ຄຳຖາມ-ຄຳຕອບ ກ່ຽວກັບ Narin Script ແລະ Narin.ttf
ກັບຄືນໄປເວັບຫນ້າທຳອິດ                                                                   ກັບຄືນໄປຫນ້າ "ສິ່ງທີ່ຫນ້າສົນໃຈຕ່າງໆ"
  1. ຖາມ: ຫຼັງ​ຈາກ​ຕິດ​ຕັ້ງ Narin.ttf  ແລ້ວ, ເປັນ​ຫຍັງ ເມື່ອ​ເຂົ້າ​ໄປ​ຫນ້າ​ເວັບ​ເຊັ່ນ "ບົດ​ຄວາມ: ພາ​ສາ​ລາວ ແລະ​ບັນ​ຫາ​ການ​ສະ​ແດງ​ຜົນ​ເທີງ​ເວັບ" ຈຶ່ງ​ເຫັນ​ເປັນ​ຄື​ຮູບ​ຂ້າງ​ລຸ່ມ​ນີ້:


ຕອບ: ຕົວ​ທ່ອງ​ເວັບ​ທີ່​ທ່ານ​ໃຊ້ ບໍ່​ໄດ້​ເອີ້ນ​ໃຊ້ Narin.ttf  ເຂົ້າ​ໃນ​ການ​ສະ​ແດງ​ຜົນ​ຂອງ​ພາ​ສາ​ລາວ  ແຕ່​ຜັດ​ເອີ້ນ​ໃຊ້ arialuni.ttf (Arial Unicode MS) ແທນ. ວິ​ທີ​ແກ້​ໄຂ: ໃຫ້​ໄປ Start --> Settings --> Control Panel --> Fonts, ໃຫ້​ຄລິກ​ຂວາ​ໃສ່​ຟອນ  Arial Unicode MS ແລ້ວ​ເລືອກ Delete ເພື່ອ​ລຶບ​ຟອນ​ດັ່ງ​ກ່າວ​ອອກ​ຈາກ​ສາ​ລະ​ບົບ​ຟອນ (Fonts Directory) ຂອງ Windows.  ຖ້າ​ທ່ານ​ຍັງ​ເສຍ​ດາຍ Arial Unicode MS ເພາະ​ມີ​ຄວາມ​ຕ້ອງ​ການ​ໄວ້​ໃຊ້​ງານ​ເພື່ອ​ເອົາ​ໄວ້​ສະ​ແດງ​ຫນ້າ​ເວັບ​ທີ່​ ຂຽນ​ເປັນ​ພາ​ສາ​ຈີນ, ເກົາ​ຫຼີ, ຍີ່​ປຸ່ນ ແລະ​ອື່ນໆ, ໃຫ້​ເຂົ້າ​ໄປ​ໃນ Recycle Bin ເພື່ອ​ໄປ​ກູ້ (Restore) ເອົາ​ມັນ​ມາ​ໄວ້​ໃນ​ສາ​ລະ​ບົບ​ຟອນ​ຄືນ. ຕໍ່​ນີ້​ໄປ, ເມື່ອ​ເຮົາ​ເຂົ້າ​ເບີ່ງ​ຫນ້າ​ເວັບ​ທີ່​ຂຽນ​ເປັນ​ພາ​ສາ​ລາວ, ໂປຣ​ແກຣມ​ທ່ອງ​ເວັບ ຈະ​ເອີ້ນ​ເອົາ Narin.ttf  ມາ​ໃຊ້ ແລະ​ຖື​ວ່າ​ເປັນ​ຟອນ​ຕົວ​ເລືອກ​ຕົວ​ທຳ​ອິດ​ໃນ​ການ​ສະ​ແດງ​ຜົນ​ເປັນ​ພາ​ສາ​ ລາວ.
  1. ຖາມ: ຕົວ​ທ່ອງ​ເວັບ​ຕົວ​ໃດ ເຂົ້າ​ກັນ​ໄດ້​ດີ​ກັບ Narin Script ແລະ Narin.ttf  (ຫມາຍ​ຄວາມ​ວ່າ ສະ​ຫນັບ​ສະ​ຫນູນ​ການ​ສະ​ແດງ​ຜົນ ແລະ​ພິມ​ເປັນ​ພາ​ສາ​ລາວ​ໄດ້​ດີ)?
ຕອບ: ອັນ​ດັບ​ທຳ​ອິດ, ຄົງ​ຈະ​ແມ່ນ Mozilla 1.4 (ສ່ວນ​ລຸ້ນ​ອື່ນໆ, ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ໃຊ້ ແຕ່​ຄຶດ​ວ່າ​ຄົງ​ຈະ​ເຂົ້າ​ກັນ​ໄດ້​ກັບ​ພາ​ສາ​ລາວ). ບໍ່​ຈຳ​ເປັນ​ຕ້ອງ​ໄປ​ປັບ-ໄປ​ແປງ​ຫຍັງ, ມີ​ຄວາມ​ສາ​ມາດ​ກຳ​ຈັດ​ຫນ້າ​ເວັບ​ບໍ່​ໄດ້​ຮັບ​ເຊີນ (pop-up) ໄດ້​ຢ່າງ​ເດັດ​ຂາດ, ສາ​ມາດ​ໃຊ້​ໄດ້​ກັບ Windows ທຸກໆ​ລຸ້ນ. ຮັບ​ຮູ້​ໂຄດ​ແຍກ​ພະ​ຍາງ​ທີ່​ໃຊ້​ໃນ​ການ​ຂຽນ​ເວັບ​ພາ​ສາ​ລາວ (zero-width space) ໂດຍ​ທີ່​ຈະ​ບໍ່​ສະ​ແດງ​ໂຄດ​ນີ້​ເປັນ​ຍະ​ຫວ່າງ. ອັນ​ດັບ​ທີ​ສອງ ແມ່ນ Internet Explorer 6; ມີ​ຄຸນ​ນະ​ສົມ​ບັດ​ຄ້າຍໆ​ຄື Mozilla ແຕ່​ບໍ່​ສາ​ມາດ​ກຳ​ຈັດ​ຫນ້າ​ເວັບ​ທີ່​ບໍ່​ໄດ້​ຮັບ​ເຊີນ. ຜົນ​ການ​ຊອກ​ຫາ​ຈາກ​ການ​ພິມ​ເປັນ​ຕົວ​ລາວ​ໃນ search engine ເຊັ່ນ Google ຍັງ​ສະ​ແດງ​ໂຄດ​ແຍກ​ພະ​ຍາງ​ເປັນ​ຕາ​ສີ່​ຫຼ່ຽມ. ອັນ​ດັບ​ທີ​ສາມ ແມ່ນ Netscape 7.1; ຖ້າ​ບໍ່​ຕິ​ວ່າ ພິມ​ຕົວ​ລາວ​ບໍ່​ໄດ້​ເມື່ອ​ໃຊ້​ກັບ Windows XP (ແລະ 2000), ຈະ​ຍົກ​ໃຫ້​ເປັນ​ອັນ​ດັບ​ຫນຶ່ງ​ເລີຍ. ແຕ່​ໃຊ້​ກັບ Windows98 ແມ່ນ​ບໍ່​ມີ​ອັນ​ຕິ (ສ່ວນ​ກັບ Windows Me, ບໍ່​ໄດ້​ລອງ ເພາະ​ບໍ່​ມີ​ເຄື່ອງ​ລອງ). ກ່ອນ​ທີ່​ຈະ​ສາ​ມາດ​ພິມ​ເປັນ​ໂຕ​ລາວ​ໄດ້, ຕ້ອງ​ໄດ້​ໄປ​ປັບ Edit --> Preferences --> Navigator --> Languages, ໃຫ້​ກົດ​ປຸ່ມ Add, ຢູ່​ໃນ​ປ່ອງ Others, ໃຫ້​ພິມ​ຄຳ​ວ່າ lo-la ແລ້ວ​ຄລິກ OK. ເມື່ອ​ກັບ​ຄືນ​ມາ​ຫນ້າ Language, ໃຫ້​ຄລິກ​ໃສ່ [lo-la] ແລ້ວ​ກົດ​ປຸ່ມ Move Up ເພື່ອ​ໃຫ້​ມັນ​ຂື້ນ​ໄປ​ຢູ່​ເທີງ​ພາ​ສາ​ອື່ນໆ ແລ້ວ​ຈຶ່ງ​ຄລິກ OK. ນອກ​ຈາກ​ນີ້, ຍັງ​ມີ Composer ທີ່​ຢູ່​ດ້ານ​ລຸ່ມ​ຊ້າຍ​ຂອງ​ຈໍ ຊຶ່ງ​ເຮັດ​ໃຫ້​ເຮົາ​ສາ​ມາດ​ສ້າງ​ຫນ້າ​ເວັບ​ເປັນ​ພາ​ສາ​ລາວ​ໄດ້​ອີກ​ດ້ວຍ (Mozilla 1.4 ກໍ່​ມີ​ຄື​ກັນ).
