ບັນນາທິການຖະແຫຼງ

ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ | ບັນນາທິການຖະແຫຼງ1 | ບັນນາທິການຖະແຫຼງ3 |

ບັນນາທິການຖະແຫຼງ2

ໃນ​ບັນ​ນາ​ທິ​ການ​ຖະ​ແຫຼງ​ໃນ​ຄັ້ງ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ປາກ​ວ່າ ຈະ​ນຳ​ເອົາ ໄຟລ໌​ທີ່​ໃຊ້​ເພື່ອ​ແກ້​ໄຂ ສັນ​ຍາ​ລັກ​ແປ້ນ​ພິມ​ລາວ ທີ່​ເປັນ ?? ໃນ Windows 98 ແລະ​ໃນ Control Panel, Keyboard, Add Language ເພື່ອ​ໃຫ້​ເປັນ La. ທ່ານ​ຜູ້​ອ່ານ, ສາ​ມາດ ດາວ​ໂຫຼດ lkbdicon.zip ໄດ້​ຢູ່​ຂ້າງ​ລຸ່ມ​ນີ້. lkbdicon.zip ປະ​ກອບ​ມີ maincp_16.dll ແລະ internat.exe. ໄຟລ໌​ທຳ​ອິດ ເປັນ​ໄຟລ໌ ທີ່​ໃຊ້​ສະ​ແດງ​ເພື່ອ​ໃຫ້ ແປ້ນ​ພິມ​ລາວ Lao ມີ​ສັນ​ຍາ​ລັກ​ໃນ Control Panel, Keyboard, Add Language ເປັນ La. ສ່ວນ​ໄຟລ໌​ທີ​ສອງ, ຈະ​ເຮັດ​ໃຫ້ ສັນ​ຍາ​ລັກ​ແປ້ນ​ພິມ​ພາ​ສາ​ລາວ​ທີ່​ຢູ່​ດ້ານ​ລຸ່ມ​ຂວາ​ຂອງ​ຈໍ ປ່ຽນ​ຈາກ ?? Lao ເປັນ La Lao. ຜູ້​ອ່ານ ຕ້ອງ​ໄດ້​ສຳ​ເນົາ​ເອົາ​ໄຟລ໌​ທັງ​ສອງ (ຫຼັງ​ຈາກ​ທີ່​ໄດ້​ຄາຍ lkbdicon.zip) ໃຫ້​ໄປ​ທັບ​ໄຟລ໌​ເດີມ​ທີ່​ມີ​ຢູ່​ໃນ C:\Windows\System. ສຳ​ລັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໄປ​ແກ້​ໄຂ​ໄຟລ໌​ທັງ​ສອງ​ນີ້ ກໍ່​ພຽງ​ແຕ່ ໄປ​ປ່ຽນ​ໂຄດ​ປະ​ເທດ ແລະ​ອັກ​ສອນ​ສັນ​ຍາ​ລັກ​ແປ້ນ​ພິມ​ຂອງ​ລັດ​ເວຍ ຈາກ 2604 ແລະ Lv ໃຫ້ເປັນ 5404 ແລະ La (ໂຄດ​ປະ​ເທດ​ລັດ​ເວຍ​ແມ່ນ 0426, ລາວ​ແມ່ນ 0454; ໃນ​ພາ​ສາ​ເຄື່ອງ​ມີ​ການ​ສະ​ຫຼັບ​ລຳ​ດັບ​ຂອງ​ໂຄດ ຈຶ່ງ​ເປັນ​ຄື​ດັ່ງ​ທີ່​ໄດ້​ສະ​ເຫນີ​ກ່ອນ​ຫນ້າ​ນີ້).

