| ກັບຄືນເວັບຫນ້າທໍາອິດ | ອານຸບານ | ປະຖົມ | ມັດທະຍົມຕົ້ນ | ມັດທະຍົມປາຍ | ອາຊີວະ| ມະຫາວິທະຍາໄລ | ດາວໂຫຼດ | |
ຫນ້າເວັບນີ້, ມີຈຸດປະສົງຫຼັກເພື່ອເຜີຍແຜ່ເອກະສານ-ຕໍາລາຮຽນ/ສອນ ທີ່ໃຊ້ໃນສະຖາບັນການສຶກສາຕ່າງໆໃນລາວ ເພື່ອໃຫ້ຄົນທີ່ສົນໃຈສາມາດດາວໂຫຼດໄປໃຊ້ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ. ແນ່ນອນທີ່ວ່າ ເອກະສານເຫຼົ່ານີ້, ເກີດຂື້ນມາຍ້ອນການເສຍສະຫຼະເຫື່ອແຮງ-ສະຕິປັນຍາໃນການຂຽນ/ຮຽບຮຽງ ຫຼືແປ. ການນໍາມາເຜີຍແຜ່ໃຫ້ເປັນວິທະຍາທານ ຍ່ອມດີກ່ວາການເກັບຮັກສາໄວ້ ໂດຍຫາປະໂຫຍດອັນໃດບໍ່ໄດ້. ຈິງຢູ່ທີ່ວ່າ ຄ່າຕອບແທນແມ່ນເປັນປັດໄຈ ເພີ່ອໃຫ້ຜູ້ຂຽນ/ຮຽບຮຽງ ຫຼືແປ ສາມາດສ້າງຜົນງານໃຫມ່ໆອອກມາ; ແຕ່ສະພາບການໃນປັດຈຸບັນນີ້, ຍັງບໍ່ທັນເຫມາະທີ່ຈະດໍາເນີນການໃນລັກສະນະດັ່ງກ່າວໄດ້ ເພາະວັດທະນະທໍາການຮຽນຮູ້ ຂອງພວກເຮົາສ່ວນໃຫຍ່, ຍັງບໍ່ທັນເຖີງຂັ້ນທີ່ຈະຍອມເສຍເງິນ (ໂດຍກົງ) ເພື່ອຊື້ເອົາຄວາມຮູ້ມາໃສ່ຕົນ: ລັດຕ້ອງເສຍເງິນເພື່ອອຸດຫນູນ (ທາງກົງ ແລະທາງອ້ອມ) ໃຫ້ນັກຮຽນ/ນັກສືກສາ ເພື່ອໃຫ້ເຂົາເຈົ້າສຶກສາຮໍ່າຮຽນ, ຜູ້ຈັດສໍາມະນາ ຕ້ອງໄດ້ເສຍເງິນໃຫ້ຜູ້ເຂົ້າຮ່ວມສໍາມະນາ (ຈ້າງມາຟັງ?!) ແລະອື່ນໆ. ດັ່ງນັ້ນ, ການນໍາເອົາວິຊາຄວາມຮູ້ມາເຜີຍແຜ່ ໃຫ້ເປັນວິທະຍາທານໂດຍບໍ່ໄດ້ເສຍເງິນໃຫ້ຜູ້ນໍາໄປໃຊ້ ຈຶ່ງຖືໄດ້ວ່າເປັນການລົງທຶນທີ່ມີປະສິທິຜົນກ່ວາສອງກໍລະນີທີ່ໄດ້ຍົກຂື້ນກ່ອນຫນ້ານີ້. ຢ່າງໃດກໍ່ຕາມ, ສະພາບການຄົງບໍ່ເປັນເຊັ່ນນີ້ຕະຫຼອດໄປ: ເມື່ອໃດທີ່ຄົນມີການສຶກສາ, ມີຄວາມຮູ້ສູງຂື້ນ, ເຂົາເຈົ້າຈະມີວຽກເຮັດງານທໍາທີ່ໃຫ້ອັດຕາຄ່າຈ້າງສູງ ແລະເຂົາເຈົ້າຈະເຫັນຄວາມສໍາຄັນຂອງວິຊາຄວາມຮູ້ ແລະຍິນດີທີ່ຈະເສຍເງິນເພື່ອຫາຄວາມຮູ້ໃສ່ຕົນ. ເວລານັ້ນ ຄົງບໍ່ດົນເກີນໄປ ຖ້າປັນຍາຊົນຄົນລາວ ພ້ອມທີ່ຈະແບ່ງປັນຄວາມຮູ້ທີ່ຕົນມີ ໃຫ້ຄົນລາວຜູ້ອື່ນໆ ທີ່ຍັງບໍ່ທັນມີກໍາລັງຊັບ ແຕ່ມີຄວາມມຸ່ງຫມັ້ນຂົນຂວາຍຫາຄວາມຮູ້ໃສ່ຕົນ. "ຈົ່ງໃຫ້ໂອກາດແກ່ຄົນອື່ນໆ ແລ້ວຄົນອື່ນໆ ຈະໃຫ້ໂອກາດແກ່ທ່ານເຊັ່ນກັນ".
