ການ​ແຊກ​ໂຄດ​ແຍກ​ພະ​ຍາງ​ ໃນ​ໜ້າ​ເວັບ​ພາ​ສາ​ລາວ​
| ກັບ​ຄືນ​ເວັບ​ໜ້າ​ທໍາ​ອິດ​ | ກັບ​ຄືນ​ໜ້າ​ "ຄອມ​ພິວ​ເຕີ​" |

    ການ​ສ້າງ​ເວັບ​ພາ​ສາ​ລາວ ອາດ​ຖື​ໄດ້​ວ່າ​ເປັນ​ເລື່ອງ​ທີ່​ງ່າຍ​ ແຕ່​ການ​ຈະ​ເຮັດ​ໃຫ້​ຂໍ້​ຄວາມ​ທີ່​ເປັນ​ພາ​ສາ​ລາວ ມີ​ການ​ຈັດ​ວາງ​ໃຫ້​ພໍ​ດີ​ ຕາມ​ຄວາມ​ກ້ວາງ​ຂອງ​ແຖວ ເປັນ​ສິ່ງ​ທີ່​ໜ້າ​ໜັກ​ໃຈ​ສໍາ​ລັບ​ຜູ້​ທີ່​ຂຽນ​ເວັບ. ດັ່ງ​ນັ້ນ​, ເວັບ​ໄຊ​ພາ​ສາ​ລາວ​ສ່ວນ​ໃຫຍ່​, ຈະ​ບໍ່​ມີ​ການ​ໃຊ້​ໂຄດ​ແຍກ​ພະ​ຍາງ (ຖ້າ​ມີ​, ກໍ່​ໃຊ້​ໃນ​ບາງ​ຂໍ້​ຄວາມ​ເທົ່າ​ນັ້ນ​).

     ການ​ບໍ່​ໃຊ້​ໂຄດ​ແຍກ​ພະ​ຍາງ​ໃນ​ຂໍ້​ຄວາມ​ພາ​ສາ​ລາວ​, ເປັນ​ສາ​ເຫດ​ໃຫ້​ຜູ້​ສ້າງ​ເວັບ​ຈໍາ​ໃຈ​ຕ້ອງ​ໄດ້​ພິມ​ຂໍ້​ຄວາມ​ພາ​ສາ​ລາວ ໃສ່​ໃນ​ຕາ​ຕະ​ລາງ​ ທີ່​ມີ​ການ​ກໍາ​ນົດ​ຄວາມ​ກ້ວາງ​ທີ່​ຄົງ​ທີ່ ແລະ​ຈັດ​ວັກ​ຂໍ້​ຄວາມ​ໃຫ້​ເປັນ​ແບບ​ພຽງ​ຊ້າຍ​ (left-justify). ສິ່ງ​ນີ້​, ຈະ​ເຮັດ​ໃຫ້​ໜ້າ​ເວັບ​ ບໍ່​ສາ​ມາດ​ຢືດ​ໄປ​ຕາມ​ຄວາມ​ກ້ວາງ​ຂອງ​ໜ້າ​ຈໍ​ (ໜ້າ​ເວັບ​ຈະ​ນ້ອຍ​ລົງ​ເມື່ອ​ສະ​ແດງ​ໃນ​ໜ້າ​ຈໍ​ທີ່​ມີ​ລາຍ​ລະ​ອຽດ​ທີ່​ສູງ​ຂຶ້ນ​) ແລະ​ມີ​ຫວ່າງ​ເປົ່າ ທີ່​ສາ​ມາດ​ບັນ​ຈຸຂໍ້​ຄວາມ​ໄດ້​ຫຼາຍໆ​ພະ​ຍາງ​ ຢູ່​ທ້າຍ​ແຖວ​ຂອງ​ແຕ່​ລະ​ແຖວ (ຖ້າ​ກໍາ​ນົດ​ວັກ​ໃຫ້​ເປັນ​ແບບ​ພຽງ​ຊ້າຍ​ພຽງ​ຂ​ວາ - justify, ຊ່ອງ​ຫວ່າງລະ​ຫວ່າງ​ຄໍາ ຈະ​ມີ​ຄວາມ​ກ້ວາງ​ເກີນ​ໄປ​).

