Make your own free website on Tripod.com

ຄວາມຮູ້ກ່ຽວກັບພະຍາດຫຼວງ

| ກັບ​ຄືນ​ເວັບ​ຫນ້າ​ທໍາ​ອິດ | ກັບຄືນຫນ້າ "ສິ່ງທີ່ຫນ້າສົນໃຈຕ່າງໆ" | ສະຖິຕິກ່ຽວກັບພະຍາດຫຼວງ |

ຂໍ້​ສົນ​ໃຈ​ຂອງ​ສັງ​ຄົມ​ກ່ຽວ​ກັບ​ພະ​ຍາດ​ຫຼວງ

(ອີງ​ຕາມ​ຄໍາ​ຖາມ ແລະ​ຂໍ້​ສົນ​ໃຈ​ທີ່​ເກັບ​ກໍາ​ມາ​ຈາກ​ສັງ​ຄົມ​ທົ່ວໆ​ໄປ)

ໂດຍ: ດຣ ໄຊ​ແຂກ ຈະ​ເລີນ​ສຸກ

ອະ​ດີດ​ຫົວ​ຫນ້າ​ສູນ​ຄວບ​ຄຸມ ແລະ​ຕ້ານ​ພະ​ຍາດ​ຜິວ​ຫນັງ

I. ຄົນ​ທີ່​ເປັນ​ພະ​ຍາດ​ຫຼວງ​ຍັງ​ມີ​ຫຼາຍ​ຢູ່​ຫຼື​ບໍ່?

 ໃນ​ປັດ​ຈ​ຸບັນ, ຄົນ​ທີ່​ເປັນ​ພະ​ຍາດ​ຫຼວງ​ຍັງ​ຖື​ວ່າ​ມີ​ຈໍາ​ນວນ​ຫຼາຍ​ຢູ່ (ເຖີງ​ວ່າ​ຈະ​ມີ​ຈໍາ​ນວນ​ຫນ້ອຍ​ລົງ​ຫຼາຍ​ເມື່ອ​ທຽບ​ກັບ​ເມື່ອ​ກ່ອນ). ຕາມ​ການ​ເກັບ​ກໍາ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ, ຍັງ​ມີ​ຄົນ​ເຈັບ​ທີ່​ເປັນ​ພະ​ຍາດ​ຫຼວງ ຫຼາຍ​ກ່ວາ 500.000 ຄົນ ທີ່​ໄດ້​ຖືກ​ຄົ້ນ​ພົບ​ໃຫມ່​ໃນ​ແຕ່​ລະ​ປີ. ຄົນ​ເຈັບ​ເຫຼົ່າ​ນີ້, ສ່ວນ​ໃຫຍ່​ແລ້ວ ແມ່ນ​ພົບ​ຢູ່​ໃນ​ປະ​ເທດ​ອິນ​ເດຍ, ເບຣ​ຊິນ, ອິນ​ໂດ​ເນ​ເຊຍ, ມຽນ​ມາ ແລະ​ໄນ​ຈີ​ເຣຍ. ໃນ​ທ້າຍ​ປີ 1998, ອົງ​ການ​ອະ​ນາ​ໄມ​ໂລກ ໄດ້​ແຈ້ງ​ໃຫ້​ຮູ້​ວ່າ ຍັງ​ມີ 55 ປະ​ເທດ​ໃນ​ທົ່ວ​ໂລກ ທີ່​ພະ​ຍາດ​ຫຼວງ ຍັງ​ສືບ​ຕໍ່​ເປັນ​ບັນ​ຫາ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຢູ່, ຫມາຍ​ຄວາມ​ວ່າ ໃນ​ຈໍາ​ນວນ​ປະ​ຊາ​ກອນ 10.000 ຄົນ​ໃດ, ຍັງ​ມີ​ຄົນ​ທີ່​ເປັນ​ພະ​ຍາດ​ຫຼວງ ຫຼາຍ​ກ່ວາ 1 ຄົນ.

    ຢູ່​ປະ​ເທດ​ລາວ​ຂອງ​ພວກ​ເຮົາ, ເຖີງ​ວ່າ​ໃນ​ປີ 1998 ເປັນ​ຕົ້ນ​ມາ ຈະ​ສາ​ມາດ​ກໍາ​ຈັດ​ພະ​ຍາດ​ຫຼວງ ບໍ່​ໃຫ້​ເປັນ​ບັນ​ຫາ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ​ໃນ​ລະ​ດັບ​ຊາດ​ໄດ້ ແລະ​ການ​ຄົ້ນ​ພົບ​ຄົນ​ເຈັບ​ທີ່​ເປັນ​ພະ​ຍາດ​ຫຼວງ​ໄດ້​ຫຼຸດ​ລົງ​ຈາກ​ອັດ​ຕາ​ສ່ວນ 9/100.000 ຄົນ (ກວດ​ປະ​ຊາ​ກອນ 100.000 ຄົນ​ໃດ ຈະ​ພົບ​ຜູ້​ທີ່​ເປັນ​ພະ​ຍາດ​ຫຼວງ 9 ຄົນ) ໃນ​ປີ 1990 ມາ​ເປັນ 6.5/100.000 ໃນ​ປີ 1995. ຢ່າງ​ໃດ​ກໍ່​ຕາມ, ນັບ​ແຕ່​ປີ 1996 ເປັນ​ຕົ້ນ​ມາ, ໃນ​ທຸກໆ​ປີ, ກໍ່​ຍັງ​ສືບ​ຕໍ່​ຄົ້ນ​ພົບ​ຄົນ​ເຈັບ​ໃຫມ່ ໃນ​ອັດ​ຕາ​ສ່ວນ 5/100.000 ໂດຍ​ສະ​ເລ່ຍ. ມາ​ຮອດ​ປັດ​ຈຸ​ບັນ, ຢູ່​ລາວ​ເຮົາ, ມີ 6 ແຂວງ​ທີ່​ຖື​ໄດ້​ວ່າ ພະ​ຍາດ​ຫຼວງ​ຍັງ​ເປັນ​ບັນ​ຫາ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຢູ່. ບັນ​ດາ​ແຂວງ​ເຫຼົ່າ​ນີ້​ໄດ້​ແກ່: ຫຼວງ​ນໍ້າ​ທາ, ບໍ່​ແກ້ວ, ໄຊ​ສົມ​ບູນ, ສາ​ລະ​ວັນ, ເຊ​ກອງ ແລະ​ອັດ​ຕະ​ປື.

