ຮູບພາບພິທີໄຂສົກຮຽນ 2003

| ກັບຄືນເວັບຫນ້າທຳອິດ | ກັບຄືນຫນ້າເວັບ "ການສຶກສາ" | ກັບຄືນຫນ້າເວັບ "ມະຫາວິທະຍາໄລ"ກັບຄືນ "ຄະນະວິທະຍາສາດທຳມະຊາດ" |

ຮູບ​ພາບ​ພິ​ທີ​ຜ່ານ​ບົດ​ສະ​ຫຼຸບ ປະ​ຈຳ​ສົກ​ຮຽນ 2002-2003 ແລະ​ແຜນ​ການ​ສົກ​ຮຽນ 2003-2004

ອາ​ຈານ ສັກ​ມອນ ສິ​ຣິ​ສັກ,  ຄະ​ນະ​ຈັດ​ຕັ້ງ​ພິ​ທີ  ກ່າວ​ເປີດ​ກອງ​ປະ​ຊຸມ ແລະ​ສະ​ເໜີ​ແຂກ

 ຮສ. ດຣ. ບົວ​ໄຂ​ຄອນ ສະ​ແຫວງ​ສຶກ​ສາ  ຜ່ານ​ບົດ​ສະ​ຫຼຸບ ປະ​ຈຳ​ສົກ​ຮຽນ 2002-2003 ແລະ​ແຜນ​ການ​ສົກ​ຮຽນ 2003-2004

ທ່ານ ນ. ແສງ​ເດືອນ ຫຼ້າ​ຈັນ​ທະ​ບູນ, ຫົວ​ໜ້າ​ກົມ​ສ້າງ​ຄູ ເປັນ​ກຽດ​ມອບ​ລາງ​ວັນ​ໃຫ້ ຕາງ​ໜ້າ​ຕົວ​ເດັ່ນ​ປະ​ເພດ I.

ຮສ. ດຣ. ບົວ​ໄຂ​ຄອນ ສະ​ແຫວງ​ສຶກ​ສາ ເປັນ​ກຽດ​ມອບ​ລາງ​ວັນ​ໃຫ້ ຕາງ​ໜ້າ​ຕົວ​ເດັ່ນ​ປະ​ເພດ II.

ດຣ. ສຸນ​ທອນ ພົມ​ມະ​ສອນ ເປັນ​ກຽດ​ມອບ​ລາງ​ວັນ​ໃຫ້ ຕາງ​ໜ້າ​ຕົວ​ເດັ່ນ​ປະ​ເພດ III.

ດຣ. ສົມ​ກຽດ ພະ​ສີ ເປັນ​ກຽດ​ມອບ​ລາງ​ວັນ​ໃຫ້ ຕາງ​ໜ້າ​ຕົວ​ເດັ່ນ​ປະ​ເພດ ພິ​ເສດ.

ບັນ​ຍາ​ກາດ​ໃນ​ການ​ພັກ​ຜ່ອນ ເພື່ອ​ດື່ມ​ຊາ-ກາ​ເຟ ກ່ອນ​ກອງ​ປະ​ຊຸມ​ຊ່ວງ​ທີ​ສອງ

ດຣ. ພູ​ສີ ອິນ​ທະ​ປັນ​ຍາ ແລະ ອາ​ຈານ ຈັນ​ດາ ວົງ​ສົມ​ບັດ, ຜູ້​ສະ​ເໜີ​ການ​ສຳ​ມະ​ນາ​ວິ​ຊາ​ການ ໃນ​ຫົວ​ຂໍ້ "ຜົນ​ຂອງ​ການ​ວິ​ໄຈ​ທາງ​ເຄ​ມີ​ສາດ, ຊີ​ວະ​ສາດ ກ່ຽວ​ກັບ​ນໍ້າ​ເປື້ອນ​ບຶງ​ທາດ​ຫຼວງ"

ອາ​ຈານ ບຸນ​ນຳ ປະ​ທຸມ​ທອງ, ຜູ້​ສະ​ເໜີ​ການ​ສຳ​ມະ​ນາ​ວິ​ຊາ​ການ ໃນ​ຫົວ​ຂໍ້ "ການ​ດຳ​ເນີນ​ໂຄງ​ການ​ວິ​ໄຈ - ຜົນ​ກະ​ທົບ​ຈາກ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ຕໍ່​ກັບ​ສິ່ງ​ແວດ​ລ້ອມ ທີ່​ແຂວງ​ບໍ​ລິ​ຄຳ​ໄຊ"

