ບົດ​ຄວາມ: ພາ​ສາ​ລາວ ແລະ​ບັນ​ຫາ​ການ​ສະ​ແດງ​ຜົນ​ເທີງ​ເວັບ - ນະ​ຣິນ​-ສັກກຣາຊ

ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ | ຫນ້າ​1 | ຫນ້າ​2 | ຫນ້າ​3 | ຫນ້າ​4 | ຫນ້າ​5 | ຫນ້າ6 | ຫນ້າ​7 |

IV. ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ

ເຖີງ​ວ່າ ຜູ້​ຂຽນ​ຈະ​ສາ​ມາດ​ສ້າງ​ຟອນ​ພາ​ສາ​ລາວ ທີ່​ນຳ​ມາ​ໃຊ້​ເທີງ​ເວັບ​ໂດຍ​ບໍ່​ແຕກ​ໂຕ, ສາ​ມາດ​ສ້າງ​ໄຟລ໌ Codepage ພາ​ສາ​ລາວ, ໄຟລ໌​ຄວບ​ຄຸມ​ແປ້ນ​ພິມ​ພາ​ສາ​ລາວ ແລະ​ສາ​ມາດ​ດັດ​ແປງ Registry ຂອງ Windows ໃຫ້​ສາ​ມາດ​ພິມ​ພາ​ສາ​ລາວ​ໃນ​ໂປຣ​ແກຣມ​ນຳ​ໃຊ້​ຈຳ​ນວນ​ຫນຶ່ງ ໂດຍ​ບໍ່​ຕ້ອງ​ເພີ່ງ​ໂປຣ​ແກຣມ​ຄວບ​ຄຸມ​ແປ້ນ​ພິມ ຂອງ​ບໍ​ລິ​ສັດ​ທີ​ສາມ​ໃດໆ​ໄດ້​ກໍ່​ຕາມ, ແຕ່​ການ​ດຳ​ເນີນ​ການ​ໃນ​ລັກ​ສະ​ນະ​ນີ້ ກໍ່​ຍັງ​ບໍ່​ທັນ​ຖື​ໄດ້​ວ່າ ສົມ​ບູນ​ແບບ​ໄດ້​ເທື່ອ. ເພື່ອ​ປະ​ກອບ​ຫຼັກ​ຖານ​ຢັ້ງ​ຢືນ​ຄຳ​ເຫັນ​ດັ່ງ​ກ່າວ​ນີ້, ຜູ້​ຂຽນຂໍ​ຍົກ​​ເອົາ​ຈຸດ​ຕ່າງໆ​ທີ່​ຜູ້​ຂຽນ​ເຫັນ​ວ່າ ຍັງ​ເປັນ​ຈຸດ​ຄົງ​ຄ້າງ​ໃນ​ວິ​ທີ​ການ​ທີ່​ຜູ້​ຂຽນ​ໄດ້​ນຳ​ສະ​ເຫນີ​ໃນ​ບົດ​ຄວາມ​ນີ້:

  1. ອັກ​ສອນ​ຢູ່​ສັນ​ຍາ​ລັກ​ແປ້ນ​ພິມ​ລາວ ຍັງ​ເປັນ ?? ຢູ່. ຜູ້​ຂຽນ​ໄດ້​ໄປ​ສືບ​ຄົ້ນ​ໃນ Registry ເພື່ອ​ຊອກ​ຫາ​ວິ​ທີ​ປ່ຽນ​ອັກ​ສອນ​ທີ່​ຢູ່​ສັນ​ຍາ​ລັກ​ແປ້ນ​ພິມ​ລາວ ເພື່ອ​ໃຫ້​ເປັນ La ຫຼື​ເປັນ​ໂຕ​ລາວ, ແຕ່​ກໍ່​ຈົນ​ປັນ​ຍາ. ອາດ​ເປັນ​ໄປ​ໄດ້​ວ່າ ສິ່ງ​ດັ່ງ​ກ່າວ​ຢູ່​ໃນ​ໄຟລ໌​ໃດ​ຫນຶ່ງ​ໃນ Windows, ເມື່ອ​ເພີ່ມ​ໂຄດ​ພາ​ສາ​ລາວ​ເຂົ້າ (ຫຼື​ໄປ​ປ່ຽນ​ໂຄດ​ປະ​ເທດ​ທີ່​ເຮົາ​ບໍ່​ໄດ້​ໃຊ້ແລະ​ກໍາ​ນົດ​ໃຫ້​ຫມາຍ​ເຖີງ​ລາວ, ອາດ​ເຮັດ​ໃຫ້​ສາ​ມາດ​ປ່ຽນ​ຈາກ ?? ມາ​ເປັນ La ກໍ່​ໄດ້?!

