.1 ຂອງ Macromedia (http://Macromedia.com/) ເພື່ອ​ເບີ່ງ​ໂຄດ​ພາ​ສາ​ໄທ​ໃນ​ຟອນ​ນີ້. ຟອນ​ດັ່ງ​ກ່າວ​ມີ​ຕົວ​ອັກ​ສອນ​ຂອງ​ຫຼາຍໆ​ຊາດ ແຕ່​ບໍ່​ມີ​ພາ​ສາ​ລາວ. ເມື່ອ​ພິ​ຈາ​ລະ​ນາ​ແລ້ວ, ຜູ້​ຂຽນ​ເຫັນ​ວ່າ ພາ​ສາ​ໄທ​ບໍ່​ໄດ້​ໄປ​ເຕັງ​ກັບ​ພາ​ສາ​ລາ​ແຕງ ເຫມືອນ​ດັ່ງ​ກໍ​ລະ​ນີ​ຟອນ​ພາ​ສາ​ລາວ​ທີ່​ພວກ​ເຮົາ​ເຄີຍ​ໃຊ້. ນີ້​ຄົງ​ແມ່ນ​ເຫດ​ຜົນ​ທີ່​ວ່າ ເປັນ​ຫຍັງ​ແຖບ​ພາ​ສາ​ໃນ Word 2000 ຈຶ່ງ​ສະ​ແດງ​ຂໍ້​ຄວາມ​ວ່າ ເປັນ​ພາ​ສາ​ອັງ​ກິດ​ທັງໆ​ທີ່​ພວກ​ເຮົາ​ພິມ​ພາ​ສາ​ລາວ ເພາະ​ຕົວ​ຫນັງ​ສື​ລາວ ໄດ້​ຖືກ​ສ້າງ​ຂື້ນ​ໄວ້​ໃນ​ໂຄດ​ອັງ​ກິດ (ລາ​ແຕງ). ຈະ​ເຮັດ​ແນວ​ໃດ ເພື່ອ​ຍ້າຍ​ຕົວ​ອັກ​ສອນ​ລາວ ໃຫ້​ໄປ​ຢູ່​ໃນ​ໂຄດ​ຂອງ​ພາ​ສາ​ລາວ? ຜູ້​ຂຽນ​ໄດ້​ໄປ​ເປີດ​ເບີ່ງເວັບ​ໄຊ​ຂອງ Unicode Consortium (http://www.unicode.org/) ຊຶ່ງ​ເປັນ​ອົງ​ກອນ​ທີ່​ກໍາ​ນົດ​ໂຄດ​ຂອງ​ພາ​ສາ​ຕ່າງໆ ແລະ​ຮູ້​ວ່າ​ພາ​ສາ​ລາວ ຖືກ​ກໍາ​ນົດ​ໃຫ້​ຢູ່​ໃນ​ໂຄດ 0E80-0EFF (ເລກ​ຖານ 16 - ໂຄດ​ແບບ Unicode - ເວົ້າ​ແບບ​ງ່າຍໆ​ວ່າ ຢູ​ນີ​ໂຄດ ) ແລະ​ມີ​ການ​ກຳ​ນົດໂຄດ​ສໍາ​ລັບ​ຕົວ​ອັກ​ສອນ​ລາວ​ພຶ້ນ​ຖານ​ຈໍາ​ນວນ​ຫນຶ່ງ ແຕ່​ບໍ່​ເຫັນ​ຄົບ​ຕາມ​ທີ່​ມີ​ໃນ​ແປ້ນ​ພິມ . ພວກ​ທີ່​ຍັງ​ບໍ່​ທັນ​ເຫັນ​ໂຄດ ຈະ​ມີ​ໂຄດ​ອັນ​ໃດ? ຜູ້​ຂຽນ​ເລີຍ​ຄຶດ​ອອກ​ວ່າ Unicode ກໍາ​ນົດ​ຂື້ນ ແຕ່​ຜູ້​ນໍາ​ໄປ​ໃຊ້​ແມ່ນ Microsoft; Microsoft ຄົງ​ມີ​ການ​ສ້າງ​ຟອນ​ທີ່​ລວມ​ມີ​ຫຼາຍໆ​ພາ​ສາ ເພື່ອ​ສະ​ຫນັບ​ສະ​ຫນູນ​ຜະ​ລິດ​ພັນ​ຂອງ​ຕົນ . ຜູ້​ຂຽນ​ໄດ້​ເຫັນ​ຟອນ​ຂອງ Microsoft ທີ່​ຊື່​ວ່າ Arial Unicode MS (Arialuni.ttf) ທີ່​ຖືກ​ຕິດ​ຕັ້ງ​ມາ​ພ້ອມໆ​ກັບ​ການ​ຕິດ​ຕັ້ງ Internet Explorer 5.5, ເມື່ອ​ປັບ Tools à Internet Options à Fonts à Language Scripts à Lao, ຢູ່​ແຖບ Web Page Font ຈະ​ປາ​ກົດ​ຟອນ Arial Unicode MS ຂື້ນ​ມາ​ແລະ​ມີ​ຂໍ້​ຄວາມ​ຢູ່​ແຖບສະ​​ແດງ​ຕົວ​ຢ່າງ​ຂອງ​ຟອນ​ດັ່ງ​ກ່າວ​ຂື້ນ​ມາ​ເປັນ​ພາ​ສາ​ລາວ​ວ່າ “ລາວ”. ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ໃນ​ຟອນ​ນີ້​ມີ​ອັກ​ສອນ​ລາວ​ຢູ່​ນໍາ. ຜູ້​ຂຽນ​ໄດ້​ລອງ​ພິມ​ຟອນ​ດັ່ງ​ກ່າວ​ເປັນ​​ພາ​ສາ​ລາວ​ໃນ Word 2000 ໂດຍ​ໄປ​ປັບ​ຟອນ​ໃຫ້​ເປັນ​ຟອນ​ຕົວ​ນີ້ ແລ້ວ​ໃຊ້​ວິ​ທີ Insert à Symbol ແລ້ວ​ປັບ Subset ໃຫ້​ເປັນ lao ແລ້ວ​ເລືອກ​ກົດ​ຕົວ​ອັກ​ສອນ​ລາວ​ໄປ​ເທື່ອ​ລະ​ໂຕ ເພື່ອ​ປະ​ກອບ​ປະ​ໂຫຍກ​ຕົວ​ຢ່າງ​ຂື້ນ​ມາ (ພາ​ສາ​ລາວ​ໃນ​ຟອນ​ນີ້ ບໍ່​ມີ​ໂຄດ​ຄື​ດັ່ງ​ຟອນ​ພາ​ສາ​ລາວ​ທົ່ວໆ​ໄປ ທີ່​ພວກ​ເຮົາ​ເຄີຍ​ໃຊ້, ດັ່ງ​ນັ້ນ​ຈຶ່ງ​ບໍ່​ສາ​ມາດ​ທີ່​ຈະ​ໃຊ້ Lao Script for Windows ມາ​ຄວບ​ຄຸມ​ການ​ພິມ​ພາ​ສາ​ລາວ​ຂອງ​ຟອນ​ນີ້). ຜົນ​ປາ​ກົດ​ວ່າ ມີ​ການ​ແຕກ​ໂຕ​ເຫມືອນ​ເດີມ . ຜູ້​ຂຽນ​ຮູ້​ສຶກ​ຄ້ອຍ​ໃຈ​ຂື້ນ​ມາ​ທັນ​ທີ ແຕ່​ຍັງ​ບໍ່​ຍອມ​ເທື່ອ ເລີຍ​ລອງ​ທົດ​ສອບກັບ​ຕົວ​ອັກ​ສອນ​ໄທ​ທີ່​ຢູ່​ໃກ້ໆ​ກັນ; ຜົນ​ອອກ​ມາ​ກໍ່​ຄ້າຍ​ຄື​ກໍ​ລະ​ນີ​ພາ​ສາ​ລາວ. ສະ​ແດງ​ວ່າ​ຟອນ​ດັ່ງ​ກ່າວ ຄົງ​ມີ​ບັນ​ຫາ​ໃດ​ຫນຶ່ງ: ທໍາ​ມະ​ດາ​ຢູ່​ໃນ Word, ເຮົາ​ຈະ​ບໍ່​ເຫັນ​ການ​ແຕກ​ໂຕ; ການ​ແຕກ​ໂຕ​ຈະ​ເກີດ​ຂື້ນ​ໃນ Internet Explorer ພຸ້ນ. ເມື່ອ​ພິ​ຈາ​ລະ​ນາ​ຢ່າງ​ຖີ່​ຖ້ວນ​ແລ້ວ, ຜູ້​ຂຽນ​ຈຶ່ງ​ເຫັນ​ວ່າ ຕົວ​ອັກ​ສອນ​ລາວ​ຂອງ​ຟອນ​ນີ້​ທີ່​ແຕກ​ຕົວ ແມ່ນ​ເປັນ​ຍ້ອນ​ການ​ອອກ​ແບບ​ສ້າງ​ຟອນ: ພວກ​ເຂົາ ບໍ່​ໄດ້​ໃຫ້​ພວກ​ມັນ​ຫຍັບ​ໄປ​ທາງ​ຊ້າຍ​ມື​ເພື່ອ​ໃຫ້​​ຢູ່​ເຊິ່ງ​ກັບ​ຕົວ​ທີ່​ພິມ​ໄປ​ກ່ອນ​ຫນ້າ​ນີ້​ແຕ່​ຢ່າງ​ໃດ . ດັ່ງ​ນັ້ນ, ເຖີງ​ວ່າ​ຟອນ​ດັ່ງ​ກ່າວ ຈະ​ມີ​ອັກ​ສອນ​ລາວ, ແຕ່​ບໍ່​ສາ​ມາດ​ໃຊ້​ການ​ໄດ້ ແມ່ນ​ແຕ່​ໃນ Word. ດ້ວຍ​ເຫດ​ນີ້, ພວກ​ເຮົາ​ຈໍາ​ເປັນ​ຕ້ອງ​ສ້າງ​ຟອນ​ທີ່​ມີ​ອັກ​ສອນ​ລາວ​ຢູ​ນີ​ໂຄດ​ຂື້ນ​ມາ​ໃຊ້​ໃຫມ່ . ໂຄດ​ອັກ​ສອນ​ລາວ​ຈໍາ​ນວນ​ຫນຶ່ງ ທີ່​ຍັງ​ບໍ່​ຮູ້​ເດ ຈະ​ເຮັດ​ແນວ​ໃດ? ຜູ້​ຂຽນ​ບໍ່​ສາ​ມາດ​ໃຊ້ Fontographer ເປີດ​ເບີ່ງ​ໂຄດ​ພາ​ສາ​ລາວ ທີ​່ມີ​ໃນ Arialuni.ttf (Arial Unicode MS) ເພາະ​ຟອນ​ດັ່ງ​ກ່າວ​ມີ​ຂະ​ຫນາດ​ໃຫຍ່​ຫຼາຍ (23566 KB). ເພື່ອ​ແກ້​ໄຂ​ບັນ​ຫາ​ນີ້, ຜູ້​ຂຽນ​ເລີຍ​ໃຊ້​ຟັງ​ຊັນ Keyboard Map ຂອງ​ໂປຣ​ແກຣມ TIKE ທີ່​ມີ​ໃນ Tavultesoft Keyman Developer (http://www.tavultesof.com/) ເພື່ອ​ຊອກ​ຮູ້​ໂຄດ​ອັກ​ສອນ​ລາວ​ຈາກ Arialuni.ttf ແລະ​ໄດ້​ຄໍາ​ຕອບ​ມາ​ຄື​ດັ່ງ​ຮູບ​ຂ້າງ​ລຸ່ມ​ນີ້:

ໂຄດ​ອັກ​ສອນ​ລາວ​ໃນ Arialuni.ttf, ເບີ່ງ​ຈາກ Character Map ຂອງ TIKE.

    ພວກ​ເຮົາ​ຈະ​ສັງ​ເກດ​ເຫັນ​ວ່າ, ຕົວ​ອັກ​ສອນ​ລາວ​ທີ່​ມີ​ໃນ​ຕາ​ຕະ​ລາງ​ຂ້າງ​ເທີງ​ນີ້ ຍັງ​ບໍ່​ທັນ​ຄົບ​ຕາມ​ແປ້ນ​ພິມ ເຊັ່ນ xໍ່, xົ້, xິ້, xີ້, xັ້, xຶ້, xື້. ຜູ້​ຂຽນ​ໄດ້​ກໍາ​ນົດ​ໂຄດ​ຂອງ​ອັກ​ສອນ​ທີ່​ຂາດ​ຫາຍ​ໄປ​ເຫຼົ່າ​ນີ້ ຕາມ​ທີ່​ໄດ້​ນໍາ​ສະ​ເຫນີ​ໃນ​ຕາ​ຕະ​ລາງ​ລຸ່ມ​ນີ້:

ໂຄດ​ອັກ​ສອນ​ລາວ​ໃນ Narin.ttf, ເບີ່ງ​ຈາກ Character Map ຂອງ TIKE.

ດາວ​ໂຫຼດ​ທັງ​ຫມົດ​ຂອງ​ບົດ​ຄວາມ​ນີ້        ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ           ໄປ​ຫນ້າ 1  2  3

ໃຫ້​ສັງ​ເກດ​ວ່າ ຈໍາ​ນວນ​ໂຄດ​ອັກ​ສອນ​ລາວ​ໃນ​ຕາ​ຕະ​ລາງ​ທີ​ສອງ​ນີ້ ມີ​ຫນ້ອຍ​ກ່ວາ​ຈໍາ​ນວນ​ໂຄດ​ອັກ​ສອນ​ລາວ​ໃນ​ຟອນ​ລາວ​ທີ່​ພວກ​ເຮົາ​ເຄີຍ​ໃຊ້ (ຟອນ​ຕະ​ກຸນ​ໄຊ​ເຊດ​ຖາ, ...). ຮອດ​ຈຸດ​ນີ້, ຂັ້ນ​ຕອນ​ຕໍ່​ໄປ​ກໍ່​ຄື ການ​ສ້າງ​ຟອນ​ໂດຍ​ກໍາ​ນົດ​ໂຄດ​ຂອງ​ຕົວ​ອັກ​ສອນ​ຕ່າງໆ​ຂອງ​ພາ​ສາ​ລາວ ໃຫ້​ກົງ​ກັບ​ຕາ​ຕະ​ລາງ 2. ຜູ້​ຂຽນ​ໄດ້​ໃຊ້ Fontographer ໄປ​ເປີດ MICROSS.TTF ຂື້ນ​ມາ​ແລ້ວ​ເພີ່ມ​ຈໍາ​ນວນ​ຕົວ​ຫນັງ​ສື​ເປົ່າ​ຂື້ນ​ຕື່ມ 75 ໂຕ. ຈາກ​ນັ້ນ​ກໍ່​ໄປ​ເປີດ​ຟອນ​ພາ​ສາ​ລາວ​ທີ່​ຊື່ Saysettha 95New (ດັດ​ແປງ​ມາ​ຈາກ Saysettha 95 ແລະ​ໃຊ້​ໃນ​ເອ​ກະ​ສານ​ທີ່​ຜູ້​ຂຽນ ຂຽນ/ຮຽບ​ຮຽງ/ແປ ເມື່ອ​ຕອນ​ທີ່​ສອນ​ຢູ່​ຄະ​ນະ​ເສດ​ຖະ​ສາດ ແລະ​ການ​ຄຸ້ມ​ຄອງ) ແລ້ວ​ສໍາ​ເນົາ​ເອົາ​ອັກ​ສອນ​ລາວ​ເຂົ້າ​ໄປ​ໃນ​ຫ້ອງ​ຕົວ​ອັກ​ສອນ​ທີ່​ຫວ່າງ​ເປົ່າ​ຂອງ MICROSS.TTF ທີ່​ໄດ້​ສ້າງ​ຂື້ນ​ກ່ອນ​ຫນ້າ​ນີ້. ຈາກ​ນັ້ນ​ຈຶ່ງ​ໄປ​ກໍາ​ນົດ​ຢູ​ນີ​ໂຄດ​ຂອງ​ອັກ​ສອນ​ລາວ ໃຫ້​ກົງ​ກັບ​ຕາ​ຕະ​ລາງ​ທີ​ສອງ. ສຸດ​ທ້າຍ, ໄປ​ແປງ​ຄວາມ​ສູງ​ຂອງ​ຕົວ​ຫນັງ​ສື; ເມື່ອ​ພິມ​ອອກ​ຈໍ, ໃຫ້​ສາ​ມາດ​ເຫັນ​ວັນ​ນະ​ຍຸດ, ສະ​ຫຼະ xຸ ແລະ xູ. ການ​ນໍາ​ເອົາ​ຟອນ​ຂອງ Microsoft ມາ​ເປັນ​ຖານ​ໃຫ້​ແກ່​ຟອນ​ໃຫມ່, ມັກ​ຈະ​ກໍ່​ບັນ​ຫາ​ແກ່​ຮູບ​ຮ່າງ​ການ​ສະ​ແດງ​ຜົນ​ຂອງ​ຕົວ​ອັກ​ສອນ​ທີ່​ນໍາ​ເອົາ​ເຂົ້າ​ມາ​ໃຫມ່ ແລະ​ຕົວ​ອັກ​ສອນ​ທີ່​ມີ​ກ່ອນ​ຫນ້າ​ນັ້ນ: ຕົວ​ອັກ​ສອນ​ຈະ​ລີບ​ລົງ ບໍ່​ຄົມ. ຜູ້​ຂຽນ​ໄດ້​ໃຊ້​ເວ​ລາ​ເປັນ​ສອງ​ອາ​ທິດ ເພື່ອ​ແກ້​ໄຂ​ບັນ​ຫາ​ໃນ​ການ​ປັບ​ຕົວ​ອັກ​ສອນ, ປັບ​ຄ່າ attributes ຕ່າງໆ​ຂອງ​ຟອນ​ໃຫມ່​ຈຶ່ງ​ໄດ້​ຜົນ​ການ​ສະ​ແດງ​ເທີງ​ຈໍ​ຄື​ດັ່ງ​ທີ່​ທ່ານ​ເຫັນ​ໃນ​ຂະ​ນະ​ນີ້. ຟອນ​ໃຫມ່​ນີ້, ຜູ້​ຂຽນ​ຕັ້ງ​ຊື່​ໃຫ້​ວ່າ Narin.ttf. ເມື່ອ​ສ້າງ​ຟອນ​ສໍາ​ເລັດ​ແລ້ວ, ຂັ້ນ​ຕອນ​ຕໍ່​ມາ​ກໍ່​ຄື​ການ​ທົດ​ສອບ​ພິມ​ອັກ​ສອນ​ລາວ​ອອກ​ທາງ​ຈໍ​ພາບ. ຜູ້​ຂຽນ​ໄດ້​ໃຊ້​ວິ​ທີ​ທີ່​ໄດ້​ສະ​ເຫນີ​ກ່ອນ​ຫນ້າ​ນີ້ (Insert à Symbol..) ໃນ Word 2000 ແລະ​ເຫັນ​ວ່າ​ຜົນ​ສະ​ແດງ​ອອກ​ເທີງ​ຈໍ​ເປັນ​ທີ່​ຫນ້າ​ພໍ​ໃຈ; ແຕ່​ເມື່ອ Save ເປັນ htm ແລະ​ໃຊ້ Internet Explorer 5.5 ເປີດ​ເບີ່ງ; ຫຼັງ​ຕົວ​ອັກ​ສອນ​ປະ​ສົມ​ເຊັ່ນ xໍ່, xົ້, xິ້, xີ້, xັ້, xຶ້ ແລະ xື້ ຈະ​ມີ​ການ​ແຕກ​ໂຕ​ໄປ​ຫນຶ່ງ​ຊ່ອງ​ຫວ່າງ, ແຕ່​ຈະ​ບໍ່​ແຕກ​ໂຕ​ຖ້າ​ເຮົາ​ພິມ xໍ ແລະ x່ ຫຼື xົ ແລະ x້ ຫຼື xິ ແລະ x້ ຫຼື xີ ແລະ x້ ຫຼື xັ ແລະ x້ ຫຼື xຶ ແລະ x້ ຫຼື xື ແລະ x້. ເຫດ​ການ​ດັ່ງ​ກ່າວ ກໍ່​ບໍ່​ຫນ້າ​ປະ​ຫຼາດ​ໃຈ​ເພາະ​ໂຄດ​ຂອງ​ຕົວ​ອັກ​ສອນ​ປະ​ສົມ​ທີ່​ເຮັດ​ໃຫ້​ເກີດ​ການ​ແຕກ​ໂຕ​ເຫຼົ່າ​ນັ້ນ, ຜູ້​ຂຽນ​ກໍາ​ນົດ​ຂື້ນ​ເອງ ແລະ Microsoft ບໍ່​ໄດ້​ຮັບ​ຮູ້​ນໍາ. ຢ່າງ​ໃດ​ກໍ່​ຕາມ, ຜູ້​ຂຽນ​ພໍ​ເຫັນ​ແລວ​ທາງ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຂອງ​ຕົວ​ອັກ​ສອນ​ເຫຼົ່າ​ນີ້: ນໍາ​ໃຊ້​ຟັງ​ຊັນ​ປ່ຽນ​ຄໍາ (Autocorrect ຈາກ Tools ຂອງ Word 2000) ເພື່ອ​ປ່ຽນ​ຕົວ​ອັກ​ສອນ​ປະ​ສົມ xໍ່ ໃຫ້​ເປັນ xໍ + x່ ແລະ​ຕໍ່ໆ​ໄປ​ຕາມ​ລໍາ​ດັບ. ມາ​ຮອດ​ນີ້, ຜູ້​ຂຽນ​ໄດ້​ສ້າງ​ຟອນ​ຢູ​ນີ​ໂຄດ​ທີ່​ມີ​ຕົວ​ອັກ​ສອນ​ລາວ ແລະ​ເມື່ອ​ນໍາ​ເອົາຟອນ​ນີ້​ໄປ​ໃຊ້​ໃນ​ອິນ​ເຕີ​ເນັດ, ມັນ​ຈະ​ບໍ່​ແຕກ​ໂຕ​ເຫມືອນ​ດັ່ງ​ຟອນ​ພາ​ສາ​ລາວ​ໂຕ​ອື່ນໆ​ທີ່​ຜ່ານ​ມາ.

