ການຕິດຕັ້ງ Narin Script

| ກັບຄືນເວັບຫນ້າທຳອິດ | ກັບຄືນຫນ້າ "ຄອມພິວເຕີ" | ສ່ວນປະກອບຄອມ | ຊອບແວນຳໃຊ້ | ການເລືອກຊື້ | ການຈອງອິນເຕີເນັດ | ບົດຂຽນ-ສາລະຕ່າງໆ |ການຂຽນເວັບພາສາລາວ |

 

ຫຼັງ​ຈາກ​ທີ່​ທ່ານ​ໄດ້​ຕິດ​ຕັ້ງ narin.ttf ເຂົ້າ​ໃນ​ຄອມ​ພິວ​ເຕີ​ຂອງ​ທ່ານ​ແລ້ວ, ທ່ານ​ຈະ​ສາ​ມາດ​ເຫັນ​ຂໍ້​ຄວາມ​ຕ່າງໆ​ໃນ​ເວັບ​ໄຊ​ນີ້​ທັງ​ຫມົດ​ເປັນ​ພາ​ສາ​ລາວ, ແຕ່​ທ່ານ​ຈະ​ຍັງ​ບໍ່​ທັນ​ສາ​ມາດ​ພິມ​ພາ​ສາ​ລາວ​ທີ່​ມີ​ຢູ່​ໃນ​ຟອນ narin.ttf ໄດ້​ເທື່ອ. ຢາກ​ພິມ​ພາ​ສາ​ລາວ​ທີ່​ມີ​ຢູ່​ໃນ​ຟອນ narin.ttf ອອກ​ທາງ​ຫນ້າ​ຈໍ, ຢູ່​ໃນ​ໂປຣ​ແກຣມ​ນຳ​ໃຊ້​ຈຳ​ນວນ​ຫນຶ່ງ ໂດຍ​ສະ​ເພາະ​ໃນ​ໂປຣ​ແກຣມ​ຊຸດ Microsoft Office ຫຼື​ໃນ Internet Explorer ໂດຍ​ສະ​ເພາະ​ເວັບ​ໄຊ​ອີ​ເມ​ຕ່າງໆ, ທ່ານ​ຈຳ​ເປັນ​ຕ້ອງ​ໄດ້​ຕິດ​ຕັ້ງ Narin Script. ການ​ຕິດ​ຕັ້ງ Narin Script ແມ່ນ​ໄດ້​ຖືກ​ຈັດ​ອອກ​ເປັນ 2 ສ່ວນ​ຄື:

  1. ສຳລັບຄອມພິວເຕີທີ່ໃຊ້ Windows 98 ຫຼື Windows 98 SE ຫຼື Windows Me,

  2. ສຳລັບຄອມພິວເຕີທີ່ໃຊ້ Windows 2000 Professional ຫຼື Windows XP Professional (ສຳ​ລັບ Windows 2000 Home Edition ແລະ Windows XP Home Edition ນັ້ນ, ຂ້າ​ພະ​ເຈົ້າ​ບໍ່​ແນ່​ໃຈ​ວ່າ ຈະ​ຕິດ​ຕັ້ງ​ແບບ​ທີ 1 ຫຼື ແບບ​ທີ 2 ເພາະ​ບໍ່​ມີ Windows ເຫຼົ່າ​ນີ້ ມາ​ທົດ​ສອບ).

ສຳລັບ Narin Script Setup Narin Script Setup ເພີ່ມເຕີມ
Windows 98 ແລະ Me NarinScriptfor98&Me.exe  
Windows 2000 Pro ແລະ XP Pro NarinScriptfor2000&XP_admin.exe NarinScriptfor2000&XP_user.exe

 

ຫມາຍ​ເຫດ:

ໂປຣ​ແກຣມ​ເຫຼົ່າ​ນີ້ ໄດ້​ຖືກ​ບີບ​ອັດ​ໃນ​ຮູບ​ແບບ​ຂອງ​ໄຟລ໌​ແບບ zip (compress files) ເພື່ອ​ຄວາມ​ສະ​ດວກ​ໃນ​ການ​ດາວ​ໂຫຼດ. ທ່ານ​ຕ້ອງ​ຄາຍ (extract) ໄຟລ໌​ເຫຼົ່າ​ນີ້​ເສຍ​ກ່ອນ ຈຶ່ງ​ຈະ​ສາ​ມາດ​ໃຊ້​ງານ​ໄດ້. NarinScriptfor2000&XP_user.exe ແມ່ນ​ສຳ​ລັບ​ຜູ້​ໃຊ້​ທີ່​ບໍ່​ແມ່ນ administrator.

