ການ​ຂໍ​ອີ​ເມ​ກັບ Yahoo
| ກັບ​ຄືນ​ເວັບ​ໜ້າ​ທໍາ​ອິດ​ | ກັບ​ຄືນ​ໜ້າ​ "ເລື່ອງ​ຕ່າງໆ​ກ່ຽວ​ກັບ​ຄອມ​ພິວ​ເຕີ​" | ການ​ຂໍ​ອີ​ເມ​ກັບ​ Hotmail |

    ໃຫ້​ເຂົ້າ​ໄປ​ເວັບ​ໄຊ​ເມ​ຂອງ Yahoo ດ້ວຍ​ການ​ພິມ http://mail.yahoo.com ຢູ່​ໃນ​ປ່ອງ​ສີ​ຂາວ​ຍາ​ວໆ ທີ່​ດ້ານ​ຊ້າຍ​ມື​ມີ​ຂໍ້​ຄວາມ Address. ຈາກ​ນັ້ນ​, ໃຫ້​ກົດ​ປຸ່ມ​ Enter ທີ່​ຢູ່​ແປ້ນ​ພິມ.
    ຖ້າ​ເຮົາ​ພິມ​ ທີ່​ຢູ່​ເວັບ​ໄຊ​ເມ​ຂອງ​ Yahoo ຖືກ​ຕ້ອງ​, ເຮົາ​ຈະ​ໄດ້​ໜ້າ​ເວັບ​ຄື​ດັ່ງ​ລຸ່ມ​ນີ້​:



    ໃຫ້​ໃຊ້​ໜູ ຄ​ລິກ​ໃສ່​ຂໍ້​ຄວາມ​ສີ​ຟ້າ​ແລະ​ຂີດ​ກ້ອງ Sign up now ທີ່​ຢູ່​ໃນ​ໜ້າ​ຈໍ​; ເມື່ອ​ລໍ​ຖ້າ​ຊົ່ວ​ຂະ​ນະ​ໜຶ່ງ​, ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ດັ່ງ​ລຸ່ມ​ນີ້:



    ໃຫ້​ໃຊ້​ໜູ​ຄ​ລິກ​ໃສ່​ຂໍ້​ຄວາມ Sign Up Now ທາງ​ດ້ານ​ຊ້າຍ​ມື​ (ຂໍ​ເມ​ຟຣີ​); ລໍ​ຖ້າ​ຊົ່ວ​ຂະ​ນະ​ໜຶ່ງ​, ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ດັ່ງ​ລຸ່ມ​ນີ້​:



    ບາດ​ນີ້​ ມາ​ຮອດ​ຂັ້ນ​ຕອນ​ທີ່​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ປ້ອນ​ຂໍ້​ມູນ​ຕ່າງ​; ໃຫ້​ດໍາ​ເນີນ​ການ​ຕາມ​ທີ່​ສະ​ເໜີ​ຢູ່​ຂ້າງ​ລຸ່ມ​ນີ້​:

ຕົວ​ຢ່າງ ​: ເຮົາ​ອາດ​ຕັ້ງ​ຊື່​ອີ​ເມ​ຂອງ​ເຮົາ​ວ່າ lololele72 (ໝາຍ​ຄວາມ​ວ່າ ID ຫຼື​ຊື່​ອີ​ເມ ແມ່ນ​ lololele72, Email Address ຫຼື​ທີ່​ຢູ່​ອີ​ເມ ຈະ​ແມ່ນ lololele72@yahoo.com; @ ອ່ານ​ວ່າ at - ແອັດ​). ໃຫ້​ເຂົ້າ​ໃຈ​ວ່າ ມີ​ຜູ້​ໃຊ້​ອີ​ເມ​ຂອງ Yahoo ຫຼາຍ​ສິບ​ລ້ານ​ຄົນ. ດັ່ງ​ນັ້ນ​, ການ​ຕັ້ງ​ຊື່​ອີ​ເມ​, ຕ້ອງ​ຢ່າ​ໃຫ້​ຊໍ້າ​ກັບ​ຊື່​ອີ​ເມ​ຂອງ​ຄົນ​ອື່ນ​ທີ່​ໃຊ້​ອີ​ເມ​ຂອງ Yahoo ກ່ອນ​ໜ້າ​ເຮົາ - ໝາຍ​ຄວາມ​ວ່າ ຊື່​ອີ​ເມ​ສັ້ນໆ​-ງ່າຍໆ​-ດັງໆ​ ຄົນ​ອື່ນໆ​ເອົາ​ໄປ​ໃຊ້​ກ່ອນ​ເຮົາ​ຮຽບ​ຮ້ອຍ​ແລ້ວ​! ຖ້າ​ບໍ່​ຢາກ​ເສຍ​ເວ​ລາ​ ໃນ​ການ​ທີ່​ຈະ​ຕ້ອງ​ຕັ້ງ​ຊື່​ອີ​ເມ​ຄືນ​ໃໝ່ (ເນື່ອງ​ຈາກ​ຊໍ້າ​ກັບ​ຊື່​ອີ​ເມ​ຂອງ​ຄົນ​ອື່ນ​) ໃຫ້​ຕື່ມ​ຕົວ​ເລກ​ໃສ່​ຕອນ​ທ້າຍ​ຂອງ​ຊື່​ອີ​ເມ​ຈັກ 2-4 ໂຕ. ຫຼື​ອີກ​ວິ​ທີ​ໜຶ່ງ​, ໃຫ້​ຕັ້ງ​ຊື່​ອີ​ເມ​ເປັນ ຊື່​ນາມ​ສະ​ກຸນ​ຂອງ​ເຮົາ (ບໍ່​ມີ​ຍະ​ຫວ່າງ​ຂັ້ນ​ລະ​ຫວ່າງ​ຊື່​ ແລະ​ນາມ​ສະ​ກຸນ​; ຖ້າ​ຢາກ​ຂັ້ນ​, ໃຫ້​ໃຊ້ _ ເປັນ​ຕົວ​ຂັ້ນ​, ເຊັ່ນ narinsakkraj ຫຼື​ narin_sakkraj); ວິ​ທີ​ນີ້​, ຮັບ​ຮອງ​ວ່າ ບໍ່​ມີ​ໃຜ​ຄຶດ​ຕັ້ງ​ຊື່​ອີ​ເມ​ຊື່​ນີ້​ ກ່ອນ​ໜ້າ​ເຮົາ​ແນ່ນອນ.

    ຖ້າ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ປ້ອນ​ເຂົ້າ​ບໍ່​ມີ​ບັນ​ຫາ​ໃດໆ​, ເມື່ອ​ລໍ​ຖ້າ​ຊົ່ວ​ຂະ​ນະ​ໜຶ່ງ​, ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ລຸ່ມ​ນີ້​: (ກໍ​ລະ​ນີ​ກົງ​ກັນ​ຂ້າມ​, ຈະ​ມີ​ໜ້າ​ຈໍ​ເພື່ອ​ໃຫ້​ເຮົາ​ປ່ຽນ​ແປງ​ຂໍ້​ຄວາມ - ປ່ອງ​ທີ່​ຕ້ອງ​ການ​ໃຫ້​ປ່ຽນ​, ຈະ​ມີ​ຂໍ້​ຄວາມ​ເປັນ​ສີ​ແດງ​ຢູ່​ດ້ານ​ໜ້າ​ປ່ອງ​ນັ້ນໆ. ເມື່ອ​ປ່ຽນ​ແປງ​ທຸກ​ຢ່າງ​ຮຽບ​ຮ້ອຍ​, ໃຫ້​ໃຊ້​ໜູ​ກົດ​ປຸ່ມ Submit This Form ດັ່ງ​ກ່າວ​ອີກ​ຄັ້ງ​ໜຶ່ງ​).



    ຢູ່​ປ່ອງ​ສີ​ຂາວ​ນ້​ອຍໆ​ໜ້າ​ຂໍ້​ຄວາມ Install Yahoo! Companion toolbar, ເຮົາ​ຈະ​ເຫັນ​ວ່າ ມີ​ເຄື່ອງ​ໝາຍ​ຖືກ​ຢູ່​ໃນ​ປ່ອງ​ດັ່ງ​ກ່າວ. ໃຫ້​ໃຊ້​ໜຸ​ຄ​ລິກ​ໃສ່​ປ່ອງ​ດັ່ງ​ກ່າວ ເພື່ອ​ລົບ​ລ້າງ​ເຄື່ອງ​ໝາຍ​ຖືກ​ອອກ​; ຈາກ​ນັ້ນ​, ໃຫ້​ໃຊ້​ໜູ​ຄ​ລິກ​ໃສ່​ປຸ່ມ​ສີ​ເທົາ​ຍາ​ວໆ ທີ່​ມີ​ຂໍ້​ຄວາມ Continue to Yahoo! Mail. ລໍ​ຖ້າ​ຊົ່ວ​ຂະ​ນະ​ໜື່ງ​, ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ດັ່ງ​ລຸ່ມ​ນີ້​:



    ໃຫ້​ຊອກ​ຫາ​ຂໍ້​ຄວາມ​ສີ​ຟ້າ ແລະ​ມີ​ຂີດ​ກ້ອງ Inbox (1) (ມີ 2 ບ່ອນ​ຢູ່​ໃນ​ໜ້າ​ຈໍ​ຂ້າງ​ເທີງ​) ແລ້ວ​ໃຊ້​ໜູ​ຄ​ລີກ​ໃສ່​ ຊຶ່ງ​ຈະ​ເປັນ​ເໜືອນ​ການ​ເປີດ​ເບີ່ງ​ຕູ້​ອີ​ເມ ເພື່ອ​ເບີ່ງ​ວ່າ​ມີ​ໃຜ​ສົ່ງ​ອີ​ເມ​ມາ​ຫາ​ເຮົາ. ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ດັ່ງ​ລຸ່ມ​ນີ້​:



    ເຮົາ​ຈະ​ເຫັນ​ວ່າ ໃນ​ຕູ້​ອີ​ເມ (Inbox), ມີ​ພຽງ 1 ອີ​ເມ​ເທົ່າ​ນັ້ນ. ອີ​ເມ​ນີ້ ຜູ້​ສົ່ງ​ມາ (Sender) ແມ່ນ Yahoo!; ຫົວ​ຂໍ້​ຂອງ​ອີ​ເມ​ (Subject) ແມ່ນ Welcome to Yahoo!; ວັນ​ທີ​ສົ່ງ​ມາ (Date) ແມ່ນ Sun 02/15 (ວັນ​ອາ​ທິດ​, ເດືອນ 2, ວັນ​ທີ 15 - ຕາມ​ເວ​ລາ​ຂອງ USA), ແລະ​ຂະ​ໜາດ​ຂອງ​ອີ​ເມ (Size) ແມ່ນ 495b (b=byte; 1 byte = ປະ​ມານ 1 ຕົວ​ອັກ​ສອນ​). ໃຫ້​ໃຊ້​ໜູ​ຄ​ລິກ​ໃສ່​ຂໍ້​ຄວາມ Welcome to Yahoo! ເພື່ອ​ທໍາ​ການ​ເປີດ​ອ່ານ​ອີ​ເມ​ນີ້​ (ທຸ​ກໆ​ເມ​ທີ່​ສົ່ງ​ມາ​ຈາກ Yahoo!, ເຮົາ​ຕ້ອງ​ເປີດ​ຂື້ນ​ມາ​ເບີ່ງ​; ເລື່ອງ​ອ່ານ​ຫຼື​ບໍ່​ອ່ານ ແມ່ນ​ເປັນ​ເລື່ອງ​ຂອງ​ເຮົາ​: Yahoo! ບໍ່​ສາ​ມາດ​ຮູ້​ນໍາ​ ເພາະ​ຕາ​ຂອງ Yahoo! ບໍ່​ໄດ້​ຢູ່​ນໍາ​ເຮົາ​; ແຕ່ Yahoo! ຈະ​ຮູ້​ວ່າ​ເຮົາ​ເປີດ​ເບີ່ງ​ອີ​ເມ​ທີ່ Yahoo! ສົ່ງ​ມາ​ໃຫ້​ເຮົາ​ຫຼື​ບໍ່ ເພາະ​ອີ​ເມ​ທີ່​ເຮົາ​ໃຊ້​ນີ້ ເປັນ​ອີ​ເມ​ຂອງ Yahoo!). ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ລຸ່ມ​ນີ້​:



    ໃຫ້​ລາກ​ແຖບ​ເລື່ອນ​ທີ່​ຢູ່​ດ້ານ​ຂວາ​ມື​ ເພື່ອ​ເລື່ອນ​ໜ້າ​ຈໍ​ລົງ​ມາ​ຈົນ​ຮອດ​ລຸ່ມ​ສຸດ (ເຮັດ​ຄື​ວ່າ ເຮົາ​ອ່ານ​ຂໍ້​ຄວາມ​ທີ່ Yahoo! ສົ່ງ​ມາ​ຫາ​ເຮົາ​). ຈາກ​ນັ້ນ​, ໃຫ້​ເລື່ອນ​ໜ້າ​ຈໍ​ກັບ​ຄືນ​ໄປ​ເທີງ​ສຸດ. ຊອກ​ຫາ​ຂໍ້​ຄວາມ [Sign Out] (ເຊັນ​ອອກ​) ແລ້ວ​ໃຊ້​ໜູ​ຄ​ລິກ​ໃສ່ ເພື່ອ​ເຊົາ​ໃຊ້​ອີ​ເມ​ຂອງ Yahoo! ຄໍາ ​ເຕືອນ​: ຮອດ​ຈຸດ​ນີ້​, ການ​ເຊົາ​ໃຊ້​ອີ​ເມ​ຂອງ Yahoo!, ຫ້າມ​ປິດ ໜ້າ​ຈໍ​ຂອງ Internet Explorer ເປັນ​ອັນ​ຂາດ​: ຕ້ອງ​ກົດ​ໃສ່​ຂໍ້​ຄວາມ [Sign Out - ບໍ່​ດັ່ງ​ນັ້ນ​, ຖ້າ​ທ່ານ​ກັບ​ເຂົ້າ​ມາ​ໃຊ້​ອີ​ເມ​ຂອງ Yahoo! ຄືນ​ອີກ​, ເມື່ອ​ປ້ອນ ຊື່​ອີ​ເມ (ID) ແລະ​ລະ​ຫັດ​ລັບ (Password), Yahoo! ຈະ​ທ້​ວງ​ວ່າ ລະ​ຫັດ​ລັບ​ບໍ່​ຖືກ​ຕ້ອງ​! ຫຼັງ​ຈາກ​ ໃຊ້​ໜູ​ກົດ​ໃສ່​ຂໍ້​ຄວາມ [Sign Out], ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ລຸ່ມ​ນີ້​:



    ໃຫ້​ທໍາ​ການ​ປິດ​ໂປຣ​ແກຣມ​ທ່ອງ​ເວັບ (Internet Explorer) ດ້ວຍ​ການ​ໃຊ້​ໜູ​ຄ​ລິກ​ໃສ່ x ຢູ່​ດ້ານ​ເທີງ​ຂວາ​ສຸດ​ຂອງ​ຈໍ. ຈາກ​ນັ້ນ ໃຫ້​ແລ່ນ​ ໂປຣ​ແກຣມ​ທ່ອງ​ເວັບ​ຄືນ​ໃໝ່. ໃຫ້​ເຂົ້າ​ໄປ​ເວັບ​ໄຊ​ອີ​ເມ​ຂອງ Yahoo!; ຢູ່​ປ່ອງ Yahoo! ID ໃຫ້​ພິມ​ ຊື່​ອີ​ເມ​ຂອງ​ເຮົາ​ໃສ່​; ຢູ່​ປ່ອງ Password, ໃຫ້​ພິມ​ລະ​ຫັດ​ລັບ​ຂອງ​ເຮົາ​ໃສ່ ແລ້ວ​ໃຊ້​ໜູ​ຄ​ລິກ​ໃສ່​ປຸ່ມ​ສີ​ເທົາ Sign In. ຖ້າ​ເຮົາ​ສາ​ມາດ​ເຂົ້າ​ໄປ​ຮອດ​ຕູ້​ອີ​ເມ (Inbox) ຂອງ​ເຮົາ​ໄດ້​, ກໍ່​ສະ​ແດງ​ວ່າ​ ອີ​ເມ​ທີ່​ເຮົາ​ຂໍ​ນໍາ Yahoo! ແມ່ນ​ສາ​ມາດ​ໃຊ້​ການ​ໄດ້. ຖ້າ​ບໍ່​ເປັນ​ເປັນ​ຕາມ​ນີ້​, ການ​ຂໍ​ອີ​ເມ​ທີ່​ຜ່ານ​ມາ​ແມ່ນ​ລົ້ມ​ເຫຼວ.
    ເມື່ອ​ທົດ​ສອບ​ວ່າ​ໄດ້​ອີ​ເມ​ຂອງ
Yahoo! ມາ​ແລ້ວ​, ເຮົາ​ຄວນ​ໝັ່ນ​ມາ​ໃຊ້​ອີ​ເມ​ຢ່າງ​ຂີ້​ລ້າຍ 1 ເດືອນ​ຕໍ່​ຄັ້ງ​: ຖ້າ​ເຮົາ​ບໍ່​ມາ​ໃຊ້​ເກີນ 1 ເດືອນ​, ອີ​ເມ​ຂອງ​ເຮົາ​ ອາດ​ຖືກ​ຖອນ​ບໍ່​ໃຫ້​ໃຊ້​ງານ​ໄດ້​ຕໍ່​ໄປ​ອີກ.
    ຫ​ວັງ​ຢ່າງ​ຍິ່ງ​ວ່າ ຄໍາ​ແນະ​ນໍາ​ທັງ​ໝົດ​ນີ້​, ຄົງ​ຊ່ອຍ​ໃຫ້​ທ່ານ​ສາ​ມາດ​ຂໍ​ອີ​ເມ​ນໍາ Yahoo! ໄດ້​ດ້ວຍ​ຕົວ​ຂອງ​ທ່ານ​ເອງ​!

ວຽງ​ຈັນ​, 16 ກຸມ​ພາ 2004
ນະ​ຣິນ​