ບັນນາທິການຖະແຫຼງ

| ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ |

ບັນ​ນາ​ທິ​ການ​ຖະ​ແຫຼງ

ສະ​ບາຍ​ດີ​ທ່ານ​ຜູ້​ອ່ານ​ທີ່​ນັບ​ຖຶ ແລະ​ຮັກ​ແພງ.

ຫນຶ່ງ​ປີ​ກັບ 3 ເດຶອນ​ປາຍ ແມ່ນ​ໄລ​ຍະ​ຫ່າງ​ລະ​ຫວ່າງ ບັນ​ນາ​ທິ​ການ​ຖະ​ແຫຼງ​ຄັ້ງ​ນີ້​ກັບ​ຄັ້ງ​ກ່ອນ! ໃນ​ຊ່ວງ​ໄລ​ຍະ​ເວ​ລາ​ດັ່ງ​ກ່າວ, ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ມາ​ປັບ​ປຸງ​ເວັບ​ໄຊ​ນີ້​ຫຼາຍໆ​ຄັ້ງ ແຕ່​ບໍ່​ທັນ​ມີ​ໂອ​ກາດ​ໄດ້​ຂຽນ​ບົດ​ບັນ​ນາ​ທິ​ການ​ຖະ​ແຫຼງ​ສະ​ບັບ​ໃຫມ່. ຜ່ານ​ການ​ປັບ​ປຸງ​ໃນ​ໄລ​ຍະ​ຜ່ານ​ມາ, ເວັບ​ໄຊ​ນີ້ ມີ​ການ​ປ່ຽນ​ແປງ​ບາງ​ປະ​ການ​ຄື​ດັ່ງ​ທີ່​ຈະ​ນຳ​ສະ​ເຫນີ​ດັ່ງ​ຕໍ່​ໄປ​ນີ້:

  1. ທຸກໆ​ຫນ້າ​ເວັບ ຈະ​ມີ Banners ໂຄ​ສະ​ນາ​ຈາກ​ທາງ Tripod/Lycos ຊຶ່ງ​ເປັນ​ເຈົ້າ​ຂອງ Free Host ຫຼື​ເຈົ້າ​ບ້ານ​ທີ່​ໃຫ້​ອາ​ໃສ​ຝາກ​ເນື້ອ​ທີ່​ເວັບ​ຟຣີ; ກ່ອນ​ຫນ້າ​ນີ້, ບັນ​ດາ​ທ່ານ ອາດ​ເຫັນ​ວ່າ ມີ​ພຽງ​ຫນ້າ​ເວັບ​ທຳ​ອິດ​ທີ່​ມີ Banners - ອັນ​ນັ້ນ ເປັນ​ຍ້ອນ​ຂ້າ​ພະ​ເຈົ້າ​ເຈດ​ຕະ​ນາ​ທີ່​ຢາກ​ໃຫ້​ມັນ​ເກີດ​ມີ ເພື່ອ​ຫຼີກ​ເວັ້ນ​ບັນ​ຫາ​ກັບ​ເຈົ້າ​ບ້ານ. ໃຈ​ຈິງ​ແທ້, ຂ້າ​ພະ​ເຈົ້າ​ກໍ່​ຢາກ​ໃຫ້​ມີ​ທຸກໆ​ຫນ້າ ເພື່ອ​ບໍ່​ໃຫ້​ເປັນ​ການ​ເອົາ​ປຽບ​ເຈົ້າ​ບ້ານ​ຈົນ​ເກີນ​ໄປ ແຕ່​ເມື່ອ​ສົ່ງ​ໄຟລ໌ Htm ໄປ​ຝາກ​ໄວ້, ທຳ​ການ​ເອີ້ນ​ມາ​ແກ້​ໄຂ (Edit) ໂດຍ​ໃຊ້ HTML Editor ທີ່​ເຈົ້າ​ບ້ານ​ຈັດ​ຫາ​ໄວ້​ໃຫ້, ທຳ​ການ Save ເພື່ອ​ໃຫ້​ເຈົ້າ​ບ້ານ​ ແຊກ​ຄຳ​ສັ່ງ​ເອົາ Banners ໂຄ​ສະ​ນາ​ເຂົ້າ ແຕ່​ເມື່ອ​ມາ​ທົດ​ລອງ​ເບີ່ງ (Preview), ຫນ້າ​ເວັບ​ນັ້ນ ຜັດ​ບໍ່​ເປັນ​ຕົວ​ລາວ​ຕໍ່​ໄປ​ອີກ. ດ້ວຍ​ເຫດ​ນີ້, ຂ້າ​ພະ​ເຈົ້າ​ຈຶ່ງ​ບໍ່​ໃຊ້ HTML Editor ຂອງ​ເຈົ້າ​ບ້ານ ຊຶ່ງ​ເປັນ​ສາ​ເຫດ​ຂອງ​ການ​ບໍ່​ມີ Banners ໂຄ​ສະ​ນາ​ຢູ່​ຫນ້າ​ເວັບ​ອື່ນໆ. ກ່ອນ​ຫນ້າ​ນີ້ 2 ອາ​ທິດ, ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ມາ​ເວັບ​ໄຊ​ນີ້ ແລະ​ໄດ້​ເຫັນ​ວ່າ ທຸກໆ​ຫນ້າ​ເວັບ​ທີ່​ບໍ່​ມີ​ໂຄ​ສະ​ນາ ຍັງ​ສາ​ມາດ​ເຫັນ​ເປັນ​ຕົວ​ລາວ​ຢູ່ ແຕ່​ຢູ່​ຕອນ​ທ້າຍ​ຂອງ​ຫນ້າ​ເວັບ ຈະ​ມີ​ຕົວ​ອັກ​ສອນ​ພາ​ສາ​ຈີນ​ປາ​ກົດ​ຂື້ນ​ສິບ​ກ່ວາ​ບັນ​ທັດ. ຂ້າ​ພະ​ເຈົ້າ ເລີຍ​ຄຶດ​ຊວາດ​ວ່າ ເຈົ້າ​ບ້ານ​ຄົງ​ໃຊ້​ມາດ​ຕາ​ການ​ແຊກ​ຄຳ​ສັ່ງ​ໃຫ້​ມີ Banners ຢູ່​ທຸກໆ​ຫນ້າ​ເວັບ​ໂດຍ​ອັດ​ຕະ​ໂນ​ມັດ​ຢ່າງ​ແນ່​ນອນ; ແຕ່​ຍ້ອນ​ບັນ​ຫາ​ຄວາມ​ບໍ່​ເຂົ້າ​ກັນ​ຂອງ Encoding ຈຶ່ງ​ເຮັດ​ໃຫ້​ຄຳ​ສັ່ງ​ດັ່ງ​ກ່າວ​ຂອງ​ເຈົ້າ​ບ້ານ ກາຍ​ມາ​ເປັນ​ພາ​ສາ​ຈີນ​ຢູ່​ຕອນ​ທ້າຍ​ຂອງ​ຫນ້າ​ເວັບ. ເມື່ອ​ເປັນ​ເຊັ່ນ​ນີ້, ຖ້າ​ຂ້າ​ພະ​ເຈົ້າ ບໍ່​ຮີບ​ຮ້ອນ​ແກ້​ໄຂ, ໂອ​ກາດ​ທີ່​ຈະ​ຖືກ​ເຊີນ​ໄປ​ຢູ່​ບ່ອນ​ໃຫມ່ ຄົງ​ຈະ​ຫຼີກ​ລ່ຽງ​ບໍ່​ໄດ້ (ເມື່ອ​ກ່ອນ, ເວັບ​ໄຊ​ນີ້ ໄດ້​ຖືກ​ຝາກ​ໄວ້​ຢູ່​ນຳ Geocities - ຕອນ​ນັ້ນ, ຂ້າ​ພະ​ເຈົ້າ​ຍັງ​ອ່ອນ​ຫັດ​ຢູ່ ຈຶ່ງ​ບໍ່​ຮູ້​ແກ້​ໄຂ​ບັນ​ຫາ ເລີຍ​ເປັນ​ເຫດ​ໃຫ້ ຕ້ອງ​ຍ້າຍ​ມາ​ຢູ່​ກັບ​ເຈົ້າ​ບ້ານ Tripod/Lycos). ດ້ວຍ​ເຫດ​ນີ້, ຂ້າ​ພະ​ເຈົ້າ​ຈຳ​​ເປັນ​ຕ້ອງ​ໃຊ້ HTML Editor ຂອງ​ເຈົ້າ​ບ້ານ, ເອີ້ນ​ເອົາ​ທຸກໆ​ໄຟລ໌ Htm ທີ່​ບໍ່​ມີ Banners ມາ​ແກ້​ໄຂ, ເອີ້ນ​ເອົາ​ຕົ້ນ​ສະ​ບັບ​ທີ່​ເກັບ​ຮັກ​ສາ​ໄວ້​ໃນ​ແຜ່ນ CD, ດັດ​ແປງ​ແກ້​ໄຂ​ບາງ​ປະ​ການ, ສຳ​ເນົາ​ເອົາ​ມາ​ທັບ​ຕົວ​ທີ່​ຢູ່​ໃນ HTML Editor ແລ້ວ​ຈຶ່ງ​ທຳ​ການ Save. ເມື່ອ​ທົດ​ສອບ​ເບິ່ງ, ເຫັນ Banners ແລະ​ຂໍ້​ຄວາມ​ຍັງ​ເປັນ​ພາ​ສາ​ລາວ​ຢູ່, ຈຶ່ງ​ຄ່ອຍ​ຫັນ​ໃຈ​ໂລ່ງ. ຜູ້​ອ່ານ​ບາງ​ທ່ານ ອາດ​ມີ​ຄຳ​ເຫັນ​ວ່າ "ເສຍ​ເງິນ​ຄ່າ​ເຊົ່າ ໃຫ້​ເຈົ້າ​ບ້ານ, ບັນ​ຫາ​ຕ່າງໆ​ກໍ່​ຈະ​ຫມົດ​ໄປ". ສາ​ເຫດ​ທີ່​ຂ້າ​ພະ​ເຈົ້າ​ຍັງ​ດື້​ຂໍ​ອາ​ໃສ​ຢູ່​ນຳ​ເຈົ້າ​ບ້ານ​ໂດຍ​ແລກ​ກັບ​ການ​ໃຫ້​ລົງ Banners ໃສ່​ທຸກໆ​ຫນ້າ​ເວັບ ແມ່ນ​ມີ​ເຫດ​ຜົນ​ສອງ​ປະ​ການ​ຄື: ອັນ​ທຳ​ອິດ, ຂ້າ​ພະ​ເຈົ້າ​ບໍ່​ມີ​ບັດ​ເຄຣ​ດິດ (ຂ້າ​ພະ​ເຈົ້າ​ເປັນ​ຄົນ​ລາວ-ຢູ່​ເມຶອ​ງລາວ); ອັນ​ທີ​ສອງ, ຂ້າ​ພະ​ເຈົ້າ​ຢາກ​ເປັນ​ຕົວ​ຢ່າງ​ໃຫ້​ຄົນ​ທີ່​ບໍ່​ມີ​ທັງ​ບັດ​ເຄຣ​ດິດ, ບໍ່​ມີ​ທັງ​ເງິນ ແຕ່​ມີ​ຄວາມ​ຕ້ອງ​ການ​ທີ່​ຈະ​ສ້າງ​ເວັບ​ໄຊ​ພາ​ສາ​ລາວ​ເປັນ​ຂອງ​ຕົນ​ເອງ ໃຫ້​ສາ​ມາດ​ມີ​ຊ່ອງ​ທາງ​ທີ່​ຈະ​ສານ​ຝັນ​ໃຫ້​ເປັນ​ຈິງ.