III. ການ​ຫາ​ວິ​ທີ​ພິມ​ພາ​ສາ​ລາວ​ຈາກ​ຟອນ Narin.ttf

ພາຍ​ຫຼັງ​ທີ່​ມີ​ຟອນ​ທີ່​ໃຫ້​ຄວາມ​ຫວັງ​ໃນ​ການ​ນໍາ​ເອົາ​ພາ​ສາ​ລາວ​ຂື້ນ​ເທີງ​ເວັບ, ພວກ​ເຮົາ​ຈະ​ນໍາ​ໃຊ້​ຟອນ​ນີ້​ເພື່ອ​ພິມ​ພາ​ສາ​ລາວ​ໄດ້​ຈັ່ງ​ໃດ? ຈະ​ໃຊ້​ວິ​ທີ​ທີ່​ນໍາ​ສະ​ເຫນີ​ກ່ອນ​ຫນ້າ​ນີ້ (Insert à Symbol..) ຄົງ​ບໍ່​ສະ​ດວກ! ຜູ້​ຂຽນ​ໄດ້​ເຂົ້າ​ໄປ​ໃນ​ອິນ​ເຕີ​ເນັດ ເພື່ອ​ຊອກ​ຫາ​ໂປຣ​ແກຣມ​ທີ່​ຈະ​ໃຊ້​ຄວບ​ຄຸມ​ການ​ພິມ​ອັກ​ສອນ​ລາວ​ຢູ​ນີ​ໂຄດ ສໍາ​ລັບ​ໂປຣ​ແກຣມ​ນໍາ​ໃຊ້​ຕ່າງໆ (ຢ່າງ​ຂີ້​ຮ້າຍ, ໃຫ້​ສາ​ມາດ​ໃຊ້​ໄດ້​ກັບ ໂປຣ​ແກຣມ​ຊຸດ Office 2000). ແຕ່​ຫນ້າ​ຜິດ​ຫວັງ​ເພາະ​ໂປຣ​ແກຣມ Keyboard Manager ຕ່າງໆ​ທີ່​ມີ, ບໍ່​ໄດ້​ສະ​ຫນັບ​ສະ​ຫນູນ​ອັກ​ສອນ​ຢູ​ນີ​ໂຄດ​ທີ່ Windows ບໍ່​ໄດ້​ໃຫ້​ການ​ສະ​ຫນັບ​ສະ​ຫນູນ. ທີ່​ພໍ​ໃຊ້​ໄດ້ ກໍ່​ມີ​ແຕ່ Keyman Developer 5.0 ຂອງ Tavultesoft ຊຶ່ງ​ຕ້ອງ​ໄດ້​ສ້າງ​ໄຟລ໌​ທີ່​ຄວບ​ຄຸມ​ແປ້ນ​ພິມ​ເອງ ແຕ່​ກໍ່​ໃຊ້​ໄດ້​ສະ​ເພາະ​ແຕ່​ໃນ Word 97 (ສໍາ​ລັບ Word 2000 ກໍ່ພໍ​ໃຊ້​ໄດ້ ແຕ່​ມັກ​ຄ້າງ) ແລະ​ຕ້ອງ​ໄດ້​ຕິດ​ຕັ້ງ​ໄຟລ໌​ຈໍາ​ນວນ​ຫນຶ່ງ​ຊຶ່ງ​ຈະ​ປາ​ກົດ​ຂໍ້​ຄວາມ​ມາ​ໃຫ້​ເຮົາ​ກົດ Enter ທຸກໆ​ຄັ້ງ​ເມື່ອ​ເປີດ Word. ຢ່າງ​ໃດ​ກໍ່​ຕາມ, ຜູ້​ຂຽນ​ກໍ່​ຍັງ​ບໍ່​ທັນ​ພໍ​ໃຈ​ກັບ​ປະ​ສິ​ທິ​ພາບ​ຂອງ​ໂປຣ​ແກຣມ​ດັ່ງ​ກ່າວ, ຈຶ່ງ​ຄົ້ນ​ຄຶດ​ຫາ​ວິ​ທີ​ໃຫມ່ ເພື່ອ​ຫາ​ທາງ​ພິມ​ພາ​ສາ​ລາວ​ຈາກ Narin.ttf.

ດາວ​ໂຫຼດ​ທັງ​ຫມົດ​ຂອງ​ບົດ​ຄວາມ​ນີ້        ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ           ໄປ​ຫນ້າ 1 2 3 4

ຜູ້​ຂຽນ​ໄດ້​ຕັ້ງ​ຄໍາ​ຖາມ​ຕໍ່​ກັບ​ຕົນ​ເອງ​ວ່າ ເປັນ​ໄປ​ໄດ້​ບໍ ທີ່​ຈະ​ພິມ​ພາ​ສາ​ລາວ​ໃຫ້​ອອກ​ທາງ​ຈໍ​ເຫມືອນ​ເຊັ່ນ​ກັບ​ຄອມ​ພິວ​ເຕີ​ທີ່​ຕິດ​ຕັ້ງ Windows ໄທ ດ້ວຍ​ການ​ສະ​ຫຼັບ​ສັນ​ຍາ​ລັກ​ແປ້ນ​ພິມ​ທີ່​ຢູ່​ດ້ານ​ລຸ່ມ​ຂວາ​ຂອງ​ຈໍ? ຄຳ​ຖາມ​ນ໤ ໄດ້​ເຮັດ​ໃຫ້​ຜູ້​ຂຽນ​ກັບ​ຄືນ​ໄປ​ພິ​ຈາ​ລະ​ນາ​ພາ​ສາ​ໄທ ແລະ​ໄດ້​ສຳ​ເນົາ​ເອົາ​ໄຟລ໌​ທີ່​ໃຊ້​ຄວບ​ຄຸມ​ແປ້ນ​ພິມ​ໃນ​ການ​ພິມ​ພາ​ສາ​ໄທ (kbdth0.kbd) ມາ​ໃສ່​ໃນ​ເຄື່ອງ​ທີ່​ຕິດ​ຕັ້ງ Windows ອັງ​ກິດ. ຜູ້​ຂຽນ​ຫາ​ວິ​ທີ​ທີ່​ຈະ​ຕິດ​ຕັ້ງ​ພາ​ສາ​ໄທ​ເຂົ້າ​ໃນ​ເຄື່ອງ Windows ອັງ​ກິດ. ໂດຍ​ເຂົ້າ​ໄປ Control Panel à Keyboard à Language à Add ແຕ່​ກໍ່​ຍັງ​ບໍ່​ທັນ​ສາ​ມາດ​ທີ່​ຈະ​ເອົາ​ພາ​ສາ​ໄທ​ເຂົ້າ. ຜູ້​ຂຽນ​ຈຶ່ງ​ໄປ​ແລ່ນ Regedit.exe ໃນ C:\windows ແລະ​ເຂົ້າ​ໄປ​ໃນ HKEY_LOCAL_MACHINE\​CurrentControlSet\​Control\​keyboard layouts\ ແລ້ວ​ໄປ Edit à New à Key ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ 0000041E ຊື່ງ​ເປັນ​ໂຄດ​ປະ​ເທດ​ຂອງ​ໄທ. ຈາກ​ນັ້ນ​ຜູ້​ຂຽນ ໄດ້​ຄລິກ​ເຂົ້າ​ໄປ​ໃນ 0000041E ແລ້ວ​ໄປ Edit à String Value ແລະ​ປ່ຽນ​ຊື່​ໃຫ້​ເປັນ layout file; ຈາກ​ນັ້ນ​ຜູ້​ຂຽນ ໄດ້​ຄລິກ​ເຂົ້າ​ໄປ​ໃນ layout file ແລະ​ພິມ kbdth0.kbd. ຕໍ່​ມາ​ຜູ້​ຂຽນ​ໄດ້​ໄປ Edit à New à String Value ແລະ​ປ່ຽນ​ຊື່​ໃຫ້​ເປັນ layout text; ຈາກ​ນັ້ນ​ຜູ້​ຂຽນ ໄດ້​ຄລິກ​ເຂົ້າ​ໄປ​ໃນ layout text ແລະ​ພິມ kedmanee (Thai) (ທັງ​ຫມົດ​ນີ້​ໄດ້​ມາ​ຈາກ​ການ​ໄປ​ເປີດ​ເບີ່ງ​ໃນ​ເຄື່ອງ Windows ໄທ). ນອກ​ຈາກ​ນີ້, ຜູ້​ຂຽນ​ຍັງ​ໄດ້​ເຂົ້າ​ໄປ​ໃນ HKEY_LOCAL_MACHINE\​Control\​Nls\​Locale, ຈາກ​ນັ້ນ​ໄປ Edit à New à String Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ 0000041E ແລ້ວ​ຄລິກ​ເຂົ້າ​ໄປ​ໃນ 0000041E ແລ້ວ​ພິມ Thai. ເປັນ​ອັນ​ວ່າ ການ​ດັດ​ແປງ Registry ຂອງ Windows ແມ່ນ​ສິ້ນ​ສຸດ​ລົງ ແລະ​ຜູ້​ຂຽນ​ໄດ້​ອອກ​ຈາກ Regedit.exe (ຄໍາ​ເຕືອນ: ຜູ້​ທີ່​ຍັງ​ບໍ່​ຖະ​ຫນັດ​ທາງ​ດ້ານ​ການ​ດັດ​ແກ້ Registry ຂອງ Windows, ບໍ່​ຄວນ​ເຂົ້າ​ໄປ​ແປງ Registry ແບບ​ຊະ​ຊາຍ​ເພາະ​ອາດ​ເຮັດ​ໃຫ້​ເຂົ້າ Windows ບໍ່​ໄດ້ ແລະ​ອາດ​ຕ້ອງ​ໄດ້​ຕັ້ງ Windows ໃຫມ່ - ທົ່ວໆ​ໄປ​ອາດ​ແກ້​ໄດ້​ດ້ວຍ​ຄໍາ​ສັ່ງ​ຈາກ​ແຜ່ນ Boot). ຕໍ່​ມາ, ຜູ້​ຂຽນ​ໄດ້​ເຂົ້າ​ໄປ Control Panel à Keyboard à Language à Add ແລະ​ໃນ​ເທື່ອ​ນີ້ , ສາ​ມາດ​ເພີ່ມ​ແປ້ນ​ພິມ​ພາ​ສາ​ໄທ​ເຂົ້າ​ຕື່ມ​ນອກ​ເຫນືອ​ຈາກ​ແປ້ນ​ພິມ​ອັງ​ກິດ​ທີ່​ມີ​ຢູ່​ກ່ອນ​ແລ້ວ ( ແປ້ນ​ພິມ​ໃນ​ທີ່​ນີ້ ຫມາຍ​ເຖີງ​ສັນ​ຍາ​ລັກ​ທີ່​ມີ​ຕົວ​ອັກ​ສອນ En ແລະ Th ທີ່​ປາ​ກົດ​ຢູ່​ແຈ​ລຸ່ມ​ຂວາ​ຂອງ​ຈໍ). ຜູ້​ຂຽນ​ໄດ້​ລອງ​ໃຊ້​ແປ້ນ​ພິມ​ໄທ​ເພື່ອ​ພິມ​ອັກ​ສອນ​ໄທ ທີ່​ມີ​ໃນ​ຟອນ Narin.ttf ແລະ​ເຫັນ​ວ່າ​ໃຊ້​ໄດ້​ດີ​ເຫມືອນ​ກັບ​ຢູ່​ໃນ Windows ໄທ ແລະ​ບໍ່​ມີ​ບັນ​ຫາ​ໃດໆ ແມ່ນ​ແຕ່​ໃນ Internet Explorer 5.5. ຄວາມ​ຄຶດ​ຕໍ່​ມາ​ຂອງ​ຜູ້​ຂຽນ​ຄື: ນໍາ​ເອົາ​ແປ້ນ​ພິມ​ພາ​ສາ​ລາວ​ເຂົ້າ​ໃນ Windows ອັງ​ກິດ​ເຫມືອນ​ດັ່ງ​ທີ່​ໄດ້​ເອົາ​ແປ້ນ​ພິມ​ໄທ​ເຂົ້າ​ກ່ອນ​ຫນ້າ​ນີ້.