ອະ​ທິ​ບາຍ​ເພີ່ມ:

ຂໍ້​ຄວນ​ລະ​ວັງ:

  1. ໂປຣ​ແກຣມ​ເຫຼົ່າ​ນີ້ ໂດຍ​ສະ​ເພາະ NarinScriptfor98&Me.exe ມີ​ການ​ດັດ​ແປງ Registry ທີ່​ສຳ​ຄັນ; ຖ້າ​ເອົາ​ໄປ​ໃຊ້ໃນ Windows 2000 ຫຼື XP ອາດ​ເຮັດ​ໃຫ້​ເຄື່ອງ Boot ບໍ່​ໄດ້. ຖ້າ​ເປັນ​ຄື​ທີ່​ວ່າ​ນີ້, ໃຫ້ Boot ເຄື່ອງ​ໃຫມ່, ກ່ອນ​ທີ່​ເຄື່ອງ​ຈະ​ສະ​ແດງ Logo ຂອງ Windows, ໃຫ້​ກົດ F8 ຫນ໡ໆ​ໄວ້. ເມື່ອ​ມີ ຫນ້າ​ຈໍ​ໃຫ້​ເລືອກ​ວິ​ທີ​ເຂົ້າ​ສູ່ Windows, ໃຫ້​ເລືອກ​ເອົາ "Last Known Good Configuration (your most recent setting that worked)" ຊຶ່ງ​ການ​ເລືອກ​ອັນ​ນີ້ ຈະ​ເປັນ​ການ​ກູ້ Registry ສະ​ບັບ​ເດີມ ກ່ອນ​ຫນ້າ​ທີ່​ຫຼົງ​ໄປ​ແລ່ນ NarinScriptfor98&Me.exe ຢູ່​ໃນ Windows 2000 ຫຼື Windows XP.

  2. ຜູ້​ຂຽນ​ຍັງ​ບໍ່​ທັນ​ມີ​ຄວາມ​ຮູ້​ພຽງ​ພໍ​ເຖີງ​ຂັ້ນ​ທີ່​ຈະ​ຂຽນ​ໂປຣ​ແກຣມ​ລົບ​ລ້າງ (uninstall) ໂປຣ​ແກຣມ​ເຫຼົ່າ​ນີ້. ຜູ້​ໃຊ້ ຕ້ອງ​ໄດ້​ລົບ​ລ້າງ​ເອງ​ດ້ວຍ​ມື ໂດຍ​ໃຫ້​ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳ​ລຸ່ມ​ນີ້

  1. ບໍ່​ຄວນ​ສຳ​ເນົາ​ໂປຣ​ແກຣມ​ເຫຼົ່ານີ້ ເພື່ອ​ຝາກ​ໄປ​ໃຫ້​ຫມູ່ຄູ່-ມິດ​ສະ​ຫາຍ ໂດຍ​ບໍ່​ອະ​ທິ​ບາຍ​ເຖີງ​ຂໍ້​ຄວນ​ລະ​ວັງ​ຕ່າງໆ. ວິ​ທີ​ທີ່​ດີ​ທີ່​ສຸດ, ຄວນ​ແນະ​ນຳ​ໃຫ້​ເຂົາ​ເຈົ້າ ເຂົ້າ​ມາ​ດາວ​ໂຫຼດ​ເອົາ​ເອງ​ຈາກ​ເວັບ​ໄຊ​ນີ້ ໂດຍ​ອາດ​ຫາ​ອ່ານ​ຂໍ້​ມູນ​ເພີ່ມ​ເຕີມ​ຈາກ ຫົວ​ຂໍ້​ທີ 1. "ພາ​ສາ​ລາວ ແລະ​ບັນ​ຫາ​ການ​ສະ​ແດງ​ຜົນ​ເທີງ​ເວັບ" ແລະ ຫົວ​ຂໍ້​ທີ 2. "ບັນ​ນາ​ທິ​ການ​ຖະ​ແຫຼງ".

