ຄຳຖາມ-ຄຳຕອບ
ກ່ຽວກັບ Narin Script
ແລະ Narin.ttf
- ຖາມ:
ຫຼັງຈາກຕິດຕັ້ງ Narin.ttf ແລ້ວ,
ເປັນຫຍັງ ເມື່ອເຂົ້າໄປຫນ້າເວັບເຊັ່ນ "ບົດຄວາມ: ພາສາລາວ
ແລະບັນຫາການສະແດງຜົນເທີງເວັບ"
ຈຶ່ງເຫັນເປັນຄືຮູບຂ້າງລຸ່ມນີ້:
ຕອບ: ຕົວທ່ອງເວັບທີ່ທ່ານໃຊ້
ບໍ່ໄດ້ເອີ້ນໃຊ້ Narin.ttf
ເຂົ້າໃນການສະແດງຜົນຂອງພາສາລາວ ແຕ່ຜັດເອີ້ນໃຊ້
arialuni.ttf (Arial
Unicode MS) ແທນ. ວິທີແກ້ໄຂ: ໃຫ້ໄປ Start --> Settings -->
Control Panel --> Fonts, ໃຫ້ຄລິກຂວາໃສ່ຟອນ Arial
Unicode MS ແລ້ວເລືອກ Delete
ເພື່ອລຶບຟອນດັ່ງກ່າວອອກຈາກສາລະບົບຟອນ (Fonts Directory) ຂອງ
Windows. ຖ້າທ່ານຍັງເສຍດາຍ Arial
Unicode MS
ເພາະມີຄວາມຕ້ອງການໄວ້ໃຊ້ງານເພື່ອເອົາໄວ້ສະແດງຫນ້າເວັບທີ່
ຂຽນເປັນພາສາຈີນ, ເກົາຫຼີ, ຍີ່ປຸ່ນ ແລະອື່ນໆ, ໃຫ້ເຂົ້າໄປໃນ
Recycle Bin ເພື່ອໄປກູ້ (Restore)
ເອົາມັນມາໄວ້ໃນສາລະບົບຟອນຄືນ. ຕໍ່ນີ້ໄປ,
ເມື່ອເຮົາເຂົ້າເບີ່ງຫນ້າເວັບທີ່ຂຽນເປັນພາສາລາວ,
ໂປຣແກຣມທ່ອງເວັບ ຈະເອີ້ນເອົາ Narin.ttf ມາໃຊ້
ແລະຖືວ່າເປັນຟອນຕົວເລືອກຕົວທຳອິດໃນການສະແດງຜົນເປັນພາສາ
ລາວ.
- ຖາມ:
ຕົວທ່ອງເວັບຕົວໃດ ເຂົ້າກັນໄດ້ດີກັບ Narin Script ແລະ
Narin.ttf (ຫມາຍຄວາມວ່າ ສະຫນັບສະຫນູນການສະແດງຜົນ
ແລະພິມເປັນພາສາລາວໄດ້ດີ)?
ຕອບ:
ອັນດັບທຳອິດ, ຄົງຈະແມ່ນ Mozilla 1.4 (ສ່ວນລຸ້ນອື່ນໆ,
ຂ້າພະເຈົ້າບໍ່ເຄີຍໃຊ້
ແຕ່ຄຶດວ່າຄົງຈະເຂົ້າກັນໄດ້ກັບພາສາລາວ).
ບໍ່ຈຳເປັນຕ້ອງໄປປັບ-ໄປແປງຫຍັງ,
ມີຄວາມສາມາດກຳຈັດຫນ້າເວັບບໍ່ໄດ້ຮັບເຊີນ (pop-up)
ໄດ້ຢ່າງເດັດຂາດ, ສາມາດໃຊ້ໄດ້ກັບ Windows ທຸກໆລຸ້ນ.
ຮັບຮູ້ໂຄດແຍກພະຍາງທີ່ໃຊ້ໃນການຂຽນເວັບພາສາລາວ (zero-width
space) ໂດຍທີ່ຈະບໍ່ສະແດງໂຄດນີ້ເປັນຍະຫວ່າງ. ອັນດັບທີສອງ ແມ່ນ
Internet Explorer 6; ມີຄຸນນະສົມບັດຄ້າຍໆຄື Mozilla
ແຕ່ບໍ່ສາມາດກຳຈັດຫນ້າເວັບທີ່ບໍ່ໄດ້ຮັບເຊີນ.
