ບົດ​ຄວາມ: ພາ​ສາ​ລາວ ແລະ​ບັນ​ຫາ​ການ​ສະ​ແດງ​ຜົນ​ເທີງ​ເວັບ - ນະ​ຣິນ​-ສັກກຣາຊ

ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ | ຫນ້າ​1 | ຫນ້າ​2 | ຫນ້າ​4 | ຫນ້າ​5 | ຫນ້າ​6 | ຫນ້າ​7 | ຫນ້າ​8 |

ໃຫ້​ສັງ​ເກດ​ວ່າ ຈໍາ​ນວນ​ໂຄດ​ອັກ​ສອນ​ລາວ​ໃນ​ຕາ​ຕະ​ລາງ​ທີ​ສອງ​ນີ້ ມີ​ຫນ້ອຍ​ກ່ວາ​ຈໍາ​ນວນ​ໂຄດ​ອັກ​ສອນ​ລາວ​ໃນ​ຟອນ​ລາວ​ທີ່​ພວກ​ເຮົາ​ເຄີຍ​ໃຊ້ (ຟອນ​ຕະ​ກຸນ​ໄຊ​ເຊດ​ຖາ, ...). ຮອດ​ຈຸດ​ນີ້, ຂັ້ນ​ຕອນ​ຕໍ່​ໄປ​ກໍ່​ຄື ການ​ສ້າງ​ຟອນ​ໂດຍ​ກໍາ​ນົດ​ໂຄດ​ຂອງ​ຕົວ​ອັກ​ສອນ​ຕ່າງໆ​ຂອງ​ພາ​ສາ​ລາວ ໃຫ້​ກົງ​ກັບ​ຕາ​ຕະ​ລາງ 2. ຜູ້​ຂຽນ​ໄດ້​ໃຊ້ Fontographer ໄປ​ເປີດ MICROSS.TTF ຂື້ນ​ມາ​ແລ້ວ​ເພີ່ມ​ຈໍາ​ນວນ​ຕົວ​ຫນັງ​ສື​ເປົ່າ​ຂື້ນ​ຕື່ມ 75 ໂຕ. ຈາກ​ນັ້ນ​ກໍ່​ໄປ​ເປີດ​ຟອນ​ພາ​ສາ​ລາວ​ທີ່​ຊື່ Saysettha 95New (ດັດ​ແປງ​ມາ​ຈາກ Saysettha 95 ແລະ​ໃຊ້​ໃນ​ເອ​ກະ​ສານ​ທີ່​ຜູ້​ຂຽນ ຂຽນ/ຮຽບ​ຮຽງ/ແປ ເມື່ອ​ຕອນ​ທີ່​ສອນ​ຢູ່​ຄະ​ນະ​ເສດ​ຖະ​ສາດ ແລະ​ການ​ຄຸ້ມ​ຄອງ) ແລ້ວ​ສໍາ​ເນົາ​ເອົາ​ອັກ​ສອນ​ລາວ​ເຂົ້າ​ໄປ​ໃນ​ຫ້ອງ​ຕົວ​ອັກ​ສອນ​ທີ່​ຫວ່າງ​ເປົ່າ​ຂອງ MICROSS.TTF ທີ່​ໄດ້​ສ້າງ​ຂື້ນ​ກ່ອນ​ຫນ້າ​ນີ້. ຈາກ​ນັ້ນ​ຈຶ່ງ​ໄປ​ກໍາ​ນົດ​ຢູ​ນີ​ໂຄດ​ຂອງ​ອັກ​ສອນ​ລາວ ໃຫ້​ກົງ​ກັບ​ຕາ​ຕະ​ລາງ​ທີ​ສອງ. ສຸດ​ທ້າຍ, ໄປ​ແປງ​ຄວາມ​ສູງ​ຂອງ​ຕົວ​ຫນັງ​ສື; ເມື່ອ​ພິມ​ອອກ​ຈໍ, ໃຫ້​ສາ​ມາດ​ເຫັນ​ວັນ​ນະ​ຍຸດ, ສະ​ຫຼະ xຸ ແລະ xູ. ການ​ນໍາ​ເອົາ​ຟອນ​ຂອງ Microsoft ມາ​ເປັນ​ຖານ​ໃຫ້​ແກ່​ຟອນ​ໃຫມ່, ມັກ​ຈະ​ກໍ່​ບັນ​ຫາ​ແກ່​ຮູບ​ຮ່າງ​ການ​ສະ​ແດງ​ຜົນ​ຂອງ​ຕົວ​ອັກ​ສອນ​ທີ່​ນໍາ​ເອົາ​ເຂົ້າ​ມາ​ໃຫມ່ ແລະ​ຕົວ​ອັກ​ສອນ​ທີ່​ມີ​ກ່ອນ​ຫນ້າ​ນັ້ນ: ຕົວ​ອັກ​ສອນ​ຈະ​ລີບ​ລົງ ບໍ່​ຄົມ. ຜູ້​ຂຽນ​ໄດ້​ໃຊ້​ເວ​ລາ​ເປັນ​ສອງ​ອາ​ທິດ ເພື່ອ​ແກ້​ໄຂ​ບັນ​ຫາ​ໃນ​ການ​ປັບ​ຕົວ​ອັກ​ສອນ, ປັບ​ຄ່າ attributes ຕ່າງໆ​ຂອງ​ຟອນ​ໃຫມ່​ຈຶ່ງ​ໄດ້​ຜົນ​ການ​ສະ​ແດງ​ເທີງ​ຈໍ​ຄື​ດັ່ງ​ທີ່​ທ່ານ​ເຫັນ​ໃນ​ຂະ​ນະ​ນີ້. ຟອນ​ໃຫມ່​ນີ້, ຜູ້​ຂຽນ​ຕັ້ງ​ຊື່​ໃຫ້​ວ່າ Narin.ttf. ເມື່ອ​ສ້າງ​ຟອນ​ສໍາ​ເລັດ​ແລ້ວ, ຂັ້ນ​ຕອນ​ຕໍ່​ມາ​ກໍ່​ຄື​ການ​ທົດ​ສອບ​ພິມ​ອັກ​ສອນ​ລາວ​ອອກ​ທາງ​ຈໍ​ພາບ. ຜູ້​ຂຽນ​ໄດ້​ໃຊ້​ວິ​ທີ​ທີ່​ໄດ້​ສະ​ເຫນີ​ກ່ອນ​ຫນ້າ​ນີ້ (Insert --> Symbol..) ໃນ Word 2000 ແລະ​ເຫັນ​ວ່າ​ຜົນ​ສະ​ແດງ​ອອກ​ເທີງ​ຈໍ​ເປັນ​ທີ່​ຫນ້າ​ພໍ​ໃຈ; ແຕ່​ເມື່ອ Save ເປັນ htm ແລະ​ໃຊ້ Internet Explorer 5.5 ເປີດ​ເບີ່ງ; ຫຼັງ​ຕົວ​ອັກ​ສອນ​ປະ​ສົມ​ເຊັ່ນ xໍ່, xົ້, xິ້, xີ້, xັ້, xຶ້ ແລະ xື້ ຈະ​ມີ​ການ​ແຕກ​ໂຕ​ໄປ​ຫນຶ່ງ​ຊ່ອງ​ຫວ່າງ, ແຕ່​ຈະ​ບໍ່​ແຕກ​ໂຕ​ຖ້າ​ເຮົາ​ພິມ xໍ ແລະ x່ ຫຼື xົ ແລະ x້ ຫຼື xິ ແລະ x້ ຫຼື xີ ແລະ x້ ຫຼື xັ ແລະ x້ ຫຼື xຶ ແລະ x້ ຫຼື xື ແລະ x້. ເຫດ​ການ​ດັ່ງ​ກ່າວ ກໍ່​ບໍ່​ຫນ້າ​ປະ​ຫຼາດ​ໃຈ​ເພາະ​ໂຄດ​ຂອງ​ຕົວ​ອັກ​ສອນ​ປະ​ສົມ​ທີ່​ເຮັດ​ໃຫ້​ເກີດ​ການ​ແຕກ​ໂຕ​ເຫຼົ່າ​ນັ້ນ, ຜູ້​ຂຽນ​ກໍາ​ນົດ​ຂື້ນ​ເອງ ແລະ Microsoft ບໍ່​ໄດ້​ຮັບ​ຮູ້​ນໍາ. ຢ່າງ​ໃດ​ກໍ່​ຕາມ, ຜູ້​ຂຽນ​ພໍ​ເຫັນ​ແລວ​ທາງ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຂອງ​ຕົວ​ອັກ​ສອນ​ເຫຼົ່າ​ນີ້: ນໍາ​ໃຊ້​ຟັງ​ຊັນ​ປ່ຽນ​ຄໍາ (Autocorrect ຈາກ Tools ຂອງ Word 2000) ເພື່ອ​ປ່ຽນ​ຕົວ​ອັກ​ສອນ​ປະ​ສົມ xໍ່ ໃຫ້​ເປັນ xໍ + x່ ແລະ​ຕໍ່ໆ​ໄປ​ຕາມ​ລໍາ​ດັບ. ມາ​ຮອດ​ນີ້, ຜູ້​ຂຽນ​ໄດ້​ສ້າງ​ຟອນ​ຢູ​ນີ​ໂຄດ​ທີ່​ມີ​ຕົວ​ອັກ​ສອນ​ລາວ ແລະ​ເມື່ອ​ນໍາ​ເອົາຟອນ​ນີ້​ໄປ​ໃຊ້​ໃນ​ອິນ​ເຕີ​ເນັດ, ມັນ​ຈະ​ບໍ່​ແຕກ​ໂຕ​ເຫມືອນ​ດັ່ງ​ຟອນ​ພາ​ສາ​ລາວ​ໂຕ​ອື່ນໆ​ທີ່​ຜ່ານ​ມາ.

