ການ​ສຶກ​ສາ

| ກັບ​ຄືນ​ເວັບ​ຫນ້າ​ທໍາ​ອິດ | ອາ​ນຸ​ບານ | ປະ​ຖົມ | ມັດ​ທະ​ຍົມ​ຕົ້ນ | ມັດ​ທະ​ຍົມ​ປາຍ | ອາ​ຊີ​ວະ| ມະ​ຫາ​ວິ​ທະ​ຍາ​ໄລ | ດາວໂຫຼດ |

ຫນ້າ​ເວັບ​ນີ້, ມີ​ຈຸດ​ປະ​ສົງ​ຫຼັກ​ເພື່ອ​ເຜີຍ​ແຜ່​ເອ​ກະ​ສານ-ຕໍາ​ລາ​ຮຽນ/​ສອນ ທີ່​ໃຊ້​ໃນ​ສະ​ຖາ​ບັນ​ການ​ສຶກ​ສາ​ຕ່າງໆ​ໃນ​ລາວ ເພື່ອ​ໃຫ້​ຄົນ​ທີ່​ສົນ​ໃຈ​ສາ​ມາດ​ດາວ​ໂຫຼດ​ໄປ​ໃຊ້​ໂດຍ​ບໍ່​ເສຍ​ຄ່າ​ໃຊ້​ຈ່າຍ​ໃດໆ. ແນ່​ນອນ​ທີ່​ວ່າ ເອ​ກະ​ສານ​ເຫຼົ່າ​ນີ້, ເກີດ​ຂື້ນ​ມາ​ຍ້ອນ​ການ​ເສຍ​ສະ​ຫຼະ​ເຫື່ອ​ແຮງ-ສະ​ຕິ​ປັນ​ຍາ​ໃນ​ການ​ຂຽນ/ຮຽບ​ຮຽງ ຫຼື​ແປ. ການ​ນໍາ​ມາ​ເຜີຍ​ແຜ່​ໃຫ້​ເປັນ​ວິ​ທະ​ຍາ​ທານ ຍ່ອມ​ດີ​ກ່ວາ​ການ​ເກັບ​ຮັກ​ສາ​ໄວ້ ໂດຍ​ຫາ​ປະ​ໂຫຍດ​ອັນ​ໃດ​ບໍ່​ໄດ້. ຈິງ​ຢູ່​ທີ່​ວ່າ ຄ່າ​ຕອບ​ແທນ​ແມ່ນ​ເປັນ​ປັດ​ໄຈ ເພີ່ອ​ໃຫ້​ຜູ້​ຂຽນ/​ຮຽບ​ຮຽງ ຫຼື​ແປ ສາ​ມາດ​ສ້າງ​ຜົນ​ງານ​ໃຫມ່ໆ​ອອກ​ມາ; ແຕ່​ສະ​ພາບ​ການ​ໃນ​ປັດ​ຈຸ​ບັນ​ນີ້, ຍັງ​ບໍ່​ທັນ​ເຫມາະ​ທີ່​ຈະ​ດໍາ​ເນີນ​ການ​ໃນ​ລັກ​ສະ​ນະ​ດັ່ງ​ກ່າວ​ໄດ້ ເພາະ​ວັດ​ທະ​ນະ​ທໍາ​ການ​ຮຽນ​ຮູ້ ຂອງ​ພວກ​ເຮົາ​ສ່ວນ​ໃຫຍ່, ຍັງ​ບໍ່​ທັນ​ເຖີງ​ຂັ້ນ​ທີ່​ຈະ​ຍອມ​ເສຍ​ເງິນ (ໂດຍ​ກົງ) ເພື່ອ​ຊື້​ເອົາ​ຄວາມ​ຮູ້​ມາ​ໃສ່​ຕົນ: ລັດ​ຕ້ອງ​ເສຍ​ເງິນ​ເພື່ອ​ອຸດ​ຫນູນ (ທາງ​ກົງ ແລະ​ທາງ​ອ້ອມ) ໃຫ້​ນັກ​ຮຽນ/​ນັກ​ສືກ​ສາ ເພື່ອ​ໃຫ້​ເຂົາ​ເຈົ້າ​ສຶກ​ສາ​ຮໍ່າ​ຮຽນ, ຜູ້​ຈັດ​ສໍາ​ມະ​ນາ ຕ້ອງ​ໄດ້​ເສຍ​ເງິນ​ໃຫ້​ຜູ້​ເຂົ້າ​ຮ່ວມ​ສໍາ​ມະ​ນາ (ຈ້າງ​ມາ​ຟັງ?!) ແລະ​ອື່ນໆ. ດັ່ງ​ນັ້ນ, ການ​ນໍາ​ເອົາ​ວິ​ຊາ​ຄວາມ​ຮູ້​ມາ​ເຜີຍ​ແຜ່ ໃຫ້​ເປັນ​ວິ​ທະ​ຍາ​ທານ​ໂດຍ​ບໍ່​ໄດ້​ເສຍ​ເງິນ​ໃຫ້​ຜູ້​ນໍາ​ໄປ​ໃຊ້ ຈຶ່ງ​ຖື​ໄດ້​ວ່າ​ເປັນ​ການ​ລົງ​ທຶນ​ທີ່​ມີ​ປະ​ສິ​ທິ​ຜົນ​ກ່ວາສອງ​ກໍ​ລະ​ນີ​ທີ່​ໄດ້​ຍົກ​ຂື້ນ​ກ່ອນ​ຫນ້າ​ນີ້. ຢ່າງ​ໃດ​ກໍ່​ຕາມ, ສະ​ພາບ​ການ​ຄົງ​ບໍ່​ເປັນ​ເຊັ່ນ​ນີ້​ຕະ​ຫຼອດ​ໄປ: ເມື່ອ​ໃດ​ທີ່​ຄົນ​ມີ​ການ​ສຶກ​ສາ, ມີ​ຄວາມ​ຮູ້​ສູງ​ຂື້ນ, ເຂົາ​ເຈົ້າ​ຈະ​ມີ​ວຽກ​ເຮັດ​ງານ​ທໍາທີ່​ໃຫ້​ອັດ​ຕາ​ຄ່າ​ຈ້າງ​ສູງ ແລະ​ເຂົາ​ເຈົ້າ​ຈະ​ເຫັນ​ຄວາມ​ສໍາ​ຄັນ​ຂອງ​ວິ​ຊາ​ຄວາມ​ຮູ້ ແລະ​ຍິນ​ດີ​ທີ່​ຈະ​ເສຍ​ເງິນ​ເພື່ອ​ຫາ​ຄວາມ​ຮູ້​ໃສ່​ຕົນ. ເວ​ລາ​ນັ້ນ ຄົງ​ບໍ່​ດົນ​ເກີນ​ໄປ ຖ້າ​ປັນ​ຍາ​ຊົນ​ຄົນ​ລາວ ພ້ອມ​ທີ່​ຈະ​ແບ່ງ​ປັນ​ຄວາມ​ຮູ້​ທີ່​ຕົນ​ມີ ໃຫ້​ຄົນ​ລາວ​ຜູ້​ອື່ນໆ ທີ່​ຍັງ​ບໍ່​ທັນ​ມີ​ກໍາ​ລັງ​ຊັບ ແຕ່​ມີ​ຄວາມ​ມຸ່ງ​ຫມັ້ນ​ຂົນ​ຂວາຍ​ຫາ​ຄວາມ​ຮູ້​ໃສ່​ຕົນ. "ຈົ່ງ​ໃຫ້​ໂອ​ກາດ​ແກ່​ຄົນ​ອື່ນໆ ແລ້ວ​ຄົນ​ອື່ນໆ ຈະ​ໃຫ້​ໂອ​ກາດ​ແກ່​ທ່ານ​ເຊັ່ນ​ກັນ".

