ບັນນາທິການຖະແຫຼງ

ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ | ບັນນາທິການຖະແຫຼງ1 | ບັນນາທິການຖະແຫຼງ2 |

ບັນນາທິການຖະແຫຼງ3

ສະບາຍດີທຸກໆທ່ານ.

ຕັ້ງ​ແຕ່ອອກ​ບັນ​ນາ​ທິ​ການ​ຖະ​ແຫຼງ​ຄັ້ງ​ກ່ອນ ຈົນ​ຮອດ​ປັດ​ຈຸ​ບັນ ພໍ​ດີ​ເປັນ 4 ເດືອນ. ສາ​ເຫດ​ທີ່​ເກີດ​ຄວາມ​ບໍ່​ຕໍ່​ເນື່ອງ​ດັ່ງ​ກ່າວ ຍ້ອນ​ມີ​ຄວາມ​ຕິດ​ຂັດ​ເລື່ອງ​ສ່ວນ​ຕົວ ແລະ​ມີ​ບັນ​ຫາ​ກັບ​ຜູ້​ໃຫ້​ບໍ​ລິ​ການ​ເນື້ອ​ທີ່​ເວັບ​ຟຣີ. ຮອດ​ປັດ​ຈຸ​ບັນ​ນີ້, ກໍ່​ຍັງ​ແກ້​ບັນ​ຫາ​ບໍ່​ທັນ​ຕົກ: ອາດ​ຕ້ອງ​ໄດ້​ຊອກ​ຜູ້​ໃຫ້​ເຊົ່າ​ເນື້ອ​ທີ່​ເວັບ​ລາຍ​ອື່ນ ແລະ​ຕ້ອງ​ເສຍ​ຄ່າ​ເຊົ່າ. ຢ່າງ​ໃດ​ກໍ່​ຕາມ, ເພື່ອ​ບໍ່​ໃຫ້​ເກີດ​ຄວາມ​ຊະ​ງັກ​ງັນ ໃນ​ການ​ເຜີຍ​ແຜ່ Narin Script, ຊຶ່ງ​ຈະ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ຄົນ​ໃຊ້​ຄອມ​ພິວ​ເຕີ​ທີ່​ເປັນ​ຄົນ​ລາວ, ສາ​ມາດ​ຂຽນ​ເວັບ​ໄຊ​ເປັນ​ພາ​ສາ​ລາວ, ສົ່ງ​ອີ​ເມ​ໃນ Yahoo ແລະ Hotmail ໃຫ້​ເປັນ​ພາ​ສາ​ລາວ, ຂ້າ​ພະ​ເຈົ້າ​ຈຶ່ງ ສືບ​ຕໍ່​ການ​ດຳ​ເນີນ​ງານ​ຂອງ​ເວັບ​ໄຊ​ຕົວ​ນີ້ ໂດຍ​ການ​ອັດ​ເວັບ​ລົງ​ໃສ່​ໃນ​ແຜ່ນ CD ໃຫ້​ຜູ້​ທີ່​ສົນ​ໃຈ - ຊາມ​ຊາ​ການ​ຈອງ​ເນື້ອ​ທີ່​ເຊົ່າ​ເວັບ​ລາຍ​ໃຫມ່, ສຳ​ເລັດ​ເມື່ອ​ໃດ ຈຶ່ງ​ຈະ​ແຈ້ງ​ຂ່າວ​ໃຫ້​ຮູ້​ໃນ​ພາຍ​ຫຼັງ.

    ສຳ​ລັບ Narin Sakkraj Website ສະ​ບັບ CD ນີ້, ຂ້າ​ພະ​ເຈົ້າ ມີ​ຂ່າວ​ດີ​ສຳ​ລັບ​ຜູ້​ທີ່​ຕ້ອງ​ການ​ຕິດ​ຕັ້ງ Narin Script ໃສ່​ເຄື່ອງ​ທີ່​ຕິດ​ຕັ້ງ Windows XP (ສຳ​ລັບ​ຜູ້​ທີ່​ໃຊ້ Windows 2000 - ຂັ້ນ​ຕອນ​ຈະ​ມີ​ຫຼັກ​ການ​ຄ້າຍ​ຄື​ກັນ ແຕ່​ບາດ​ກ້າວ​ຕ່າງໆ​ຈະ​ບໍ່​ຄື​ດັ່ງ​ທີ່​ສະ​ເຫນີ​ຢູ່​ຂ້າງ​ລຸ່ມ: ໃຫ​້ເຂົ້າ​ໃຈ​ວ່າ​ຈຸດ​ປະ​ສົງ​ທີ່​ນຳ​ສະ​ເຫນີ​ຢູ່​ລຸ່ມ ແມ່ນ​ພຽງ​ແຕ່​ຕ້ອງ​ການ​ເອົາ​ແປ້ນ​ພິມ United States - International ເຂົ້າ​ມາ​ເພີ່ມ ນອກ​ເຫນືອ​ຈາກ​ແປ້ນ​ພິມ  United States ທີ່​ມີ​ຢູ່​ກ່ອນ​ຫນ້າ​ນີ້; ແປ້ນ​ພິມ​ດັ່ງ​ກ່າວ ຈະ​ບໍ່​ພິມ​ອອກ​ເປັນ​ພາ​ສາ​ລາ​ແຕງ ແຕ່​ຈະ​ເປັນ​ພາ​ສາ​ລາວ ຍ້ອນ​ມີ​ການ​ດັດ​ແປງ Registry ກ່ອນ​ຫນ້າ​ນີ້). ຂັ້ນ​ຕອນ​ໃນ​ການ​ຕິດ​ຕັ້ງ​ຄື​ດັ່ງ​ນີ້:

