ການ​ຂໍ​ອີ​ເມ​ກັບ hotmail
| ກັບ​ຄືນ​ເວັບ​ໜ້າ​ທໍາ​ອິດ​ | ກັບ​ຄືນ​ໜ້າ​ "ເລື່ອງ​ຕ່າງໆ​ກ່ຽວ​ກັບ​ຄອມ​ພິວ​ເຕີ​" | ການ​ຂໍ​ອີ​ເມ​ກັບ Yahoo |

    ໃຫ້​ເຂົ້າ​ໄປ​ເວັບ​ໄຊ​ເມ​ຂອງ Hotmail ດ້ວຍ​ການ​ພິມ http://www.hotmail.com ຢູ່​ໃນ​ປ່ອງ​ສີ​ຂາວ​ຍາ​ວໆ ທີ່​ດ້ານ​ຊ້າຍ​ມື​ມີ​ຂໍ້​ຄວາມ Address. ຈາກ​ນັ້ນ​, ໃຫ້​ກົດ​ປຸ່ມ​ Enter ທີ່​ຢູ່​ແປ້ນ​ພິມ.
    ຖ້າ​ເຮົາ​ພິມ​ ທີ່​ຢູ່​ເວັບ​ໄຊ​ເມ​ຂອງ​ Hotmail ຖືກ​ຕ້ອງ​, ເຮົາ​ຈະ​ໄດ້​ໜ້າ​ເວັບ​ທີ່​ຄ້າຍ​ຄື​ຮູບ​ລຸ່ມ​ນີ້​:



    ໃຫ້​ໃຊ້​ໜູ ຄ​ລິກ​ໃສ່​ແຖບ​ທີ່​ມີ​ຂໍ້​ຄວາມ​ສີ​ຂາວ​ New Account Sign Up (ຢູ່​ແຖວ​ທີ​ສາມ​ໃນ​ໜ້າ​ຈໍ​); ເມື່ອ​ລໍ​ຖ້າ​ຊົ່ວ​ຂະ​ນະ​ໜຶ່ງ​, ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ດັ່ງ​ລຸ່ມ​ນີ້​:



    ບາດ​ນີ້​ ມາ​ຮອດ​ຂັ້ນ​ຕອນ​ທີ່​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ປ້ອນ​ຂໍ້​ມູນ​ຕ່າງ​; ໃຫ້​ດໍາ​ເນີນ​ການ​ຕາມ​ທີ່​ສະ​ເໜີ​ຢູ່​ຂ້າງ​ລຸ່ມ​ນີ້​:

ຕົວ​ຢ່າງ ​ : ເຮົາ​ອາດ​ຕັ້ງ​ຊື່​ອີ​ເມ​ຂອງ​ເຮົາ​ວ່າ lololele72 (ໝາຍ​ຄວາມ​ວ່າ ID ຫຼື​ຊື່​ອີ​ເມ ແມ່ນ​ lololele72, Email Address ຫຼື​ທີ່​ຢູ່​ອີ​ເມ ຈະ​ແມ່ນ​ lololele72@hotmail.com; @ ອ່ານ​ວ່າ at - ແອັດ​). ໃຫ້​ເຂົ້າ​ໃຈ​ວ່າ ມີ​ຜູ້​ໃຊ້​ອີ​ເມ​ຂອງ Hotmail ຫຼາຍ​ສິບ​ລ້ານ​ຄົນ. ດັ່ງ​ນັ້ນ​, ການ​ຕັ້ງ​ຊື່​ອີ​ເມ​, ຕ້ອງ​ຢ່າ​ໃຫ້​ຊໍ້າ​ກັບ​ຊື່​ອີ​ເມ​ຂອງ​ຄົນ​ອື່ນ​ທີ່​ໃຊ້​ອີ​ເມ​ຂອງ Hotmail ກ່ອນ​ໜ້າ​ເຮົາ - ໝາຍ​ຄວາມ​ວ່າ ຊື່​ອີ​ເມ​ສັ້ນໆ​-ງ່າຍໆ​-ດັງໆ​ ຄົນ​ອື່ນໆ​ເອົາ​ໄປ​ໃຊ້​ກ່ອນ​ເຮົາ​ຮຽບ​ຮ້ອຍ​ແລ້ວ​! ຖ້າ​ບໍ່​ຢາກ​ເສຍ​ເວ​ລາ​ ໃນ​ການ​ທີ່​ຈະ​ຕ້ອງ​ຕັ້ງ​ຊື່​ອີ​ເມ​ຄືນ​ໃໝ່​ (ເນື່ອງ​ຈາກ​ຊໍ້າ​ກັບ​ຊື່​ອີ​ເມ​ຂອງ​ຄົນ​ອື່ນ​) ໃຫ້​ຕື່ມ​ຕົວ​ເລກ​ໃສ່​ຕອນ​ທ້າຍ​ຂອງ​ຊື່​ອີ​ເມ​ຈັກ 2-4 ໂຕ. ຫຼື​ອີກ​ວິ​ທີ​ໜຶ່ງ​, ໃຫ້​ຕັ້ງ​ຊື່​ອີ​ເມ​ເປັນ ຊື່​ນາມ​ສະ​ກຸນ​ຂອງ​ເຮົາ​ (ບໍ່​ມີ​ຍະ​ຫວ່າງ​ຂັ້ນ​ລະ​ຫວ່າງ​ຊື່​ ແລະ​ນາມ​ສະ​ກຸນ​; ຖ້າ​ຢາກ​ຂັ້ນ​, ໃຫ້​ໃຊ້ _ ເປັນ​ຕົວ​ຂັ້ນ​, ເຊັ່ນ​ narinsakkraj ຫຼື​ narin_sakkraj); ວິ​ທີ​ນີ້​, ຮັບ​ຮອງ​ວ່າ​ ບໍ່​ມີ​ໃຜ​ຄຶດ​ຕັ້ງ​ຊື່​ອີ​ເມ​ຊື່​ນີ້​ ກ່ອນ​ໜ້າ​ເຮົາ​ແນ່ນອນ.