  2. ບໍ່​ສາ​ມາດ​ພິມ​ເປັນ​ຕົວ​ລາວ​ໃນ​ຟັງ​ຊັນ​ຊອກ​ຫາ​ຄໍາ​ໃນ Office ແຕ່​ໄດ້​ໃນ (Internet Explorer). ຈຸດ​ອ່ອນ​ນີ້ ອາດ​ມາ​ຈາກ​ການ​ໄປ​ດັດ​ແປງ Codepage ໄທ ໃຫ້​ເປັນ Codepage ລາວ ຍັງ​ບໍ່​ທັນ​ຄົບ​ຖ້ວນ - ຫຼື​ບໍ່​ດັ່ງ​ນັ້ນ, Function ຊອກ​ຄໍາ​ຂອງ​ໂປຣ​ແກຣມ​ເຫຼົ່າ​ນີ້ ອາດ​ຍັງ​ບໍ່​ທັນ​ຄໍາ​ນຶງ​ເຖີງ​ຄຸນ​ສົມ​ບັດ​ທາງ​ດ້ານ​ພາ​ສາ​ຊາດ​ຕ່າງໆ.

  3. ໃນ FrontPage 2000, ຈະ​ບໍ່​ສາ​ມາດ​ພິມ​ອອກ​ມາ​ເປັນ​ພາ​ສາ​ລາວ ແລະ​ຈະ​ເປັນ​ອັກ​ສອນ​ສັນ​ຍາ​ລັກ​ລາ​ແຕງ. ຖ້າ​ເຮົາ​ກົດ​ໄປ​ໂມດ HTML ແລ້ວ​ແປງ Charset=windows-1252 ໃຫ້​ເປັນ charset=unicode, ໃນ Preview ຈະ​ເຫັນ​ເປັນ​ພາ​ສາ​ລາວ​ແຕ່​ໃນ Normal ຈະ​ຍັງ​ເຫັນ​ເປັນ​ອັກ​ສອນ​ສັນ​ຍາ​ລັກ​ລາ​ແຕງ​ຄື​ເກົ່າ. ຜູ້​ຂຽນ​ໄດ້​ຕັ້ງ​ພາ​ສາ​ໄທ​ເຂົ້າ ແຕ່​ໄດ້​ສໍາ​ເນົາ Codepage ລາວ ເປັນ Codepage ໄທ ແລະ​ກໍາ​ນົດ​ໃຫ້​ພາ​ສາ​ໄທ​ໃຊ້ kbdnarin.kbd; ຜົນ​ທີ່​ໄດ້​ຮັບ​ໃນ Front Page 2000, ເມື່ອ​ສະ​ຫຼັບ​ແປ້ນ​ພິມ​ໄປ​ໄທ ຈະ​ສາ​ມາດ​ພິມ​ອອກ​ມາ​ເປັນ​ຕົວ​ອັກ​ສອນ​ລາວ ທັງ​ໃນ Normal, HTML ແລະ​ໃນ Preview - ຄົງ​ເປັນ​ຍ້ອນ​ວ່າ FrontPage 2000 ຮັບ​ຮູ້​ພຽງ​ແຕ່​ພາ​ສາ​ທີ່ Windows ຮັບ​ຮູ້. ໃນ Dreamweaver UltraDev, ພາ​ສາ​ລາວ​ຈະ​ເປັນ​ອັກ​ສອນ​ສັນ​ຍາ​ລັກ​ລາ​ແຕງ, ແຕ່​ເມື່ອ​ເບີ່ງ​ໃນ Internet Explorer ຈຶ່ງ​ຈະ​ເຫັນ​ເປັນ​ພາ​ສາ​ລາວ (ແຕ່​ຕ້ອງ​ໄປ​ປັບ​ຄ່າ​ໃນ Encoding ຂອງ Dreamweaver UltraDev ໃຫ້​ໃຊ້​ໄດ້​ສຳ​ລັບ​ພາ​ສາ​ລາວ​ກ່ອນ).