  2. ຟອນ Narin.ttf ມີ​ການ​ປັບ​ປຸງ​ໃຫມ່​ທາງ​ດ້ານ​ຮູບ​ຮ່າງ: ຕົວ​ຫນັງ​ສື​ຈະ​ຄົມ​ຂື້ນ​ກ່ວາ​ເກົ່າ. ມີ​ການ​ເພິ່ມ​ຟອນ​ເປັນ 2 ລັກ​ສະ​ນະ​ຄື ເປັນ​ຕົວ​ຫນັງ​ສື​ທຳ​ມະ​ດາ (Regular - Narin.ttf) ແລະ​ຕົວ​ຫນາ (Bold - Narinbd.ttf) ເພື່ອ​ເພີ່ມ​ສິ​ສັນ​ການ​ໃຊ້​ງານ​ໃນ​ການ​ສ້າງ​ເວັບ​ພາ​ສາ​ລາວ. ຖ້າ​ຜູ້​ຂຽນ​ເວັບ​ໃຊ້ ຟອນ​ລາວ​ຢູ​ນີ​ໂຄດ​ຕົວ​ຫນາ ແລະ​ທ່ານ​ບໍ່​ມີ Narinbd.ttf, ທ່ານ​ຈະ​ເຫັນ​ຂໍ້​ຄວາມ​ນັ້ນໆ​ເປັນ​ຕາ​ສີ່​ຫຼ່ຽມ. ດ້ວຍ​ເຫດ​ນີ້, ທ່ານ​ຈຶ່ງ​ສົມ​ຄວນ​ທີ່​ຈະ​ດາວ​ໂຫຼດ​ເອົາ ຊຸດ​ຟອນ Narin ຊຸດ​ໃຫມ່​ນີ້​ມາ​ໃຊ້ (ດາວ​ໂຫຼດ​ໄດ້​ບ່ອນ​ເກົ່າ). ຂ່າວ​ຮ້າຍ​ທີ່​ມາ​ພ້ອມ​ກັບ​ຟອນ Narin ຊຸດ​ໃຫມ່​ກໍ່​ຄື: ຂ້າ​ພະ​ເຈົ້າ​ໄດ້​ຮື້​ຊຸດ​ຕົວ​ອັກ​ສອນ​ລາວ​ທີ່​ໄປ​ປ່ຽນ​ແທນ​ຕົວ​ອັກ​ສອນ​ລາ​ແຕງ​ຈຳ​ນວນ​ຫນຶ່ງ​ອອກ; ຜົນ​ໄດ້​ຮັບ​ກໍ່​ຄື: ຈະ​ບໍ່​ສາ​ມາດ​ພິມ​ອັກ​ສອນ​ລາວ​ຢູ່​ໃນ​ໂປຣ​ແກຣມ ທີ່​​ບໍ່​ສະ​ຫນັບ​ສະ​ຫນູນ​ຢູ​ນີ​ໂຄດ​ໄດ້​ຕໍ່​ໄປ​ອີກ (ຖ້າ​ໃຊ້​ຟອນ Narin ຊຸດ​ໃຫມ່, ໄຟລ໌​ທີ່​ໃຫ້​ໂຫຼດ​ເພື່ອ​ພິມ​ສະ​ຕິກ​ເກີ​ຕິດ​ແປ້ນ​ພິມ ຈະ​ບໍ່​ເປັນ​ຕົວ​ລາວ! ຂ້າ​ພະ​ເຈົ້າ​ຈະ​ຊອກ​ຫາ​ວິ​ທີ​ໃຫມ່ ເພື່ອ​ໃຫ້​ທ່ານ​ສາ​ມາດ​ພິມ​ສະ​ຕິກ​ເກີ​ໄປ​ຕິດ​ແປ້ນ​ພິມ). ເຫດ​ຜົນ​ທີ່​ໄດ້​ດຳ​ເນີນ​ການ​ເຊັ່ນ​ນັ້ນ​ກໍ່​ຍ້ອນ​ວ່າ: ມັນ​ບໍ່​ເປັນ​ມາດ​ຕາ​ຖານ (ບໍ່​ຕ່າງ​ຫຍັງ​ກັບ​ຟອນ​ລາວ​ອື່ນໆ​ທີ່​ຜ່ານ​ມາ ເພາະ​ມີ​ລັກ​ສະ​ນະ​ໄປ​ແທນ​ບ່ອນ​ຂອງ​ອັກ​ສອນ​ຊາດ​ອຶ່ນໆ). ຢ່າງ​ໃດ​ກໍ່​ຕາມ, ຂ້າ​ພະ​ເຈົ້າ​ຄຶດ​ວ່າ, ໂປຣ​ແກຣມ​ນຳ​ໃຊ້​ຕ່າງໆ​ທີ່​ບໍ່​ສະ​ຫນັບ​ສະ​ຫນູນ​ຢູ​ນີ​ໂຄດ ຄົງ​ບໍ່​ມີ​ເວ​ລາ​ຄົງ​ຕົວ​ໄດ້​ຕໍ່​ໄປ​ອີກ​ດົນ​ປານ​ໃດ.