    ຫນ້າ​ເວັບ​ການ​ສຶກ​ສາ​ນີ້, ຍັງ​ຮັບ​ເຜີຍ​ແຜ່ ປະ​ກາດ/​ແຈ້ງ​ການ ພ້ອມ​ທັງ​ຂ່າວ​ສານ​ຂໍ້​ມູນ​ທີ່​ຫນ້າ​ສົນ​ໃຈ​ຕ່າງໆ ຂອງ​ໂຮງ​ຮຽນ-ສະ​ຖາ​ບັນ​ການ​ສຶກ​ສາ​ທຸກໆ​ແຫ່ງ (ເອ​ກະ​ຊົນ ແລະ​ລັດ). ກະ​ລຸ​ນາ​ຕິດ​ຕໍ່​ບັນ​ນາ​ທິ​ການ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍ​ໃດໆ.

    ບັນ​ນາ​ທິ​ການ ຂໍ​ໃຊ້​ສິດ ທີ່​ຈະ​ນຳ​ສະ​ເຫນີ​ຂ່າວ​ສານ​ຂໍ້​ມູນ​ຕ່າງໆ ທີ່​ຄຶດ​ວ່າ​ຈະ​ເປັນ​ປະ​ໂຫຍດ ແກ່​ມະ​ຫາ​ຊົນ ໂດຍ​ຈະ​ບໍ່​ຖາມ​ຄຳ​ເຫັນ​ໃດໆ​ກັບ​ພາກ​ສ່ວນ​ຫຼື​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ ເພາະ​ຖື​ວ່າ​ແມ່ນ​ຂ່າວ​ສານ​ຂໍ້​ມູນ​ມະ​ຫາ​ຊົນ. ຖ້າ​ພາກ​ສ່ວນ/​ບຸກ​ຄົນ​ໃດ​ເຫັນ​ວ່າ ຂໍ້​ຄວາມ​ໃນ​ຂ່າວ​ສານ​ຂໍ້​ມູນ​ທີ່​ໄດ້​ນຳ​ສະ​ເຫນີໃນ​ເວັບ​ໄຊ​ນີ້ ມີ​ອັນ​ຄາດ​ເຄື່ອນ, ບໍ່​ຖືກ​ຕ້ອງ ຫຼື​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ຕົນ, ກະ​ລຸ​ນາ​ສົ່ງ​ຂ່າວ​ແກ່​ບັນ​ນາ​ທິ​ການ ເພື່ອ​ຈະ​ໄດ້​ທຳ​ການ​ດັດ​ແປງ​ແກ້​ໄຂ ຫຼື​ລຶບ​ອອກ. ກະ​ລຸ​ນາ​ຂຽນ​ເປັນ​ພາ​ສາ​ລາວ ຕາມ​ທີ່​ຢູ່​ໃນ​ຫນ້າ​ເວັບ​ທຳ​ອິດ. ຂໍ​ຂອບ​ໃຈ​ສຳ​ລັບ​ການ​ຮ່ວມ​ມື.

ກັບ​ຄືນ​ຕອນ​ຕົ້ນ​ຂອງ​ຫນ້າ

ດາວໂຫຼດຈາກ ນະຣິນ - ສັກກຣາຊ

ລາຍລະອຽດ

ດາວໂຫຼດ

ຜູ້ທີ່ຄວນສົນໃຈ/ຂໍ້​ມູນ

"ຄູ່​ມື​ຂຽນ​ບົດ​ໂຄງ​ການ​ຈົບ​ຊັ້ນ ລະ​ດັບ​ປະ​ລິນ​ຍາ​ຕີ (ສຳ​ລັບ​ທຸກ​ພາກ​ວິ​ຊາ​ຂອງ​ສະ​ຖາ​ບັນ​ການ​ສຶກ​ສາ​ພາກ​ລັດ ແລະ​ພາກ​ເອ​ກະ​ຊົນ)" ຂຽນໂດຍ ນະຣິນ-ສັກກຣາຊ, Narin Corporation, 2001. ປື້ມ​ນີ້, ຈະ​ໃຫ້​ຄໍາ​ແນະ​ນໍາ ໃນ​ການ​ຈັດ​ຮູບ​ແບບ​ຂອງ​ບົດ​ໂຄງ​ການ​ຈົບ​ຊັ້ນ​ ສຳ​ລັບ​ການ​ພິມ​ດ້ວຍ​ຄອມ​ພິວ​ເຕີ ແລະ​ຄໍາ​ແນະ​ນໍາ​ທີ່​ເປັນ​ປະ​ໂຫຍດ​ຕ່າງໆ​ຫຼາຍໆ​ຢ່າງ.