ຫນ້າເວັບການສຶກສານີ້, ຍັງຮັບເຜີຍແຜ່ ປະກາດ/ແຈ້ງການ ພ້ອມທັງຂ່າວສານຂໍ້ມູນທີ່ຫນ້າສົນໃຈຕ່າງໆ ຂອງໂຮງຮຽນ-ສະຖາບັນການສຶກສາທຸກໆແຫ່ງ (ເອກະຊົນ ແລະລັດ). ກະລຸນາຕິດຕໍ່ບັນນາທິການໂດຍບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆ.
ບັນນາທິການ ຂໍໃຊ້ສິດ ທີ່ຈະນຳສະເຫນີຂ່າວສານຂໍ້ມູນຕ່າງໆ ທີ່ຄຶດວ່າຈະເປັນປະໂຫຍດ ແກ່ມະຫາຊົນ ໂດຍຈະບໍ່ຖາມຄຳເຫັນໃດໆກັບພາກສ່ວນຫຼືບຸກຄົນທີ່ກ່ຽວຂ້ອງ ເພາະຖືວ່າແມ່ນຂ່າວສານຂໍ້ມູນມະຫາຊົນ. ຖ້າພາກສ່ວນ/ບຸກຄົນໃດເຫັນວ່າ ຂໍ້ຄວາມໃນຂ່າວສານຂໍ້ມູນທີ່ໄດ້ນຳສະເຫນີໃນເວັບໄຊນີ້ ມີອັນຄາດເຄື່ອນ, ບໍ່ຖືກຕ້ອງ ຫຼືສ້າງຄວາມເສຍຫາຍແກ່ຕົນ, ກະລຸນາສົ່ງຂ່າວແກ່ບັນນາທິການ ເພື່ອຈະໄດ້ທຳການດັດແປງແກ້ໄຂ ຫຼືລຶບອອກ. ກະລຸນາຂຽນເປັນພາສາລາວ ຕາມທີ່ຢູ່ໃນຫນ້າເວັບທຳອິດ. ຂໍຂອບໃຈສຳລັບການຮ່ວມມື.
ດາວໂຫຼດຈາກ ນະຣິນ - ສັກກຣາຊ
ລາຍລະອຽດ |
ດາວໂຫຼດ |
ຜູ້ທີ່ຄວນສົນໃຈ/ຂໍ້ມູນ |
"ຄູ່ມືຂຽນບົດໂຄງການຈົບຊັ້ນ ລະດັບປະລິນຍາຕີ (ສຳລັບທຸກພາກວິຊາຂອງສະຖາບັນການສຶກສາພາກລັດ ແລະພາກເອກະຊົນ)" ຂຽນໂດຍ ນະຣິນ-ສັກກຣາຊ, Narin Corporation, 2001. ປື້ມນີ້, ຈະໃຫ້ຄໍາແນະນໍາ ໃນການຈັດຮູບແບບຂອງບົດໂຄງການຈົບຊັ້ນ ສຳລັບການພິມດ້ວຍຄອມພິວເຕີ ແລະຄໍາແນະນໍາທີ່ເປັນປະໂຫຍດຕ່າງໆຫຼາຍໆຢ່າງ. |
ນັກສຶກສາປີສຸດທ້າຍ ທຸກໆຄະນະວິຊາ; ນັກສຶກສາ ທີ່ເຮັດລາຍງານ ສົ່ງອາຈານ ແລະອາຈານນຳພາ ບົດໂຄງການຈົບຊັ້ນ. |
|
ບົດສອນ/ແຜ່ນໃສ ວິຊາຄະນິດສາດ (ສຳລັບນັກເສດຖະສາດ-ຄຸ້ມຄອງ) ຂຽນໂດຍ ນະຣິນ - ສັກກຣາຊ, Narin Corporation, 2001, ໃຊ້ຄູ່ກັບ ປື້ມຕຳລາວິຊາຄະນິດສາດ, ແປ ແລະຮຽບຮຽງໂດຍ ທັນ ອົບມາໄລ ແລະນະຣິນ - ສັກກຣາຊ, ຄະນະເສດຖະສາດ ແລະການຄຸ້ມຄອງ, 1999 (ປຶ້ມຕຳລາມີຈຳຫນ່າຍທີ່ ຄະນະເສດຖະສາດ ແລະການຄຸ້ມຄອງ ໃນລາຄາ 16000 ກີບ). |