  1. ຖາມ: Narin Script ສາ​ມາດ​ໃຊ້​ໄດ້​ກັບ​ຟອນ​ຢູ​ນີ​ໂຄດ​ລາວ​ຕົວ​ອື່ນໆ​ໄດ້​ບໍ່?
ຕອບ: ທີ່​ພໍ​ໃຊ້​ໄດ້​ກໍ່​ເຫັນ​ມີ​ພຽງ​ແຕ່ Saysettha OT.ttf  ເພາະ​ມີ​ໂຄດ​ມາດ​ຕາ​ຖານ​ຄື​ກັນ ແຕ່​ຈະ​ຕ່າງ​ກັນ​ພຽງ​ແຕ່​ພວກ​ອັກ​ສອນ​ປະ​ສົມ​ເຊັ່ນ xໍ່, xົ້, x້ຳ, xິ້, xີ້, x່ຳ, xັ້, xຶ້, xື້  ຊື່ງ Unicode ບໍ່​ໄດ້​ກຳ​ນົດ ແຕ່​ຜູ້​ຂຽນ​ຟອນ​ກຳ​ນົດ​ຂື້ນ​ເອົາ​ເອງ ຊຶ່ງ​ອາດ​ແຕກ​ຕ່າງ​ກັນ. ດັ່ງ​ນັ້ນ, ການ​ພິມ​ອັກ​ສອນ​ລາວ​ສຳ​ລັບ​ຟອນ​ຢູ​ນີ​ໂຄດ​ລາວ​ຕົວ​ອື່ນໆ, ໃຫ້​ຫຼີກ​ເວັ້ນ​ການ​ກົດ​ແປ້ນ​ພິມ​ເຫຼົ່າ​ນັ້ນ: ໃຫ້​ກົດ xໍ + x່ ແທນ xໍ່, xົ + x້ ແທນ xົ້, ແລະ​ຕໍ່ໆ​ໄປ​ຕາມ​ລຳ​ດັບ. ສ່ວນ​ຟອນ​ລາວ​ຢູ​ນີ​ໂຄດ​ອີກ​ຕົວ​ຫນຶ່ງ​ຄື GJ Basic Lao.ttf  ກໍ່​ພໍ​ໃຊ້​ໄດ້​ເຊັ່ນ​ກັນ ແຕ່​ຟອນ​ນີ້ ບໍ່​ມີ​ໂຄດ zero-width space ຊື່ງ​ຈະ​ມີ​ຜົນ​ເຮັດ​ໃຫ້​ການ​ເບີ່ງ​ເວັບ​ພາ​ສາ​ລາວ​ທີ່​ໃຊ້​ໂຄດ​ດັ່ງ​ກ່າວ ເປັນ​ຍະ​ຫວ່າງ​ຂັ້ນ​ທຸກໆ​ພະ​ຍາງ.
  1. ຖາມ: ເປັນ​ຫຍັງ​ເມື່ອ​ເຮົາ​ຕ້ອງ​ການ​ລຶບ​ຟອນ Narin.ttf  ລຸ້ນ​ເກົ່າ (ເພື່ອ​ຕິດ​ຕັ້ງ​ລຸ້ນ​ໃຫມ່​ທີ່​ມີ ຟອນ​ທຳ​ມະ​ດາ ແລະ​ຫນາ) ຄື​ລຶບ​ບໍ່​ໄດ້?
ຕອບ:  ຖ້າ​ໃຊ້ Windows XP ຫຼື Windows 2000, ຕ້ອງ​ເຂົ້າ​ໃຊ້​ເຄື່ອງ​ໃນ​ນາມ Administrator. ນອກ​ຈາກ​ນີ້, ຍັງ​ຕ້ອງ​ໄປ​ກວດ​ເບີ່ງ​ວ່າ, ມີ​ການ​ເອີ້ນ​ໃຊ້ Narin.ttf  ໃນ​ການ​ສະ​ແດງ​ຜົນ​ຂອງ​ສ່ວນ​ປະ​ກອບ​ຕ່າງໆ​ຂອງ​ຫນ້າ​ຈໍ Desktop  ຫຼື​ບໍ່ (ຕົວ​ຢ່າງ​ແຖບ​ຫົວ​ຂໍ້,  ຂໍ້​ຄວາມ​ຂອງ​ຮູບ​ສັນ​ຍາ​ລັກ -  Icons,  ເມ​ນູ,  ...).  ຖ້າ​ມີ, ໃຫ້​ປ່ຽນ​ເປັນ​ຟອນ​ອື່ນໆ​ເຊັ່ນ Tahoma. ຫຼັງ​ຈາກ​ນັ້ນ, ຈຶ່ງ​ກັບ​ໄປ​ລຶບ​ຟອນ Narin.ttf  ຕົວ​ເກົ່າ​ອອກ ແລ້ວ​ຈຶ່ງ​ຕັ້ງ​ຟອນ Narin ຊຸດ​ໃຫມ່​ເຂົ້າ​ແທນ.