  2. ຖ້າ​ທ່ານຕ້ອງ​ການ​ພິມ​ຫນ້າ "ຕິດ​ຕັ້ງ Narin Script" ອອກ​ທາງ​ເຄື່ອງ​ພິມ ເພື່ອ​ໄວ້​ໃຊ້​ເປັນ​ສິ່ງ​ອ້າງ​ອີງ​ໃນ​ເວ​ລາ​ຕິດ​ຕັ້ງ, ໃຫ້ ​ສັ່ງ​ພິມ​ຈາກ Print Preview; ຖ້າ​ສັ່ງ​ພິມ​​ຈາກ Print ທຳມະ​ດາ, ຈະ​ບໍ່​ສາ​ມາດ​ພິມ​ອອກ​ເປັນ​ອັກ​ສອນ​ລາວ.

 

ຂ້າງ​ລຸ່ມ​ນີ້ ແມ່ນ​ແປ້ນ​ພິມ​ຂອງ Narin Script. ສະ​ຕິກ​ເກີ​ທີ່​ໃຊ້​ຕິດ​ແປ້ນ​ພິມ​ສຳ​ລັບ Narin Script ບໍ່​ໄດ້​ມີ​ຂາຍ ແຕ່​ຜູ້​ອ່ານ​ສາ​ມາດ​ຊື້​ສະ​ຕິກ​ເກີ​ແປ້ນ​ພິມ​ພາ​ສາ​ລາວ​ທົ່ວໆ​ໄປ​ມາ​ໃຊ້​ທົດ​ແທນ​ໄດ້ (ລາ​ຄາ​ໃນ​ຊ່ວງ 5000-10000 ກີບ). ສຳ​ລັບ​ຜູ້​ທີ່​ຢູ່​ຕ່າງ​ປະ​ເທດ, ການ​ຊອກ​ຊື້​ສະ​ຕິກ​ເກີ​ຕິດ​ແປ້ນ​ພິມ​ທີ່​ເປັນ​ພາ​ສາ​ລາວ ຄົງ​ຈະ​ບໍ່​ສະ​ດວກ. ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ ຈຶ່ງ​ຈັດ​ໄຟລ໌ Document ທີ່​ມີ​ຮູບ​ສະ​ຕິກ​ເກີ​ແປ້ນ​ພິມ​ພາ​ສາ​ລາວ​ໃຫ້​ດາວ​ໂຫຼດ. ໃຫ້​ທ່ານ​ພິມ​ອອກ​ໃສ່​ເຈັ້ຍ​ສະ​ຕິກ​ເກີ, ກ່ອນ​ຈະ​ທຳ​ການ​ຕັດ, ໃຫ້​ໃຊ້​ເທັບ​ໃສ ຕິດ​ເຕັງ​ທັບ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຕົວ​ຫນັງ​ສື​ຈາງ ຫຼື​ຫາຍ​ໄປ​ຫຼັງ​ຈາກ​ໃຊ້​ງານ​ໄປ​ໃນ​ໄລ​ຍະ​ໃດ​ຫນຶ່ງ.

ດາວ​ໂຫຼດ narinscriptkeyboard.doc

 

ການ​ພິມ​ພາ​ສາ​ລາວ​ໂດຍ​ໃຊ້ Narin Script ມີ​ຂໍ້​ສັງ​ເກດ​ດັ່ງ​ນີ້:

ຫວັງ​ຢ່າງ​ຍິ່ງ​ວ່າ Narin Script ຄົງ​ເປັນ​ປະ​ໂຫຍດ​ສຳ​ລັບ​ທ່ານ ໃນ​ການ​ເປັນ​ເຄື່ອງ​ມື​ທີ່​ໃຊ້​ສື່​ສານ​ລະ​ຫວ່າງ​ຄົນ​ລາວ​ດ້ວຍ​ກັນ.

ນະ​ຣິນ-ສັກ​ກຣາຊ

7/01/2003

ກັບ​ຄືນ​ຕອນ​ຕົ້ນ​ຂອງ​ຫນ້າ