ການ​ຈອງ​ອິນ​ເຕີ​ເນັດ​
| ກັບ​ຄືນ​ເວັບ​ໜ້າ​ທໍາ​ອິດ​ | ກັບ​ຄືນ​ໜ້າ​ "ເລື່ອງ​ຕ່າງໆ​ກ່ຽວ​ກັບ​ຄອມ​ພິວ​ເຕີ​" |

    ການ​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ​ແກ່​ບຸກ​ຄົນ​ທົ່​ວໆ​ໄປ​ໃນ​ປະ​ເທດ​ລາວ​  ແມ່ນ​ເລີ່ມ​ຕົ້ນ​ແຕ່​ທ້າຍ​ປີ 1998 ໂດຍ​ມີ​ບໍ​ລິ​ສັດ Globecom Electronics Limited ຫຼື​ GlobeNet ເປັນ​ຜູ້​ໃຫ້​ບໍ​ລິ​ການ​ລາຍ​ທໍາ​ອິດ​*. ລູກ​ຄ້າ​ຂອງ GlobeNet ຊື່ງ​ແມ່ນ​ອົງກອນ​ ແລະ​ຮ້ານ​ອິນ​ເຕີ​ເນັດ​ຈໍານວນ​ໜຶ່ງ ເຊື່ອມ​ຕໍ່​ອິນ​ເຕີ​ເນັດ ດ້ວຍ​ລະ​ບົບ​ໄຮ້​ສາຍ​ ໂດຍ​ໃຊ້​ສັນ​ຍານ​ວິ​ທະ​ຍຸ​ເປັນ​ສື່. ເນື່ອງ​ຈາກ​ພື້ນ​ທີ່ ທີ່​ສາ​ມາດ​ຮັບ​ສັນ​ຍານ​ໄດ້​ ມີ​ຂອບ​ເຂດ​ຈໍາ​ກັດ​, ມີ​ພຽງ​ບາງ​ເຂດ​ຂອງ​ກໍາ​ແພງ​ນະ​ຄອນ​ວຽງ​ຈັນ​ເທົ່າ​ນັ້ນ​ ຈຶ່ງ​ສາ​ມາດ​ໃຊ້​ບໍ​ລິ​ການ​ດັ່ງ​ກ່າວ​ໄດ້. ໃນ​ໄລ​ຍະ​ຕໍ່​ມາ​, ບໍ​ລິ​ສັດ Lao Telecommunication ຫຼື Laotel ກໍ່​ໄດ້​ເຂົ້າ​ມາ​ສູ່​ຕະ​ຫຼາດ​ທຸ​ລະ​ກິດ​ຂົງ​ເຂດ​ນີ້​ ໂດຍ​ໃຊ້​ການ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ທາງ​ສາຍ​ໂທ​ລະ​ສັບ​ ຊື່ງ​ທາງ​ບໍ​ລິ​ສັດ​ເປັນ​ຜູ້​ໃຫ້​ບໍ​ລິ​ການ​ໂທ​ລະ​ສັບ​ພື້ນ​ຖານ​ລາຍ​ດຽວ​ໃນ​ຂະ​ນະ​ນັ້ນ. ດັ່ງ​ນັ້ນ​, ພື້ນ​ທີ່ ທີ່​ສາ​ມາດ​ນໍາ​ໃຊ້​ອິນ​ເຕີ​ເນັດ ຈຶ່ງ​ສາ​ມາດ​ຂະ​ຫຍາຍ​ຕົວ​ກ້ວາງ​ອອກ​ ແລະ​ບໍ່​ໄດ້​ຈໍາ​ກັດ​ຢູ່​ພຽງ​ແຕ່​ບໍ​ລິ​ເວນ​ແຄ​ບໆ​ໃດ​ໜຶ່ງ​ໃນ​ກໍາ​ແພງ​ນະ​ຄອນ​ວຽງ​ຈັນ​ຕໍ່​ໄປ​ອີກ. ເນື່ອງ​ຈາກ​ທຸ​ລະ​ກິດ​ອິນ​ເຕີ​ເນັດ ໃນ​ປະ​ເທດ​ລາວ ເປັນ​ທຸ​ລະ​ກິດ​ໃໝ່ ແລະ​ມີ​ທ່າ​ແຮງ​ສູງ​, ນັກ​ລົງ​ທຶນ​ຫຼາຍໆ​ລາຍ ຈຶ່ງ​ສົນ​ໃຈ​ທີ່​ຈະ​ເຂົ້າ​ມາ​ຮ່​ວມ​ບຸກ​ເບີກ​ ແລະ​ຍາດ​ຊິງ​ສ່ວນ​ແບ່ງ​ການ​ຕະ​ຫຼາດ​ໃນ​ທຸ​ລະ​ກິດ​ນີ້. ບໍ​ລິ​ສັດ Planet Computers ຫຼື​ Planet ຫຼື Laopdr.com ແລະ​ບໍ​ລິ​ສັດ Lanexang Internet Services ຫຼື​ LanexangNet ແມ່ນ​ຜູ້​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ 2 ລາຍ​ຕໍ່ໆ​ມາ ທີ່​ໃຊ້​ການ​ເຊື່ອມ​ຕໍ່​ທັງ​ແບບ​ໄຮ້​ສາຍ​ ແລະ​ໃຊ້​ສາຍ​ໂທ​ລະ​ສັບ. ນອກ​ຈາກ​ນີ້​, Planet ຍັງ​ເປັນ​ລາຍ​ທໍາ​ອິດ​ທີ່​ລິ​ເລີ່ມ​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ​ແບບ​ໃຊ້​ບັດ ແລະ LanexangNet ເປັນ​ລາຍ​ທໍາ​ອິດ​ທີ່​ນໍາ​ເອົາ​ອິນ​ເຕີ​ເນັດ​ລະ​ບົບ VDSL ມາ​ໃຊ້​ທາງ​ທຸ​ລະ​ກິດ (Very-High-Data-Rate Digital Subscriber Line - ໃຊ້​ສາຍ​ໂທ​ລະ​ສັບ​ທໍາ​ມະ​ດາ​ເປັນ​ສື່​, ສາ​ມາດ​ສົ່ງ​ສັນ​ຍານ​ໃນ​ອັດ​ຕາ​ສູງ​ສຸດ 52 Mbps ໃນ​ໄລ​ຍະ​ທາງ​ທີ່​ບໍ່​ເກີນ 1.5 Km; ລະ​ບົບ​ນີ້​, ສໍາ​ນັກ​ງານ​/ອົງກອນ​/ສະ​ຖານ​ທູດ​ບາງ​ແຫ່ງ ອາດ​ໃຊ້​ມາ​ກ່ອນ​ໜ້າ​ນີ້​).  ລາຍ​ສຸດ​ທ້າຍ​ທີ່​ຫາ​ກໍ່​ເປີດ​ຕົວ​ຫວ່າງ​ທ້າຍ​ປີ 2003 ນີ້​, ກໍ່​ຄື ບໍ​ລິ​ສັດ Entreprise of Telecommunications Lao ຫຼື ETL ທີ່​ໃຫ້​ບໍ​ລິ​ການ​ແບບ​ບັດ​, ແບບ​ເຊື່ອມ​ຕໍ່​ດ້ວຍ​ສາຍ​ໂທ​ລະ​ສັບ​ ແລະ​ໃນ​ອະ​ນາ​ຄົດ​ຈະ​ໃຫ້​ບໍ​ລິ​ການ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ດ້ວຍ​ສາຍ Cable ຊື່ງ​ທາງ​ບໍ​ລິ​ສັດ​ອ້າງ​ວ່າ ມີ​ໂຄງ​ລ່າງ​ເຄືອ​ຂ່າຍ​ສາຍ​ໄຍ​ແກ້ວ​ທີ່່​ຄອບ​ຄຸມ​ທົ່ວ​ປະ​ເທດ. ນອກ​ຈາກ​ນີ້​, ບໍ​ລິ​ສັດ ທີ່​ໃຫ້​ບໍ​ລິ​ການ​ໂທ​ລະ​ພາບ​ແບບ Cable ໃນ​ກໍາ​ແພງ​ນະ​ຄອນ​ວຽງ​ຈັນ​ ກໍ່​ມີ​ແຜນ ທີ່​ຈະ​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ​ໃນ​ອະ​ນາ​ຄົດ ໂດຍ​ໃຊ້​ເຄືອ​ຂ່າຍ​ສາຍ Cable ຂອງ​ຕົນ​ເປັນ​ສື່​ອີກ​ດ້ວຍ.