II. ພະ​ຍາດ​ຫຼວງ​ແມ່ນ​ຫຍັງ ແລະ​ມີ​ສາຍ​ເຫດ​ມາ​ຈາກ​ໃສ?

ພະ​ຍາດ​ຫຼວງ ແມ່ນ​ພະ​ຍາດ​ຊືມ​ເຊື້ອ ທີ່​ເກີດ​ມາ​ຈາກ​ຈຸ​ລິນ​ຊີ (ເຊື້ອ​ພະ​ຍາດ​ນ້ອຍໆ) ຊະ​ນິດ​ຫນຶ່ງ ທີ່​ມີ​ຊື່​ວ່າ ມີ​ໂກ​ບັກ​ເຕ​ຣີ​ອອມ ເລ​ປຣາ (Mycobacterium Leprae) ຫຼື​ເອີ້ນ​ອີກ​ຢ່າງ​ຫນຶ່ງ​ວ່າ ເຊື້ອ​ແມ່​ພະ​ຍາດ​ຫຼວງ. ພະ​ຍາດ​ຫຼວງ ມີ​ການ​ຂະ​ຫຍາຍ​ຕົວ​ແບບ​ຊໍາ​ເຮື້ອ ແລະ​ດົນ​ນານ ແລ້ວ​ຈຶ່ງ​ສະ​ແດງ​ອາ​ການ​ອອກ​ທາງ​ດ້ານ​ເສັ້ນ​ປະ​ສາດ, ຜິວ​ຫນັງ ແລະ​ເຍື່ອ​ເມືອກ​ຕ່າງໆ ໂດຍ​ສະ​ເພາະ​ລະ​ບົບ​ຫັນ​ໃຈ​ພາກ​ສ່ວນ​ເທີງ. ຜູ້​ທີ່​ເປັນ​ພະ​ຍາດ​ຫຼວງ, ຖ້າ​ບໍ່​ເຂົ້າ​ມາ​ພົບ​ແພດ ແລະ​ບໍ່​ມາ​ຮັບ​ການ​ປິ່ນ​ປົວ​ແຕ່​ໄລ​ຍະ​ຫົວ​ທີ (ໄລ​ຍະ​ເລີ່ມ​ຕົ້ນ ກ່ອນ​ບໍ່​ທັນ​ພິ​ການ), ຈະ​ກໍ່​ໃຫ້​ເກີດ​ຄວາມ​ພິ​ການ​ແກ່​ໃບ​ຫນ້າ, ມື ແລະ​ຕີນ​ໄດ້.

    ເຊື້ອ​ແມ່​ພະ​ຍາດ​ຫຼວງ ໄດ້​ຖືກ​ຄົ້ນ​ພົບ​ໃນ​ປີ 1873 ໂດຍ​ນັກ​ປາດ​ຊາວ​ນໍ​ເວ ຊື່ ອາກ​ໂມ​ແອກ ເດີ ຮັງ​ເຊີນ (G. H. Armauer de Hansen). ພາຍ​ຫຼັງ​ທີ່​ເຊື້ອ​ແມ່​ພະ​ຍາດ​ຫຼວງ​ໄດ້​ຖືກ​ຄົ້ນ​ພົບ​ແລ້ວ, ທິດ​ສະ​ດີ​ຕ່າງໆ ທີ່​ບອກ​ວ່າ ພະ​ຍາດ​ຫຼວງ​ມີ​ສາຍ​ເຫດ​ມາ​ຈາກ​ກໍາ​ເວນ, ຈາກ​ການ​ສາບ​ແຊ່ງ, ຈາກ​ເຊື້ອ​ສາຍ (ກໍາ​ມະ​ພັນ), ຈາກ​ການ​ກິນ​ຂອງ​ຜິດ ແລະ​ອື່ນໆ ໄດ້​ຖືກ​ລົບ​ລ້າງ​ໄປ​ໂດຍ​ສິ້ນ​ເຊີງ.

    ຈາກ​ການ​ຄົ້ນ​ພົບ​ເຊື້ອ​ແມ່​ພະ​ຍາດ​ຫຼວງ​ຄື​ດັ່ງ​ກ່າວ, ໄດ້​ສ້າງ​ເງື່ອນ​ໄຂ​ໃນ​ໄລ​ຍະ​ຕໍ່​ມາ ໄປ​ສູ່​ການ​ຄົ້ນ​ຄ້ວາ​ຊອກ​ຫາ​ຢາ​ມາ​ປິ່ນ​ປົວ​ພະ​ຍາດ​ຫຼວງ​ໄດ້.

