ບົດຄວາມ: ພາສາລາວ ແລະບັນຫາການສະແດງຜົນເທີງເວັບ
ນະຣິນ-ສັກກະຣາຊ
ບົດຄັດຫຍໍ້:
ເວັບໄຊຕ່າງໆໃນອິນເຕີເນັດ ແມ່ນມີເປັນຈໍານວນມະຫາສານ, ໃນນັ້ນມີຈໍານວນຫນ້ອຍຫນຶ່ງ ທີ່ສ້າງໂດຍຄົນລາວ ຊຶ່ງປະກອບມີທັງພາກລັດ, ພາກເອກະຊົນ, ຫຼືຄົນລາວທີ່ອາໃສຢູ່ຕ່າງປະເທດ. ຢ່າງໃດກໍ່ຕາມ, ພວກເຮົາຈະເຫັນໄດ້ວ່າເວັບໄຊເຫຼົ່ານີ້ ບໍ່ໄດ້ໃຊ້ຕົວຫນັງສືລາວເປັນຫຼັກ; ຖ້າມີການໃຊ້ໃນບາງຫນ້າ, ກໍ່ມີບັນຫາໃນການສະແດງຜົນເທີງເວັບ ເຊັ່ນ: ມີການແຕກຕົວຂອງຕົວອັກສອນຫຼັງວັນນະຍຸດ ແລະສະຫຼະຈໍານວນຫນຶ່ງ ຫຼືມີການຫາຍໄປຂອງຕົວອັກສອນຈໍານວນຫນຶ່ງ ຫຼືອັກສອນຈໍານວນຫນຶ່ງຖືກແທນດ້ວຍຮູບສີ່ຫຼ່ຽມ. ຍ້ອນເຫດຜົນຄືດັ່ງກ່າວນີ້ ຈຶ່ງເຮັດໃຫ້ພາສາລາວບໍ່ໄດ້ຮັບຄວາມນິຍົມ ແລະຖືກໃຊ້ເທີງເວັບ.
ຜູ້ຂຽນໄດ້ພະຍາຍາມຊອກຫາວິທີແກ້ໄຂບັນຫາການສະແດງຜົນຂອງພາສາລາວເທີງເວັບ ແລະໃນທີ່ສຸດ, ຄວາມພະຍາຍາມດັ່ງກ່າວ ກໍ່ປະສົບຜົນສໍາເລັດໃນລະດັບເບື້ອງຕົ້ນ ຊຶ່ງຍັງມີບາງອັນຕ້ອງໄດ້ທໍາການປັບປຸງແກ້ໄຂໃນຕໍ່ຫນ້າ. ບົດຄວາມນີ້, ຈະເປີດເຜີຍວິທີການໂດຍລະອຽດທີ່ຜູ້ຂຽນໄດ້ດໍາເນີນການສຶກສາແກ້ໄຂການແຕກຕົວຂອງພາສາລາວ, ການສ້າງຟອນ (Font), ການໃຊ້ຊອບແວຕ່າງໆ ເພື່ອແກ້ໄຂບັນຫາສະເພາະຫນ້າ ຕະຫຼອດຮອດການນໍາສະເຫນີແນວຄວາມຄຶດເພື່ອໃຫ້ຜູ້ທີ່ສົນໃຈມີທິດທາງເພື່ອປັບປຸງການສະແດງຜົນຂອງພາສາລາວ ໃຫ້ໄດ້ດີກ່ວາ ທີ່ຜູ້ຂຽນໄດ້ນໍາສະເຫນີໃນທີ່ນີ້.
I. ການນໍາໃຊ້ພາສາລາວໃນຄອມພິວເຕີໃນໄລຍະຜ່ານມາ
ນັບຕັ້ງແຕ່ການເປີດໂຕຂອງ Windows 3.1 ໃນຕົ້ນຊຸມປີ 90 ເປັນຕົ້ນມາ, ໄດ້ມີຄວາມພະຍາຍາມຈາກຜູ້ທີ່ໃຊ້ຄອມພິວເຕີໃນລາວຈໍານວນຫນຶ່ງ ໃນການຫາວິທີການພິມພາສາລາວໃນຄອມພິວເຕີໂດຍບໍ່ຕ້ອງໃຊ້ຄາຣ໌ດພາສາລາວ. ວິທີທີ່ງ່າຍທີ່ສຸດໃນຂະນະນັ້ນ ກໍ່ຄືການສ້າງຟອນພາສາລາວ ໂດຍເອົາໄປແທນທີ່ຕົວລາແຕງ ໂດຍອີງຕາມສະຕິກເກີທີ່ຕິດຢູ່ແປ້ນພິມ. ໃນຕໍ່ມາ, ບໍລິສັດ Tavultesoft (http://tavultesoft.com/) ໄດ້ພັດທະນາໂປຣແກຣມຄວບຄຸມແປ້ນພິມສໍາລັບພາສາລາວ ແລະໄດ້ຍ້າຍຕົວອັກສອນລາວເພື່ອບໍ່ໃຫ້ເຕັງກັບອັກສອນຫຼັກຂອງລາແຕງ ຊຶ່ງເຮັດໃຫ້ສາມາດພິມອັກສອນລາວ ແລະອັກສອນລາແຕງຫຼັກໃນຟອນດຽວກັນໄດ້. ອີກຕໍ່ມາ, ບໍລິສັດດັ່ງກ່າວ ກໍ່ໄດ້ເພີ່ມຂີດຄວາມສາມາດຂອງໂປຣແກຣມຂອງຕົນ ໂດຍໃຫ້ສາມາດຍ້າຍພະຍາງທີ່ບໍ່ມີບ່ອນພຽງພໍຢູ່ທ້າຍແຖວ ໃຫ້ລົງໄປຢູ່ຕົ້ນແຖວໃຫມ່ໄດ້.
ຢ່າງໃດກໍ່ຕາມ, ເມື່ອ Microsoft ໄດ້ອອກ Internet Explorer 4 ມາ, ການສະແດງຜົນຂອງພາສາລາວເທິງເວັບຈະເກີດການແຕກໂຕຫຼັງຈາກພິມວັນນະຍຸດ ແລະສະຫຼະຈຳນວນຫນຶ່ງ. ເຖີງວ່າໃນປັດຈຸບັນນີ້, Internet Explorer ຈະຮອດລຸ້ນ 6.0 ແຕ່ສະພາບການ ການສະແດງຜົນເທີງເວັບຂອງພາສາລາວ ກໍ່ບໍ່ໄດ້ດີຂີື້ນເລີຍ
ດາວໂຫຼດທັງຫມົດຂອງບົດຄວາມນີ້ ກັບຄືນໄປເວັບຫນ້າທຳອິດ ໄປຫນ້າ 1 2
II. ການແກ້ໄຂບັນຫາການແຕກໂຕຂອງພາສາລາວ
ພວກເຮົາອາດຕັ້ງຄຳຖາມຂື້ນມາວ່າ ເປັນຫຍັງເລີ່ມແຕ່ Internet Explorer ລຸ້ນ 4 ເປັນຕົ້ນມາ, ພາສາລາວຈຶ່ງມີການແຕກໂຕ? ຜູ້ຂຽນຈະຍັງບໍ່ຂໍຕອບຄຳຖາມນີ້ເທື່ອ ແຕ່ຈະຂໍໃຫ້ຜູ້ອ່ານພິຈາລະນາລະຫວ່າງພາສາລາວ ແລະພາສາໄທ ຊຶ່ງທັງສອງພາສາແມ່ນມີສິ່ງທີ່ຄ້າຍຄືກັນຫຼາຍໆຢ່າງ; ກົງກັນຂ້າມຜັດມີຄວາມຫມັ້ນໃຈວ່າ ເມື່ອພາສາໄທບໍ່ຄ່ອຍມີບັນຫາໃນການສະແດງເທິງເວັບ, ມັນກໍ່ຍ່ອມເປັນໄປໄດ້ທີ່ຈະເຮັດໃຫ້ພາສາລາວຂື້ນເວັບໄດ້ເຊັ່ນກັນ. ຈະເຮັດຢ່າງໃດ? ກ່ອນອື່ນ, ເຮົາຈະມາສຶກສາສິ່ງໃດແດ່ທີ່ພາສາລາວມີອັນຕ່າງເມື່ອທຽບກັບພາສາໄທ. ຜູ້ຂຽນໄດ້ໃຊ້ສໍາເນົາເອົາຟອນມາຕາຖານທີ່ມີໃນ Windows ໄທ ແລະສາມາດສະແດງພາສາໄທໄດ້ ຊື່ Microsof Sans Serif (MICROSS.TTF) ແລ້ວໃຊ້ໂປຣແກຣມສ້າງຟອນຊື່ Fontographer 4.1 ຂອງ Macromedia (http://Macromedia.com/) ເພື່ອເບີ່ງໂຄດພາສາໄທໃນຟອນນີ້. ຟອນດັ່ງກ່າວມີຕົວອັກສອນຂອງຫຼາຍໆຊາດ ແຕ່ບໍ່ມີພາສາລາວ. ເມື່ອພິຈາລະນາແລ້ວ, ຜູ້ຂຽນເຫັນວ່າ ພາສາໄທບໍ່ໄດ້ໄປເຕັງກັບພາສາລາແຕງ ເຫມືອນດັ່ງກໍລະນີຟອນພາສາລາວທີ່ພວກເຮົາເຄີຍໃຊ້. ນີ້ຄົງແມ່ນເຫດຜົນທີ່ວ່າ ເປັນຫຍັງແຖບພາສາໃນ Word 2000 ຈຶ່ງສະແດງຂໍ້ຄວາມວ່າ ເປັນພາສາອັງກິດທັງໆທີ່ພວກເຮົາພິມພາສາລາວ ເພາະຕົວຫນັງສືລາວ ໄດ້ຖືກສ້າງຂື້ນໄວ້ໃນໂຄດອັງກິດ (ລາແຕງ). ຈະເຮັດແນວໃດ ເພື່ອຍ້າຍຕົວອັກສອນລາວ ໃຫ້ໄປຢູ່ໃນໂຄດຂອງພາສາລາວ? ຜູ້ຂຽນໄດ້ໄປເປີດເບີ່ງເວັບໄຊຂອງ Unicode Consortium (http://www.unicode.org/) ຊຶ່ງເປັນອົງກອນທີ່ກໍານົດໂຄດຂອງພາສາຕ່າງໆ ແລະຮູ້ວ່າພາສາລາວ ຖືກກໍານົດໃຫ້ຢູ່ໃນໂຄດ 0E80-0EFF (ເລກຖານ 16 - ໂຄດແບບ Unicode - ເວົ້າແບບງ່າຍໆວ່າ ຢູນີໂຄດ ) ແລະມີການກຳນົດໂຄດສໍາລັບຕົວອັກສອນລາວພຶ້ນຖານຈໍານວນຫນຶ່ງ ແຕ່ບໍ່ເຫັນຄົບຕາມທີ່ມີໃນແປ້ນພິມ . ພວກທີ່ຍັງບໍ່ທັນເຫັນໂຄດ ຈະມີໂຄດອັນໃດ? ຜູ້ຂຽນເລີຍຄຶດອອກວ່າ Unicode ກໍານົດຂື້ນ ແຕ່ຜູ້ນໍາໄປໃຊ້ແມ່ນ Microsoft; Microsoft ຄົງມີການສ້າງຟອນທີ່ລວມມີຫຼາຍໆພາສາ ເພື່ອສະຫນັບສະຫນູນຜະລິດພັນຂອງຕົນ . ຜູ້ຂຽນໄດ້ເຫັນຟອນຂອງ Microsoft ທີ່ຊື່ວ່າ Arial Unicode MS (Arialuni.ttf) ທີ່ຖືກຕິດຕັ້ງມາພ້ອມໆກັບການຕິດຕັ້ງ Internet Explorer 5.5, ເມື່ອປັບ Tools à Internet Options à Fonts à Language Scripts à Lao, ຢູ່ແຖບ Web Page Font ຈະປາກົດຟອນ Arial Unicode MS ຂື້ນມາແລະມີຂໍ້ຄວາມຢູ່ແຖບສະແດງຕົວຢ່າງຂອງຟອນດັ່ງກ່າວຂື້ນມາເປັນພາສາລາວວ່າ “ລາວ”. ນີ້ສະແດງໃຫ້ເຫັນວ່າ ໃນຟອນນີ້ມີອັກສອນລາວຢູ່ນໍາ. ຜູ້ຂຽນໄດ້ລອງພິມຟອນດັ່ງກ່າວເປັນພາສາລາວໃນ Word 2000 ໂດຍໄປປັບຟອນໃຫ້ເປັນຟອນຕົວນີ້ ແລ້ວໃຊ້ວິທີ Insert à Symbol ແລ້ວປັບ Subset ໃຫ້ເປັນ lao ແລ້ວເລືອກກົດຕົວອັກສອນລາວໄປເທື່ອລະໂຕ ເພື່ອປະກອບປະໂຫຍກຕົວຢ່າງຂື້ນມາ (ພາສາລາວໃນຟອນນີ້ ບໍ່ມີໂຄດຄືດັ່ງຟອນພາສາລາວທົ່ວໆໄປ ທີ່ພວກເຮົາເຄີຍໃຊ້, ດັ່ງນັ້ນຈຶ່ງບໍ່ສາມາດທີ່ຈະໃຊ້ Lao Script for Windows ມາຄວບຄຸມການພິມພາສາລາວຂອງຟອນນີ້). ຜົນປາກົດວ່າ ມີການແຕກໂຕເຫມືອນເດີມ . ຜູ້ຂຽນຮູ້ສຶກຄ້ອຍໃຈຂື້ນມາທັນທີ ແຕ່ຍັງບໍ່ຍອມເທື່ອ ເລີຍລອງທົດສອບກັບຕົວອັກສອນໄທທີ່ຢູ່ໃກ້ໆກັນ; ຜົນອອກມາກໍ່ຄ້າຍຄືກໍລະນີພາສາລາວ. ສະແດງວ່າຟອນດັ່ງກ່າວ ຄົງມີບັນຫາໃດຫນຶ່ງ: ທໍາມະດາຢູ່ໃນ Word, ເຮົາຈະບໍ່ເຫັນການແຕກໂຕ; ການແຕກໂຕຈະເກີດຂື້ນໃນ Internet Explorer ພຸ້ນ. ເມື່ອພິຈາລະນາຢ່າງຖີ່ຖ້ວນແລ້ວ, ຜູ້ຂຽນຈຶ່ງເຫັນວ່າ ຕົວອັກສອນລາວຂອງຟອນນີ້ທີ່ແຕກຕົວ ແມ່ນເປັນຍ້ອນການອອກແບບສ້າງຟອນ: ພວກເຂົາ ບໍ່ໄດ້ໃຫ້ພວກມັນຫຍັບໄປທາງຊ້າຍມືເພື່ອໃຫ້ຢູ່ເຊິ່ງກັບຕົວທີ່ພິມໄປກ່ອນຫນ້ານີ້ແຕ່ຢ່າງໃດ . ດັ່ງນັ້ນ, ເຖີງວ່າຟອນດັ່ງກ່າວ ຈະມີອັກສອນລາວ, ແຕ່ບໍ່ສາມາດໃຊ້ການໄດ້ ແມ່ນແຕ່ໃນ Word. ດ້ວຍເຫດນີ້, ພວກເຮົາຈໍາເປັນຕ້ອງສ້າງຟອນທີ່ມີອັກສອນລາວຢູນີໂຄດຂື້ນມາໃຊ້ໃຫມ່ . ໂຄດອັກສອນລາວຈໍານວນຫນຶ່ງ ທີ່ຍັງບໍ່ຮູ້ເດ ຈະເຮັດແນວໃດ? ຜູ້ຂຽນບໍ່ສາມາດໃຊ້ Fontographer ເປີດເບີ່ງໂຄດພາສາລາວ ທີ່ມີໃນ Arialuni.ttf (Arial Unicode MS) ເພາະຟອນດັ່ງກ່າວມີຂະຫນາດໃຫຍ່ຫຼາຍ (23566 KB). ເພື່ອແກ້ໄຂບັນຫານີ້, ຜູ້ຂຽນເລີຍໃຊ້ຟັງຊັນ Keyboard Map ຂອງໂປຣແກຣມ TIKE ທີ່ມີໃນ Tavultesoft Keyman Developer (http://www.tavultesof.com/) ເພື່ອຊອກຮູ້ໂຄດອັກສອນລາວຈາກ Arialuni.ttf ແລະໄດ້ຄໍາຕອບມາຄືດັ່ງຮູບຂ້າງລຸ່ມນີ້:
ໂຄດອັກສອນລາວໃນ Arialuni.ttf, ເບີ່ງຈາກ Character Map ຂອງ TIKE.
ພວກເຮົາຈະສັງເກດເຫັນວ່າ, ຕົວອັກສອນລາວທີ່ມີໃນຕາຕະລາງຂ້າງເທີງນີ້ ຍັງບໍ່ທັນຄົບຕາມແປ້ນພິມ ເຊັ່ນ xໍ່, xົ້, xິ້, xີ້, xັ້, xຶ້, xື້. ຜູ້ຂຽນໄດ້ກໍານົດໂຄດຂອງອັກສອນທີ່ຂາດຫາຍໄປເຫຼົ່ານີ້ ຕາມທີ່ໄດ້ນໍາສະເຫນີໃນຕາຕະລາງລຸ່ມນີ້:
ໂຄດອັກສອນລາວໃນ Narin.ttf, ເບີ່ງຈາກ Character Map ຂອງ TIKE.