ໝາຍ​ເຫດ​: ໃນ​ໜ້າ​ເວັບ​ນີ້​, ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເອີ່ຍ​ເຖີງ STEA (Science, Technology and Environment Agency - ອົງ​ການ ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ແລະ​ສິ່ງ​ແວດ​ລ້ອມ​) ຊຶ່ງ​ອາດ​ຖື​ໄດ້​ວ່າ​ ເປັນ​ຜູ້​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ​ລາຍ​ໜຶ່ງ​ ແລະ​ເປັນ​ລາຍ​ທໍາ​ອິດ​ຂອງ​ປະ​ເທດ​ລາວ. ຍ້ອນ​ວ່າ STEA ໃຫ້​ບໍ​ລິ​ການ​ສະ​ເພາະ​ອົງກອນ​ຂອງ​ລັດ ແລະ​ບໍ່​ແມ່ນ​ບໍ​ລິ​ສັດ​ທຸ​ລະ​ກິດ​, ຂ້າ​ພະ​ເຈົ້າ​ຈຶ່ງ​ບໍ່​ໄດ້​ຮ​ວມ​ເອົາ STEA ເປັນ​ໜຶ່ງ​ໃນ​ບໍ​ລິ​ສັດ​ຜູ້​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ​ສໍາ​ລັບ​ບຸກ​ຄົນ​ທົ່​ວໆ​ໄປ. ຖ້າ​ທ່ານ​ປະ​ສົງ​ຢາກ​ຮູ້​ລາຍ​ລະ​ອຽດ​ກ່ຽວ​ກັບ​ອີນ​ເຕີ​ເນັດ​ໃນ​ປະ​ເທດ​ລາວ​, ທ່ານ​ສາ​ມາດ​ດາວ​ໂຫຼດ​ເອ​ກະ​ສານ pdf ຈາກ​ http://www.itu.int/asean2001/reports/material/LAO%20CS.pdf (ເວັບ​ໄຊ​ຂອງ​ສະ​ຫະ​ພາບ​ໂທ​ລະ​ຄົມ​ສາ​ກົນ​, ເອ​ກະ​ສານ​ເປັນ​ພາ​ສາ​ອັງ​ກິດ​).

    ການ​ແຂ່ງ​ຂັນ​ໃນ​ຕະ​ຫຼາດ​ທຸ​ລະ​ກິດ​ອິນ​ເຕີ​ເນັດ​ໃນ​ຂະ​ນະ​ນີ້ ນັບ​ມື້​ນັບ​ເຂັ້ມ​ຂຸ້ນ​ຂື້ນ. ຢ່າງ​ໃດ​ກໍ່​ຕາມ​, ຜູ້​ຈອງ​ອິນ​ເຕີ​ເນັດ ຈາກ​ຜູ້​ໃຫ້​ບໍ​ລິ​ການ​ເຫຼົ່າ​ນີ້​, ກໍ່​ຍັງ​ບໍ່​ໄດ້​ຮັບ​ອາ​ນິ​ສົງ​ໃດໆ​: ຄ່າ​ຈອງ​-ຊົມ​ໃຊ້​ອິນ​ເຕີ​ເນັດ​ຍັງ​ແພງ​ເໝືອນ​ເຊັ່ນ​ເຄີຍ​; ຄຸນ​ນະ​ພາບ​ຂອງ​ການ​ໃຫ້​ບໍ​ລິ​ການ ກໍ່​ບໍ່​ໄດ້​ດີ​ຂື້ນ​ເມື່ອ​ທຽບ​ກັບ​ໄລ​ຍະ​ທໍາ​ອິດ - ດີ​ບໍ່​ດີ​ອາດ​ຂີ້​ຮ້າຍ​ລົງ​ຊໍ້າ. ສິ່ງ​ທີ່​ຜູ້​ຈອງ​ອິນ​ເຕີ​ເນັດ ມີ​ສິດ​ເລືອກ ກໍ່​ມີ​ພຽງ​ແຕ່​ ສາ​ມາດ​ເລືອກ​ຜູ້​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ​ໄດ້​; ແຕ່​ຈະ​ແນ່​ໃຈ​ໄດ້​ຄື​ແນວ​ໃດ​ວ່າ​ ບໍ່​ຕົກ​ເປັນ​ໃນ​ກໍ​ລະ​ນີ​ທີ່ "ໜີ​ເສືອ ໄປ​ພໍ້​ແຂ້​?!"