ດາວ​ໂຫຼດ​ທັງ​ຫມົດ​ຂອງ​ບົດ​ຄວາມ​ນີ້        ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ           ໄປ​ຫນ້າ 1  2  3  4 5

ຜູ້​ຂຽນ​ໄດ້​ເລີ່ມ​ລົງ​ມື​ປະ​ຕິ​ບັດ​ຕາມ​ແນວ​ຄຶດ​ດັ່ງ​ກ່າວ ແຕ່​ມີ​ບັນ​ຫາ​ຢູ່​ບ່ອນ​ວ່າ ຈະ​ເອົາ​ໄຟລ໌​ທີ່​ຄວບ​ຄຸມ​ແປ້ນ​ພິມ​ພາ​ສາ​ລາວ​ມາ​ຈາກ​ໃສ? ຜູ້​ຂຽນ​ໄດ້​ເອົາ​ແຟ້ມ kbdth0.kbd ມາ​ປ່ຽນ​ຊື່​ເປັນ kbdnarin.kbd ແລ້ວ​ສຳ​ເນົາ​ແຟ້ມ​ດັ່ງ​ກ່າວ​ເຂົ້າ​ໄປ​ໃນ C:\windows\System. ຈາກ​ນັ້ນ​ກໍ່​ເຂົ້າ​ໄປ​ດັດ​ແກ້ Registry ໂດຍ​ເຮັດ​ເຫມືອນ​ກັບ​ກໍ​ລະ​ນີ​ຕັ້ງ​ແປ້ນ​ພິມ​ໄທ (ໂຄດ​ຂອງ​ລາວ​ແມ່ນ 00000454, layout file ແມ່ນ kbdnarin.kbd, layout text ແມ່ນ Narin (Lao) ແລະ ...\Nls\Locale\0000054 ແມ່ນ Lao). ຕໍ່​ມາ, ໄດ້​ເຂົ້າ​ໄປ Control Panel à Keyboard à Language à Add ແລະ​ສາ​ມາດ​ເພີ່ມ​ພາ​ສາ​ລາວ​ເຂົ້າ​ໃນ Windows ໄດ້. ຍ້ອນ Windows ບໍ່​ຮັບ​ຮູ້​ພາ​ສາ​ລາວ, ສັນ​ຍາ​ລັກ​ແປ້ນ​ພິມ​ຂອງ​ພາ​ສາ​ລາວ ຈຶ່ງ​ເປັນ​ຕົວ​ອັກ​ສອນ ?? ແທນ​ທີ່​ຈະ​ເປັນ La ຄື​ດັ່ງ​ທີ່​ຜູ້​ຂຽນ​ຄາດ​ຫວັງ​ໄວ້. ເມື່ອ​ນໍາ​ໃຊ້​ແປ້ນ​ພິມ​ລາວ​ດັ່ງ​ກ່າວ​ຢູ່​ໃນ Word 2000, ຜັດ​ບໍ່​ເປັນ​ຕົວ​ອັກ​ສອນ​ລາວ: ເປັນ​ອັກ​ສອນ​ສັນ​ຍາ​ລັກ​ລາ​ແຕງ​ໄປ​ຫມົດ, ບໍ່​ມີ​ອັກ​ສອນ​ລາວ ຫຼື​ອັກ​ສອນ​ໄທ​ພໍ​ໂຕ. ເກີດ​ຫຍັງ​ຂື້ນ? ຜູ້​ຂຽນ​ທົດ​ລອງ​ໄປ​ແກ້​ໄຂ Registry ໂດຍ​ປ່ຽນ​ພຽງ​ແຕ່​ໂຄດ​ປະ​ເທດ​ຂອງ​ໄທ ໃຫ້​ເປັນ​ໂຄດ​ຂອງ​ຊາດ​ໃດ​ຫນຶ່ງ​ທີ່ Windows ບໍ່​ຮັບ​ຮູ້​ເຫມືອນ​ກັບ​ພາ​ສາ​ລາວ. ຜົນ​ທີ່​ໄດ້​ກໍ່​ຄື: ສັນ​ຍາ​ລັກ​ແປ້ນ​ພິມ​ຂອງ​ພາ​ສາ​ໄທ ກາຍ​ມາ​ເປັນ ?? ຄ້າຍ​ຄື​ກໍ​ລະ​ນີ​ພາ​ສາ​ລາວ ແລະ​ຜົນ​ການ​ໃຊ້​ແປ້ນ​ພິມ​ນ໤​ພິມ​ໃນ Word 2000 ກໍ່​ເປັນ​ຄື​ກັບ​ກໍ​ລະ​ນີ​ຂອງ​ພາ​ສາ​ລາວ​ອ້ອຍ​ຕ້ອຍໆ. ດັ່ງ​ນັ້ນ, ຜູ້​ຂຽນ​ຈຶ່ງ​ສະ​ຫຼຸບ​ວ່າ ໄຟລ໌​ທີ່​ມີ​ນາມ​ສະ​ກຸນ kbd ບໍ່​ແມ່ນ​ຕົວ​ການ​ໃນ​ການ​ສະ​ແດງ​ຜົນ​ໃນ​ການ​ພິມ​ໃຫ້​ເປັນ​ອັກ​ສອນ​ຂອງ​ຊາດ​ໃດ​ຊາດ​ຫນຶ່ງ​ແຕ່​ຢ່າງ​ໃດ: ມັນ​ຕ້ອງ​ກ່ຽວ​ຂ້ອງ​ກັບ​ໂຄດ​ຂອງ​ປະ​ເທດ ແລະ​ຕ້ອງ​ມີໄຟລ໌​ໃດ​ໄຟລ໌​ຫນຶ່ງ​ທີ່​ທໍາ​ຫນ້າ​ທີ່​ໃນ​ການ​ແປງ​ອັກ​ສອນ​ສັນ​ຍາ​ລັກ​ລາ​ແຕງ ໃຫ້​ເປັນ​ຕົວ​ອັກ​ສອນ​ຢູ​ນີ​ໂຄດ​ຂອງ​ຊາດ​ໃດ​ຊາດ​ຫນຶ່ງ​ໂດຍ​ສະ​ເພາະ. ເພື່ອ​ທໍາ​ຄວາມ​ເຂົ້າ​ໃຈ​ກັບ​ບັນ​ຫາ​ນີ້ ຜູ້​ຂຽນ​ໄດ້​ເຂົ້າ​ໄປ​ໃນ​ອິນ​ເຕີ​ເນັດ ເພື່ອ​ຊອກ​ຫາ​ອ່ານ​ເອ​ກະ​ສານ​ກ່ຽວ​ກັບ Codepage ແລະ Charset ແລະ​ໄດ້​ຄວາມ​ຮູ້​ວ່າ ພາ​ສາ​ໄທ ມີ​ການ​ນໍາ​ໃຊ້​ໄຟລ໌ Codepage ທີ່​ມີ​ຊື່​ວ່າ CP_874.nls ເພື່ອ​ແປງ​ອັກ​ສອນ​ສັນ​ຍາ​ລັກ​ລາ​ແຕງ​ໃຫ້​ເປັນ​ອັກ​ສອນ​ໄທ​ຢູ​ນີ​ໂຄດ (ໄຟລ໌​ດັ່ງ​ກ່າວ​ຢູ່​ໃນ C:\windows\system). ແນ່​ນອນ​ວ່າ​ໄຟລ໌ Codepage ສໍາ​ລັບ​ພາ​ສາ​ລາວ ແມ່ນ​ຍັງ​ບໍ່​ມີ​ໃນ​ໂລກ​ນີ້. ຜູ້​ຂຽນ​ໄດ້​ນໍາ​ເອົາ CP_874.nls ມາ​ພິ​ຈາ​ລະ​ນາ​ເພື່ອ​ຫາ​ຊ່ອງ​ທາງ​ດັດ​ແປງ​ໃຫ້​ເປັນ​ໄຟລ໌ Codepage ສໍາ​ລັບ​ພາ​ສາ​ລາວ. ໂດຍ​ໃຊ້​ໂປຣ​ແກຣມ​ແປງ​ໂຄດ​ສໍາ​ລັບ​ໄຟລ໌​ປະ​ເພດ​ໂປຣ​ແກຣມ (Hex Editor XVI32 ຂອງ Christian Maas - ດາວ​ໂຫຼດ​ໄດ້​ຈາກ http://www.chmaas.handshake.de) ເພື່ອ​ມາ​ເປີດ​ເບີ່ງ​ໂຄດ​ຂອງ CP_874.nls ແລະ​ໃນ​ທີ່​ສຸດ​ກໍ່​ພົບ​ຕໍາ​ແຫນ່ງ​ຂອງ​ຢູ​ນີ​ໂຄດ​ອັກ​ສອນ​ໄທ (ອັກ​ສອນ​ໄທ​ມີ​ຢູ​ນີ​ໂຄດ​ໃນ​ຊ່ວງ 0E00-0E79 ແລະ​ມີ​ອັກ​ສອນ​ຈໍາ​ນວນ​ຫນຶ່ງ - ສ່ວນ​ໃຫຍ່​ແມ່ນ​ວັນ​ນະ​ຍຸດ​ອີກ 3 ຊຸດ ທີ່​ມີ​ຢູ​ນີ​ໂຄດ​ໃນ​ຊ່ວງ F700-F717 ຊຶ່ງ Word 2000 ຈະ​ບໍ່​ຖື​ວ່າ​ເປັນ​ອັກ​ສອນ​ໄທ ແຕ່​ຈະ​ຖື​ວ່າ​ເປັນ​ອັກ​ສອນ​ໃນ​ກຸ່ມ Private Use Area). ຜູ້​ຂຽນ​ໄດ້​ປ່ຽນ​ໂຄດ​ຂອງ​ຕົວ​ອັກ​ສອນ​ໄທ ໃຫ້​ເປັນ​ໂຄດ​ຂອງ​ຕົວ​ອັກ​ສອນ​ລາວ ແລ້ວ save ໄຟລ໌​ດັ່ງ​ກ່າວ​ພາຍ​ໃຕ້​ຊື່​ເດີມ (ທີ່​ຈິງ​ຕ້ອງ save ໃສ່​ຊື່​ໃຫມ່​ເພາະ Windows ບໍ່​ອະ​ນຸ​ຍາດ​ເນື່ອງ​ຈາກ Windows ຍັງ​ໃຊ້​ວຽກ​ໄຟລ໌​ດັ່ງ​ກ່າວ​ຢູ່ - ຕ້ອງ​ໄດ້​ລົບ​ລ້າງ​ແປ້ນ​ພິມ​ໄທ​ອອກ, Boot ໃຫມ່ແລ້ວ​ຈຶ່ງ​ປ່ຽນ​ຊື່​ໄຟລ Codepage ທີ່​ໄດ້​ທໍາ​ການ​ດັດ​ແກ້​ໃຫ້​ມາ​ໃສ່​ຊື່​ເດີມ). ຜູ້​ຂຽນ​ໄດ້​ທໍາ​ການ​ດັດ​ແກ້ Registry ທີ່​ກ່ຽວ​ກັບ​ໂຄດ​ປະ​ເທດ​ໄທ ໃຫ້​ຖືກ​ຕ້ອງ​ເຫມືອນ​ເດີມ. ຈາກ​ນັ້ນ​ກໍ່​ຕິດ​ຕັ້ງ​ແປ້ນ​ພິມ​ພາ​ສາ​ໄທ​ຄືນ​ໃຫມ່ ເພື່ອ​ເບີ່ງ​ຜົນ​ຂອງ​ການ​ປ່ຽນ​ໂຄດ​ອັກ​ສອນ​ໄທ​ໃຫ້​ເປັນ​ໂຄດ​ອັກ​ສອນ​ລາວ. ປາ​ກົດ​ວ່າ ໄດ້​ຜົນ: ແທນ​ທີ່​ຈະ​ອອກ​ເປັນ​ອັກ​ສອນ​ໄທ ຜັດ​ອອກ​ເປັນ​ອັກ​ສອນ​ລາວ; ແຕ່​ອັກ​ສອນ​ລາວທີ່​ອອກ​ມາ ບໍ່​ກົງ​ກັບ​ຕົວ​ຫນັງ​ສື​ທີ່​ຕິດ​ຢູ່​ສະ​ຕິກ​ເກີ​ຂອງ​ແປ້ນ​ພິມ ແລະ Word 2000 ຍັງ​ຖື​ວ່າ ຕົວ​ອັກ​ສອນ​ລາວ​ເຫຼົ່າ​ນັ້ນ ເປັນ​ພາ​ສາ​ໄທ. ຢ່າງ​ໃດ​ກໍ່​ຕາມ, ຜູ້​ຂຽນ​ກໍ່​ຊື່ນ​ໃຈ ແລະ​ມີ​ກໍາ​ລັງ​ໃຈ ເພື່ອ​ສືບ​ຕໍ່​ສຶກ​ສາ​ວິ​ທີ​ການ ເພື່ອ​ແກ້​ໄຂ​ບັນ​ຫາ​ເຫຼົ່າ​ນີ້​ໃຫ້​ເຖີງ​ທີ່​ສຸດ.