    ໃນ​ໄລ​ຍະ​ຜ່ານ​ມາ​, ການ​ແຊກ​ໂຄດ​ແຍກ​ພະ​ຍາງ ຈະ​ຕ້ອງ​ໄດ້​ດໍາ​ເນີນ​ການ​ດ້ວຍ​ມື ດ້ວຍ​ການ​ແຊກ​ Shift + ຜ​ ຊຶ່ງ​ກົງ​ກັບ​ໂຄດ​ແຍກ​ພະ​ຍາງ (ສໍາ​ລັບ​ຜູ້​ທີ່​ໃຊ້ Narin Script ແລະ ຟອນ Narin) ເຂົ້າ​ໃນ​ແຕ່​ລະ​ພະ​ຍາງ. ການ​ດໍາ​ເນີນ​ການ​ແບບ​ນີ້ ຖື​ວ່າ​ເປັນ​ເລື່ອງ​ທີ່​ກິນ​ແຮງ​ຫຼາຍ​ ແລະ​ໜ້າ​ເບື່ອ.

    ບົດ​ຄວາມ​ນີ້​ ຈະ​ນໍາ​ສະ​ເໜີ​ວິ​ທີ​ການ​ແຍກ​ພະ​ຍາງ​ຢູ່​ໃນ​ໜ້າ​ເວັບ​ພາ​ສາ​ລາວ​ໂດຍ​ໃຊ້​ໂປຣ​ແກຣມ. ເວັບ​ພາ​ສາ​ລາວ​ທີ່​ສາ​ມາດ​ແຍກ​ພະ​ຍາງ ຈະ​ຕ້ອງ​ເປັນ​ໜ້າ​ເວັບ​ທີ່​ອັກ​ສອນ​ລາວ​ ມີ​ລັກ​ສະ​ນະ​ທີ່​ຄົງ​ທີ່ ບໍ່​ວ່າ​ເຮົາ​ຈະ​ປັບ Encoding ໄປ​ເປັນ​ແບບ​ໃດ​ກໍ່​ຕາມ. ເວົ້າ​ອີກ​ຢ່າງ​ໜຶ່ງ​ກໍ່​ຄື: ຖ້າ​ເຮົາ​ໃຊ້ ໂປຣ​ແກຣມ Notepad ເປີດ​ໜ້າ​ເວັບ​ນັ້ນ​, ຂໍ້​ຄວາມ​ພາ​ສາ​ລາວ ຈະ​ເປັນ​ໂຄດ 4 ຕົວ​ເລກ (&#3713 ຫາ &#3839). ນອກ​ຈາກ​ນີ້​, ຟອນ​ພາ​ສາ​ລາວ​ທີ່​ໃຊ້ ຄວນ​ເປັນ narin.ttf, narinbd.ttf ແລະ​ໃຊ້ Narin Script ໃນ​ການ​ພິມ​ພາ​ສາ​ລາວ. ເງື່ອນ​ໄຂ​ຕອນ​ທ້າຍໆ​ນີ້ ໄດ້​ຖືກ​ວາງ​ຂື້ນ​ກໍ່​ຍ້ອນ​ວ່າ​ xໍ່​, xົ້​, xິ້​, xີ້​, xັ້​, xຶ້ ແລະ xື້​ ແມ່ນ​ມີ​ການ​ກໍາ​ນົດ​ໂຄດ​ແຕກ​ຕ່າງ​ກັນ​ສໍາ​ລັບ​ຟອນ narin ແລະ ຟອນ​ຢູ​ນີ​ໂຄດ​ລາວ​ຕົວ​ອື່ນໆ​: ກ່ອນ​ຈະ​ມີ​ການ​ແຊກ​ໂຄດ​ແຍກ​ພະ​ຍາງ​, ຂ້າ​ພະ​ເຈົ້າ​ໄດ້​ກໍາ​ນົດ​ໃຫ້​ມີ​ກາ​ນກ​ວດ​ສອບ​ວ່າ​ມີ​ການ​ພິມ​ອັກ​ສອນ (ຕ້ອງ​ຫ້າມ​) ເຫຼົ່າ​ນັ້ນ​ຫຼື​ບໍ່​; ຖ້າ​ມີ​, ກໍ່​ຈະ​ມີ​ການ​ແກ້​ໄຂ​ໃຫ້​ຖືກ​ຕ້ອງ​ ແລ້ວ​ຈຶ່ງ​ຄ່ອຍ​ດໍາ​ເນີນ​ການ​ແຍກ​ພະ​ຍາງ.