ຜົນການຊອກຫາຈາກການພິມເປັນຕົວລາວໃນ search engine ເຊັ່ນ Google
ຍັງສະແດງໂຄດແຍກພະຍາງເປັນຕາສີ່ຫຼ່ຽມ. ອັນດັບທີສາມ ແມ່ນ
Netscape 7.1; ຖ້າບໍ່ຕິວ່າ ພິມຕົວລາວບໍ່ໄດ້ເມື່ອໃຊ້ກັບ Windows
XP (ແລະ 2000), ຈະຍົກໃຫ້ເປັນອັນດັບຫນຶ່ງເລີຍ. ແຕ່ໃຊ້ກັບ
Windows98 ແມ່ນບໍ່ມີອັນຕິ (ສ່ວນກັບ Windows Me, ບໍ່ໄດ້ລອງ
ເພາະບໍ່ມີເຄື່ອງລອງ). ກ່ອນທີ່ຈະສາມາດພິມເປັນໂຕລາວໄດ້,
ຕ້ອງໄດ້ໄປປັບ Edit --> Preferences --> Navigator -->
Languages, ໃຫ້ກົດປຸ່ມ Add, ຢູ່ໃນປ່ອງ Others, ໃຫ້ພິມຄຳວ່າ lo-la
ແລ້ວຄລິກ OK. ເມື່ອກັບຄືນມາຫນ້າ Language, ໃຫ້ຄລິກໃສ່ [lo-la]
ແລ້ວກົດປຸ່ມ Move Up ເພື່ອໃຫ້ມັນຂື້ນໄປຢູ່ເທີງພາສາອື່ນໆ
ແລ້ວຈຶ່ງຄລິກ OK. ນອກຈາກນີ້, ຍັງມີ Composer
ທີ່ຢູ່ດ້ານລຸ່ມຊ້າຍຂອງຈໍ
ຊຶ່ງເຮັດໃຫ້ເຮົາສາມາດສ້າງຫນ້າເວັບເປັນພາສາລາວໄດ້ອີກດ້ວຍ
(Mozilla 1.4 ກໍ່ມີຄືກັນ).
- ຖາມ:
Narin Script ສາມາດໃຊ້ໄດ້ກັບຟອນຢູນີໂຄດລາວຕົວອື່ນໆໄດ້ບໍ່?
ຕອບ:
ທີ່ພໍໃຊ້ໄດ້ກໍ່ເຫັນມີພຽງແຕ່ Saysettha OT.ttf
ເພາະມີໂຄດມາດຕາຖານຄືກັນ
ແຕ່ຈະຕ່າງກັນພຽງແຕ່ພວກອັກສອນປະສົມເຊັ່ນ xໍ່, xົ້, x້ຳ, xິ້,
xີ້, x່ຳ, xັ້, xຶ້, xື້ ຊື່ງ Unicode ບໍ່ໄດ້ກຳນົດ
ແຕ່ຜູ້ຂຽນຟອນກຳນົດຂື້ນເອົາເອງ ຊຶ່ງອາດແຕກຕ່າງກັນ. ດັ່ງນັ້ນ,
ການພິມອັກສອນລາວສຳລັບຟອນຢູນີໂຄດລາວຕົວອື່ນໆ,
ໃຫ້ຫຼີກເວັ້ນການກົດແປ້ນພິມເຫຼົ່ານັ້ນ: ໃຫ້ກົດ xໍ + x່ ແທນ xໍ່,
xົ + x້ ແທນ xົ້, ແລະຕໍ່ໆໄປຕາມລຳດັບ.
ສ່ວນຟອນລາວຢູນີໂຄດອີກຕົວຫນຶ່ງຄື GJ Basic Lao.ttf
ກໍ່ພໍໃຊ້ໄດ້ເຊັ່ນກັນ ແຕ່ຟອນນີ້ ບໍ່ມີໂຄດ zero-width space
ຊື່ງຈະມີຜົນເຮັດໃຫ້ການເບີ່ງເວັບພາສາລາວທີ່ໃຊ້ໂຄດດັ່ງກ່າວ
ເປັນຍະຫວ່າງຂັ້ນທຸກໆພະຍາງ.