ຄູ່​ມື (graduation.zip - 595 KB)

ໄຟລ໌ປະກອບ (xtra.zip - 136 KB)

ຕົວ​ຢ່າງ​ແຜ່ນ​ໃສ (sample.zip - 57 KB)

ນັກ​ສຶກ​ສາ​ປີ​ສຸດ​ທ້າຍ ທຸກໆ​ຄະ​ນະ​ວິ​ຊາ; ນັກ​ສຶກ​ສາ ທີ່​ເຮັດ​ລາຍ​ງານ ສົ່ງ​ອາ​ຈານ ແລະ​ອາ​ຈານ​ນຳ​ພາ ບົດ​ໂຄງ​ການ​ຈົບ​ຊັ້ນ.

ບົດ​ສອນ/​ແຜ່ນ​ໃສ ວິ​ຊາ​ຄະ​ນິດ​ສາດ (ສຳ​ລັບ​ນັກ​ເສດ​ຖະ​ສາດ-​ຄຸ້ມ​ຄອງ) ຂຽນ​ໂດຍ ນະ​ຣິນ - ສັກ​ກຣາຊ, Narin Corporation, 2001, ໃຊ້​ຄູ່​ກັບ ປື້ມ​ຕຳ​ລາ​ວິ​ຊາ​ຄະ​ນິດ​ສາດ, ແປ ແລະ​ຮຽບ​ຮຽງ​ໂດຍ ທັນ ອົບ​ມາ​ໄລ ແລະ​ນະ​ຣິນ - ສັກ​ກຣາຊ, ຄະ​ນະ​ເສດ​ຖະ​ສາດ ແລະ​ການ​ຄຸ້ມ​ຄອງ, 1999 (ປຶ້ມ​ຕຳ​ລາ​ມີ​ຈຳ​ຫນ່າຍ​ທີ່ ຄະ​ນະ​ເສດ​ຖະ​ສາດ ແລະ​ການ​ຄຸ້ມ​ຄອງ ໃນ​ລາ​ຄາ 16000 ກີບ).

math.zip (772 KB)

ນັກ​ສຶກ​ສາ​ປີ​ທີ​ III ຄະ​ນະ​ເສດ​ຖະ​ສາດ ແລະ​ການ​ຄຸ້ມ​ຄອງ ແລະ​ຜູ້​ທີ່​ສົນ​ໃຈ​ອື່ນໆ; ຄູ-​ອາ​ຈານ ທີ່​ສອນ​ວິ​ຊາ​ນີ້​ໃນ​ຄະ​ນະ/​ວິ​ທະ​ຍາ​ໄລ​ຕ່າງໆ ອາດ​ນຳ​ເອົາ​ໄປ​ດັດ​ແປງ, ແກ້​ໄຂ-​ເພີ່ມ​ເຕີມ ໃຫ້​ເຫມາະ​ກັບ​ຊັ້ນ​ທີ່​ຕົນ​ສອນ. ​

ບົດ​ສອນ/​ແຜ່ນ​ໃສ ວິ​ຊາ​ຄຸ້ມ​ຄອງ​ລະ​ບົບ​ຂ່າວ​ສານ​ຂໍ້​ມູນ ຂຽນ​ໂດຍ ນະ​ຣິນ - ສັກ​ກຣາຊ, Narin Corporation, 2001, ໃຊ້​ຄູ່​ກັບ ປື້ມ​ຕຳ​ລາ​ວິ​ຊາ​ຄຸ້ມ​ຄອງ​ລະ​ບົບ​ຂ່າວ​ສານ​ຂໍ້​ມູນ, ແປ ແລະ​ຮຽບ​ຮຽງ​ໂດຍ ນະ​ຣິນ - ສັກ​ກຣາຊ, ຄະ​ນະ​ເສດ​ຖະ​ສາດ ແລະ​ການ​ຄຸ້ມ​ຄອງ, 2000 (ປຶ້ມ​ຕຳ​ລາ​ມີ​ຈຳ​ຫນ່າຍ​ທີ່ ຄະ​ນະ​ເສດ​ຖະ​ສາດ ແລະ​ການ​ຄຸ້ມ​ຄອງ ໃນ​ລາ​ຄາ 18000 ກີບ).

mis.zip

ນັກ​ສຶກ​ສາ​ປີ​ທີ​ IV ພາກ​ວິ​ຊາ​ຄຸ້ມ​ຄອງ, ຄະ​ນະ​ເສດ​ຖະ​ສາດ ແລະ​ການ​ຄຸ້ມ​ຄອງ ແລະ​ຜູ້​ທີ່​ສົນ​ໃຈ​ອື່ນໆ.