    ໂປຣ​ແກຣມ​ ແລະ​ບາງ​ໄຟ​ລ໌​ທີ່​ຈໍາ​ເປັນ​ຕ້ອງ​ໃຊ້​:
  1. Advanced Find and Replace 1.6 (ດາວ​ໂຫຼດ​ໄດ້​ຈາກ​ http://www.abacre.com/download.htm), ສາ​ມາດ​ລອງ​ໃຊ້​ໄດ້ 20 ມື້​
  2. ໄຟ​ລ໌ insertwb.csv ແລະ saylaotonarin.csv ທີ່​ຖືກ​ບີບ​ອັດ​ເປັນ​ໄຟ​ລ໌​ csv.zip (ດາວ​ໂຫຼດ csv.zip ໄດ້​ທີ່​ນີ້​!)
    ການ​ໃຊ້​ໂປຣ​ແກຣມ​ Advanced Find and Replace 1.6:

ຂໍ້​ຄວນ​ລະ​ວັງ​: ບໍ່​ຄວນ​ເອົາ​ຕົ້ນ​ສະ​ບັບ​ມາ​ແຊກ​ໂຄດ​ແຍກ​ພະ​ຍາງ - ຄວນ​ສ້າງ Folder/Directory ໃໝ່​ ເຊັ່ນ C:\Converted Pages\ ແລ້ວ​ທໍາ​ການ​ສໍາ​ເນົາ​ໜ້າ​ເວັບ​ຕ່າງໆ​ທີ່​ຕ້ອງ​ການ​ແຊກ​ໂຄດ​ແຍກ​ພະ​ຍາງ ມາ​ໄວ້​ໃນ​ C:\Converted Pages\ ນີ້ (ຖ້າ​ມີ​ຫຍັງ​ຜິດ​ພາດ​, ເຮົາ​ກໍ່​ຍັງ​ມີ​ໜ້າ​ເວັບ​ຕົ້ນ​ສະ​ບັບ​ຢູ່​!)

    ໃຫ້​ສ້າງ​ Folder/Directory: C:\Csv\ ແລ້ວ​ທໍາ​ການ​ຄາຍ​ໄຟ​ລ໌​ csv.zip ທີ່​ດາວ​ໂຫຼດ​ມາ​ໄວ້​ໃນ C:\Csv\ (ໃນ C:\Csv\, ເຮົາ​ຈະ​ມີ​ໄຟ​ລ໌​ insertwb.csv ແລະ saylaotonarin.csv.