III. ຄົນ​ເຮົາ​ສາ​ມາດ​ເປັນ​ພະ​ຍາດ​ຫຼວງ​ໄດ້​ຄື​ແນວ​ໃດ?

ພະ​ຍາດ​ຫຼວງ​ຕິດ​ແປດ​ໂດຍ​ກົງ​ຈາກ​ຄົນ​ເຈັບ​ພະ​ຍາດ​ຫຼວງ ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປິ່ນ​ປົວ​ມາ​ກ່ອນ. ເສັ້ນ​ທາງ​ການ​ຕິດ​ແປດ ແມ່ນ​ມາ​ຈາກ​ການ​ຫັນ​ໃຈ​ເອົ​າເຊື້ອ​ແມ່​ພະ​ຍາດ​ຫຼວງ​ທີ່​ກະ​ຈາຍ​ໄປ​ໃນ​ອາ​ກາດ ເຂົ້າ​ໄປ​ໃນ​ຮ່າງ​ກາຍ. ​ຢ່າງ​ໃດ​ກໍ່​ຕາມ, ພະ​ຍາດ​ຫຼວງ​ເປັນ​ພະ​ຍາດ​ທີ່​ຕິດ​ແປດ​ໄດ້​ຍາກ​ທີ່​ສຸດ: ຄົນ​ເຮົາ​ມີ​ພຽງ​ແຕ່ 2% ເທົ່າ​ນັ້ນ ທີ່​ສາ​ມາດ​ຕິດ​ແປດ ແລະ​ເປັນ​ພະ​ຍາດ​ຫຼວງ​ໄດ້ ເຖີງ​ແມ່ນ​ວ່າ ຈະ​ໄດ້​ຮັບ​ເຊື້ອ​ແມ່​ພະ​ຍາດ​ຫຼວງ​ເຂົ້າ​ໃນ​ຮ່າງ​ກາຍ​ແລ້ວ​ກໍ່​ຕາມ ເພາະ​ຄົນ​ເຮົາ 98%, ມີ​ເມັດ​ເລືອດ​ຂາວ ທີ່​ສາ​ມາດ​ຈໍາ​ແນກ ແລະ​ຂ້າ​ເຊື້ອ​ແມ່​ພະ​ຍາດ​ຫຼວງ​ໄດ້.

IV. ພະ​ຍາດ​ຫຼວງ​ສາ​ມາດ​ປິ່ນ​ປົວ​ໄດ້​ຫຼື​ບໍ່?

ພະ​ຍາດ​ຫຼວງ ເປັນ​ພະ​ຍາດ​ທີ່​ສາ​ມາດ​ປິ່ນ​ປົວ​ໄດ້ ແລະ​ປິ່ນ​ປົວ​ດີ​ແທ້​ແນ່​ນອນ 100%. ສິ່ງ​ສໍາ​ຄັນ​ຂອງ​ການ​ປິ່ນ​ປົວ​ພະ​ຍາດ​ຫຼວງ​ແມ່ນ "ປິ່ນ​ປົວ​ໃຫ້​ລ້າໆ". ເມື່ອ​ທຽບ​ໃສ່​ພະ​ຍາດ​ຫຼວງ​ແລ້ວ, ຍັງ​ມີ​ພະ​ຍາດ​ຜິວ​ຫນັງ​ຫຼາຍ​ຢ່າງ​ທີ່​ສາ​ມາດ​ປິ່ນ​ປົວ​ໄດ້ ແຕ່​ບໍ່​ສາ​ມາດ​ປິ່ນ​ປົວ​ດີ ເຊັ່ນ ພະ​ຍາດ​ເກັດ​ທຽນ​ໄຂ, ພະ​ຍາດ​ຫນັງ​ດ່ອນ​ເປັນ​ຕົ້ນ. ພະ​ຍາດ​ທີ່​ກ່າວ​ມາ​ນີ້ ກໍ່​ມີ​ຢາ​ບາງ​ຊະ​ນິດ​ໄວ້​ປິ່ນ​ປົວ (ຫມາຍ​ຄວາມ​ວ່າ​ສາ​ມາດ​ປິ່ນ​ປົວ​ໄດ້) ແຕ່​ຢາ​ເຫຼົ່າ​ນັ້ນ ບໍ່​ສາ​ມາດ​ປິ່ນ​ປົວ​ໃຫ້​ດີ​ໄດ້. ດັ່ງ​ນັ້ນ ຈຶ່ງ​ສາ​ມາດ​ສະ​ຫຼຸບ​ໄດ້​ວ່າ: ພະ​ຍາດ​ເກັດ​ທຽນ​ໄຂ ແລະ​ພະ​ຍາດ​ຫນັງ​ດ່ອນ "ສາ​ມາດ​ປິ່ນ​ປົວ​ໄດ້ ແຕ່​ບໍ່​ສາ​ມາດ​ປິ່ນ​ປົວ​ດີ".

V. ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ການ​ປິ່ນ​ປົວ​ພະ​ຍາດ​ຫຼວງ

ເລີ່ມ​ແຕ່​ປີ 1994, ທ່ານ Guy FAGET ຊຶ່ງ​ເປັນ​ຜູ້​ທໍາ​ອິດ​ທີ່​ທໍາ​ການ​ລິ​ເລີ່ມ​ປິ່ນ​ປົວ​ພະ​ຍາດ​ຫຼວງ​ດ້ວຍ​ຢາ​ໃນ​ຄອບ​ຄົວ Sulfones ແລະ Promine ຢູ່​ໂຮງ​ຫມໍ​ເມືອງ Carville ລັດ Louisiana ປະ​ເທດ​ສະ​ຫະ​ລັດ​ອະ​ເມ​ລິ​ກາ. ຈາກ​ນັ້ນ, ກໍ່​ໄດ້​ມີ​ການ​ຄົ້ນ​ພົບ​ຢາ​ໃຫມ່​ໃນ​ຄອບ​ຄົວ Sulfones ໃນ​ນັ້ນ​ລວມ​ທັງ​ຢາ​ດັບ​ຊອນ​ນໍາ​ອີກ. ຈາກ​ການ​ຄົ້ນ​ພົບ​ຢາ​ດັບ​ຊອນ​ຄື​ດັ່ງ​ກ່າວ, ໄດ້​ເຮັດ​ໃຫ້​ປະ​ຫວັດ​ສາດ​ຂອງ​ການ​ປິ່ນ​ປົວ​ພະ​ຍາດ​ຫຼວງ ມີ​ການ​ປ່ຽນ​ແປງ​ໄປ​ຢ່າງ​ກະ​ໂດດ​ຂັ້ນ.

    ເລີ່ມ​ແຕ່​ປີ 1950 ເປັນ​ຕົ້ນ​ມາ, ຢາ​ດັບ​ຊອນ ໄດ້​ຖືກ​ນໍາ​ໃຊ້​ເຂົ້າ​ໃນ​ການ​ປິ່ນ​ປົວ​ພະ​ຍາດ​ຫຼວງ​ຢ່າງ​ກ້ວາງ​ຂວາງ. ແຕ່​ດ້ວຍ​ວ່າ ມີ​ການ​ໃຊ້​ຢາ​ດັບ​ຊອນ​ຢ່າງ​ຊະ​ຊາຍ - ໃຊ້​ແຕ່​ຢາ​ດັບ​ຊອນ​ຊະ​ນິດ​ດຽວ​ເຂົ້າ​ໃນ​ການ​ປິ່ນ​ປົວ ແລະ​ຄົນ​ເຈັບ​ເອງ​ກໍ່​ກິນ​ຢາ​ບໍ່​ສະ​ຫມໍ່າ​ສະ​ເຫມີ (ເພາະ​ວ່າ​ຕ້ອງ​ໃຊ້​ເວ​ລາ​ປິ່ນ​ປົວ​ຍາວ​ນານ) ຈຶ່ງ​ເຮັດ​ໃຫ້​ເຊື້ອ​ແມ່​ພະ​ຍາດ​ຫຼວງ​ມີ​ການ​ຕ້ານ​ຕໍ່​ຢາ​ດັບ​ຊອນ ແລະ​ການ​ຕ້ານ​ຕໍ່​ຢາ​ດັ່ງ​ກ່າວ​ຍິ່ງ​ເພີ່ມ​ທະ​ວີ​ຄວາມ​ຮຸນ​ແຮງ​ຂື້ນ​ໄປ​ເລື້ອຍໆ.

    ມາ​ຮອດ​ປີ 1981, ອົງ​ການ​ອະ​ນາ​ໄມ​ໂລກ ຈຶ່ງ​ແນະ​ນໍາ​ໃຫ້​ໃຊ້​ຢາ​ປະ​ສົມ MDT (Multi Drug Therapy) ເຂົ້າ​ໃນ​ການ​ປິ່ນ​ປົວ​ພະ​ຍາດ​ຫຼວງ ເພື່ອ​ຂ້າ​ເຊື້ອ​ພະ​ຍາດ​ຫຼວງ​ທີ່​ຕ້ານ​ຕໍ່​ຢາ​ດັບ​ຊອນ​ນັ້ນ. ຢາ​ປະ​ສົມ MDT ນີ້ ໄດ້​ຖືກ​ນໍາ​ມາ​ໃຊ້​ຢູ່​ປະ​ເທດ​ລາວ​ເຮົາ ເລີ່ມ​ແຕ່​ປີ 1985 ເປັນ​ຕົ້ນ​ມາ ແລະ​ແຜ່​ຂະ​ຫຍາຍ​ໄປ​ໃນ​ທົ່ວ​ປະ​ເທດ​ໃນ​ປີ 1996. ຢາ​ປະ​ສົມ MDT ເປັນ​ຢາ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ​ໃນ​ການ​ປິ່ນ​ປົວ​ພະ​ຍາດ​ຫຼວງ. ໄລ​ຍະ​ເວ​ລາ​ຂອງ​ການ​ປິ່ນ​ປົວ​ກໍ່​ສັ້ນ​ລົງ ພຽງ​ແຕ່ 6 ເດືອນ ສໍາ​ລັບ​ປະ​ເພດ​ເຊື້ອ​ຫນ້ອຍ ແລະ 1 ປີ​ເທົ່າ​ນັ້ນ ສໍາ​ລັບ​ປະ​ເພດ​ເຊື້ອ​ຫຼາຍ. ພ້ອມ​ດຽວ​ກັນ​ນັ້ນ, ກໍ່​ສາ​ມາດ​ຕັດ​ຂາດ​ການ​ສົ່ງ​ເຊື້ອ (ຕິດ​ແປດ) ຂອງ​ພະ​ຍາດ​ຫຼວງ​ໄດ້​ໄວ​ອີກ. ນອກ​ຈາກ​ນີ້, ການ​ສືບ​ຄົ້ນ​ຫາ​ຄົນ​ເຈັບ​ໃຫມ່​ໃຫ້​ໄດ້​ໄວ ແລະ​ໃຫ້​ການ​ປິ່ນ​ປົວ​ດ້ວຍ​ຢາ​ປະ​ສົມ MDT ທັນ​ທີ​ໂລດ ກໍ່​ສາ​ມາດ​ປ້ອງ​ກັນ​ຄວາມ​ພິ​ການ​ທີ່​ຈະ​ເກີດ​ຂື້ນ​ກັບ​ຕາ, ມື​ຫຼື​ຕີນ​ຂອງ​ຄົນ​ເຈັບ (ອັນ​ເປັນ​ທີ່​ລັງ​ກຽດ​ຂອງ​ສັງ​ຄົມ​ນັ້ນ) ໄດ້. ແຕ່​ກໍ່​ຍັງ​ເປັນ​ຫນ້າ​ເສຍ​ດາຍ ທີ່​ຫຼາຍໆ​ປະ​ເທດ​ໃນ​ໂລກ ຮວມ​ທັງ​ຫຼາຍ​ເຂດ​ແຂວງ​ໃນ​ປະ​ເທດ​ເຮົາ, ສັງ​ຄົມ​ຍັງ​ບໍ່​ທັນ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ພະ​ຍາດ​ຫຼວງ ແລະ​ຄົນ​ເຈັບ​ພະ​ຍາດ​ຫຼວງ ຈຶ່ງ​ສືບ​ຕໍ່​ລັງ​ກຽດ ແລະ​ຢ້ານ​ກົວ​ແບບ​ບໍ່​ມີ​ເຫດ​ຜົນ. ດ້ວຍ​ເຫດ​ນີ້ ຈຶ່ງ​ສົ່ງ​ຜົນ​ສະ​ທ້ອນ​ໃຫ້​ຄົນ​ເຈັບ​ຈໍາ​ນວນ​ຫນຶ່ງ ສືບ​ຕໍ່​ເຊື່ອງ​ອໍາ​ຕົນ​ເອງ ແລະ​ບໍ່​ຍອມ​ມາ​ຮັບ​ການ​ກວດ​ກາ ແລະ​ຮັບ​ການ​ປິ່ນ​ປົວ​ທັນ​ເວ​ລາ ຈຶ່ງ​ເກີດ​ມີ​ຄວາມ​ພິ​ການ.