ບົດ​ສອນ/​ແຜ່ນ​ໃສ ວິ​ຊາ​ຄຸ້ມ​ຄອງ​ໂຄງ​ການ ຂຽນ​ໂດຍ ນະ​ຣິນ - ສັກ​ກຣາຊ, Narin Corporation, 2001, ໃຊ້​ຄູ່​ກັບ ປື້ມ​ຕຳ​ລາ​ວິ​ຊາ​ຄຸ້ມ​ຄອງ​ໂຄງ​ການ, ແປ ແລະ​ຮຽບ​ຮຽງ​ໂດຍ ນະ​ຣິນ - ສັກ​ກຣາຊ, ຄະ​ນະ​ເສດ​ຖະ​ສາດ ແລະ​ການ​ຄຸ້ມ​ຄອງ, 2000 (ປຶ້ມ​ຕຳ​ລາ​ຍັງ​ບໍ່​ທັນ​ມີ​ຈຳ​ຫນ່າຍ​ທີ່ ຄະ​ນະ​ເສດ​ຖະ​ສາດ ແລະ​ການ​ຄຸ້ມ​ຄອງ).

project.zip

ນັກ​ສຶກ​ສາ​ປີ​ທີ V ພາກ​ວິ​ຊາ​ຄຸ້ມ​ຄອງ, ຄະ​ນະ​ເສດ​ຖະ​ສາດ ແລະ​ການ​ຄຸ້ມ​ຄອງ ແລະ​ຜູ້​ທີ່​ສົນ​ໃຈ​ອື່ນໆ.

ຫມາຍ​ເຫດ: ໄຟລ໌​ທີ່​ຄາຍ​ອອກ​ມາ​ຈາກ​ການ​ດາວ​ໂຫຼດ​ຂ້າງ​ເທີງ ມີ​ການ​ໃຊ້​ຟອນ​ລາວ​ໃນ​ຕະ​ກຸນ​ທີ່​ລົງ​ທ້າຍ​ດ້ວຍ Lao (Saysettha Times - ຄ້າຍ​ຄື​ກັບ Chanthabouli Lao) ແລະ 95 (Saysettha 95New - ຄ້າຍ​ຄື​ກັບ Saysettha 95). ຟອນ​ເຫຼົ່າ​ນີ້​ໄດ້​ຖືກ​ບີບ​ອັດ​ໃນ fonts.zip. ນອກ​ຈາກ​ນີ້, ບາງ​ໄຟລ໌ ຍັງ​ຢູ່​ໃນ​ຮູບ​ແບບ​ຂອງ pdf ຊຶ່ງ​ຄວນ​ຕ້ອງ​ມີ Acroabat Reader 3 ເພື່ອ​ໃຊ້​ເປີດ (Reader 4 ຫຼື 5 ຈະ​ເຮັດ​ໃຫ້​ບໍ່​ເຫັນ​ຕົວ ນ). ການ​ຕິດ​ຕັ້ງ Acrobat Reader3 ຄວນ​ຕ້ອງ uninstall Reader 4 ຫຼື 5 ອອກ​ກ່ອນ, ຈາກ​ນັ້ນ​ຈຶ່ງ​ຕິດ​ຕັ້ງ Reader 3.

fonts.zip (300 KB)

  • Acrobat Reader 3, 4 ແລະ 5 ແມ່ນ​ຟຣີ​ແວ ຂອງ​ບໍ​ລິ​ສັດ Adobe Systems Incorporated (Reader 3 ບໍ່​ສາ​ມາດ​ດາວ​​ໂຫຼດ​​ໄດ້​ຈາກ http://www.adobe.com. ໃຫ້​ຊອກ​ເບີ່ງ​ໃນ​ແຜ່ນ CD ເກົ່າ ທີ່​ແຖມ​ມາ​ພ້ອມ​ກັບ ອຸ​ປະ​ກອນ​ພ່ວງ​ຕໍ່​ກັບ​ຄອມ​ພິວ​ເຕີ.

  • Winzip81 ແມ່ນ​ແຊ​ແວ ຂອງ​ບໍ​ລິ​ສັດ Winzip Computing, Inc. (ດາວ​ໂຫຼດ​ໄດ້​ທີ່ http://www.download.com).