    ດັ່ງ​ນັ້ນ​, ໜ້າ​ເວັບ​ນີ້ ຈຶ່ງ​ມີ​ຈຸດ​ປະ​ສົງ​ ເພື່ອ​ນໍາ​ສະ​ເໜີ​ຂໍ້​ມູນ ກ່ຽວ​ກັບ​ການ​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ​ ຂອງ​ຜູ້​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ​ຕ່າງໆ​ທີ່​ມີ​ ເພື່ອ​ຊ່ອຍ​ໃຫ້​ການ​ຕັດ​ສິນ​ໃຈ​ເລືອກ​ຜູ້​ໃຫ້​ບໍ​ລິ​ການ​, ປະ​ເພດ​ບໍ​ລິ​ການ​ ແລະ​ລັກ​ສະ​ນະ​ການ​ເຊື່ອມ​ຕໍ່ ໃຫ້​ສົມ​ເຫດ​ສົມ​ຜົນ​ກັບ​ຄວາມ​ຕ້ອງ​ການ​ຊົມ​ໃຊ້​ອິນ​ເຕີ​ເນັດ​ ຂອງ​ຜູ້​ທີ່​ຕ້ອງ​ການ​ຈອງ​ອິນ​ເຕີ​ເນັດ​ມາ​ໃຊ້. ຂ້າ​ພະ​ເຈົ້າ​, ໃນ​ຖາ​ນະ​ຜູ້​ນໍາ​ສະ​ເໜີ​ ບໍ່​ໄດ້​ມີ​ຜົນ​ປະ​ໂຫຍດ​ໃດໆ ກັບ​ຜູ້​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ​ເຫຼົ່າ​ນີ້. ດັ່ງ​ນັ້ນ​, ການ​ທີ່​ຈະ​ຍົກ ຫຼື​ຍຸ​ບຍອບ​ຜູ້​ໃຫ້​ບໍ​ລິ​ການ​ລາຍ​ໃດ​ລາຍ​ໜຶ່ງ​ ຈຶ່ງ​ບໍ່​ມີ​ຢູ່​ໃນ​ຄວາມ​ຄຶດ​ຂອງ​ຂ້າ​ພະ​ເຈົ້າ. ຢ່າງ​ໃດ​ກໍ່​ຕາມ​, ເປັນ​ໄປ​ໄດ້​ທີ່​ຂໍ້​ມູນ​ບາງ​ການ​ທີ່​ນໍາ​ສະ​ເໜີ ອາດ​ຄາດ​ເຄື່ອນ​ຈາກ​ຄວາມ​ເປັນ​ຈິງ​: ຖ້າ​ເປັນ​ຄື​ດັ່ງ​ກ່າວ​ນີ້​, ຂ້າ​ພະ​ເຈົ້າ​ຂໍ​ອະ​ໄພ​ໄວ້​ລ່​ວງ​ໜ້າ ແລະ​ຍິນ​ດີ​ດັດ​ແກ້​ໃຫ້​ທັນ​ທີ​ ຕາມ​ການ​ສົ່ງ​ຂ່າວ​ຂອງ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ (ກະ​ລຸ​ນາ​ສົ່ງ​ເມ​ຫາ​ຂ້າ​ພະ​ເຈົ້າ​ໄດ້​ທີ່​ narinsakkraj@hotmail.com).

ບາງ​ຢ່າງ​ທີ່​ຜູ້​ທີ່​ຈະ​ຈອງ​ອິນ​ເຕີ​ເນັດ​ຄວນ​ຮູ້​:

ໝາຍ​ເຫດ​: ດາວ​ໂຫຼດ​ ໝາຍ​ເຖີງ​ດືງ​ເອົາ​ຂໍ້​ມູນ​ຈາກ​ອິນ​ເຕີ​ເນັດ ມາ​ໄວ້​ທີ່​ເຄື່ອງ​ຜູ້​ໃຊ້​ ເພື່ອ​ການ​ເບີ່ງ​ຂໍ້​ມູນ​ນັ້ນໆ​ໃນ​ທັນ​ທີ ຫຼື​ເພື່ອ​ເກັບ​ຮັກ​ສາ​ໄວ້​ໃນ​ເຄື່ອງ​ ເພື່ອ​ເບີ່ງ​ໃນ​ອະ​ນາ​ຄົດ. ອັບ​ໂຫຼດ​ ແມ່ນ​ການ​ສົ່ງ​ຂໍ້​ມູນ​ຈາກ​ເຄື່ອງ​ຂອງ​ຜູ້​ໃຊ້​ຂື້ນ​ໄປ​ເທີງ​ອິນ​ເຕີ​ເນັດ.
    ເຖີງ​ວ່າ​ການ​ໃຊ້​ສັນ​ຍານ​ແບບ Shared ຈະ​ມີ​ຄ່າ​ໃຊ້​ຈ່າຍ​ໜ້ອຍ​ ເມື່ອ​ທຽບ​ກັບ​ສັນ​ຍານ​ແບບ​ສາຍ​ເຊົ່າ ແຕ່​ຜູ້​ທີ່​ຄຶດ​ຈະ​ຈອງ​, ຄວນ​ຄໍາ​ນຶງ​ເຖີງ​ຕັກ​ກະ​ສາດ​ (ຫຼັກ​ການ​ຄຶດ​ດ້ວຍ​ເຫດ ແລະ​ຜົນ​) ຄື​ດັ່ງ​ຕໍ່​ໄປ​ນີ້​:
  1. 256 Kb Dedicated  2400 $, ປຽບ​ທຽບ​ກັບ 256 Kb Shared, 400 $: ຕ້ອງ​ມີ​ຜູ້​ໃຊ້​ຮ່​ວມ​ກັນ​ຢ່າງ​ຕໍ່າ 2400/400 = 6 ລາຍ​ເປັນ​ຢ່າງ​ຕໍ່າ​; ສູງ​ສຸດ​ຈັກ​ລາຍ​? ຜູ້​ຈອງ​ຄົງ​ບໍ່​ສາ​ມາດ​ຮູ້ ນອກ​ຈາກ​ຜູ້​ໃຫ້​ບໍ​ລິ​ການ​!
  2. ໃນ​ສັນ​ຍານ​ດັ່ງ​ກ່າວ (256 Kb), ຖ້າ​ມີ​ແຕ່​ເຮົາ​ຜູ້​ດຽວ (ຄອມ​ພິວ​ເຕີ​ໜ່ວຍ​ດຽວ​) ໃຊ້​ອິນ​ເຕີ​ເນັດ​, ເຮົາ​ຈະ​ໄດ້​ຄວາມ​ໄວ 256 Kb, ຖ້າ​ມີ 2 ຄົນ​ໃຊ້​ໃນ​ເວ​ລາ​ດຽວ​ກັນ​ (ໂດຍ​ສະ​ເພາະ​ດາວ​ໂຫຼດ​), ຈະ​ໄດ້​ຄວາມ​ໄວ 256/2 = 128 Kb, ຖ້າ​ມີ 10 ຄົນ​ໃຊ້​ໃນ​ເວ​ລາ​ດຽວ​ກັນ​, ຈະ​ໄດ້​ຄວາມ​ໄວ 256/10 = 25.6 Kb, ...
  3. ບັນ​ຫາ​ໃນ​ກໍ​ລະ​ນີ "ຜູ້​ມື​ຍາວ ສາວ​ໄດ້​ສາວ​ເອົາ​" ຫຼື "ຫົວ​ແຫຼມ​ໄດ້​ປຽບ​ຫົວ​ປູ້​" ຄົງ​ຈະ​ຫຼີກ​ບໍ່​ໄດ້. ຖ້າ​ຍັງ​ຍຶດ​ຕິດ​ເລື່ອງ ໄດ້​ປຽບ​-ເສຍ​ປຽບ​ຢູ່​, ສັນ​ຍານ​ແບບ Shared ຄົງ​ບໍ່​ເໝາະ​ສໍາ​ລັບ​ທ່ານ.
    ຕໍ່​ໄປ​ນີ້​, ຂ້າ​ພະ​ເຈົ້າ​ຈະ​ນໍາ​ສະ​ເໜີ​ກ່ຽວ​ກັບ​ຂໍ້​ມູນ​ຈໍານວນ​ໜຶ່ງ​ຂອງ​ຜູ້​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ​ຕ່າງໆ​ໃນ​ລາວ​

*
**

ບໍ​ລິ​ສັດ ກ​ໂລບ​ຄອມ - Globecom Electronics Limited (GCE)
ເຮືອນ​ເລກ​ທີ 18, ຖະ​ໜົນ ທ່າ​ເດື່ອ (Km 3).
ຕູ້​ໄປ​ສະ​ນີ​: 8618 ກໍາ​ແພງ​ນະ​ຄອນ​ວຽງ​ຈັນ​
ໂທ​ລະ​ສັບ (ຫ້ອງ​ການ​): (856-21) 315706-8
ແຟ໊ກ​: (856-21) 315707
e-mail: nramos@sbssi.com (ຜູ້​ຈັດ​ການ​)
ເວັບ​ໄຊ​: ຍັງ​ບໍ່​ທັນ​ມີ​!

