ການ​ຂໍ​ອີ​ເມ​
| ກັບ​ຄືນ​ເວັບ​ໜ້າ​ທໍາ​ອິດ​ | ກັບ​ຄືນ​ໜ້າ​ "ເລື່ອງ​ຕ່າງໆ​ກ່ຽວ​ກັບ​ຄອມ​ພິວ​ເຕີ​" | ການ​ຂໍ​ອີ​ເມ​ກັບ​ Hotmail | ການ ​ຂໍ​ອີ​ເມ​ກັບ​ Yahoo |

ຈາກ​ປະ​ສົບ​ການ​ ທີ່​ຂ້າ​ພະ​ເຈົ້າ​ເຮັດ​ທຸ​ລະ​ກິດ​ຮ້ານ​ອິນ​ເຕີ​ເນັດ ເປັນ​ເວ​ລາ 2 ກ່ວາ​ປີ​, ຂ້າ​ພະ​ເຈົ້າ ໄດ້​ໃຫ້​ຄໍາ​ແນະ​ນໍາ ຫຼື​ຊ່ອຍ​ເຫຼືອ​ລູກ​ຄ້າ​ໃນ​ການ​ຂໍ​ອີ​ເມ​ ເປັນ​ຈໍານວນ​ຫຼາຍ​ຮ້ອຍ​ຄົນ. ໃນ​ຊ່​ວງ​ທໍາ​ອິດ ກໍ່​ບໍ່​ໄດ້​ຮູ້​ສຶກ​ຫຍັງ ແຕ່​ດົນ​ນານ​ເຂົ້າ​, ກໍ່​ເລີ່ມ​ທີ່​ຈະ​ເບື່ອ ແລະ​ຮູ້​ສຶກ ເປືອງ​ແຮງ. ຖ້າ​ປ່ອຍ​ໃຫ້​ລູກ​ຄ້າ​ຂໍ​ອີ​ເມ​ດ້ວຍ​ຕົວ​ຂອງ​ເຂົາ​ເຈົ້າ​ເອງ ໂດຍ​ບໍ່​ໄປ​ໃຫ້​ຄໍາ​ແນະ​ນໍາ​ໃດໆ​, ຈະ​ມີ​ໜ້ອຍ​ຄົນ​ທີ່​ສາ​ມາດ​ຈອງ​ອີ​ເມ​ຈົນ​ສໍາ​ເລັດ​ໄດ້. ຖ້າ​ຈະ​ຕ້ອງ​ໄປ​ໃຫ້​ຄໍາ​ແນະ​ນໍາ​ທຸກໆ​ຄົນ​  ໂດຍ​ສະ​ເພາະ​ໃນ​ກໍ​ລະ​ນີ​ ທີ່​ມີ​ລູກ​ຄ້າ​ຫຼາຍ​ຄົນ​, ມັນ​ກໍ່​ບໍ່​ສະດວກ ແລະ​ສິ້ນ​ເປືອງ​ເຫື່ອ​ແຮງ​ຈົນ​ເກີນ​ໄປ. ດ້ວຍ​ເຫດ​ນີ້​, ຄວາມ​ຄຶດ​ໃນ​ການ​ສ້າງ​ໜ້າ​ເວັບ ທີ່​ໃຫ້​ຄໍາ​ແນະ​ນໍາ​ໂດຍ​ລະ​ອຽດ ໃນ​ການ​ຂໍ​ອີ​ເມ​ ຈຶ່ງ​ເກີດ​ຂື້ນ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ໜ້າ​ເວັບ​ນີ້ ຄົງ​ສາ​ມາດ​ຊ່ອຍ​ ຜູ້​ທີ່​ຕ້ອງ​ການ​ໄດ້​ອີ​ເມ​ໄວ້​ໃຊ້​ ແລະ​ຊ່ອຍ​ແບ່ງ​ເບົາ​ພາ​ລະ​ທາງ​ດ້ານ​ການ​ໃຫ້​ຄໍາ​ແນະ​ນໍາ​ໃນ​ການ​ຂໍ​ອີ​ເມ​ ຂອງ​ຜູ້​ດູ​ແລ​ຮ້ານ​ອິນ​ເຕິ​ເນັດ.
ວຽງ​ຈັນ​, 14 ກຸມ​ພາ​ 2004
ນະ​ຣິນ.