ດາວ​ໂຫຼດ​ທັງ​ຫມົດ​ຂອງ​ບົດ​ຄວາມ​ນີ້        ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ           ໄປ​ຫນ້າ 1  2  3  4  5 6

ມາ​ຮອດ​ຈຸດ​ນີ້, ສິ່ງ​ທຳ​ອິດ​ທີ່​ຈະ​ຕ້ອງ​ເຮັດ​ຄື ແກ້​ໄຂ​ໄຟລ໌ kbdnarin.kbd ທີ່​ໃຊ້​ຄວບ​ຄຸມ​ການ​ພິມ​ພາ​ສາ​ລາວ​ຈາກ​ແປ້ນ​ພິມ​ເພື່ອ​ໃຫ້​ສາ​ມາດ​ພິມ​ອັກ​ສອນ​ລາວ ໃຫ້​ກົງ​ກັບ​ສະ​ຕິກ​ເກີ​ທີ່​ຕິດ​ຢູ່​ແປ້ນ​ພິມ. ກ່ອນ​ອື່ນ, ຜູ້​ຂຽນ​ໄດ້​ສ້າງ​ຕະ​ລາງ​ໃນ Word 2000 ໃຫ້​ມີ​ຮູບ​ຮ່າງ​ຄື​ແປ້ນ​ພິມ ແລ້ວ​ພິມ​ຕົວ​ອັກ​ສອນ​ລາວ​ເຂົ້າ​ໃນ​ແຕ່​ລະ​ຫ້ອງ ແລະ​ພິມ​ອອກ​ມາ​ເພື່ອ​ໃຊ້​ເປັນ​ບ່ອນ​ອີງ​ໃນ​ການ​ນໍາ​ໄປ​ດັດ​ແປງ​ໄຟລ໌ kbdnarin.kbd. ຈາກ​ນັ້ນ, ຈຶ່ງ​ໄປ​ແລ່ນ Hex Editor XVI32 ແລະ​ເປີດ kbdnarin.kbd ຂື້ນ​ມາ​ເບີ່ງ. ໂດຍ​ໃຊ້​ຕາ​ຕະ​ລາງ​ທີ່​ພິມ​ອອກ​ມາ​ກ່ອນ​ຫນ້າ​ນີ້, ຜູ້​ຂຽນ​ໄດ້​ຍ້າຍ ແລະ​ຊັບ​ຊ້ອນ​ໂຄດ​ເລກ​ຖານ 16 ຄືນ​ໃຫມ່ເພື່ອ​ໃຫ້​ຕົວ​ອັກ​ສອນ​ລາວ​ທີ່​ປາ​ກົດ​ອອກ​ທາງ​ຈໍ ໃຫ້​ກົງ​ກັບ​ແປ້ນ​ພິມ​ທີ່​ກົດ. ການ​ດັດ​ແປງ​ນີ້​ໃຊ້​ເວ​ລາ​ພໍ​ສົມ​ຄວນ ແລະ​ຕ້ອງ​ໄດ້​ທຳ​ການ​ທົດ​ສອບ​ຫຼາຍໆ​ຄັ້ງ ແລະ​ໃນ​ທີ່​ສຸດ ກໍ່​ດັດ​ແປງ​ຈົນ​ສຳ​ເລັດ ແລະ​ສາ​ມາດ​ພິມ​ພາ​ສາ​ລາວ ໃຫ້​ກົງ​ກັບ​ແປ້ນ​ພິມ​ທຸກໆ​ໂຕ​ໄດ້. ເປັນ​ອັນ​ວ່າ, ຂັ້ນ​ຕອນ​ໃນ​ການ​ສ້າງ​ໄຟລ໌​ທີ່​ໃຊ້​ຄວບ​ຄຸມ​ການ​ພິມ​ອັກ​ສອນ​ລາວ​ຢູ​ນີ​ໂຄດ ແມ່ນ​ສຳ​ເລັດ​ຢ່າງ​ສົມ​ບູນ (ໄດ້​ໄຟລ໌ kbdnarin.kbd ສະ​ບັບ​ສົມ​ບູນ). ບາດ​ນີ້, ຜູ້​ຂຽນ​ຈະ​ເລີ່ມ​ຂັ້ນ​ຕອນ​ຕໍ່​ໄປ​ຄື: ແກ້​ໄຂ​ໃຫ້ Word 2000 ຮັບ​ຮູ້​ວ່າ ອັກ​ສອນ​ລາວ​ທີ່​ພິມ​ຂື້ນ ແມ່ນ​ເປັນ​ພາ​ສາ​ລາວ ບໍ່​ແມ່ນ​ພາ​ສາ​ໄທ. ທໍາ​ອິດ​ຕ້ອງ​ປ່ຽນ​ຊື່​ໄຟລ໌ Codepage ໄທ​ທີ່​ຜູ້​ຂຽນ​ໄດ້​ດັດ​ແປງໃຫ້​ມາ​ໃຊ້​ຢູ​ນີ​ໂຄດ​ລາວ ແລະ​ໄດ້​ຕັ້ງ​ຊື່​ວ່າ CP_Narin.nls (ເພາະ​ຊື່ CP_874.nls ນີ້, Windows ຈະ​ຮັບ​ຮູ້​ວ່າ​ແມ່ນ Codepage ໄທ). ແນ່​ນອນ​ທີ່​ວ່າ Windows ຍ່ອມ​ບໍ່​ຮັບ​ຮູ້ Codepage ລາວ ທີ່​ມີ​ຊື່​ວ່າ CP_Narin.nls. ຢາກ​ໃຫ້ Windows ຮັບ​ຮູ້ ຕ້ອງ​ໄດ້​ເຂົ້າ​ໄປ​ດັດ​ແປງ Registry ຂອງ Windows ຊຶ່ງ​ຜູ້​ຂຽນ​ໄດ້​ດໍາ​ເນີນ​ການ​ຄື​ດັ່ງ​ຕໍ່​ໄປ​ນີ້:

  1. ເຂົ້າ​ໄປ HKEY_LOCAL_MACHINE\System\CurrentControlSet\Control\Nls\Codepage  ແລ້ວ​ປ່ຽນ​ຄ່າ​ຂອງ ACP ຈາກ 1252 ໃຫ້​ເປັນ 876; ຈາກ​ນັ້ນ ຈຶ່ງ​ໄປ Edit à New à String Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ 876 ແລ້ວ​ເຂົ້າ​ໄປ 876 ເພື່ອ​ພິມ CP_Narin.nls.

  2. ເຂົ້າ​ໄປ HKEY_CLASSES_ROOT\MIME\Database\Charset ຈາກ​ນັ້ນ, ຈຶ່ງ​ໄປ Edit à New à Key ແລ້ວ​ປ່ຽນ​ຊື່​ເປັນ lao. ໃຫ້​ເຂົ້າ​ໄປ​ໃນ lao ແລ້ວ​ໄປ Edit à New à String Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ AliasForCharset. ຈາກ​ນັ້ນ, ໃຫ້​ເຂົ້າ​ໄປໃນ AliasForCharset ເພື່ອ​ພິມ iso-8859-12.

  3. ເຂົ້າ​ໄປ HKEY_CLASSES_ROOT\MIME\Database\Charset; ຈາກ​ນັ້ນ , ຈຶ່ງ​ໄປ Edit à New à Key ແລ້ວ​ປ່ຽນ​ຊື່​ເປັນ iso-8859-12. ໃຫ້​ເຂົ້າ​ໄປ​ໃນ iso-8859-12 ແລ້ວ​ໄປ Edit à New à String Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ AliasForCharset. ຈາກ​ນັ້ນ, ໃຫ້​ເຂົ້າ​ໄປ​ໃນ AliasForCharset ເພື່ອ​ພິມ windows-876

  4. ເຂົ້າ​ໄປ HKEY_CLASSES_ROOT\MIME\Database\Charset; ຈາກ​ນັ້ນ, ຈຶ່ງ​ໄປ Edit à New à Key ແລ້ວ​ປ່ຽນ​ຊື່​ເປັນ windows-876. ໃຫ້​ເຂົ້າ​ໄປ​ໃນ windows-876 ແລ້ວ​ໄປ Edit à New à DWORD Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ Codepage. ຈາກ​ນັ້ນ, ໃຫ້​ເຂົ້າ​ໄປ​ໃນ Codepage ເພື່ອ​ພິມ 0000036b; ໃຫ້​ເຂົ້າ​ໄປ Edit à New à DWORD Value ອີກ​ຄັ້ງ​ຫນຶ່ງ ແລ້ວ​ປ່ຽນ​ຊື່​ໃຫ້​ເປັນ InternetEncoding; ຈາກ​ນັ້ນ ໃຫ້​ເຂົ້າ​ໄປ​ໃນ InternetEncoding ເພື່ອ​ພິມ 0000036b.