ລັກ​ສະ​ນະ​ການ​ເຊື່ອມ​ຕໍ່​: ແບບ​ໄຮ້​ສາຍ​ ໂດຍ​ໃຊ້​ອຸ​ປະກອນ​ເຊື່ອມ​ຕໍ່ ທີ່​ໃຊ້​ສັນ​ຍານ​ວິ​ທະ​ຍຸ​
ອຸ​ປະກອນ​ເຊື່ອມ​ຕໍ່​: BreezeNet SA-10 D (ສໍາ​ລັບ​ລູກ​ຄ້າ​)
ຄວາມ​ສາ​ມາດ​ຮັບ​ສົ່ງ​ຂໍ້​ມູນ​ (Data Transfer Rate)
ລັດ​ສະ​ໝີ​ຕໍ່າ​ກ່ວາ 4 Km
3 Mb/s
ລັດ​ສະ​ໝີ 4-8 Km 2 Mb/s
ລັດ​ສະ​ໝີ 8-12 Km 1 Mb/s

ລາ​ຄາ​ອຸ​ປະກອນ​: 2393 US$ (ບໍ່​ລ​ວມ​ພາ​ສີ 10%) ຊຶ່ງ​ປະກອບ​ດ້ວຍ​:
  • BreezeNet SA-10 D
  • ກັບ​ກັນ​ແດດ​-ຝົນ ເພື່ອ​ໃສ່ BreezeNet SA-10 D
  • ການ​ຕິດ​ຕັ້ງ​,
  • ຈານ​ຮັບ​ສົ່ງ​ສັນ​ຍານ 24 dbi,
  • ສາຍ​ຕໍ່​ຈານ​ຫາ BreezeNet SA-10 D (ບໍ່​ເກີນ 10 m)
  • ສາຍ​ເຄືອ​ຂ່າຍ UTP Cable Cat 5, ຕໍ່​ຈາກ BreezeNet SA-10 D ໄປ​ຫາ​ຄອມ​ພິວ​ເຕີ​ຂອງ​ລູກ​ຄ້າ (ບໍ່​ເກີນ 100 m)
  • ສາຍ​ໄຟ ຕໍ່​ຈາກ​ປັກ​ສຽບ​ໄຟ​ຂອງ​ລູກ​ຄ້າ​ໄປ​ຫາ BreezeNet SA-10 D
  • ຄ່າ​ບໍ​ລິ​ການ​ສັນ​ຍານ​ເດືອນ​ທໍາ​ອິດ​
ອຸ​ປະກອນ​ເສີມ​:
ຖ້າ​ ຈາກ​ທີ່​ຕັ້ງ​ຂອງ​ຈານ​ຮັບ​ສົ່ງ​ສັນ​ຍານ​ຂອງ​ລູກ​ຄ້າ​, ບໍ່​ສາ​ມາດ​ເຫັນ​ປາຍ​ເສົາ​ຫຼັກ​ຮັບ​ສົ່ງ​ສັນ​ຍານ​ຂອງ​ບໍ​ລິ​ສັດ​ ທີ່​ຕັ້ງ​ຢູ່​ສໍາ​ນັກ​ງານ​ຂ່າວ​ສານ​ປະ​ເທດ​ລາວ​, ລູກ​ຄ້າ​ຕ້ອງ​ໄດ້​ໃຊ້​ເສົາ​ພິ​ເສດ​ ເພື່ອ​ຕິດ​ຕັ້ງ​ຈານ ແລະ​ອຸ​ປະກອນ​ຮັບ​ສົ່ງ​ສັນ​ຍານ. ຄວາມ​ສູງ​ຂອງ​ເສົາ​ ແມ່ນ​ຂື້ນ​ກັບ​ສະ​ຖານ​ທີ່ ທີ່​ຈະ​ຕິດ​ຕັ້ງ​ຈານ ແລະ​ອຸ​ປະກອນ​ຮັບ​ສົ່ງ​ສັນ​ຍານ. ລາ​ຄາ​ຂອງ​ເສົາ (ລ​ວມ​ທັງ​ການ​ຕິດ​ຕັ້ງ​, ອຸ​ປະກອນ​ກັນ​ຟ້າ​ຜ່າ​-ສາຍ​ດິນ ແລະ​ສາຍ​ກ໊າບ​ ແຕ່​ບໍ່​ລ​ວມ​ພາ​ສີ 10%) ແມ່ນ 100 US$/m; ໃນ​ກໍ​ລະ​ນີ​ທີ່​ໃຊ້​ເສົາ​ສູງໆ (> 20 m), ບໍ​ລິ​ສັດ ຈະ​ປະກອບ​ອຸ​ປະກອນ​ສະ​ກັດ​ຟ້າ​ຜ່າ (Lightning Arrestor) ເພີ່ມ​ເຕີມ​ໃຫ້.
ສັນ​ຍານ​ ທີ່​ໃຫ້​ບໍ​ລິ​ການ​
ຂະ​ໜາດ​ ແລະ​ປະ​ເພດ​ຂອງ​ສັນ​ຍານ​
ລາ​ຄາ​ຕໍ່​ເດືອນ​
  1. 32 Kb, Shared
300 US$
  1. 64 Kb, Dedicated, Private IP
600 US$
  1. 64 Kb, Dedicated, Public IP
700 US$
  1. 128 Kb, Dedicated, Private IP
1300 US$
  1. 128 Kb, Dedicated, Public IP
1400 US$
  1. > 128 Kb, ກະ​ລຸ​ນາ​ຕິດ​ຕໍ່​ນໍາ​ບໍ​ລິ​ສັດ​