ດາວໂຫຼດທັງຫມົດຂອງບົດຄວາມນີ້ ກັບຄືນໄປເວັບຫນ້າທໍາອິດ ໄປຫນ້າ 1 2 3
ໃຫ້ສັງເກດວ່າ ຈໍານວນໂຄດອັກສອນລາວໃນຕາຕະລາງທີສອງນີ້ ມີຫນ້ອຍກ່ວາຈໍານວນໂຄດອັກສອນລາວໃນຟອນລາວທີ່ພວກເຮົາເຄີຍໃຊ້ (ຟອນຕະກຸນໄຊເຊດຖາ, ...). ຮອດຈຸດນີ້, ຂັ້ນຕອນຕໍ່ໄປກໍ່ຄື ການສ້າງຟອນໂດຍກໍານົດໂຄດຂອງຕົວອັກສອນຕ່າງໆຂອງພາສາລາວ ໃຫ້ກົງກັບຕາຕະລາງ 2. ຜູ້ຂຽນໄດ້ໃຊ້ Fontographer ໄປເປີດ MICROSS.TTF ຂື້ນມາແລ້ວເພີ່ມຈໍານວນຕົວຫນັງສືເປົ່າຂື້ນຕື່ມ 75 ໂຕ. ຈາກນັ້ນກໍ່ໄປເປີດຟອນພາສາລາວທີ່ຊື່ Saysettha 95New (ດັດແປງມາຈາກ Saysettha 95 ແລະໃຊ້ໃນເອກະສານທີ່ຜູ້ຂຽນ ຂຽນ/ຮຽບຮຽງ/ແປ ເມື່ອຕອນທີ່ສອນຢູ່ຄະນະເສດຖະສາດ ແລະການຄຸ້ມຄອງ) ແລ້ວສໍາເນົາເອົາອັກສອນລາວເຂົ້າໄປໃນຫ້ອງຕົວອັກສອນທີ່ຫວ່າງເປົ່າຂອງ MICROSS.TTF ທີ່ໄດ້ສ້າງຂື້ນກ່ອນຫນ້ານີ້. ຈາກນັ້ນຈຶ່ງໄປກໍານົດຢູນີໂຄດຂອງອັກສອນລາວ ໃຫ້ກົງກັບຕາຕະລາງທີສອງ. ສຸດທ້າຍ, ໄປແປງຄວາມສູງຂອງຕົວຫນັງສື; ເມື່ອພິມອອກຈໍ, ໃຫ້ສາມາດເຫັນວັນນະຍຸດ, ສະຫຼະ xຸ ແລະ xູ. ການນໍາເອົາຟອນຂອງ Microsoft ມາເປັນຖານໃຫ້ແກ່ຟອນໃຫມ່, ມັກຈະກໍ່ບັນຫາແກ່ຮູບຮ່າງການສະແດງຜົນຂອງຕົວອັກສອນທີ່ນໍາເອົາເຂົ້າມາໃຫມ່ ແລະຕົວອັກສອນທີ່ມີກ່ອນຫນ້ານັ້ນ: ຕົວອັກສອນຈະລີບລົງ ບໍ່ຄົມ. ຜູ້ຂຽນໄດ້ໃຊ້ເວລາເປັນສອງອາທິດ ເພື່ອແກ້ໄຂບັນຫາໃນການປັບຕົວອັກສອນ, ປັບຄ່າ attributes ຕ່າງໆຂອງຟອນໃຫມ່ຈຶ່ງໄດ້ຜົນການສະແດງເທີງຈໍຄືດັ່ງທີ່ທ່ານເຫັນໃນຂະນະນີ້. ຟອນໃຫມ່ນີ້, ຜູ້ຂຽນຕັ້ງຊື່ໃຫ້ວ່າ Narin.ttf. ເມື່ອສ້າງຟອນສໍາເລັດແລ້ວ, ຂັ້ນຕອນຕໍ່ມາກໍ່ຄືການທົດສອບພິມອັກສອນລາວອອກທາງຈໍພາບ. ຜູ້ຂຽນໄດ້ໃຊ້ວິທີທີ່ໄດ້ສະເຫນີກ່ອນຫນ້ານີ້ (Insert à Symbol..) ໃນ Word 2000 ແລະເຫັນວ່າຜົນສະແດງອອກເທີງຈໍເປັນທີ່ຫນ້າພໍໃຈ; ແຕ່ເມື່ອ Save ເປັນ htm ແລະໃຊ້ Internet Explorer 5.5 ເປີດເບີ່ງ; ຫຼັງຕົວອັກສອນປະສົມເຊັ່ນ xໍ່, xົ້, xິ້, xີ້, xັ້, xຶ້ ແລະ xື້ ຈະມີການແຕກໂຕໄປຫນຶ່ງຊ່ອງຫວ່າງ, ແຕ່ຈະບໍ່ແຕກໂຕຖ້າເຮົາພິມ xໍ ແລະ x່ ຫຼື xົ ແລະ x້ ຫຼື xິ ແລະ x້ ຫຼື xີ ແລະ x້ ຫຼື xັ ແລະ x້ ຫຼື xຶ ແລະ x້ ຫຼື xື ແລະ x້. ເຫດການດັ່ງກ່າວ ກໍ່ບໍ່ຫນ້າປະຫຼາດໃຈເພາະໂຄດຂອງຕົວອັກສອນປະສົມທີ່ເຮັດໃຫ້ເກີດການແຕກໂຕເຫຼົ່ານັ້ນ, ຜູ້ຂຽນກໍານົດຂື້ນເອງ ແລະ Microsoft ບໍ່ໄດ້ຮັບຮູ້ນໍາ. ຢ່າງໃດກໍ່ຕາມ, ຜູ້ຂຽນພໍເຫັນແລວທາງໃນການແກ້ໄຂບັນຫາຂອງຕົວອັກສອນເຫຼົ່ານີ້: ນໍາໃຊ້ຟັງຊັນປ່ຽນຄໍາ (Autocorrect ຈາກ Tools ຂອງ Word 2000) ເພື່ອປ່ຽນຕົວອັກສອນປະສົມ xໍ່ ໃຫ້ເປັນ xໍ + x່ ແລະຕໍ່ໆໄປຕາມລໍາດັບ. ມາຮອດນີ້, ຜູ້ຂຽນໄດ້ສ້າງຟອນຢູນີໂຄດທີ່ມີຕົວອັກສອນລາວ ແລະເມື່ອນໍາເອົາຟອນນີ້ໄປໃຊ້ໃນອິນເຕີເນັດ, ມັນຈະບໍ່ແຕກໂຕເຫມືອນດັ່ງຟອນພາສາລາວໂຕອື່ນໆທີ່ຜ່ານມາ.
III. ການຫາວິທີພິມພາສາລາວຈາກຟອນ Narin.ttf
ພາຍຫຼັງທີ່ມີຟອນທີ່ໃຫ້ຄວາມຫວັງໃນການນໍາເອົາພາສາລາວຂື້ນເທີງເວັບ, ພວກເຮົາຈະນໍາໃຊ້ຟອນນີ້ເພື່ອພິມພາສາລາວໄດ້ຈັ່ງໃດ? ຈະໃຊ້ວິທີທີ່ນໍາສະເຫນີກ່ອນຫນ້ານີ້ (Insert à Symbol..) ຄົງບໍ່ສະດວກ! ຜູ້ຂຽນໄດ້ເຂົ້າໄປໃນອິນເຕີເນັດ ເພື່ອຊອກຫາໂປຣແກຣມທີ່ຈະໃຊ້ຄວບຄຸມການພິມອັກສອນລາວຢູນີໂຄດ ສໍາລັບໂປຣແກຣມນໍາໃຊ້ຕ່າງໆ (ຢ່າງຂີ້ຮ້າຍ, ໃຫ້ສາມາດໃຊ້ໄດ້ກັບ ໂປຣແກຣມຊຸດ Office 2000). ແຕ່ຫນ້າຜິດຫວັງເພາະໂປຣແກຣມ Keyboard Manager ຕ່າງໆທີ່ມີ, ບໍ່ໄດ້ສະຫນັບສະຫນູນອັກສອນຢູນີໂຄດທີ່ Windows ບໍ່ໄດ້ໃຫ້ການສະຫນັບສະຫນູນ. ທີ່ພໍໃຊ້ໄດ້ ກໍ່ມີແຕ່ Keyman Developer 5.0 ຂອງ Tavultesoft ຊຶ່ງຕ້ອງໄດ້ສ້າງໄຟລ໌ທີ່ຄວບຄຸມແປ້ນພິມເອງ ແຕ່ກໍ່ໃຊ້ໄດ້ສະເພາະແຕ່ໃນ Word 97 (ສໍາລັບ Word 2000 ກໍ່ພໍໃຊ້ໄດ້ ແຕ່ມັກຄ້າງ) ແລະຕ້ອງໄດ້ຕິດຕັ້ງໄຟລ໌ຈໍານວນຫນຶ່ງຊຶ່ງຈະປາກົດຂໍ້ຄວາມມາໃຫ້ເຮົາກົດ Enter ທຸກໆຄັ້ງເມື່ອເປີດ Word. ຢ່າງໃດກໍ່ຕາມ, ຜູ້ຂຽນກໍ່ຍັງບໍ່ທັນພໍໃຈກັບປະສິທິພາບຂອງໂປຣແກຣມດັ່ງກ່າວ, ຈຶ່ງຄົ້ນຄຶດຫາວິທີໃຫມ່ ເພື່ອຫາທາງພິມພາສາລາວຈາກ Narin.ttf.