    ຈາກ​ນັ້ນ​, ໃຫ້​ເລື່ອນ​ໜ້າ​ຈໍ​ລົງ​ມາ​ລຸ່ມ​ສຸດ. ເຮົາ​ຈະ​ເຫັນ​ມີ​ປ່ອງ​ໃຫຍ່ໆ ທີ່​ມີ​ຫົວ​ຂໍ້ AGREEMENT BETWEEN YOU AND MICROSOFT CORPORATION, ໃຫ້​ໃຊ້​ໜູ​ເລື່ອນ​ຂໍ້​ຄວາມ​ທີ່​ມີ​ໃນ​ປ່ອງ​ນີ້ ລົງ​ໄປ​ຮອດ​ລຸ່ມ​ສຸດ. ຈາກ​ນັ້ນ​, ໃຫ້​ໃຊ້​ໜູ​ຄ​ລິກ​ໃສ່​ປຸ່ມ​ສີ​ເທົາ ທີ່​ມີ​ຂໍ້​ຄວາມ I Agree.   ຖ້າ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ປ້ອນ​ເຂົ້າ​ບໍ່​ມີ​ບັນ​ຫາ​ໃດໆ​, ເມື່ອ​ລໍ​ຖ້າ​ຊົ່ວ​ຂະ​ນະ​ໜຶ່ງ​, ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ລຸ່ມ​ນີ້​: (ກໍ​ລະ​ນີ​ກົງ​ກັນ​ຂ້າມ​, ຈະ​ມີ​ໜ້າ​ຈໍ​ເພື່ອ​ໃຫ້​ເຮົາ​ປ່ຽນ​ແປງ​ຂໍ້​ຄວາມ - ປ່ອງ​ທີ່​ຕ້ອງ​ການ​ໃຫ້​ປ່ຽນ​, ຈະ​ມີ​ຂໍ້​ຄວາມ​ເປັນ​ສີ​ແດງ​ຢູ່​ດ້ານ​ໜ້າ​ປ່ອງ​ນັ້ນໆ. ເມື່ອ​ປ່ຽນ​ແປງ​ທຸກ​ຢ່າງ​ຮຽບ​ຮ້ອຍ​, ໃຫ້​ໃຊ້​ໜູ​ກົດ​ປຸ່ມ I Agree ດັ່ງ​ກ່າວ​ອີກ​ຄັ້ງ​ໜຶ່ງ​).



    ໃຫ້​ໃຊ້​ໜູ​ຄ​ລິກ​ໃສ່​ປຸ່ມ​ສີ​ເທົາ​ທີ່​ມີ​ຂໍ້​ຄວາມ Continue; ລໍ​ຖ້າ​ຊົ່ວ​ຂະ​ນະ​ໜື່ງ​, ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ດັ່ງ​ລຸ່ມ​ນີ້​:



    ໃຫ້​ເລື່ອນ​ໜ້າ​ຈໍ​ລົງ​ມາ​ລຸ່ມ​ສຸດ​, ໜ້າ​ຈໍ​ຈະ​ມີ​ລັກ​ສະ​ນະ​ຄື​ຮູບ​ລຸ່ມ​ນີ້​:



    ໃຫ້​ໃຊ້​ໜູ​ຄ​ລິກ​ໃສ່​ຂໍ້​ຄວາມ click here ທີ່​ຢູ່​ໃນ​ຕໍາ​ແໜ່ງ ທີ່​ຂີດ​ອ້ອມ​ດ້ວຍ​ວົງ​ມົນ​ສີ​ແດງ (ໃນ​ໜ້າ​ຈໍ​ຕົວ​ຈີງ​, ບໍ່​ມີ​ວົງ​ມົນ​ສີ​ແດງ​ນີ້​!). ລໍ​ຖ້າ​ຊົ່ວ​ຂະ​ນະ​ໜຶ່ງ​, ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ລຸ່ມ​ນີ້​:



    ໃຫ້​ລາກ​ແຖບ​ເລື່ອນ​ທີ່​ຢູ່​ດ້ານ​ຂວາ​ມື​ ເພື່ອ​ເລື່ອນ​ໜ້າ​ຈໍ​ລົງ​ມາ​ຈົນ​ຮອດ​ລຸ່ມ​ສຸດ. ເຮົາ​ຈະ​ເຫັນ​ປຸ່ມ​ສີ​ເທົາ​ ທີ່​ມີ​ຂໍ້​ຄວາມ Continue; ໃຫ້​ຄ​ລິກ​ໃສ່​ປຸ່ມ​ດັ່ງ​ກ່າວ (ໃນ​ຮູບ​ຂ້າງ​ເທີງ​, ບໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ປຸ່ມ​ດັ່ງ​ກ່າວ​). ລໍ ​ຖ້າ​ຊົ່ວ​ຂະ​ນະ​ໜຶ່ງ​, ເຮົາ​ຈະ​ໄດ້​ໜ້າ​ຈໍ​ໃໝ່​ຄື​ລຸ່ມ​ນີ້​ :



    ຮອດ​ຈຸດ​ນີ້​, ການ​ຈອງ​ອີ​ເມ​ຂອງ​ເຮົາ​ນໍາ Hotmail ຖື​ໄດ້​ວ່າ​ປະ​ສົບ​ຜົນ​ສໍາ​ເລັດ. ເຮົາ​ອາດ​ໃຊ້​ໜູ​ຄ​ລິກ​ໃສ່​ປຸ່ມ​ທີ່​ມີ​ຂໍ້​ຄວາມ Mail ເພື່ອ​ເປັນ​ການ​ໄຂ​ເບີ່ງ​ຕູ້​ເມ​ຂອງ​ເຮົາ ຫຼື​ຈະ​ຄ​ລິກ​ໃສ່​ປຸ່ມ Sign Out ເພື່ອ​ເຊົາ​ໃຊ້​ອີ​ເມ ແລ້ວ​ເຂົ້າ​ມາ​ໃຊ້​ຄືນ​ອີກ​ເປັນ​ຄັ້ງ​ທີ​ສອງ ເພື່ອ​ທົດ​ສອບ​ວ່າ​ ທີ່​ຢູ່​ອີ​ເມ ແລະ​ລະ​ຫັດ​ລັບ​ທີ່​ເຮົາ​ຫາ​ກໍ່​ໄດ້ ຈາກ​ການ​ຂໍ​ອີ​ເມ​ນໍາ Hotmail ກ່ອນ​ໜ້າ​ນີ້​ ໃຊ້​ໄດ້​ຜົນ​ຫຼື​ບໍ່.
    ຫຼັງ​ຈາກ​ທີ່​ເຮົາ​ໄດ້​ທົດ​ສອບ ລອງ​ເຂົ້າ​ໃຊ້​ອີ​ເມ​ຂອງ Hotmail ແລະ​ສາ​ມາດ​ເຂົ້າ​ໃຊ້​ໄດ້​
, ໃນ​ຕໍ່​ໜ້າ​, ເຮົາ​ຄວນ​ໝັ່ນ​ມາ​ໃຊ້​ອີ​ເມ​ຢ່າງ​ຂີ້​ລ້າຍ 1 ເດືອນ​ຕໍ່​ຄັ້ງ​: ຖ້າ​ເຮົາ​ບໍ່​ມາ​ໃຊ້​ເກີນ 1 ເດືອນ​, ອີ​ເມ​ຂອງ​ເຮົາ​ ອາດ​ຖືກ​ຖອນ​ບໍ່​ໃຫ້​ໃຊ້​ງານ​ໄດ້​ຕໍ່​ໄປ​ອີກ.
    ຫ​ວັງ​ຢ່າງ​ຍິ່ງ​ວ່າ ຄໍາ​ແນະ​ນໍາ​ທັງ​ໝົດ​ນີ້​, ຄົງ​ຊ່ອຍ​ໃຫ້​ທ່ານ​ສາ​ມາດ​ຂໍ​ອີ​ເມ​ນໍາ Hotmail ໄດ້​ດ້ວຍ​ຕົວ​ຂອງ​ທ່ານ​ເອງ​!

ວຽງ​ຈັນ​, 17 ກຸມ​ພາ 2004
ນະ​ຣິນ​