ບົດ​ຄວາມ: ພາ​ສາ​ລາວ ແລະ​ບັນ​ຫາ​ການ​ສະ​ແດງ​ຜົນ​ເທີງ​ເວັບ - ນະ​ຣິນ​-ສັກກຣາຊ

ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ | ຫນ້າ​1 | ຫນ້າ​2 | ຫນ້າ​3 | ຫນ້າ​4 | ຫນ້າ​5 | ຫນ້າ6 | ຫນ້າ​8 |

ການ​ດັດ​ແກ້​ທັງ​ຫມົດ​ນີ້ ແມ່ນ​ໄດ້​ມາ​ຈາກ​ການ​ເຂົ້າ​ໄປ​ເບີ່ງ Registry ທີ່​ກ່ຽວ​ຂ້ອງ​ກັບ​ພາ​ສາ​ໄທ ແລະ​ໄດ້​ດັດແປງ​ໃຫ້​ສອດ​ຄ່ອງ​ກັບ Codepage ລາວ (CP_Narin.nls) ທີ່​ໄດ້​ສ້າງ​ຂື້ນ​ມາ​ກ່ອນ​ຫນ້າ​ນີ້. ເປັນ​ອັນ​ວ່າ ຂັ້ນ​ຕອນ​ໃນ​ການ​ດັດ​ແປງ Registry ເພື່ອ​ໃຫ້ Windows ຮັບ​ຮູ້ Codepage ລາວ ເປັນ​ອັນ​ສໍາ​ເລັດ​ລົງ. ໃຫ້ Boot ເຄື່ອງ​ ໃຫມ່​ເພື່ອ​ໃຫ້ຮັບ​ຮູ້ Codepage ລາວ (ຖ້າ Boot ບໍ່​ຂື້ນ ຫຼື​ເຂົ້າ Windows ບໍ່​ໄດ້ໃຫ້​ໃຊ້​ແຜ່ນ Boot ແລ້ວ​ໃຊ້​ຄໍາ​ສັ່ງ scanreg /restore ເພື່ອ​ກູ້​ເອົາ Registry ສະ​ບັບ​ເດີມ​ຄືນ​ມາ ແລະ​ລົບ​ລ້າງ Registry ທີ່​ໄດ້​ເຂົ້າ​ໄປ​ດັດ​ແປງ​ກ່ອນ​ຫນ້າ​ນີ້. ຮອດ​ຈຸດ​ນີ້, ເຮົາ​ສາ​ມາດ​ພິມ​ພາ​ສາ​ລາວ​ຈາກ​ຟອນ Narin.ttf ຢູ່​ໃນ​ໂປຣ​ແກຣມ​ຕ່າງໆ​ຂອງ Office 2000 ໄດ້, ໂດຍ​ພຽງ​ແຕ່​ສະ​ຫຼັບ​ແປ້ນ​ພິມ​ອັງ​ກິດ (En) ແລະ​ລາວ (??) ຈາກ​ສັນ​ຍາ​ລັກ​ແປ້ນ​ພິມ​ທີ່​ຢູ່​ດ້ານ ລຸ່ມ​ຂວາ​ຂອງ​ຈໍ (ອາດ​ກົດ Alt + Shift ກໍ່​ໄດ້ ແຕ່​ຕ້ອງ​ເຂົ້າ​ໄປ​ກໍາ​ນົດ​ມັນ​ຢູ່​ໃນ Keyboard Property). ພາ​ສາ​ໄທ ທີ່​ໄດ້​ໃຊ້​ເປັນ​ສື່​ໃນ​ຕອນ​ຕົ້ນ ອາດ​ຈະ​ລົບ​ລ້າງ​ອອກ​ໄປ ເພາະ​ຈະ​ພິມ​ອອກ​ມາ​ເປັນ​ອັກ​ສອນ​ລາວຊຶ່ງ​ບໍ່​ກົງ​ກັບ ສະ​ຕິກ​ເກີ ທີ່​ຕິດ​ຢູ່​ແປ້ນ​ພິມ.