ບັນ​ຍາ​ກາດ​ການ​ຮັບ​ປະ​ທານ​ອາ​ຫານ​ທ່ຽງ ທີ່​ຫໍ​ພັກ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ

ອາ​ຈານ ສັກ​ມອນ ສິ​ຣິ​ສັກ, ຫົວ​ໜ້າ​ພາກ​ວິ​ຊາ ຄະ​ນິດ​ສາດ ແລະ​ຄອມ​ພິວ​ເຕີ ນຳ​ສະ​ເໜີ​ຕໍ່​ກັບ ພາກ​ວິ​ຊາ​ຄະ​ນິດ​ສາດ ແລະ​ຄອມ​ພິວ​ເຕີ ແລະ​ພາ​ລະ​ບົດ​ບາດ​ຂອງ​ຄະ​ນິດ​ສາດ ແລະ​ຄອມ​ພິວ​ເຕີ
ຮສ. ບຸນ​ມີ ອຸບ​ປະ​ຮາດ, ຫົວ​ໜ້າ​ພາກ​ວິ​ຊາ ເຄ​ມີ​ສາດ ນຳ​ສະ​ເໜີ​ຕໍ່​ກັບ ພາກ​ວິ​ຊາ​ເຄ​ມີ​ສາດ ແລະ​ພາ​ລະ​ບົດ​ບາດ​ຂອງ​ເຄ​ມີ​ສາດ

ອາ​ຈານ ຈັນ​ດາ ວົງ​ສົມ​ບັດ, ຮອງ​ຫົວ​ໜ້າ​ພາກ​ວິ​ຊາ​ຊີ​ວະ​ສາດ ນຳ​ສະ​ເໜີ​ຕໍ່​ກັບ ພາກ​ວິ​ຊາ​ຊີ​ວະ​ສາດ ແລະ​ພາ​ລະ​ບົດ​ບາດ​ຂອງ​ຊີ​ວະ​ສາດ

ອາ​ຈານ ບຸນ​ຜັນ ຕົ້ນ​ແພງ, ຫົວ​ໜ້າ​ພາກ​ວິ​ຊາ​ຟີ​ຊິກ​ສາດ ນຳ​ສະ​ເໜີ​ຕໍ່​ກັບ ພາກ​ວິ​ຊາ​ຟີ​ຊິກ​ສາດ ແລະ​ພາ​ລະ​ບົດ​ບາດ​ຂອງ​ຟີ​ຊິກ​ສາດ


ບັນ​ຍາ​ກາດ​ໃນ​ການ​ຮັບ​ປະ​ທານ​ອາ​ຫານ​ຕອນ​ຄ່ຳ ຕໍ່​ໜ້າ​ຕຶກ​ຄະ​ນະ​ວິ​ທະ​ຍາ​ສາດ ຫຼັງ​ຈາກ​ທີ່​ສິ້ນ​ສຸດ​ການ​ຢ້ຽມ​ຊົມ​ຜົນ​ງານ ແລະ​ການ​ວາງ​ສະ​ແດງ​ຂອງ​ແຕ່​ລະ​ພາກ​ວິ​ຊາ

ການ​ສະ​ແດງ​ສິນ​ລະ​ປະ-​ວັນ​ນະ​ຄະ​ດີ ຂອງ​ນັກ​ສຶກ​ສາ ຫຼັງ​ຈາກ​ການ​ຮັບ​ປະ​ທານ​ອາ​ຫານ​ຄໍ່າ​ສິ້ນ​ສຸດ​ລົງ

ການ​ຟ້ອນ​ລຳ​ວົງ​ສາ​ມັກ​ຄີ ຫຼັງ​ການ​ຮັບ​ປະ​ທານ​ອາ​ຫານ​ຄໍ່າ, ໃນ​ຊ່ວງ​ພົບ​ປະ-​ສັງ​ສັນ

ບັນ​ຍາ​ກາດ ຢູ່​ມູມ​ໜຶ່ງ​ໃນ​ງານ​ພົບ​ປະ-​ສັງ​ສັນ

ກັບ​​ຄືນ​ຕອນ​​ຕົ້ນ​​ຂອງ​​ຫນ້າ