ສິ່ງທີ່ຫນ້າສົນໃຈຕ່າງໆ
| ກັບ​ຄືນ​ເວັບ​ຫນ້າ​ທໍາ​ອິດ | ຄວາມຮູ້ກ່ຽວກັບພະຍາດຫຼວງ | ຮ່າງເອກະສານຕ່າງໆ | ສິ່ງທີ່ຄວນຮູ້ | ສະມາຄົມອະດີດນັກສຶກສາ | ຫ້ອງສົນທະນາລາວ | ກະດານເວັບລາວ | ຖາມ-ຕອບ ກ່ຽວກັບ Narin Script ແລະ Narin.ttf | ເວັບໄຊລາວຕ່າງໆ | ຂ່າວປະຊາສຳພັນ |


https://narinsakkraj.tripod.com/ ແມ່ນ​​ເວັບ​ໄຊ​ສັນ​ຊາດ​ລາວ, ສ້າງ​ຂື້ນ​ເພື່ອ​ທົດ​ລອງ​ການ​ສະ​ແດງ​ຜົນ​ຂອງ​ພາ​ສາ​ລາວ​ເທີງ​ເວັບ ແລະ​ເພື່ອ​ເຜີຍ​ແຜ່​ຜົນ​ການ​ທົດ​ລອງ​ນີ້​ແກ່​ມະ​ຫາ​ຊົນ​ຄົນ​ລາວ​ທີ່​ສົນ​ໃຈ ສ້າງ​ເວັບ​ພາ​ສາ​ລາວ ໂດຍ​ໃຊ້ Narin Script. Narin Script ບໍ່​ແມ່ນ​ຊອບ​ແວ, ແຕ່​ຫາກ​ແມ່ນ​ການ​ປັບ​ແຕ່ງ​ໄຟລ໌ ຂອງ Windows ຈຳ​ນວນ​ຫນຶ່ງ ເພື່ອ​ເຮັດ​ໃຫ້​ພາ​ສາ​ລາວ​ສາ​ມາດ​ຖືກ​ນຳ​ໃຊ້​ໃນ Windows ໃຫ້​ມີ​ຄວາມ​ສາ​ມາດ​ໃກ້​ຄຽງ​ກັບ ພາ​ສາ​ຊາດ​ຕ່າງໆ​ທີ່ Windows ໃຫ້​ການ​ສະ​ຫນັບ​ສະ​ຫນູນ. Narin Script ສາ​ມາດ​ໃຊ້​ໄດ້​ກັບ Windows 98, Me, 2000 ແລະ XP (ກະ​ລຸ​ນາ​ເຂົ້າ​ໄປ "ເລື່ອງ​ຕ່າງໆ​ກ່ຽວ​ກັບ​ຄອມ​ພິວ​ເຕີ" --> "ການ​ຕິດ​ຕັ້ງ Narin Script"). ການ​ນຳ​ໃຊ້ Narin Script, ຜູ້​ໃຊ້​ບໍ່​ຈຳ​ເປັນ​ຕ້ອງ​ເສຍ​ເງິນ​ໃນ​ການ​ຊົມ​ໃຊ້​ໃຫ້​ແກ່ ນະ​ຣິນ-ສັກ​ກຣາຊ, ຜູ້​ຄຶດ​ຄົ້ນ Narin Script ແຕ່​ປະ​ການ​ໃດ.

ບັນນາທິການ

01/04/2002