ເວັບ​ໄຊ​ລາວ​ຕ່າງໆ​

| ກັບ​ຄືນ​ເວັບ​ໜ້າ​ທໍາ​ອິດ​ | ກັບ​ຄືນ "ສິ່ງ​ທີ່​ໜ້າ​ສົນ​ໃຈ​ຕ່າງໆ​" |

    ໃນ​ການ​ເຂົ້າ​ໃຊ້​ອິນ​ເຕີ​ເນັດ​, ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ຊອກ​ຫາ​ເວັບ​ໄຊ​ລາວ​ຕ່າງໆ​ ແລະ​ໄດ້​ລອງ​ເຂົ້າ​ໄປ​ຢ້ຽມ​ເບີ່ງ​ເວັບ​ໄຊ​ນັ້ນໆ​ ເພື່ອ​ໃຫ້​ຮູ້​ວ່າ​ແມ່ນ​ເວັບ​ທີ່​ມີ​ເນື້ອ​ຫາ​ສາ​ລະ​ປະ​ເພດ​ໃດ​, ຂຽນ​ເປັນ​ພາ​ສາ​ໃດ​, ແລະ​ອື່ນໆ. ຂ້າ​ພະ​ເຈົ້າ​ຄຶດ​ວ່າ​ ບັນ​ດາ​ທ່ານ​ອາດ​ມີ​ຄວາມ​ສົນ​ໃຈ​ຢາກ​ຮູ້​ຈັກ​ເວັບ​ເຫຼົ່າ​ນັ້ນ​ ແຕ່​ບໍ່​ຮູ້​ທີ່​ຢູ່​ທີ່​ກ່ຽວ​ຂ້ອງ. ດັ່ງ​ນັ້ນ​, ຂ້າ​ພະ​ເຈົ້າ​ຈຶ່ງ​ທໍາ​ການ​ຮ​ວບ​ຮ​ວມ ທີ່​ຢູ່​ຂອງ​ເວັບ​ນັ້ນ​ ພ້ອມ​ທັງ​ລາຍ​ລະ​ອຽດ​ບາງ​ປະ​ການ ຕາມ​ຄວາມ​ຮູ້​ສຶກ​ ພາຍ​ຫຼັງ​ທີ່​ໄດ້​ເຂົ້າ​ໄປ​ຢ້ຽມ​ຊົມ​ເວັບ​ນັ້ນໆ​ມາ. ໃນ​ປັດ​ຈຸ​ບັນ​ນີ້​, ລາຍ​ຊື່​ເວັບ​ອາດ​ຈະ​ຍັງ​ບໍ່​ທັນ​ຄົບ​ຖ້ວນ​, ຂ້າ​ພະ​ເຈົ້າ​ຈະ​ພະ​ຍາ​ຍາມ​ ທະຍອຍ​ນໍາ​ສະ​ເໜີ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. ຂ້າ​ພະ​ເຈົ້າ​ໄດ້​ຈັດ​ເວັບ​ໄຊ​ເຫຼົ່າ​ນີ້​ອອກ​ເປັນ 3 ປະ​ເພດ​ຄື​: 1. ເວັບ​ໄຊ​ອົງກອນ​ຂອງ​ລັດ​ຖະ​ບານ​, 2. ເວັບ​ໄຊ​ເອ​ກະ​ຊົນ​ລາວ ແລະ 3. ເວັບ​ໄຊ​ພາ​ສາ​ລາວ​ແຕ່​ບໍ່​ແມ່ນ​ຂອງ​ຄົນ​ລາວ.
    ຖ້າ​ຂໍ້​ມູນ​ທີ່​ຂ້າ​ພະ​ເຈົ້າ​ນໍາ​ສະ​ເໜີ​ມີ​ອັນ​ຄາດ​ເຄື່ອນ​/ບໍ່​ຖືກ​ຕ້ອງ​ ຫຼື​ເຂົ້າ​ໃຈ​ຜິດ​ພາດ​ໃນ​ບາງ​ປະ​ເດັນ​, ຂໍ​ໃຫ້​ທ່ານ​ຜູ້​ຮູ້​ ຫຼື​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ສົ່ງ​ອີ​ເມ​ແຈ້ງ​ມາ​ທາງ​ຂ້າ​ພະ​ເຈົ້າ​ ເພື່ອ​ຈະ​ໄດ້​ທໍາ​ການ​ແກ້​ໄຂ​ດັດ​ແປງ​ໃຫ້ (ຖ້າ​ເປັນ​ໄປ​ໄດ້​, ກະ​ລຸ​ນາ​ຂຽນ​ເປັນ​ພາ​ສາ​ລາວ - ທີ່​ຢູ່​ອີ​ເມ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ໜ້າ​ເວັບ​ທໍາ​ອິດ​).