ດາວໂຫຼດທັງຫມົດຂອງບົດຄວາມນີ້ ກັບຄືນໄປເວັບຫນ້າທໍາອິດ ໄປຫນ້າ 1 2 3 4
ຜູ້ຂຽນໄດ້ຕັ້ງຄໍາຖາມຕໍ່ກັບຕົນເອງວ່າ ເປັນໄປໄດ້ບໍ ທີ່ຈະພິມພາສາລາວໃຫ້ອອກທາງຈໍເຫມືອນເຊັ່ນກັບຄອມພິວເຕີທີ່ຕິດຕັ້ງ Windows ໄທ ດ້ວຍການສະຫຼັບສັນຍາລັກແປ້ນພິມທີ່ຢູ່ດ້ານລຸ່ມຂວາຂອງຈໍ? ຄຳຖາມນ ໄດ້ເຮັດໃຫ້ຜູ້ຂຽນກັບຄືນໄປພິຈາລະນາພາສາໄທ ແລະໄດ້ສຳເນົາເອົາໄຟລ໌ທີ່ໃຊ້ຄວບຄຸມແປ້ນພິມໃນການພິມພາສາໄທ (kbdth0.kbd) ມາໃສ່ໃນເຄື່ອງທີ່ຕິດຕັ້ງ Windows ອັງກິດ. ຜູ້ຂຽນຫາວິທີທີ່ຈະຕິດຕັ້ງພາສາໄທເຂົ້າໃນເຄື່ອງ Windows ອັງກິດ. ໂດຍເຂົ້າໄປ Control Panel à Keyboard à Language à Add ແຕ່ກໍ່ຍັງບໍ່ທັນສາມາດທີ່ຈະເອົາພາສາໄທເຂົ້າ. ຜູ້ຂຽນຈຶ່ງໄປແລ່ນ Regedit.exe ໃນ C:\windows ແລະເຂົ້າໄປໃນ HKEY_LOCAL_MACHINE\CurrentControlSet\Control\keyboard layouts\ ແລ້ວໄປ Edit à New à Key ແລ້ວໄປປ່ຽນຊື່ໃຫ້ເປັນ 0000041E ຊື່ງເປັນໂຄດປະເທດຂອງໄທ. ຈາກນັ້ນຜູ້ຂຽນ ໄດ້ຄລິກເຂົ້າໄປໃນ 0000041E ແລ້ວໄປ Edit à String Value ແລະປ່ຽນຊື່ໃຫ້ເປັນ layout file; ຈາກນັ້ນຜູ້ຂຽນ ໄດ້ຄລິກເຂົ້າໄປໃນ layout file ແລະພິມ kbdth0.kbd. ຕໍ່ມາຜູ້ຂຽນໄດ້ໄປ Edit à New à String Value ແລະປ່ຽນຊື່ໃຫ້ເປັນ layout text; ຈາກນັ້ນຜູ້ຂຽນ ໄດ້ຄລິກເຂົ້າໄປໃນ layout text ແລະພິມ kedmanee (Thai) (ທັງຫມົດນີ້ໄດ້ມາຈາກການໄປເປີດເບີ່ງໃນເຄື່ອງ Windows ໄທ). ນອກຈາກນີ້, ຜູ້ຂຽນຍັງໄດ້ເຂົ້າໄປໃນ HKEY_LOCAL_MACHINE\Control\Nls\Locale, ຈາກນັ້ນໄປ Edit à New à String Value ແລ້ວໄປປ່ຽນຊື່ໃຫ້ເປັນ 0000041E ແລ້ວຄລິກເຂົ້າໄປໃນ 0000041E ແລ້ວພິມ Thai. ເປັນອັນວ່າ ການດັດແປງ Registry ຂອງ Windows ແມ່ນສິ້ນສຸດລົງ ແລະຜູ້ຂຽນໄດ້ອອກຈາກ Regedit.exe (ຄໍາເຕືອນ: ຜູ້ທີ່ຍັງບໍ່ຖະຫນັດທາງດ້ານການດັດແກ້ Registry ຂອງ Windows, ບໍ່ຄວນເຂົ້າໄປແປງ Registry ແບບຊະຊາຍເພາະອາດເຮັດໃຫ້ເຂົ້າ Windows ບໍ່ໄດ້ ແລະອາດຕ້ອງໄດ້ຕັ້ງ Windows ໃຫມ່ - ທົ່ວໆໄປອາດແກ້ໄດ້ດ້ວຍຄໍາສັ່ງຈາກແຜ່ນ Boot). ຕໍ່ມາ, ຜູ້ຂຽນໄດ້ເຂົ້າໄປ Control Panel à Keyboard à Language à Add ແລະໃນເທື່ອນີ້ , ສາມາດເພີ່ມແປ້ນພິມພາສາໄທເຂົ້າຕື່ມນອກເຫນືອຈາກແປ້ນພິມອັງກິດທີ່ມີຢູ່ກ່ອນແລ້ວ ( ແປ້ນພິມໃນທີ່ນີ້ ຫມາຍເຖີງສັນຍາລັກທີ່ມີຕົວອັກສອນ En ແລະ Th ທີ່ປາກົດຢູ່ແຈລຸ່ມຂວາຂອງຈໍ). ຜູ້ຂຽນໄດ້ລອງໃຊ້ແປ້ນພິມໄທເພື່ອພິມອັກສອນໄທ ທີ່ມີໃນຟອນ Narin.ttf ແລະເຫັນວ່າໃຊ້ໄດ້ດີເຫມືອນກັບຢູ່ໃນ Windows ໄທ ແລະບໍ່ມີບັນຫາໃດໆ ແມ່ນແຕ່ໃນ Internet Explorer 5.5. ຄວາມຄຶດຕໍ່ມາຂອງຜູ້ຂຽນຄື: ນໍາເອົາແປ້ນພິມພາສາລາວເຂົ້າໃນ Windows ອັງກິດເຫມືອນດັ່ງທີ່ໄດ້ເອົາແປ້ນພິມໄທເຂົ້າກ່ອນຫນ້ານີ້.
ດາວໂຫຼດທັງຫມົດຂອງບົດຄວາມນີ້ ກັບຄືນໄປເວັບຫນ້າທໍາອິດ ໄປຫນ້າ 1 2 3 4 5
ຜູ້ຂຽນໄດ້ເລີ່ມລົງມືປະຕິບັດຕາມແນວຄຶດດັ່ງກ່າວ ແຕ່ມີບັນຫາຢູ່ບ່ອນວ່າ ຈະເອົາໄຟລ໌ທີ່ຄວບຄຸມແປ້ນພິມພາສາລາວມາຈາກໃສ? ຜູ້ຂຽນໄດ້ເອົາແຟ້ມ kbdth0.kbd ມາປ່ຽນຊື່ເປັນ kbdnarin.kbd ແລ້ວສຳເນົາແຟ້ມດັ່ງກ່າວເຂົ້າໄປໃນ C:\windows\System. ຈາກນັ້ນກໍ່ເຂົ້າໄປດັດແກ້ Registry ໂດຍເຮັດເຫມືອນກັບກໍລະນີຕັ້ງແປ້ນພິມໄທ (ໂຄດຂອງລາວແມ່ນ 00000454, layout file ແມ່ນ kbdnarin.kbd, layout text ແມ່ນ Narin (Lao) ແລະ ...\Nls\Locale\0000054 ແມ່ນ Lao). ຕໍ່ມາ, ໄດ້ເຂົ້າໄປ Control Panel à Keyboard à Language à Add ແລະສາມາດເພີ່ມພາສາລາວເຂົ້າໃນ Windows ໄດ້. ຍ້ອນ Windows ບໍ່ຮັບຮູ້ພາສາລາວ, ສັນຍາລັກແປ້ນພິມຂອງພາສາລາວ ຈຶ່ງເປັນຕົວອັກສອນ ?? ແທນທີ່ຈະເປັນ La ຄືດັ່ງທີ່ຜູ້ຂຽນຄາດຫວັງໄວ້. ເມື່ອນໍາໃຊ້ແປ້ນພິມລາວດັ່ງກ່າວຢູ່ໃນ Word 2000, ຜັດບໍ່ເປັນຕົວອັກສອນລາວ: ເປັນອັກສອນສັນຍາລັກລາແຕງໄປຫມົດ, ບໍ່ມີອັກສອນລາວ ຫຼືອັກສອນໄທພໍໂຕ. ເກີດຫຍັງຂື້ນ? ຜູ້ຂຽນທົດລອງໄປແກ້ໄຂ Registry ໂດຍປ່ຽນພຽງແຕ່ໂຄດປະເທດຂອງໄທ ໃຫ້ເປັນໂຄດຂອງຊາດໃດຫນຶ່ງທີ່ Windows ບໍ່ຮັບຮູ້ເຫມືອນກັບພາສາລາວ. ຜົນທີ່ໄດ້ກໍ່ຄື: ສັນຍາລັກແປ້ນພິມຂອງພາສາໄທ ກາຍມາເປັນ ?? ຄ້າຍຄືກໍລະນີພາສາລາວ ແລະຜົນການໃຊ້ແປ້ນພິມນພິມໃນ Word 2000 ກໍ່ເປັນຄືກັບກໍລະນີຂອງພາສາລາວອ້ອຍຕ້ອຍໆ. ດັ່ງນັ້ນ, ຜູ້ຂຽນຈຶ່ງສະຫຼຸບວ່າ ໄຟລ໌ທີ່ມີນາມສະກຸນ kbd ບໍ່ແມ່ນຕົວການໃນການສະແດງຜົນໃນການພິມໃຫ້ເປັນອັກສອນຂອງຊາດໃດຊາດຫນຶ່ງແຕ່ຢ່າງໃດ: ມັນຕ້ອງກ່ຽວຂ້ອງກັບໂຄດຂອງປະເທດ ແລະຕ້ອງມີໄຟລ໌ໃດໄຟລ໌ຫນຶ່ງທີ່ທໍາຫນ້າທີ່ໃນການແປງອັກສອນສັນຍາລັກລາແຕງ ໃຫ້ເປັນຕົວອັກສອນຢູນີໂຄດຂອງຊາດໃດຊາດຫນຶ່ງໂດຍສະເພາະ. ເພື່ອທໍາຄວາມເຂົ້າໃຈກັບບັນຫານີ້ ຜູ້ຂຽນໄດ້ເຂົ້າໄປໃນອິນເຕີເນັດ ເພື່ອຊອກຫາອ່ານເອກະສານກ່ຽວກັບ Codepage ແລະ Charset ແລະໄດ້ຄວາມຮູ້ວ່າ ພາສາໄທ ມີການນໍາໃຊ້ໄຟລ໌ Codepage ທີ່ມີຊື່ວ່າ CP_874.nls ເພື່ອແປງອັກສອນສັນຍາລັກລາແຕງໃຫ້ເປັນອັກສອນໄທຢູນີໂຄດ (ໄຟລ໌ດັ່ງກ່າວຢູ່ໃນ C:\windows\system). ແນ່ນອນວ່າໄຟລ໌ Codepage ສໍາລັບພາສາລາວ ແມ່ນຍັງບໍ່ມີໃນໂລກນີ້. ຜູ້ຂຽນໄດ້ນໍາເອົາ CP_874.nls ມາພິຈາລະນາເພື່ອຫາຊ່ອງທາງດັດແປງໃຫ້ເປັນໄຟລ໌ Codepage ສໍາລັບພາສາລາວ. ໂດຍໃຊ້ໂປຣແກຣມແປງໂຄດສໍາລັບໄຟລ໌ປະເພດໂປຣແກຣມ (Hex Editor XVI32 ຂອງ Christian Maas - ດາວໂຫຼດໄດ້ຈາກ http://www.chmaas.handshake.de) ເພື່ອມາເປີດເບີ່ງໂຄດຂອງ CP_874.nls ແລະໃນທີ່ສຸດກໍ່ພົບຕໍາແຫນ່ງຂອງຢູນີໂຄດອັກສອນໄທ (ອັກສອນໄທມີຢູນີໂຄດໃນຊ່ວງ 0E00-0E79 ແລະມີອັກສອນຈໍານວນຫນຶ່ງ - ສ່ວນໃຫຍ່ແມ່ນວັນນະຍຸດອີກ 3 ຊຸດ ທີ່ມີຢູນີໂຄດໃນຊ່ວງ F700-F717 ຊຶ່ງ Word 2000 ຈະບໍ່ຖືວ່າເປັນອັກສອນໄທ ແຕ່ຈະຖືວ່າເປັນອັກສອນໃນກຸ່ມ Private Use Area). ຜູ້ຂຽນໄດ້ປ່ຽນໂຄດຂອງຕົວອັກສອນໄທ ໃຫ້ເປັນໂຄດຂອງຕົວອັກສອນລາວ ແລ້ວ save ໄຟລ໌ດັ່ງກ່າວພາຍໃຕ້ຊື່ເດີມ (ທີ່ຈິງຕ້ອງ save ໃສ່ຊື່ໃຫມ່ເພາະ Windows ບໍ່ອະນຸຍາດເນື່ອງຈາກ Windows ຍັງໃຊ້ວຽກໄຟລ໌ດັ່ງກ່າວຢູ່ - ຕ້ອງໄດ້ລົບລ້າງແປ້ນພິມໄທອອກ, Boot ໃຫມ່ແລ້ວຈຶ່ງປ່ຽນຊື່ໄຟລ Codepage ທີ່ໄດ້ທໍາການດັດແກ້ໃຫ້ມາໃສ່ຊື່ເດີມ). ຜູ້ຂຽນໄດ້ທໍາການດັດແກ້ Registry ທີ່ກ່ຽວກັບໂຄດປະເທດໄທ ໃຫ້ຖືກຕ້ອງເຫມືອນເດີມ. ຈາກນັ້ນກໍ່ຕິດຕັ້ງແປ້ນພິມພາສາໄທຄືນໃຫມ່ ເພື່ອເບີ່ງຜົນຂອງການປ່ຽນໂຄດອັກສອນໄທໃຫ້ເປັນໂຄດອັກສອນລາວ. ປາກົດວ່າ ໄດ້ຜົນ: ແທນທີ່ຈະອອກເປັນອັກສອນໄທ ຜັດອອກເປັນອັກສອນລາວ; ແຕ່ອັກສອນລາວທີ່ອອກມາ ບໍ່ກົງກັບຕົວຫນັງສືທີ່ຕິດຢູ່ສະຕິກເກີຂອງແປ້ນພິມ ແລະ Word 2000 ຍັງຖືວ່າ ຕົວອັກສອນລາວເຫຼົ່ານັ້ນ ເປັນພາສາໄທ. ຢ່າງໃດກໍ່ຕາມ, ຜູ້ຂຽນກໍ່ຊື່ນໃຈ ແລະມີກໍາລັງໃຈ ເພື່ອສືບຕໍ່ສຶກສາວິທີການ ເພື່ອແກ້ໄຂບັນຫາເຫຼົ່ານີ້ໃຫ້ເຖີງທີ່ສຸດ.
ດາວໂຫຼດທັງຫມົດຂອງບົດຄວາມນີ້ ກັບຄືນໄປເວັບຫນ້າທໍາອິດ ໄປຫນ້າ 1 2 3 4 5 6
ມາຮອດຈຸດນີ້, ສິ່ງທຳອິດທີ່ຈະຕ້ອງເຮັດຄື ແກ້ໄຂໄຟລ໌ kbdnarin.kbd ທີ່ໃຊ້ຄວບຄຸມການພິມພາສາລາວຈາກແປ້ນພິມເພື່ອໃຫ້ສາມາດພິມອັກສອນລາວ ໃຫ້ກົງກັບສະຕິກເກີທີ່ຕິດຢູ່ແປ້ນພິມ. ກ່ອນອື່ນ, ຜູ້ຂຽນໄດ້ສ້າງຕະລາງໃນ Word 2000 ໃຫ້ມີຮູບຮ່າງຄືແປ້ນພິມ ແລ້ວພິມຕົວອັກສອນລາວເຂົ້າໃນແຕ່ລະຫ້ອງ ແລະພິມອອກມາເພື່ອໃຊ້ເປັນບ່ອນອີງໃນການນໍາໄປດັດແປງໄຟລ໌ kbdnarin.kbd. ຈາກນັ້ນ, ຈຶ່ງໄປແລ່ນ Hex Editor XVI32 ແລະເປີດ kbdnarin.kbd ຂື້ນມາເບີ່ງ. ໂດຍໃຊ້ຕາຕະລາງທີ່ພິມອອກມາກ່ອນຫນ້ານີ້, ຜູ້ຂຽນໄດ້ຍ້າຍ ແລະຊັບຊ້ອນໂຄດເລກຖານ 16 ຄືນໃຫມ່ເພື່ອໃຫ້ຕົວອັກສອນລາວທີ່ປາກົດອອກທາງຈໍ ໃຫ້ກົງກັບແປ້ນພິມທີ່ກົດ. ການດັດແປງນີ້ໃຊ້ເວລາພໍສົມຄວນ ແລະຕ້ອງໄດ້ທຳການທົດສອບຫຼາຍໆຄັ້ງ ແລະໃນທີ່ສຸດ ກໍ່ດັດແປງຈົນສຳເລັດ ແລະສາມາດພິມພາສາລາວ ໃຫ້ກົງກັບແປ້ນພິມທຸກໆໂຕໄດ້. ເປັນອັນວ່າ, ຂັ້ນຕອນໃນການສ້າງໄຟລ໌ທີ່ໃຊ້ຄວບຄຸມການພິມອັກສອນລາວຢູນີໂຄດ ແມ່ນສຳເລັດຢ່າງສົມບູນ (ໄດ້ໄຟລ໌ kbdnarin.kbd ສະບັບສົມບູນ). ບາດນີ້, ຜູ້ຂຽນຈະເລີ່ມຂັ້ນຕອນຕໍ່ໄປຄື: ແກ້ໄຂໃຫ້ Word 2000 ຮັບຮູ້ວ່າ ອັກສອນລາວທີ່ພິມຂື້ນ ແມ່ນເປັນພາສາລາວ ບໍ່ແມ່ນພາສາໄທ. ທໍາອິດຕ້ອງປ່ຽນຊື່ໄຟລ໌ Codepage ໄທທີ່ຜູ້ຂຽນໄດ້ດັດແປງໃຫ້ມາໃຊ້ຢູນີໂຄດລາວ ແລະໄດ້ຕັ້ງຊື່ວ່າ CP_Narin.nls (ເພາະຊື່ CP_874.nls ນີ້, Windows ຈະຮັບຮູ້ວ່າແມ່ນ Codepage ໄທ). ແນ່ນອນທີ່ວ່າ Windows ຍ່ອມບໍ່ຮັບຮູ້ Codepage ລາວ ທີ່ມີຊື່ວ່າ CP_Narin.nls. ຢາກໃຫ້ Windows ຮັບຮູ້ ຕ້ອງໄດ້ເຂົ້າໄປດັດແປງ Registry ຂອງ Windows ຊຶ່ງຜູ້ຂຽນໄດ້ດໍາເນີນການຄືດັ່ງຕໍ່ໄປນີ້:
ເຂົ້າໄປ HKEY_LOCAL_MACHINE\System\CurrentControlSet\Control\Nls\Codepage ແລ້ວປ່ຽນຄ່າຂອງ ACP ຈາກ 1252 ໃຫ້ເປັນ 876; ຈາກນັ້ນ ຈຶ່ງໄປ Edit à New à String Value ແລ້ວໄປປ່ຽນຊື່ໃຫ້ເປັນ 876 ແລ້ວເຂົ້າໄປ 876 ເພື່ອພິມ CP_Narin.nls.