  1. ໃຫ້​ດາວ​ໂຫຼດ narinxp.zip ໄປ​ໄວ້​ໃນ​ເຄື່ອງ​ຂອງ​ທ່ານ; ຈາກ​ນັ້ນ, ໃຫ້​ຄາຍ​ໄຟລ໌ ດັ່ງ​ກ່າວ​ອອກ (ໂດຍ​ໃຊ້ Winzip ຫຼື​ໂປຣ​ແກຣມ​ຄ້າຍ​ຄຽງ) ຊຶ່ງ​ຈະ​ໄດ້ kbdlao.dll ແລະ kbdlao.reg.

  2. ໃຫ້​ສຳ​ເນົາ kbdlao.dll ໄປ​ໄວ້​ໃນ C:\WINDOWS\system32

  3. ໃຫ້​ຄລິກ​ໄຟລ໌ kbdlao.reg (ໃນ XP, ຈະ​ເຫັນ​ເປັນ​ພຽງ kbdlao) 2 ຄັ້ງ​ໄວໆ; ຖ້າ​ມີ​ຈໍ​ນ້ອຍໆ​ປາ​ກົດ​ຂື້ນ​ມາ, ໃຫ້​ກົດ OK.

  4. ໃຫ້​ໄປ Start --> Control Panel --> Regional and Language Options --> Languages --> Details.. --> Add.. --> ໃຫ້​ຄລິກ​ເຄື່ອງ​ຫມາຍ​ຖືກ​ຢູ່​ຫນ້າ Keyboard layout/IME ແລ້ວ​ກົດ​ຫົວ​ລູກ​ສອນ​ຊີ້​ລົງ​ລຸ່ມ ເພື່ອ​ເລື່ອນ​ລົງ​ໄປ​ເລືອກ​ເອົາ United States-International ແລ້ວ​ກົດ OK.

  5. ກົດ​ປຸ່ມ Key Settings... --> Change Key Sequence.. --> ຖ້າ​ມີ​ເຄື່ອງ​ຫມາຍ​ຖືກ​ຢູ່ Switch input languages ໃຫ້​ລົບ​ລ້າງ​ມັນ​ອອກ, ຄລິກ​ໃສ່ Switch keyboard layouts ໃຫ້​ມີ​ເຄື່ອງ​ຫມາຍ​ຖືກ​ຢູ່​ດ້ານ​ຫນ້າ ແລະ​ຄລິກ​ໃສ່ Left ALT ທາງ​ລຸ່ມ (ດ້ານ​ດຽວ​ກັນ) ໃຫ້​ມີ​ເຄື່ອງ​ຫມາຍ​ຖືກ​ຢູ່​ດ້ານ​ຫນ້າ ແລ້ວ​ກົດ Ok.

  6. ໃຫ້ Restart ເຄື່ອງ​ໃຫມ່.

ດາວ​ໂຫຼດ narinxp.zip

 