ດາວໂຫຼດ lkbdicon.zip (22 KB)

    ປາ​ກົດ​ການ​ອັນ​ຫນຶ່ງ​ທີ່​ເກີດ​ຂື້ນ​ພາຍ​ຫຼັງ​ທີ່​ມີ​ການ​ຕິດ​ຕັ້ງ Narin Script (ຂໍ​ອະ​ນຸ​ຍາດ​ໃຊ້​ສຳ​ນວນ​ນີ້ ສຳ​ລັບ​ການ​ຕິດ​ຕັ້ງ/​ດັດ​ແປງ Registry ຂອງ Windows ເພື່ອ​ໃຫ້​ສາ​ມາດ​ພິມ​ພາ​ສາ​ລາວ​ຈາກ​ຟອນ Narin.ttf ຈາກ​ໂປຣ​ແກຣມ​ນຳ​ໃຊ້​ຕ່າງໆ) ກໍ່​ຄື: ເຮົາ​ຈະ​ບໍ່​ສາ​ມາດ​ໃຊ້​ວິ​ທີ​ເລືອກ​ໄຟລ໌​ຈຳ​ນວນ​ຫນຶ່ງ ແລ້ວ​ຄລິກ​ຂວາ ເພື່ອ​ສຳ​ເນົາ​ພວກ​ມັນ​ໄປ​ໄວ້​ໃນ​ດິສ​ແກັດ A:. ເຫດ​ຜົນ ກໍ່​ແມ່ນ​ວ່າ Shortcut ທີ່​ໃຊ້​ບັນ​ຊາ​ໃຫ້ ​ສຳ​ເນົາ​ໄຟລ໌​ຕ່າງໆ​ໄປ​ໄວ້​ໃນ ​ດິສ​ແກັດ A ໄດ້​ຖືກ​ປ່ຽນ​ແປງເປັນ " ໍ່Floppy A:" (ແທນ​ທີ່​ຈະ​ເປັນ 1/2 Floppy A:) ຊຶ່ງ​ຄອມ​ພິວ​ເຕີ ຍ່ອມ​ບໍ່​ເຂົ້າ​ໃຈ ຈຶ່ງ​ເຮັດ​ໃຫ້​ບໍ່​ມີ​ການ​ສຳ​ເນົາ​ໃດໆ​ເກີດ​ຂື້ນ. ບັນ​ຫາ​ທີ່​ເກີດ​ຂື້ນ​ນີ້, ສາ​ມາດ​ດັດ​ແປງ​ແກ້​ໄຂ​ໄດ້​ ດ້ວຍ​ການ​ເຂົ້າ​ໄປ​ໃນ C:\Windows\SendTo ແລ້ວ​ໄປ​ປ່ຽນ​ຊື່ shortcut ຂອງ ໍ່ Floppy (A) ໃຫ້​ເປັນ 3.5 Floppy (A). ຕາມ​ທີ່​ຂ້າ​ພະ​ເຈົ້າ​ຄຶດ​ແລ້ວ, ບັນ​ຫາ​ນີ້ ຄົງ​ບໍ່​ໄດ້​ເກີດ​ມາ​ຈາກ​ຄວາມ​ບົກ​ຜ່ອງ​ຂອງ Narin Script, ເພາະ​ຖ້າ​ແມ່ນ, ມັນ​ຈະ​ຕ້ອງ​ມີ​ການ​ປ່ຽນ​ຕົວ​ອັກ​ສອນ​ຂອງ Windows ຫຼາຍ​ຕົວ​ກ່ວາ​ນີ້; ອີກ​ຢ່າງ​ຫນຶ່ງ, ຕົວ​ອັກ​ສອນ​ທີ່ Windows ໃຊ້, ກໍ່​ບໍ່​ມີ​ຕົວ​ໃດ​ທີ່​ຈະ​ມາ​ໃຊ້ຟອນ Narin.ttf ແຕ່​ປະ​ການ​ໃດ. ດ້ວຍ​ເຫດ​ນີ້, ສິ່ງ​ທີ່​ເກິດ​ຂື້ນ, ຄົງ​ມາ​ຈາກ Bug ຂອງ Windows 98 ແລະ Me ຫຼາຍ​ກ່ວາ.