  1. ຖາມ: Narin Script ເມື່ອ​ປຽບ​ທຽບ​ກັບ Lao Script for Windows?
ຕອບ: Narin Script ເປັນ​ພຽງ​ໄຫວ​ພິກ​ໃນ​ການ​ແກ້​ໄຂ​ບັນ​ຫາ​ພາ​ສາ​ລາວ​ໃນ Windows ທີ່​ຄຶດ​ອອກ​ໂດຍ​ມື​ສະ​ຫມັກ​ເຫຼັ້ນ​ຄົນ​ລາວ, ສ່ວນ Lao Script for Windows ເປັນ​ໂປຣ​ແກຣມ​ທີ່​ຂຽນ​ໂດຍ​ມື​ອາ​ຊີບ​ຄົນ​ຕ່າງ​ປະ​ເທດ. Lao Script for Windows ມີ​ປະ​ຫວັດ​ຄວາມ​ເປັນ​ມາ​ເປັນ​ສິບ​ກ່ວາ​ປີ, ເປັນ​ທີ່​ຮູ້​ຈັກ​ຂອງ​ຄົນ​ລາວ​ທຸກໆ​ຄົນ​ໃນ​ປະ​ເທດ​ລາວ ທີ່​ຮູ້​ຈັກ​ໃຊ້​ຄອມ​ພິວ​ເຕີ. ສ່ວນ Narin Script ຫາ​ກໍ່​ເກີດ​ເມື່ອ​ຕົ້ນ​ປີ 2001, ມີ​ຈຳ​ນວນ​ຜູ້​ໃຊ້​ໃນ​ປັດ​ຈຸ​ບັນ ຄົງ​ບໍ່​ເກີນ 50 ຄົນ​ໃນ​ທົ່ວ​ໂລກ. ຢ່າງ​ໃດ​ກໍ່​ຕາມ, ການ​ມີ​ທາງ​ເລືອກ​ຫຼາຍໆ​ທາງ ຍ່ອມ​ດີ​ກ່ວາ​ມີ​ທາງ​ເລືອກ​ອັນ​ດຽວ ແລະ​ທີ່​ສຳ​ຄັນ, Narin Script ແມ່ນ​ຂອງ​ຟຣີ.
ນະຣິນ
15 ກໍລະກົດ 2003
  1. ຖາມ: ຖ້າ​ມີ​ຟອນ​ຢູ​ນີ​ໂຄດ​ລາວ​ຕົວ​ອື່ນໆ ແລະ Script ອື່ນໆ​ທີ່​ສາ​ມາດ​ພິມ​ພາ​ສາ​ລາວ​ຈາກ​ຟອນ​ລາວ​ຢູ​ນີ​ໂຄດ​ໄດ້, ຈຳ​ເປັນ​ບໍ່​ທີ່​ຈະ​ຕ້ອງ​ຕິດ​ຕັ້ງ Narin.ttf ແລະ Narin Script?
ຕອບ:  ບໍ່​ຈຳ​ເປັນ ແຕ່​ຟອນ​ຢູ​ນີ​ໂຄດ​ລາວ​ທີ່​ໃຊ້ ຄວນ​ຕ້ອງ​ມີ​ໂຄດ​ແຍກ​ພະ​ຍາງ (zero-width space ຫຼື U200B), ບໍ່​ດັ່ງ​ນັ້ນ, ຖ້າ​ໃຊ້​ເບີ່ງ​ຫນ້າ​ເວັບ​ທີ່​ໃຊ້​ໂຄດ​ດັ່ງ​ກ່າວ​ໃນ​ການ​ແຍກ​ພະ​ຍາງ, ຈະ​ເຫັນ​ເປັນ​ຕາ​ສີ່​ຫຼ່ຽມ​ນ້ອຍໆ ຂັ້ນ​ແຕ່​ລະ​ພະ​ຍາງ.
ນະຣິນ
17 ກໍລະກົດ 2003

ກັບຄືນໄປເວັບຫນ້າທຳອິດ                  ກັບຄືນໄປຕອນຕົ້ນຂອງຫນ້າ                ກັບຄືນໄປຫນ້າ "ສິ່ງທີ່ຫນ້າສົນໃຈຕ່າງໆ"