ຂ່າວປະຊາສຳພັນ
| ກັບຄືນໄປເວັບຫນ້າທຳອິດ | ກັບຄືນໄປຫນ້າ "ສິ່ງທີ່ຫນ້າສົນໃຈຕ່າງໆ"

ທ່ານ​ໃດ​ສົນ​ໃຈ​ຕ້ອງ​ການ​ແຈ້ງ​ຂ່າວ​ ຕ່າງໆ ໃນ​ຫນ້າ​ປະ​ຊາ​ສຳ​ພັນ​ນີ້ (ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍ​ໃດໆ), ກະ​ລຸ​ນາ​ຕິດ​ຕໍ່​ນຳ​ບັນ​ນາ​ທິ​ການ​ທາງ​ອີ​ເມ, ພ້ອມ​ທັງ​ແນບ​ລາຍ​ລະ​ອຽດ/​ຂໍ້​ມູນ​ທີ່​ຕ້ອງ​ການ​ນຳ​ສະ​ເຫນີ. ຖ້າ​ບໍ່​ຕິດ​ຂັດ​ວຽກ​ອື່ນໆ, ບັນ​ນາ​ທິ​ການ ຈະ​ນຳ​ສະ​ເຫນີ​ໃນ​ຫນ້າ​ຂ່າວ​ປະ​ຊາ​ສຳ​ພັນ​ພາຍ​ໃນ 24 ຊມ ແລະ​ຈະ​ຖອນ​ອອກ ຫຼັງ​ຈາກ​ໄລ​ຍະ​ເວ​ລາ​ຫນຶ່ງ​ທີ່​ເຫັນ​ວ່າ​ສົມ​ຄວນ.

ເລີ່ມ​ເປີດ​ສອນ​ແລ້ວ​
ຫຼັກ​ສູດ​ພິ​ເສດ​
"ສ້າງ ແລະ​ພັດ​ທະ​ນາ​ໂປຣ​ແກຣມ​ຄອມ​ພິວ​ເຕີ
ດ້ວຍ​ພາ​ສາ​ໂປຣ​ແກຣມ​ຄອມ​ພິວ​ເຕີ Visual Basic 6.0 ໂດຍ​ອີງ​ຕາມ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ຂອງ​ຜູ້​ຮຽນ ທີ່​ອາດ​ຈະ​ມີ​ໂຄງ​ການ​ທີ່​ຈະ​ຂຽນ​ໂປຣ​ແກຣມ​ ໄປ​ຮັບ​ໃຊ້​ວຽກ​ງານ​ໃດ​ໜຶ່ງ​ໂດຍ​ສະ​ເພາະ. ຖ້າ​ຜູ້​ຮຽນ​ ຍັງ​ບໍ່​ທັນ​ຄຶດ​ອອກ​ວ່າ​ຈະ​ຂຽນ​ໂປຣ​ແກຣມ​ຫ​ຍັງ​, ຫຼັກ​ສູດ​ນີ້ ຈະ​ຊ່ອຍ​ແນະ​ນໍາ​ທ່ານ​ ໃຫ້​ຄົ້ນ​ຮູ້​ເຖີງ​ຄວາມ​ສາ​ມາດ​ແຝງ​ຊ້ອນ ແລະ​ຄວາມ​ສະ​ຫງວນ​ມັກ​ທີ່​ທ່ານ​ມີ​, ຊີ້​ທາງ​ໃຫ້​ທ່ານ​ສາ​ມາດ​ຂຽນ​ໂປຣ​ແກຣມ ທີ່​ສາ​ມາດ​ນໍາ​ທ່ານ​ໄປ​ສູ່​ຄວາມ​ມີ​ຊື່​ສຽງ​ (ໃນ​ຖາ​ນະ​ນັກ​ຂຽນ​ໂປຣ​ແກຣມ​) ຫຼື​ໃຫ້​ຜົນ​ຕອບ​ແທນ​ທາງ​ເສດ​ຖະ​ກິດ​ແກ່​ທ່ານ​ (ສາ​ມາດ​ຂາຍ​ໃຫ້​ຜູ້​ທີ່​ສົນ​ໃຈ ຫຼື​ຕ້ອງ​ການ​ຊື້​ໂປຣ​ແກຣມ​ໄປ​ໃຊ້​). ນອກ​ຈາກ​ຈະ​ສະ​ໜອງ​ພື້ນ​ຖານ​ໃນ​ການ​ຂຽນ​ໂປຣ​ແກຣມ​ ແລະ​ເນັ້ນ​ພາກ​ປະ​ຕິ ​ບັດ​ຕົວ​ຈິງ​ ທີ່​ແນະ​ນໍາ​ແບບ​ຕົວ​ຕໍ່​ຕົວ​ແລ້ວ​, ຫຼັກ​ສູດ​ນີ້​ຍັງ​ຈະ​ເປີດ​ເຜີຍ​ເຄັດ​ລັບ​ຕ່າງໆ​ທີ່​ນັກ​ຂຽນ​ໂປຣ​ແກຣມ​ມື​ອາ​ ຊີບ​ຕ້ອງ​ຮູ້​ຢ່າງ​ບໍ່​ປິດ​ອໍາ​   ເພື່ອ​ໃຫ້​ທ່ານ​ສາ​ມາດ​ສານ​ຝັນ​ຂອງ​ທ່ານ ໃຫ້​ປາ​ກົດ​ເປັນ​ຈິງ​ ໂດຍ​ທີ່​ທ່ານ​ຈະ​ໄດ້​ໂປຣ​ແກຣມ​ທີ່​ຂຽນ​ຂື້ນ​ມາ​ດ້ວຍ​ມື ແລະ​ສາ​ມາດ​ໃຊ້​ວຽກ​ງານ​ຕົວ​ຈິງ​ໄດ້. ນອກ​ຈາກ​ນີ້​, ທ່ານ​ສາ​ມາດ​ນໍາ​ເອົາ​ແນວ​ຄວາມ​ຄືດ​-ວິ​ທີ​ການ​ທີ່​ໄດ້​ຮັບ​ຈາກ​ຫຼັກ​ສູດ​ ນີ້​ ໄປ​ໃຊ້​ໃນ​ການ​ຂຽນ​ໂປຣ​ແກຣມ​ຮັບ​ໃຊ້​ວຽກ​ງານ​ຕ່າງໆ​ໃນ​ອະ​ນາ​ຄົດ​ໄດ້​ອີກ​ ດ້ວຍ.