    ຂ້າ​ພະ​ເຈົ້າ​ຂໍ​ອະ​ທິ​ບາຍ​ເພີ່ມ​ເຕີມ​ກ່ຽວ​ກັບ​ຂໍ້​ມູນ Narin.ttf. ຟອນ​ນີ້ ໃນ​ເບື້ອງ​ຕົ້ນ ມີ​ພຽງ​ແຕ່​ອັກ​ສອນ​ລາວ​ທີ່​ເປັນ Unicode. ພາຍ​ຫຼັງ​ການ​ທົດ​ລອງ​ໃຊ້​ໃນ​ໄລ​ຍະ​ຫນຶ່ງ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ວ່າ ໃນ​ບາງ​ໂປຣ​ແກຣມ​ນຳ​ໃຊ້ ທີ່​ບໍ່​ສະ​ຫນັບ​ສະ​ຫນູນ Unicode, ຈະ​ບໍ່​ສາ​ມາດ​ພິມ​ອອກ​ມາ​ເປັນ​ຕົວ​ອັກ​ສອນ​ລາວ ແຕ່​ຈະ​ເປັນ​ອັກ​ສອນ​ສັນ​ຍາ​ລັກ​ລາ​ແຕງ​ແທນ. ຂ້າ​ພະ​ເຈົ້າ​ເລີຍ​ເກີດ​ຄວາມ​ຄຶດ​ທີ່​ວ່າ ສ່ວນ​ໃຫຍ່​ແລ້ວ, ເຮົາ​ກໍ່​ບໍ່​ໄດ້​ໃຊ້​ອັກ​ສອນ​ສັນ​ຍາ​ລັກ​ລາ​ແຕັງ​ຈາກ​ຟອນ​ລາວ​ແຕ່​ປະ​ການ​ໃດ; ຖ້າ​ຕ້ອງ​ການ​ໃຊ້, ເຮົາ​ອາດ​ປ່ຽນ​ໄປ​ເລືອກ​ຟອນ​ລາ​ແຕງ​ກໍ່​ໄດ້. ດັ່ງ​ນັ້ນ, ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ເອົາ​ອັກ​ສອນ​ລາວ​ເຂົ້າ​ມາ​ແທນ​ບ່ອນ​ອັກ​ສອນ​ສັນ​ຍາ​ລັກ​ລາ​ແຕງ​ເຫຼົ່າ​ນີ້ ເພື່ອ​ເຮັດ​ໃຫ້​ສາ​ມາດ​ໃຊ້​ພິມ​ອັກ​ສອນ​ລາວ ບໍ່​ວ່າ​ໂປຣ​ແກຣມ​ນຳ​ໃຊ້​ນັ້ນ ຈະ​ສະ​ຫນັບ​ສະ​ຫນູນ Unicode ຫຼື​ບໍ່​ກໍ່​ຕາມ. ດ້ວຍ​ເຫດ​ນີ້, ຂ້າ​ພະ​ເຈົ້າ ຈຶ່ງ​ທຳ​ການ​ດັດ​ແປງ Narin.ttf ໂດຍ​ສຳ​ເນົາ​ອັກ​ສອນ​ລາວ​ອີກ​ຊຸດ​ຫນຶ່ງ​ເຂົ້າ​ແທນ​ອັກ​ສອນ​ສັນ​ຍາ​ລັກ​ລາ​ແຕງ​ຈຳ​ນວນ​ຫນຶ່ງ. ເນື່ອງ​ຈາກ​ໂປຣ​ແກຣມ​ນຳ​ໃຊ້​ຈຳ​ນວນ​ຫນຶ່ງ ເຊັ່ນ Notepad, ເມື່ອ​ເຣົາ​ພິມ​ອັກ​ສອນ​ປະ​ສົມ ເຊັ່ນ xໍ່, xົ້, xິ້, xີ້, ແລະ​ອື່ນໆ ຈະ​ເກີດ​ມີ​ຊ່ອງ​ຫວ່າງ 1 ຕົວ​ອັກ​ສອນ ເມື່ອ​ພິມ​ອັກ​ສອນ​ປະ​ສົມ​ເຫຼົ່າ​ນີ້. ເພື່ອ​ກຳ​ຈັດ ເຫດ​ການ​ດັ່ງ​ກ່າວ, ຂ້າ​ພະ​ເຈົ້າ ເລີຍ​ບໍ່​ເອົາ​ອັກ​ສອນ​ລາວ​ໃດໆ ມາ​ໃຊ້​ຢູ່​ໃນ​ຕຳ​ແຫນ່ງ​ຂອງ​ຕົວ​ອັກ​ສອນ​ປະ​ສົມ​ເຫຼົ່າ​ນີ້. ດັ່ງ​ນັ້ນ, ເມື່ອ​ເຮົາ​ຕ້ອງ​ການ​ພິມ​ອັກ​ສອນ​ປະ​ສົມ​ລາວ, ໃຫ້​ພິມ​ອັກ​ສອນ​ດ່ຽວ​ແທນ. ຕົວ​ຢ່າງ ການ​ພິມ​ຄຳ​ວ່າ "ບໍ່", ຕ້ອງ​ພິມ "ບ" +"xໍ" +"x່".