ຢາ​ປະ​ສົມ MDT ປະ​ກອບ​ດ້ວຍ:

  1. ຢາ 3 ຊະ​ນິດ​ປະ​ສົມ​ກັນ​ຄື: ຢາ ຣິ​ຟໍາ​ບີ​ຊິນ, ຢາ ລໍາ​ແປຣນ ແລະ​ຢາ ດັບ​ຊອນ ສໍາ​ລັບ​ປິ່ນ​ປົວ​ພະ​ຍາດ​ຫຼວງ​ປະ​ເພດ​ເຊື້ອ​ຫຼາຍ,

  2. ຢາ 2 ຊະ​ນິດ​ປະ​ສົມ​ກັນ​ຄື: ຢາ ຣິ​ຟໍາ​ບີ​ຊິນ ແລະ​ຢາ ດັບ​ຊອນ ສໍາ​ລັບ​ປິ່ນ​ປົວ​ພະ​ຍາດ​ຫຼວງ​ປະ​ເພດ​ເຊື້ອ​ຫນ້ອຍ.

VI. ພະ​ຍາດ​ຫຼວງ​ສາ​ມາດ​ເກີດ​ຢູ່​ແຕ່​ໃນ​ເຂດ​ທີ່​ມີ​ອາ​ກາດ​ຮ້ອນ​ເທົ່າ​ນັ້ນ​ບໍ່?

ບໍ່​ເລີຍ. ພະ​ຍາດ​ຫຼວງ​ແຕ່​ໃດໆ​ມາ ກໍ່​ສາ​ມາດ​ພົບ​ໄດ້​ຢູ່​ນໍາ​ປະ​ຊາ​ຊົນ-​ພົນ​ລະ​ເມືອງ ທຸກ​ຊົນ​ເຜົ່າ​ຂອງ​ທຸກໆ​ທະ​ວີບ ບໍ່​ວ່າ​ຈະ​ມີ​ອາ​ກາດ​ຫນາວ​ເຢັນ, ອົບ​ອຸ່ນ ຫຼື​ອາ​ກາດ​ຮ້ອນ​ກໍ່​ຕາມ. ອັດ​ຕາ​ສ່ວນ​ການ​ເປັນ​ພະ​ຍາດ​ຫຼວງ​ຂອງ​ປະ​ຊາ​ຊົນ ແມ່ນ​ຂື້ນ​ກັບ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ລະ​ດັບ ແລະ​ວິ​ທີ​ການ​ຂອງ​ການ​ດໍາ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ-ພົນ​ລະ​ເມືອງ​ຂອງ​ແຕ່​ລະ​ບ່ອນ, ແຕ່​ລະ​ເຂດ ຫຼາຍ​ກ່ວາ​ດິນ​ຟ້າ​ອາ​ກາດ.

VII. ພະ​ຍາດ​ຫຼວງ​ເຮັດ​ໃຫ້​ຄົນ​ເຈັບ​ຕາຍ​ໄດ້​ຫຼື​ບໍ່?

ບໍ່​ເລີຍ. ພະ​ຍາດ​ຫຼວງ ບໍ່​ແມ່ນ​ພະ​ຍາດ​ຮ້າຍ​ແຮງ​ເຖີງ​ຂັ້ນ​ທີ່​ຈະ​ເຮັດ​ໃຫ້​ຄົນ​ເຈັບ​ຕາຍ​ໄດ້​ແຕ່​ຢ່າງ​ໃດ.