ຜູ້​ເຂົ້າ​ຮຽນ​ໃນ​ຫຼັກ​ສູດ​ນີ້​, ບໍ່​ຈໍາ​ເປັນ​ຕ້ອງ​ມີ​ຄວາມ​ຮູ້​ພື້ນ​ຖານ​ທາງ​ດ້ານ​ວິ​ທະ​ຍາ​ການ​ຄອມ​ພິວ​ເຕີ ​ມາ​ກ່ອນ​: ຖ້າ​ຫາກ​ມີ​ຄວາມ​ມຸ່ງ​ໝັ້ນ​-ຕັ້ງ​ໜ້າ ແລະ​ເອົາ​ຈິງ​-ເອົາ​ຈັງ​, ຄໍາ​ວ່າ ນັກ​ຂຽນ​ໂປຣ​ແກຣມ​ ຄົງ​ບໍ່​ໄກ​ເກີນ​ເອື້ອມ ແລະ​ເມື່ອ​ຫາ​ປະ​ສົບ​ການ​ຕື່ມ​ອີກ​ບໍ່​ດົນ​, ການ​ເປັນ​ນັກ​ຂຽນ​ໂປຣ​ແກຣມ​ມື​ອາ​ຊີບ ຄົງ​ຈະ​ເປັນ​ໄປ​ໃນ​ຕົວ​ຂອງ​ມັນ​ເອງ.

ເລີ່ມສອນໃນວັນທີ່ 04/08/2003, ເວລາ 19.00 -21.00 ມ, ທີ່ ອິນໂຟເຕັກຄອມ
ສຳລັບຜູ້ທີ່ມາສະຫມັກຊ້າ, ບໍ່ຕ້ອງກັງວົນໃຈ - ທິມງານຈະຊ່ອຍໃຫ້ທ່ານຕາມທັນຜູ້ທີ່ຮຽນກ່ອນແນ່ນອນ.
ສົນໃຈ, ກະລຸນາຕິດຕໍ່ <ໂທຣ: (020)) 617710>


ກັບຄືນໄປເວັບຫນ້າທຳອິດ                      ກັບຄືນໄປຕອນຕົ້ນຂອງຫນ້າ                    ກັບຄືນໄປຫນ້າ "ສິ່ງທີ່ຫນ້າສົນໃຈຕ່າງໆ"