1. ເວັບ​ໄຊ​ອົງກອນ​ຂອງ​ລັດ​ຖະ​ບານ​
ໝາຍ​ເຫດ​: ຖ້າ​ທ່ານ​ມີ​ໂອ​ກາດ​ໄປ​ຢ້ຽມ​ຢາມ​ເວັບ​ໄຊ​ເຫຼົ່າ​ນີ້​, ຖ້າ​ເປັນ​ໄປ​ໄດ້​, ກະ​ລຸ​ນາ​ຂຽນ​ຄໍາ​ຄຶດ​ຄໍາ​ເຫັນ​, ຄໍາ​ແນະ​ນໍາ ຫຼື​ຂໍ້​ຕໍາ​ນິ​-ຕິ​ຊົມ​ ສົ່ງ​ຫາ​ຜູ້​ດູ​ແລ​ເວັບ​ໄຊ​ນັ້ນໆ ຕາມ​ທີ່​ຢູ່​ທີ່​ໃຫ້​ໄວ້​ໃນ​ເວັບ​ໄຊ​ ເພື່ອ​ເປັນ​ການ​ໃຫ້​ກໍາ​ລັງ​ໃຈ​ ຫຼື​ກະ​ຕຸ້ນ​ໃຫ້​ມີ​ການ​ພັດ​ທະ​ນາ​ເວັບ​ໄຊ​ໃຫ້​ດີ​ຂື້ນ​, ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ມາ​ຢ້ຽມ​ຊົມ​ ໃຫ້​ໄດ້​ໃນ​ລະ​ດັບ​ໃດ​ໜຶ່ງ. ສ່ວນ​ໃຫຍ່​ແລ້ວ​, ບໍ່​ຄ່ອຍ​ມີ​ຜູ້​ສົ່ງ​ເມ​ຫາ​ຜູ້​ດູ​ແລ​ເວັບ​ໄຊ​ ຊຶ່ງ​ເປັນ​ສາ​ເຫດ​ໃຫ້​ຜູ້​ດູ​ແລ​ເວັບ​ເຂົ້າ​ໃຈ​ວ່າ​ ບໍ່​ມີ​ຄົນ​ເຂົ້າ​ມາ​ຢ້ຽມ​ເວັບ​ ຈຶ່ງ​ບໍ່​ມີ​ຄວາມ​ກະ​ຕື​ລື​ລົ້ນ​ທີ່​ຈະ​ປັບ​ປຸງ​ເວັບ​ໄຊ​ໃຫ້​ມີ​ຂໍ້​ມູນ​ ທີ່​ທັນ​ກັບ​ສະ​ພາບ​ການ ຫຼື​ປັບ​ປຸງ​ເພີ່ມ​ເຕີມ​ແຕ່​ປະ​ການ​ໃດ. ຖ້າ​ທ່ານ​ລໍາ​ບາກ​ໃຈ​ທີ່​ຈະ​ຂຽນ​ເມ​ເປັນ​ພາ​ສາ​ອັງ​ກິດ​, ທ່ານ​ສາ​ມາດ​ຂຽນ​ເປັນ​ພາ​ສາ​ລາວ​ກໍ່​ໄດ້.