ເຂົ້າໄປ HKEY_CLASSES_ROOT\MIME\Database\Charset ຈາກນັ້ນ, ຈຶ່ງໄປ Edit à New à Key ແລ້ວປ່ຽນຊື່ເປັນ lao. ໃຫ້ເຂົ້າໄປໃນ lao ແລ້ວໄປ Edit à New à String Value ແລ້ວໄປປ່ຽນຊື່ໃຫ້ເປັນ AliasForCharset. ຈາກນັ້ນ, ໃຫ້ເຂົ້າໄປໃນ AliasForCharset ເພື່ອພິມ iso-8859-12.
ເຂົ້າໄປ HKEY_CLASSES_ROOT\MIME\Database\Charset; ຈາກນັ້ນ , ຈຶ່ງໄປ Edit à New à Key ແລ້ວປ່ຽນຊື່ເປັນ iso-8859-12. ໃຫ້ເຂົ້າໄປໃນ iso-8859-12 ແລ້ວໄປ Edit à New à String Value ແລ້ວໄປປ່ຽນຊື່ໃຫ້ເປັນ AliasForCharset. ຈາກນັ້ນ, ໃຫ້ເຂົ້າໄປໃນ AliasForCharset ເພື່ອພິມ windows-876
ເຂົ້າໄປ HKEY_CLASSES_ROOT\MIME\Database\Charset; ຈາກນັ້ນ, ຈຶ່ງໄປ Edit à New à Key ແລ້ວປ່ຽນຊື່ເປັນ windows-876. ໃຫ້ເຂົ້າໄປໃນ windows-876 ແລ້ວໄປ Edit à New à DWORD Value ແລ້ວໄປປ່ຽນຊື່ໃຫ້ເປັນ Codepage. ຈາກນັ້ນ, ໃຫ້ເຂົ້າໄປໃນ Codepage ເພື່ອພິມ 0000036b; ໃຫ້ເຂົ້າໄປ Edit à New à DWORD Value ອີກຄັ້ງຫນຶ່ງ ແລ້ວປ່ຽນຊື່ໃຫ້ເປັນ InternetEncoding; ຈາກນັ້ນ ໃຫ້ເຂົ້າໄປໃນ InternetEncoding ເພື່ອພິມ 0000036b.
ເຂົ້າໄປ HKEY_CLASSES_ROOT\MIME\Database\Codepage; ຈາກນັ້ນ ຈຶ່ງໄປ Edit à New à Key ແລ້ວປ່ຽນຊື່ເປັນ 876. ໃຫ້ເຂົ້າໄປໃນ 876 ແລ້ວໄປ:
Edit à New à String Value ແລ້ວໄປປ່ຽນຊື່ໃຫ້ເປັນ BodyCharset; ເຂົ້າໄປໃນ BodyCharset ແລ້ວພິມຄໍາ windows-876
Edit à New à String Value ແລ້ວໄປປ່ຽນຊື່ໃຫ້ເປັນ Description; ເຂົ້າໄປໃນ Description ແລ້ວພິມຄໍາ Lao
Edit à New à Binary Value ແລ້ວໄປປ່ຽນຊື່ໃຫ້ເປັນ Encoding; ເຂົ້າໄປໃນ Encoding ແລ້ວພິມຄໍາ 01 01 00 00
Edit à New à String Value ແລ້ວໄປປ່ຽນຊື່ໃຫ້ເປັນ FixedWidthFont; ເຂົ້າໄປໃນ FixedWidthFont ແລ້ວພິມຄໍາ Narin.
Edit à New à Binary Value ແລ້ວໄປປ່ຽນຊື່ໃຫ້ເປັນ Level; ເຂົ້າໄປໃນ Level ແລ້ວພິມຄໍາ 07 07 00 00
Edit à New à String Value ແລ້ວໄປປ່ຽນຊື່ໃຫ້ເປັນ ProportionalFont; ເຂົ້າໄປໃນ ProportionalFont ແລ້ວພິມຄໍາ Narin
ດາວໂຫຼດທັງຫມົດຂອງບົດຄວາມນີ້ ກັບຄືນໄປເວັບຫນ້າທໍາອິດ ໄປຫນ້າ 1 2 3 4 5 6 7
ການດັດແກ້ທັງຫມົດນີ້ ແມ່ນໄດ້ມາຈາກການເຂົ້າໄປເບີ່ງ Registry ທີ່ກ່ຽວຂ້ອງກັບພາສາໄທ ແລະໄດ້ດັດແປງໃຫ້ສອດຄ່ອງກັບ Codepage ລາວ (CP_Narin.nls) ທີ່ໄດ້ສ້າງຂື້ນມາກ່ອນຫນ້ານີ້. ເປັນອັນວ່າ ຂັ້ນຕອນໃນການດັດແປງ Registry ເພື່ອໃຫ້ Windows ຮັບຮູ້ Codepage ລາວ ເປັນອັນສໍາເລັດລົງ. ໃຫ້ Boot ເຄື່ອງ ໃຫມ່ເພື່ອໃຫ້ຮັບຮູ້ Codepage ລາວ (ຖ້າ Boot ບໍ່ຂື້ນ ຫຼືເຂົ້າ Windows ບໍ່ໄດ້ໃຫ້ໃຊ້ແຜ່ນ Boot ແລ້ວໃຊ້ຄໍາສັ່ງ scanreg /restore ເພື່ອກູ້ເອົາ Registry ສະບັບເດີມຄືນມາ ແລະລົບລ້າງ Registry ທີ່ໄດ້ເຂົ້າໄປດັດແປງກ່ອນຫນ້ານີ້. ຮອດຈຸດນີ້, ເຮົາສາມາດພິມພາສາລາວຈາກຟອນ Narin.ttf ຢູ່ໃນໂປຣແກຣມຕ່າງໆຂອງ Office 2000 ໄດ້, ໂດຍພຽງແຕ່ສະຫຼັບແປ້ນພິມອັງກິດ (En) ແລະລາວ (??) ຈາກສັນຍາລັກແປ້ນພິມທີ່ຢູ່ດ້ານ ລຸ່ມຂວາຂອງຈໍ (ອາດກົດ Alt + Shift ກໍ່ໄດ້ ແຕ່ຕ້ອງເຂົ້າໄປກໍານົດມັນຢູ່ໃນ Keyboard Property). ພາສາໄທ ທີ່ໄດ້ໃຊ້ເປັນສື່ໃນຕອນຕົ້ນ ອາດຈະລົບລ້າງອອກໄປ ເພາະຈະພິມອອກມາເປັນອັກສອນລາວຊຶ່ງບໍ່ກົງກັບ ສະຕິກເກີ ທີ່ຕິດຢູ່ແປ້ນພິມ.
ການນໍາສະເຫນີວິທີໃນການດັດແກ້ Registry ໃຫ້ຮັບຮູ້ພາສາລາວອາດຈະສ້າງຄວາມສັບສົນໃຫ້ຜູ້ອ່ານຈໍານວນຫນຶ່ງ. ດັ່ງນັ້ນ, ຜູ້ຂຽນຈຶ່ງກະກຽມວິທີທີ່ງ່າຍດາຍ ເພື່ອໃຫ້ຜູ້ອ່ານສາມາດເຮັດໃຫ້ຄອມພິວເຕີຂອງຜູ້ອ່ານ ພິມພາສາລາວຈາກຟອນ Narin.ttf ໄດ້; ເຄື່ອງຂອງທ່ານຕ້ອງມີຄຸນສົມບັດດັ່ງນີ້:
ລະບົບປະຕິບັດການແມ່ນ Windows 98 ອັງກິດ, (ຖ້າແມ່ນ Windows 98 ໄທ, ຈະເສຍຄວາມສາມາດໃນການຮັບຮູ້ໄຟລ໌ທີ່ຕັ້ງຊື່ເປັນພາສາໄທ)
ໃຊ້ Office 2000 (ຖ້າແມ່ນ Office 97, ອັກສອນລາວບາງໂຕ ຈະກາຍເປັນ ? ໃນ Explorer ເພາະ Office 97 ຍັງບໍ່ສະຫນັບສະຫນູນຟອນຢູນີໂຄດຢ່າງເຕັມສ່ວນ ແລະບາງໂປຣແກຣມຂອງ Office 97 ບໍ່ສາມາດສະແດງຟອນຢູນີໂຄດລາວໄດ້)
ໃຊ້ Internet Explorer 5.0 ຂື້ນໄປ
ຖ້າເຄື່ອງຂອງທ່ານຕອບສະຫນອງເງື່ອນໄຂຂ້າງເທິງ, ທ່ານສາມາດດາວໂຫຼດເອົາ Narinreg.zip ຈາກຫນ້າເວັບນີ້. ເມື່ອຄາຍ Narin.zip ອອກ, ທ່ານຈະໄດ້ໄຟລ໌ຕ່າງໆດັ່ງຕໍ່ໄປນີ້: CP_Narin.nls (11 KB), kbdnarin.kbd (1 KB) ແລະ Narin.reg (8 KB).