VIII. ຄວາມ​ພິ​ການ​ຢູ່​ມື ແລະ​ຕີນ​ຂອງ​ຄົນ​ເຈັບ​ເກີດ​ຂື້ນ​ໄດ້​ແນວ​ໃດ?

ດັ່ງ​ທີ່​ຮູ້​ກັນ​ແລ້ວ​ວ່າ ເຊື້ອ​ແມ່​ພະ​ຍາດ​ຫຼວງ ເປັນ​ເຊື້ອ​ຈຸ​ລິນ​ຊີ ທີ່​ອາ​ໃສ​ຢູ່​ໃນ​ເສັ້ນ​ປະ​ສາດ​ຂອງ​ຄົນ​ເຮົາ. ຕະ​ຫຼອດ​ໄລ​ຍະ​ເວ​ລາ​ຂອງ​ການ​ຂະ​ຫຍາຍ​ຕົວ​ແບບ​ຊໍາ​ເຮື້ອ​ຂອງ​ພະ​ຍາດ​ຫຼວງ, ມັນ​ສາ​ມາດ​ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ ແກ່​ຫນ້າ​ທີ່​ການ​ຂອງ​ເສັ້ນ​ປະ​ສາດ​ໄດ້. ເມື່ອ​ໃດ​ຫນ້າ​ທີ່​ການ​ຂອງ​ເສັ້ນ​ປະ​ສາດ ຫາກ​ຖືກ​ແຕະ​ຕ້ອງ ຫຼື​ຖືກ​ທໍາ​ລາຍ​ຢ່າງ​ຖາ​ວອນ​ແລ້ວ, ຄວາມ​ພິ​ການ​ກໍ່​ຈະ​ເກີດ​ຂື້ນ​ນໍາ​ຄົນ​ເຈັບ​ຜູ້​ນັ້ນ​ໄປ​ຕະ​ຫຼອດ​ຊີ​ວິດ. ທີ່​ກ່າວ​ມາ​ນັ້ນ, ບໍ່​ໄດ້​ຫມາຍ​ຄວາມ​ວ່າ ພະ​ຍາດ​ຫຼວງ​ຍັງ​ສືບ​ຕໍ່​ຂະ​ຫຍາຍ​ຕົວ​ແຕ່​ຢ່າງ​ໃດ​ເລີຍ. ແຕ່​ວ່າ, ມັນ​ເປັນ​ຍ້ອນ ຫນ້າ​ທີ່​ການ​ຂອງ​ເສັ້ນ​ປະ​ສາດ​ຖືກ​ທໍາ​ລາຍ, ແພດ​ຫມໍ​ຖື​ເບົາ​ຕໍ່​ການ​ແນະ​ນໍາ​ຄົນ​ເຈັບ ແລະ​ການ​ປະ​ປ່ອຍ​ລະ​ເລີຍ​ຂອງ​ໂຕ​ຄົນ​ເຈັບ​ເອງ​ຕ່າງ​ຫາກ. ເມື່ອ​ຫນ້າ​ທີ່​ການ​ຂອງ​ເສັ້ນ​ປະ​ສາດ​ຖືກ​ທໍາ​ລາຍ, ມັນ​ຈະ​ກໍ່​ໃຫ້​ເກີດ​ການ​ສູນ​ເສຍ​ຄວາມ​ຮູ້​ສຶກ, ກໍ່​ໃຫ້​ເກີດ​ການ​ອ່ອນ​ແຮງ​ຂອງ​ກ້າມ​ຊີ້ນ ຈຶ່ງ​ເປັນ​ສາຍ​ເຫດ​ເຮັດ​ໃຫ້​ນິ້ວ​ມື-ນິ້ວ​ຕີນ​ງໍ​ເຂົ້າ ແລະ​ກໍ່​ໃຫ້​ເກີດ​ຜິວ​ຫນັງ​ແຫ້ງ​ຢູ່​ຝ່າ​ມື-ຝ່າ​ຕີນ. ທັງ​ຫມົດ​ນີ້ ຈະ​ກໍ່​ໃຫ້​ເກີດ​ບາດ​ແຜ​ໄດ້​ໂດຍ​ງ່າຍ ແລະ​ບາດ​ແຜ​ນັ້ນ ກໍ່​ມັກ​ເປັນ​ຄືນ​ເລື້ອຍໆ. ຈາກ​ນັ້ນ, ພະ​ຍາດ​ອື່ນໆ​ທີ່​ມີ​ຢູ່​ໃນ​ສະ​ພາບ​ແວດ​ລ້ອມ ກໍ່​ມີ​ການ​ຊືມ​ເຊື້ອ​ເຂົ້າ​ໄປ​ໃນ​ບາດ​ແຜ ແລ້ວ​ກໍ່​ໃຫ້​ເກີດ​ການ​ອັກ​ເສບ. ເມື່ອ​ການ​ອັກ​ເສບ​ນັ້ນ ລຸກ​ລາມ​ເລິກ​ເຂົ້າ​ໄປ​ຫາ​ກະ​ດູກ, ກໍ່​ຈະ​ເຮັດ​ໃຫ້​ກະ​ດູກ​ອັກ​ເສບ. ດົນ​ໄປ, ການ​ອັກ​ເສບ​ນັ້ນ ກໍ່​ຈະ​ທໍາ​ລາຍ​ກະ​ດູກ ແລ້ວ​ກໍ່​ໃຫ້​ເກີດ​ການ​ກຸດ​ຫ້ຽນ​ຂອງ​ນິ້ວ​ມື-ນິ້ວ​ຕີນ. ຄວາມ​ພິ​ການ​ຕ່າງໆ​ທີ່​ກ່າວ​ມາ​ນັ້ນ, ຈະ​ບໍ່​ເກີດ​ນໍາ​ຜູ້​ທີ່​ເຂົ້າ​ມາ​ກວດ​ກາ ແລະ​ຮັບ​ການ​ປິ່ນ​ປົວ​ໄວ ແຕ່​ໄລ​ຍະ​ເລີ່ມ​ຕົ້ນ​ຂອງ​ການ​ເປັນ​ພະ​ຍາດ​ຫຼວງ.