    ທັງ​ຫມົດ​ນີ້ ແມ່ນ​ສ່ວນ​ຫນຶ່ງ​ຂອງ​ຈຸດ​ຄົງ​ຄ້າງ​ທີ່​ຜູ້​ຂຽນ​ສັງ​ເກດ​ເຫັນ. ຢ່າງ​ໃດ​ກໍ່​ຕາມ, ສິ່ງ​ທີ່​ຜູ້​ຂຽນ​ໄດ້​ນໍາ​ສະ​ເຫນີ ອາດ​ພຽງ​ພໍ​ໃນ​ລະ​ດັບ​ຫນຶ່ງ ເພື່ອ​ໃຫ້​ຜູ້​ທີ່​ສົນ​ໃຈ ສາ​ມາດ​ນໍາ​ໄປ​ສ້າງ​ເວັບ​ໄຊ​ພາ​ສາ​ລາວ​ໃຫ້​ແຜ່​ຫຼາຍ ໃຫ້​ກາຍ​ເປັນ​ສື່​ທີ່​ມີ​ປະ​ສິ​ທິ​ພາບ ໃນ​ການ​ກະ​ຈາຍ​ຂ່າວ​ສານ​ຂໍ້​ມູນ ແລະ​ສາ​ລະ​ຄວາມ​ຮູ້ ໃຫ້​ແກ່​ທຸກໆ​ຄົນ ທີ່​ຮູ້ອ່ານ/ຂຽນ​ພາ​ສາ​ລາວ.

ປິດ​ທ້າຍ:

ຜູ້​ຂຽນ ຍອມ​ຮັບ​ວ່າ ຕົນ​ເອງ​ບໍ່​ໄດ້​ເປັນ​ນັກ​ຂຽນ​ໂປຣ​ແກຣມ ແຕ່​ເປັນ​ພຽງ​ນັກ​ຄຶດ ທີ່​ສາ​ມາດ​ຮູ້​ນຳ​ໃຊ້​ເຫດ​ຜົນ​ເລັກໆ​ນ້ອຍໆ ເພື່ອ​ແກ້​ໄຂ​ບັນ​ຫາ​ເລັກໆ​ນ້ອຍໆ​ເທົ່າ​ນັ້ນ. ບັນ​ຫາ​ໃຫຍ່ໆ ທີ່​ກ່ຽວ​ຂ້ອງ​ກັບ ພາ​ສາ​ລາວ ແລະ​ການ​ນຳ​ໃຊ້​ໃນ​ຄອມ​ພິວ​ເຕີ ຍັງ​ມີ​ອີກ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ຊຶ່ງ​ຄອງ​ຄອຍ​ໃຫ້​ນັກ​ຄົ້ນ​ຄ້ວາ - ນັກ​ພັດ​ທະ​ນາ ທີ່​ເປັນ​ຄົນ​ລາວ ແລະ​ຄົນ​ລາວ​ລຸ້ນ​ໃຫມ່ ເປັນ​ຜູ້​ນຳ​ໄປ​ແກ້​ໄຂ. ຜູ້​ຂຽນ​ຂໍ​ເປັນ​ກຳ​ລັງ​ໃຈ​ໃຫ້​ທຸກໆ​ທ່ານ ທີ່​ພ້ອມ​ຈະ​ເດີນ​ໄປ​ຕາມ​ເສັ້ນ​ທາງ​ສາຍ​ນີ້ ແລະ​ຂໍ​ອວຍ​ພອນ​ໃຫ້​ຈົ່ງ​ປະ​ສົບ​ກັບ​ຄວາມ​ສຳ​ເລັດ.

ດາວ​ໂຫຼດ​ທັງ​ຫມົດ​ຂອງ​ບົດ​ຄວາມ​ນີ້    ໄປ​ຕອນ​ຕົ້ນ​ຂອງ​ຫນ້າ    ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ           ໄປ​ຫນ້າ 1  2  3  4  5  6  7