ວິທີຕິດຕັ້ງ: ໃຫ້ສໍາເນົາ 2 ໄຟລ໌ທໍາອິດໄປໄວ້ໃນ C:\windows\system. ຈາກນັ້ນ, ໃຫ້ຄລິກ Narin.reg ໄວໆສອງຄັ້ງເພື່ອເລີ່ມການດັດແກ້ Registry; ຖ້າມີຂໍ້ຄວາມຂື້ນມາ, ໃຫ້ກົດ OK. ຈາກນັ້ນ, ໃຫ້ Boot ເຄື່ອງໃຫມ່. ຖ້າເຄື່ອງຂອງທ່ານ ຫາກເຂົ້າ Windows ບໍ່ໄດ້, ໃຫ້ໃຊ້ແຜ່ນ Boot ແລ້ວໃຊ້ຄໍາສັ່ງ scanreg /restore ເພື່ອກູ້ເອົາ Registry ສະບັບເດີມຄືນມາ ແລະລົບລ້າງ Registry ທີ່ໄດ້ເຂົ້າໄປດັດແປງກ່ອນຫນ້ານີ້ - ບາງທີເຄື່ອງຂອງທ່ານມີການຕິດຕັ້ງໂປຣແກຣມໃດຫນຶ່ງທີ່ມີການດັດແກ້ Registry ຂອງ Windows, ອາດກໍ່ໃຫ້ເກີດມີຄວາມບໍ່ເຂົ້າກັນຂອງການດັດແປງ Registry ຂອງ Narin.reg ກັບຊອບແວທີ່ມີຢູ່ກ່ອນ). ເມື່ອເຂົ້າ Windows ຮຽບຮ້ອຍແລ້ວ, ໃຫ້ໄປ Start à Settings à Control Panel à Keyboard à Language à Add ແລ້ວເພີ່ມແປ້ນພິມ ?? Lao ເຂົ້າຕື່ມຈາກແປ້ນພິມອັງກິດທີ່ມີຢູ່ແລ້ວ; ຢ່າລືມຄລິກເລືອກ Left Alt + Shift ແລະ Enable indicator on taskbar. ຫຼັງຈາກນັ້ນ, ໃຫ້ກົດ Apply ແລະ OK ຕາມລໍາດັບ.
ເປັນອັນວ່າ ການຕິດຕັ້ງແປ້ນພິມລາວແມ່ນສໍາເລັດຮຽບຮ້ອຍ. ມາຮອດຈຸດນີ້, ການພິມພາສາລາວຈາກຟອນ Narin.ttf ເກືອບວ່າຄົບຖ້ວນສົມບູນ, ຍັງແຕ່ຂັ້ນຕອນໃນການປ່ຽນອັກສອນປະສົມ xໍ່, xົ້, xໍາ, xໍ້າ, xິ້, xີ້, xໍ່າ , xັ້, xຶ້ ແລະ xື້ ໃຫ້ແທນດ້ວຍອັກສອນດ່ຽວໆ ສົມທົບກັນຫຼາຍຕົວ ເພື່ອແກ້ໄຂບັນຫາການແຕກໂຕ ເມື່ອນໍາໄປສະແດງເທີງເວັບ (kbdnarin.kbd ໄດ້ມີການດັດແປງເລັກນ້ອຍຢູ່ໃນສະຕິກເກີແປ້ນພິມລາວ: * ຈະເປັນ ໝ, £ ຈະເປັນ ໜ, “ ຈະເປັນ “ (ຄືໃນສະຕິກເກີ), xໍ້າ ຈະເປັນ xໍ້າ (ຄືໃນສະຕິກເກີ) xໍ່າ ຈະເປັນ xໍ່າ (ຄືໃນສະຕິກເກີ) ແລະ FR ຈະເປັນ ອັກສອນພິເສດ (ໃຊ້ສຳລັບແຍກພະຍາງໃນພາສາລາວ - ຢູນີໂຄດ 200B ).
ວິທີດໍາເນີນການ: ແລ່ນ Word 2000. ຈາກນັ້ນປ່ຽນຟອນມາເປັນ Narin; ແລະສະຫຼັບແປ້ນພິມໃຫ້ເປັນແປ້ນພິມລາວ (ໃຊ້ນິ້ວຊີ້ຊ້າຍກົດ Alt ຊ້າຍຄ້າງໄວ້ ແລະໃຊ້ນິ້ວກາງຊ້າຍ ເຄາະໃສ່ Shift ຊ້າຍ). ກົດອັກສອນປະສົມ xໍ່, ໃຊ້ຫນູໄປຢູ່ດ້ານຊ້າຍຂອງມັນ ເພື່ອເລືອກເອົາມັນ ແລ້ວກົດ Ctrl + C ເພື່ອສໍາເນົາ (Copy) ໄວ້ໃນຫນ່ວຍຄວາມຈໍາ. ຈາກນັ້ນໃຫ້ໄປ Tools à AutoCorrect.. ຊຶ່ງເຮົາຈະໄດ້ຫນ້າຈໍຄືລຸ່ມນີ້:
ຕ້ອງໃຫ້ແນ່ໃຈວ່າ ຫນ້າຈໍນີ້ ມີຊື່ວ່າ AutoCorrect: Lao. ໃຫ້ໃຊ້ຫນູຄລິກໃສ່ປ່ອງ Replace ແລ້ວກົດ Ctrl + V ເພື່ອວາງສິ່ງທີ່ເຮົາໄດ້ສໍາເນົາໄວ້ກ່ອນຫນ້ານີ້ລົງໃສ່ (ຕ້ອງເປັນຮູບຕາສີ່ຫຼ່ຽມ 1 ຕາ - ກົງກັບອັກສອນປະສົມ xໍ່ 1 ໂຕ), ຈາກນັ້ນໃຫ້ກົດ Plain text ແລ້ວພິມ 123 ລົງໃນປ່ອງ With (ໃຊ້ເປັນອັກສອນສື່ຊຶ່ງຈະເອົາອັກສອນດ່ຽວ xໍ ແລະ x່ ມາແທນໃນພາຍຫຼັງ). ຈາກນັ້ນໃຫ້ກົດ OK.
ລຶບອັກສອນປະສົມ xໍ່ ຖິ້ມ , ພິມອັກສອນດ່ຽວ xໍ ແລະ x່ ແລ້ວເລືອກພວກມັນ ແລະສໍາເນົາໄວ້ໃນຫນ່ວຍຄວາມຈໍາດ້ວຍການກົດ Ctrl + C. ຈາກນັ້ນໃຫ້ໄປ Tools AutoCorrect.. ຊຶ່ງເຮົາຈະໄດ້ຫນ້າຈໍຄືຂ້າງເທີງ (ຕ້ອງໃຫ້ແນ່ໃຈວ່າຫນ້າຈໍນີ້ ມີຊື່ວ່າ AutoCorrect: Lao). ໃຫ້ເລື່ອນແຖບເລື່ອນເພື່ອໄປຊອກຄໍາກ່ອນຫນ້ານີ້ທີ່ເຮົາເອົາເຂົ້າໃນ Autocorrect (ສັງເກດອັກສອນ 123) ແລ້ວຄລິກມັນເພື່ອໃຫ້ມັນຂື້ນມາຈໍເທີງ, ຈາກນັ້ນ ໃຫ້ຄລິກ Plain text ແລ້ວກົດ Ctrl + V ເພື່ອແປະ xໍ ແລະ x່ ທີ່ເຮົາໄດ້ສໍາເນົາໄວ້ໃນຫນ່ວຍຄວາມຈໍາກ່ອນຫນ້ານີ້ ລົງໃນປ່ອງ With (ຕ້ອງເປັນຮູບສີ່ຫຼ່ຽມ 2 ຕາ - ກົງກັບອັກສອນດ່ຽວ xໍ ແລະ x່). ຈະມີຈໍ ຂໍ້ຄວາມ Replace ຂື້ນມາ, ໃຫ້ກົດ Replace ແລະກົດ OK ຕາມລໍາດັບ
ສໍາລັບຕົວອັກສອນປະສົມອື່ນໆ ໃຫ້ປະຕິບັດຄ້າຍໆຄືກັບກໍລະນີ xໍ່. ໃຫ້ປະຕິບັດຈົນຄົບທຸກໆ ອັກສອນປະສົມ. ເມື່ອປະຕິບັດສໍາເລັດແລ້ວ, ເຮົາບໍ່ຈໍາເປັນທີ່ຈະໄປເຮັດຢູ່ Excel, Powerpoint ຫຼື Access ອີກ: ເຮົາສາມາດໃຊ້ຟັງຊັນ Autocorrect ທີ່ເຮົາໄດ້ສ້າງຂື້ນໃນ Word ໂດຍອັດຕະໂນມັດໃນໂປຣແກຣມເຫຼົ່ານີ້.