ເລີ່ມ​ດໍາ​ເນີນ​ການ​ໃຊ້​ໂປຣ​ແກຣມ Advanced Find and Replace 1.6 ຄື​ດັ່ງ​ທີ່​ໄດ້​ສະ​ເໜີ​ດັ່ງ​ຂັ້ນ​ຕອນ​ຕ່າງໆ​ລຸ່ມ​ນີ້​:

  1. ແລ່ນ​ໂປຣ​ແກຣມ Advanced Find and Replace 1.6, ເຮົາ​ຈະ​ໄດ້​ໜ້າ​ຕາ​ຂອງ​ໂປຣ​ແກຣມ​ຄ້າຍ​ຄື​ຮູບ​ລຸ່ມ​ນີ້ (ປຸ່ມ Find ຖືກ​ກົດ)

  1. ຢູ່​ແຖບ​ເມ​ນູ​, ໃຫ້​ໄປ Action --> Options ແລ້ວ​ຄ​ລິກ​ໃສ່​ປຸ່ມ Batch Replace, ເຮົາ​ຈະ​ໄດ້​ປ່ອງ​ຢ້ຽມ ທີ່​ມີ​ໜ້າ​ຕາ​ຄື​ຮູບ​ລຸ່ມ​ນີ້​:


    ຢູ່​ເຂດ Regular Expression, ໃຫ້​ເອົາ​ເຄື່ອງ​ໝາຍ​ຖືກ​ອອກ​ໃຫ້​ໝົດ. ຈາກ​ນັ້ນ​, ໃຫ້​ຄ​ລິກ​ປຸ່ມ OK  ແລະ​ເຮົາ​ຈະ​ໄດ້​ໜ້າ​ຈໍ​ຄື​ຮູບ​ທໍາ​ອິດ.
  1. ໃຫ້​ກົດ​ປຸ່ມ Batch Replace, ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ດັ່ງ​ຮູບ​ລຸ່ມ​:


    ໃຫ້​ປັບ​ຄ່າ​ເໝືອນ​ດັ່ງ​ທີ່​ເຫັນ​ຄື​ຢູ່​ຮູບ​ຂ້າງ​ເທີງ​: ຢູ່​ປ່ອງ Search path:, ໃຫ້​ກົດ​ປຸ່ມ Browse ເພື່ອ​ຊີ້ບອກ​ໄປ Folder/Directory ທີ່​ເກັບ​ມ້ຽນ​ໜ້າ​ເວັບ​ທີ່​ຈະ​ທໍາ​ການ​ແຊກ​ໂຄດ​ແຍກ​ພະ​ຍາງ (C:\Converted Pages) ແລະ​ ໃຫ້​ແນ່​ໃຈ​ວ່າ​ຢູ່​ປ່ອງ​ສີ​ຂາວ​ນ້ອຍ ໜ້າ​ຂໍ້​ຄວາມ Use regular expressions ຕ້ອງ​ບໍ່​ມີ​ເຄື່ອງ​ໝາຍ​ຖືກ​ໝາຍ​ໃສ່​! ໃຫ້​ຄ​ລິກ​ໃສ່​ຮູບ​ສັນ​ຍາ​ລັກ​ທີ​ສີ່ ນັບ​ຈາກ​ຊ້າຍ​ມື​ (ຢູ່​ກ້ອງ​ປຸ່ມ Find, Replace ແລະ Batch Replace - ຖ້າ​ເຮົາ​ເອົາ​ໜູ​ໄປ​ວາງ​ໃສ່​, ຈະ​ປາ​ກົດ​ມີ​ແຖບ​ຂໍ້​ຄວາມ​ສື​ເຫຼືອງ​, ຕົວ​ໜັງ​ສື​ດໍາ ວ່າ​: Import values from file ) ແລະ​ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ຮູບ​ລຸ່ມ​ນີ້​:



    ໃຫ້​ໄປ​ເອີ້ນ​ເອົາ​ໄຟ​ລ໌​ insertwb.csv ຢູ່​ໃນ C:\Csv ແລະ​ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ຮູບ​ລຸ່ມ​ນີ້​:


 
    ຈາກ​ນັ້ນ​, ໃຫ້​ກົດ​ປຸ່ມ Execute: ຖ້າ​ມີ​ປ່ອງ​ຢ້ຽມ Confirm ປາ​ກົດ​ຂື້ນ​, ໃຫ້​ກົດ​ປຸ່ມ Yes to All. ການ​ແຊກ​ພະ​ຍາງ​ໃນ​ທຸກໆ​ໜ້າ​ເວັບ​ໃນ C:\Converted Pages\  ຈະ​ເລີ່ມ​ຂື້ນ​ ແລະ​ໃຊ້​ເວ​ລາ​ບໍ່​ດົນ ( 50 ໜ້າ​ເວັບ​, ຈະ​ໃຊ້​ເວ​ລາ​ບໍ່​ເກີນ 2 ນາ​ທີ​!). ທ່ານ​ສາ​ມາດ​ເບີ່ງ​ຜົນ​ຂອງ​ການ​ແຊກ​ພະ​ຍາງ​ໃນ​ໜ້າ​ເວັບ​ທີ່​ຢູ່​ໃນ C:\Converted Pages\. ຖ້າ​ເຮົາ​ໃຊ້ IE ເບີ່ງ​ໜ້າ​ເວັບ​ເຫຼົ່າ​ນີ້​, ເຮົາ​ຈະ​ເຫັນ​ໂຄດ​ແຍກ​ພະ​ຍາງ​ເປັນ​ຕາ​ສີ່​ຫຼ່ຽມ​ຂັ້ນ​ແຕ່​ລະ​ພະ​ຍາງ (ຕົວ​ທ່ອງ​ເວັບ Mozilla ບໍ່​ມີ​ບັນ​ຫາ​!). ຍາກ​ແກ້​ບັນ​ຫາ​ທີ່​ໂຄດ​ແຍກ​ພະ​ຍາງ ເປັນ​ຕາ​ສີ່​ຫຼ່ຽມ​ນ້ອຍ ເມື່ອ​ເບີ່ງ​ໃນ​ IE, ໃຫ້​ໃຊ້ Composer ຂອງ Mozilla ເປີດ​ໜ້າ​ເວັບ​ທີ່​ໄດ້​ແຊກ​ພະ​ຍາງ​ຂຶ້ນ​ມາ​, ກົດ​ Ctrl + a ເພື່ອ​ເລືອກ​ເອົາ​ຂໍ້​ຄວາມ​ທັງ​ໝົດ​, ຈາກ​ນັ້ນ ໃຫ້​ໄປ Format --> Font ແລ້ວ​ເລືອກ​ເອົາ​ຟອນ Narin. ສຸດ​ທ້າຍ​, save ໜ້າ​ເວັບ​ໄວ້ ພາຍ​ໃຕ້​ຊື່​ເດີມ. ເມື່ອ​ເຮົາ​ໃຊ້ IE ເປີດ​ໜ້າ​ເວັບ​ນີ້​ອີກ​, ບັນ​ຫາ​ທີ່​ໂຄດ​ແຍກ​ພະ​ຍາງ ເປັນ​ຕາ​ສີ່​ຫຼ່ຽມ​ ສໍາ​ລັບ​ໜ້າ​ເວັບ​ນີ້ ກໍ່​ຈະ​ບໍ່​ປາ​ກົດ​ອີກ. (ຕ້ອງ​ໄດ້​ດໍາ​ເນີນ​ການ​ເຊັ່ນ​ດຽວ​ກັນ​ນີ້​ ກັບ​ໜ້າ​ເວັບ​ອື່ນໆ ທີ່​ໄດ້​ຮັບ​ການ​ແຍກ​ພະ​ຍາງ​ແລ້ວ​).