    ການ​ນໍາ​ສະ​ເຫນີ​ວິ​ທີ​ໃນ​ການ​ດັດ​ແກ້ Registry ໃຫ້​ຮັບ​ຮູ້​ພາ​ສາ​ລາວ​ອາດ​ຈະ​ສ້າງ​ຄວາມ​ສັບ​ສົນ​ໃຫ້​ຜູ້​ອ່ານ​ຈໍາ​ນວນ​ຫນຶ່ງ. ດັ່ງ​ນັ້ນ, ຜູ້​ຂຽນ​ຈຶ່ງ​ກະ​ກຽມ​ວິ​ທີ​ທີ່​ງ່າຍ​ດາຍ ເພື່ອ​ໃຫ້​ຜູ້​ອ່ານ​ສາ​ມາດ​ເຮັດ​ໃຫ້​ຄອມ​ພິວ​ເຕີ​ຂອງ​ຜູ້​ອ່ານ ພິມ​ພາ​ສາ​ລາວ​ຈາກ​ຟອນ Narin.ttf ໄດ້; ເຄື່ອງ​ຂອງ​ທ່ານ​ຕ້ອງ​ມີ​ຄຸນ​ສົມ​ບັດ​ດັ່ງ​ນີ້:

    ຖ້າ​ເຄື່ອງ​ຂອງ​ທ່ານ​ຕອບ​ສະ​ຫນອງ​ເງື່ອນ​ໄຂ​ຂ້າງ​ເທິງ, ທ່ານ​ສາ​ມາດ​ດາວ​ໂຫຼດ​ເອົາ Narinreg.zip ຈາກ​ຫນ້າ​ເວັບ​ນີ້. ເມື່ອ​ຄາຍ Narinreg.zip ອອກ, ທ່ານ​ຈະ​ໄດ້ໄຟລ໌​ຕ່າງໆ​ດັ່ງ​ຕໍ່​ໄປ​ນີ້: CP_Narin.nls (11 KB), kbdnarin.kbd (1 KB) ແລະ Narin.reg (8 KB).

ດາວ​ໂຫຼດ  narinreg.zip (7 KB)

ຄຳ​ເຕືອນ: ກະ​ລຸ​ນາ​ຕຶກ​ຕອງ​ອີກ​ເທື່ອ​ຫນຶ່ງ ກ່ອນ​ຈະ​ໂຫຼດ narinreg.zip ໄປ​ໃຊ້ ເພາະ​ໃນ​ນີ້ມີ Narin.reg ຊຶ່ງ​ມີ​ການ​ດັດ​ແປງ Registry ທີ່​ສຳ​ຄັນ (ACP ຂອງ​ຕົ້ນ​ສະ​ບັບ ໄປ​ເປັນ 876 - codepage Lao ທີ່​ອຸ​ປະ​ໂຫຼກ​ຂື້ນ​ມາ ​ໂດຍ​ໃຫ້​ໄປ​ເອີ້ນ​ເອົາ  CP_Narin.nls ຂື້ນ​ມາ​ໃຊ້; ເມື່ອ Boot ເຄື່ອງ​ໃຫມ່, ຖ້າ​ຄອມ​ພິວ​ເຕີ​ໄປ​ຊອກ​ຫາ CP_Narin.nls ບໍ່​ເຫັນ​ໃນ C:\Windows\System\, ເຄື່ອງ​ຈະ Boot ເຂົ້າ Windows ບໍ່​ໄດ້ (computer crashed!!!). ດັ່ງ​ນັ້ນ, ຖ້າ​ທ່ານ​ບໍ່​ຮູ້​ກູ້ (restore) registry ສະ​ບັບ​ເດີມ​ກັບ​ຄືນ, ທ່ານ​ບໍ່​ຄວນ ໂຫຼດ​ເອົາ​ໄປ​ໃຊ້​ເປັນ​ອັນ​ຂາດ - ຖ້າ​ທ່ານ​ຕ້ອງ​ການ​ໂຫຼດ​ໄປ​ໃຊ້​ແທ້ໆ, ກ່ອນ​ຈະ​ແລ່ນ Narin.reg, ຄວນ​ມີ​ຜູ້​ຊຳ​ນານ​ການ ດ້ານ​ຄອມ​ພິວ​ເຕີ ທີ່​ຮູ້​ກູ້ registry ສະ​ບັບ​ເດີມ​ກັບ​ຄືນ ເປັນ​ຜູ້​ກຳ​ກັບ​ນຳ). ຂໍ​ໃຫ້​ໄປ​ເບີ່ງ​ຫົວ​ຂໍ້​ທີ 3 "ເລື່ອງ​ຕ່າງໆ​ກ່ຽວ​ກັບ​ຄອມ​ພິວ​ເຕີ" --> "ການ​ຕິດ​ຕັ້ງ Narin Script" ເພື່ອ​ໃຫ້​ຮູ້​ລາຍ​ລະ​ອຽດ​ເພີ່ມ​ເຕີມ.