  5. ເຂົ້າໄປ HKEY_CLASSES_ROOT\​MIME\​Database\​Codepage; ຈາກ​ນັ້ນ ຈຶ່ງ​ໄປ Edit à New à Key ແລ້ວ​ປ່ຽນ​ຊື່​ເປັນ 876. ໃຫ້​ເຂົ້າ​ໄປ​ໃນ 876 ແລ້ວ​ໄປ:

Edit à New à String Value ແລ້ວ​​ໄປ​ປ່ຽນ​ຊື່​ໃຫ້​ເປັນ BodyCharset; ເຂົ້າ​ໄປ​ໃນ BodyCharset ແລ້ວ​ພິມ​ຄໍາ windows-876

Edit à New à String Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ Description; ເຂົ້າ​ໄປ​ໃນ Description ແລ້ວ​ພິມ​ຄໍາ Lao

Edit à New à Binary Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ Encoding; ເຂົ້າ​ໄປ​ໃນ Encoding ແລ້ວ​ພິມ​ຄໍາ 01 01 00 00

Edit à New à String Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ FixedWidthFont; ເຂົ້າ​ໄປ​ໃນ FixedWidthFont ແລ້ວ​ພິມ​ຄໍາ Narin.

Edit à New à Binary Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ Level; ເຂົ້າ​ໄປ​ໃນ Level ແລ້ວ​ພິມ​ຄໍາ 07 07 00 00

Edit à New à String Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ ProportionalFont; ເຂົ້າ​ໄປ​ໃນ ProportionalFont ແລ້ວ​ພິມ​ຄໍາ Narin

ດາວ​ໂຫຼດ​ທັງ​ຫມົດ​ຂອງ​ບົດ​ຄວາມ​ນີ້        ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ           ໄປ​ຫນ້າ 1  2  3  4  5  6 7

ການ​ດັດ​ແກ້​ທັງ​ຫມົດ​ນີ້ ແມ່ນ​ໄດ້​ມາ​ຈາກ​ການ​ເຂົ້າ​ໄປ​ເບີ່ງ Registry ທີ່​ກ່ຽວ​ຂ້ອງ​ກັບ​ພາ​ສາ​ໄທ ແລະ​ໄດ້​ດັດແປງ​ໃຫ້​ສອດ​ຄ່ອງ​ກັບ Codepage ລາວ (CP_Narin.nls) ທີ່​ໄດ້​ສ້າງ​ຂື້ນ​ມາ​ກ່ອນ​ຫນ້າ​ນີ້. ເປັນ​ອັນ​ວ່າ ຂັ້ນ​ຕອນ​ໃນ​ການ​ດັດ​ແປງ Registry ເພື່ອ​ໃຫ້ Windows ຮັບ​ຮູ້ Codepage ລາວ ເປັນ​ອັນ​ສໍາ​ເລັດ​ລົງ. ໃຫ້ Boot ເຄື່ອງ​ ໃຫມ່​ເພື່ອ​ໃຫ້ຮັບ​ຮູ້ Codepage ລາວ (ຖ້າ Boot ບໍ່​ຂື້ນ ຫຼື​ເຂົ້າ Windows ບໍ່​ໄດ້ໃຫ້​ໃຊ້​ແຜ່ນ Boot ແລ້ວ​ໃຊ້​ຄໍາ​ສັ່ງ scanreg /restore ເພື່ອ​ກູ້​ເອົາ Registry ສະ​ບັບ​ເດີມ​ຄືນ​ມາ ແລະ​ລົບ​ລ້າງ Registry ທີ່​ໄດ້​ເຂົ້າ​ໄປ​ດັດ​ແປງ​ກ່ອນ​ຫນ້າ​ນີ້. ຮອດ​ຈຸດ​ນີ້, ເຮົາ​ສາ​ມາດ​ພິມ​ພາ​ສາ​ລາວ​ຈາກ​ຟອນ Narin.ttf ຢູ່​ໃນ​ໂປຣ​ແກຣມ​ຕ່າງໆ​ຂອງ Office 2000 ໄດ້, ໂດຍ​ພຽງ​ແຕ່​ສະ​ຫຼັບ​ແປ້ນ​ພິມ​ອັງ​ກິດ (En) ແລະ​ລາວ (??) ຈາກ​ສັນ​ຍາ​ລັກ​ແປ້ນ​ພິມ​ທີ່​ຢູ່​ດ້ານ ລຸ່ມ​ຂວາ​ຂອງ​ຈໍ (ອາດ​ກົດ Alt + Shift ກໍ່​ໄດ້ ແຕ່​ຕ້ອງ​ເຂົ້າ​ໄປ​ກໍາ​ນົດ​ມັນ​ຢູ່​ໃນ Keyboard Property). ພາ​ສາ​ໄທ ທີ່​ໄດ້​ໃຊ້​ເປັນ​ສື່​ໃນ​ຕອນ​ຕົ້ນ ອາດ​ຈະ​ລົບ​ລ້າງ​ອອກ​ໄປ ເພາະ​ຈະ​ພິມ​ອອກ​ມາ​ເປັນ​ອັກ​ສອນ​ລາວຊຶ່ງ​ບໍ່​ກົງ​ກັບ ສະ​ຕິກ​ເກີ ທີ່​ຕິດ​ຢູ່​ແປ້ນ​ພິມ.

    ການ​ນໍາ​ສະ​ເຫນີ​ວິ​ທີ​ໃນ​ການ​ດັດ​ແກ້ Registry ໃຫ້​ຮັບ​ຮູ້​ພາ​ສາ​ລາວ​ອາດ​ຈະ​ສ້າງ​ຄວາມ​ສັບ​ສົນ​ໃຫ້​ຜູ້​ອ່ານ​ຈໍາ​ນວນ​ຫນຶ່ງ. ດັ່ງ​ນັ້ນ, ຜູ້​ຂຽນ​ຈຶ່ງ​ກະ​ກຽມ​ວິ​ທີ​ທີ່​ງ່າຍ​ດາຍ ເພື່ອ​ໃຫ້​ຜູ້​ອ່ານ​ສາ​ມາດ​ເຮັດ​ໃຫ້​ຄອມ​ພິວ​ເຕີ​ຂອງ​ຜູ້​ອ່ານ ພິມ​ພາ​ສາ​ລາວ​ຈາກ​ຟອນ Narin.ttf ໄດ້; ເຄື່ອງ​ຂອງ​ທ່ານ​ຕ້ອງ​ມີ​ຄຸນ​ສົມ​ບັດ​ດັ່ງ​ນີ້:

    ຖ້າ​ເຄື່ອງ​ຂອງ​ທ່ານ​ຕອບ​ສະ​ຫນອງ​ເງື່ອນ​ໄຂ​ຂ້າງ​ເທິງ, ທ່ານ​ສາ​ມາດ​ດາວ​ໂຫຼດ​ເອົາ Narinreg.zip ຈາກ​ຫນ້າ​ເວັບ​ນີ້. ເມື່ອ​ຄາຍ Narin.zip ອອກ, ທ່ານ​ຈະ​ໄດ້ໄຟລ໌​ຕ່າງໆ​ດັ່ງ​ຕໍ່​ໄປ​ນີ້: CP_Narin.nls (11 KB), kbdnarin.kbd (1 KB) ແລະ Narin.reg (8 KB).

ດາວ​ໂຫຼດ  Narinreg.zip (7 KB)

ວິ​ທີ​ຕິດ​ຕັ້ງ: ໃຫ້​ສໍາ​ເນົາ 2 ໄຟລ໌​ທໍາ​ອິດ​ໄປ​ໄວ້​ໃນ C:\windows\system. ຈາກ​ນັ້ນ, ໃຫ້​ຄລິກ Narin.reg ໄວໆ​ສອງ​ຄັ້ງ​ເພື່ອ​ເລີ່ມ​ການ​ດັດ​ແກ້ Registry; ຖ້າ​ມີ​ຂໍ້​ຄວາມ​ຂື້ນ​ມາ, ໃຫ້​ກົດ OK. ຈາກ​ນັ້ນ, ໃຫ້ Boot ເຄື່ອງ​ໃຫມ່. ຖ້າ​ເຄື່ອງ​ຂອງ​ທ່ານ ຫາກ​ເຂົ້າ Windows ບໍ່​ໄດ້, ໃຫ້​ໃຊ້​ແຜ່ນ Boot ແລ້ວ​ໃຊ້​ຄໍາ​ສັ່ງ scanreg /restore ເພື່ອ​ກູ້​ເອົາ Registry ສະ​ບັບ​ເດີມ​ຄືນ​ມາ ແລະ​ລົບ​ລ້າງ Registry ທີ່​ໄດ້​ເຂົ້າ​ໄປ​ດັດ​ແປງ​ກ່ອນ​ຫນ້າ​ນີ້ - ບາງ​ທີ​ເຄື່ອງ​ຂອງ​ທ່ານ​ມີ​ການ​ຕິດ​ຕັ້ງ​ໂປຣ​ແກຣມ​ໃດ​ຫນຶ່ງ​ທີ່​ມີ​ການ​ດັດ​ແກ້ Registry ຂອງ Windows, ອາດ​ກໍ່​ໃຫ້​ເກີດ​ມີ​ຄວາມ​ບໍ່​ເຂົ້າ​ກັນ​ຂອງ​ການ​ດັດ​ແປງ Registry ຂອງ Narin.reg ກັບ​ຊອບ​ແວ​ທີ່​ມີ​ຢູ່​ກ່ອນ). ເມື່ອ​ເຂົ້າ Windows ຮຽບ​ຮ້ອຍ​ແລ້ວ, ໃຫ້​ໄປ Start à Settings à Control Panel à Keyboard à Language à Add ແລ້ວ​ເພີ່ມ​ແປ້ນ​ພິມ ?? Lao ເຂົ້າ​ຕື່ມ​ຈາກ​ແປ້ນ​ພິມ​ອັງ​ກິດ​ທີ່​ມີ​ຢູ່​ແລ້ວ; ຢ່າ​ລືມ​ຄລິກ​ເລືອກ Left Alt + Shift ແລະ Enable indicator on taskbar. ຫຼັງ​ຈາກ​ນັ້ນ, ໃຫ້​ກົດ Apply ແລະ OK ຕາມ​ລໍາ​ດັບ.