  3. ບັນ​ນາ​ທິ​ການ​ຖະ​ແຫຼງ 1, 2 ແລະ 3 ໃນ​ເມື່ອ​ກ່ອນ ໄດ້​ຖືກ​ຕັດ​ອອກ ເນື່ອງ​ຈາກ​ເນື້ອ​ໃນ ແລະ​ການ​ດາວ​ໂຫຼດ ມີ​ລັກ​ສະ​ນະ ທີ່​ເປັນ​ການ​ລະ​ເມີດ​ໂປຣ​ແກຣມ​/ໄຟລ໌ ຂອງ​ຜູ້​ອື່ນ. ທີ່​ໄດ້​ດຳ​ເນີນ​ການ​ເຊັ່ນ​ນີ້ ບໍ່​ແມ່ນ​ວ່າ​ຍ້ອນ​ຖືກ​ກົດ​ດັນ​ຈາກ​ໃຜ​ດອກ ແຕ່​ເປັນ​ຍ້ອນ​ມີ​ຄວາມ​ຮູ້​ສຶກ​ເຊັ່ນ​ນັ້ນ ຈຶ່ງ​ໄດ້​ດຳ​ເນີນ​ການ​ເຊັ່ນ​ນີ້. ສ່ວນ​ໃນ​ກໍ​ລະ​ນີ​ບົດ​ຄວາມ "ພາ​ສາ​ລາວ ແລະ​ບັນ​ຫາ​ການ​ສະ​ແດງ​ຜົນ​ເທິງ​ເວັບ", ອາດ​ຖື​ວ່າ​ເປັນ​ກໍ​ລະ​ນີ​ສຶກ​ສາ ແລະ​ບໍ່​ມີ​ກໍ​ລະ​ນີ​ໃດ ທີ່​ຈະ​ເວົ້າ​ໄດ້​ວ່າ​ເປັນ​ການ​ລະ​ເມີດ​ສິດ​ບຸກ​ຄົນ​ອື່ນ. ຄຳ​ເວົ້າ​ທີ່​ວ່າ "narin.kbd ຫຼື kbdlao.dll ແມ່ນ​ລອກ​ແບບ​ມາ​ຈາກ kbdth0.kbd ແລະ kbdth0.dll ຂອງ Microsoft" ແມ່ນ​ຖືກ​ຕ້ອງ ແຕ່​ບໍ່​ແມ່ນ​ການ​ລະ​ເມີດ​ສິດ ເພາະ narin.kbd ແລະ kbdlao.dll ບໍ່​ແມ່ນ​ສຳ​ເນົາ​ຂອງ kbdth0.kbd ຫຼື kbdth0.dll ແລະ​ຜົນ​ຂອງ​ການ​ດຳ​ເນີນ​ການ​ຂອງ narin.kbd ແລະ kbdlao.dll ກໍ່​ບໍ່​ຄື​ກັບ​ຂອງ kbdth0.kbd ແລະ kbdth0.dll. ເຊັ່ນ​ດຽວ​ກັນ​ກັບ ຄຳ​ເວົ້າ​ທີ່​ວ່າ "Narin.ttf ແມ່ນ​ລອກ​ແບບ​ມາ​ຈາກ Saysettha Lao ແລະ MS Sans Serif" ແມ່ນ​ຖືກ​ຕ້ອງ​ເຊັ່ນ​ດຽວ​ກັນ; ແຕ່​ຖ້າ​ເວົ້າ​ວ່າ Narin.ttf ລະ​ເມີດ​ສິດ​ຂອງ​ຢອນ​ເຫຼົ່າ​ນັ້ນ​ຄົງ​ບໍ່​ຖືກ.