ວິ​ທີ​ຕິດ​ຕັ້ງ: ໃຫ້​ສໍາ​ເນົາ 2 ໄຟລ໌​ທໍາ​ອິດ​ໄປ​ໄວ້​ໃນ C:\windows\system. ຈາກ​ນັ້ນ, ໃຫ້​ຄລິກ Narin.reg ໄວໆ​ສອງ​ຄັ້ງ​ເພື່ອ​ເລີ່ມ​ການ​ດັດ​ແກ້ Registry; ຖ້າ​ມີ​ຂໍ້​ຄວາມ​ຂື້ນ​ມາ, ໃຫ້​ກົດ OK. ຈາກ​ນັ້ນ, ໃຫ້ Boot ເຄື່ອງ​ໃຫມ່. ຖ້າ​ເຄື່ອງ​ຂອງ​ທ່ານ ຫາກ​ເຂົ້າ Windows ບໍ່​ໄດ້, ໃຫ້​ໃຊ້​ແຜ່ນ Boot ແລ້ວ​ໃຊ້​ຄໍາ​ສັ່ງ scanreg /restore ເພື່ອ​ກູ້​ເອົາ Registry ສະ​ບັບ​ເດີມ​ຄືນ​ມາ ແລະ​ລົບ​ລ້າງ Registry ທີ່​ໄດ້​ເຂົ້າ​ໄປ​ດັດ​ແປງ​ກ່ອນ​ຫນ້າ​ນີ້ - ບາງ​ທີ​ເຄື່ອງ​ຂອງ​ທ່ານ​ມີ​ການ​ຕິດ​ຕັ້ງ​ໂປຣ​ແກຣມ​ໃດ​ຫນຶ່ງ​ທີ່​ມີ​ການ​ດັດ​ແກ້ Registry ຂອງ Windows, ອາດ​ກໍ່​ໃຫ້​ເກີດ​ມີ​ຄວາມ​ບໍ່​ເຂົ້າ​ກັນ​ຂອງ​ການ​ດັດ​ແປງ Registry ຂອງ Narin.reg ກັບ​ຊອບ​ແວ​ທີ່​ມີ​ຢູ່​ກ່ອນ). ເມື່ອ​ເຂົ້າ Windows ຮຽບ​ຮ້ອຍ​ແລ້ວ, ໃຫ້​ໄປ Start --> Settings --> Control Panel --> Keyboard --> Language --> Add ແລ້ວ​ເພີ່ມ​ແປ້ນ​ພິມ ?? Lao ເຂົ້າ​ຕື່ມ​ຈາກ​ແປ້ນ​ພິມ​ອັງ​ກິດ​ທີ່​ມີ​ຢູ່​ແລ້ວ; ຢ່າ​ລືມ​ຄລິກ​ເລືອກ Left Alt + Shift ແລະ Enable indicator on taskbar. ຫຼັງ​ຈາກ​ນັ້ນ, ໃຫ້​ກົດ Apply ແລະ OK ຕາມ​ລໍາ​ດັບ.

    ເປັນ​ອັນ​ວ່າ ການ​ຕິດ​ຕັ້ງ​ແປ້ນ​ພິມ​ລາວ​ແມ່ນ​ສໍາ​ເລັດ​ຮຽບ​ຮ້ອຍ. ມາ​ຮອດ​ຈຸດ​ນີ້, ການ​ພິມ​ພາ​ສາ​ລາວ​ຈາກ​ຟອນ Narin.ttf ເກືອບ​ວ່າ​ຄົບ​ຖ້ວນ​ສົມ​ບູນ, ຍັງ​ແຕ່​ຂັ້ນ​ຕອນ​ໃນ​ການ​ປ່ຽນ​ອັກ​ສອນ​ປະ​ສົມ xໍ່, xົ້, xໍາ, xໍ້າ, xິ້, xີ້, xໍ່າ , xັ້, xຶ້ ແລະ xື້ ໃຫ້​ແທນ​ດ້ວຍ​ອັກ​ສອນ​ດ່ຽວໆ ສົມ​ທົບ​ກັນ​ຫຼາຍ​ຕົວ ເພື່ອ​ແກ້​ໄຂ​ບັນ​ຫາ​ການ​ແຕກ​ໂຕ ເມື່ອ​ນໍາ​ໄປ​ສະ​ແດງ​ເທີງ​ເວັບ (kbdnarin.kbd ໄດ້​ມີ​ການ​ດັດ​ແປງ​ເລັກ​ນ້ອຍ​ຢູ່​ໃນ​ສະ​ຕິກ​ເກີ​ແປ້ນ​ພິມ​ລາວ: * ຈະ​ເປັນ ໝ, £ ຈະເປັນ ໜ, “ ຈະ​ເປັນ “ (ຄື​ໃນ​ສະ​ຕິກ​ເກີ), xໍ້າ ຈະ​ເປັນ xໍ້າ (ຄື​ໃນ​ສະ​ຕິກ​ເກີ) xໍ່າ ຈະ​ເປັນ xໍ່າ (ຄື​ໃນ​ສະ​ຕິກ​ເກີ) ແລະ FR ຈະ​ເປັນ ອັກ​ສອນ​ພິ​ເສດ (ໃຊ້​ສຳ​ລັບ​ແຍກ​ພະ​ຍາງ​ໃນ​ພາ​ສາ​ລາວ - ຢູ​ນີ​ໂຄດ 200B ).