    ເປັນ​ອັນ​ວ່າ ການ​ຕິດ​ຕັ້ງ​ແປ້ນ​ພິມ​ລາວ​ແມ່ນ​ສໍາ​ເລັດ​ຮຽບ​ຮ້ອຍ. ມາ​ຮອດ​ຈຸດ​ນີ້, ການ​ພິມ​ພາ​ສາ​ລາວ​ຈາກ​ຟອນ Narin.ttf ເກືອບ​ວ່າ​ຄົບ​ຖ້ວນ​ສົມ​ບູນ, ຍັງ​ແຕ່​ຂັ້ນ​ຕອນ​ໃນ​ການ​ປ່ຽນ​ອັກ​ສອນ​ປະ​ສົມ xໍ່, xົ້, xໍາ, xໍ້າ, xິ້, xີ້, xໍ່າ , xັ້, xຶ້ ແລະ xື້ ໃຫ້​ແທນ​ດ້ວຍ​ອັກ​ສອນ​ດ່ຽວໆ ສົມ​ທົບ​ກັນ​ຫຼາຍ​ຕົວ ເພື່ອ​ແກ້​ໄຂ​ບັນ​ຫາ​ການ​ແຕກ​ໂຕ ເມື່ອ​ນໍາ​ໄປ​ສະ​ແດງ​ເທີງ​ເວັບ (kbdnarin.kbd ໄດ້​ມີ​ການ​ດັດ​ແປງ​ເລັກ​ນ້ອຍ​ຢູ່​ໃນ​ສະ​ຕິກ​ເກີ​ແປ້ນ​ພິມ​ລາວ: * ຈະ​ເປັນ ໝ, £ ຈະເປັນ ໜ, “ ຈະ​ເປັນ “ (ຄື​ໃນ​ສະ​ຕິກ​ເກີ), xໍ້າ ຈະ​ເປັນ xໍ້າ (ຄື​ໃນ​ສະ​ຕິກ​ເກີ) xໍ່າ ຈະ​ເປັນ xໍ່າ (ຄື​ໃນ​ສະ​ຕິກ​ເກີ) ແລະ FR ຈະ​ເປັນ ອັກ​ສອນ​ພິ​ເສດ (ໃຊ້​ສຳ​ລັບ​ແຍກ​ພະ​ຍາງ​ໃນ​ພາ​ສາ​ລາວ - ຢູ​ນີ​ໂຄດ 200B ).

ວິ​ທີ​ດໍາ​ເນີນ​ການ: ແລ່ນ Word 2000. ຈາກ​ນັ້ນ​ປ່ຽນ​ຟອນ​ມາ​ເປັນ Narin; ແລະ​ສະ​ຫຼັບ​ແປ້ນ​ພິມ​ໃຫ້​ເປັນ​ແປ້ນ​ພິມ​ລາວ (ໃຊ້​ນິ້ວ​ຊີ້​ຊ້າຍ​ກົດ Alt ຊ້າຍ​ຄ້າງ​ໄວ້ ແລະ​ໃຊ້​ນິ້ວ​ກາງ​ຊ້າຍ ເຄາະ​ໃສ່ Shift ຊ້າຍ). ກົດ​ອັກ​ສອນ​ປະ​ສົມ xໍ່, ໃຊ້​ຫນູ​ໄປ​ຢູ່​ດ້ານ​ຊ້າຍ​ຂອງ​ມັນ ເພື່ອ​ເລືອກ​ເອົາ​ມັນ ແລ້ວ​ກົດ Ctrl + C ເພື່ອ​ສໍາ​ເນົາ (Copy) ໄວ້​ໃນ​ຫນ່ວຍ​ຄວາມ​ຈໍາ. ຈາກ​ນັ້ນ​ໃຫ້​ໄປ Tools à AutoCorrect.. ຊຶ່ງ​ເຮົາ​ຈະ​ໄດ້​ຫນ້າ​ຈໍ​ຄື​ລຸ່ມ​ນີ້:

  1. ຕ້ອງ​ໃຫ້​ແນ່​ໃຈ​ວ່າ ຫນ້າ​ຈໍ​ນີ້ ມີ​ຊື່​ວ່າ AutoCorrect: Lao. ໃຫ້​ໃຊ້​ຫນູ​ຄລິກ​ໃສ່​ປ່ອງ Replace ແລ້ວ​ກົດ Ctrl + V ເພື່ອ​ວາງ​ສິ່ງ​ທີ່​ເຮົາ​ໄດ້​ສໍາ​ເນົາ​ໄວ້​ກ່ອນ​ຫນ້າ​ນີ້​ລົງ​ໃສ່ (ຕ້ອງ​ເປັນ​ຮູບ​ຕາ​ສີ່​ຫຼ່ຽມ 1 ຕາ - ກົງ​ກັບ​ອັກ​ສອນ​ປະ​ສົມ xໍ່ 1 ໂຕ), ຈາກ​ນັ້ນ​ໃຫ້​ກົດ Plain text ແລ້ວ​ພິມ 123 ລົງ​ໃນ​ປ່ອງ With (ໃຊ້​ເປັນ​ອັກ​ສອນ​ສື່​ຊຶ່ງ​ຈະ​ເອົາ​ອັກ​ສອນ​ດ່ຽວ xໍ ແລະ x່ ມາ​ແທນ​ໃນ​ພາຍ​ຫຼັງ). ຈາກ​ນັ້ນ​ໃຫ້​ກົດ OK.

  2. ລຶບ​ອັກ​ສອນ​ປະ​ສົມ xໍ່ ຖິ້ມ , ພິມ​ອັກ​ສອນ​ດ່ຽວ xໍ ແລະ x່ ແລ້ວ​ເລືອກ​ພວກ​ມັນ ແລະ​ສໍາ​ເນົາ​ໄວ້​ໃນ​ຫນ່ວຍ​ຄວາມ​ຈໍາ​ດ້ວຍ​ການ​ກົດ Ctrl + C. ຈາກ​ນັ້ນ​ໃຫ້​ໄປ Tools AutoCorrect.. ຊຶ່ງ​ເຮົາ​ຈະ​ໄດ້​ຫນ້າ​ຈໍ​ຄື​ຂ້າງ​ເທີງ (ຕ້ອງ​ໃຫ້​ແນ່​ໃຈ​ວ່າ​ຫນ້າ​ຈໍ​ນີ້ ມີ​ຊື່​ວ່າ AutoCorrect: Lao). ໃຫ້​ເລື່ອນ​ແຖບ​ເລື່ອນ​ເພື່ອ​ໄປ​ຊອກ​ຄໍາ​ກ່ອນ​ຫນ້າ​ນີ້​ທີ່​ເຮົາ​ເອົາ​ເຂົ້າ​ໃນ Autocorrect (ສັງ​ເກດ​ອັກ​ສອນ 123) ແລ້ວ​ຄລິກ​ມັນ​ເພື່ອ​ໃຫ້​ມັນ​ຂື້ນ​ມາ​ຈໍ​ເທີງ, ຈາກ​ນັ້ນ ໃຫ້​ຄລິກ Plain text ແລ້ວ​ກົດ Ctrl + V ເພື່ອ​ແປະ xໍ ແລະ x່ ທີ່​ເຮົາ​ໄດ້​ສໍາ​ເນົາ​ໄວ້​ໃນ​ຫນ່ວຍ​ຄວາມ​ຈໍາ​ກ່ອນ​ຫນ້າ​ນີ້ ລົງ​ໃນ​ປ່ອງ With (ຕ້ອງ​ເປັນ​ຮູບ​ສີ່​ຫຼ່ຽມ 2 ຕາ - ກົງ​ກັບ​ອັກ​ສອນ​ດ່ຽວ xໍ ແລະ x່). ຈະ​ມີ​ຈໍ ຂໍ້​ຄວາມ Replace ຂື້ນ​ມາ, ໃຫ້​ກົດ Replace ແລະ​ກົດ OK ຕາມ​ລໍາ​ດັບ

  3. ສໍາ​ລັບ​ຕົວ​ອັກ​ສອນ​ປະ​ສົມ​ອື່ນໆ ໃຫ້​ປະ​ຕິ​ບັດ​ຄ້າຍໆ​ຄື​ກັບ​ກໍ​ລະ​ນີ xໍ່. ໃຫ້​ປະ​ຕິ​ບັດ​ຈົນ​ຄົບ​ທຸກໆ ອັກ​ສອນ​ປະ​ສົມ. ເມື່ອ​ປະ​ຕິ​ບັດ​ສໍາ​ເລັດ​ແລ້ວ, ເຮົາ​ບໍ່​ຈໍາ​ເປັນ​ທີ່​ຈະ​ໄປ​ເຮັດ​ຢູ່ Excel, Powerpoint ຫຼື Access ອີກ: ເຮົາ​ສາ​ມາດ​ໃຊ້​ຟັງ​ຊັນ Autocorrect ທີ່​ເຮົາ​ໄດ້​ສ້າງ​ຂື້ນ​ໃນ Word ໂດຍ​ອັດ​ຕະ​ໂນ​ມັດ​ໃນ​ໂປຣ​ແກຣມ​ເຫຼົ່າ​ນີ້.

ເພື່ອ​ອໍາ​ນວຍ​ຄວາມ​ສະ​ດວກ​ແກ່​ຜູ້​ອ່ານ, ຫຼີກ​ເວັ້ນ​ການ​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ທີ່​ຫຍຸ້ງ​ຍາກ​ເຫຼົ່າ​ນີ້, ໃຫ້​ຜູ້​ອ່ານ​ດາວ​ໂຫຼດ​ເອົາ​ໄຟລ໌ MSO1108.zip ແລ້ວ​ຄາຍ​ໄຟລ໌​ດັ່ງ​ກ່າວ (ຈະ​ໄດ້ MSO1108.acl - AutoCorrect List File) ລົງ​ໄວ້​ໃນ C:\Windows\Application Data\Microsoft\Office\. AutoCorrect Lao ທີ່​ໄດ້​ນຳ​ສະ​ເຫນີ​ຂ້າງ​ເທິງ​ນີ້, ຈະ​ຖືກ​ເອີ້ນ​ມາ​ໃຊ້​ໂດຍ​ອັດ​ຕະ​ໂນ​ມັດ ເມື່ອ​ທ່ານ​ໃຊ້​ໂປຣ​ແກຣມ​ຊຸດ Microsoft Office 2000.