  4. ຢູ່​ຫນ້າ "ຂໍ້​ມູນ​ດາວ​ໂຫຼດ Narin.ttf" ມີ​ການ​ເພີ່ມ​ການ​ເຊື່ອມ​ຕໍ່​ທີ່​ນຳ​ສະ​ເຫນີ ຜົນ​ການ​ສະ​ແດງ​ຢູ່​ເທິງ​ຫນ້າ​ຈໍ​ພາຍ​ຫຼັງ​ການ​ຕິດ​ຕັ້ງ Narin.ttf ແລະ Narin Script. ສຳ​ລັບ​ສັນ​ຍາ​ທີ່​ໃຫ້​ໄວ້​ຢູ່ໃນ​ການ​ນຳ​ສະ​ເຫນີ​ດັ່ງ​ກ່າວ ທີ່​ວ່າ​ຈະ​ໃຫ້​ດາວ​ໂຫຼດ​ຟອນ​ທີ່​ເອົາ​ອັກ​ສອນ​ລາວ​ໄປ​ຕື່ມ​ໃສ່​ນັ້ນ ຄົງ​ຈະ​ດຳ​ເນີນ​ການ​ບໍ່​ໄດ້ ເພາະ​ມີ​ລັກ​ສະ​ນະ​ລະ​ເມີດ​ສິດ​ຂອງ​ເຈົ້າ​ຂອງ​ຟອນ​ນັ້ນໆ. ຂ້າ​ພະ​ເຈົ້າ​ຈະ​ຊອກ​ຫາ​ວິ​ທີ​ທາງ​ອັນ​ໃຫມ່​ໃຫ້, ຖ້າ​ບໍ່​ໄດ້​ຄົງ​ບໍ່​ວ່າ​ກັນ ເພາະ​ມັນ​ເປັນ​ພຽງ​ສີ​ສັນ​ທີ່​ບໍ່​ສຳ​ຄັນ​ພໍ​ເທົ່າ​ໃດ. ສ່ວນ​ຢູ່​ຫນ້າ "ເລື່ອງ​ຕ່າງໆ​ກ່ຽວ​ກັບ​ຄອມ​ພິວ​ເຕີ" --> "ການ​ຕິດ​ຕັ້ງ Narin Script", ຂ້າ​ພະ​ເຈົ້າ ໄດ້​ຖອດ​ດາວ​ໂຫຼດ "Install Narin.ttf" ອອກ ເພາະ​ມັນ​ຈະ​ດາວ​ໂຫຼດ​ໂປຣ​ແກຣມ​ຕິດ​ຕັ້ງ​ຟອນ Narin.ttf ຕົວ​ເກົ່າ​ພຽງ​ແຕ່​ຟອນ​ດຽວ.