ວິ​ທີ​ດໍາ​ເນີນ​ການ: ແລ່ນ Word 2000. ຈາກ​ນັ້ນ​ປ່ຽນ​ຟອນ​ມາ​ເປັນ Narin; ແລະ​ສະ​ຫຼັບ​ແປ້ນ​ພິມ​ໃຫ້​ເປັນ​ແປ້ນ​ພິມ​ລາວ (ໃຊ້​ນິ້ວ​ຊີ້​ຊ້າຍ​ກົດ Alt ຊ້າຍ​ຄ້າງ​ໄວ້ ແລະ​ໃຊ້​ນິ້ວ​ກາງ​ຊ້າຍ ເຄາະ​ໃສ່ Shift ຊ້າຍ). ກົດ​ອັກ​ສອນ​ປະ​ສົມ xໍ່, ໃຊ້​ຫນູ​ໄປ​ຢູ່​ດ້ານ​ຊ້າຍ​ຂອງ​ມັນ ເພື່ອ​ເລືອກ​ເອົາ​ມັນ ແລ້ວ​ກົດ Ctrl + C ເພື່ອ​ສໍາ​ເນົາ (Copy) ໄວ້​ໃນ​ຫນ່ວຍ​ຄວາມ​ຈໍາ. ຈາກ​ນັ້ນ​ໃຫ້​ໄປ Tools --> AutoCorrect.. ຊຶ່ງ​ເຮົາ​ຈະ​ໄດ້​ຫນ້າ​ຈໍ​ຄື​ລຸ່ມ​ນີ້:

  1. ຕ້ອງ​ໃຫ້​ແນ່​ໃຈ​ວ່າ ຫນ້າ​ຈໍ​ນີ້ ມີ​ຊື່​ວ່າ AutoCorrect: Lao. ໃຫ້​ໃຊ້​ຫນູ​ຄລິກ​ໃສ່​ປ່ອງ Replace ແລ້ວ​ກົດ Ctrl + V ເພື່ອ​ວາງ​ສິ່ງ​ທີ່​ເຮົາ​ໄດ້​ສໍາ​ເນົາ​ໄວ້​ກ່ອນ​ຫນ້າ​ນີ້​ລົງ​ໃສ່ (ຕ້ອງ​ເປັນ​ຮູບ​ຕາ​ສີ່​ຫຼ່ຽມ 1 ຕາ - ກົງ​ກັບ​ອັກ​ສອນ​ປະ​ສົມ xໍ່ 1 ໂຕ), ຈາກ​ນັ້ນ​ໃຫ້​ກົດ Plain text ແລ້ວ​ພິມ 123 ລົງ​ໃນ​ປ່ອງ With (ໃຊ້​ເປັນ​ອັກ​ສອນ​ສື່​ຊຶ່ງ​ຈະ​ເອົາ​ອັກ​ສອນ​ດ່ຽວ xໍ ແລະ x່ ມາ​ແທນ​ໃນ​ພາຍ​ຫຼັງ). ຈາກ​ນັ້ນ​ໃຫ້​ກົດ OK.