ເວັບ​ໄຊ​
ລາຍ​ລະ​ອຽດ​ບາງ​ປະ​ການ​
http://www.stea.gov.la

ເວັບ​ໄຊ​ຂອງ​ອົງ​ການ​ວິ​ທະ​ຍາ​ສາດ​, ເຕັກ​ໂນ​ໂລ​ຊີ ແລະ​ສິ່ງ​ແວດ​ລ້ອມ​ ທີ່​ມີ​ຖາ​ນະ​ທຽບ​ເທົ່າ​ກັບ​ກະ​ຊ​ວງ​; ຂື້ນ​ໂດຍ​ກົງ​ກັບ​ສໍາ​ນັກ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ມີ​ການ​ປັບ​ປຸງ​ໃໝ່​ ຈາກ​ເມື່ອ​ກ່ອນ​ທີ່​ຂຽນ​ເປັນ​ພາ​ສາ​ອັງ​ກິດ​ລ້ວນໆ ໃຫ້​ມີ​ໜ້າ​ເວັບ​ພາ​ສາ​ລາວ​ ເພີ່ມ​ອີກ​ໜຶ່ງ​ພາ​ສາ. ເວັບ​ໄຊ​ນີ້ ຫາ​ກໍ່​ສາ​ມາດ​ເຂົ້າ​ໄປ​ຢ້ຽມ​ຊົມ​ໄດ້​ ເມື່ອ​ຕອນ​ແລງ​ຂອງ​ວັນ​ທີ່ 06/02/2004 ນີ້​ເອງ ເພາະ Server ທີ່​ຮັບ​ຝາກ​ເວັບ​ໄຊ​ນີ້​ຕິດ​ຂັດ​ເປັນ​ເວ​ລາ​ຫຼາຍ​ມື້. ເນຶ້ອ​ໃນ ໃນ​ຂະ​ນະ​ນີ້ ມີ​ພຽງ​ແຕ່​ ພິ​ທີ​ເປີດ​ໂຄງ​ການ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ລາວ​-ໄທ ເທົ່າ​ນັ້ນ. ທ່ານ​ທີ່​ມີ​ຟອນ​ນະ​ຣິນ​ຢູ່​ແລ້ວ​, ສາ​ມາດ​ອ່ານ​ພາ​ສາ​ລາວ​ໄດ້​ເລີຍ. ໜ້າ​ເວັບ​ພາ​ສາ​ລາວ​ໃນ​ເວັບ​ໄຊ​ນີ້ ມີ​ຈຸດ​ດີ​ຢູ່​ບ່ອນ​ວ່າ ບໍ່​ຂື້ນ​ກັບ Encoding (ໝາຍ​ຄວາມ​ວ່າ ຈະ​ປັບ Encoding ເປັນ​ຂອງ​ພາ​ສາ​ໃດ​ກໍ່​ຕາມ​ ກໍ່​ຍັງ​ເຫັນ​ເປັນ​ພາ​ສາ​ລາວ​ຢູ່​); ສ່ວນ​ຈຸດ​ອ່ອນ​ແມ່ນ ມີ​ການ​ຕັດ​ຂໍ້​ຄວາມ​ລົງ​ໄປ​ແຖວ​ໃໝ່​ ທັງ​ທີ່​ມີ​ບ່ອນ​ເຫຼືອ​ທ້າຍ​ແຖວ​ເຫຼືອ​ເຟືອ. ຢ່າງ​ໃດ​ກໍ່​ຕາມ​, ຂໍ​ເປັນ​ກໍາ​ລັງ​ໃຈ​ ໃຫ້​ຄະ​ນະ​ຈັດ​ທໍາ ສາ​ມາດ​ບຸກ​ບືນ ສ້າງ​ເວັບ​ໄຊ​ນີ້ ໃຫ້​ສົມ​ກັບ​ເປັນ​ເວັບ​ຂອງ​ອົງກອນ​ ທີ່​ເປັນ​ຕົວ​ແທນ​ຂອງ​ວິ​ທະ​ຍາ​ສາດ ແລະ​ເຕັກ​ໂນ​ໂລ​ຊີ​ຂອງ​ຊາດ.
06/02/04
http://www.moc.gov.la

ເວັບ​ໄຊ​ຂອງ​ກະ​ຊ​ວງ​ການ​ຄ້າ. ທີ່​ຢູ່​ເວັບ​ໄຊ​ແມ່ນ http://www.moc.gov.la/ ແຕ່​ຜັດ​ໄປ​ພົ້ນ​ອອກ​ຢູ່ http://www.mot.gov.vn/laowebsite/. ຫ​ວັງ​ວ່າ​ ການ​ໄປ​ຝາກ​ເວັບ​ໄຊ ນໍາ​ເວັບ​ໄຊ​ພາກ​ສ່ວນ​ອື່ນ ຄົງ​ມີ​ລັກ​ສະ​ນະ​ຊົ່ວ​ຄາວ​, ບໍ່​ດັ່ງ​ນັ້ນ​, ການ​ປັບ​ປຸງ​ໜ້າ​ເວັບ​ໃຫ້​ທັນ​ສະ​ພາບ ຄົງ​ບໍ່​ໄດ້​ດັ່ງ​ໃຈ ຫຼື​ທັນ​ໃຈ​ແນ່ນອນ. ມີ​ການ​ປ່ຽນ​ແປງ​ຮູບ​ໂສມ​ຂອງ​ເວັບ​ໄຊ ນັບ​ຕັ້ງ​ແຕ່​ມີ​ເຈົ້າ​ກະ​ຊ​ວງ​ຄົນ​ໃໝ່. ຂຽນ​ເປັນ​ພາ​ສາ​ອັງ​ກິດ​ລ້ວນໆ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ໃນ​ເວັບ​ໄຊ​ນີ້​, ຄົງ​ຈະ​ແມ່ນ​ ສະ​ຖິ​ຕິ​ທາງ​ດ້ານ​ການ​ຄ້າ (Trade Statistics), ລາ​ຄາ​ໃນ​ທ້ອງ​ຕະ​ຫຼາດ (Market Prices) ແລະ ຕະ​ຫຼາດ​ນັດ​-ການ​ວາງ​ສະ​ແດງ​ຕ່າງໆ (Fairs and Exhibitions). ໜ້າ​ເສຍ​ດາຍ​ທີ່ ໜ້າ​ລາ​ຄາ​ໃນ​ທ້ອງ​ຕະ​ຫຼາດ ບໍ່​ມີ​ຂໍ້​ມູນ​ໃດໆ​ເລີຍ​; ສ່ວນ​ໜ້າ ຕະ​ຫຼາດ​ນັດ​ ແລະ​ການ​ວາງ​ສະ​ແດງ​ຕ່າງໆ ກໍ່​ມີ​ພຽງ​ຂໍ້​ມູນ​ພື້ນ​ຖານ​ຂອງ​ຕະ​ຫຼາດ​ນັດ​ ແລະ​ການ​ວາງ​ສະ​ແດງ​ຕ່າງໆ ທີ່​ຜ່ານ​ມາ ແລະ​ໃນ​ຕໍ່ໆ​ໜ້າ​ເທົ່າ​ນັ້ນ.
06/02/04
http://www.vientianetimes.org.la