IX. ຖ້າ​ວ່າ ພະ​ຍາດ​ຫຼວງ​ຫາກ​ສາ​ມາດ​ປິ່ນ​ປົວ​ດີ​ແທ້​ແນ່​ນອນ, ເປັນ​ຫຍັງ​ຄວາມ​ລັງ​ກຽດ ແລະ​ຢ້ານ​ກົວ​ຂອງ​ສັງ​ຄົມ​ຕໍ່​ພະ​ຍາດ​ດັ່ງ​ກ່າວ ຈຶ່ງ​ຍັງ​ມີ​ສູງ​ຢູ່?

ຄວາມ​ລັງ​ກຽດ​ຂອງ​ສັງ​ຄົມ​ຕໍ່​ພະ​ຍາດ​ຫຼວງ ແລະ​ຄົນ​ເຈັບ​ພະ​ຍາດ​ຫຼວງ​ນັ້ນ ໄດ້​ເກີດ​ຂື້ນ​ມາ​ພ້ອມ​ກັບ​ການ​ເກີດ​ມີ​ຄົນ​ເຈັບ​ທີ່​ຖືກ​ສົງ​ໃສ ແລະ​ໄດ້​ມີ​ການ​ບົ່ງ​ມະ​ຕິ​ວ່າ​ເປັນ​ພະ​ຍາດ​ຫຼວງ ໃນ​ໄລ​ຍະ 3000 ປີ​ຜ່ານ​ມາ​ພຸ້ນ​ແລ້ວ ເພາະ​ໃນ​ໄລ​ຍະ​ນັ້ນ, ຍັງ​ບໍ່​ທັນ​ມີ​ຢາ​ທີ່​ປິ່ນ​ປົວ​ພະ​ຍາດ​ຫຼວງ​ໄດ້.

    ແນວ​ໃດ​ກໍ່​ຕາມ, ຄວາມ​ລັງ​ກຽດ ແລະ​ຢ້ານ​ກົວ​ແບບ​ບໍ່​ມີ​ເຫດ​ຜົນ ບໍ່​ວ່າ​ທາງ​ດ້ານ​ຄວາມ​ເຊື່ອ​ຖື, ຮີດ​ຄອງ​ປະ​ເພ​ນີ ກໍ່​ຄື​ການ​ປະ​ພຶດ​ປະ​ຕິ​ບັດ​ຕົນ​ຕໍ່​ພະ​ຍາດ​ຫຼວງ​ຂອງ​ສັງ​ຄົມ​ນັ້ນ ໄດ້​ຖືກ​ຕີ​ຖອຍ​ຈາກ​ຄົນ​ລຸ້ນ​ນີ້ ຫາ​ຄົນ​ລຸ້ນ​ໃຫມ່​ໄປ​ເທື່ອ​ລະ​ກ້າວ ໃນ​ຂອບ​ເຂດ​ທົ່ວ​ໂລກ. ມາ​ຮອດ​ປັດ​ຈຸ​ບັນ, ບໍ່​ວ່າ​ທາງ​ດ້ານ​ສື່​ມວນ​ຊົນ, ສາດ​ສະ​ຫນາ ແລະ​ອົງ​ການ​ຈັດ​ຕັ້ງ​ຕ່າງໆ ກໍ່​ໄດ້​ອອກ​ແຮງ​ຊ່ອຍ​ເຫຼືອ​ກັນ​ໂຄ​ສະ​ນາ ແລະ​ກະ​ຈາຍ​ຂ່າວ​ດີ-ຂ່າວ​ໃຫມ່​ຂອງ​ພະ​ຍາດ​ຫຼວງ​ທີ່​ສາ​ມາດ​ປິ່ນ​ປົວ​ໄດ້ ແລະ​ປິ່ນ​ປົວ​ດີ​ແທ້​ແນ່​ນອນ​ນັ້ນ ອອກ​ສູ່​ສັງ​ຄົມ​ນັບ​ມື້​ນັບ​ກ້ວາງ​ຂວາງ​ອອກ.