   ສຳ​ລັບ​ບັນ​ຫາ​ການ​ສະ​ແດງ​ຜົນ​ຂອງ​ພາ​ສາ​ລາວ​ເທິງ​ຈໍ ຊຶ່ງ​ບາງ​ແຖວ​ອາດ​ມີ​ອາ​ການ​ໃນ​ລັກ​ສະ​ນະ ທີ່​ຕົວ​ອັກ​ສອນ​ລາວ​ມີ​ອາ​ການ​ຍ້ວຍ; ສິ່ງ​ນີ້ ຄົງ​ບໍ່​ໄດ້​ເກີດ​ຈາກ​ບັນ​ຫາ​ຂອງ Narin Script, ແຕ່​ຄົງ​ມາ​ຈາກ Refresh Rate ຂອງ​ຈໍ ຫຼື video card. ການ​ແກ້​ໄຂ​ ກໍ່​ພຽງ​ແຕ່​ໃຫ້​ໃຊ້​ຫນູ​ຄລິກ ແລ້ວ​ລາກ​ໄປ​ທົ່ວ​ບໍ​ລິ​ເວນ​ທີ່​ມີ​ອາ​ການ​ຍ້ວຍ ແລ້ວ​ໃຊ້​ຫນູ​ຄລີກ​ນອກ​ບໍ​ລິ​ເວນ​ທີ່​ໄດ້​ເລືອກ​ໄວ້, ອາ​ການ​ຍ້ວຍ ກໍ່​ຈະ​ຫາຍ​ໄປ.

    ສຳ​ລັບ​ຜູ້​ອ່ານ​ທີ່​ໃຊ້ Windows Me ແລະ Office XP, ຂ້າ​ພະ​ເຈົ້າ​ໄດ້​ສ້າງ video clip (word.zip - 939 KB) ທີ່​ສະ​ເຫນີ​ກ່ຽວ​ກັບ​ການ​ໃຊ້ Hex Editor ເພື່ອ​ທຳ​ການ​ດັດ​ແປງ Winword.exe ເພື່ອ​ແນ​ໃສ່​ກຳ​ຈັດ Arial Unicode MS ໃຫ້​ອອກ​ຈາກ​ລະ​ບົບ, ບໍ່​ໃຫ້ Word ເອີ້ນ​ໃຊ້​ຟອນ​ດັ່ງ​ກ່າວ ເມື່ອ​ຕ້ອງ​ການ​ພິມ​ພາ​ສາ​ລາວ. ທ່ານ​ຕ້ອງ​ໄດ້​ດາວ​ໂຫຼດ​ເອົາ Hex Editor ຈາກ​ເວັບ​ໄຊ ທີ່​ໄດ້​ສະ​ເຫນີ​ໃນ​ບົດ​ຄວາມ "ພາ​ສາ​ລາວ ແລະ​ບັນ​ຫາ​ການ​ສະ​ແດງ​ຜົນ​ເທີງ​ເວັບ" ມາ​ຕິດ​ຕັ້ງ ແລະ​ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳ​ທີ່​ໄດ້​ສະ​ເຫນີ​ໃນ video clip.

ດາວໂຫຼດ video clip (word.zip - 939 KB)

ພົບ​ກັນ​ໃຫມ່​ໃນ​ໂອ​ກາດ​ຫນ້າ

ນະ​ຣິນ - ສັກ​ກຣາຊ

18/11/2001

ກັບ​ຄືນ​ໄປ​ຕອນ​ຕົ້ນ