ເພື່ອອໍານວຍຄວາມສະດວກແກ່ຜູ້ອ່ານ, ຫຼີກເວັ້ນການປະຕິບັດຕາມຂັ້ນຕອນທີ່ຫຍຸ້ງຍາກເຫຼົ່ານີ້, ໃຫ້ຜູ້ອ່ານດາວໂຫຼດເອົາໄຟລ໌ MSO1108.zip ແລ້ວຄາຍໄຟລ໌ດັ່ງກ່າວ (ຈະໄດ້ MSO1108.acl - AutoCorrect List File) ລົງໄວ້ໃນ C:\Windows\Application Data\Microsoft\Office\. AutoCorrect Lao ທີ່ໄດ້ນຳສະເຫນີຂ້າງເທິງນີ້, ຈະຖືກເອີ້ນມາໃຊ້ໂດຍອັດຕະໂນມັດ ເມື່ອທ່ານໃຊ້ໂປຣແກຣມຊຸດ Microsoft Office 2000.
ດາວໂຫຼດທັງຫມົດຂອງບົດຄວາມນີ້ ກັບຄືນໄປເວັບຫນ້າທໍາອິດ ໄປຫນ້າ 1 2 3 4 5 6 7 8
IV. ບັນຫາທີ່ຍັງຄົງຄ້າງ
ເຖີງວ່າ ຜູ້ຂຽນຈະສາມາດສ້າງຟອນພາສາລາວ ທີ່ນຳມາໃຊ້ເທີງເວັບໂດຍບໍ່ແຕກໂຕ, ສາມາດສ້າງໄຟລ໌ Codepage ພາສາລາວ, ໄຟລ໌ຄວບຄຸມແປ້ນພິມພາສາລາວ ແລະສາມາດດັດແປງ Registry ຂອງ Windows ໃຫ້ສາມາດພິມພາສາລາວໃນໂປຣແກຣມນຳໃຊ້ຈຳນວນຫນຶ່ງ ໂດຍບໍ່ຕ້ອງເພີ່ງໂປຣແກຣມຄວບຄຸມແປ້ນພິມ ຂອງບໍລິສັດທີສາມໃດໆໄດ້ກໍ່ຕາມ, ແຕ່ການດຳເນີນການໃນລັກສະນະນີ້ ກໍ່ຍັງບໍ່ທັນຖືໄດ້ວ່າ ສົມບູນແບບໄດ້ເທື່ອ. ເພື່ອປະກອບຫຼັກຖານຢັ້ງຢືນຄຳເຫັນດັ່ງກ່າວນີ້, ຜູ້ຂຽນຂໍຍົກເອົາຈຸດຕ່າງໆທີ່ຜູ້ຂຽນເຫັນວ່າ ຍັງເປັນຈຸດຄົງຄ້າງໃນວິທີການທີ່ຜູ້ຂຽນໄດ້ນຳສະເຫນີໃນບົດຄວາມນີ້:
ອັກສອນຢູ່ສັນຍາລັກແປ້ນພິມລາວ ຍັງເປັນ ?? ຢູ່. ຜູ້ຂຽນໄດ້ໄປສືບຄົ້ນໃນ Registry ເພື່ອຊອກຫາວິທີປ່ຽນອັກສອນທີ່ຢູ່ສັນຍາລັກແປ້ນພິມລາວ ເພື່ອໃຫ້ເປັນ La ຫຼືເປັນໂຕລາວ, ແຕ່ກໍ່ຈົນປັນຍາ. ອາດເປັນໄປໄດ້ວ່າ ສິ່ງດັ່ງກ່າວຢູ່ໃນໄຟລ໌ໃດຫນຶ່ງໃນ Windows, ເມື່ອເພີ່ມໂຄດພາສາລາວເຂົ້າ (ຫຼືໄປປ່ຽນໂຄດປະເທດທີ່ເຮົາບໍ່ໄດ້ໃຊ້ແລະກໍານົດໃຫ້ຫມາຍເຖີງລາວ, ອາດເຮັດໃຫ້ສາມາດປ່ຽນຈາກ ?? ມາເປັນ La ກໍ່ໄດ້?!
ບໍ່ສາມາດພິມເປັນຕົວລາວໃນຟັງຊັນຊອກຫາຄໍາໃນ Office ແຕ່ໄດ້ໃນ (Internet Explorer). ຈຸດອ່ອນນີ້ ອາດມາຈາກການໄປດັດແປງ Codepage ໄທ ໃຫ້ເປັນ Codepage ລາວ ຍັງບໍ່ທັນຄົບຖ້ວນ - ຫຼືບໍ່ດັ່ງນັ້ນ, Function ຊອກຄໍາຂອງໂປຣແກຣມເຫຼົ່ານີ້ ອາດຍັງບໍ່ທັນຄໍານຶງເຖີງຄຸນສົມບັດທາງດ້ານພາສາຊາດຕ່າງໆ.
ໃນ FrontPage 2000, ຈະບໍ່ສາມາດພິມອອກມາເປັນພາສາລາວ ແລະຈະເປັນອັກສອນສັນຍາລັກລາແຕງ. ຖ້າເຮົາກົດໄປໂມດ HTML ແລ້ວແປງ Charset=windows-1252 ໃຫ້ເປັນ charset=unicode, ໃນ Preview ຈະເຫັນເປັນພາສາລາວແຕ່ໃນ Normal ຈະຍັງເຫັນເປັນອັກສອນສັນຍາລັກລາແຕງຄືເກົ່າ. ຜູ້ຂຽນໄດ້ຕັ້ງພາສາໄທເຂົ້າ ແຕ່ໄດ້ສໍາເນົາ Codepage ລາວ ເປັນ Codepage ໄທ ແລະກໍານົດໃຫ້ພາສາໄທໃຊ້ kbdnarin.kbd; ຜົນທີ່ໄດ້ຮັບໃນ Front Page 2000, ເມື່ອສະຫຼັບແປ້ນພິມໄປໄທ ຈະສາມາດພິມອອກມາເປັນຕົວອັກສອນລາວ ທັງໃນ Normal, HTML ແລະໃນ Preview - ຄົງເປັນຍ້ອນວ່າ FrontPage 2000 ຮັບຮູ້ພຽງແຕ່ພາສາທີ່ Windows ຮັບຮູ້. ໃນ Dreamweaver UltraDev, ພາສາລາວຈະເປັນອັກສອນສັນຍາລັກລາແຕງ, ແຕ່ເມື່ອເບີ່ງໃນ Internet Explorer ຈຶ່ງຈະເຫັນເປັນພາສາລາວ (ແຕ່ຕ້ອງໄປປັບຄ່າໃນ Encoding ຂອງ Dreamweaver UltraDev ໃຫ້ໃຊ້ໄດ້ສຳລັບພາສາລາວກ່ອນ).
ທັງຫມົດນີ້ ແມ່ນສ່ວນຫນຶ່ງຂອງຈຸດຄົງຄ້າງທີ່ຜູ້ຂຽນສັງເກດເຫັນ. ຢ່າງໃດກໍ່ຕາມ, ສິ່ງທີ່ຜູ້ຂຽນໄດ້ນໍາສະເຫນີ ອາດພຽງພໍໃນລະດັບຫນຶ່ງ ເພື່ອໃຫ້ຜູ້ທີ່ສົນໃຈ ສາມາດນໍາໄປສ້າງເວັບໄຊພາສາລາວໃຫ້ແຜ່ຫຼາຍ ໃຫ້ກາຍເປັນສື່ທີ່ມີປະສິທິພາບ ໃນການກະຈາຍຂ່າວສານຂໍ້ມູນ ແລະສາລະຄວາມຮູ້ ໃຫ້ແກ່ທຸກໆຄົນ ທີ່ຮູ້ອ່ານ/ຂຽນພາສາລາວ.
ປິດທ້າຍ:
ຜູ້ຂຽນ ຍອມຮັບວ່າ ຕົນເອງບໍ່ໄດ້ເປັນນັກຂຽນໂປຣແກຣມ ແຕ່ເປັນພຽງນັກຄຶດ ທີ່ສາມາດຮູ້ນຳໃຊ້ເຫດຜົນເລັກໆນ້ອຍໆ ເພື່ອແກ້ໄຂບັນຫາເລັກໆນ້ອຍໆເທົ່ານັ້ນ. ບັນຫາໃຫຍ່ໆ ທີ່ກ່ຽວຂ້ອງກັບ ພາສາລາວ ແລະການນຳໃຊ້ໃນຄອມພິວເຕີ ຍັງມີອີກເປັນຈຳນວນຫຼວງຫຼາຍ ຊຶ່ງຄອງຄອຍໃຫ້ນັກຄົ້ນຄ້ວາ - ນັກພັດທະນາ ທີ່ເປັນຄົນລາວ ແລະຄົນລາວລຸ້ນໃຫມ່ ເປັນຜູ້ນຳໄປແກ້ໄຂ. ຜູ້ຂຽນຂໍເປັນກຳລັງໃຈໃຫ້ທຸກໆທ່ານ ທີ່ພ້ອມຈະເດີນໄປຕາມເສັ້ນທາງສາຍນີ້ ແລະຂໍອວຍພອນໃຫ້ຈົ່ງປະສົບກັບຄວາມສຳເລັດ.
ດາວໂຫຼດທັງຫມົດຂອງບົດຄວາມນີ້ ກັບຄືນໄປເວັບຫນ້າທໍາອິດ ໄປຫນ້າ 1 2 3 4 5 6 7