ເວັບ​ໄຊ​ສໍາ​ນັກ​ພິມ​ວຽງ​ຈັນ​ໄທມ​ສ໌ (ຂອງ​ແທ້​), ອົງກອນ​ໜຶ່ງ​ທີ່​ສັງ​ກັດ​ກະ​ຊ​ວງ​ຖະ​ແຫຼງ​ຂ່າວ​ ແລະ​ວັດ​ທະ​ນະ​ທໍາ​, ມີ​ໜ້າ​ທີ່​ໃນ​ການ​ ພິມ​ຈໍາ​ໜ່າຍ​ໜັງ​ສື​ພິມ​ເປັນ​ພາ​ສາ​ອັງ​ກິດ. ເປັນ​ເວັບ​ໄຊ​ຂ່າວ​ລາວ​ ທີ່​ນໍາ​ສະ​ເໜີ​ເປັນ​ພາ​ສາ​ອັງ​ກິດ​ລ້ວນໆ. ເລີ່ມ​ແຕ່​ທ້າຍ​ເດືອນ ມັງກອນ 2004 ເປັນ​ຕົ້ນ​ມາ​, ເວັບ​ໄຊ​ນີ້ ອອກ​ຂ່າວ​ໃໝ່​ເປັນ​ລາຍ​ວັນ ສໍາ​ລັບ​ມື້​ເຮັດ​ການ​ (ຈັນ​-ສຸກ​).  ຖື​ໄດ້​ວ່າ ເປັນ​ເວັບ​ໄຊ​ຂ່າວ​ຂອງ​ລາວ ທີ່​ເນື້ອ​ໃນ ມີ​ການ​ປັບ​ປຸງ​ ໄວ​ກ່ວາ​ເວັບ​ໄຊ​ລາວ​ອື່ນໆ. ຍ້ອນ​ເນື້ອ​ໃນ​ຂ່າວ ແມ່ນ​ຖອດ​ມາ​ຈາກ​ໜັງ​ສື​ພິມ​ ແລະ​ເວ​ລາ​ແກ່​ຍາວ​ໄປ​ພໍ​ສົມ​ຄວນ ກ່ອນ​ທີ່​ຂ່າວ​ໃໝ່​ ຈະ​ຖືກ​ອັບ​ໂຫຼດ​ຂື້ນ​ໄປ​ໄວ້​ເທີງ​ອິນ​ເຕີ​ເນັດ​, ດັ່ງ​ນັ້ນ ຂ່າວ​ໃໝ່​ລ່າ​ສຸດ​ ຈຶ່ງ​ເປັນ​ເຫດ​ການ​ທີ່​ບໍ່​ຕໍ່າ​ກ່ວາ 36 ຊມ (ມື້​ເຄີ່ງ​!). ມີ​ຄວາມ​ເປັນ​ໄປ​ໄດ້​ ທີ່​ຈະ​ເຮັດ​ໃຫ້​ຊ່​ວງ​ເວ​ລາ​ດັ່ງ​ກ່າວ ຫຼຸດ​ລົງ​ເປັນ 12 ຫຼື 6 ຊມ. ຄຶດ​ວ່າ​ ຄົງ​ບໍ່​ເກີນ​ຄວາມ​ສາ​ມາດ​ຂອງ​ຄະ​ນະ​ຈັດ​ທໍາ​ເວັບ​ນີ້​!
06/02/04
http://www.kplnet.net