ວິ​ທີ​ປ່ຽນ​ເອ​ກະ​ສານ winword ທີ່​ໃຊ້​ຟອນ​ Saysettha Lao ໃຫ້​ເປັນ ຟອນ Narin

    ສົມ​ມຸດ​, ເຮົາ​ມີ​ໄຟ​ລ໌ abc.doc ທີ່​ເປັນ​ເອ​ກະ​ສານ​ພາ​ສາ​ລາວ​ ທີ່​ໃຊ້​ຟອນ Saysettha Lao. ການ​ປ່ຽນ abc.doc ໃຫ້​ເປັນ​ຟອນ Narin, ມີ​ຂັ້ນ​ຕອນ​ຄື​ລຸ່ມ​ນີ້​:

  1. ໃຊ້ Winword ເປີດ abc.doc ຂື້ນ​ມາ ແລ້ວ Save ເປັນ html --> ໄດ້​ abc.html
  2. ໃຊ້ Advanced Find and Replace, ເອີ້ນ saylaotonarin.csv ຂື້ນ​ມາ​ໃຊ້​ (ຢ່າ​ລືມ​ໃສ່​ເຄື່ອງ​ໝາຍ​ຖືກ​ໃສ່ ໜ້າ​ຂໍ້​ຄວາມ Use regular expressions) ແລ້ວ​ດໍາ​ເນີນ​ການ​ໄປ​ຕາມ​ຂັ້ນ​ຕອນ​ຕ່າງໆ​ທີ່​ຄ້າຍ​ຄື​ກັບ​ວິ​ທີ ການ​ໃຊ້​ໂປຣ​ແກຣມ​ Advanced Find and Replace 1.6 ທີ່​ສະ​ເໜີ​ຢູ່​ດ້ານ​ເທີງ --> ໄດ້ abc.htm ທີ່​ພາ​ສາ​ລາວ​ເປັນ​ຟອນ narin,
  3. ແຊກ​ໂຄດ​ແຍກ​ພະ​ຍາງ​ໃສ່​ໃນ abc.htm ໂດຍ​ດໍາ​ເນີນ​ການ​ໄປ​ຕາມ​ຂັ້ນ​ຕອນ​ຕ່າງໆ​ຕາມ​ວິ​ທີ​ ການ​ໃຊ້​ໂປຣ​ແກຣມ​ Advanced Find and Replace 1.6 ທີ່​ສະ​ເໜີ​ຢູ່​ດ້ານ​ເທີງ --> ໄດ້ abc.htm ທີ່​ພາ​ສາ​ລາວ​ເປັນ​ຟອນ narin ແລະ​ມີ​ການ​ແຍກ​ພະ​ຍາງ​,
  4. ໃຊ້​  Winword ເປີດ abc.html  ຂື້ນ​ມາ ແລ້ວ Save ເປັນ doc --> ໄດ້ abc.doc ທີ່​ພາ​ສາ​ລາວ​ເປັນ​ຟອນ narin ແລະ​ມີ​ການ​ແຍກ​ພະ​ຍາງ.
ໝາຍ​ເຫດ​: ບາງ​ກໍ​ລະ​ນີ​, ການ​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ທີ 1, ໂດຍ​ສະ​ເພາະ​, ການ​ໃຊ້ Winword 2002 ຫຼຶ​ Winword XP, ໂຄດ​ພາ​ສາ​ລາວ ໃນ abc.html ອາດ​ບໍ່​ສາ​ມາດ​ ຖືກ​ນໍາ​ມາ​ໃຊ້​ດໍາ​ເນີນ​ການ​ໃນ​ຂັ້ນ​ຕອນ​ທີ 2 ໄດ້. ວິ​ທີ​ແກ້​ໄຂ​, ແມ່ນ​ໃຫ້​ ສໍາ​ເນົາ​ເອົາ​ທຸກໆ​ຢ່າງ ໃນ abc.doc ເພື່ອ​ໄປ​ແປະ (Paste) ລົງ​ໃສ່​ໃນ Frontpage 2002 ແລ້ວ​ຈຶ່ງ Save ເພື່ອ​ໃຫ້​ໄດ້ abc.html.