    ທ່ານ​ສາ​ມາດ​ເບີ່ງ​ຂໍ້​ມູນ​ລະ​ອຽດ​ກ່ຽວ​ກັບ​ອຸ​ປະກອນ BreezeNet SA-10 D, ໄດ້​ທີ່​: http://www.alvarion.com
*
**
ບໍ​ລິ​ສັດ​ ລາວ​ໂທ​ລະ​ຄົມ​ມະ​ນາ​ຄົມ​ຈໍາ​ກັດ - Lao Telecommunications Co., Ltd (Laotel)
ສໍາ​ນັກ​ງານ​ໃຫຍ່​ ເຮືອນ​ເລກ​ທີ 0100, ຖະ​ໜົນ​ລ້ານ​ຊ້າງ​, ກໍາ​ແພງ​ນະ​ຄອນ​ວຽງ​ຈັນ​
ຕູ້​ໄປ​ສະ​ນີ​: 8618
ໂທ​ລະ​ສັບ​: (856) 21 216465.
ແຟ໊ກ​: (856) 21 216156, 219690
email: marketin@laotel.com (ພະ​ແນກ​ບໍ​ລິ​ການ​ລູກ​ຄ້າ​)
  wbmaster@laotel.com (ຜູ້​ດຸ​ແລ​ເວັບ​ໄຊ​)
ເວັບ​ໄຊ​: http://www.laotel.com
ລັກ​ສະ​ນະ​ການ​ເຊື່ອມ​ຕໍ່​1: ແບບ​ໃຊ້​ສາຍ​ໂທ​ລະ​ສັບ​
ອັດ​ຕາ​ຄ່າ​ສະ​ມາ​ຊິກ​ລາວ​ອິນ​ເຕີ​ເນັດ​ ແບບ​ບຸກ​ຄົນ​ທໍາ​ມະ​ດາ
(ການ​ສະ​ໝັກ​ໃຊ້​ບໍ​ລິ​ການ​, ຕ້ອງ​ໄດ້​ຊໍາ​ລະ​ຄ່າ​ທໍາ​ນຽມ​ເຂົ້າ​ໃຊ້​ບໍ​ລິ​ການ ເຊິ່ງ​ປະກອບ​ດ້ວຍ ຄ່າ​ຈົດ​ທະ​ບຽນ​ ແລະ​ຄ່າ​ເຊື່ອມ​ຕໍ່​)

ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຂໍ້​ມູນ​ຄ່າ​ທໍາ​ນຽມ​ເຂົ້າ​ໃຊ້​ບໍ​ລິ​ການ​ ຊຶ່ງ​ແຕກ​ຕ່າງ​ກັນ​ໄປ ຕາມ​ຊື່​ການ​ບໍ​ລິ​ການ (ຊ່​ວງ​ປີ 1999, ຂ້າ​ພະ​ເຈົ້າ​ເຄີຍ​ຈອງ​ Casual2 (20 ຊມ​/ເດືອນ​), ຄ່າ​ບໍ​ລິ​ການ​ລາຍ​ເດືອນ ແມ່ນ 18 $ ຕໍ່​ເດືອນ​ ແລະ​ເສຍ​ຄ່າ​ທໍາ​ນຽມ ເຂົ້າ​ໃຊ້​ບໍ​ລິ​ການ​ແມ່ນ 38 $).
ຊື່​ການ​ບໍ​ລິ​ການ​
ຈໍານວນ​ຊົ່ວ​ໂມງ​ ໃຊ້​ງານ​ຕໍ່​ເດືອນ​
ຄ່າ​ບໍ​ລິ​ການ​
ລາຍ​ເດືອນ​
ຄ່າ​ບໍ​ລິ​ການ​
ຕໍ່​ຊົ່ວ​ໂມງ​ໃຊ້​ເກີນ​
Starter1
6
6 $
1.80 $
Casual1
10
12 $
1.75 $
Casual2
15
18 $
1.70 $
Pro1
25
26 $
1.65 $
Pro2
35
33 $
1.55 $
Busi Pro1
50
41 $
1.30 $

ອັດ​ຕາ​ຄ່າ​ສະ​ມາ​ຊິກ​ລາວ​ອິນ​ເຕີ​ເນັດ​ ແບບ​ອົງກອນ
(ການ​ສະ​ໝັກ​ໃຊ້​ບໍ​ລິ​ການ​, ຕ້ອງ​ໄດ້​ຊໍາ​ລະ​ຄ່າ​ທໍາ​ນຽມ​ເຂົ້າ​ໃຊ້​ບໍ​ລິ​ການ ເຊິ່ງ​ປະກອບ​ດ້ວຍ​ ຄ່າ​ຈົດ​ທະ​ບຽນ ແລະ​ຄ່າ​ເຊື່ອມ​ຕໍ່​)
ຊື່​ການ​ບໍ​ລິ​ການ​ ຈໍານວນ​ຊົ່ວ​ໂມງ​ ໃຊ້​ງານ​ຕໍ່​ເດືອນ​ ຈໍານວນ​
ຜູ້​ໃຊ້​
ຄ່າ​ບໍ​ລິ​ການ​
ລາຍ​ເດືອນ​
ຄ່າ​ບໍ​ລິ​ການ​
ຕໍ່​ຊົ່ວ​ໂມງ​ໃຊ້​ເກີນ​
Silver1
60
4
60 $
1.20 $
Silver2 110
6
105 $
1.20 $
Silver3 180
9
160 $
1.20 $
Golden1
300
15
250 $
1.00 $
Golden2 400
15
315 $
1.00 $
Golden3 550
15
425 $
1.00 $

ລັກ​ສະ​ນະ​ການ​ເຊື່ອມ​ຕໍ່​2: ຮັບ​ສັນ​ຍານ​ໂດຍ​ກົງ​ຈາກ​ດາວ​ທຽມ (ລະ​ບົບ​ iPSTAR)
ຍັງ​ບໍ່​ທັນ​ເປີດ​ໃຫ້​ໃຊ້​ບໍ​ລິ​ການ​
ທ່ານ​ສາ​ມາດ​ໄປ​ອ່ານ​ຂໍ້​ມູນ​ເພີ່ມ​ເຕີມ​ໄດ້​ຈາກ​:
http://www.laotel.com/broadband.html

    ຖ້າ​ທ່ານ​ສາ​ມາດ​ອ່ານ​ພາ​ສາ​ໄທ​ໄດ້​, ທ່ານ​ສາ​ມາດ​ຫາ​ຂໍ້​ມູນ​ບາງ​ດ້ານ​ກ່ຽວ​ກັບ IPSTAR ຕື່ມ​ຈາກ​:
http://search.pantip.com/cgi-bin/scgi?query=iPSTAR&topic=Internet&age=all&x=0&y=0
http://www.csloxinfo.com/broadband/ipstar.asp
*
**
ບໍ​ລິ​ສັດ​ ປ​ລາ​ແນັດ​ ຄອມ​ພິວ​ເຕີ ຈໍາ​ກັດ - Planet Computers Co. Ltd (Planet)
209 Settahthirath Road,
Ban Mixay,
Vientiane, Lao P.D.R.
Tel : 856 21 218972-4
Fax : 856 21 216387
E-mail : planet@laopdr.com
Website: http://www.laopdr.com
ລັກ​ສະ​ນະ​ການ​ເຊື່ອມ​ຕໍ່​1: ແບບ​ໃຊ້​ສາຍ​ໂທ​ລະ​ສັບ​