  5. ຢູ່​ຫນ້າ "ສິ່ງ​ທີ່​ຫນ້າ​ສົນ​ໃຈ​ຕ່າງໆ", ຂ້າ​ພະ​ເຈົ້າ​ໄດ້​ເພີ່ມ​ຫນ້າ "ຫ້ອງ​ສົນ​ທະ​ນາ​ດ້ວຍ​ພາ​ສາ​ລາວ" ແລະ​ຫນ້າ "ກະ​ດານ​ແລກ​ປ່ຽນ​ຄຳ​ຄຶດ-ຄຳ​ເຫັນ". ທ່ານ​ຜູ້​ອ່ານ​ທີ່​ພໍ​ມີ​ເວ​ລາ, ລອງ​ເຂົ້າ​ໄປ​ຢ້ຽມ​ຫນ້າ​ເວັບ​ເຫຼົ່າ​ນີ້​ເບີ່ງ.

   ຖ້າ​ມີ​ຫຍັງ​ໃຫມ່ ກ່ຽວ​ກັບ​ການ​ນຳ​ໃຊ້ Narin Script, ຂ້າ​ພະ​ເຈົ້າ​ຈະ​ພະ​ຍາ​ຍາມ​ເຂົ້າ​ມາ​ຂຽນ ບັນ​ນາ​ທິ​ການ​ຖະ​ແຫຼງ​ຕື່ມ. ສ່ວນ​ໃຫຍ່​ແລ້ວ ຈະ​ແວ່​ໄປ​ເບີ່ງ​ກະ​ດານ​ເວັບ (ກະ​ດານ​ແລກ​ປ່ຽນ​ຄຳ​ຄຶດ-ຄຳ​ເຫັນ). ລືມ​ບອກ​ທ່ານ​ຜູ້​ອ່ານ​ວ່າ Narin Script ສາ​ມາດ​ພິມ​ເປັນ​ຕົວ​ອັກ​ສອນ​ລາວ ຢູ່​ໃນ Windows Messenger (ບໍ່​ແມ່ນ MSN Messenger): ທັງ​ສອງ​ຝ່າຍ​ຕ້ອງ​ໃຊ້ Windows Messenger ເຊັ່ນ​ດຽວ​ກັນ.

 

ເພີ່ມເຕີມ:

ພົບ​ກັນ​ໃຫມ່​ໃນ​ໂອ​ກາດ​ຫນ້າ

ນະ​ຣິນ

27 ມິຖຸນາ 2003

 

ກັບ​ຄືນ​ໄປ​ຕອນ​ຕົ້ນ