    ຫ​ວັງ​ຢ່າງ​ຍິ່ງ​ວ່າ​, ການ​ນໍາ​ສະ​ເໜີ​ກ່ຽວ​ກັບ ການ​ແຊກ​ໂຄດ​ແຍກ​ພະ​ຍາງ​ໃນ​ເວັບ​ພາ​ສາ​ລາວ ແລະ​ການ​ປ່ຽນ​ເອ​ກະ​ສານ ຈາກ​ Saysettha Lao  ໄປ​ເປັນ narin ຄົງ​ເປັນ​ປະ​ໂຫຍດ​ສໍາ​ລັບ​ຜູ້​ສ້າງ​ເວັບ​ໄຊ​ພາ​ສາ​ລາວ​ທຸກໆ​ທ່ານ. ນອກ​ຈາກ​ນີ້​, ການ​ປ່ຽນ​ຟອນ​ຈາກ Saysettha Lao  ໄປ​ເປັນ narin ແລ້ວ​ແຊກ​ໂຄດ​ແຍກ​ພະ​ຍາງ​ໃສ່​ ຈະ​ເປັນ​ປະ​ໂຫຍດ​ສໍາ​ລັບ​ນັກ​ສຶກ​ສາ​ທີ່​ຂຽນ​ບົດ​ໂຄງ​ການ​ຈົບ​ຊັ້ນ​ ເພາະ​ການ​ປ່ຽນ​ຂະ​ໜາດ​ຂອງ​ໜ້າ​ເຈ້ຍ (ຈາກ Legal ມາ​ເປັນ A4) ຫຼື​ການ​ປ່ຽນ​ຂະ​ໜາດ​ຂອງ​ຊ່ອງ​ຫວ່າງ​ຕ່າງໆ (margins) ຈະບໍ່​ເຮັດ​ໃຫ້​ຕົວ​ໜັງ​ສື​ ແຕກ​ກະ​ຈັດ​ກະ​ຈາຍ​ຕໍ່​ໄປ​ອີກ. ຖ້າ​ທ່ານ​ມີ​ບັນ​ຫາ​ກ່ຽວ​ກັບ​ເລື່ອງ​ຕ່າງໆ​ເຫຼົ່າ​ນີ້​, ທ່ານ​ສາ​ມາດ​ສົ່ງ​ຂໍ້​ຂ້ອງ​ໃຈ​ຂອງ​ທ່ານ​ ແປະ​ໄວ້​ໃນ​ໜ້າ​ກະ​ດານ​ສະ​ແດງ​ຄໍາ​ຄຶດ​ຄໍາ​ເຫັນ​ເປັນ​ພາ​ສາ​ລາວ ຂອງ​ເວັບ​ໄຊ​ນີ້.

ນະ​ຣິນ​-ສັກກ​ຣາ​ຊ​
3 ກຸມ​ພາ 2004
 

ຖ້າ​ທ່ານ​ສົນ​ໃຈ​ແຍກ​ພະ​ຍາງ​ໃນ​ໜ້າ​ເວັບ​ພາ​ສາ​ລາວ ໂດຍ​ໃຊ້​ໂປຣ​ແກຣມ​ທີ່​ຂ້າ​ພະ​ເຈົ້າ​ພ້ອມ​ດ້ວຍ​ລູກ​ຊາຍ ສ້າງ​ຂື້ນ​ມາ​ໃຊ້​ເອງ, ກະ​ລຸ​ນາ ເຂົ້າ​ໄປ​ຢ້ຽມ​ຊົມ​ໄດ້​ຕາມ​ທີ່​ຢູ່​ຕໍ່​ໄປ​ນີ້: http://narinsakkraj.atspace.com/laoweb2.htm (ຫົວ​ຂໍ້ 3. ກ່ຽວ​ກັບ​ການ​ໃຊ້ InsertWB.exe)

  

ກັບ​ຄືນ​ຕອນ​ຕົ້ນ​ຂອງ​ໜ້າ​