ບົດ​ຄວາມ: ພາ​ສາ​ລາວ ແລະ​ບັນ​ຫາ​ການ​ສະ​ແດງ​ຜົນ​ເທີງ​ເວັບ - ນະ​ຣິນ​-ສັກກຣາຊ

ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ | ຫນ້າ​1 | ຫນ້າ​2 | ຫນ້າ​3 | ຫນ້າ​5 | ຫນ້າ​6 | ຫນ້າ​7 | ຫນ້າ​8 |

ຜູ້​ຂຽນ​ໄດ້​ຕັ້ງ​ຄໍາ​ຖາມ​ຕໍ່​ກັບ​ຕົນ​ເອງ​ວ່າ ເປັນ​ໄປ​ໄດ້​ບໍ ທີ່​ຈະ​ພິມ​ພາ​ສາ​ລາວ​ໃຫ້​ອອກ​ທາງ​ຈໍ​ເຫມືອນ​ເຊັ່ນ​ກັບ​ຄອມ​ພິວ​ເຕີ​ທີ່​ຕິດ​ຕັ້ງ Windows ໄທ ດ້ວຍ​ການ​ສະ​ຫຼັບ​ສັນ​ຍາ​ລັກ​ແປ້ນ​ພິມ​ທີ່​ຢູ່​ດ້ານ​ລຸ່ມ​ຂວາ​ຂອງ​ຈໍ? ຄຳ​ຖາມ​ນ໤ ໄດ້​ເຮັດ​ໃຫ້​ຜູ້​ຂຽນ​ກັບ​ຄືນ​ໄປ​ພິ​ຈາ​ລະ​ນາ​ພາ​ສາ​ໄທ ແລະ​ໄດ້​ສຳ​ເນົາ​ເອົາ​ໄຟລ໌​ທີ່​ໃຊ້​ຄວບ​ຄຸມ​ແປ້ນ​ພິມ​ໃນ​ການ​ພິມ​ພາ​ສາ​ໄທ (kbdth0.kbd) ມາ​ໃສ່​ໃນ​ເຄື່ອງ​ທີ່​ຕິດ​ຕັ້ງ Windows ອັງ​ກິດ. ຜູ້​ຂຽນ​ຫາ​ວິ​ທີ​ທີ່​ຈະ​ຕິດ​ຕັ້ງ​ພາ​ສາ​ໄທ​ເຂົ້າ​ໃນ​ເຄື່ອງ Windows ອັງ​ກິດ. ໂດຍ​ເຂົ້າ​ໄປ Control Panel --> Keyboard --> Language --> Add ແຕ່​ກໍ່​ຍັງ​ບໍ່​ທັນ​ສາ​ມາດ​ທີ່​ຈະ​ເອົາ​ພາ​ສາ​ໄທ​ເຂົ້າ. ຜູ້​ຂຽນ​ຈຶ່ງ​ໄປ​ແລ່ນ Regedit.exe ໃນ C:\windows ແລະ​ເຂົ້າ​ໄປ​ໃນ HKEY_LOCAL_MACHINE\​CurrentControlSet\​Control\​keyboard layouts\ ແລ້ວ​ໄປ Edit --> New --> Key ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ 0000041E ຊື່ງ​ເປັນ​ໂຄດ​ປະ​ເທດ​ຂອງ​ໄທ. ຈາກ​ນັ້ນ​ຜູ້​ຂຽນ ໄດ້​ຄລິກ​ເຂົ້າ​ໄປ​ໃນ 0000041E ແລ້ວ​ໄປ Edit --> String Value ແລະ​ປ່ຽນ​ຊື່​ໃຫ້​ເປັນ layout file; ຈາກ​ນັ້ນ​ຜູ້​ຂຽນ ໄດ້​ຄລິກ​ເຂົ້າ​ໄປ​ໃນ layout file ແລະ​ພິມ kbdth0.kbd. ຕໍ່​ມາ​ຜູ້​ຂຽນ​ໄດ້​ໄປ Edit --> New --> String Value ແລະ​ປ່ຽນ​ຊື່​ໃຫ້​ເປັນ layout text; ຈາກ​ນັ້ນ​ຜູ້​ຂຽນ ໄດ້​ຄລິກ​ເຂົ້າ​ໄປ​ໃນ layout text ແລະ​ພິມ kedmanee (Thai) (ທັງ​ຫມົດ​ນີ້​ໄດ້​ມາ​ຈາກ​ການ​ໄປ​ເປີດ​ເບີ່ງ​ໃນ​ເຄື່ອງ Windows ໄທ). ນອກ​ຈາກ​ນີ້, ຜູ້​ຂຽນ​ຍັງ​ໄດ້​ເຂົ້າ​ໄປ​ໃນ HKEY_LOCAL_MACHINE\​Control\​Nls\​Locale, ຈາກ​ນັ້ນ​ໄປ Edit --> New --> String Value ແລ້ວ​ໄປ​ປ່ຽນ​ຊື່​ໃຫ້​ເປັນ 0000041E ແລ້ວ​ຄລິກ​ເຂົ້າ​ໄປ​ໃນ 0000041E ແລ້ວ​ພິມ Thai. ເປັນ​ອັນ​ວ່າ ການ​ດັດ​ແປງ Registry ຂອງ Windows ແມ່ນ​ສິ້ນ​ສຸດ​ລົງ ແລະ​ຜູ້​ຂຽນ​ໄດ້​ອອກ​ຈາກ Regedit.exe (ຄໍາ​ເຕືອນ: ຜູ້​ທີ່​ຍັງ​ບໍ່​ຖະ​ຫນັດ​ທາງ​ດ້ານ​ການ​ດັດ​ແກ້ Registry ຂອງ Windows, ບໍ່​ຄວນ​ເຂົ້າ​ໄປ​ແປງ Registry ແບບ​ຊະ​ຊາຍ​ເພາະ​ອາດ​ເຮັດ​ໃຫ້​ເຂົ້າ Windows ບໍ່​ໄດ້ ແລະ​ອາດ​ຕ້ອງ​ໄດ້​ຕັ້ງ Windows ໃຫມ່ - ທົ່ວໆ​ໄປ​ອາດ​ແກ້​ໄດ້​ດ້ວຍ​ຄໍາ​ສັ່ງ scanreg /restore ຈາກ​ແຜ່ນ Boot). ຕໍ່​ມາ, ຜູ້​ຂຽນ​ໄດ້​ເຂົ້າ​ໄປ Control Panel --> Keyboard --> Language --> Add ແລະ​ໃນ​ເທື່ອ​ນີ້ , ສາ​ມາດ​ເພີ່ມ​ແປ້ນ​ພິມ​ພາ​ສາ​ໄທ​ເຂົ້າ​ຕື່ມ​ນອກ​ເຫນືອ​ຈາກ​ແປ້ນ​ພິມ​ອັງ​ກິດ​ທີ່​ມີ​ຢູ່​ກ່ອນ​ແລ້ວ ( ແປ້ນ​ພິມ​ໃນ​ທີ່​ນີ້ ຫມາຍ​ເຖີງ​ສັນ​ຍາ​ລັກ​ທີ່​ມີ​ຕົວ​ອັກ​ສອນ En ແລະ Th ທີ່​ປາ​ກົດ​ຢູ່​ແຈ​ລຸ່ມ​ຂວາ​ຂອງ​ຈໍ). ຜູ້​ຂຽນ​ໄດ້​ລອງ​ໃຊ້​ແປ້ນ​ພິມ​ໄທ​ເພື່ອ​ພິມ​ອັກ​ສອນ​ໄທ ທີ່​ມີ​ໃນ​ຟອນ Narin.ttf ແລະ​ເຫັນ​ວ່າ​ໃຊ້​ໄດ້​ດີ​ເຫມືອນ​ກັບ​ຢູ່​ໃນ Windows ໄທ ແລະ​ບໍ່​ມີ​ບັນ​ຫາ​ໃດໆ ແມ່ນ​ແຕ່​ໃນ Internet Explorer 5.5. ຄວາມ​ຄຶດ​ຕໍ່​ມາ​ຂອງ​ຜູ້​ຂຽນ​ຄື: ນໍາ​ເອົາ​ແປ້ນ​ພິມ​ພາ​ສາ​ລາວ​ເຂົ້າ​ໃນ Windows ອັງ​ກິດ​ເຫມືອນ​ດັ່ງ​ທີ່​ໄດ້​ເອົາ​ແປ້ນ​ພິມ​ໄທ​ເຂົ້າ​ກ່ອນ​ຫນ້າ​ນີ້.

ດາວ​ໂຫຼດ​ທັງ​ຫມົດ​ຂອງ​ບົດ​ຄວາມ​ນີ້    ໄປ​ຕອນ​ຕົ້ນ​ຂອງ​ຫນ້າ    ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ           ໄປ​ຫນ້າ 1  2  3  4 5