ເວັບ​ໄຊ​ຂອງ​ສໍາ​ນັກ​ຂ່າວ​ສານ​ປະ​ເທດ​ລາວ​, ອົງກອນ​ໜຶ່ງ​ຂອງ​ກະ​ຊ​ວງ​ຖະ​ແຫຼງ​ຂ່າວ ແລະ​ວັດ​ທະ​ນະ​ທໍາ​ ແລະ​ປາກ​ກະບອກ​ສຽງ​ຂະ​ໜານ​ແທ້ ແລະ​ດັ້ງ​ເດີມ​ຂອງ​ລັດ​ຖະ​ບານ. ແມ່ນ​ເວັບ​ໄຊ​ຂ່າວ​ທີ່​ນໍາ​ສະ​ເໜີ​ທັງ​ພາ​ສາ​ອັງ​ກິດ​, ຝຣັ່ງ ແລະ​ພາ​ສາ​ລາວ​ (ພາກ​ພາ​ສາ​ລາວ​ຕ້ອງ​ມີ Acrobat Reader 4 ຂຶ້ນ​ໄປ ແລະ​ຕ້ອງ​ໃຊ້ IE; ຖ້າ​ບໍ່​ເຫັນ​ເປັນ​ໂຕ​ລາວ​, ໃຫ້​ອົດ​ໃຈ​ລໍ​ຖ້າ​ຈົນ​ກ່ວາ​ຈະ​ໂຫຼດ​ສໍາ​ເລັດ​, ໂຕ​ລາວ​ຈະ​ຂື້ນ​ມາ​ແທນ​ໂຕ​ອັກ​ສອນ​ສັນ​ຍາ​ລັກ​ເອງ - ຖ້າ​ໃຊ້ Mozilla 1.4, ຕ້ອງ​ດາວ​ໂຫຼດ​ໄປ​ກ່ອນ ແລ້ວ​ຈຶ່ງ​ຈະ​ເປີດ​ອ່ານ​ໄດ້​). ຂ່າວ​ສານ​ປະ​ເທດ​ລາວ​ ເປັນ​ຂ່າວ​ປະ​ຈໍາ​ວັນ​, ແຕ່​ທີ່​ນໍາ​ມາ​ລົງ​ໃນ​ເວັບ​ໄຊ​ນີ້ ຈະ​ມີ​ວັນ​ທີ​ ທີ່​ຊ້າ​ກ່ວາ ວັນ​ທີ​ປັດ​ຈຸ​ບັນ 2 ມື້​ເປັນ​ຢ່າງ​ຕໍ່າ​ສໍາ​ລັບ​ພາກ​ພາ​ສາ​ລາວ​ ແລະ​ເກືອບ 1 ມື້​ສໍາ​ລັບ​ພາ​ສາ​ຝຣັ່ງ ແລະ​ອັງ​ກິດ. ນອກ​ຈາກ​ນັ້ນ​, ເນື້ອ​ໃນ​ຂ່າວ​ທີ່​ເປັນ​ພາ​ສາ​ຝຣັ່ງ ຈະ​ມີ​ໜ້ອຍ​ກ່ວາ​ພາ​ສາ​ອັງ​ກິດ. ການ​ເຊື່ອມ​ຕໍ່​ຈໍານວນ​ໜຶ່ງ ກໍ່​ໃຊ້​ການ​ບໍ່​ໄດ້​ ເພາະ​ຊອກ​ຫາ​ໄຟ​ລ໌​ທີ່​ກ່ຽວ​ຂ້ອງ​ບໍ່​ເຫັນ.
22/07/03
http://www.na.gov.la/

ຫຼື http://203.162.21.40/homepage/ lao/vpqh/


ເວັບ​ໄຊ​ຂອງ​ອົງ​ການ​ນິ​ຕິ​ບັນ​ຍັດ​ສູງ​ສຸດ​ຂອງ​ປະ​ເທດ - ສະ​ພາ​ແຫ່ງ​ຊາດ. ຂຽນ​ເປັນ​ສອງ​ພາ​ສາ​ຄື​ ອັງ​ກິດ ແລະ​ລາວ ແຕ່​ພາ​ສາ​ລາວ​ຈະ​ມີ​ບັນ​ຫາ​ໃນ​ການ​ສະ​ແດງ​ຜົນ​ເທີງ​ເວັບ​ (ຕົວ ນ ຫາຍ​!) ຖ້າ​ໃຊ້​ຕົວ​ທ່ອງ​ເວັບ ໃຫຍ່​ກ່ວາ IE4 ແລະ Netscape3. ຖື​ໄດ້​ວ່າ ລະ​ບົບ​ພາ​ສາ​ລາວ​ທີ່​ໃຊ້​ຍັງ​ຫຼ້າ​ຫຼັງ​ຢູ່. ເນື້ອ​ຫາ​ທີ່​ນໍາ​ມາ​ສະ​ເໜີ ປະກອບ​ດ້ວຍ​: ປະ​ຫວັດ​ຫຍໍ້​ຂອງ​ປະ​ເທດ​ລາວ​ ແລະ​ສະ​ພາ​ແຫ່ງ​ຊາດ​, ລັດ​ຖະ​ທໍາ​ມະ​ນູນ​ຂອງ ສ.ປ.ປ. ລາວ​, ບົດ​ບາດ​-ໜ້າ​ທີ່​-ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ​ ແລະ​ອື່ນໆ​ທີ່​ກ່ຽວ​ຂ້ອງ​ຈໍານວນ​ໜຶ່ງ.