    ຢູ່​ໃນ​ປະ​ເທດ​ເຮົາ​ໃນ​ປັດ​ຈຸ​ບັນ, ຄວາມ​ລັງ​ກຽດ ແລະ​ຢ້ານ​ກົວ​ແບບ​ບໍ່​ມີ​ເຫດ​ຜົນ​ຕໍ່​ພະ​ຍາດ​ຫຼວງ​ຂອງ​ສັງ​ຄົມ ແມ່ນ​ຍັງ​ຄົງ​ຫຼົງ​ເຫຼືອ​ແທ້ ໂດຍ​ສະ​ເພາະ​ບ່ອນ​ທີ່​ຂໍ້​ມູນ-ຂ່າວ​ສານ​ທີ່​ຖືກ​ຕ້ອງ​ແບບ​ວິ​ທະ​ຍາ​ສາດ ກ່ຽວ​ກັບ​ພະ​ຍາດ​ຫຼວງ​ຍັງ​ເຂົ້າ​ໄປ​ບໍ່​ເຖີງ. ອີງ​ຕາມ​ປະ​ສົບ​ການ​ຕົວ​ຈິງ​ແລ້ວ, ສາຍ​ເຫດ​ຕົ້ນ​ຕໍ​ອັນ​ຫນຶ່ງ​ທີ່​ຍັງ​ປາ​ກົດ​ມີ​ຢູ່​ກໍ່​ຄື ຄວາມ​ບໍ່​ພະ​ຍາ​ຍາມ​ຢາກ​ເຂົ້າ​ໃຈ ຫຼື​ປະ​ຕິ​ເສດ​ຕໍ່​ຂໍ້​ມູນ-ຂ່າວ​ສານ ແລະ​ສິ່ງ​ທີ່​ຖືກ​ຕ້ອງ​ແບບ​ວິ​ທະ​ຍາ​ສາດ​ກ່ຽວ​ກັບ​ພະ​ຍາດ​ຫຼວງ​ຂອງ​ບາງ​ກຸ່ມ​ຄົນ (ໂດຍ​ສະ​ເພາະ​ພະ​ນັກ​ງານ​ແພດ ແລະ​ອໍາ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ໃນ​ເຂດ​ຫ່າງ​ໄກ-ສອກ​ຫຼີກ) ນັ້ນ​ເອງ. ຈາກ​ນັ້ນ, ກໍ່​ຂັດ​ຂວາງ​ແນວ​ທາງ​ນະ​ໂຍ​ບາຍ​ຄວບ​ຄຸມ​ພະ​ຍາດ​ຫຼວງ​ທີ່​ທາງ​ວິ​ຊາ​ການ​ໄດ້​ນໍາ​ໄປ​ເຜີຍ​ແຜ່ ແລະ​ປະ​ຕິ​ບັດ​ຢູ່​ທ້ອງ​ຖິ່ນ​ນັ້ນໆ ດ້ວຍ​ການ​ຊັກ​ຊວນ ຫຼື​ຍຸ​ແຍ່​ຜູ້​ອື່ນໆ​ໃຫ້​ເຫັນ​ພ້ອມ​ກັບ​ຕົນ ເພື່ອ​ຈໍາ​ແນກ​ຜູ້​ທີ່​ເຈັບ​ເປັນ​ຍ້ອນ​ພະ​ຍາດ​ຫຼວງ. ນອກ​ຈາກ​ນັ້ນ, ກໍ່​ແມ່ນ​ເກີດ​ຈາກ​ສະ​ພາບ​ຂອງ​ຄົນ​ເຈັບ​ເອງ​ຕໍ່​ສັງ​ຄົມ​ເຊັ່ນ ບໍ່​ຟັງ​ຄໍາ​ຕັກ​ເຕືອນ​ຂອງ​ເພື່ອນ​ຝູງ, ຍາດ​ຕິ​ພີ່​ນ້ອງ ຕະ​ຫຼອດ​ຮອດ​ການ​ຈັດ​ຕັ້ງ, ໂດຍ​ບໍ່​ໄດ້​ເອົາ​ໃຈ​ໃສ່​ບົວ​ລະ​ບັດ​ຮັກ​ສາ​ຕົນ​ເອງ​ຕ້ານ​ຄວາມ​ພິ​ການ​ທີ່​ເກີດ​ຂື້ນ ແລະ​ຍັງ​ຝ່າ​ຝືນ​ຕໍ່​ຂໍ້​ແນະ​ນໍາ​ໃນ​ການ​ປິ່ນ​ປົວ​ຂອງ​ແພດ​ຫມໍ ດັ່ງ​ນີ້​ເປັນ​ຕົ້ນ.

ຫມາຍ​ເຫດ: ຖ້າ​ທ່ານ​ຍັງ​ມີ​ຂໍ້​ສົນ​ໃຈ​ເພີ່ມ​ເຕີມ, ກະ​ລຸ​ນາ​ພົວ​ພັນ​ກັບ​ພະ​ນັກ​ງານ​ຜູ້​ຮັບ​ຜິດ​ຊອບ​ຂະ​ແຫນງ​ຜິວ​ຫນັງ​ເມືອງ, ແຂວງ​ຂອງ​ທ່ານ ຫຼື​ຈະ​ພົວ​ພັນ​ໂດຍ​ກົງ​ກັບ​ພະ​ແນກ​ຄວບ​ຄຸມ​ສູນ​ຜິວ​ຫນັງ, ບ້ານ​ບຶງ​ຂະ​ຫຍອງ​ໃຕ້, ເມືອງ​ສີ​ສັດ​ຕະ​ນາກ, ກໍາ​ແພງ​ນະ​ຄອນ​ວຽງ​ຈັນ. ໂທ​ລະ​ສັບ/​ໂທ​ລະ​ສານ (ແຟັກ) (021) 312355 ໃນ​ໂມງ​ລັດ​ຖະ​ການ.

ກັບ​ຄືນ​ຕອນ​ຕົ້ນ​ຂອງ​ຫນ້າ