ປະ​ເພດ​
ຄ່າ​ຕິດ​ຕັ້ງ​
ຄ່າ​ບໍ​ລິ​ການ​ລາຍ​ເດືອນ​
ຈໍານວນ​ຊົ່ວ​ໂມງ​
ຕໍ່​ເດືອນ​
ຄ່າ​ບໍ​ລິ​ການ​
ຕໍ່​ຊົ່ວ​ໂມງ​ໃຊ້​ເກີນ​
Economy
15 $
12 $
10
1.50 $
Business
15 $ 22 $
20
1.30 $
First Class
15 $ 40 $
50
1.00 $
ນອກ​ຈາກ​ນີ້​, ຍັງ​ມີ​ການ​ເຊື່ອມ​ຕໍ່​ແບບ​ໃຊ້​ສາຍ​ໂທ​ລະ​ສັບ ໂດຍ​ໃຊ້​ບັດ (ບໍ່​ເສຍ​ຄ່າ​ຕິດ​ຕັ້ງ​) ຊຶ່ງ​ເໝາະ​ກັບ​ຜູ້​ທີ່​ຕ້ອງ​ການ​ໃຊ້​ອິນ​ເຕີ​ເນັດ ແບບ​ບາງ​ຄັ້ງ​ບາງ​ຄາວ​ ຫຼື​ສໍາ​ລັບ​ນັກ​ທ່ອງ​ທ່ຽວ. ຂ້າ​ພະ​ເຈົ້າ ເຫັນ​ບັດ​ອິນ​ເຕີ​ເນັດ​ຂອງ ປ​ລາ​ແນັດ​ ທີ່​ຂຽນ​ຕົວ​ເລກ 10, 20 ແລະ 40 ໃນ​ເວັບ​ຂອງ​ປ​ລາ​ແນັດ ແຕ່​ບໍ່​ຮູ້​ວ່າ​ໝາຍ​ເຖີງ​ອັນ​ໃດ​? ລາ​ຄາ​ເປັນ $ ຫຼື ຈໍານວນ​ຊົ່ວ​ໂມງ​ຕໍ່​ເດືອນ ຫຼື​ທັງ​ສອງ​ຢ່າງ​?!
ລັກ​ສະ​ນະ​ການ​ເຊື່ອມ​ຕໍ່​2: ແບບ​ໄຮ້​ສາຍ ໂດຍ​ໃຊ້​ອຸ​ປະກອນ​ເຊື່ອມ​ຕໍ່​ ທີ່​ໃຊ້​ສັນ​ຍານ​ວິ​ທະ​ຍຸ​
ອຸ​ປະກອນ​ເຊື່ອມ​ຕໍ່​: WAP-1960 (Wireless Acces Point with Bridge - ສໍາ​ລັບ​ລູກ​ຄ້າ​)
ຄວາມ​ສາ​ມາດ​ຮັບ​ສົ່ງ​ຂໍ້​ມູນ 11, 5.5, 2, 1 Mbps (ຂື້ນ​ກັບ​ໄລ​ຍະ​ທາງ​)
ຊ່​ວງ​ຮັບ​ສັນ​ຍານ​ສູງ​ສຸດ​:      6 Km (ປົກ​ກະ​ຕິ​)
40 Km (ເມື່ອ​ຕິດ​ຕັ້ງ Booster ແລະ​ອັງ​ແຕນ​ຮັບ​ສັນ​ຍານ​ພາຍນອກ - ອຸ​ປະກອນ​ເພີ່ມ​ແມ່ນ​ເປັນ​ພາ​ລະ​ຂອງ​ລູກ​ຄ້າ​; ບໍ່​ແນ່​ໃຈ​ວ່າ ຝ່າຍ​ເຕັກ​ນິກ​ຈະ​ສາ​ມາດ​ ສົ່ງ​ສັນ​ຍານ​ໃຫ້​ໄດ້​ໄກ​ເຖີງ​ພຽງ​ນີ້​ຫຼື​ບໍ່​?)
ລາ​ຄາ​ອຸ​ປະກອນ​:
WAP-1960: 550 $
ອັງ​ແຕນ​ຮັບ​ສັນ​ຍານ Yagi Directional Antenna: 250 $
ຄ່າ​ຕິດ​ຕັ້ງ ແລະ​ທົດ​ສອບ (8 ຊມ​): 160 $
(ບໍ່​ແນ່​ໃຈ​ວ່າ ລາ​ຄາ​ຂ້າງ​ເທີງ​ນີ້ ແມ່ນ​ລ​ວມ​ທັງ​ພາ​ສີ 10% ແລ້ວ​ຫຼື​ບໍ່​?)
ປະ​ເພດ​
ຈໍານວນ​ຄອມ​
ພິວ​ເຕີ​
ຄ່າ​ບໍ​ລິ​ການ​ລາຍ​ເດືອນ​
ຈໍານວນ​ຊົ່ວ​ໂມງ​
ຕໍ່​ເດືອນ​
Shared 64 Kbps
< 10
400 $
ບໍ່​ຈໍາ​ກັດ​
Shared 80 Kbps < 15
500 $
ບໍ່​ຈໍາ​ກັດ​
Shared 128 Kbps < 20
800 $
ບໍ່​ຈໍາ​ກັດ​
Dedicated 64 Kbps

1100 $
ບໍ່​ຈໍາ​ກັດ​

    ຖ້າ​ທ່ານ​ຕ້ອງ​ການ​ຮູ້​ລາຍ​ລະ​ອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ອຸ​ປະກອນ WAP-1960, ກະ​ລຸ​ນາ​ເຂົ້າ​ໄປ​ຢ້ຽມ​ເບີ່ງ​ເວັບ​ໄຊ​:
    http://www.planet.com.tw
    ຮູ້​ສຶກ​ວ່າ​ອຸ​ປະກອນ
WAP-1960 ຕົກ​ລຸ້ນ​ໄປ​ແລ້ວ ແລະ​ຖືກ​ທົດ​ແທນ​ດ້ວຍ WAP-1963 ແລະ WAP-1963A.

*
**
ບໍ​ລິ​ສັດ​ ລ້ານ​ຊ້າງ​ອິນ​ເຕີ​ເນັດ - Lanexang Internet Services Co., Ltd. (LanexangNet)
ເຮືອນ​ເລກ​ທີ 205, ຖະ​ໜົນ​ເສດ​ຖາ​ທິ​ລາດ​, ບ້ານ​ມີ​ໄຊ​, ເມືອງ​ຈັນ​ທະ​ບູ​ລີ​, ແຂ​ວງ​ກໍາ​ແພງ​ນະ​ຄອນ​ວຽງ​ຈັນ.
ໂທ​ລະ​ສັບ​: (856) 21 241368
ແຟ໊ກ​:
(856) 21 241369
ອີ​ເມ​: sales@lanexangnet.com (ພະ​ແນກ​ບໍ​ລິ​ການ​)
ເວັບ​ໄຊ​: http://www.lanexangnet.com