22/05/03

http://www.mofa.gov.la/

ເວັບ​ໄຊ​ຂອງ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ. ເປັນ​ພາ​ສາ​ອັງ​ກິດ​ເທົ່າ​ນັ້ນ. ເນື້ອ​ຫາ​ສ່ວນ​ໃຫຍ່​ປະກອບ​ດ້ວຍ​ຂ່າວ​ຄາວ ແລະ​ຂໍ້​ຕົກ​ລົງ​ຂອງ​ກະ​ຊ​ວງ​ ຊຶ່ງ​ເກົ່າ​ແກ່​ບໍ່​ຕໍ່າ​ກ່ວາ 2 ປີ. ຖ້າ​ທ່ານ​ຢາກ​ຮູ້​ວ່າ ສ.ປ.ປ. ລາວ​  ມີ​ສາຍ​ສໍາ​ພັນ​ດ້ານ​ການ​ທູດ​ກັບ​ປະ​ເທດ​ໃດ​ແດ່​ ແລະ​ມີ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໃດ​ແດ່​ໃນ ສ.ປ.ປ. ລາວ​, ເວັບ​ໄຊ​ນີ້​ ສາ​ມາດ​ໃຫ້​ຄໍາ​ຕອບ​ແກ່​ທ່ານ​ໄດ້. ສິ່ງ​ທີ່​ໜ້າ​ສົນ​ໃຈ​ຂອງ​ເວັບ​ນີ້​ ຄົງ​ຈະ​ແມ່ນ​ຂໍ້​ມູນ​ກ່ຽວ​ກັບ​ການ​ຂໍ​ວີ​ຊາ​ເຂົ້າ ສ.ປ.ປ. ລາວ​ ຊຶ່ງ​ສາ​ມາດ​ເບີ່ງ​ໄດ້​ຈາກ Consular Information.
22/05/03
http://www.nuol.edu.la/

ເວັບ​ໄຊ​ທາງ​ການ​ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ.  ເລີ່ມ​ອອກ​ເຜີຍ​ແຜ່​ທາງ​ອິນ​ເຕີ​ເນັດ​ ແຕ່​ທ້າຍ​ປີ 2003 ໂດຍ​ທີ່ ມ​ຊ (ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​) ດູ​ແລ​ ແລະ​ຄຸ້ມ​ຄອງ​ດ້ວຍ​ຕົນ​ເອງ (ຂໍ້​ຄວາມ​ນ້​ອຍໆ​ທີ່​ວ່າ since May 2003 ຄົງ​ບໍ່​ໄດ້​ໝາຍ​ເຖີງ​ຊ່​ວງ​ເວ​ລາ​ທໍາ​ອິດ​ທີ່ອອກ​ເຜີຍ​ແຜ່​ທາງ​ອິນ​ເຕີ​ເນັດ​?!). ປັດ​ຈຸ​ບັນ​, ໜ້າ​ເວັບ​ສ່ວນ​ໃຫຍ່ ແມ່ນ​ເປັນ​ພາ​ສາ​ອັງ​ກິດ​; ມີ​ແຕ່​ໜ້າ​ເວັບ​ຂອງ​ສູນ​ລາວ​-ຍີ່​ປຸ່ນ 1 ໜ້າ​ ທີ່​ເປັນ​ພາ​ສາ​ລາວ. ເວັບ​ໄຊ​ນີ້ ຍັງ​ສ້າງ​ບໍ່​ທັນ​ສົມ​ບູນ​ເທື່ອ​ ເພາະ​ຍັງ​ມີ​ຫຼາຍ​ສິ່ງ​ທີ່​ຕ້ອງ​ປັບ​ປຸງ​/ຂະ​ຫຍາຍ ໂດຍ​ສະ​ເພາະ​ໜ້າ​ເວັບ​ທີ່​ເປັນ​ພາ​ສາ​ລາວ. ການ​ປັບ​ປຸງ​/ຂະ​ຫຍາຍ​ແມ່ນ​ເຮັດ​ໄດ້​ຊ້າ ເຖີງ​ວ່າ ມ​ຊ​ ຈະ​ຄ​ວບ​ຄຸມ​-ດູ​ແລ​ເວັບ​ໄຊ​ນີ້​ດ້ວຍ​ຕົນ​ເອງ​: ການ​ທົບ​ທວນ​ຄືນ​ ນະ​ໂຍ​ບາຍ​ທາງ​ດ້ານ​ການ​ຄ​ວບ​ຄຸມ​-ກ​ວດ​ກາ​, ການ​ໃຫ້​ສິດ​ແກ່​ພາກ​ສ່ວນ​ຕ່າງໆ​ ໃນ​ການ​ປັບ​ປຸງ​/ຂະ​ຫຍາຍ​ໜ້າ​ເວັບ​ຂອງ​ເຂົາ​ເຈົ້າ ດ້ວຍ​ຕົວ​ຂອງ​ເຂົາ​ເຈົ້າ​ເອງ​ ຈະ​ເຮັດ​ໃຫ້​ເວັບ​ໄຊ​ນີ້ ມີ​ການ​ເໜັງ​ຕິງ ແລະ​ຈະ​ຊ່ອຍ​ກະ​ຕຸ້ນ​ໃຫ້​ພາກ​ສ່ວນ​ຕ່າງໆ​ ປະກອບ​ສ່ວນ​ສ້າງ​ເວັບ​ໄຊ​ນີ້ ໃຫ້​ເປັນ​ສື່​ທີ່​ມີ​ປະ​ສິ​ທິ​ຜົນ ໃນ​ການ​ປະ​ຊາ​ສໍາ​ພັນ​ ຫຼື​ເປັນ​ເຄື່ອງ​ມື​ສົມ​ທົບ ໃນ​ການ​ຮຽນ​-ການ​ສອນ ຂອງ ມ​ຊ.

