ຮ່າງເອກະສານຕ່າງໆ
| ກັບຄືນໄປເວັບຫນ້າທຳອິດ | ກັບຄືນໄປຫນ້າ "ສິ່ງທີ່ຫນ້າສົນໃຈຕ່າງໆ"

ຫນ້າ "ຮ່າງ​ເອ​ກະ​ສານ​ຕ່າງໆ​" ນີ້​ ຂ້າ​ພະ​ເຈົ້າ​ໄດ້​ລິ​ເລີ່ມ​ສ້າງ​ໄວ້​ເພື່ອ​ໃຫ້​ເປັນ​ໜ້າ​ສໍາ​ລັບ​ໃຫ້​ຜູ້​ ເຂົ້າ​ມາ​ຢ້ຽມ​ເວັບ​ໄຊ​ ສາ​ມາດ​ດາວ​ໂຫຼດ​ເອົາ​ເອ​ກະ​ສານ​ຕ່າງໆ​ທີ່​ເຮົາ​ຕ້ອງ​ການ​ໃຊ້​ໃນ​ວຽກ​ງານ​ປະ ​ຈໍາ​ວັນ​ ຫຼື​ເອ​ກະ​ສານ​ທີ່​ຕ້ອງ​ການ​ໃຊ້​ເປັນ​ເອ​ກະ​ສານ​ທາງ​ການ ເຊັ່ນ​ ໃບ​ຢັ້ງ​ຢືນ​ທີ່​ຢູ່​ ໃບ​ລາຍ​ເກິດ ໜັງ​ສື​ຊື້​-ຂາຍ ໃບ​ຢັ້ງ​ຢືນ​ຮັບ​ປະ​ກັນ​ ໃບ​ຢັ້ງ​ຢືນ​ຄວາມ​ເປັນ​ໂສດ​ ແລະ​ອື່ນໆ. ແນ່ນອນ​ທີ່​ວ່າ ເອ​ກະ​ສານ​ເຫຼົ່າ​ນີ້​ ແມ່ນ​ມີ​ຂາຍ​ຢູ່​ຮ້ານ​ຂາຍ​ເອ​ກະ​ສານ; ແຕ່​ບາງ​ຄັ້ງ ເຮົາ​ຕ້ອງ​ການ​ເອ​ກະ​ສານ​ໃດ​ໜຶ່ງ​ ແຕ່​ຜັດ​ບໍ່​ມີ​ເອ​ກະ​ສານ​ນັ້ນ​ວາງ​ຂາຍ​ ຫຼື​ມີ​ຂາຍ​ແຕ່​ບໍ່​ໜ້າ​ຊື້ ເພາະ​ຂີ້​ລ້າຍ​ເກີນ​ໄປ​ທີ່​ຈະ​ນໍາ​ໄປ​ໃຊ້​ງານ. ຮ່າງ​ເອ​ກະ​ສານ​ທີ່​ນໍາ​ມາ​ສະ​ເໜີ​ຢູ່​ໜ້າ​ນີ້​ ມີ​ໃຫ້​ດາວ​ໂຫຼດ​ເປັນ​ໄຟ​ລ໌​ປະ​ເພດ​ zip, ເມື່ອ​ຄາຍ​ອອກ ທ່ານ​ຈະ​ໄດ້​ໄຟ​ລ໌​ປະ​ເພດ​ doc ຊຶ່ງ​ທ່ານ​ສາ​ມາດ​ໃຊ້​ Winword ພິມ​ຂໍ້​ຄວາມ​ຕື່ມ​ໃສ່​ຕາມ​ທີ່​ຕ້ອງ​ການ. ເອ​ກະ​ສານ​ຕ່າງໆ​ເຫຼົ່າ​ນີ້​ ແມ່ນ​ໃຊ້​ Narin.ttf ແລະ​ Narinbd.ttf.
    ສໍາ​ລັບ​ທ່ານ​ທີ່​ຕ້ອງ​ການ​ດາວ​ໂຫຼດ​ໄປ​ ໃຊ້​ເພື່ອ​ຈຸດ​ປະ​ສົງ​ດ້ານ​ທຸ​ລະ​ກິດ​ ເພື່ອ​ຈໍາ​ໜ່າຍ​ຕາມ​ຮ້ານ​ຂາຍ​ເອ​ກະ​ສານ​ຕ່າງໆ​ ກໍ່​ສາ​ມາດ​ເອົາ​ໄປ​ໃຊ້​ໄດ້​ເລິຍ​ ໂດຍ​ບໍ່​ຈໍາ​ເປັນ​ມາ​ເສຍ​ % ໃຫ້​ຂ້າ​ພະ​ເຈົ້າ​ແຕ່​ປະ​ການ​ໃດ​.
    ທ່ານ​ສາ​ມາດ​ເຂົ້າ​ໄປ​ເບີ່ງ​ເອ​ກະ​ສານ​ຕ່າງໆ​ ກ່ອນ​ທີ່​ຈະ​ດາວ​ໂຫຼດ​ເອົາ​ໄປ​ໃຊ້​ ໂດຍ​ໃຫ້​ຄ​ລິກ​ການ​ເຊື່ອມ​ຕໍ່​ທີ່​ໄປ​ຫາ​ໜ້າ​ນັ້ນໆ. ນອກ​ຈາກ​ລັກ​ສະ​ນະ​ຂອງ​ເອ​ກະ​ສານ​ແລ້ວ​ ຍັງ​ມີ​ຄໍາ​ແນະ​ນໍາ​ບາງ​ປະ​ການ​ໃນ​ການ​ຕື່ມ​ຂໍ້​ຄວາມ​ໃສ່​ເອ​ກະ​ສານ​ ແລະ​ການ​ພິມ​ອອກ​ທາງ​ເຄື່ອງ​ພິມ​.
    ຣ່າງ​ເອ​ກະ​ສານ​ທີ່​ນໍາ​ສະ​ເໜີ​ໃນ​ເບື້ອງ​ຕົ້ນ​ນີ້​ ຍັງ​ບໍ່​ທັນ​ມີ​ຫຼາຍ; ຢ່າງ​ໃດ​ກໍ່​ຕາມ​ ຂ້າ​ພະ​ເຈົ້າ​ຈະ​ພະ​ຍາ​ຍາມ​ຊອກ​ມາ​ໃສ່​ຕື່ມ​ໃນ​ຕໍ່ໆ​ໄປ​.
  1. ໃບ​ລາຍ​ເກີດ​/ໜັງ​ສື​ການ​ເກີດ (Birth Certificate)
  2. ໃບ​ຢັ້ງ​ຢືນ​ທີ່​ຢູ​່
  3. ຍັງມີຕໍ່...
ກັບຄືນໄປເວັບຫນ້າທຳອິດ                      ກັບຄືນໄປຕອນຕົ້ນຂອງຫນ້າ                    ກັບຄືນໄປຫນ້າ "ສິ່ງທີ່ຫນ້າສົນໃຈຕ່າງໆ"