  2. ລຶບ​ອັກ​ສອນ​ປະ​ສົມ xໍ່ ຖິ້ມ , ພິມ​ອັກ​ສອນ​ດ່ຽວ xໍ ແລະ x່ ແລ້ວ​ເລືອກ​ພວກ​ມັນ ແລະ​ສໍາ​ເນົາ​ໄວ້​ໃນ​ຫນ່ວຍ​ຄວາມ​ຈໍາ​ດ້ວຍ​ການ​ກົດ Ctrl + C. ຈາກ​ນັ້ນ​ໃຫ້​ໄປ Tools AutoCorrect.. ຊຶ່ງ​ເຮົາ​ຈະ​ໄດ້​ຫນ້າ​ຈໍ​ຄື​ຂ້າງ​ເທີງ (ຕ້ອງ​ໃຫ້​ແນ່​ໃຈ​ວ່າ​ຫນ້າ​ຈໍ​ນີ້ ມີ​ຊື່​ວ່າ AutoCorrect: Lao). ໃຫ້​ເລື່ອນ​ແຖບ​ເລື່ອນ​ເພື່ອ​ໄປ​ຊອກ​ຄໍາ​ກ່ອນ​ຫນ້າ​ນີ້​ທີ່​ເຮົາ​ເອົາ​ເຂົ້າ​ໃນ Autocorrect (ສັງ​ເກດ​ອັກ​ສອນ 123) ແລ້ວ​ຄລິກ​ມັນ​ເພື່ອ​ໃຫ້​ມັນ​ຂື້ນ​ມາ​ຈໍ​ເທີງ, ຈາກ​ນັ້ນ ໃຫ້​ຄລິກ Plain text ແລ້ວ​ກົດ Ctrl + V ເພື່ອ​ແປະ xໍ ແລະ x່ ທີ່​ເຮົາ​ໄດ້​ສໍາ​ເນົາ​ໄວ້​ໃນ​ຫນ່ວຍ​ຄວາມ​ຈໍາ​ກ່ອນ​ຫນ້າ​ນີ້ ລົງ​ໃນ​ປ່ອງ With (ຕ້ອງ​ເປັນ​ຮູບ​ສີ່​ຫຼ່ຽມ 2 ຕາ - ກົງ​ກັບ​ອັກ​ສອນ​ດ່ຽວ xໍ ແລະ x່). ຈະ​ມີ​ຈໍ ຂໍ້​ຄວາມ Replace ຂື້ນ​ມາ, ໃຫ້​ກົດ Replace ແລະ​ກົດ OK ຕາມ​ລໍາ​ດັບ

  3. ສໍາ​ລັບ​ຕົວ​ອັກ​ສອນ​ປະ​ສົມ​ອື່ນໆ ໃຫ້​ປະ​ຕິ​ບັດ​ຄ້າຍໆ​ຄື​ກັບ​ກໍ​ລະ​ນີ xໍ່. ໃຫ້​ປະ​ຕິ​ບັດ​ຈົນ​ຄົບ​ທຸກໆ ອັກ​ສອນ​ປະ​ສົມ. ເມື່ອ​ປະ​ຕິ​ບັດ​ສໍາ​ເລັດ​ແລ້ວ, ເຮົາ​ບໍ່​ຈໍາ​ເປັນ​ທີ່​ຈະ​ໄປ​ເຮັດ​ຢູ່ Excel, Powerpoint ຫຼື Access ອີກ: ເຮົາ​ສາ​ມາດ​ໃຊ້​ຟັງ​ຊັນ Autocorrect ທີ່​ເຮົາ​ໄດ້​ສ້າງ​ຂື້ນ​ໃນ Word ໂດຍ​ອັດ​ຕະ​ໂນ​ມັດ​ໃນ​ໂປຣ​ແກຣມ​ເຫຼົ່າ​ນີ້.

ເພື່ອ​ອໍາ​ນວຍ​ຄວາມ​ສະ​ດວກ​ແກ່​ຜູ້​ອ່ານ, ຫຼີກ​ເວັ້ນ​ການ​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ທີ່​ຫຍຸ້ງ​ຍາກ​ເຫຼົ່າ​ນີ້, ໃຫ້​ຜູ້​ອ່ານ​ດາວ​ໂຫຼດ​ເອົາ​ໄຟລ໌ MSO1108.zip ແລ້ວ​ຄາຍ​ໄຟລ໌​ດັ່ງ​ກ່າວ (ຈະ​ໄດ້ MSO1108.acl - AutoCorrect List File) ລົງ​ໄວ້​ໃນ C:\Windows\Application Data\Microsoft\Office\. AutoCorrect Lao ທີ່​ໄດ້​ນຳ​ສະ​ເຫນີ​ຂ້າງ​ເທິງ​ນີ້, ຈະ​ຖືກ​ເອີ້ນ​ມາ​ໃຊ້​ໂດຍ​ອັດ​ຕະ​ໂນ​ມັດ ເມື່ອ​ທ່ານ​ໃຊ້​ໂປຣ​ແກຣມ​ຊຸດ Microsoft Office 2000.

ດາວ​ໂຫຼດ  mso1108.zip (1 KB)

ດາວ​ໂຫຼດ​ທັງ​ຫມົດ​ຂອງ​ບົດ​ຄວາມ​ນີ້    ໄປ​ຕອນ​ຕົ້ນ​ຂອງ​ຫນ້າ    ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ           ໄປ​ຫນ້າ 1  2  3  4  5  6  7 8