11/02/04
http://www.laoembassy.com/

ເວັບ​ໄຊ​ຂອງ​ສະ​ຖານ​ທູດ​ລາວ​ ປະ​ຈໍາ​ສະ​ຫະ​ລັດ​ອະ​ເມ​ລິ​ກາ. ອາດ​ຖື​ໄດ້​ວ່າ​ ແມ່ນ​ເວັບ​ໄຊ​ອົງກອນ​ຂອງ​ລັດ​ຖະ​ບານ​ເວັບ​ທໍາ​ອິດ. ຂື້ນ​ກັບ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ແລະ​ເປັນ 1 ໃນ ຫຼາຍໆ ສະ​ຖານ​ທູດ​ລາວ​ ທີ່​ມີ​ເວັບ​ໄຊ​ເປັນ​ຂອງ​ຕົນ​ເອງ. ເປັນ​ພາ​ສາ​ອັງ​ກິດ​ລ້ວນໆ. ມີ​ບົດ​ສະ​ເໜີ​ກ່ຽວ​ກັບ​ປະ​ເທດ​ລາວ​, ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ ແລະ​ຜູ້​ນໍາ​ລາວ​ຈໍານວນ​ໜຶ່ງ. ນອກ​ຈາກ​ນັ້ນ​, ຍັງ​ມີ​ຂ່າວ​ ແລະ​ຂ່າວ​ສານ​ຂໍ້​ມູນ​ຕ່າງໆ​ກ່ຽວ​ກັບ​ປະ​ເທດ​ລາວ.

23/07/03

http://www.mekongcenter.com/
home.htm

ເວັບ​ໄຊ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​, ເປັນ​ພາ​ສາ​ອັງ​ກິດ. ເປົ້າ​ໝາຍ​ຫຼັກ​ເພື່ອ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ໃນ​ລາວ​ ດ້ວຍ​ການ​ນໍາ​ສະ​ເໜີ ແຫຼ່ງ​ທ່ອງ​ທ່ຽວ​ທ່າ​ແຮງ​ຕ່າງໆ (potential tourist sites), ໂດຍ​ເນັ້ນ​ໄປ​ທາງ​ດ້ານ​ປະ​ເພ​ນີ​-ຂະ​ນົບ​ທໍາ​ນຽມ​-ວັດ​ທະ​ນະ​ທໍາ​ລາວ​ ທີ່​ຍັງ​ຮັກ​ສາ​ຄວາມ​ເປັນ​ເອ​ກະ​ລັກ ແລະ​ດັ້ງ​ເດີມ (Identity and Originality)ໄວ້ ໃນ​ສະ​ພາບ​ທີ່​ແຫຼ່ງ​ທ່ອງ​ທ່ຽວ​ອື່ນໆ​ໃນ​ໂລກ​ ໄດ້​ຮັບ​ຜົນ​ສະ​ທ້ອນ​ຈາກ​ການ​ປ່ຽນ​ແປງ ໄປ​ຕາມ​ກະ​ແສ​ໂລ​ກາ​ພິ​ວັດ​ (Globalization). ນອກ​ຈາກ​ນີ້​, ຍັງ​ມີ​ໜ້າ​ເວັບຍ່ອຍ​ທີ່​ຈະ​ນໍາ​ທ່ານ​ໄປ​ຮູ້​ຈັກ​ກັບ​ແຫຼ່ງ​ບູ​ຮາ​ນະ​ສະ​ ຖານ (Archeology), ແຫຼ່ງ​ຊົນ​ຊາດ​ຊົນ​ເຜົ່າ​, ແຫຼ່ງ​ມໍ​ລະ​ດົກ​ແຫ່ງ​ຊາດ​ ແລະ​ອື່ນໆ. ພ້ອມ​ກັນ​ນີ້​, ຍັງ​ມີ​ຂ່າວ​ສານ​ຂໍ້​ມູນ​ກ່ຽວ​ກັບ​ບໍ​ລິ​ສັດ​ນໍາ​ທ່ຽວ​, ໂຮງ​ແຮມ​-ບ້ານ​ພັກ​, ຮ້ານ​ອາ​ຫານ ແລະ​ອື່ນໆ.
26/07/03
http://www.bkklaoembassy.com/