    ການ​ກົດ Alt+Shift ເບື້ອງ​ຊ້າຍ ຈະ​ທຳ​ການ​ສະ​ຫຼັບ​ລະ​ຫວ່າງ​ພາ​ສາ​ລາວ ແລະ​ລາ​ແຕງ. ຖ້າ​ເຮົາ​ກົດ​ແປ້ນ​ພິມ ເພື່ອ​ພິມ​ພາ​ສາ​ລາວ ແຕ່​ຕົວ​ອັກ​ສອນ​ລາວ​ທີ່​ປາ​ກົດ​ຂື້ນ​ຜັດ​ເປັນ​ຟອນ​ຂອງ Arial Unicode MS, ໃຫ້ uninstall ຟອນ​ດັ່ງ​ກ່າວ​ອອກ​ກ່ອນ ແລ້ວ​ຈຶ່ງ​ຕັ້ງ​ເຂົ້າ​ຄືນ​ໃຫມ່ (XP ຈະ​ໃຫ້​ບູ​ລິ​ມະ​ສິດ​ແກ່​ຟອນ​ທີ່​ຕັ້ງ​ເຂົ້າ​ກ່ອນ: ທັງ Narin.ttf ແລະ Arial Unicode MS  ລ້ວນ​ແຕ່​ເປັນ​ຟອນ​ທີ່​ມີ​ອັກ​ສອນ​ລາວ​ຢູ​ນີ​ໂຄດ - ຟອນ​ໃດ​ຕັ້ງ​ເຂົ້າ​ກ່ອນ, XP ຈະ​ເອີ້ນ​ໃຊ້​ຟອນ​ນັ້ນ​ໂດຍ​ອັດ​ຕະ​ໂນ​ມັດ).

    ສຳ​ລັບ​ການ​ນຳ​ໃຊ້ Narin Script ໃນ​ການ​ສົ່ງ/ຮັບ​ອີ​ເມ ບໍ່​ວ່າ​ຈະ​ເປັນ Windows98, Me, 2000 ແລະ XP; ໃນ Yahoo ຈະ​ບໍ່​ມີ​ບັນ​ຫາ​ໃດໆ; ສ່ວນ​ໃນ Hotmail, ການ​ຮັບ​ເມ​ທີ່​ຂຽນ​ມາ​ເປັນ​ພາ​ສາ​ລາວ​ໂດຍ​ໃຊ້ Narin Script ຈະ​ບໍ່​ເຫັນ​ເປັນ​ພາ​ສາ​ລາວ ແຕ່​ຈະ​ເຫັນ​ໂຄດ​ຕົວ​ເລກ​ແທນ. ຢາກ​ໃຫ້ Hotmail ສະ​ແດງ​ໃຫ້​ເຫັນ​ເປັນ​ພາ​ສາ​ລາວ, ຕ້ອງ​ໄດ້​ເຂົ້າ​ໄປ​ໃນ Options --> Mail Display Settings --> ຢູ່​ໃນ​ຫົວ​ຂໍ້ Message Headers, ໃຫ້​ຄລິກ​ເລືອກ Advanced ແລ້ວ​ຄລິກ OK (ການ​ປັບ​ນີ້ ຈະ​ກະ​ທຳ​ພຽງ​ແຕ່​ຄັ້ງ​ດຽວ). ໃນ Inbox, ເມື່ອ​ເຮົາ​ຄລິກ​ເຂົ້າ​ໄປ​ເປີດ​ເບີ່ງ​ອີ​ເມ​ທີ່​ຂຽນ​ມາ​ເປັນ​ພາ​ສາ​ລາວ​ໂດຍ​ໃຊ້ Narin Script, ເຮົາ​ຈະ​ຍັງ​ເຫັນ​ອີ​ເມ​ເປັນ​ໂຄດ​ຕົວ​ເລກ​ຢູ່; ແຕ່​ຢູ່​ດ້ານ​ເທີງ​ຂອງ​ອີ​ເມ ຈະ​ມີ Link ທີ່​ມີ​ຊື່​ວ່າ View E-mail Message Source, ເມື່ອ​ເຮົາ​ຄລິກ​ໃສ່​ມັນ, ມັນ​ຈະ​ເປີດ​ປ່ອງ​ຢ້້ຽມ​ໃຫມ່ ຊຶ່ງ​ເຮົາ​ຈະ​ເຫັນ ອີ​ເມ​ທີ່​ຂຽນ​ມາ​ເປັນ​ພາ​ສາ​ລາວ​ນັ້ນ ສະ​ແດງ​ຂໍ້​ຄວາມ​ເປັນ​ພາ​ສາ​ລາວ.

 

ຫວັງ​ຢ່າງ​ຍິ່ງ​ວ່າ ຄົງ​ເປັນ​ປະ​ໂຫຍດ​ແກ່​ຜູ້​ທີ່​ຕ້ອງ​ການ​ສົ່ງ/ຮັບ​ເມ​ເປັນ​ພາ​ສາ​ລາວ.

 

ພົບ​ກັນ​ໃຫມ່​ໃນ​ໂອ​ກາດ​ຫນ້າ.

 

ນະ​ຣິນ

22/03/2002

 

ກັບ​ຄືນ​ໄປ​ຕອນ​ຕົ້ນ