ລັກ​ສະ​ນະ​ການ​ເຊື່ອມ​ຕໍ່​1: ແບບ​ໃຊ້​ສາຍ​ໂທ​ລະ​ສັບ​
ປະ​ເພດ​ບຸກ​ຄົນ​ທໍາ​ມະ​ດາ​
ປະ​ເພດ​
ຄ່າ​ຕິດ​ຕັ້ງ​
ຄ່າ​ບໍ​ລິ​ການ​ລາຍ​ເດືອນ​ ຈໍານວນ​ຊົ່ວ​ໂມງ​
ຕໍ່​ເດືອນ​
ຄ່າ​ບໍ​ລິ​ການ​
ຕໍ່​ຊົ່ວ​ໂມງ​ໃຊ້​ເກີນ​
ແບບ​ທົ່ວ​ໄປ​
10 $
35 $
50
1.00 $
ແບບ​ພິ​ເສດ​
10 $
200 $
ບໍ່​ຈໍາ​ກັດ​
0.00 $
ແບບ​ພິ​ເສດ ຈະ​ມີ​ສາຍ​ໂທ​ລະ​ສັບ 1 ສາຍ​ທີ່​ຈັດ​ໃຫ້​ໂດຍ​ສະ​ເພາະ​ ໃນ​ການ​ເຊື່ອມ​ຕໍ່​ເຂົ້າ​ໃຊ້​ອິນ​ເຕີ​ເນັດ.
ລັກ​ສະ​ນະ​ການ​ເຊື່ອມ​ຕໍ່​2: ແບບ​ໄຮ້​ສາຍ ໂດຍ​ໃຊ້​ອຸ​ປະກອນ​ເຊື່ອມ​ຕໍ່​ ທີ່​ໃຊ້​ສັນ​ຍານ​ວິ​ທະ​ຍຸ​
ອຸ​ປະກອນ​ເຊື່ອມ​ຕໍ່​1:
ອຸ​ປະກອນ​ເຊື່ອມ​ຕໍ່​2:
ອຸ​ປະກອນ​ເຊື່ອມ​ຕໍ່​3:
BreezeNet SA-10 D, ລາ​ຄາ​  2200 $ (ສໍາ​ລັບ​ລາຍ​ລະ​ອຽດ​, ກະ​ລຸ​ນາ​ຕິດ​ຕໍ່​ນໍາ​ບໍ​ລິ​ສັດ​)
BreezeNet WB-10, ລາ​ຄາ​  2200 $ (ສໍາ​ລັບ​ລາຍ​ລະ​ອຽດ​, ກະ​ລຸ​ນາ​ຕິດ​ຕໍ່​ນໍາ​ບໍ​ລິ​ສັດ​)
WaveBolt Series 9 Subscriber, ລາ​ຄາ 1200 $ (ສໍາ​ລັບ​ລາຍ​ລະ​ອຽດ​, ກະ​ລຸ​ນາ​ເຂົ້າ​ໄປ​ເບີ່ງ​ທີ່ http://www.lanexangnet.com/WaveBolt.htm).
ປະ​ເພດ​
ຄ່າ​ຕິດ​ຕັ້ງ​ ຄວາມ​ໄວ​
ຄ່າ​ບໍ​ລິ​ການ​ລາຍ​ເດືອນ​ ອຸ​ປະກອນ​ເຊື່ອມ​ຕໍ່​ທີ່​ໃຊ້​
Corporate (Shared)
100 $
256/128
400 $
SA-10D
Dedecated 64
30 $
64/32
840 $
WB-10 ຫຼື WaveBolt
Dedecated 128
30 $ 128/64
1440 $
WB-10 ຫຼື WaveBolt
Dedecated 256
30 $ 256/128
2400 $
WB-10 ຫຼື WaveBolt
Dedecated 512
30 $ ກະ​ລຸ​ນາ​ຕິດ​ຕໍ່ ເບີ​ໂທ​ 241368
WB-10 ຫຼື WaveBolt
ຊ່​ວງ​ຮັບ​ສັນ​ຍານ​ສູງ​ສຸດ​ຂອງ​ອຸ​ປະກອນ​ເຊື່ອມ​ຕໍ່​:
BreezeNet SA-10 D: 8 Km; WaveBolt Series 9 Subscriber: 8 Km; BreezeNet WB-10: 45 Km.
ລັກ​ສະ​ນະ​ການ​ເຊື່ອມ​ຕໍ່​3: ແບບ​ໃຊ້​ສາຍ​ໂທ​ລະ​ສັບ ແຕ່​ເປັນ​ລະ​ບົບ​ VDSL (ຊ່​ວງ​ໄລ​ຍະ​ບໍ່​ເກີນ 1.5 Km)
ອຸ​ປະກອນ​ເຊື່ອມ​ຕໍ່​:
Prestige 841/Prestige 841C (ລູກ​ຄ້າ​/ສູນ​ບໍ​ລິ​ການ​)
ລາ​ຄາ​ອຸ​ປະກອນ (Prestige 841 + Prestige 841C): 1200 $ (ໜ່ວຍ​ໜຶ່ງ​ຕິດ​ຕັ້ງ​ຢູ່​ຝັ່ງ​ລູກ​ຄ້າ​, ອີກ​ໜ່ວຍ​ໜຶ່ງ​ຕິດ​ຕັ້ງ​ຢູ່​ຝັ່ງ​ສູນ​ບໍ​ລິ​ການ - ທັງ​ໝົດ​ເປັນ​ພາ​ລະ​ຂອງ​ລູກ​ຄ້າ​),
ສາຍ​ໂທ​ລະ​ສັບ​, ຕໍ່​ຈາກ​ຝັ່ງ​ລູກ​ຄ້າ​ ຫາ​ສູນ​ບໍ​ລິ​ການ (1 m/1 $).
ປະ​ເພດ​
ຄວາມ​ໄວ​
ຄ່າ​ບໍ​ລິ​ການ​ລາຍ​ເດືອນ​
Corporate (Shared)
256/128
300 $
Dedecated 64
64/32
840 $
Dedecated 128
128/64
1440 $
Dedecated 256
256/128
2400 $
Dedecated 512
ກະ​ລຸ​ນາ​ຕິດ​ຕໍ່ ເບີ​ໂທ​ 241368
 
    ທ່ານ​ສາ​ມາດ​ເບີ່ງ​ລາຍ​ລະ​ອຽດ ກ່ຽວ​ກັບ​ອຸ​ປະກອນ​ເຊື່ອມ​ຕໍ່​ເຫຼົ່າ​ນີ້ ໄດ້​ຈາກ​:
http://www.alvarion.com (ສໍາ​ລັບ BreezeNet SA-10 D ແລະ BreezeNet WB-10),
http://www.cirronet.com/pdf/series%209.pdf (ສໍາ​ລັບ WaveBolt Series 9),
http://www.zyxel.com/ ຢູ່​ປ່ອງ Select a Product, ໃຫ້​ເລືອກ Prestige 841 / Prestige 841C (ສໍາ​ລັບ Prestige 841 / Prestige 841C)
*
**
ບໍ​ລິ​ສັດ​ລັດ​ວິ​ສາ​ຫະ​ກິດ​ໂທ​ລະ​ຄົມ​ລາວ​ - Entreprise of Telecommunications Lao (ETL)
ເຮືອນ​ເລກ​ທີ 110, ຖະ​ໜົນ​ສາຍ​ລົມ​, ເມືອງ​ຈັນ​ທະ​ບູ​ລີ ກໍາ​ແພງ​ນະ​ຄອນ​ວຽງ​ຈັນ​
ຕູ້​ໄປ​ສະ​ນີ 7953, ກ​ພ. ວຽງ​ຈັນ​
ໂທ​ລະ​ສັບ​: (856) 21 215153,
ແຟ໊ກ​:( 856) 21 213493
ອີ​ເມ​: csd@etllao.com (ສູນ​ບໍ​ລິ​ການ​ລູກ​ຄ້າ​ສາຍ​ລົມ​)
ເວັບ​ໄຊ​: http://www.etllao.com
ລັກ​ສະ​ນະ​ການ​ເຊື່ອມ​ຕໍ່​ ແບບ​ໃຊ້​ສາຍ​ໂທ​ລະ​ສັບ​
ຂ້າ​ພະ​ເຈົ້າ​ຍັງ​ບໍ່​ທັນ​ມີ​ຂໍ້​ມູນ​ກ່ຽວ​ກັບ​ການ​ຈອງ​ອິນ​ເຕີ​ເນັດ​ນໍາ​ບໍ​ລິ​ສັດ​ນີ້​; ຮູ້​ພຽງ​ແຕ່​ວ່າ ບໍ​ລິ​ສັດ​ນີ້​, ໄດ້​ເລີ່ມ​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ ແບບ​ໃຊ້​ສາຍ​ໂທ​ລະ​ສັບ​ ຊຶ່ງ​ປະກອບ​ມີ​ທັງ ແບບ​ຈອງ​ໃຊ້ ແລະ​ແບບ​ໃຊ້​ບັດ. ເມື່ອ​ໃດ​ທີ່​ໄດ້​ຂໍ້​ມູນ​ເພີ່ມ​ເຕີມ​, ຂ້າ​ພະ​ເຈົ້າ ຈະ​ນໍາ​ສະ​ເໜີ​ຕໍ່.