- ຖາມ:
ເປັນຫຍັງເມື່ອເຮົາຕ້ອງການລຶບຟອນ Narin.ttf ລຸ້ນເກົ່າ
(ເພື່ອຕິດຕັ້ງລຸ້ນໃຫມ່ທີ່ມີ ຟອນທຳມະດາ ແລະຫນາ) ຄືລຶບບໍ່ໄດ້?
ຕອບ:
ຖ້າໃຊ້ Windows XP ຫຼື Windows 2000, ຕ້ອງເຂົ້າໃຊ້ເຄື່ອງໃນນາມ
Administrator. ນອກຈາກນີ້, ຍັງຕ້ອງໄປກວດເບີ່ງວ່າ, ມີການເອີ້ນໃຊ້
Narin.ttf ໃນການສະແດງຜົນຂອງສ່ວນປະກອບຕ່າງໆຂອງຫນ້າຈໍ
Desktop ຫຼືບໍ່ (ຕົວຢ່າງແຖບຫົວຂໍ້,
ຂໍ້ຄວາມຂອງຮູບສັນຍາລັກ - Icons, ເມນູ,
...). ຖ້າມີ, ໃຫ້ປ່ຽນເປັນຟອນອື່ນໆເຊັ່ນ Tahoma.
ຫຼັງຈາກນັ້ນ, ຈຶ່ງກັບໄປລຶບຟອນ Narin.ttf ຕົວເກົ່າອອກ
ແລ້ວຈຶ່ງຕັ້ງຟອນ Narin ຊຸດໃຫມ່ເຂົ້າແທນ.
- ຖາມ:
Narin Script ເມື່ອປຽບທຽບກັບ Lao Script for Windows?
ຕອບ:
Narin Script
ເປັນພຽງໄຫວພິກໃນການແກ້ໄຂບັນຫາພາສາລາວໃນ Windows
ທີ່ຄຶດອອກໂດຍມືສະຫມັກເຫຼັ້ນຄົນລາວ, ສ່ວນ Lao Script for Windows
ເປັນໂປຣແກຣມທີ່ຂຽນໂດຍມືອາຊີບຄົນຕ່າງປະເທດ. Lao Script for
Windows ມີປະຫວັດຄວາມເປັນມາເປັນສິບກ່ວາປີ,
ເປັນທີ່ຮູ້ຈັກຂອງຄົນລາວທຸກໆຄົນໃນປະເທດລາວ
ທີ່ຮູ້ຈັກໃຊ້ຄອມພິວເຕີ. ສ່ວນ Narin Script
ຫາກໍ່ເກີດເມື່ອຕົ້ນປີ 2001, ມີຈຳນວນຜູ້ໃຊ້ໃນປັດຈຸບັນ
ຄົງບໍ່ເກີນ 50 ຄົນໃນທົ່ວໂລກ. ຢ່າງໃດກໍ່ຕາມ,
ການມີທາງເລືອກຫຼາຍໆທາງ ຍ່ອມດີກ່ວາມີທາງເລືອກອັນດຽວ
ແລະທີ່ສຳຄັນ, Narin Script ແມ່ນຂອງຟຣີ.
ນະຣິນ
15 ກໍລະກົດ 2003
- ຖາມ:
ຖ້າມີຟອນຢູນີໂຄດລາວຕົວອື່ນໆ ແລະ Script
ອື່ນໆທີ່ສາມາດພິມພາສາລາວຈາກຟອນລາວຢູນີໂຄດໄດ້,
ຈຳເປັນບໍ່ທີ່ຈະຕ້ອງຕິດຕັ້ງ Narin.ttf ແລະ Narin Script?
ຕອບ: ບໍ່ຈຳເປັນ
ແຕ່ຟອນຢູນີໂຄດລາວທີ່ໃຊ້ ຄວນຕ້ອງມີໂຄດແຍກພະຍາງ (zero-width
space ຫຼື U200B), ບໍ່ດັ່ງນັ້ນ,
ຖ້າໃຊ້ເບີ່ງຫນ້າເວັບທີ່ໃຊ້ໂຄດດັ່ງກ່າວໃນການແຍກພະຍາງ,
ຈະເຫັນເປັນຕາສີ່ຫຼ່ຽມນ້ອຍໆ ຂັ້ນແຕ່ລະພະຍາງ.