III. ການ​ຫາ​ວິ​ທີ​ພິມ​ພາ​ສາ​ລາວ​ຈາກ​ຟອນ Narin.ttf

ພາຍ​ຫຼັງ​ທີ່​ມີ​ຟອນ​ທີ່​ໃຫ້​ຄວາມ​ຫວັງ​ໃນ​ການ​ນໍາ​ເອົາ​ພາ​ສາ​ລາວ​ຂື້ນ​ເທີງ​ເວັບ, ພວກ​ເຮົາ​ຈະ​ນໍາ​ໃຊ້​ຟອນ​ນີ້​ເພື່ອ​ພິມ​ພາ​ສາ​ລາວ​ໄດ້​ຈັ່ງ​ໃດ? ຈະ​ໃຊ້​ວິ​ທີ​ທີ່​ນໍາ​ສະ​ເຫນີ​ກ່ອນ​ຫນ້າ​ນີ້ (Insert --> Symbol..) ຄົງ​ບໍ່​ສະ​ດວກ! ຜູ້​ຂຽນ​ໄດ້​ເຂົ້າ​ໄປ​ໃນ​ອິນ​ເຕີ​ເນັດ ເພື່ອ​ຊອກ​ຫາ​ໂປຣ​ແກຣມ​ທີ່​ຈະ​ໃຊ້​ຄວບ​ຄຸມ​ການ​ພິມ​ອັກ​ສອນ​ລາວ​ຢູ​ນີ​ໂຄດ ສໍາ​ລັບ​ໂປຣ​ແກຣມ​ນໍາ​ໃຊ້​ຕ່າງໆ (ຢ່າງ​ຂີ້​ຮ້າຍ, ໃຫ້​ສາ​ມາດ​ໃຊ້​ໄດ້​ກັບ ໂປຣ​ແກຣມ​ຊຸດ Office 2000). ແຕ່​ຫນ້າ​ຜິດ​ຫວັງ​ເພາະ​ໂປຣ​ແກຣມ Keyboard Manager ຕ່າງໆ​ທີ່​ມີ, ບໍ່​ໄດ້​ສະ​ຫນັບ​ສະ​ຫນູນ​ອັກ​ສອນ​ຢູ​ນີ​ໂຄດ​ທີ່ Windows ບໍ່​ໄດ້​ໃຫ້​ການ​ສະ​ຫນັບ​ສະ​ຫນູນ. ທີ່​ພໍ​ໃຊ້​ໄດ້ ກໍ່​ມີ​ແຕ່ Keyman Developer 5.0 ຂອງ Tavultesoft ຊຶ່ງ​ຕ້ອງ​ໄດ້​ສ້າງ​ໄຟລ໌​ທີ່​ຄວບ​ຄຸມ​ແປ້ນ​ພິມ​ເອງ ແຕ່​ກໍ່​ໃຊ້​ໄດ້​ສະ​ເພາະ​ແຕ່​ໃນ Word 97 (ສໍາ​ລັບ Word 2000 ກໍ່ພໍ​ໃຊ້​ໄດ້ ແຕ່​ມັກ​ຄ້າງ) ແລະ​ຕ້ອງ​ໄດ້​ຕິດ​ຕັ້ງ​ໄຟລ໌​ຈໍາ​ນວນ​ຫນຶ່ງ​ຊຶ່ງ​ຈະ​ປາ​ກົດ​ຂໍ້​ຄວາມ​ມາ​ໃຫ້​ເຮົາ​ກົດ Enter ທຸກໆ​ຄັ້ງ​ເມື່ອ​ເປີດ Word. ຢ່າງ​ໃດ​ກໍ່​ຕາມ, ຜູ້​ຂຽນ​ກໍ່​ຍັງ​ບໍ່​ທັນ​ພໍ​ໃຈ​ກັບ​ປະ​ສິ​ທິ​ພາບ​ຂອງ​ໂປຣ​ແກຣມ​ດັ່ງ​ກ່າວ, ຈຶ່ງ​ຄົ້ນ​ຄຶດ​ຫາ​ວິ​ທີ​ໃຫມ່ ເພື່ອ​ຫາ​ທາງ​ພິມ​ພາ​ສາ​ລາວ​ຈາກ Narin.ttf.

ດາວ​ໂຫຼດ​ທັງ​ຫມົດ​ຂອງ​ບົດ​ຄວາມ​ນີ້    ໄປ​ຕອນ​ຕົ້ນ​ຂອງ​ຫນ້າ    ກັບ​ຄືນ​ໄປ​ເວັບ​ຫນ້າ​ທໍາ​ອິດ           ໄປ​ຫນ້າ 1 2 3 4