ດາວ​ໂຫຼດ  MSO1108.zip (1 KB)

ດາວ​ໂຫຼດ​ທັງ​ຫມົດ​ຂອງ​ບົດ​ຄວາມ​ນີ້        ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ           ໄປ​ຫນ້າ 1  2  3  4  5  6  7 8

IV. ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ

ເຖີງ​ວ່າ ຜູ້​ຂຽນ​ຈະ​ສາ​ມາດ​ສ້າງ​ຟອນ​ພາ​ສາ​ລາວ ທີ່​ນຳ​ມາ​ໃຊ້​ເທີງ​ເວັບ​ໂດຍ​ບໍ່​ແຕກ​ໂຕ, ສາ​ມາດ​ສ້າງ​ໄຟລ໌ Codepage ພາ​ສາ​ລາວ, ໄຟລ໌​ຄວບ​ຄຸມ​ແປ້ນ​ພິມ​ພາ​ສາ​ລາວ ແລະ​ສາ​ມາດ​ດັດ​ແປງ Registry ຂອງ Windows ໃຫ້​ສາ​ມາດ​ພິມ​ພາ​ສາ​ລາວ​ໃນ​ໂປຣ​ແກຣມ​ນຳ​ໃຊ້​ຈຳ​ນວນ​ຫນຶ່ງ ໂດຍ​ບໍ່​ຕ້ອງ​ເພີ່ງ​ໂປຣ​ແກຣມ​ຄວບ​ຄຸມ​ແປ້ນ​ພິມ ຂອງ​ບໍ​ລິ​ສັດ​ທີ​ສາມ​ໃດໆ​ໄດ້​ກໍ່​ຕາມ, ແຕ່​ການ​ດຳ​ເນີນ​ການ​ໃນ​ລັກ​ສະ​ນະ​ນີ້ ກໍ່​ຍັງ​ບໍ່​ທັນ​ຖື​ໄດ້​ວ່າ ສົມ​ບູນ​ແບບ​ໄດ້​ເທື່ອ. ເພື່ອ​ປະ​ກອບ​ຫຼັກ​ຖານ​ຢັ້ງ​ຢືນ​ຄຳ​ເຫັນ​ດັ່ງ​ກ່າວ​ນີ້, ຜູ້​ຂຽນຂໍ​ຍົກ​​ເອົາ​ຈຸດ​ຕ່າງໆ​ທີ່​ຜູ້​ຂຽນ​ເຫັນ​ວ່າ ຍັງ​ເປັນ​ຈຸດ​ຄົງ​ຄ້າງ​ໃນ​ວິ​ທີ​ການ​ທີ່​ຜູ້​ຂຽນ​ໄດ້​ນຳ​ສະ​ເຫນີ​ໃນ​ບົດ​ຄວາມ​ນີ້:

  1. ອັກ​ສອນ​ຢູ່​ສັນ​ຍາ​ລັກ​ແປ້ນ​ພິມ​ລາວ ຍັງ​ເປັນ ?? ຢູ່. ຜູ້​ຂຽນ​ໄດ້​ໄປ​ສືບ​ຄົ້ນ​ໃນ Registry ເພື່ອ​ຊອກ​ຫາ​ວິ​ທີ​ປ່ຽນ​ອັກ​ສອນ​ທີ່​ຢູ່​ສັນ​ຍາ​ລັກ​ແປ້ນ​ພິມ​ລາວ ເພື່ອ​ໃຫ້​ເປັນ La ຫຼື​ເປັນ​ໂຕ​ລາວ, ແຕ່​ກໍ່​ຈົນ​ປັນ​ຍາ. ອາດ​ເປັນ​ໄປ​ໄດ້​ວ່າ ສິ່ງ​ດັ່ງ​ກ່າວ​ຢູ່​ໃນ​ໄຟລ໌​ໃດ​ຫນຶ່ງ​ໃນ Windows, ເມື່ອ​ເພີ່ມ​ໂຄດ​ພາ​ສາ​ລາວ​ເຂົ້າ (ຫຼື​ໄປ​ປ່ຽນ​ໂຄດ​ປະ​ເທດ​ທີ່​ເຮົາ​ບໍ່​ໄດ້​ໃຊ້ແລະ​ກໍາ​ນົດ​ໃຫ້​ຫມາຍ​ເຖີງ​ລາວ, ອາດ​ເຮັດ​ໃຫ້​ສາ​ມາດ​ປ່ຽນ​ຈາກ ?? ມາ​ເປັນ La ກໍ່​ໄດ້?!

  2. ບໍ່​ສາ​ມາດ​ພິມ​ເປັນ​ຕົວ​ລາວ​ໃນ​ຟັງ​ຊັນ​ຊອກ​ຫາ​ຄໍາ​ໃນ Office ແຕ່​ໄດ້​ໃນ (Internet Explorer). ຈຸດ​ອ່ອນ​ນີ້ ອາດ​ມາ​ຈາກ​ການ​ໄປ​ດັດ​ແປງ Codepage ໄທ ໃຫ້​ເປັນ Codepage ລາວ ຍັງ​ບໍ່​ທັນ​ຄົບ​ຖ້ວນ - ຫຼື​ບໍ່​ດັ່ງ​ນັ້ນ, Function ຊອກ​ຄໍາ​ຂອງ​ໂປຣ​ແກຣມ​ເຫຼົ່າ​ນີ້ ອາດ​ຍັງ​ບໍ່​ທັນ​ຄໍາ​ນຶງ​ເຖີງ​ຄຸນ​ສົມ​ບັດ​ທາງ​ດ້ານ​ພາ​ສາ​ຊາດ​ຕ່າງໆ.

  3. ໃນ FrontPage 2000, ຈະ​ບໍ່​ສາ​ມາດ​ພິມ​ອອກ​ມາ​ເປັນ​ພາ​ສາ​ລາວ ແລະ​ຈະ​ເປັນ​ອັກ​ສອນ​ສັນ​ຍາ​ລັກ​ລາ​ແຕງ. ຖ້າ​ເຮົາ​ກົດ​ໄປ​ໂມດ HTML ແລ້ວ​ແປງ Charset=windows-1252 ໃຫ້​ເປັນ charset=unicode, ໃນ Preview ຈະ​ເຫັນ​ເປັນ​ພາ​ສາ​ລາວ​ແຕ່​ໃນ Normal ຈະ​ຍັງ​ເຫັນ​ເປັນ​ອັກ​ສອນ​ສັນ​ຍາ​ລັກ​ລາ​ແຕງ​ຄື​ເກົ່າ. ຜູ້​ຂຽນ​ໄດ້​ຕັ້ງ​ພາ​ສາ​ໄທ​ເຂົ້າ ແຕ່​ໄດ້​ສໍາ​ເນົາ Codepage ລາວ ເປັນ Codepage ໄທ ແລະ​ກໍາ​ນົດ​ໃຫ້​ພາ​ສາ​ໄທ​ໃຊ້ kbdnarin.kbd; ຜົນ​ທີ່​ໄດ້​ຮັບ​ໃນ Front Page 2000, ເມື່ອ​ສະ​ຫຼັບ​ແປ້ນ​ພິມ​ໄປ​ໄທ ຈະ​ສາ​ມາດ​ພິມ​ອອກ​ມາ​ເປັນ​ຕົວ​ອັກ​ສອນ​ລາວ ທັງ​ໃນ Normal, HTML ແລະ​ໃນ Preview - ຄົງ​ເປັນ​ຍ້ອນ​ວ່າ FrontPage 2000 ຮັບ​ຮູ້​ພຽງ​ແຕ່​ພາ​ສາ​ທີ່ Windows ຮັບ​ຮູ້. ໃນ Dreamweaver UltraDev, ພາ​ສາ​ລາວ​ຈະ​ເປັນ​ອັກ​ສອນ​ສັນ​ຍາ​ລັກ​ລາ​ແຕງ, ແຕ່​ເມື່ອ​ເບີ່ງ​ໃນ Internet Explorer ຈຶ່ງ​ຈະ​ເຫັນ​ເປັນ​ພາ​ສາ​ລາວ (ແຕ່​ຕ້ອງ​ໄປ​ປັບ​ຄ່າ​ໃນ Encoding ຂອງ Dreamweaver UltraDev ໃຫ້​ໃຊ້​ໄດ້​ສຳ​ລັບ​ພາ​ສາ​ລາວ​ກ່ອນ).

    ທັງ​ຫມົດ​ນີ້ ແມ່ນ​ສ່ວນ​ຫນຶ່ງ​ຂອງ​ຈຸດ​ຄົງ​ຄ້າງ​ທີ່​ຜູ້​ຂຽນ​ສັງ​ເກດ​ເຫັນ. ຢ່າງ​ໃດ​ກໍ່​ຕາມ, ສິ່ງ​ທີ່​ຜູ້​ຂຽນ​ໄດ້​ນໍາ​ສະ​ເຫນີ ອາດ​ພຽງ​ພໍ​ໃນ​ລະ​ດັບ​ຫນຶ່ງ ເພື່ອ​ໃຫ້​ຜູ້​ທີ່​ສົນ​ໃຈ ສາ​ມາດ​ນໍາ​ໄປ​ສ້າງ​ເວັບ​ໄຊ​ພາ​ສາ​ລາວ​ໃຫ້​ແຜ່​ຫຼາຍ ໃຫ້​ກາຍ​ເປັນ​ສື່​ທີ່​ມີ​ປະ​ສິ​ທິ​ພາບ ໃນ​ການ​ກະ​ຈາຍ​ຂ່າວ​ສານ​ຂໍ້​ມູນ ແລະ​ສາ​ລະ​ຄວາມ​ຮູ້ ໃຫ້​ແກ່​ທຸກໆ​ຄົນ ທີ່​ຮູ້ອ່ານ/ຂຽນ​ພາ​ສາ​ລາວ.

ປິດ​ທ້າຍ:

ຜູ້​ຂຽນ ຍອມ​ຮັບ​ວ່າ ຕົນ​ເອງ​ບໍ່​ໄດ້​ເປັນ​ນັກ​ຂຽນ​ໂປຣ​ແກຣມ ແຕ່​ເປັນ​ພຽງ​ນັກ​ຄຶດ ທີ່​ສາ​ມາດ​ຮູ້​ນຳ​ໃຊ້​ເຫດ​ຜົນ​ເລັກໆ​ນ້ອຍໆ ເພື່ອ​ແກ້​ໄຂ​ບັນ​ຫາ​ເລັກໆ​ນ້ອຍໆ​ເທົ່າ​ນັ້ນ. ບັນ​ຫາ​ໃຫຍ່ໆ ທີ່​ກ່ຽວ​ຂ້ອງ​ກັບ ພາ​ສາ​ລາວ ແລະ​ການ​ນຳ​ໃຊ້​ໃນ​ຄອມ​ພິວ​ເຕີ ຍັງ​ມີ​ອີກ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ຊຶ່ງ​ຄອງ​ຄອຍ​ໃຫ້​ນັກ​ຄົ້ນ​ຄ້ວາ - ນັກ​ພັດ​ທະ​ນາ ທີ່​ເປັນ​ຄົນ​ລາວ ແລະ​ຄົນ​ລາວ​ລຸ້ນ​ໃຫມ່ ເປັນ​ຜູ້​ນຳ​ໄປ​ແກ້​ໄຂ. ຜູ້​ຂຽນ​ຂໍ​ເປັນ​ກຳ​ລັງ​ໃຈ​ໃຫ້​ທຸກໆ​ທ່ານ ທີ່​ພ້ອມ​ຈະ​ເດີນ​ໄປ​ຕາມ​ເສັ້ນ​ທາງ​ສາຍ​ນີ້ ແລະ​ຂໍ​ອວຍ​ພອນ​ໃຫ້​ຈົ່ງ​ປະ​ສົບ​ກັບ​ຄວາມ​ສຳ​ເລັດ.

ດາວ​ໂຫຼດ​ທັງ​ຫມົດ​ຂອງ​ບົດ​ຄວາມ​ນີ້        ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ           ໄປ​ຫນ້າ 1  2  3  4  5  6  7