 
*
**

    ເພື່ອ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ທ່ານ​, ກ່ອນ​ຈະ​ຕັດ​ສິນ​ໃຈ​ເລືອກ​ໃຊ້​ບໍ​ລິ​ການ​ຂອງ​ຜູ້​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ​ລາຍ​ໃດ​ລາຍ​ໜຶ່ງ​ຂ້າງ​ເທີງ​, ຄວນ​:
  1. ສອບ​ຖາມ​ເລື່ອງ​ບໍ​ລິ​ການ​ຫຼັງ​ການ​ຂາຍ​, ຄວາມ​ຄົງ​ເສັ້ນ​-ຄົງ​ວາ​ຂອງ​ສັນ​ຍານ ຈາກ​ຜູ້​ທີ່​ເຄີຍ​ໃຊ້​ບໍ​ລິ​ການ​ ນໍາ​ຜູ້​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ​ເຫຼົ່າ​ນີ້​,
  2. ໃຊ້​ອິນ​ເຕີ​ເນັດ​ຈາກ​ຮ້ານ​ອິນ​ເຕີ​ເນັດ​ ເພື່ອ​ຊອກ​ຫາ​ຂໍ້​ມູນ​ກ່ຽວ​ກັບ​ອຸ​ປະກອນ​ເຊື່ອມ​ຕໍ່ ຕະ​ຫຼອດ​ຮອດ​ລາ​ຄາ​ຂອງ​ມັນ. ໃຫ້​ເຂົ້າ​ໃຈ​ວ່າ ຖ້າ​ທ່ານ​ຂາຍ​ອຸ​ປະກອນ​ເຊື່ອມ​ຕໍ່​ເຫຼົ່າ​ນີ້​ ຫຼັງ​ຈາກ​ທີ່​ໄດ້​ໃຊ້​ໄປ​ແລ້ວ 3-6 ເດືອນ​, ຖ້າ​ທ່ານ​ສາ​ມາດ​ຂາຍ​ໄດ້​ໃນ​ລາ​ຄາ 40% ຂອງ​ລາ​ຄາ​ທີ່​ວາງ​ຂາຍ​ຢູ​ທ້ອງ​ຕະ​ຫຼາດ​ໂລກ​ (ບໍ່​ແມ່ນ​ລາ​ຄາ​ທີ່​ທ່ານ​ຊື້​ນໍາ​ຜູ້​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ​), ຖື​ໄດ້​ວ່າ​ ທ່ານ​ຂາຍ​ໄດ້​ລາ​ຄາ​ດີ​!
  3. ຖ້າ​ທ່ານ​ມີ​ບັນ​ຫາ​ຕ້ອງ​ການ​ສອບ​ຖາມ​, ທ່ານ​ສາ​ມາດ​ເຂົ້າ​ໄປ​ແລກ​ປ່ຽນ​ຄໍາ​ຄຶດ​-ຄໍາ​ເຫັນ​ໃນ​ກະ​ດານ​ເວັບ​ພາ​ສາ​ລາວ​ຂອງ​ເວັບ​ໄຊ​ນີ້​ໄດ້​ທີ່​ນີ້: http://amazingforums.com/forum1/NARIN/forum.html  ຖ້າ​ຂ້າ​ພະ​ເຈົ້າ​ຕອບ​ໄດ້​,  ກໍ່​ຈະ​ຕອບ​; ຖ້າ​ຕອບ​ບໍ່​ໄດ້​, ຄົງ​ໄດ້​ແຕ່​ພຽງ​ຫວັງ​ວ່າ​ ຜູ້​ຮູ້​ທ່ານ​ອື່ນໆ ອາດ​ຕອບ​ຂໍ້​ຂ້ອງ​ໃຈ​ຂອງ​ທ່ານ​ໄດ້.
    ຖ້າ​ທ່ານ​ຕ້ອງ​ການ​ປຽບ​ທຽບ​ ລາ​ຄາ​ຂອງ​ອຸ​ປະກອນ​ຕ່າງໆ​ທີ່​ຜູ້​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ​ຂ້າງ​ເທີງ​ຂາຍ​ແກ່​ທ່ານ​ ກັບ​ລາ​ຄາ​ທີ່​ຂາຍ​ໃນ​ຕະ​ຫຼາດ​ໂລກ​, ທ່ານ​ສາ​ມາດ​ເຂົ້າ​ໄປ​ທີ່ http://www.google.com ຈາກ​ນັ້ນ ໃຫ້​ພິມ​ໃນ​ປ່ອງ Search ຄື​ດັ່ງ​ນີ້​: "ຊື່​ອຸ​ປະກອນ​" "price list" ແລ້ວ​ກົດ​ປຸ່ມ Enter ທີ່​ຢູ່​ແປ້ນ​ພິມ. ຫຼັງ​ຈາກ​ນັ້ນ​, ຈະ​ມີ​ລາຍ​ຊື່​ຂອງ​ເວັບ​ໄຊ​ ພ້ອມ​ທັງ​ລາຍ​ລະ​ອຽດ​ຈໍານວນ​ໜຶ່ງ​ປາ​ກົດ​ຂື້ນ​ມາ​: ອິງ​ຕາມ​ລາຍ​ລະ​ອຽດ​, ໃຫ້​ເລືອກ​ຄ​ລິກ​ເບີ່ງ​ເວັບ​ໄຊ​ເຫຼົ່າ​ນັ້ນ​; ຖ້າ​ບໍ່​ໄດ້​ສິ່ງ​ທີ່​ຕ້ອງ​ການ​, ໃຫ້​ກົດ​ປຸ່ມ​ Back ໃນ​ໂປ​ແກຣມ​ທ່ອງ​ເວັບ ແລ້ວ​ຄ​ລິກ​ເຂົ້າ​ໄປ​ເບີ່ງ​ເວັບ​ອື່ນໆ...
ກໍາ​ແພງ​ນະ​ຄອນ​ວຽງ​ຈັນ​, ວັນ​ທີ່ 23 ກຸມ​ພາ 2004
ນະ​ຣີນ.

ກັບ​ຄືນ​ຕອນ​ຕົ້ນ​ຂອງ​ໜ້າ​