ນັກສຶກສາປີທີ III ຄະນະເສດຖະສາດ ແລະການຄຸ້ມຄອງ ແລະຜູ້ທີ່ສົນໃຈອື່ນໆ; ຄູ-ອາຈານ ທີ່ສອນວິຊານີ້ໃນຄະນະ/ວິທະຍາໄລຕ່າງໆ ອາດນຳເອົາໄປດັດແປງ, ແກ້ໄຂ-ເພີ່ມເຕີມ ໃຫ້ເຫມາະກັບຊັ້ນທີ່ຕົນສອນ. |
|
ບົດສອນ/ແຜ່ນໃສ ວິຊາຄຸ້ມຄອງລະບົບຂ່າວສານຂໍ້ມູນ ຂຽນໂດຍ ນະຣິນ - ສັກກຣາຊ, Narin Corporation, 2001, ໃຊ້ຄູ່ກັບ ປື້ມຕຳລາວິຊາຄຸ້ມຄອງລະບົບຂ່າວສານຂໍ້ມູນ, ແປ ແລະຮຽບຮຽງໂດຍ ນະຣິນ - ສັກກຣາຊ, ຄະນະເສດຖະສາດ ແລະການຄຸ້ມຄອງ, 2000 (ປຶ້ມຕຳລາມີຈຳຫນ່າຍທີ່ ຄະນະເສດຖະສາດ ແລະການຄຸ້ມຄອງ ໃນລາຄາ 18000 ກີບ). |
mis.zip |
ນັກສຶກສາປີທີ IV ພາກວິຊາຄຸ້ມຄອງ, ຄະນະເສດຖະສາດ ແລະການຄຸ້ມຄອງ ແລະຜູ້ທີ່ສົນໃຈອື່ນໆ. |
ບົດສອນ/ແຜ່ນໃສ ວິຊາຄຸ້ມຄອງໂຄງການ ຂຽນໂດຍ ນະຣິນ - ສັກກຣາຊ, Narin Corporation, 2001, ໃຊ້ຄູ່ກັບ ປື້ມຕຳລາວິຊາຄຸ້ມຄອງໂຄງການ, ແປ ແລະຮຽບຮຽງໂດຍ ນະຣິນ - ສັກກຣາຊ, ຄະນະເສດຖະສາດ ແລະການຄຸ້ມຄອງ, 2000 (ປຶ້ມຕຳລາຍັງບໍ່ທັນມີຈຳຫນ່າຍທີ່ ຄະນະເສດຖະສາດ ແລະການຄຸ້ມຄອງ). |
project.zip |
ນັກສຶກສາປີທີ V ພາກວິຊາຄຸ້ມຄອງ, ຄະນະເສດຖະສາດ ແລະການຄຸ້ມຄອງ ແລະຜູ້ທີ່ສົນໃຈອື່ນໆ. |
ຫມາຍເຫດ: ໄຟລ໌ທີ່ຄາຍອອກມາຈາກການດາວໂຫຼດຂ້າງເທີງ ມີການໃຊ້ຟອນລາວໃນຕະກຸນທີ່ລົງທ້າຍດ້ວຍ Lao (Saysettha Times - ຄ້າຍຄືກັບ Chanthabouli Lao) ແລະ 95 (Saysettha 95New - ຄ້າຍຄືກັບ Saysettha 95). ຟອນເຫຼົ່ານີ້ໄດ້ຖືກບີບອັດໃນ fonts.zip. ນອກຈາກນີ້, ບາງໄຟລ໌ ຍັງຢູ່ໃນຮູບແບບຂອງ pdf ຊຶ່ງຄວນຕ້ອງມີ Acroabat Reader 3 ເພື່ອໃຊ້ເປີດ (Reader 4 ຫຼື 5 ຈະເຮັດໃຫ້ບໍ່ເຫັນຕົວ ນ). ການຕິດຕັ້ງ Acrobat Reader3 ຄວນຕ້ອງ uninstall Reader 4 ຫຼື 5 ອອກກ່ອນ, ຈາກນັ້ນຈຶ່ງຕິດຕັ້ງ Reader 3. |
|