ເວັບ​ໄຊ​ສະ​ຖານ​ທູດ​ລາວ​ປະ​ຈໍາ​ປະ​ເທດ​ໄທ - ເວັບ​ໄຊ​ສະ​ຖານ​ທູດ​ລາວ​ແຫ່ງ​ທີ​ສອງ​ ທີ່​ຂື້ນ​ກັບ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ. ເປັນ​ພາ​ສາ​ອັງ​ກິດ​ ແຕ່​ມີ​ພາ​ສາ​ໄທ​ໜ້າ​ດຽວ​ໃນ​ໜ້າ​ "ຂໍ້​ມູນ​ກ່ຽວ​ກັບ​ປະ​ເທດ​ລາວ​ໂດຍ​ສັງ​ເຂບ​". ໃນ​ສ່ວນ​ທີ່​ເປັນ​ພາ​ສາ​ອັງ​ກິດ​, ມີ​ຂ່າວ​ສານ​ຂໍ້​ມູນ​ກ່ຽວ​ກັບ​ ປະ​ເທດ​ລາວ​, ລັດ​ຖະ​ບານ​, ລັດ​ຖະ​ທໍາ​ມະ​ນູນ​, ການ​ຄ້າ ແລະ​ການ​ລົງ​ທຶນ​, ຄວາມ​ສໍາ​ພັນ​ລາວ​-ໄທ ແລະ​ຂ່າວ​ຄາວ​ຕ່າງໆ. ນອກ​ຈາກ​ນີ້​ຍັງ​ມີ​ຂໍ້​ມູນ​ກ່ຽວ​ກັບ​ການ​ຂໍ​ວີ​ຊາ​ເຂົ້າ​ປະ​ເທດ​ລາວ​ ແລະ​ແຜນ​ທີ່ ທີ່​ຕັ້ງ​ຂອງ​ສະ​ຖານ​ທູດ. ໜ້າ​ສັງ​ເກດ​ວ່າ​ ບໍ່​ມີ​ຂໍ້​ມູນ​ກ່ຽວ​ກັບ​ສະ​ຖານ​ກົງ​ສູນ​ລາວ ທີ່​ຢູ່​ຂອນ​ແກ່ນ​ ແລະ​ຊຽງ​ໃໝ່ ແຕ່​ປະ​ການ​ໃດ ?! (ບໍ່​ແນ່​ໃຈ​ວ່າ​ ສະ​ຖານ​ທີ່​ຖືກ​ຕ້ອງ​ຫຼື​ບໍ່​, ຫຼື​ວ່າ​ໄດ້​ຍົກ​ເລີກ​ໄປ​ແລ້ວ​?!).
26/07/03
http://www.un.int/lao/

ເວັບ​ໄຊ​ຫ້ອງ​ການ​ຜູ້​ຕາງ​ໜ້າ​ລາວ​ປະ​ຈໍາ​ສະ​ຫະ​ປະ​ຊາ​ຊາດ -  ສັງ​ກັດ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ. ເປັນ​ພາ​ສາ​ອັງ​ກີດ​ທັງ​ໝົດ (ຍົກ​ເວັ້ນ​ຂໍ້​ຄວາມ "ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​" ໃນ​ໜ້າ​ເວັບ​ທໍາ​ອິດ​). ສິ່ງ​ທີ່​ນໍາ​ສະ​ເໜີ​ມີ​: ຂໍ້​ມູນ​ກ່ຽວ​ກັບ ປະ​ເທດ​ລາວ​, ລັດ​ຖະ​ບານ​ ແລະ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ. ນອກ​ຈາກ​ນີ້​ຍັງ​ມີ​  ການ​ນໍາ​ສະ​ເໜີ​ກ່ຽວ​ກັບ​ກິດ​ຈະ​ກໍາ​ການ​ເຄື່ອນ​ໄຫວ​ຕ່າງໆ​ ຂອງ​ຫ້ອງ​ການ​ຜູ້​ຕາງ​ໜ້າ​ລາວ​ປະ​ຈໍາ​ສະ​ຫະ​ປະ​ຊາ​ຊາດ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ຂອງ​ເວັບ​ໄຊ​ນີ້ ຄົງ​ຈະ​ເປັນ​ໜ້າ​ຫ້ອງ​ຂ່າວ​ ທີ່​ນໍາ​ສະ​ເໜີ​ເອ​ກະ​ສານ​ທາງ​ການ​ ທີ່​ໜ້າ​ສົນ​ໃຈ​ໃນ​ປະ​ເດັນ​ຕ່າງໆ​ຈໍານວນ​ໜຶ່ງ.
 26/07/03

ຍັງ​ມີ​ຕໍ່. ກະ​ລຸ​ນາ​ມາ​ຢ້ຽມ​ຊົມ​ຕື່ມ​ໃນ​ໂອ​ກາດ​ໜ້າ.